lo_ulb/60-JAS.usfm

215 lines
40 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id JAS
\ide UTF-8
\h ຢາໂກໂບ
\toc1 ຢາໂກໂບ
\toc2 ຢາໂກໂບ
\toc3 jas
\mt ຢາໂກໂບ
\s5
\c 1
\cl ບົດທີ 1
\p
\v 1 ຢາໂກໂບ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ຂອງອົງພຣະເຢຊູຄຣິດເຈົ້າ, ທັກທາຍ ເຖິງຄົນສິບສອງ ຕະກຸນທີ່ກະຈັດກະຈາຍຢູ່ນັ້ນ
\v 2 ຈົ່ງຖືວ່າເປັນເລື່ອງທີ່ຫນ້າຍິນດີທັງຫມົດ, ອ້າຍນ້ອງຂອງເຮົາເອີຍ, ເມື່ອພວກເຈົ້າພົບການທົດລອງຕ່າງໆ.
\v 3 ພວກເຈົ້າຮູ້ວ່າ ການຖືກທົດລອງ ຕໍ່ກັບຄວາມເຊື່ອຂອງພວກເຈົ້າ ກໍເຮັດໃຫ້ເກີດມີຄວາມພຽນອົດທົນ.
\s5
\v 4 ຈົ່ງໃຫ້ຄວາມພຽນອົດທົນ ຂອງພວກເຈົ້າ ນັ້ນສຳເລັດຜົນ, ເພື່ອວ່າພວກເຈົ້າຈະໄດ້ກາຍເປັນຄົນທີ່ສຳເລັດ ແລະ ຄົບຖ້ວນທຸກປະການ, ໂດຍບໍ່ຂາດເຂີນສິ່ງໃດ.
\v 5 ແຕ່ຖ້າຄົນໃດໃນພວກເຈົ້າ ຂາດສະຕິປັນຍາ, ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ, ຜູ້ຊົງໂຜດປຣະທານໃຫ້ແກ່ຄົນທັງປວງດ້ວຍພຣະ ກະຣຸນາ ໂດຍຊົງບໍ່ກ່າວຕິຕຽນແກ່ຜູ້ທີ່ທູນຂໍ, ແລະ ພຣະອົງກໍຈະປຣະທານສິ່ງທັງປວງເຫລົ່ານັ້ນໃຫ້.
\s5
\v 6 ແຕ່ໃຫ້ຜູ້ນັ້ນທູນຂໍດ້ວຍຄວາມເຊື່ອ, ຢ່າໃຫ້ ມີໃຈສົງໃສສິ່ງໃດ. ເພາະຜູ້ທີ່ສົງໃສນັ້ນເປັນ ເຫມືອນຟອງນໍ້າທີ່ຖືກລົມພັດຊັດໄປມາ.
\v 7 ຢ່າໃຫ້ຜູ້ນັ້ນຄິດວ່າຕົນຈະໄດ້ຮັບສິ່ງໃດຈາກອົງພຣະຜູ້ເປັນເຈົ້າ.
\v 8 ເພາະເປັນຄົນສອງໃຈບໍ່ແນ່ນອນ ໃນທຸກສິ່ງທີ່ຕົນກະທຳ.
\s5
\v 9 ໃຫ້ພີ່ນ້ອງທີ່ຕໍ່າຕ້ອຍ ຈົ່ງອວດອ້າງໃນການ ທີ່ພຣະເຈົ້າຊົງຍົກຍໍຕົວຂຶ້ນ,
\v 10 ແຕ່ໃຫ້ຄົນ ຮັ່ງມີຈົ່ງອວດອ້າງ ໃນການທີ່ພຣະເຈົ້າຊົງໃຫ້ ຕົກຕໍ່າລົງ, ເພາະວ່າຕົນຈະຕ້ອງລ່ວງລັບໄປ ເຫມືອນດັ່ງດອກຫຍ້າ.
\v 11 ເພາະເມື່ອຕາເວັນ ຂຶ້ນຄວາມຮ້ອນອັນແຮງກ້າ ແລະ ເຮັດໃຫ້ຕົ້ນຫຍ້າຫ່ຽວແຫ້ງໄປແລ້ວ. ດອກຫຍ້າກໍຕົກຫລົ່ນລົງ, ແລະ ແລ້ວຄວາມງາມຂອງມັນກໍສູນສິ້ນໄປ. ໃນທຳນອງດຽວກັນ, ຄົນຮັ່ງມີ ຈະເສື່ອມສູນໄປໃນ ຂະນະທີ່ດຳເນີນງານຂອງຕົນເຫມືອນກັນ.
\s5
\v 12 ພຣະພອນກໍ່ເປັນຂອງຄົນທີ່ພຽນອົດທົນຕໍ່ ການທົດລອງ. ເພາະເມື່ອຜູ້ນັ້ນທົນໄດ້ແລ້ວ, ເຂົາກໍຈະໄດ້ຮັບມົງກຸດແຫ່ງຊີວິດ, ຊຶ່ງພຣະເຈົ້າໄດ້ຊົງ ສັນຍາໄວ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.
\v 13 ເມື່ອຜູ້ໃດຖືກລໍ້ລວງໃຫ້ຫລົງ ຢ່າໃຫ້ຜູ້ນັ້ນເວົ້າ ວ່າ, “ພຣະເຈົ້າຊົງລໍ້ລວງຂ້າພຣະເຈົ້າໃຫ້ຫລົງ” ເພາະວ່າຄວາມຊົ່ວຈະມາທົດລອງພຣະເຈົ້າໃຫ້ຫລົງບໍ່ໄດ້ ແລະ ພຣະອົງເອງກໍບໍ່ຊົງທົດລອງຜູ້ໃດໃຫ້ຫລົງຈັກເທື່ອ.
\s5
\v 14 ແຕ່ວ່າທຸກຄົນທີ່ຖືກທົດລອງໃຫ້ຫລົງ ກໍຍ້ອນຄວາມປາຖນາຂອງເຂົາເອງ, ຊຶ່ງຊັກຈ່ອງ ແລະ ຫລອກລວງເຂົາໃຫ້ປະຕິບັດຕາມ.
