\v 18 ເນື່ອງຈາກຂໍ້ຄວາມກ່ຽວກັບໄມ້ກາງແຂນນັ້ນ ເປັນເລື່ອງໂງ່ສຳລັບຜູ້ທີ່ກຳລັງຈະຕາຍ. ແຕ່ເປັນຣິດອຳນາດຂອງພຣະເຈົ້າ,ໃນບັນດາຄົນທີ່ກຳລັງຈະໄດ້ຮັບຄວາມພົ້ນ. \v 19 ເພາະມີຄຳຂຽນໄວ້ວ່າ, “ເຮົາຈະທຳລາຍປັນຍາຂອງຄົນມີປັນຍາ. ເຮົາຈະເຮັດໃຫ້ຄວາມເຂົ້າໃຈຂອງຄົນສະຫລາດບໍ່ມີປະໂຫຍດ."