lo_1co_text_ulb_l3/05/06.txt

1 line
1.4 KiB
Plaintext

\v 6 \v 7 \v 8 6 ຄວາມອວດອ້າງຂອງທ່ານນັ້ນບໍ່ດີເລີຍ. ທ່ານບໍ່ຮູ້ບໍວ່າເຊື້ອແປ້ງພຽງແຕ່ເລັກນ້ອຍກໍ່ເຮັດໃຫ້ເແປ້ງດິບທັງກອ້ນຟູຂື້ນໄດ້? 7ພວກທ່ານຕ້ອງຊຳຣະບາບກັມໂຕເອງຈາກເຊື້ອເກົ່າເພື່ອທ່ານຈະກາຍເປັນແປ້ງດິບໃຫມ່, ປ່ຽນເປັນເຂົ້າຈີ່ບໍ່ມີເຊື້ອ. ເນື່ອງຈາກວ່າພຣະຄຣິດ,ຜູ້ຊົງເປັນລູກແກະປັດສະຄາຂອງພວກເຮົານັ້ນໄດ້ຖືກຖວາຍໃຫ້ເປັນເຄື່ອງບູຊາແລ້ວ. 8ສະນັ້ນ ຈົ່ງມາສະຫລອງເທສະການ, ບໍ່ແມ່ນດ້ວຍເຊື້ອເກົ່າທີ່ເປັນເຊື້ອຂອງຄວາມປະພຶດຊົ່ວ ແລະ ຄວາມຊົ່ວຮ້າຍ. ແຕ່ໃນທາງກົງກັນຂ້ວາມ, ໃຫ້ພວກເຮົາສະເຫລີມສະຫລອງດ້ວຍເຂົ້າຈີ່ບໍ່ມີເຊື້ອ ຄືດ້ວຍຄວາມສັດຊື່ແລະ ຄວາມຈິງ.