lo_1co_text_ulb_l3/07/05.txt

1 line
1.4 KiB
Plaintext

\v 5 ຢ່າປະຕິເສດການມີຄວາມສຳພັນຕໍ່ກັນລະຫວ່າງຜົວເມຍ, ນອກຈາກທີ່ໄດ້ຕົກລົງເຫັນດີກັນເປັນໄລຍະເວລາຫນື່ງຕາມທີ່ກຳນົດ. ຈົ່ງເຮັດສີ່ງນີ້ເພື່ອທີ່ທ່ານຈະໄດ້ອຸທິດຕົວໃນການອະທິຖານ. ຈາກນັ້ນກໍ່ຄວນກັບມາມີຄວາມສຳພັນຕໍ່ກັນອີກຄັ້ງ, ເພື່ອທີ່ມານຊາຕານຈະບໍ່ໄດ້ລໍ້ລວງທ່ານເພາະວ່າທ່ານຂາດການຄວບຄຸມ ຕົນເອງ. \v 6 ແຕ່ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ກັບທ່ານເພື່ອເປັນການອະນຸຍາດ ແລະ ບໍ່ແມ່ນການສັ່ງ. \v 7 ຂ້າພະເຈົ້າປາຖະຫນາໃຫ້ທຸກຄົນຈະເປັນຄືຂ້າພະເຈົ້າ. ແຕ່ວ່າແຕ່ລະຄົນກໍ່ມີຂອງປຣະທານຂອງຕົນເອງຈາກພຣະເຈົ້າ. ຄົນຫນື່ງມີຂອງປຣະທານປະເພດນີ້, ແລະ ອີກຄົນ ມີຂອງປະເພດນັ້ນ.