lo_1co_text_ulb_l3/14/05.txt

1 line
1.1 KiB
Plaintext

\v 5 ຂ້າພະເຈົ້າຕ້ອງການໃຫ້ພວກທ່ານທຸກຄົນເວົ້າພາສາແປກໆ. ແຕ່ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າຕ້ອງການໃຫ້ພວກທ່ານປະກາດພຣະທັມ. ຄົນທີ່ປະກາດພຣະທັມນັ້ນໃຫຍ່ກວ່າຄົນທີ່ເວົ້າພາສາແປກໆ (ນອກຈາກວ່າມີຄົນແປ ຄຣິສຕະຈັກກໍ່ຈະເຣີນຂື້ນ.) \v 6 ແຕ່ວ່າ, ພີ່ນ້ອງທັງຫລາຍ, ຖ້າຂ້າພະເຈົ້າມາຫາທ່ານ ແລະ ເວົ້າພາສາແປກໆ, ຈະເປັນປະໂຫຍດຫຍັງຕໍ່ທ່ານ? ຂ້າພະເຈົ້າບໍ່ສາມາດເປັນປະໂຫຍດຫຍັງເລີຍ, ຖ້າຂ້າພະເຈົ້າບໍ່ເວົ້າກັບພວກທ່ານໂດຍການສຳແດງ, ຫລື ຄວາມຮູ້, ຫລື ປະກາດພຣະທັມ, ຫລື ຄຳສອນ.