lo_1co_text_ulb_l3/05/03.txt

1 line
1.2 KiB
Plaintext

\v 3 ເຖິງແມ່ນວ່າໂຕຂ້າພະເຈົ້າບໍ່ໄດ້ຢູ່ນຳ ແຕ່ຂ້າພະເຈົ້າຍັງຄົງຢູ່ທີ່ນັ້ນໃນຝ່າຍວິນຍານ, ຂ້າພະເຈົ້າຈຶ່ງຕັດສິນຜູ້ກະທຳຜິດນັ້ນ, ຄືກັບວ່າຂ້າພະເຈົ້າຢູ່ທີ່ນັ້ນນຳ. \v 4 ເມື່ອພວກທ່ານເຕົ້າໂຮມກັນໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ແລະ ວິນຍານຂອງຂ້າພະເຈົ້າກໍຢູ່ທີ່ນັ້ນເຊັ່ນກັນ. ຂ້າພະເຈົ້າໄດ້ລົງໂທດຄົນນີ້ໃນຣິດທານຸພາບຂອງອົງພຣະເຢຊູຄຣິດເຈົ້າ. \v 5 ຂ້າພະເຈົ້າເຮັດສິ່ງນີ້ເພື່ອມອບເຂົາໃຫ້ມານຊາຕານເພື່ອການທຳລາຍເນື້ອຫນັງ, ເພື່ອວິນຍານຂອງລາວຈະໄດ້ພົ້ນໃນວັນແຫ່ງອົງພຣະຜູ້ເປັນເຈົ້າ.