lo_1co_text_ulb_l3/08/04.txt

1 line
1.4 KiB
Plaintext

\v 4 ສະນັ້ນ ເລື່ອງການກິນອາຫານທີ່ບູຊາຮູບເຄົາຣົບຕ່າງໆນັ້ນ-ພວກເຮົາຮູ້ແລ້ວວ່າ "ຮູບເຄົາຣົບໃນໂລກນີ້ນັ້ນ ບໍ່ໄດ້ມີຄວາມຫມາຍຫຍັງເລີຍ" ແລະ "ມີພຣະເຈົ້າພຽງອົງດຽວ ບໍ່ມີພຣະເຈົ້າອົງອື່ນ.” \v 5 ເຖິງແມ່ນວ່າສິ່ງທີ່ເຂົາ ເອີ້ນກັນວ່າເປັນພຣະນັ້ນ, ອາດຈະມີຢູ່ຈິງທັງໃນສະຫວັນ ແລະ ແຜ່ນດິນໂລກ, ມີພຣະ ແລະ ເຈົ້າ ຫລວງຫລາຍ. \v 6 ແຕ່ສຳລັບພວກເຮົານັ້ນ, "ມີພຣະເຈົ້າຄືພຣະບິດາເຈົ້າພຽງອົງດຽວ, ທຸກສິ່ງມາຈາກພຣະອົງ, ແລະ ເຮົາມີຊີວິດຢູ່ເພື່ອພຣະອົງ, ແລະ ເຮົາມີອົງພຣະເຢຊູຄຣິດເຈົ້າພຽງອົງດຽວ, ທຸກສິ່ງມີຢູ່ໂດຍທາງພຣະອົງ, ແລະ ເຮົາມີຊີວິດໂດຍທາງພຣະອົງ."