lo_1co_text_ulb_l3/11/20.txt

1 line
1.2 KiB
Plaintext
Raw Normal View History

\v 20 ເມື່ອພວກທ່ານໄດ້ມາປະຊຸມກັນນັ້ນ, ບໍ່ໄດ້ເປັນການກິນໃນງານລ້ຽງຂອງອົງພຣະຜູ້ເປັນເຈົ້າ. \v 21 ເພາະວ່າໃນການກິນອາຫານນັ້ນ, ແຕ່ລະຄົນຕ່າງກິນອາຫານຂອງຕົນກ່ອນ. ໃນຂະນະທີ່ຄົນຫນຶ່ງກຳລັງຫີວ, ແຕ່ອີກຄົນ ເມົາແລ້ວ. \v 22 ພວກທ່ານບໍ່ມີເຮືອນທີ່ຈະກິນ ແລະ ດື່ມບໍ? ຫລື ທ່ານກຳລັງດູຫມິ່ນຄຣິສຕະຈັກຂອງພຣະເຈົ້າ ແລະ ກຳລັງດູຫມິ່ນຄົນເຫລົ່ານັ້ນທີ່ຂັດສົນ? ຂ້າພະເຈົ້າຄວນກ່າວຫຍັງຕໍ່ພວກທ່ານອີກ? ສົມຄວນບໍ່ທີ່ຈະຊົມເຊີຍທ່ານ? ຂ້າພະເຈົ້າບໍ່ໄດ້ຊົມເຊີຍທ່ານໃນເລື່ອງນີ້!