lo_1co_text_ulb_l3/04/10.txt

1 line
882 B
Plaintext

\v 10 ຂ້າພະເຈົ້າເປັນຄົນໂງ່ເພື່ອເຫັນແກ່ພຣະຄຣິດ, ແຕ່ທ່ານທັງຫລາຍເປັນຄົນມີປັນຍາໃນພຣະຄຣິດ. ຂ້າພະເຈົ້າອ່ອນກຳລັງ, ແຕ່ທ່ານແຂງແຮງ. ທ່ານໄດ້ຮັບກຽດ, ແຕ່ຂ້າພະເຈົ້າບໍ່ໄດ້ຮັບກຽດ. \v 11 ຈົນຮອດເວລານີ້ຂ້າພະເຈົ້າຍັງອຶດເຂົ້າ ແລະ ຢາກນ້ຳ, ຂ້າພະເຈົ້າບໍ່ມີເຄື່ອງນຸ່ງຫົ່ມ, ຖືກທຸບຕີດ້ວຍຄວາມໂຫດຮ້າຍ ແລະ ຂ້າພະເຈົ້າບໍ່ມີບ່ອນຢູ່ອາໄສເປັນຫລັກແຫລ່ງ.