lo_ulb/59-HEB.usfm

594 lines
122 KiB
Plaintext
Raw Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id HEB
\ide UTF-8
\h ເຮັບເຣີ
\toc1 ເຮັບເຣີ
\toc2 ເຮັບເຣີ
\toc3 heb
\mt ເຮັບເຣີ
\s5
\c 1
\cl ບົດທີ 1
\p
\v 1 ເປັນເວລານານມາແລ້ວທີ່ ພຣະເຈົ້າຊົງກ່າວ ແກ່ບັນພະບຸຣຸດຂອງພວກເຮົາຜ່ານທາງຜູ້ປະກາດພຣະທັມໃນຫລາຍຄັ້ງ ແລະ ດ້ວຍຫລາຍວິທີຕ່າງໆ.
\v 2 ແຕ່ໃນຍຸກສຸດທ້າຍນີ້, ພຣະອົງ ໄດ້ຊົງກ່າວກັບພວກເຮົາຜ່ານທາງພຣະບຸດ, ຜູ້ທີ່ພຣະອົງແຕ່ງຕັ້ງໃຫ້ເປັນທາຍາດຜູ້ຮັບສັບພະທຸກສິ່ງທັງປວງໂດຍຜ່ານທາງພຣະອົງ ພຣະເຈົ້າໄດ້ຊົງສ້າງໂລກຈັກກະວານ.
\v 3 ພຣະບຸດນັ້ນເປັນແສງສະຫວ່າງ ອັນເຈີດຈ້າແຫ່ງພຣະສະຫງ່າຣາສີຂອງພຣະເຈົ້າ, ເປັນຜູ້ສະທ້ອນເຖິງພຣະລັກສະນະທີ່ແທ້ຈິງຂອງພຣະອົງ. ພຣະອົງຢຶດທຸກສິ່ງເຂົ້າໄວ້ ດ້ວຍກັນໂດຍຖ້ອຍຄຳອັນຊົງຣິດອຳນາດຂອງພຣະອົງ. ຫລັງຈາກທີ່ພຣະອົງໄດ້ຊຳຣະບາບກັມແລ້ວ, ພຣະອົງກໍຊົງປຣະທັບຢູ່ເບື້ອງຂວາພຣະຫັດ ຂອງພຣະເຈົ້າຜູ້ຊົງຣິດທານຸພາບໃນທີ່ສູງສຸດ.
\s5
\v 4 ພຣະອົງໄດ້ເກີດມາເປັນຜູ້ປະເສີດກວ່າບັນດາທູດສະຫວັນ, ເພາະພຣະນາມຂອງພຣະອົງ ທີ່ໄດ້ຮັບມາເປັນພຣະນາມທີ່ປະເສີດເລີດລໍ້າກວ່ານາມທັງປວງຂອງພວກເຂົາ.
\v 5 ເພາະມີທູດສະຫວັນອົງໃດບໍ ທີ່ພຣະເຈົ້າເຄີຍກ່າວກັບເຂົາວ່າ,“ທ່ານເປັນບຸດຂອງເຮົາ, ວັນນີ້ ເຮົາເປັນບິດາຂອງພວກທ່ານ.” ແລະ ກ່າວອີກວ່າ, “ເຮົາຈະເປັນບິດາຂອງເຂົາ, ແລະ ເຂົາກໍຈະເປັນບຸດຂອງເຮົາ.”
\s5
\v 6 ອີກຄັ້ງຫນຶ່ງ, ເມື່ອ ພຣະເຈົ້າໄດ້ສົ່ງພຣະບຸດກົກ ເຂົ້າມາໃນໂລກນັ້ນ, ພຣະອົງໄດ້ ຊົງກ່າວວ່າ,“ທູດສະຫວັນທັງຫມົດຂອງພຣະເຈົ້າຕ້ອງນ້ອມນະມັດສະການພຣະອົງ.”
\v 7 ພຣະອົງກ່າວກ່ຽວກັບບັນດາເທວະດາວ່າ, “ພຣະເຈົ້າບັນດານໃຫ້ຝູງເທວະດາ ຂອງພຣະອົງເປັນວິນຍານ ແລະເຮັດໃຫ້ບັນດາຜູ້ຮັບເປັນແປວໄຟອັນຮ້ອນກ້າ.”
\s5
\v 8 ແຕ່ກຽ່ວກັບພຣະບຸດນັ້ນ ພຣະອົງກ່າວວ່າ,“ພຣະເຈົ້າ, ພຣະຣາຊະບັນລັງ ຂອງພຣະອົງ ຕັ້ງຫມັ້ນຄົງຢູ່ເປັນນິດ. ພຣະອົງຈະຊົງປົກຄອງຣາຊະອານາຈັກ ດ້ວຍຄວາມຍຸດຕິທັມ.
\v 9 ພຣະອົງຊົງຮັກຄວາມຊອບທັມ ແລະ ຊົງກຽດຊັງສິ່ງອະທັມ. ດ້ວຍເຫດນີ້ ພຣະເຈົ້າ, ຜູ້ເປັນພຣະເຈົ້າຂອງທ່ານ, ໄດ້ຊົງຫົດສົງທ່ານ ໄວ້ດ້ວຍນໍ້າມັນແຫ່ງຄວາມຍິນດີຫລາຍກວ່າບັນດາສະຫາຍຂອງທ່ານ”
\s5
\v 10 ອົງພຣະຜູ້ເປັນເຈົ້າ, ໃນແຕ່ຕົ້ນ, ພຣະອົງໄດ້ວາງຮາກຖານຂອງແຜ່ນດິນໂລກ. ຟ້າສະຫວັນເປັນຜົນງານແຫ່ງສີພຣະຫັດຂອງພຣະອົງ.
