2019-09-17 01:34:50 +00:00
|
|
|
\c 1 \v 1 ໂປໂລ, ຜູ້ທີ່ຖືກເອີ້ນໂດຍພຣະເຢຊູຄຣິດເຈົ້າໃຫ້ເປັນອັກຄະສາວົກໂດຍພຣະປະສົງຂອງພຣະເຈົ້າ, ແລະ ໂຊສະເຖນນ້ອງຊາຍຂອງພວກເຮົາ, \v 2 ເຖິງຄຣິສຕະຈັກຂອງພຣະເຈົ້າໃນເມືອງ ໂກຣິນໂທ, ສຳລັບຄົນເຫລົ່ານັ້ນທີ່ໄດ້ອຸທິດຕົນໃນພຣະເຢຊູຄຣິດເຈົ້າ, ຜູ້ທີ່ຖືກເອີ້ນໃຫ້ເປັນໄພ່ພົນບໍຣິສຸດ. ຂ້າພະເຈົ້າຂຽນເຖິງທຸກຄົນໃນທຸກບ່ອນທີ່ເອີ້ນນາມຊື່ຂອງອົງພຣະເຢຊູຄຣິດເຈົ້າ, ວ່າເປັນອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະ ຂອງພວກເຮົາ. \v 3 ຂໍພຣະຄຸນ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ອົງພຣະເຢຊູຄຣິດເຈົ້າເປັນຂອງທ່ານ.
|