lo_1co_text_ulb_l3/07/12.txt

1 line
1.4 KiB
Plaintext

\v 12 ຂ້າພະເຈົ້າຂໍກ່າວກັບພວກທີ່ເຫລືອ - ຂ້າພະເຈົ້າເວົ້າເອງ,- ບໍ່ແມ່ນອົງພຣະຜູ້ເປັນເຈົ້າກ່າວ -ຖ້າພີ່ນ້ອງຄົນໃດມີເມຍທີ່ບໍ່ໄດ້ເປັນຜູ້ເຊື່ອ, ແລະ ຖ້ານາງພໍໃຈທີ່ຈະຢູ່ກັບລາວ, ລາວກໍ່ບໍ່ຄວນຢ່າຮ້າງນາງ. \v 13 ຖ້າຜູ້ຍິງຄົນໃດມີຜົວທີ່ບໍ່ໄດ້ເປັນຜູ້ທີ່ເຊື່ອ, ແລະ ຖ້າລາວພໍໃຈທີ່ຈະຢູ່ກັບນາງ, ນາງກໍ່ບໍ່ຄວນຢ່າຮ້າງຈາກລາວ. \v 14 ດ້ວຍວ່າຜົວທີ່ບໍ່ເຊື່ອນັ້ນກໍ່ໄດ້ຮັບການຊຳຣະໃຫ້ບໍຣິສຸດຜ່ານທາງເມຍ, ແລະ ເມຍທີ່ບໍ່ເຊື່ອນັ້ນກໍ່ໄດ້ຮັບການຊຳຣະໃຫ້ບໍຣິສຸດຜ່ານທາງຜົວ ຖ້າບໍ່ດັ່ງນັ້ນລູກໆຂອງພວກທ່ານກໍ່ເປັນມົນທິນ. ແຕ່ໃນຄວາມເປັນຈິງຄືພວກເຂົາໄດ້ຮັບການຊຳຣະແລ້ວ