\v 11 ພວກເຂົານັ້ນຈະດັບສູນໄປ, ແຕ່ພຣະອົງຈະຍັງຄົງຢູ່. ສິ່ງເຫລົ່ານັ້ນຈະເກົ່າໄປເຫມືອນກັບເຄື່ອງນຸ່ງຫົ່ມຜືນຫນຶ່ງ.
\v 12 ພຣະອົງຈະມ້ວນພວກມັນເຫມືອນ ກັບມ້ວນເສື້ອໃຫຍ່ ແລະ ພວກມັນ ຈະຖືກເຮັດໃຫ້ປ່ຽນໄປເປັນເຫມືອນກັບຜ້າຜືນຫນຶ່ງ. ແຕ່ພຣະອົງຊົງເປັນເຫມືອນເດີມ ແລະ ປີທັງຫລາຍຂອງພຣະອົງ ກໍບໍ່ສິ້ນສຸດຈັກເທື່ອ.”
\s5
\v 13 ແຕ່ພຣະອົງ ເຄີຍກ່າວກັບ ທູດສະຫວັນ ຕົນໃດວ່າ,“ຈົ່ງນັ່ງຢູ່ທີ່ເບື້ອງຂວາມື ຂອງເຮົາຈົນກວ່າ ເຮົາເຮັດໃຫ້ສັດຕູທັງຫລາຍຂອງທ່ານໃຫ້ຂາບລົງຢູ່ໃຕ້ພື້ນຕີນຂອງທ່ານ.”
\v 14 ເທວະດາທັງຫມົດ ບໍ່ແມ່ນວິນຍານ ຜູ້ຮັບໃຊ້ທີ່ພຣະເຈົ້າໃຊ້ມາເພື່ອດູແລຄົນເຫລົ່ານັ້ນທີ່ຈະໄດ້ຮັບຄວາມລອດພົ້ນເປັນມໍຣະດົກບໍ?
\s5
\c 2
\cl ບົດທີ 2
\p
\v 1 ດ້ວຍເຫດນີ້ພວກເຮົາຈຶ່ງຕ້ອງໃຫ້ເອົາໃຈ ໃສ່ຫລາຍຍິ່ງຂຶ້ນຕໍ່ສິ່ງທີ່ພວກເຮົາໄດ້ຍິນເພື່ອວ່າພວກເຮົາ ຈະບໍ່ຕະເຫລີດອອກໄປຈາກສິ່ງເຫລົ່ານີ້.
\s5
\v 2 ດ້ວຍວ່າ, ຖ້ອຍຄຳທີ່ຖືກກ່າວໂດຍຜ່ານທາງບັນດາເທວະດານັ້ນມີເຫດຜົນແລະ ການລະເມີດກັບການບໍ່ເຊື່ອຟັງທຸກຢ່າງຕາມຍັງໄດ້ຮັບການລົງໂທດຢ່າງເປັນທັມ.
\v 3 ແລ້ວ ພວກເຮົາຈະຫລົບຫນີພົ້ນໄດ້ແນວໃດ ຖ້າພວກເຮົາລະເລີຍ ຕໍ່ຄວາມພົ້ນອັນຍິ່ງໃຫ່ຍນີ້? ນີ້ຄືຄວາມພົ້ນທີ່ໄດ້ຮັບການປະກາດ ໃນເວລາທຳອິດ ໂດຍອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາໄດ້ຮັບການຢືນຢັນ ໂດຍບັນດາຄົນເຫຼົ່ານັ້ນທີ່ໄດ້ຍິນເລື່ອງນີ້.
\v 4 ໃນເວລາດຽວກັນ ພຣະເຈົ້າໄດ້ເປັນພະຍານ ໂດຍຫມາຍສຳຄັນ, ການອັດສະຈັນ, ການອິດທິຣິດອັນປະກອບໄປດ້ວຍຣິດອຳນາດຫລວງຫລາຍແລະໂດຍໃຫ້ຂອງປຣະທານຂອງພຣະວິນຍານບໍຣິສຸດເຈົ້າຕາມນໍ້າພຣະທັຍຂອງພຣະອົງ.
\s5
\v 5 ຄືໂລກທີ່ເຮົາກຳລັງກ່າວເຖິງນັ້ນ.
\v 6 ແຕ່ມີຄົນຫນຶ່ງກ່າວ ຢືນຢັນເອົາໄວ້ໂດຍກ່າວວ່າ,“ມະນຸດສຳຄັນຫຍັງນໍທີ່ ພຣະອົງຈະຕ້ອງຄິດເຖິງເຂົາ? ຫລືບຸດມະນຸດເປັນໃຜ, ທີ່ພຣະອົງຊົງເປັນຫ່ວງເປັນໃຍເຂົາ?
\s5
\v 7 ພຣະອົງສ້າງມະນຸດໃຫ້ຕໍ່າ ກວ່າບັນດາເທວະດາ ພຽງຫນ້ອຍຫນຶ່ງ; ພຣະອົງສວມມົງກຸດແຫ່ງສະຫງ່າຣາສີ ແລະ ກຽດຕິຍົດໃຫ້ແກ່ເຂົາ.
\v 8 ພຣະອົງວາງທຸກສິ່ງໃຫ້ຢູ່ພາຍໃຕ້ຕີນແຫ່ງການປົກຄອງຂອງເຂົາ.” ເພາະມະນຸດຄືຜູ້ທີ່ ພຣະເຈົ້າຊົງໃຫ້ທຸກສິ່ງ ຢູ່ໃຕ້ການປົກຄອງຂອງພວກເຂົານັ້ນ. ພຣະອົງບໍ່ໄດ້ໃຫ້ມີຈັກສິ່ງດຽວທີ່ບໍ່ຢູ່ພາຍໃຕ້ການປົກຄອງຂອງພວກເຂົາ. ແຕ່ບັດນີ້ເຮົາຍັງບໍ່ເຫັນວ່າທຸກ ສິ່ງທີ່ຢູ່ພາຍໃຕ້ເຂົາ.