\v 15 ເມື່ອຄວາມປາຖນາຊົ່ວຕັ້ງຮາກແລ້ວ, ກໍ່ໃຫ້ ເກີດມີຄວາມຜິດບາບ, ແລະ ເມື່ອຄວາມຜິດບາບໃຫຍ່ຂຶ້ນເຕັມທີ່ແລ້ວ, ກໍ່ໃຫ້ເກີດມີຄວາມຕາຍ.
\v 16 ພີ່ນ້ອງທີ່ຮັກແພງຂອງເຮົາເອີຍ, ຢ່າໄດ້ຫລົງຜິດໄປເລີຍ.
\s5
\v 17 ຂອງປຣະທານອັນດີທຸກຢ່າງ ແລະ ຂອງຂວັນອັນປະເສີດທຸກປະການ ຍ່ອມມາຈາກທາງ ເທິງ. ສິ່ງເຫລົ່ານັ້ນລົງມາຈາກພຣະບິດາເຈົ້າແຫ່ງ ຄວາມສະຫວ່າງ. ໃນພຣະບິດາເຈົ້ານັ້ນບໍ່ມີການ ປ່ຽນແປງ ແລະ ບໍ່ມີເງົາເນື່ອງຈາກການຫມູນວຽນ.
\v 18 ພຣະອົງຈຶ່ງຊົງບັນດານໃຫ້ພວກເຮົາບັງເກີດດ້ວຍພຣະທັມອັນສັດຈິງ, ເພື່ອພວກເຮົາ ຈະເປັນຢ່າງຜົນທຳອິດ ແຫ່ງສິ່ງທັງຫລາຍທີ່ ພຣະອົງໄດ້ຊົງສ້າງ.
\s5
\v 19 ພີ່ນ້ອງທີ່ຮັກເອີຍ, ຈົ່ງຈົດຈຳຂໍ້ນີ້ໄວ້ຄື: ໃຫ້ທຸກຄົນວ່ອງໄວໃນການຟັງ, ຊ້າໃນການເວົ້າ, ຊ້າໃນການຮ້າຍ.
\v 20 ເພາະຄວາມຮ້າຍຂອງມະນຸດບໍ່ໄດ້ເຮັດໃຫ້ ຄວາມຍຸດຕິທັມ ຂອງພຣະເຈົ້າເກີດມາ.
\v 21 ເຫດສະນັ້ນ ຈົ່ງເລີກ ຈາກຄວາມຊົ່ວມົວໝອງທຸກຢ່າງ ແລະ ຄວາມຊົ່ວຮ້າຍອັນເຫລືອຫລາຍ. ຈົ່ງນ້ອມໃຈຮັບເອົາ ພຣະທັມທີ່ປູກຝັງໄວ້ແລ້ວນັ້ນ, ຊຶ່ງສາມາດຊ່ວຍ ຈິດວິນຍານຂອງພວກເຈົ້າໃຫ້ພົ້ນໄດ້.
\s5
\v 22 ຈົ່ງເປັນຜູ້ປະຕິບັດຕາມພຣະທັມນັ້ນ ແລະຢ່າເປັນພຽງຜູ້ຟັງ, ພຽງແຕ່ຫລອກລວງຕົວທ່ານເອງເທົ່ານັ້ນ.
\v 23 ສຳລັບຜູ້ໃດ ທີ່ເປັນຜູ້ຟັງພຣະທັມແລ້ວ ແຕ່ບໍ່ເປັນຜູ້ເຮັດຕາມ, ລາວກໍເປັນດັ່ງຄົນທີ່ແຍງແວ່ນ ເບິ່ງເຫັນຫນ້າຂອງຕົນເອງຕາມທັມະຊາດ.
\v 24 ເຂົາແຍງເບິ່ງຕົນເອງ ແລ້ວກໍອອກໄປແລ້ວ ແລະ ກໍລືມໃນທັນທີນັ້ນ ໂລດວ່າຕົນເອງໄດ້ເປັນຄືຢ່າງໃດ.
\v 25 ແຕ່ຜູ້ໃດທີ່ພິຈາຣະນາເບິ່ງຢ່າງຣະມັດຣະວັງໃນກົດບັນຍັດ ອັນຄົບຖ້ວນແຫ່ງອິສຣະພາບນັ້ນ, ແລະ ສືບຕໍ່ປະຕິບັດຕາມ ຕັ້ງຫມັ້ນຄົງຢູ່ໃນກົດບັນຍັດຂອງພຣະເຈົ້າ, ບໍ່ແມ່ນພຽງແຕ່ເປັນຜູ້ທີ່ໄດ້ຍິນແລ້ວລືມໄປ, ຄົນນັ້ນແຫລະຈະໄດ້ຮັບພຣະພອນຈາກພຣະເຈົ້າ ໃນສິ່ງທີ່ເຂົາກະທຳ.
\s5
\v 26 ຖ້າຜູ້ໃດຄິດວ່າຕົນເປັນຄົນມີສາສນາ, ແຕ່ບໍ່ໄດ້ຫ້າມລີ້ນຂອງຕົນ, ຜູ້ນັ້ນກໍຫລອກລວງ ໃຈຕົນເອງເທົ່ານັ້ນ, ແລ້ວສາສນາຂອງຜູ້ນັ້ນກໍບໍ່ມີປະໂຫຍດຫມົດ.
\v 27 ສາສນາທີ່ບໍຣິສຸດ ແລະ ບໍ່ມີການຊົ່ວມົວຫມອງ ຕໍ່ພຣະພັກພຣະເຈົ້າຜູ້ຊົງເປັນ ພຣະບິດາເຈົ້າກໍມີດັ່ງນີ້ຄື: ເພື່ອຊ່ວຍເຫລືອລູກກຳພ້າ ແລະ ຍິງຫມ້າຍທີ່ມີຄວາມທຸກຮ້ອນລຳບາກ, ແລະ ການຮັກສາຕົວໃຫ້ພົ້ນຈາກການຊົ່ວມົວຫມອງຂອງທາງໂລກ.
\s5
\c 2
\cl ບົດທີ 2
\p
\v 1 ອ້າຍນ້ອງຂອງເຮົາເອີຍ, ຢ່າໄດ້ຍຶດຖືຄວາມເຊື່ອໃນອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າຂອງເຮົາ, ຜູ້ຊົງສະຫງ່ຣາສີນັ້ນ, ດ້ວຍຄວາມລຳອຽງເລືອກຫນ້າຄົນ.
