\v 4 ຄວາມຮັກຄືຄວາມອົດທົນດົນນານ ຄວາມຮັກຄືຄວາມເມດຕາກະລູນາ. ຄວາມຮັກບໍ່ອິດສາ, ບໍ່ໂອ້ອວດ, ບໍ່ຈອງຫອງ \v 5 ບໍ່ເຮັດການອັນບໍ່ສຸພາບ. ບໍ່ເຫັນແກ່ຕົວ. ບໍ່ໃຈຮ້າຍ, ບໍ່ຈົດຈຳຄວາມຜິດ. \v 6 ບໍ່ຊື່ນຊົມຍິນດີໃນຄວາມ ອະທຳ. ແຕ່ຊື່ນຊົມຍິນດີໃນຄວາມຈິງ. \v 7 ຄວາມຮັກສູ້ທົນໄດ້ທຸກສິ່ງ, ເຊື່ອທຸກສິ່ງ, ມີຄວາມຫວັງ ແລະ ຄວາມອົດທົນຢູ່ສະເຫມີ