\s5
\v 9 ແຕ່ພວກເຮົາ ເຫັນຜູ້ທີ່ຖືກເຮັດໃຫ້ຕໍ່າ ກວ່າບັນດາເທວະດາ ພຽງຊົ່ວຄາວນັ້ນ ຄືພຣະເຢຊູເຈົ້າຜູ້ທີ່ໂດຍການທົນທຸກແລະການຕາຍຂອງພຣະອົງເຮັດໃຫ້ພຣະອົງໄດ້ຮັບພຣະສະຫງ່າຣາສີ ແລະ ພຣະກຽດສວມ ເປັນມົງກຸດ ດັ່ງນັ້ນໃນເວລານີ້ໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈຶ່ງໄດ້ຊີມ ຣົດຄວາມຕາຍ ແທນມະນຸດທຸກຄົນ.
\v 10 ເພາະນີ້ເປັນການເຫມາະສົມສຳລັບພຣະເຈົ້າ ທີ່ຈະພາບັນດາບຸດຫລວງຫລາຍ ໄປສູ່ສະຫງ່າຣາສີ ເນື່ອງຈາກທຸກສິ່ງດຳຣົງຢູ່ເພື່ອພຣະອົງແລະ ໂດຍຜ່ານທາງພຣະອົງ ເປັນການເຫມາະສົມສຳລັບພຣະອົງ ແລ້ວທີ່ຈະຊົງໃຫ້ການເປັນຜູ້ນຳທາງ ແຫ່ງຄວາມລອດພົ້ນ ທີ່ມີໄວ້ສຳລັບພວກເຂົາສຳເລັດ ໂດຍຜ່ານທາງການທົນທຸກຂອງພຣະອົງ.
\s5
\v 11 ເພາະທັງຜູ້ຫນຶ່ງທີ່ຍອມອຸທິດຊີວິດກັບບັນດາຄົນເຫລົ່ານັ້ນທີ່ໄດ້ຮັບການອຸທິດມອບໄວ້ລ້ວນມາຈາກແຫລ່ງກໍາເນີດດຽວກັນ ດ້ວຍເຫດຜົນນີ້ເອງພຣະເຢຊູຄຣິດເຈົ້າ ຈຶ່ງບໍ່ລະອາຍທີ່ຈະເອີ້ນຄົນເຫຼົ່ານັ້ນວ່າ ເປັນພີ່ນ້ອງ
\v 12 ພຣະອົງກ່າວວ່າ, “ເຮົາ ຈະ ປະກາດເຖິງ ພຣະນາມຂອງພຣະອົງ ແກ່ພີ່ນ້ອງຂອງເຮົາ, ເຮົາຈະຮ້ອງເພງສັນຣະເສີນ ພຣະອົງຈາກພາຍໃນທີ່ຊຸມຊົນ.”
\s5
\v 13 ພຣະອົງກ່າວວ່າ, “ຂ້າພຣະອົງຈະມອບຄວາມໄວ້ວາງໃຈໃນພຣະເຈົ້າ ແລະ ພຣະອົງຍັງກ່າວອີກວ່າ, ເບິ່ງແມ ຂ້າພຣະອົງຢູ່ທີ່ນີ້ ກັບບຸດທັງຫລາຍ ທີ່ພຣະອົງ ຊົງມອບໃຫ້ຂ້າພຣະອົງ.”
\v 14 ດ້ວຍ ເຫດນີ້, ບັນດາບຸດຂອງພຣະເຈົ້າໄດ້ເຂົ້າສ່ວນໃນເນື້ອຫນັງແລະເລືອດກັບພວກເຂົາດ້ວຍເພື່ອວ່າໂດຍທາງ ຄວາມຕາຍຂອງພຣະອົງ ພຣະອົງຈະທຳລາຍ ຜູ້ນັ້ນທີ່ມີອຳນາດແຫ່ງຄວາມຕາຍ, ຄືມານຮ້າຍ.
\v 15 ໂດຍທາງນີ້ພຣະອົງຈະປົດປ່ອຍບັນດາຄົນເຫລົ່ານັ້ນທີ່ມີຊີວິດຕົກເປັນທາດຂອງຄວາມຢ້ານຕາຍຂອງພວກເຂົາໃຫ້ເປັນອິສຣະ.
\s5
\v 16 ເພາະເຫດນີ້ຈຶ່ງຈະແຈ້ງວ່າ ບໍ່ແມ່ນບັນດາທູດສະຫວັນ ທີ່ພຣະເຈົ້າຊົງເປັນຫ່ວງແຕ່ຄືເຊື້ອສາຍ ຂອງອັບຣາຮາມທີ່ພຣະອົງຊົງເປັນຫ່ວງ.
\v 17 ດັ່ງນັ້ນຈຶ່ງຈຳເປັນຢ່າງຍິ່ງທີ່ ພຣະອົງຈະຕ້ອງເປັນເຫມືອນພີ່ນ້ອງຂອງພຣະອົງທຸກຢ່າງ, ເພື່ອວ່າພຣະອົງ ຈະສາມາດເປັນມະຫາປະໂລຫິດທີ່ສັດຊື່ ແລະ ມີໃຈເມດຕາຕໍ່ສິ່ງຕ່າງໆຂອງພຣະເຈົ້າ, ແລະເພື່ອພຣະອົງຈະນຳການຍົກໂທດຄວາມບາບມາຍັງຜູ້ຄົນ.
\v 18 ເພາະວ່າ ພຣະເຢຊູຄຣິດເຈົ້າເອງໄດ້ທົນທຸກແລະຖືກທົດລອງມາກ່ອນ ພຣະອົງຈຶ່ງຊົງສາມາດຊ່ວຍ ຄົນເຫລົ່ານັ້ນທີ່ຖືກທົດລອງນັ້ນໄດ້.
