lo_1co_text_ulb_l3/14/01.txt

1 line
1.2 KiB
Plaintext

\c 14 \v 1 ຈົ່ງຕັ້ງຈຸດມຸ້ງຫມາຍຫາຄວາມຮັກ ແລະ ພະຍາຍາມຊອກຫາຂອງປຣະທານຝ່າຍວິນຍານ, ໂດຍສະເພາະການປະກາດ ພຣະທັມ. \v 2 ເພາະວ່າຄົນທີ່ເວົ້າພາສາແປກໆນັ້ນ ບໍ່ໄດ້ເວົ້າກັບມະນຸດ ແຕ່ກ່າວຕໍ່ພຣະເຈົ້າ. ບໍ່ມີໃຜເຂົ້າໃຈເຂົາ ເພາະເຂົາໄດ້ເວົ້າສິ່ງທີ່ເປັນຄວາມເລິກເຊິ່ງໃນພຣະວິນຍານ. \v 3 ແຕ່ຜູ້ທີ່ປະກາດພຣະທັມນັ້ນ ເວົ້າກັບມະນຸດເພື່ອໃຫ້ພວກເຂົາເຕີບໃຫຍ່ຂື້ນ, ເພື່ອຫນູນໃຈ ແລະ ໃຫ້ກຳລັງໃຈພວກເຂົາ, \v 4 ຄົນທີ່ເວົ້າພາສາແປກໆນັ້ນ ເຮັດໃຫ້ໂຕເອງເຕີບໃຫຍ່ຂື້ນ, ແຕ່ຜູ້ທີ່ປະກາດ ພຣະທັມເຮັດໃຫ້ຄຣິສຕະຈັກຈະເຣີນຂື້ນ.