lo_1co_text_ulb_l3/13/11.txt

1 line
1.3 KiB
Plaintext

\v 11 ຕອນທີ່ຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າເວົ້າຄືກັບເດັກນ້ອຍ, ຄິດຄືກັບເດັກນ້ອຍ, ຫາເຫດຜົນຄືກັບເດັກນ້ອຍ. ແຕ່ເມື່ອຂ້າພະເຈົ້າເປັນຜູ້ໃຫຍ່, ຂ້າພະເຈົ້າກໍ່ເຊົາປະພຶດອາການຄືກັບເດັກນ້ອຍ. \v 12 ເພາະວ່າເວລານີ້ເຮົາເຫັນພໍມົວໆຄືກັບເບິ່ງໃນແວ່ນ, ແຕ່ຕໍ່ມາແມ່ນຈະເຫັນແບບຫນ້າ ຕໍ່ ຫນ້າ. ເວລານີ້ຂ້າພະເຈົ້າຮູ້ພຽງບາງສ່ວນ, ແຕ່ຕໍ່ມາຂ້າພະເຈົ້າຈະຮູ້ແຈ້ງຄືກັບທີ່ພຣະອົງຮູ້ຈັກຂ້າພະເຈົ້າ. \v 13 ແຕ່ບັດນີ້ຍັງຕັ້ງຢູ່ສາມສິ່ງຄື: ຄວາມເຊື່ອ, ຄວາມຫມັ້ນໃຈໃນອະນາຄົດ, ແລະ ຄວາມຮັກ. ແຕ່ຄວາມຮັກນັ້ນແມ່ນໃຫຍ່ທີ່ສຸດໃນສາມສີ່ງນີ້.