\s5
\c 3
\cl ບົດທີ 3
\p
\v 1 ເພາະສະນັ້ນ, ພີ່ນ້ອງຜູ້ບໍຣິສຸດ ພວກທ່ານຜູ້ເຂົ້າສ່ວນໃນການຊົງເອີ້ນຈາກສະຫວັນຂໍ ຈົ່ງຄິດເຖິງພຣະເຢຊູເຈົ້າຜູ້ຊົງເປັນອັຄະຣະທູດແລະ ມະຫາ ປະໂລຫິດທີ່ເຮົາຍອມຮັບນັ້ນ.
\v 2 ພຣະອົງ ສັດຊື່ ຕໍ່ພຣະເຈົ້າຜູ້ຊົງແຕ່ງຕັ້ງ ພຣະອົງເຫມືອນດັ່ງທີ່ໂມເຊສັດຊື່ ໃນ ບ້ານຂອງພຣະເຈົ້າ.
\v 3 ເພາະພຣະເຢຊູຄຣິດເຈົ້າ ໄດ້ຮັບການພິຈາຣະນາວ່າຊົງສົມຄວນຕໍ່ພຣະ ສະຫງ່າຣາສີ ອັນຍິ່ງໃຫຍ່ກວ່າໂມເຊ, ເພາະຜູ້ທີ່ສ້າງບ້ານຍອມມີກຽດຫລາຍກວ່າຕົວບ້ານ.
\v 4 ບ້ານທຸກຫລັງຈະຕ້ອງມີຄົນທີ່ສ້າງບ້ານນັ້ນແຕ່ພຣະເຈົ້າຄືຜູ້ສ້າງສັບພະສິ່ງທັງປວງ.
\s5
\v 5 ໃນທາງຫນຶ່ງໂມເຊເປັນຄົນທີ່ສັດຊື່ໃນຖານະເປັນຄົນຮັບໃຊ້ ທີ່ຢູ່ໃນບ້ານຂອງພຣະເຈົ້າເຂົາເປັນພະຍານກຽ່ວກັບສິ່ງຕ່າງໆທີ່ຈະເກີດຂຶ້ນໃນອານາຄົດ ຊຶ່ງໄດ້ຮັບການກ່າວເຖິງ.
\v 6 ແຕ່ຝ່າຍພຣະຄຣິດຊົງເປັນພຣະບຸດຜູ້ມີອຳນາດໃນບ້ານຂອງພຣະເຈົ້າ ແລະ ເຮົາ ທັງຫລາຍ ກໍເປັນບ້ານຂອງພຣະອົງ ຖ້າເຮົາຫາກຢຶດໝັ້ນ ໃນຄວາມກ້າຫານ ແລະໃນຄວາມຫມັ້ນໃຈ ໃນຄວາມຫວັງຂອງພວກເຮົາ
\s5
\v 7 ດັ່ງນັ້ນ, ຈຶ່ງເຫມືອນກັບທີ່ພຣະວິນຍານບໍຣິສຸດເຈົ້າ ຊົງກ່າວໄວ້ວ່າ,“ວັນນີ້ ຖ້າຫາກພວກເຈົ້າ ໄດ້ຍິນພຣະສຸຣະສຽງຂອງພຣະອົງ
\v 8 ຢ່າເຮັດໃຫ້ໃຈແຂງກະດ້າງເຫມືອນກັບຄົນທີ່ກະບົດໃນຊ່ວງເວລາແຫ່ງການທົດສອບ ໃນຖິ່ນແຫ້ງແລ້ງກັນດານ.
\s5
\v 9 ນີ້ຄືເມື່ອພວກບັນພະບຸຣຸດຂອງພວກເຈົ້າໄດ້ກະບົດດ້ວຍການທົດລອງພິສູດເຮົາ, ຄືຊ່ວງ, ຕະຫລອດສີ່ສິບປີທີ່ພວກເຂົາເຫັນການກະທຳຂອງເຮົາ
\v 10 ດ້ວຍເຫດນີ້, ເຮົາຈຶ່ງໂກດຮ້າຍກັບຄົນໃນຮຸ້ນນັ້ນ ເຮົາເວົ້າວ່າ,‘ພວກເຂົາຖືກຊັກຈູງໃຫ້ຫລົງຜິດໃນຫົວໃກຂອງພວກເຂົາຢູ່ສະເຫມີ ພວກເຂົາບໍ່ຮູ້ຈັກຫົນທາງຂອງເຮົາ.
\v 11 ຈຶ່ງເປັນໄປຕາມທີ່ເຮົາໄດ້ປະຕິຍານດ້ວຍຄວາມໂກດຮ້າຍໄວ້ວ່າ, ພວກເຂົາ ຈະບໍ່ມີວັນໄດ້ເຂົ້າບ່ອນທີ່ເຮົາຈະໃຫ້ພວກເຂົາໄດ້ພັກຜ່ອນ.”
\s5
\v 12 ຈົ່ງ ຣະວັງໃຫ້ດີ ພີ່ນ້ອງເອີຍ ເພື່ອວ່າໃນທ່າມກາງພວກທ່ານຈະບໍ່ມີຜູ້ໃດທີ່ມີຈິດໃຈຊົ່ວຊ້າເນື່ອງຈາກການບໍ່ເຊື່ອຟັງ, ຄືຫົວໃຈທີ່ຫັນອອກຈາກພຣະເຈົ້າອົງຊົງພຣະຊົນຢູ່.
