[ { "title": "ຈົ່ງເຝົ້າຣະວັງ, ຈົ່ງຢືນຢັດຢູ່ຢ່າງຫມັ້ນຄົງໃນຄວາມເຊື່ອ, ຈົ່ງເຮັດຄືກັບຜູ້ຊາຍ, ຈົ່ງເຂັ້ມແຂງ", "body": "ໂປໂລກຳລັງອະທິບາຍໃນສິ່ງທີ່ເພິ່ນຕ້ອງການໃຫ້ຊາວເມືອງໂກຣິນໂທເຮັດເຫມືອນກັບເພິ່ນກຳລັງອອກຄຳສັ່ງ 4 ຄຳສັ່ງໃຫ້ທະຫານໃນສົງຄາມປະຕິບັດ. ຄຳສັ່ງທັງສີ່ຂໍ້ນີ້ມີຄວາມຫມາຍເກືອບກັນແລະໃຊ້ເພື່ອການເນັ້ນຫນັກ. (ເບິ່ງ: figs_parallelism)" }, { "title": "ຈົ່ງເຝົ້າຣະວັງ", "body": "ໂປໂລກ່າວເຖິງຄົນທັງຫລາຍໃຫ້ເຝົ້າຣະວັງໃນສິ່ງທີ່ກຳລັງຈະເກີດຂຶ້ນເຫມືອນກັບວ່າພວກເຂົາເປັນຜູ້ຄຸ້ມຄອງດູແລຮັກສາເມືອງ ຫລືສວນອະງຸ່ນ. ປະໂຫຍກນີ້ສາມາດຂຽນໄດ້ຢ່າງຈະແຈ້ງວ່າ. ແປອີກຢ່າງຫນຶ່ງວ່າ: \"ຈົ່ງເຝົ້າຣະວັງຜູ້ທີ່ທ່ານໄວ້ວາງໃຈ\" ຫລື \"ເຝົ້າຣະວັງອັນຕະຣາຍ\" (ເບິ່ງ: figs_metaphor)" }, { "title": "ຈົ່ງຢືນຢັດຢູ່ຢ່າງຫມັ້ນຄົງໃນຄວາມເຊື່ອ", "body": "ໂປໂລກ່າວເຖິງຄົນທັງຫລາຍທີ່ຍັງເຊື່ອໃນພຣະຄຣິດຕາມຄຳສອນຂອງເພິ່ນ ເປັນເຫມືອນທະຫານທີ່ບໍ່ຖອຍຫນີເມື່ອຖືກຂ້າເສິກໂຈມຕີ. ອາດຈະມີຄວາມຫມາຍວ່າ 1) \"ໃຫ້ເຂັ້ມແຂງ ໃຫ້ເຊື່ອໃນສິ່ງທີ່ເຮົາໄດ້ສອນທ່ານ\" ຫລື 2) \"ໃຫ້ເຂັ້ມແຂງ ເຊື່ອໃນພຣະຄຣິດ\" (ເບິ່ງ: figs_metaphor)" }, { "title": "ເຮັດເຫມືອນຜູ້ຊາຍ", "body": "ໃນສັງຄົມທີ່ໂປໂລແລະຜູ້ຟັງຂອງເພິ່ນຢູ່ນັ້ນ ເປັນສັງຄົມທີ່ຜູ້ຊາຍເປັນຜູ້ຈັດການເກືອບທຸກຢ່າງໃນຄອບຄົວ. ໂດຍການເຮັດວຽກຫນັກ ຕໍ່ສູ້ກັບຜູ້ບຸກລຸກ. ປະໂຫຍກນີ້ສາມາຂຽນໄດ້ຢ່າງຈະແຈ້ງວ່າ. ແປອີກຢ່າງຫນຶ່ງວ່າ: \"ຕ້ອງຮັບຜິດຊອບ\"(ເບິ່ງ: figs_metaphor)" }, { "title": "ຈົ່ງເຮັດທຸກສິ່ງດ້ວຍຄວາມຮັກ", "body": "\"ທຸກສິ່ງທຸກຢ່າງທີ່ທ່ານເຮັດຄວນສະແດງໃຫ້ຄົນທັງຫລາຍເຫັນວ່າທ່ານຮັກພວກເຂົາ\"" } ]