\v 2 ຫາກມີຄົນຫນຶ່ງເຂົ້າມາໃນທີ່ປະຊຸມຂອງພວກເຈົ້າ ຖືແຫວນຄຳ ແລະ ແຕ່ງຕົວງົດງາມ, ແລະ ກໍມີຄົນທຸກຈົນຜູ້ຫນຶ່ງ ນຸ່ງເຄື່ອງເປື້ອນເປິເຂົ້າມາເຫມືອນກັນ.
\v 3 ຖ້າພວກເຈົ້າ ຈະສົນໃຈເບິ່ງ ແຕ່ຄົນທີ່ແຕ່ງຕົວດີນັ້ນ ແລະ ທັງທັກທາຍປາໄສວ່າ, “ເຊີນນັ່ງບ່ອນ ເຫມາະສົມນີ້ເຖີ້ນ,” ແລະ ແຕ່ເຈົ້າກ່າວແກ່ຄົນ ທຸກຈົນນັ້ນວ່າ, “ໃຫ້ເຈົ້າຢືນຢູ່ຫັ້ນ,” ຫລື “ໃຫ້ ເຈົ້ານັ່ງທີ່ໃກ້ຕີນເຮົານີ້.”
\v 4 ຖ້າເຮັດດັ່ງນັ້ນພວກເຈົ້າເປັນຜູ້ແບ່ງຊັ້ນວັນນະ ແລະ ກາຍເປັນຜູ້ຕັດສິນຄົນດ້ວຍຄວາມຄິດອັນຊົ່ວບໍ່ແມ່ນບໍ?
\s5
\v 5 ຈົ່ງຟັງເຖີ້ນ, ພີ່ນ້ອງທີ່ຮັກຂອງເຮົາເອີຍ, ພຣະເຈົ້າໄດ້ຊົງເລືອກເອົາຄົນທຸກຈົນ ໃນໂລກນີ້ ໃຫ້ເປັນຄົນຮັ່ງມີຝ່າຍຄວາມເຊື່ອ ແລະ ໃຫ້ເປັນຜູ້ຮັບມໍຣະດົກໃນຣາຊະອານາຈັກ ທີ່ພຣະອົງຊົງໄດ້ສັນຍາໄວ້ສຳລັບຄົນທີ່ຮັກພຣະອົງບໍ່ແມ່ນບໍ?
\v 6 ແຕ່ພວກເຈົ້າໄດ້ຫມິ່ນປະຫມາດຄົນທຸກຈົນ! ແມ່ນຜູ້ໃດທີ່ໄດ້ກົດຂີ່ພວກເຈົ້າ ແລະ ຈັບພວກເຈົ້າຂຶ້ນສານຄັນບໍ່ແມ່ນຄົນຮັ່ງມີນັ້ນບໍ?
\v 7 ບໍ່ແມ່ນພວກເຂົານັ້ນ ຫລຶ ທີ່ເວົ້າຫມິ່ນປະຫມາດ ຕໍ່ພຣະນາມອັນປະເສີດຊຶ່ງພວກເຈົ້າກໍເປັນຂອງພຣະອົງ?
\s5
\v 8 ເຖິງແນວໃດກໍຕາມ, ຖ້າເຈົ້າທັງຫລາຍເຮັດ ຕາມພຣະຣາຊະບັນຍັດ, ໂດຍຄົບຖ້ວນຕາມພຣະຄັມພີຂໍ້ທີ່ວ່າ, “ເຈົ້າຈະຮັກເພື່ອນບ້ານ ເຫມືອນ ຮັກຕົນເອງ.” ພວກເຈົ້າກໍເຮັດຖືກຕ້ອງແລ້ວ.
\v 9 ແຕ່ຖ້າພວກເຈົ້າເລືອກຊັ້ນວັນນະຄົນ, ພວກເຈົ້າ ກໍກຳລັງເຮັດຜິດບາບ ແລະ ກົດບັນຍັດກໍລົງໂທດ ພວກເຈົ້າໃນຖານເປັນຜູ້ຝ່າຝືນກົດບັນຍັດ.
\s5
\v 10 ສຳລັບຜູ້ໃດທີ່ເຊື່ອຟັງກົດບັນຍັດທັງຫມົດ, ຫາກເວັ້ນແຕ່ຝ່າຝືນ ກົດບັນຍັດຂໍ້ໃດຂໍ້ຫນຶ່ງກໍຕາມ, ຜູ້ນັ້ນກໍຜິດໃນຖານຝ່າຝືນກົດບັນຍັດທັງຫມົດ.
\v 11 ດ້ວຍວ່າ, ພຣະອົງຜູ້ທີ່ກ່າວວ່າ, “ຢ່າ ຫລິ້ນຊູ້ສູ່ຜົວເມຍ”, ກໍຍັງຊົງກ່າວອີກວ່າ, “ຢ່າຂ້າ ຄົນ.” ຖ້າວ່າເຈົ້າບໍ່ໄດ້ຫລິ້ນຊູ້ສູ່ຜົວເມັຍ ແຕ່ໄດ້ຂ້າຄົນ, ເຈົ້າກໍກາຍເປັນຜູ້ທີ່ຝ່າຝືນກົດບັນຍັດແລ້ວ.
\s5
\v 12 ເຈົ້າທັງຫລາຍຈົ່ງເວົ້າ ແລະ ເຮັດເຫມືອນ ຢ່າງຄົນທີ່ກຳລັງຈະໄດ້ຮັບການພິພາກສາດ້ວຍ ກົດແຫ່ງເສຣີພາບ.
\v 13 ເພາະວ່າໃນການພິພາກສາ ທີ່ປາສະຈາກຄວາມເມດຕາ ຕໍ່ຜູ້ທີ່ບໍ່ໄດ້ ສະແດງຄວາມເມດຕາ. ຄວາມເມດຕາຍ່ອມມີຊັຍຊະນະເຫນືອ ການພິພາກສາ.
\s5
\v 14 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຖ້າຄົນ ຫນຶ່ງເວົ້າວ່າຕົນມີຄວາມເຊື່ອ, ແຕ່ບໍ່ມີການ ປະຕິບັດ ກໍຈະມີປະໂຫຍດຫຍັງເດ? ຄວາມເຊື່ອ ແບບນັ້ນ ຈະເຮັດໃຫ້ລາວພົ້ນໄດ້ບໍ?