\v 13 ແຕ່ຈົ່ງຫນູນໃຈກັນແລະກັນທຸກໆວັນ ຕາບໃດທີ່ຍັງໃຊ້ຄຳວ່າ, “ວັນນີ້” ເພື່ອໃນທ່າມກາງພວກເຈົ້າຈະບໍ່ມີແມ່ນແຕ່ຄົນດຽວທີ່ຖືກເຮັດ ໃຫ້ໃຈດື້ດ້ານໂດຍການຫລອກລວງຂອງຄວາມບາບ.
\s5
\v 14 ເພາະ, ພວກເຮົາໄດ້ມາ ເປັນຜູ້ຮ່ວມງານກັບພຣະຄຣິດ ຖ້າພວກເຮົາຢຶດຫມັ້ນຢ່າງເຕັມທີ່ໃນຄວາມຫວັງໃຈທີ່ມີໃນພຣະອົງຕັ້ງແຕ່ຕອນຕົ້ນຈົນເຖິງວັນສຸດທ້າຍ
\v 15 ດັ່ງທີ່ມີກ່າວໄວ້ແລ້ວວ່າ ວັນນີ້ ຖ້າພວກເຈົ້າໄດ້ຍິນ ພຣະສຸຣະສຽງ ຂອງພຣະອົງກໍຢ່າເຮັດໃຫ້ໃຈຂອງພວກເຈົ້າແຂງກະດ້າງ ໄປເຫມືອນຄົນກະບົດ.”
\s5
\v 16 ຜູ້ໃດຄືຄົນທີ່ໄດ້ຍິນພຣະສຸຣະສຽງຂອງພຣະເຈົ້າ ແລະຍັງກະບົດ ບໍ່ແມ່ນພວກຄົນເຫລົ່ານັ້ນທີ່ອອກມາຈາກປະເທອີຢິບ ໂດຍຜ່ານທາງໂມເຊບໍ?
\v 17 ຜູ້ໃດຄືຄົນທີ່ເຮັດໃຫ້ພຣະເຈົ້າໂກດຮ້າຍຕະຫລອດສີ່ສິບປີ? ບໍ່ແມ່ນຄົນເຫຼົ່ານັ້ນທີ່ເຮັດຜິດບາບພວກເຂົາ ທີ່ລົ້ມຕາຍໃນຖິ່ນແຫ້ງແລ້ງກັນດານນັ້ນຫລື?
\v 18 ຜູ້ໃດຄືຄົນທີ່ ພຣະອົງ ໄດ້ຊົງສາບານຕົວວ່າ ພວກເຂົາຈະບໍ່ໄດ້ເຂົ້າຮ່ວມບ່ອນພັກເຊົາຂອງພຣະອົງ, ກໍຄືຄົນເຫລົ່ານັ້ນທີ່ບໍ່ເຊື່ອຟັງພຣະອົງບໍ່ແມ່ນບໍ?
\v 19 ແລະເຮົາເຫັນວ່າ ພວກເຂົາບໍ່ສາມາດເຂົ້າສູ່ການຢຸດພັກຂອງພຣະອົງເພາະການບໍ່ເຊື່ອຟັງ.
\s5
\c 4
\cl ບົດທີ 4
\p
\v 1 ດັ່ງນັ້ນ, ຂໍໃຫ້ພວກເຮົາ ຣະວັງໃຫ້ດີເພື່ອຈະບໍ່ມີໃຜໃນພວກທ່ານທີ່ຫລົ້ມເຫລວໃນການເຂົ້າເຖິງພຣະສັນຍາທີ່ມີໄວ້ສຳລັບພວກທ່ານ ໃນການເຂົ້າສູ່ການພັກສະຫງົບຂອງພຣະເຈົ້າ.
\v 2 ເພາະວ່າ ພວກເຮົາໄດ້ຍິນເຖິງຂ່າວປະເສີດເຫມືອນກັບທີ່ພວກເຂົາໄດ້ຮັບ ແຕ່ຂໍ້ຄວາມນັ້ນບໍ່ໄດ້ເກີດປະໂຫຍດຕໍ່ຄົນເຫລົ່ານັ້ນທີ່ ບໍ່ໄດ້ເຂົ້າສ່ວນກັບຄົນເຫລົ່ານັ້ນທີ່ເຊື່ອຟັງ.
\s5
\v 3 ເພາະ ພວກເຮົາທີ່ເຊື່ອກໍເປັນຄົນເຫລົ່ານັ້ນ ທີ່ຈະໄດ້ເຂົ້າສູ່ການ ພັກຜ່ອນເຫມືອນຢ່າງທີ່, ພຣະອົງກ່າວເອົາໄວ້ວ່າ, ເຫມືອນທີ່ເຮົາຊົງສັນຍາເອົາໄວ້, “ດ້ວຍ ຄວາມເຄືອງໃຈ ຂອງເຮົາ ພວກເຂົາຈະບໍ່ໄດ້ເຂົ້າ ສູ່ການພັກສະຫງົບຂອງເຮົາເລີຍ.”ເຖິງແມ່ນວ່າ, ການງານແຫ່ງການຊົງສ້າງຂອງພຣະອົງ ໃນການວາງຮາກຖານສ້າງໂລກໄດ້ສຳເລັດແລ້ວ
\v 4 ເພາະມີໃນພຣະຄັມພີຕອນຫນຶ່ງທີ່ພຣະອົງໄດ້ກ່າວເອົາໄວ້ກຽ່ວກັບວັນທີເຈັດວ່າ, “ພຣະເຈົ້າໄດ້ພັກຜ່ອນ ຈາກການທຳງານທັງສິ້ນຂອງພຣະອົງໃນວັນທີເຈັດ.”
\v 5 ເເລະພຣະອົງກ່າວໄວ້ອີກວ່າ, “ພວກເຂົາຈະບໍ່ໄດ້ ເຂົ້າສູ່ການພັກສະຫງົບຂອງເຮົາເລີຍ.”
