\v 31 ເພາະພວກທ່ານສາມາດປະກາດພຣະທັມ ໄດ້ເທື່ອລະຄົນ ເພື່ອໃຫ້ແຕ່ລະຄົນໄດ້ຮຽນຮູ້ ແລະ ໄດ້ຮັບການເສີມສ້າງ. \v 32 ເພາະວິນຍານຂອງພວກຜູ້ປະກາດພຣະທັມນັ້ນ ຢູ່ໃຕ້ການບັງຄັບຂອງພວກຜູ້ປະກາດພຣະທັມ. \v 33 ເພາະວ່າພຣະເຈົ້າບໍ່ແມ່ນພຣະເຈົ້າແຫ່ງຄວາມວຸ່ນວາຍ, ແຕ່ເປັນພຣະເຈົ້າແຫ່ງສັນຕິສຸກ. ດັ່ງທີ່ເປັນຢູ່ໃນຄຣິສຕະຈັກທຸກແຫ່ງຂອງບັນດາຜູ້ທີ່ເຊື່ອ.