lo_1co_text_ulb_l3/09/09.txt

1 line
1.1 KiB
Plaintext

\v 9 ເພາະມີຂຽນໄວ້ໃນກົດບັນຍັດຂອງໂມເຊວ່າ, "ຢ່າເອົາກະສອບປິດປາກງົວເມື່ອມັນກຳລັງນວດເຂົ້າ." ພຣະເຈົ້າຊົງຫ່ວງງົວແທ້ໆບໍ? \v 10 ພຣະອົງບໍ່ໄດ້ຊົງກຳລັງກ່າວເຖິງພວກເຮົາບໍ? ສີ່ງນີ້ໄດ້ຂຽນໄວ້ເພື່ອພວກເຮົາ, ເພາະຄົນທີ່ໄຖນາກໍຄວນໄຖດ້ວຍຄວາມຫວັງ, ຜູ້ທີ່ນວດເຂົ້າກໍຄວນນວດດ້ວຍຄວາມຄາດຫວັງວ່າຈະໄດ້ສ່ວນແບ່ງເມື່ອເກັບກ່ຽວ. \v 11 ຖ້າພວກເຮົາຫວ່ານສິ່ງຕ່າງໆຝ່າຍວິນຍານທ່າມກາງທ່ານແລ້ວ ,ຫລາຍເກີນໄປບໍທີ່ພວກເຮົາຈະເກັບກ່ຽວສິ່ງຕ່າງໆຝ່າຍວັດຖຸຈາກທ່ານ?