lo_1co_text_ulb_l3/01/26.txt

1 line
868 B
Plaintext

\v 26 ພີ່ນ້ອງທັງຫລາຍ ຈົ່ງພິຈາຣະນາຕອນທີ່ຊົງເອີ້ນທ່ານ, ມີຄົນຈຳນວນຫນ້ອຍ ທີ່ມີປັນຍາຕາມມາດຕະຖານຂອງມະນຸດ. ມີຫນ້ອຍຄົນທີ່ມີອຳນາດ. ມີຫນ້ອຍຄົນທີ່ເກີດໃນຄອບຄົວທີ່ສູງ. \v 27 ແຕ່ພຣະເຈົ້າຊົງເລືອກພວກທີ່ໂລກນີ້ຖືວ່າໂງ່ເພື່ອເຮັດໃຫ້ຄົນທີ່ສະຫລາດອັບອາຍ. ພຣະເຈົ້າຊົງເລືອກເອົາພວກທີ່ໂລກນີ້ຖືວ່າອ່ອນແອເພື່ອເຮັດໃຫ້ຄົນທີ່ແຂງແຮງອັບອາຍ.