1 line
987 B
Plaintext
1 line
987 B
Plaintext
\v 25 ພຣະອົງຊົງເຮັດສິ່ງນີ້ເພື່ອບໍ່ໃຫ້ມີການແບ່ງແຍກກັນໃນຮ່າງກາຍ, ແຕ່ໃຫ້ອະໄວຍະວະຕ່າງໆ ມີຄວາມຫວ່ງໃຍກັນ ແລະ ກັນດ້ວຍຄວາມຮັກແບບດຽວກັນ. \v 26 ເມື່ອອະໄວຍະວະຫນຶ່ງທຸກ, ອະໄວຍະວະທັງຫມົດກໍ່ຮ່ວມທຸກນຳ; ຫລື ເມື່ອອະໄວຍະວະຫນຶ່ງ ໄດ້ຮັບກຽດ, ອະໄວຍະວະທັງຫມົດກໍ່ປິຕິຍິນດີນຳ. \v 27 ສ່ວນທ່ານທັງຫລາຍເປັນຮ່າງກາຍຂອງພຣະຄຣິດ ແລະ ແຕ່ອະໄວຍະວະກໍ່ເປັນສ່ວນ ຫນຶ່ງຂອງຮ່າງກາຍນັ້ນ. |