lo_1co_text_ulb_l3/16/10.txt

1 line
1.3 KiB
Plaintext

\v 10 ເມື່ອຕີໂມທຽວມາຫາທ່ານ, ຈົ່ງຣະວັງຢ່າເຮັດໃຫ້ລາວບໍ່ສະບາຍໃຈເມື່ອຢູ່ກັບພວກທ່ານ, ເພາະລາວເຮັດວຽກຂອງອົງພຣະຜູ້ເປັນເຈົ້າຄືກັບຂ້າພະເຈົ້າ. \v 11 ຢ່າໃຫ້ຄົນດູຫມິ່ນລາວ. ຈົ່ງຊ່ວຍລາວໃຫ້ເດີນທາງໄປໂດຍສັນຕິສຸກ, ເພື່ອລາວຈະກັບມາຫາຂ້າພະເຈົ້າ. ເພາະຂ້າພະເຈົ້າກຳລັງລໍຖ້າລາວກັບພວກພີ່ນ້ອງຢູ່. \v 12 ສ່ວນເລື່ອງຂອງ ອາໂປໂລ, ເຊິ່ງເປັນພີ່ນ້ອງຂອງເຮົານັ້ນ. ຂ້າພະເຈົ້າຂໍຮ້ອງໃຫ້ລາວໃຫ້ໄປຢ້ຽມຢາມທ່ານທັງຫລາຍ ພ້ອມກັບພວກພີ່ນ້ອງ. ແຕ່ລາວຍັງບໍ່ຕ້ອງການໄປໃນເວລານີ້. ເຖິງຢ່າງໃດກໍ່ຕາມ, ລາວຈະໄປເມື່ອຮອດເວລາທີ່ເຫມາະສົມ.