\v 15 ຖ້າພີ່ນ້ອງຊາຍ-ຍິງຄົນໃດ ບໍ່ມີເຄື່ອງນຸ່ງຫົ່ມ ແລະ ຂາດເຂີນອາຫານປະຈຳວັນ.
\v 16 ຫາກມີຄົນ ໃດໃນພວກເຈົ້າເວົ້າແກ່ເຂົາວ່າ, “ຈົ່ງໄປເປັນສຸກ ເຖີ້ນ, ຂໍໃຫ້ອົບອຸ່ນ ແລະ ກິນອີ່ມ,” ແຕ່ບໍ່ໄດ້ໃຫ້ສິ່ງຂອງທີ່ເຂົາຕ້ອງການ ສຳລັບຕົວນັ້ນຈະເປັນ ປະໂຫຍດອັນໃດ?
\v 17 ໃນທາງດຽວກັນ, ຄວາມເຊື່ອຢ່າງດຽວກັນ, ຖ້າບໍ່ມີການປະຕິບັດກໍ ຕາຍແລ້ວ.
\s5
\v 18 ແຕ່ບາງຄົນອາດຈະເວົ້າວ່າ, “ຝ່າຍເຈົ້າມີ ຄວາມເຊື່ອ, ແລະ ຝ່າຍຂ້ອຍມີການປະຕິບັດ.” ຈົ່ງສະແດງໃຫ້ເຮົາເຫັນຄວາມເຊື່ອຂອງເຈົ້າ ຊຶ່ງບໍ່ມີການປະຕິບັດ, ແລະ ຝ່າຍເຮົາຈະສະແດງໃຫ້ເຈົ້າເຫັນຄວາມເຊື່ອຂອງເຮົາດ້ວຍການປະຕິບັດຂອງເຮົານັ້ນ.
\v 19 ຝ່າຍພວກເຈົ້າທີ່ເຊື່ອວ່າມີພຣະເຈົ້າແຕ່ອົງດຽວນັ້ນກໍດີຢູ່ແລ້ວ; ສ່ວນພວກຜີມານຮ້າຍກໍເຊື່ອເຫມືອນກັນ ແລະ ມັນກໍຢ້ານຈົນຕົວສັ່ນ.
\v 20 ເຈົ້າຮູ້ບໍ ຄົນໂງ່ເອີຍ, ວ່າຄວາມເຊື່ອທີ່ບໍ່ມີການປະຕິບັດນັ້ນກໍບໍ່ມີຜົນປະໂຫຍດຫຍັງເລີຍ?
\s5
\v 21 ອັບຣາຮາມ ບິດາຂອງພວກເຮົາຖືກຍອມຮັບວ່າເປັນຄົນຊອບທັມ ກໍໂດຍການກະທຳຂອງເພິ່ນ ເມື່ອເພິ່ນຖວາຍອີຊາກ ລູກຊາຍຂອງເພິ່ນເທິງແທ່ນບູຊາບໍ່ແມ່ນບໍ?
\v 22 ເຈົ້າກໍເຫັນແລ້ວວ່າຄວາມເຊື່ອ ກັບການ ປະຕິບັດຂອງເພິ່ນກໍໄປຄວບຄູ່ກັນ, ແລະ ຄວາມເຊື່ອຂອງເພິ່ນຖືກເຮັດໃຫ້ດີຄົບຖ້ວນໄດ້ກໍໂດຍ ການປະຕິບັດ,
\v 23 ພຣະຄັມພີກໍໄດ້ເຮັດໃຫ້ສຳເລັດ ໂດຍທີ່ມີຄຳຂຽນໄວ້ວ່າ, “ອັບຣາຮາມໄດ້ເຊື່ອ ພຣະເຈົ້າ ແລະ ຍ້ອນຄວາມເຊື່ອນັ້ນ ພຣະອົງຈຶ່ງ ຊົງຮັບວ່າເພິ່ນເປັນຄົນຊອບທັມ,” ແລະ ພຣະອົງຈຶ່ງເອີ້ນອັບຣາຮາມວ່າ ແມ່ນສະຫາຍຂອງພຣະເຈົ້າ.
\v 24 ທ່ານເຫັນວ່າ ດ້ວຍການປະຕິບັດ ຊຶ່ງຖືໄດ້ວ່າ ເປັນຄົນຊອບທັມ, ແລະ ບໍ່ແມ່ນດ້ວຍຄວາມເຊື່ອພຽງຢ່າງດຽວເທົ່ານັ້ນ.
\s5
\v 25 ໃນທາງດຽວກັນ, ນາງຣາຮາບ ຍິງໂສເພນີ ກໍໄດ້ຖືວ່າຊອບທັມເນື່ອງດ້ວຍການປະຕິບັດບໍ່ແມ່ນບໍ, ເມື່ອນາງໄດ້ຮັບຕ້ອນຜູ້ສົ່ງຂ່າວ ແລ້ວໃຫ້ພວກເພິ່ນກັບເມືອທາງອື່ນ?
\v 26 ເຫດວ່າຮ່າງກາຍທີ່ບໍ່ມີຈິດວິນຍານກໍຕາຍແລ້ວສັນໃດ, ຄວາມເຊື່ອທີ່ບໍ່ມີການປະຕິບັດ ກໍຕາຍແລ້ວສັນນັ້ນເຫມືອນກັນ.
\s5
\c 3
\cl ບົດທີ 3
\p
\v 1 ພີ່ນ້ອງຂອງເຮົາເອີຍ, ບໍ່ແມ່ນຫລາຍຄົນຄວນຈະເປັນອາຈານ. ພວກເຮົາກໍຮູ້ແລ້ວວ່າ ພວກເຮົາຈະໄດ້ຮັບການ ຊົງພິພາກສາຫນັກຫນ່ວງກວ່າຜູ້ອື່ນ.
\v 2 ສຳລັບພວກເຮົາທຸກຄົນເຮັດຜິດພາດຢູ່ເລື້ອຍໆ. ຖ້າຜູ້ໃດບໍ່ໄດ້ເຮັດຜິດທາງວາຈາ, ຜູ້ນັ້ນກໍເປັນຄົນດີຄົບຖ້ວນ, ສາມາດບັງຄັບທັງຕົວໄວ້ໄດ້ເຫມືອນກັນ.
