\v 1 \v 2 \v 3 \v 4 1 ຈົ່ງ​ຕາມແບບຢ່າງຂ້​າ​ພະ​ເຈົ້າ, ດັ່ງທີ່ຂ້າ​ພະ​ເຈົ້າ​ຕາມແບບພຣະຄຣິດ. 2 ບັດນີ້ ຂ້າ​ພະ​ເຈົ້າຂໍ​ຊົມ​ເຊີຍເຈົ້າທັງຫລາຍ ເພາະທ່ານລະ​ນຶກ​ເຖິງ​ຂ້າ​ພະ​ເຈົ້າໃນທຸກສິ່ງ. ຂ້າ​ພະ​ເຈົ້າໄດ້ຊົມ​ເຊີຍ​ທ່ານເພາະທ່ານໄດ້ປະຕິບັດຕາມຮີດຄອງປະເພນີຕ່າງໆ ທີ່​ຂ້າ​ພະ​ເຈົ້າໄດ້ໃຫ້ພວກ​ທ່ານໄວ້. 3ແຕ່ຂ້າ​ພະ​ເຈົ້າ​ຕ້ອງ​ການໃຫ້ພວກ​ທ່ານເຂົ້າໃຈວ່າພຣະຄຣິດຊົງເປັນປະ​ມຸກຂອງຊາຍທຸກຄົນ, ແບບ​ທີ່ຜູ້ຊາຍເປັນປະ​ມຸຂອງແມ່ຍິງ, ແລະ ທີ່ພຣະເຈົ້າເປັນປະ​ມຸກຂອງພຣະຄຣິດ. 4ຜູ້ຊາຍທີ່ອະທິຖານ ຫລື ປະ​ກາດ​ພ​ຣະ​ທຳໂດຍການປົກຄຸມຫົວນັ້ນ ເຮັດ​ຄວາມອັບອາຍຕໍ່ຫົວຂອງເຂົາ.