\s5
\v 6 ດ້ວຍເຫດນີ້ເອງ ຈຶ່ງຍັງມີບາງຄົນທີ່ໄດ້ຮັບການສະຫງວນເອົາໄວ້ເພື່ອເຂົ້າສູ່ການພັກສະຫງົບຂອງພຣະອົງ, ແລະນັບຈາກຊາວອິສະຣະເອນຈຳນວນຫລາຍທີ່ບໍ່ໄດ້ເຂົ້າສູ່ການພັກສະຫງົບ ເພາະພວກເຂົາບໍ່ເຊື່ອຟັງ.
\v 7 ພຣະເຈົ້າໄດ້ຕັ້ງວັນຫນຶ່ງຂຶ້ນມາອີກຊຶ່ງເອີ້ນວ່າ, “ວັນນີ້”ຫລັງຈາກນັ້ນອີກ ຫລາຍປີພຣະອົງ ໄດ້ເວົ້າຜ່ານທາງດາວິດ ຢ່າງທີ່ໄດ້ມີອ້າງໄວ້ໃນພຣະຄັມພີ ວ່າ,“ ວັນນີ້ຖ້າຫາກທ່ານຟັງສຽງຂອງພຣະເຈົ້າແລະບໍ່ເຮັດໃຫ້ໃຈຂອງພວກທ່ານແຂງກະດ້າງໄປ.”
\s5
\v 8 ເພາະຖ້າຫາກ ໂຢຊວຍ ໃຫ້ການພັກສະຫງົບແກ່ພວກເຂົາໄດ້, ພຣະເຈົ້າ ກໍຄົງບໍ່ໄດ້ກ່າວເຖິງວັນອື່ນອີກ.
\v 9 ດັ່ງນັ້ນຈຶ່ງຍັງຄົງມີວັນສະບາໂຕແຫ່ງການພັກສະຫງົບທີ່ສະຫງວນເອົາໄວ້ ສຳລັບໄພ່ພົນຂອງພຣະເຈົ້າ.
\v 10 ດ້ວຍວ່າ, ຄົນທີ່ເຂົ້າສູ່ການພັກສະຫງົບ ຂອງພຣະເຈົ້າກໍໄດ້ພັກຕົວເອງຈາກວຽກການຂອງຕົນ ເຫມືອນຢ່າງທີ່ພຣະເຈົ້າໄດ້ຊົງພັກນັ້ນ.
\v 11 ດ້ວຍເຫດນັ້ນ ໃຫ້ພວກເຮົາອົດສາພະຍາຍາມ ໃຫ້ໄດ້ເຂົ້າສູ່ການພັກສະຫງົບນັ້ນ ເພື່ອຈະບໍ່ໃຫ້ຜູ້ຫນຶ່ງຜູ້ໃດ ຕ້ອງລົ້ມລົງໃນການບໍ່ເຊື່ອຟັງເຫມືອນກັບທີ່ພວກເຂົາໄດ້ທໍານັ້ນ.
\s5
\v 12 ເພາະວ່າ ພຣະທັມຂອງພຣະເຈົ້ານັ້ນມີຊີວິດຢູ່ພ້ອມທຳງານແລະ ຄົມຍິ່ງກວ່າດາບສອງຄົມທຸກດວງທີ່ ແທງທະລຸເຂົ້າໄປເພື່ອແຍກຈິດຈາກ ວິນຍານ ແຍກຂໍ້ຕໍ່ຈາກໄຂກະດູກ ສາມາດຮູ້ເຖິງຄວາມຄິດ ແລະ ເຈດຕະນາໃນຫົວໃຈ.
\v 13 ບໍ່ມີສິ່ງໃດທີ່ ຖືກສ້າງຂຶ້ນແລ້ວຖືກປິດບັງໄວ້ຈາກ ພຣະພັກພຣະເຈົ້າໄດ້. ແຕ່ທຸກສິ່ງໄດ້ປາກົດແລະເປີດເຜີຍຕໍ່ສາຍຕາຂອງພຣະອົງ ຜູ້ທີ່ເຮົາຈະຕ້ອງລາຍງານນັ້ນ.
\s5
\v 14 ດ້ວຍເຫດນີ້ຕັ້ງແຕ່ວັນທີ່ເຮົາ ມີພຣະມະຫາປະໂລຫິດຜູ້ຍິ່ງໃຫຍ່ ທີ່ໄດ້ຜ່ານຟ້າສະຫວັນ, ມາແລ້ວ ຄື ພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະເຈົ້າ, ກໍໃຫ້ເຮົາ ຢຶດຄວາມເຊື່ອ ຂອງເຮົາເອົາໄວ້ໃຫ້ຫມັ້ນຄົງ.
\v 15 ເພາະ ພວກເຮົາບໍ່ໄດ້ ມີມະຫາປະໂລຫິດທີ່ບໍ່ສາມາດຈະເຫັນໃຈ ໃນຄວາມອ່ອນແອຂອງພວກເຮົາ, ແຕ່ເຮົາມີພຣະອົງຜູ້ທີ່ຖືກທົດລອງ ເຫມືອນຢ່າງ ເຮົາທຸກປະການ, ຍົກເວັ້ນການທີ່ພຣະອົງຊົງບໍ່ມີບາບ.
\v 16 ໃຫ້ເຮົາເຂົ້າໄປເຖິງພຣະທີ່ນັ່ງແຫ່ງພຣະຄຸນ, ດ້ວຍຄວາມຫມັ້ນໃຈເພື່ອພວກເຮົາຈະໄດ້ ຮັບພຣະເມດຕາ ແລະ ພົບພຣະຄຸນທີ່ຈະຊ່ວຍພວກເຮົາໄດ້ໃນເວລາທີ່ມີຄວາມຈຳເປັນ.
