[ { "title": "ຂໍ້ມູນການເຊື່ອມຕໍ່", "body": "ໂປໂລອະທິບາຍເຖິງຕຳແໜ່ງຂອງຜູ້ທີ່ເຊື່ອແລະການຕິດຕາມພຣະຄຣິດວ່າພວກເຂົາກຳລັງລໍຖ້າການສະເດັດມາຂອງພຣະອົງ." }, { "title": "ເພາະພຣະຄຸນຂອງພຣະເຈົ້າທີ່ພຣະເຢຊູຄຣິດໄດ້ປະທານໃຫ້ແກ່ທ່ານ", "body": "ໂປໂລກ່າວເຖິງພຣະຄຸນວ່າເປັນຂອງຂວັນທີ່ພຣະເຢຊູຊົງປະທານໃຫ້ແກ່ຄຣິສະຕຽນທັງຫລາຍ. ແປອີກຢ່າງຫນຶ່ງວ່າ: \"ເພາະວ່າພຣະເຢຊູຄຣິດຊົງກະທຳໃຫ້ເປັນໄປໄດ້ສຳລັບພຣະເຈົ້າທີ່ຈະມີພຣະເມດຕາຕໍ່ທ່ານທັງຫລາຍ\" ( ເບິ່ງ: figs_metaphor)" }, { "title": "ພຣະອົງເຮັດໃຫ້ທ່ານຮັ່ງມີ", "body": "ໃນທີ່ນີ້ອາດມີຄວາມໝາຍ 1) \"ພຣະຄຣິດເຮັດໃຫ້ທ່ານຮັ່ງມີ\" ຫລື 2) \"ພຣະເຈົ້າເຮັດໃຫ້ທ່ານຮັ່ງມີ.\"" }, { "title": "ເຮັດໃຫ້ທ່ານຮັ່ງມີໃນທຸກທາງ", "body": "ໂປໂລກຳລັງກ່າວໂດຍທົ່ວໄປ. ແປອີກຢ່າງຫນຶ່ງວ່າ: \"ເຮັດໃຫ້ທ່ານຮັ່ງມີດ້ວຍການອວຍພອນທາງດ້ານຈິດວິນຍານຢ່າງຫລວງຫລາຍ\" ( ເບິ່ງ: figs_hyperbole)" }, { "title": "ໃນທຸກຖອ້ຍຄຳ", "body": "ພຣະເຈົ້າສາມາດຊ່ວຍທ່ານໃຫ້ບອກຄົນອື່ນໆກ່ຽວກັບພຣະຄຳຂອງພຣະເຈົ້າໃນຫລາຍວິທີທາງ." }, { "title": "ຄວາມຮູ້ທັງໝົດ", "body": "ພຣະເຈົ້າສາມາດເຮັດໃຫ້ທ່ານເຂົ້າໃຈພຣະຄຳຂອງພຣະເຈົ້າໃນຫລາຍວິທີທາງ." }, { "title": "ຄຳພະຍານກ່ຽວກັບຄຣິດໄດ້ຮັບການຢືນຢັນວ່າເປັນຈິງທ່າມກາງພວກທ່ານ", "body": "ໃນທີ່ນີ້ອາດມີຄວາມຫມາຍ 1) \"ທ່ານໄດ້ເຫັນດ້ວຍຕົວທ່ານເອງວ່າສິ່ງທີ່ເຮົາໄດ້ກ່າວກ່ຽວກັບພຣະຄຣິດເປັນຄວາມຈິງ\" ຫລື 2) \"ຄົນອື່ນໄດ້ຮຽນຮູ້ຈາກການເບິ່ງຊີວິດຂອງທ່ານທີ່ເຮົາແລະທ່ານເວົ້າເຖິງພຣະຄຣິດວ່າເປັນຄວາມຈິງ.\"" } ]