lo_1co_text_ulb_l3/07/32.txt

1 line
1.4 KiB
Plaintext

\v 32 ຂ້າພະເຈົ້າຢາກໃຫ້ທ່ານເປັນອິດສະລະຈາກຄວາມກັງວົນຕ່າງໆ. ຜູ້ຊາຍທີ່ບໍ່ໄດ້ແຕ່ງງານກໍ່ເອົາໃຈໃສ່ໃນວຽກງານຂອງອົງພຣະຜູ້ເປັນເຈົ້າ, ວ່າຈະເຮັດແນວໃດໃຫ້ພຣະອົງພໍພຣະໄທ. \v 33 ແຕ່ຜູ້ຊາຍທີ່ແຕ່ງງານແລ້ວກໍ່ເອົາໃຈໃສ່ວຽກງານຂອງໂລກ, ວ່າຈະເຮັດແນວໃດໃຫ້ພັນລະຍາພໍໃຈ - \v 34 ລາວຖືກແຍກອອກເປັນສອງສ່ວນ. ຝ່າຍຜູ້ຍິງທີ່ບໍ່ແຕ່ງງານ ຫລື ຍິງສາວບໍລິສຸດກໍ່ເອົາໃຈໃສ່ໃນວຽກງານຂອງອົງພຣະຜູ້ເປັນເຈົ້າ, ວ່າຈະເຮັດແນວໃດຈື່ງຈະໄດ້ເປັນຄົນບໍຣິສຸດໃນຝ່າຍຮ່າງກາຍ ແລະ ໃນຝ່າຍວິນຍານ. ແຕ່ຜູ້ຍິງທີ່ແຕ່ງງານແລ້ວກໍ່ເອົາໃຈໃສ່ໃນວຽກງານຂອງໂລກ, ວ່າຈະເຮັດແນວໃດໃຫ້ສາມີຂອງນາງພໍໃຈ.