[ { "title": "ຢ່າເອົາ", "body": "ໂມເຊກຳລັງກ່າວກັບຄົນອິສະຣາເອນເຫມືອນກັບວ່າພວກເຂົາເປັນບຸກຄົນດຽວ, ດັ່ງນັ້ນຄຳສັ່ງນີ້ຈຶ່ງຂຽນໃນຮູບແບບຂອງເອກະພົດ. (ເບິ່ງ: figs_you)" }, { "title": "ພຣະເຈົ້າເປັນຫ່ວງງົວແທ້ໆບໍ?", "body": "ໂປໂລໃຊ້ຄຳຖາມເພື່ອໃຫ້ຊາວເມືອງໂກຣິນໂທຄຶດເຖິງສິ່ງທີ່ເພິ່ນກຳລັງກ່າວ ໂດຍທີ່ເພິ່ນບໍ່ຕ້ອງກ່າວເຖິງ, ແປອີກຢ່າງຫນຶ່ງວ່າ: “ທ່ານຄວນຮູ້ໂດຍທີ່ຂ້າພະເຈົ້າບໍ່ຕ້ອງບອກທ່ານວ່າມັນບໍ່ແມ່ນງົວທີ່ພຣະເຈົ້າຫ່ວງໃຍທີ່ສຸດ. (ເບິ່ງ: figs_rquestion)" }, { "title": "ບໍ່ແມ່ນພຣະອົງກຳລັງກ່າວເຖິງພວກທ່ານບໍ?", "body": "ໂປໂລໃຊ້ຄຳຖາມເພື່ອເນັ້ນຫນັກຄຳເວົ້າທີ່ເພິ່ນກຳລັງເຮັດ. ແປອີກຢ່າງຫນຶ່ງວ່າ: \"ກົງກັນຂ້ວາມ, ພຣະເຈົ້າກຳລັງກ່າວເຖິງພວກເຮົາແນ່ນອນ.\" (ເບິ່ງ: figs_rquestion)" }, { "title": "ເຖິງພວກເຮົາ", "body": "\"ເຮົາ\" ໃນທີ່ນີ້ຫມາຍເຖິງໂປໂລແລະບາຣະນາບາ. (ເບິ່ງ: figs_exclusive)" }, { "title": "ມັນຫລາຍເກີນໄປບໍທີ່ພວກເຮົາຈະເກັບກ່ຽວສິ່ງຂອງຈາກທ່ານ", "body": "ໂປໂລໃຊ້ຄຳຖາມເພື່ອໃຫ້ຊາວເມືອງໂກຣິນໂທຄິດເຖິງສິ່ງທີ່ເພິ່ນກຳລັງກ່າວ ໂດຍທີ່ເພິ່ນບໍ່ຕ້ອງເວົ້າ. ແປອີກຢ່າງຫນຶ່ງວ່າ: ທ່ານຄວນຮູ້ໂດຍທີ່ຂ້າພະເຈົ້າບໍ່ຕ້ອງບອກທ່ານວ່າມັນບໍ່ຫລາຍເກີນໄປສຳລັບພວກເຮົາທີ່ຈະຮັບການສະຫນັບສະຫນູນທາງດ້ານສິ່ງຂອງຈາກທ່ານ,\" (ເບິ່ງ: figs_rquestion)" } ]