\v 24 ແຕ່ສຳລັບຄົນເຫລົ່ານັ້ນ ທີ່ພຣະຜູ້ເປັນເຈົ້າເອີ້ນ, ທັງພວກຢິວ ແລະ ພວກກະຣີກ, ພວກເຮົາປະກາດເລື່ອງພຣະຄຣິດຜູ້ທີ່ເປັນຣິດອຳນາດ ແລະ ພຣະປັນຍາຂອງພຣະເຈົ້າ. \v 25 ເພາະສິ່ງທີ່ເບິ່ງຄືວ່າເປັນຄວາມໂງ່ຂອງພຣະເຈົ້າກໍ່ຍັງສະຫລາດກວ່າປັນຍາຂອງມະນຸດ, ແລະສິ່ງທີ່ເບິ່ງຄືວ່າເປັນ ຄວາມອ່ອນແອຂອງພຣະເຈົ້າ ກໍ່ຍັງເຂັ້ມແຂງກວ່າກຳລັງຂອງມະນຸດ.