lo_1co_text_ulb_l3/03/03.txt

1 line
1.2 KiB
Plaintext

\v 3 ເພາະວ່າທ່ານທັງຫລາຍຍັງຢູ່ຝ່າຍເນື້ອຫນັງ. ເນື່ອງຈາກວ່າຍັງມີຄວາມອິດສາແລະການຜິດຖຽງກັນຢູ່ໃນບັນດາພວກທ່ານ, ພວກທ່ານກໍ່ໄດ້ດຳຣົງຊີວິດຕາມເນື້ອຫນັງ ແລະ ປະພຶດໂຕຄືກັບຄົນທົ່ວໄປແມ່ນຫລືບໍ? \v 4 ເພາະເມື່ອຄົນຫນື່ງກ່າວວ່າ, "ຂ້າພະເຈົ້າຕິດຕາມໂປໂລ," ແລະ ອີກຄົນກ່າວວ່າ, "ຂ້າພະເຈົ້າຕິດຕາມ ອາໂປໂລ," ພວກທ່ານກໍ່ແມ່ນຄົນທົ່ວໄປບໍ່ແມ່ນບໍ? \v 5 ອາໂປໂລແມ່ນໃຜ? ໂປໂລແມ່ນໃຜ? ແມ່ນຜູ້ຮັບໃຊ້ທີ່ໄດ້ສອນພວກທ່ານໃຫ້ເຊື່ອ, ຕາມວຽກງານທີ່ອົງພຣະຜູ້ເປັນເຈົ້າໄດ້ມອບຫມາຍໄວ້ໃຫ້ແຕ່ລະຄົນ.