\s5
\v 3 ບັດນີ້ຖ້າພວກເຮົາເອົາບັງຫຽນໃສ່ປາກມ້າເພື່ອ ໃຫ້ມັນຟັງຄວາມພວກເຮົາ, ພວກເຮົາກໍສາມາດ ບັງຄັບມ້າທັງໂຕໃຫ້ມັນໄປຕາມທິດທາງທີ່ຕ້ອງການໄດ້.
\v 4 ເຮືອກໍເຫມືອນກັນ, ເຖິງວ່າຈະລຳໃຫຍ່ພຽງໃດກໍຕາມ ກໍເຄື່ອນທີ່ໄປຕາມລົມແຮງ, ພັດມັນກໍຍັງຫັນໄປມາ ໂດຍອາໄສໄມ້ຂັດທ້າຍເຮືອອັນນ້ອຍໆ ຕາມຄວາມຕ້ອງການຂອງນາຍທ້າຍເຮືອ.
\s5
\v 5 ລີ້ນກໍຄືກັນ ເຖິງເປັນອະວັຍະວະສ່ວນ ນ້ອຍໆຂອງຮ່າງກາຍ, ແຕ່ສາມາດໂອ້ອວດເຖິງເລື່ອງໃຫຍ່ໆໄດ້. ແປວໄຟພຽງເລັກນ້ອຍ ກໍຍັງສາມາດເຜົາຜານປ່າໄມ້ໃຫຍ່ໄດ້.
\v 6 ລີ້ນກໍ ເປັນດັ່ງໄຟ, ມັນເປັນຄືໂຣກແຫ່ງ ຄວາມຊົ່ວຮ້າຍທີ່ຄອບຄອງຢູ່ໃນຮ່າງກາຍຂອງພວກເຮົາ. ແລະເຮັດໃຫ້ເປື້ອນເປິໄປທົ່ວທັງຮ່າງກາຍ, ແລະ ມັນເປັນເຊື້ອໄຟທີ່ເຜົາໄຫມ້ຊີວິດ. ມັນເອງກໍເປັນໄຟມາຈາກນະຣົກ.
\s5
\v 7 ສຳລັບສັດທຸກໆຊະນິດ ບໍ່ວ່າສັດປ່າ, ນົກແລະ ສັດເລືອຄານ ແລະ ສັດນໍ້າ ມະນຸດສາມາດຝຶກແອບທັງຫມົດໄດ້.
\v 8 ແຕ່ສຳລັບລີ້ນແລ້ວ, ບໍ່ມີຜູ້ໃດສາມາດຝຶກແອບໄດ້. ມັນເປັນຄວາມຊົ່ວທີ່ ບໍ່ສາມາດຈະບັງຄັບໄດ້, ເຕັມໄປດ້ວຍພິດຮ້າຍທີ່ເຖິງແກ່ຄວາມຕາຍ.
\s5
\v 9 ພວກເຮົາໃຊ້ລີ້ນສັນຣະເສີນອົງພຣະຜູ້ເປັນເຈົ້າຄືພຣະບິດາເຈົ້າ, ແລະ ທັງໃຊ້ລີ້ນປ້ອຍດ່າເພື່ອນມະນຸດດ້ວຍກັນ, ຜູ້ທີ່ພຣະເຈົ້າໄດ້ຊົງສ້າງຕາມພຣະລັກສະນະຂອງພຣະອົງ.
\v 10 ອອກ ມາຈາກປາກອັນດຽວກັນ ກ່າວເປັນຄຳສັນຣະເສີນ ແລະ ຄຳປ້ອຍດ່າຊາບແຊ່ງ. ອ້າຍນ້ອງທັງຫລາຍ ຂອງເຮົາເອີຍ, ສິ່ງເຫລົ່ານີ້ບໍ່ຄວນໃຫ້ເກີດຂຶ້ນເປັນ ຢ່າງນີ້ເລີຍ.
\s5
\v 11 ບໍ່ນໍ້າພຸຈະໃຫ້ທັງນໍ້າຫວານ ແລະ ນໍ້າຂົມພຸ່ງອອກມາຈາກຮູດຽວກັນບໍ?
\v 12 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຕົ້ນເດື່ອເທດ ຈະເກີດຜົນເປັນຫມາກກອກໄດ້ບໍ? ຫລື ເຄືອອະງຸ່ນຈະເກີດຜົນເປັນຫມາກເດື່ອເທດໄດ້ບໍ? ດັ່ງນັ້ນນໍ້າເຄັມຈະເຮັດເປັນນໍ້າຫວານກໍບໍ່ໄດ້.
\s5
\v 13 ຜູ້ໃດທີ່ມີສະຕິປັນຍາ ແລະ ມີຄວາມເຂົ້າໃຈໃນທ່າມກາງພວກເຈົ້າ? ກໍໃຫ້ຜູ້ນັ້ນພິສູດໃຫ້ເຫັນໂດຍ ຊີວິດອັນດີງາມຂອງເຂົາໂດຍການປະຕິບັດອັນດີ ຊຶ່ງປະກອບດ້ວຍການຖ່ອມຕົວແລະ ສະຕິປັນຍາ.
\v 14 ແຕ່ຖ້າພວກເຈົ້າມີໃຈອິດສາອັນຂົມຂື່ນ ແລະ ມີໃຈມັກໃຫຍ່ໄຝ່ສູງ, ກໍຢ່າໂອ້ອວດ ແລະ ຢ່າຕົວະຕໍ່ຕ້ານກັບຄວາມຈິງ.
\s5
\v 15 ຢ່າງນີ້ບໍ່ແມ່ນສະຕິປັນຍາ ທີ່ໄດ້ມາຈາກເບື້ອງເທິງ. ແຕ່ເປັນປັນຍາຂອງຝ່າຍໂລກນີ້, ເປັນຢ່າງທຳມະດາມະນຸດ ແລະ ເປັນຢ່າງມານຮ້າຍ.
\v 16 ສຳລັບທີ່ໃດມີຄວາມອິດສາ ແລະ ການເຫັນແກ່ຕົວ, ບ່ອນນັ້ນກໍມີການວຸ້ນວາຍ ແລະ ມີການຊົ່ວຮ້າຍທຸກຊະນິດ.
