\v 27 ສະນັ້ນ, ຖ້າຜູ້ໃດ, ກິນເຂົ້າຈີ່ ຫລື ດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າຢ່າງບໍ່ຖືກຕ້ອງ, ກໍໄດ້ເຮັດຜິດຕໍ່ພຣະກາຍ ແລະ ເລືອດຂອງອົງພຣະຜູ້ເປັນເຈົ້າ. \v 28 ທຸກຄົນຈົ່ງສຳຫລວດຕົວເອງກ່ອນ, ແລ້ວຈື່ງກິນເຂົ້າຈີ່ ແລະ ດື່ມຈາກຈອກນີ້. \v 29 ເພາະວ່າຄົນທີ່ກິນ ແລະ ດື່ມໂດຍບໍ່ໄດ້ສັງເກດເຖິງພຣະກາຍ, ເຂົາກໍ່ກິນ ແລະ ດື່ມການພິພາກສາຕົວເຂົາເອງ. \v 30 ນັ້ນແມ່ນເຫດຜົນທີ່ວ່າເປັນຫຍັງຫລາຍຄົນໃນບັນດາພວກທ່ານອ່ອນແອ ແລະ ເຈັບປ່ວຍ, ແລະ ບາງຄົນກໍ່ລ່ວງຫລັບໄປ.