lo_1co_text_ulb_l3/13/01.txt

1 line
1.5 KiB
Plaintext

\c 13 \v 1 ເຖິງແມ່ນວ່າຂ້າພະເຈົ້າເວົ້າເປັນພາສາແປກ ທີ່ເປັນພາສາຂອງມະນຸດ ແລະ ທູດສະຫວັນໄດ້. ແຕ່ບໍ່ມີຄວາມຮັກ, ຂ້າພະເຈົ້າກໍ່ເປັນຄືກັບຄ້ອງ ຫລື ແຊ່ງ ທີ່ສົ່ງສຽງດັງ. \v 2 ເຖິງແມ່ນວ່າຂ້າພະເຈົ້າມີຂອງປຣະທານໃນການປະກາດພຣະທັມ ແລະ ເຂົ້າໃຈຄວາມຈິງ ແລະ ຄວາມຮູ້ທັງຫມົດ, ທີ່ຖືກປິດບັງໄວ້ ແລະ ເຖິງແມ່ນວ່າຂ້າພະເຈົ້າມີຄວາມເຊື່ອທີ່ຍ້າຍພູເຂົາໄດ້ ແຕ່ບໍ່ມີຄວາມຮັກ, ຂ້າພະເຈົ້້າກໍ່ບໍ່ມີຄ່າອັນໃດ. \v 3 ແລະເຖິງແມ່ນຂ້າພະເຈົ້າໄດ້ບໍຣິຈາກທັງຫມົດທີ່ຂ້າພະເຈົ້າມີເພື່ອລ້ຽງຄົນຍາກຈົນ, ແລະເຖິງແມ່ນວ່າໃຫ້ຮ່າງກາຍຂອງຂ້າພະເຈົ້າໄປເຜົາໄຟ. ແຕ່ຖ້າບໍ່ມີຄວາມຮັກ ຂ້າພະເຈົ້າກໍ່ບໍ່ມີຄ່າອັນໃດ.