\s5
\c 5
\cl ບົດທີ 5
\p
\v 1 ເພາະມະຫາປະໂລຫິດທຸກຄົນ, ຖືກເລືອກຈາກ ມະນຸດ, ແລະໄດ້ຮັບການແຕ່ງຕັ້ງໃຫ້ ເປັນຜູ້ຮັບໃຊ້ແທນມະນຸດໃນເລື່ອງຕ່າງໆກຽ່ວກັບພຣະເຈົ້າ ເພື່ອເຂົາຈະເປັນຜູ້ທີ່ຖວາຍ ເຄື່ອງຖວາຍແລະເຄື່ອງບູຊາ ເພື່ອລຶບລ້າງບາບ.
\v 2 ເພິ່ນສາມາດປະຕິບັດ ຢ່າງອ່ອນໂຍນ ຕໍ່ ຄົນທີ່ໂງ່ເຂົາແລະດື້ດ້ານເພາະເພິ່ນເອງ ກໍຖືກຫຸ້ມລອ້ມໄປດ້ວຍຄວາມອ່ອນແອ.
\v 3 ເພາະເຫດນີ້, ເອງເພິ່ນຈຶ່ງຕ້ອງຖວາຍ ເຄື່ອງບູຊາ ສຳລັບຄວາມຜິດບາບຂອງຕົວເອງເຫມືອນກັບທີ່ເຂົາກະທຳເພື່ອຄວາມບາບຂອງປະຊາຊົນດ້ວຍ.
\s5
\v 4 ການທີ່ຄົນໃດໄດ້ຮັບກຽດນີ້ຍອມບໍ່ແມ່ນເພື່ອຕົວຂອງເຂົາເອງແຕ່ເຂົາໄດ້ຮັບການຊົງເອີ້ນຈາກພຣະເຈົ້າ, ເຫມືອນກັບເອີ້ນອາໂຣນ.
\v 5 ແລະເຊັ່ນດຽວກັນ ພຣະຄຣິດເອງກໍບໍ່ໄດ້ຍົກພຣະອົງເອງເພື່ອໄດ້ຮັບກຽດໃນການເປັນມະຫາປະໂລຫິດ ແຕ່ພຣະເຈົ້າຜູ້ຊົງກ່າວກັບພຣະອົງນັ້ນກ່າວວ່າ, “ເຈົ້າເປັນບຸດຂອງເຮົາ; ວັນນີ້ເຮົາໄດ້ເປັນບິດາຂອງເຈົ້າ.”
\s5
\v 6 ເຫມືອນກັບທີ່ພຣະອົງໄດ້ກ່າວ ໃນຕອນອື່ນວ່າ, “ທ່ານເປັນປະໂລຫິດ ຕະຫລອດໄປຕາມແບບຂອງ ເມັນຄີເຊເດັກ.”
\s5
\v 7 ໃນຊ່ວງລະຫວ່າງການເປັນມະນຸດຂອງພຣະອົງນັ້ນ, ພຣະຄຣິດໄດ້ມອບຖວາຍ ທັງຄຳອະທິຖານ ແລະຄຳອ້ອນວອນ ດ້ວຍສຽງອັນດັງ ແລະດ້ວຍນໍ້າຕາໄຫລຕໍ່ພຣະເຈົ້າ, ຜູ້ຊົງ ສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ພຣະເຈົ້າຊົງນ້ອມຮັບຟັງ ດ້ວຍພຣະທັຍສົງສານ.
\v 8 ເຖິງແມ່ນວ່າພຣະອົງ ຊົງເປັນພຣະບຸດແຕ່ພຣະອົງຮຽນຮູ້ ທີ່ຈະຍອມ ເຊື່ອຟັງ ຜ່ານທາງການທຸກຍາກຕ່າງໆຂອງພຣະອົງ.
\s5
\v 9 ພຣະອົງໄດ້ຖືກເຮັດໃຫ້ສົມບູນແລະໄດ້ເປັນຕົ້ນກຳເນີດ ແຫ່ງຄວາມພົ້ນ ອັນຕະຫລອດໄປເປັນນິດ, ແກ່ຄົນທີ່ເຊື່ອຟັງພຣະອົງ.
\v 10 ພຣະອົງໄດ້ຮັບການອອກແບບໂດຍ ພຣະເຈົ້າເພື່ອໃຫ້ເປັນມະຫາປະໂລຫິດຕາມແບບ ເມັນຄີເຊເດັກ.
\v 11 ຍັງມີອີກຫລາຍຢ່າງທີ່ເຮົາຈະເວົ້າເຖິງພຣະເຢຊູຄຣິດເຈົ້າ, ແຕ່ກໍຍາກທີ່ຈະອະທິບາຍເນື່ອງຈາກ ພວກທ່ານໄດ້ກາຍເປັນຄົນທີ່ເສີຍຊ້າໃນການຟັງແລ້ວ.
\s5
\v 12 ເຖິງແມ່ນເວລານີ້ພວກທ່ານຄວນຈະເປັນຄຣູໄດ້ແລ້ວ, ແຕ່ ພວກເຈົ້າກໍຍັງຕ້ອງການໃຫ້ມີຄົນ ສອນພວກທ່ານເຖິງຫລັກການເບື້ອງຕົ້ນກຽ່ວກັບຖ້ອຍຄຳຂອງພຣະເຈົ້າ, ພວກເຈົ້າຕ້ອງການນໍ້ານົມບໍ່ແມ່ນອາຫານແຂງ.
\v 13 ດ້ວຍວ່າ, ໃຜກໍຕາມທີ່ກິນນໍ້ານົມກໍຍັງບໍ່ຊຳນານ ໃນເລື່ອງຄວາມຊອບທັມ ເພາະເຂົາຍັງເປັນເດັກນ້ອຍຢູ່.