\v 17 ແຕ່ປັນຍາທີ່ມາຈາກເບື້ອງເທິງນັ້ນ ກ່ອນອື່ນຫມົດກໍບໍຣິສຸດ, ແລະ ປະກອບດ້ວຍຄວາມສະຫງົບສຸກ, ຄວາມສຸພາບອ່ອນໂຍນ, ຄວາມເປັນມິດ, ເຕັມໄປດ້ວຍຄວາມເມດຕາ ແລະ ໃຫ້ຜົນດີ, ບໍ່ເລືອກໜ້າຄົນ ແລະ ບໍ່ໜ້າຊື່ໃຈຄົດ.
\v 18 ຫມາກຜົນຂອງຜູ້ທີ່ສ້າງສັນຕິສຸກກໍຫວ່ານຢ່າງສັນຕິສຸກ ແລະ ໝາກຜົນທີ່ເກັບກ່ຽວນັ້ນກໍຄືຄວາມຊອບທັມ.
\s5
\c 4
\cl ບົດທີ 4
\p
\v 1 ອັນໃດເປັນສາເຫດທີ່ເຮັດໃຫ້ພວກເຈົ້າຕໍ່ສູ້ ແລະ ຜິດຖຽງກັນ? ກໍບໍ່ແມ່ນມາຈາກ ກິເລດຕັນຫາ ຂອງພວກເຈົ້ານັ້ນບໍ ທີ່ເຮັດໃຫ້ມີການຕໍ່ສູ້ ກັນຢູ່ບໍ່ຂາດພາຍໃນພວກເຈົ້າ.
\v 2 ເຈົ້າທັງຫລາຍຢາກໄດ້, ແລະ ເຈົ້າກໍບໍ່ມີ. ພວກເຈົ້າຂ້າກັນ ແລະ ໂລບ, ແລະ ເຈົ້າກໍບໍ່ສາມາດຈະໄດ້. ພວກເຈົ້າຜິດຖຽງ ແລະ ທະເລາະວິວາດກັນ. ພວກເຈົ້າບໍ່ມີເພາະພວກເຈົ້າບໍ່ໄດ້ຂໍ.
\v 3 ເຈົ້າຂໍ ແລະ ບໍ່ໄດ້ຮັບ ເພາະຂໍແບບຜິດໆ, ເພື່ອຈະເອົາໄປໃຊ້ຕາມກິເລດຕັນຫາຂອງຕົນ.
\s5
\v 4 ໂອຄົນຫລິ້ນຊູ້ເອີຍ! ພວກເຈົ້າບໍ່ຮູ້ ຫລືວ່າ ການເປັນມິດຕໍ່ໂລກກໍຄືການເປັນສັດຕຣູຕໍ່ພຣະເຈົ້າ? ສະນັ້ນຜູ້ໃດທີ່ຢາກເປັນມິດ ຕໍ່ໂລກກໍ ເປັນສັດຕຣູຕໍ່ພຣະເຈົ້າ.
\v 5 ຫລື ເຈົ້າທັງຫລາຍ ຄິດວ່າພຣະຄັມພີກ່າວວ່າແບບໄຮ້ສາຣະ, “ວິນຍານທີ່ພຣະອົງໄດ້ຊົງບັນດານໃຫ້ຢູ່ໃນເຮົາ ທັງຫລາຍກໍແມ່ນຄວາມເຫິງສາຢ່າງເລິກແລບ”?
\s5
\v 6 ແຕ່ພຣະເຈົ້າໄດ້ຊົງປຣະທານພຣະຄຸນເພີ່ມຂຶ້ນ ອີກ, ເຫດສະນັ້ນພຣະຄັມພີຈຶ່ງກ່າວວ່າ, “ພຣະເຈົ້າ ຊົງຕໍ່ສູ້ຄົນ ທີ່ຈອງຫອງ, ແຕ່ຊົງປຣະທານພຣະຄຸນ ແກ່ຄົນທີ່ຖ່ອມໃຈລົງ.”
\v 7 ຈົ່ງນ້ອມໃຈຍອມ ຟັງພຣະເຈົ້າ, ຈົ່ງຕໍ່ສູ້ກັບມານ, ແລະ ມັນຈະຫນີ ຈາກພວກເຈົ້າໄປ.
\s5
\v 8 ຈົ່ງເຂົ້າໃກ້ພຣະເຈົ້າ, ແລະ ພຣະອົງຈະສະເດັດມາໃກ້ພວກເຈົ້າ. ຈົ່ງຊຳຣະມືຂອງເຈົ້າໃຫ້ສະອາດ, ຄົນບາບເອີຍ, ແລະ ຈົ່ງຊຳຣະໃຈຂອງເຈົ້າໃຫ້ບໍຣິສຸດ, ຄົນສອງໃຈເອີຍ.
\v 9 ເປັນທຸກໂສກເສົ້າ, ແລະ ຮ້ອງໄຫ້! ໃຫ້ການຫົວຂອງເຈົ້າ ກັບກາຍເປັນການໂສກເສົ້າ ແລະ ໃຫ້ຄວາມຍິນດີຂອງເຈົ້າກັບກາຍເປັນຄວາມເສົ້າຫມອງ.
\v 10 ຖ່ອມຕົວລົງຊ້ອງ ພຣະພັກອົງພຣະຜູ້ເປັນເຈົ້າ ແລະ ພຣະອົງຈະຊົງຍົກພວກເຈົ້າຂຶ້ນ.
\s5
\v 11 ຢ່າເວົ້ານິນທາ ຊຶ່ງກັນແລະກັນ, ພີ່ນ້ອງທັງຫລາຍເອີຍ, ຜູ້ທີ່ເວົ້ານິນທາພີ່ນ້ອງ ຫລື ກ່າວໂທດໃສ່ພີ່ນ້ອງຂອງຕົນ ຜູ້ນັ້ນກໍເວົ້າຕໍ່ຕ້ານກົດບັນຍັດ ແລະ ຕັດສິນກົດບັນຍັດນັ້ນ, ແຕ່ຖ້າເຈົ້າກ່າວໂທດຕໍ່ກົດບັນຍັດ, ເຈົ້າກໍບໍ່ເປັນຜູ້ທີ່ ປະຕິບັດຕາມກົດບັນຍັດ, ແຕ່ເປັນຜູ້ຕັດສິນກົດບັນຍັດ.
