lo_1co_text_ulb_l3/11/01.txt

1 line
1.5 KiB
Plaintext

\c 11 \v 1 ຈົ່ງ​ຮຽນແບບຢ່າງຂ້​າ​ພະ​ເຈົ້າ, ດັ່ງທີ່ຂ້າ​ພະ​ເຈົ້າ​ຮຽນແບບພຣະຄຣິດ. \v 2 ບັດນີ້ ຂ້າ​ພະ​ເຈົ້າຂໍ​ຊົມ​ເຊີຍທ່ານທັງຫລາຍ ເພາະທ່ານລະ​ນຶກ​ເຖິງ​ຂ້າ​ພະ​ເຈົ້າໃນທຸກເລື່ອງ. ຂ້າ​ພະ​ເຈົ້າໄດ້ຊົມ​ເຊີຍ​ທ່ານເພາະທ່ານໄດ້ປະຕິບັດຕາມຮີດຄອງປະເພນີຕ່າງໆ ທີ່​ຂ້າ​ພະ​ເຈົ້າໄດ້ໃຫ້ພວກ​ທ່ານໄວ້. \v 3 ແຕ່ຂ້າ​ພະ​ເຈົ້າ​ຕ້ອງ​ການໃຫ້ພວກ​ທ່ານເຂົ້າໃຈວ່າພຣະຄຣິດຊົງເປັນປະ​ມຸກຂອງຜູ້ຊາຍທຸກຄົນ, ຢ່າງທີ່ຜົວເປັນປະ​ມຸກຂອງເມັຍ, ແລະ ທີ່ພຣະເຈົ້າເປັນປະ​ມຸກຂອງພຣະຄຣິດ. \v 4 ດັ່ງນັ້ນຊາຍຄົນໃດທີ່ອະທິຖານ ຫລື ປະ​ກາດ​ພ​ຣະ​ທັມໂດຍການປົກຄຸມຫົວນັ້ນ ເຮັດ​ຄວາມອັບອາຍຕໍ່ພຣະປະມຸກຂອງຕົນ.