\v 15 ທ່ານຮູ້ວ່າຄອບຄົວຂອງສະເຕຟານາ, ເປັນຄຣິສຕຽນພວກທຳອິດໃນແຂວງ ອະຂາຢາ, ແລະ ພວກເຂົາໄດ້ອຸທິດຕົນໃນງານບົວຣະບັດຮັບໃຊ້ໄພ່ພົນຂອງພຣະເຈົ້າ. ຂ້າພະເຈົ້າຂໍຮ້ອງ, ທ່ານທັງຫລາຍ, \v 16 ໃຫ້ຖ່ອມຕົວຕໍ່ຄົນເຊັ່ນນີ້ ແລະ ຕໍ່ທຸກຄົນທີ່ຮ່ວມເຮັດວຽກ ແລະ ພຽນພະຍາຍາມກັບພວກເຮົາ.