\v 12 ຜູ້ຊົງແຕ່ງຕັ້ງກົດບັນຍັດ ແລະ ຜູ້ຊົງພິພາກສາພຽງແຕ່ອົງດຽວເທົ່ານັ້ນ ຄືພຣະອົງ ຜູ້ ຊົງສາມາດໂຜດໃຫ້ພົ້ນ ແລະ ຊົງສາມາດບັນດານໃຫ້ຈິບຫາຍໄປໄດ້, ແຕ່ຝ່າຍເຈົ້າເປັນຜູ້ໃດທີ່ຈະກ່າວໂທດໃສ່ເພື່ອນບ້ານຂອງຕົນ?
\s5
\v 13 ດັ່ງນັ້ນຈົ່ງຟັງໃຫ້ດີ, ເຈົ້າທັງຫລາຍທີ່ເວົ້າວ່າ, “ມື້ນີ້ ຫລື ມື້ອື່ນ ພວກເຮົາຈະເຂົ້າໄປໃນເມືອງນີ້, ຈະພັກຢູ່ທີ່ນັ້ນປີຫນຶ່ງ, ຈະຄ້າຂາຍ, ແລະເອົາກຳໄຣ.”
\v 14 ຜູ້ໃດຮູ້ຈະເກີດຫຍັງຂຶ້ນໃນມື້ອື່ນ, ແລະ ຊີວິດຂອງພວກເຈົ້າຈະເປັນຢ່າງໃດ? ສຳລັບພວກເຈົ້າເປັນດັ່ງຫມອກທີ່ປາກົດຢູ່ພຽງຊົ່ວຄາວແລ້ວກໍຈາງຫາຍໄປ.
\s5
\v 15 ແທນທີ່, ເຈົ້າຄວນຈະເວົ້າດັ່ງນັ້ນ, “ຖ້າ ພຣະເຈົ້າພໍພຣະທັຍ, ພວກເຮົາກໍຈະມີຊີວິດຢູ່ ແລະ ຈະເຮັດສິ່ງນັ້ນຫລືສິ່ງນີ້.”
\v 16 ແຕ່ວ່າດຽວນີ້ ເຈົ້າທັງຫລາຍໂອ້ອວດ ດ້ວຍຄວາມຖືຕົວ, ການໂອ້ອວດຢ່າງນີ້, ກໍລ້ວນແຕ່ເປັນຄວາມຊົ່ວ.
\v 17 ຖ້າຜູ້ໃດຮູ້ວ່າອັນໃດເປັນການດີ ແລະ ບໍ່ເຮັດຜູ້ນັ້ນຈຶ່ງມີບາບ.
\s5
\c 5
\cl ບົດທີ 5
\p
\v 1 ມາບັດນີ້ຄົນຮັ່ງມີເອີຍ, ຈົ່ງຮ້ອງໄຫ້ຮໍ່າໄຮ ຍ້ອນຄວາມທຸກລຳບາກ ທີ່ຈະມາຖືກພວກເຈົ້າ.
\v 2 ຄວາມຮັ່ງມີຂອງພວກເຈົ້າໄດ້ ເສື່ອມສູນໄປແລ້ວ ແລະ ເສື້ອຜ້າຂອງພວກເຈົ້າ ກໍຖືກມອດກັດ ກິນເສຍແລ້ວ.
\v 3 ເງິນ ແລະ ຄຳຂອງພວກເຈົ້າກໍເກີດເປັນຂີ້ຫມ້ຽງ ແລະ ຂີ້ຫມ້ຽງນັ້ນຈະເປັນ ພະຍານຫລັກຖານ ຕໍ່ສູ້ພວກເຈົ້າ. ມັນຈະເຜົາຜານ ເລືອດເນື້ອ ຂອງພວກເຈົ້າເຫມືອນໄຟ. ພວກເຈົ້າໄດ້ທ້ອນໂຮມຊັບສົມບັດໄວ້ສຳລັບວັນສຸດທ້າຍ.
\s5
\v 4 ເບິ່ງແມ, ຄ່າຈ້າງຂອງຄົນ ທີ່ໄດ້ກ່ຽວເຂົ້າໃນ ນາຂອງພວກເຈົ້າ ຊຶ່ງພວກເຈົ້າໄດ້ສໍ້ໂກງໄວ້ນັ້ນກໍ ຮ້ອງຟ້ອງຂຶ້ນ, ແລະ ສຽງຮ້ອງທຸກຂອງຄົນທີ່ກ່ຽວເຂົ້ານັ້ນ ກໍໄດ້ຊົງຊາບແລ້ວເຖິງຫູຂອງອົງພຣະຜູ້ເປັນເຈົ້າອົງຊົງເປັນຈອມພົນ.
\v 5 ພວກເຈົ້າ ໄດ້ລ້ຽງຊີວິດຢູ່ໃນໂລກຢ່າງຟຸມເຟືອຍ ແລະສະຫນຸກສະຫນານ, ພວກເຈົ້າໄດ້ບຳລຸງຈິດໃຈ ເຫມືອນລໍຖ້າວັນປະຫານ.
\v 6 ພວກເຈົ້າໄດ້ ຕັດສິນລົງໂທດ ແລະ ໄດ້ຂ້າຄົນຊອບທັມເສຍ. ທີ່ເຂົາກໍບໍ່ໄດ້ຕໍ່ສູ້ພວກເຈົ້າ.
\s5
\v 7 ພີ່ນ້ອງທັງຫລາຍເອີຍ, ຈົ່ງອົດທົນຈົນກວ່າອົງພຣະຜູ້ເປັນເຈົ້າຈະສະເດັດມາ. ຈົ່ງເບິ່ງແມ, ຊາວປູກຝັງທີ່ລໍຄອຍຜົນອັນມີຄ່າທີ່ຈະໄດ້ຮັບຈາກດິນ. ເຂົາກໍພຽນຄອຍ, ຈົນກວ່າມີຝົນຕົ້ນຣະດູ ແລະ ຝົນປາຍຣະດູ.
\v 8 ພວກເຈົ້າເຊັ່ນກັນ, ກໍຈົ່ງອົດທົນຢ່າງນັ້ນເຫມືອນກັນ. ຈົ່ງຕັ້ງໃຈໃຫ້ດີ, ເພາະໃກ້ຈະເຖິງເວລາທີ່ອົງພຣະຜູ້ເປັນເຈົ້າຈະສະເດັດມາແລ້ວ.
