\v 12 ເພາະວ່າເຫມືອນກັບຮ່າງກາຍດຽວທີ່ມີຫລາຍໆ ອະໄວຍະວະ ແລະ ອະໄວຍະວະທັງຫມົດເປັນຂອງຮ່າງກາຍດຽວກັນ, ເຊັ່ນດຽວກັນກັບພຣະຄຣິດເຈົ້າ. \v 13 ເພາະວ່າບໍ່ວ່າຈະເປັນຊາວຢິວ, ຫລື ຊາວກະຣີກ, ເປັນຂ້າທາດ ຫລື ເປັນອິສຣະ, ເຮົາໄດ້ຮັບບັບຕິສະມາໃນ​ພ​ຣະວິນຍານອົງດຽວເຂົ້າ​ເປັນ​ກາຍດຽວກັນ, ແລະ ຊົງສ້າງເຮົາທຸກ​ຄົນໃຫ້ດື່ມຈາກພຣະວິນຍານອົງດຽວກັນ.