lo_1co_text_ulb_l3/10/20.txt

1 line
1.3 KiB
Plaintext

\v 20 ແຕ່ຂ້າ​ພະ​ເຈົ້າ ໄດ້ເວົ້າ​ເຖິງ​ການທີ່​ຄົນ​ຕ່າງ​ຊາດຖວາຍ​ບູ​ຊາ​ນັ້ນ, ພວກ​ເຂົາ​ຖວາຍ​ສິ່ງ​ຕ່າງໆເຫລົ່ານີ້ໃຫ້ກັບຜີມານຮ້າຍ ບໍ່ໄດ້ຖວາຍແກ່ພຣະເຈົ້າ. ຂ້າ​ພະ​ເຈົ້າບໍ່ຕ້ອງ​ການໃຫ້ທ່ານເປັນຜູ້ມີ​ສ່ວນຮ່ວມກັບຜີມານຮ້າຍເຫລົ່ານັ້ນ! \v 21 ທ່ານບໍ່ສາມາດທີ່​ຈະດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າ ແລະ ດື່ມຈາກຈອກຂອງ​ຜີມານຊາຕານໄດ້. ທ່ານບໍ່ສາມາດກິນຮ່ວມໂຕະຂອງອົງພຣະຜູ້ເປັນເຈົ້າແລະ ຮ່ວມໂຕະຂອງຜີມານຮ້າຍໄດ້ເຊັ່ນກັນ. \v 22 ຫລື ພວກເຮົາຈະ​ຍຸ​ຍົງອົງພຣະຜູ້ເປັນເຈົ້າໃຫ້​ຫຶງ​ຫວງ​ບໍ? ພວກເຮົາມີກຳ​ລັງຫລາຍກວ່າພຣະອົງບໍ?