lo_1co_text_ulb_l3/15/42.txt

1 line
1.3 KiB
Plaintext

\v 42 ການເປັນຄືນຂື້ນມາຂອງຄົນຕາຍກໍ່ຄືກັນ. ສິ່ງທີ່ຖືກຫວ່ານລົງ​ໄປ​ນັ້ນກໍເປື່ອຍເນົ່າ, ແຕ່ສິ່ງທີ່ຖືກເຮັດໃຫ້​ເປັນ​ຂື້ນ​ມາ​ນັ້ນບໍ່ໄດ້ເປື່ອຍເນົ່າອີກ. \v 43 ສິ່ງທີ່​ຖືກ​ຫວ່ານໃນຄວາມອັບອາຍ; ສິ່ງນັ້ນຖືກເຮັດໃຫ້​ເປັ​ນ​ຄືນຂຶ້ນມາໃນສະ​ຫງ່າ​ລາ​ສີ. ສິ່ງທີ່ຖືກ​ຫວ່ານໃນຄວາມອ່ອນແອ; ສີ່ງນັ້ນຖືກເຮັດໃຫ້​ເປັ​ນ​ຄືນຂື້ນມາໃນຣິດ​ທາ​ນຸ​ພາບ. \v 44 ສິ່ງທີ່ຖື​ກ​ຫວ່ານໃນຮ່າງກາຍຝ່າຍທຳມະຊາດ; ສິ່ງນັ້ນຖືກເຮັດໃຫ້​ເປັນ​ຄືນຂື້ນມາໃນຮ່າງກາຍຝ່າຍວິນຍານ. ຖ້າຫາກມີຮ່າງກາຍ​ຝ່າຍທຳມະຊາດ, ກໍ່​ຍ່ອ​ມມີຮ່າງກາຍຝ່າຍວິນຍານນຳອີກ.