lo_1co_text_ulb_l3/11/23.txt

1 line
887 B
Plaintext

\v 23 ເພາະເລື່ອງທີ່ຂ້າພະເຈົ້າໄດ້ຮັບຈາກອົງພຣະຜູ້ເປັນເຈົ້ານັ້ນ ຂ້າພະເຈົ້າໄດ້ມອບໄວ້ກັບພວກທ່ານແລ້ວ, ຄືໃນຄືນທີ່ຢູດາທໍຣະຍົດພຣະເຢຊູຄຣິດເຈົ້ານັ້ນ, ພຣະອົງຊົງຈັບເອົາເຂົ້າຈີ່ມາ. \v 24 ເມື່ອໂມທະນາຂອບພຣະຄຸນແລ້ວ, ພຣະອົງຊົງຫັກເຂົ້າຈີ່ ແລະ ກ່າວວ່າ, "ນີ້ຄືຮ່າງກາຍຂອງເຮົາ, ເຊິ່ງມອບໃຫ້ແກ່ທ່ານທັງຫລາຍ. ຈົ່ງເຮັດສິ່ງນີ້ເພື່ອລະນຶກເຖິງເຮົາ."