[ { "title": "ຖ້າຄົນອື່ນໄດຮັບ... ທ່ານ, ພວກເຮົາບໍ່ຄວນທີ່ຈະໄດ້ຮັບຫລາຍກວ່ານັ້ນອີກບໍ?", "body": "ໂປໂລໃຊ້ຄຳຖາມເພື່ອໃຫ້ຊາວເມືອງເມືອງໂກຣິນໂທຄິດເຖິງສິ່ງທີ່ເພິ່ນກຳລັງກ່າວ ໂດຍທີ່ເພິ່ນບໍ່ຕ້ອງກ່າວເຖິງ. ໃນທີ່ນີ້ \"ເຮົາ\" ຫມາຍເຖິງໂປໂລແລະບາຣະນາບາ. ແປອີກຢ່າງຫນຶ່ງວ່າ: \"ການຮັບອື່ນໆ... ທ່ານ, ທ່ານຮູ້ໂດຍທີ່ຂ້າພະເຈົ້າບໍ່ຕ້ອງບອກທ່ານວ່າເຮົາມີສິດກວ່ານັ້ນອີກ.\" (ເບິ່ງ:​ figs_exclusive; figs_rquestion)" }, { "title": "ຖ້າຄົນອື່ນໄດ້ຮັບສິດນີ້", "body": "ທັງໂປໂລແລະຊາວເມືອງໂກຣິນໂທຕ່າງກໍ່ຮູ້ວ່າຄົນອື່ນໄດ້ຮັບສິດນີ້. \"ຕັ້ງແຕ່ຄົນອື່ນໄດ້ຮັບສິດນີ້\"" }, { "title": "ຄົນອື່ນ", "body": "ຄົນເຮັດພັນທະກິດຂ່າວປະເສີດຄົນອື່ນໆ" }, { "title": "ສິດນີ້", "body": "ສິດທີ່ຈະໄດ້ຮັບຄ່າໃຊ້ຈ່າຍໃນການດຳຣົງຊີວິດທີ່ຜູ້ທີ່ເຊື່ອຊາວເມືອງໂກຣິນໂທຫາໃຫ້ສຳລັບຄົນເຫລົ່ານັ້ນ ຜູ້ທີ່ປະກາດຂ່າວດີແກ່ພວກເຂົາ" }, { "title": "ສິ່ງຂັດແຂງ", "body": "\"ເປັນພາຣະໃຫ້ \" ຫລື \"ຫຍຸດການເຜີຍແຜ່ຂອງ\"" }, { "title": "ທ່ານບໍ່ຮູ້ບໍວ່າຜູ້ທີ່ຮັບໃຊ້ໃນພຣະວິຫານກໍ່ໄດ້ຮັບອາຫານຈາກພຣະວິຫານນັ້ນ?", "body": "ໂປໂລກຳລັງເຕືອນຊາວເມືອງໂກຣິນໂທເຖິງສິ່ງທີ່ພວກເຂົາຮູ້ ດັ່ງນັ້ນເພິ່ນສາມາດເພີ່ມຂໍ້ມູນໃຫມ່. ແປອີກຢ່າງຫນຶ່ງວ່າ: \"ຂ້າພະເຈົ້າຕ້ອງການເຕືອນທ່ານວ່າຜູ້ທີ່ຮັບໃຊ້ໃນພຣະວິຫານໄດ້ຮັບອາຫານຈາກພຣະວິຫານ.\" (ເບິ່ງ: figs_rquestion)" }, { "title": "ທ່ານບໍ່ຮູ້ບໍວ່າຜູ້ທີ່ຮັບໃຊ້ແທ່ນບູຊາ ກໍ່ໄດ້ສ່ວນແບ່ງຈາກຂອງຖວາຍທີ່ແທ່ນບູຊານັ້ນ?", "body": "ໂປໂລກຳລັງເຕືອນຊາວເມືອງໂກຣິນໂທເຖິງສິ່ງທີ່ພວກເຂົາຮູ້ ດັ່ງນັ້ນເພິ່ນສາມາດເພີ່ມຂໍ້ມູນໃຫມ່. ແປອີກຢ່າງຫນຶ່ງວ່າ: \"ຂ້າພະເຈົ້າຕ້ອງການເຕືອນພວກທ່ານວ່າຜູ້ທີ່ຮັບໃຊ້ທີ່ແທ່ນບູຊາກໍ່ໄດ້ອາຫານແລະຊີ້ນທິ່ຄົນທັງຫລາຍຖວາຍທີ່ແທ່ນບູຊານັ້ນ.\" (ເບິ່ງ: figs_rquestion)" }, { "title": "ພວກເຂົາໄດ້ຮັບການດຳຣົງຊີວິດຈາກຂ່າວປະເສີດນັ້ນ", "body": "ຄຳວ່າ \"ຂ່າວປະເສີດ\" ໃນທີ່ນີ້ເປັນການໃຊ້ເພື່ອ 1) ຄົນທັງຫລາຍທີ່ປະກາດຂ່າວປະເສີດ, \"ໄດ້ຮັບອາຫານຂອງພວກເຂົາແລະສິ່ງອື່ນທີ່ພວກເຂົາຕ້ອງການຈາກບັນດາຄົນເຫລົ່ານັ້ນທີ່ພວກເຂົາສອນເລື່ອງຂ່າວດີໃຫ້, \" ຫລື 2) ຜົນງານການເຮັດພັນທະກິດໃນການປະກາດຂ່າວປະເສີດແມ່ນ, \"ຮັບອາຫານຂອງພວກເຂົາແລະສິ່ງອື່ນໆທີ່ພວກເຂົາຕ້ອງການເພາະພວກເຂົາເຮັດພັນທະກິດໃນການປະກາດຂ່າວດີ.\"(ເບິ່ງ: figs_metonymy)" } ]