lo_1co_text_ulb_l3/09/19.txt

1 line
1.1 KiB
Plaintext

\v 19 ເພາະເຖິງແມ່ນຂ້າພະເຈົ້າໄດ້ເປັນອິດສະຫລະຈາກທຸກຄົນ, ຂ້າພະເຈົ້າກໍ່ຍອມເປັນຜູ້ຮັບໃຊ້ຂອງທຸກຄົນ, ເພື່ອຂ້າພະເຈົ້າຈະໄດ້ນຳຄົນຫວງຫລາຍມາເປັນສິດ. \v 20 ຕໍ່ພວກຊາວຢິວຂ້າພະເຈົ້າກໍ່ໄດ້ກາຍເປັນຄົນຢິວ, ເພື່ອຈະໄດ້ໃຈພວກຊາວຢິວ. ຕໍ່ຄົນເຫລົ່ານັ້ນທີ່ຢູ່ໃຕ້ກົດບັນຍັດ, ຂ້າພະເຈົ້າກໍ່ປະພຶດຕົວຄືກັບຄົນທີ່ຢູ່ໃຕ້ກົດບັນຍັດ. ເພື່ອຈະໄດ້ໃຈຄົນເຫລົ່ານັ້ນທີ່ຢູ່ໃຕ້ກົດບັນຍັດ ຂ້າພະເຈົ້າເຮັດສິ່ງນີ້ເຖິງແມ່ນວ່າຕົວຂ້າພະເຈົ້າເອງບໍ່ໄດ້ຢູ່ໃຕ້ກົດບັນຍັດ.