lo_1co_text_ulb_l3/10/14.txt

1 line
1.4 KiB
Plaintext

\v 14 ພວກທີ່ຮັກຂອງຂ້າ​ພະ​ເຈົ້າ, ຈົ່ງ​ຫລີກ​ຫ​ນີການຂາບໄຫວ້ຮູບເຄົາຣົບ. \v 15 ຂ້າ​ພະ​ເຈົ້າເວົ້າກັບທ່ານຄືກັບເວົ້າກັບຄົນທີ່ມີ​ປັນ​ຍາ, ເພື່ອທ່ານຈະພິຈາຣະນາວ່າຂ້າ​ພະ​ເຈົ້າຫ​ມາຍເຖິງ​ອັນ​ໃດ. \v 16 ຖ້ວຍແຫ່ງ​ພ​ຣະພອນທີ່ພວກເຮົາໄດ້ຂໍ​ພ​ຣະ​ພອນ​ນັ້ນ, ເຮັດ​ໃຫ້ເຮົາ​ໄດ້ເຂົ້າສ່ວນໃນພ​ຣະ​ໂລ​ຫິດຂອງພຣະຄຣິດບໍ່​ແມ່ນບໍ? ເຂົ້າຈີ່ທີ່ເຮົາຫັກອອກ, ເຮັດ​ໃຫ້ພວກເຮົາໄດ້ເຂົ້າສ່ວນໃນພ​ຣະກາຍຂອງພຣະຄຣິດບໍ່​ແມ່ນ​ບໍ? \v 17 ເນື່ອງ​ຈາກ​ມີເຂົ້າຈີ່ກ້ອນດຽວ, ພວກເຮົາຊຶ່ງເປັນຫລາຍ​ບຸກຄົນ ຄືເປັນກາຍດຽວ. ເຮົາທຸກຄົນຕ່າງ​ໄດ້ຮັບ​ຈາກເຂົ້າຈີ່ກ້ອ​ນດຽວກັນນັ້ນ.