lo_1co_text_ulb_l3/06/01.txt

1 line
1.2 KiB
Plaintext

\c 6 \v 1 ເມື່ອຜູ້ໃດໃນພວກທ່ານ ຂັດແຍ້ງກັນກັບອີກຄົນ, ສົມຄວນບໍທີ່ລາວຈະໄປເວົ້າຄວາມກັນທີ່ສານຕໍ່ຫນ້າຜູ້ພິພາກສາທີ່ບໍ່ໄດ້ເປັນຜູ້ທີ່ເຊື່ອຖືແທນທີ່ຈະໄປຢູ່ຕໍ່ຫນ້າຜູ້ທີ່ເຊື່ອທັງຫລາຍ? \v 2 ທ່ານບໍ່ຮູ້ບໍວ່າຜູ້ທີ່ເຊື່ອນັ້ນຈະພິພາກສາໂລກ? ແລະ ຖ້າທ່ານຈະພິພາກສາໂລກ, ທ່ານບໍ່ສາມາດຈັດການກັບສິ່ງຕ່າງໆທີ່ເປັນເລື່ອງເລັກນ້ອຍເຫລົ່ານີ້ໄດ້ເລີຍບໍ? \v 3 ທ່ານບໍ່ຮູ້ບໍວ່າພວກເຮົາຈະພິພາກສາເຫລົ່າທູດສະຫວັນ? ແລ້ວຍິ່ງໄປກວ່ານັ້ນ ເຮົາຕັດສິນເລື່ອງຂອງຊີວິດນີ້ບໍ່ໄດ້ເລີຍບໍ?