\v 17 ແຕ່ໃນຄຳສັ່ງຕ່າງໆຕໍ່ໄປນີ້, ຂ້າພະເຈົ້າຊົມເຊີຍທ່ານບໍ່ໄດ້. ເພາະເມື່ອພວກທ່ານມາປະຊຸມນັ້ນ, ເຮັດໃຫ້ເກີດຜົນເສັຍຫລາຍກວ່າຜົນດີ. \v 18 ເປັນຕົ້ນ, ຂ້າພະເຈົ້າໄດ້ຍິນວ່າເມື່ອພວກທ່ານມາປະຊຸມກັນທີ່ຄຣິສຕະຈັກ, ມີການແບ່ງແຍກກັນໃນບັນດາພວກທ່ານ, ແລະ ຂ້າພະເຈົ້າເຊື່ອວ່າມີມູນຄວາມຈິງ. \v 19 ເພາະຕ້ອງມີການຂັດແຍ້ງກັນໃນບັນດາພວກທ່ານ, ເພື່ອຄົນເຫລົ່ານັ້ນທີ່ເປັນຝ່າຍຖືກຕ້ອງຈະໄດ້ປະກົດແຈ້ງຂື້ນໃນບັນດາພວກທ່ານ.