lo_1co_text_ulb_l3/09/12.txt

1 line
1.5 KiB
Plaintext

\v 12 ຖ້າຄົນອື່ນມີສິດທີ່ຈະໄດ້ຮັບປະໂຫຍດນີ້ຈາກທ່ານ, ພວກເຮົາກໍຄວນທີ່ຈະໄດ້ຮັບຕັ້ງຫລາຍເທົ່າບໍ່ແມ່ນບໍ? ເຖິງຢ່າງໃດກໍ່ຕາມ, ພວກເຮົາບໍ່ໄດ້ອ້າງສິດນີ້ເລີຍ, ໃນທາງກົງກັນຂ້າມ, ພວກເຮົາອົດທົນທຸກຢ່າງເພື່ອຈະບໍ່ມີສີ່ງກີດຂວາງຂ່າວປະເສີດຂອງພຣະຄຣິດ. \v 13 ທ່ານບໍ່ຮູ້ບໍວ່າຄົນເຫລົ່ານັ້ນທີ່ຮັບໃຊ້ຢູ່ໃນພຣະວິຫານ, ກໍ່ໄດ້ຮັບອາຫານຈາກພຣະວິຫານນັ້ນ? ທ່ານບໍ່ຮູ້ບໍວ່າຄົນເຫລົ່ານັ້ນທີ່ຮັບໃຊ້ຢູ່ແທ່ນບູຊາ ກໍ່ໄດ້ຮັບສ່ວນແບ່ງຈາກເຄື່ອງຖວາຍທີ່ແທ່ນບູຊານັ້ນ? \v 14 ໃນທຳນອງດຽວກັນ, ອົງພຣະຜູ້ເປັນເຈົ້າຊົງສັ່ງວ່າຄົນເຫລົ່ານັ້ນທີ່ປະກາດຂ່າວປະເສີດ ຄວນຈະໄດ້ຮັບການລ້ຽງດູຈາກຂ່າວປະເສີດນັ້ນ.