\s5
\v 9 ພີ່ນ້ອງທັງຫລາຍເອີຍ, ຢ່າຈົ່ມໃຫ້ກັນ ແລະກັນ, ເພື່ອວ່າເຈົ້າຈະບໍ່ຖືກພຣະເຈົ້າຕັດສິນ. ເບິ່ງແມ, ຜູ້ຕັດສິນກໍກຳລັງຢືນຢູ່ທີ່ປະຕູ ແລະ ພ້ອມທີ່ຈະມາປາກົດ.
\v 10 ພີ່ນ້ອງທັງຫລາຍເອີຍ, ຈົ່ງເອົາແບບຢ່າງໃນການທົນທຸກ ແລະ ຄວາມພາກພຽນຂອງພວກຜູ້ປະກາດພຣະທັມ, ຜູ້ໄດ້ກ່າວໃນພຣະນາມ ຂອງອົງພຣະຜູ້ເປັນເຈົ້າ.
\v 11 ເບິ່ງແມ! ພວກເຮົາຖືວ່າຄົນເຫລົ່ານັ້ນ ທີ່ມີຄວາມອົດທົນກໍເປັນສຸກ. ເຈົ້າທັງຫລາຍໄດ້ຍິນເລື່ອງຄວາມອົດທົນຂອງໂຢບ, ແລະ ເຈົ້າທັງຫລາຍຮູ້ເຖິງພຣະປະສົງຂອງພຣະຜູ້ເປັນເຈົ້າ, ເຊິ່ງອົງພຣະຜູ້ເປັນເຈົ້າ ກໍຊົງເຕັມໄປດ້ວຍພຣະເມດຕາກະຣຸນາ.
\s5
\v 12 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ທີ່ສຳຄັນກວ່າສິ່ງອື່ນໆທັງໝົດ, ຄືຢ່າສາບານດ້ວຍອ້າງເຖິງ ສະຫວັນ ຫລື ແຜ່ນດິນໂລກ ຫລື ສິ່ງອື່ນໆ. ແຕ່ສິ່ງໃດ, “ແມ່ນ” ກໍໃຫ້ວ່າ “ແມ່ນ” ສິ່ງໃດທີ່ “ບໍ່ແມ່ນ” ກໍໃຫ້ວ່າ “ບໍ່ແມ່ນ” ເພື່ອພວກເຈົ້າຈະບໍ່ຕົກໃນການລົງໂທດ.
\s5
\v 13 ມີຜູ້ໃດບໍໃນພວກເຈົ້າທີ່ທົນທຸກຢູ່? ຈົ່ງໃຫ້ຜູ້ນັ້ນພາວັນນາອະທິຖານ. ມີຜູ້ໃດບໍທີ່ຊົມຊື່ນຍິນດີ? ກໍໃຫ້ຜູ້ນັ້ນຮ້ອງເພງສັນຣະເສີນ.
\v 14 ຜູ້ໃດທີ່ເຈັບໄຂ້ໄດ້ປ່ວຍ? ຈົ່ງໃຫ້ຜູ້ນັ້ນເຊີນບັນດາເຖົ້າແກ່ໃນຄຣິສຕະຈັກມາ, ພາວັນນາອະທິຖານສຳລັບຕົນ. ໃຫ້ພວກເພິ່ນເຈີມຜູ້ນັ້ນດ້ວຍນໍ້າມັນຊາໂລມທາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ.
\v 15 ຄຳພາວັນນາອະທິຖານທີ່ປະກອບດ້ວຍຄວາມເຊື່ອ ຈະເຮັດໃຫ້ຜູ້ປ່ວຍນັ້ນລອດພົ້ນ, ແລະ ອົງພຣະຜູ້ເປັນເຈົ້າຈະຊົງໂຜດໃຫ້ຜູ້ນັ້ນລຸກຂຶ້ນດີເປັນປົກກະຕິ. ຖ້າຜູ້ນັ້ນໄດ້ເຮັດຜິດເຮັດບາບພຣະອົງກໍຈະຊົງໂຜດອະພັຍໃຫ້.
\s5
\v 16 ເຫດສະນັ້ນ ເຈົ້າທັງຫລາຍ ຈົ່ງສາຣະພາບ ຜິດຂອງຕົນຕໍ່ກັນ ແລະ ກັນ, ແລະ ຈົ່ງພາວັນນາອະທິຖານເພື່ອກັນ ແລະ ກັນ, ເພື່ອເຈົ້າທັງຫລາຍຈະໄດ້ຮັບການຮັກສາຢ່ຽວຢາດີພະຍາດ. ຄຳພາວັນນາອະທິຖານຂອງຜູ້ຊອບທັມມີຣິດສັກສິດເຮັດໃຫ້ເກີດຜົນ.
\v 17 ເອລີຢາ ກໍເປັນມະນຸດທຳມະດາສາມັນເຫມືອນກັບພວກເຮົາ, ເພິ່ນໄດ້ພາວັນນາອະທິຖານດ້ວຍໃຈເອົາຈິງເອົາຈັງ ຂໍບໍ່ໃຫ້ຝົນຕົກ, ແລະ ຝົນກໍບໍ່ຕົກເທິງແຜ່ນດິນ ເຖິງສາມປີກັບຫົກເດືອນ.
\v 18 ແລ້ວເອລີຢາ ກໍໄດ້ພາວັນນາອະທິຖານອີກ ໃຫ້ທ້ອງຟ້າກໍໄດ້ຖອກເທຝົນລົງມາ, ແລະ ແຜ່ນດິນກໍເກີດພືດຜົນນາໆຊະນິດ.
\s5
\v 19 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຖ້າຄົນ ໃດໃນພວກເຈົ້າຫລົງຜິດໄປຈາກຄວາມຈິງ, ແລະ ຖ້າຜູ້ໃດເຮັດໃຫ້ຄົນນັ້ນຕ່າວຄືນມາອີກ,
\v 20 ຜູ້ນັ້ນຄວນຮູ້ວ່າ ຜູ້ໃດກໍຕາມທີ່ເຮັດໃຫ້ຄົນບາບຄົນຫນຶ່ງຕ່າວຄືນມາຈາກທາງຜິດຂອງເຂົານັ້ນ ກໍຈະໄດ້ປົກປ້ອງຈິດວິນຍານຂອງຄົນນັ້ນໃຫ້ພົ້ນຈາກຄວາມຕາຍ, ແລະ ທັງໃຫ້ຄວາມຜິດບາບຈຳນວນຫລວງຫລາຍໄດ້ຮັບການອະພັຍ.