\v 14 ອາຫານແຂງນັ້ນເປັນອາຫານສຳລັບຜູ້ໃຫຍ່. ຄົນເຫລົ່ານີ້ຄືຄົນທີ່ຄວນເປັນຜູ້ໃຫຍ່ເຮັດໃຫ້ເຂົາມີຄວາມເຂົ້າໃຈທີ່ຝຶກອົບຮົມພວກເຂົາໃຫ້ສາມາດ ສັງເກດວ່າສິ່ງໃດດີ ແລະສິ່ງໃດຊົ່ວ.
\s5
\c 6
\cl ບົດທີ 6
\p
\v 1 ດັ່ງນັ້ນແລ້ວຂໍໃຫ້ພວກເຮົາອອກຈາກຄຳສອນເບື້ອງຕົ້ນ ກ່ຽວກັບ ພຣະຄຣິດເຈົ້າ ແລະ ກ້າວໄປຂ້າງຫນ້າ ສູ່ຄວາມເປັນຜູ້ໃຫຍ່ແລ້ວ. ຂໍໃຫ້ພວກເຮົາທີ່ຈະບໍ່ຕ້ອງວາງຮາກຖານເລື່ອງການກັບໃຈຈາກການງານແຫ່ງຄວາມຕາຍເລື່ອງຄວາມເຊື່ອໃນພຣະເຈົ້າອີກຄັ້ງຫນຶ່ງ
\v 2 ຫລືເລື່ອງຮາກຖານຄຳສອນ ກຽ່ວກັບການບັບຕິສະມາພິທີວາງມື, ການເປັນຄືນມາຈາກຕາຍຂອງຄົນທີ່ຕາຍໄປແລ້ວ ແລະເລື່ອງການພິພາກສານິຣັນດອນ.
\v 3 ເຮົາຈະກະທຳສິ່ງນີ້ຖ້າຫາກພຣະເຈົ້າຊົງອະນຸຍາດ.
\s5
\v 4 ເພາະ ມັນເປັນໄປບໍ່ໄດ້ສຳລັບ ຄົນເຫລົ່ານັ້ນທີ່ເຄີຍໄດ້ຮັບຄໍາສອນມາແລ້ວເຄີຍໄດ້ຊີມຣົດຂອງປຣະທານຈາກສະຫວັນ ເຄີຍມີສ່ວນຮ່ວມກັບພຣະວິນຍານບໍຣິສຸດເຈົ້າ
\v 5 ແລະ ໄດ້ຊີມຣົດອັນດີແຫ່ງຖ້ອຍຄຳຂອງພຣະເຈົ້າແລະພະລັງ ຂອງຍຸກທີ່ຈະມາເຖິງ
\v 6 ແຕ່ຄົນທີ່ລົ້ມລົງແລ້ວນັ້ນເປັນໄປບໍ່ໄດ້ທີ່ຈະຮື້ຟື້ນພວກເຂົາ ມາສູ່ການກັບໃຈໃຫມ່ອີກໄດ້. ນີ້ເປັນ ເພາະພວກເຂົາເອງຄຶງພຣະບຸດຂອງພຣະເຈົ້າເພື່ອຕົວຂອງພວກເຂົາເອງອີກຄັ້ງ, ແລະໄດ້ເຮັດໃຫ້ພຣະອົງອັບອາຍຢ່າງເປີດເຜີຍຕໍ່ທຸກຄົນ.
\s5
\v 7 ເພາະພື້ນດິນທີ່ດູດຮັບເອົານໍ້າຝົນ ທີ່ຕົກລົງມາ, ແລະ ໃຫ້ເກີດພືດຜົນງອກຂຶ້ນໃຫ້ ປະໂຫຍດຕໍ່ຄົນທີ່ປູກຝັງເທິງແຜ່ນດິນນັ້ນ ນີ້ຄືແຜ່ນດິນທີ່ໄດ້ຮັບພຣະພອນຈາກພຣະເຈົ້າ.
\v 8 ແຕ່ ຖ້າແຜ່ນດິນນັ້ນໃຫ້ພືດທີ່ມີຫນາມ ຫລືວັດຊະພືດມັນ ກໍບໍ່ມີຄ່າອັນໃດແລະຖືກຊົງປ້ອຍດ່າແລ້ວ. ໃນທີ່ສຸດກໍຈະຖືກເຜົາໄຟເສັຽ.
\s5
\v 9 ພີ່ນ້ອງທີ່ຮັກ ເຖິງແມ່ນວ່າພວກເຮົາຈະເວົ້າດັ່ງນີ້ແຕ່ພວກເຮົາໄດ້ຮັບການເຮັດໃຫ້ສຳນຶກເຖິງສິ່ງທີ່ດີກວ່າກ່ຽວກັບພວກທ່ານ ຄືສິ່ງຕ່າງໆທີ່ກ່ຽວກັບຄວາມລອດ.
\v 10 ເພາະວ່າພຣະເຈົ້າ ບໍ່ໄດ້ຊົງອະຍຸຕິທັມ ທີ່ຈະລືມການງານຂອງພວກທ່ານ ແລະ ຄວາມຮັກທີ່ພວກທ່ານໄດ້ສະແດງ ອອກເພື່ອພຣະນາມຂອງພຣະອົງ ເນື່ອງຈາກການທີ່ພວກທ່ານໄດ້ປະຕິບັດບັນດາຜູ້ເຊື່ອແລະຍັງຄົງເຮັດຢູ່.
\s5
\v 11 ເຮົາປາຖນາ ອັນຍິ່ງໃຫຍ່ທີ່ພວກທ່ານ ແຕ່ລະຄົນຈະສະແດງຄວາມພາກພຽນຈົນເຖິງທີ່ສຸດ ເພື່ອເຫັນແກ່ຄວາມຫມັ້ນໃຈຢ່າງເຕັມຂະຫນາດນັ້ນ.
\v 12 ທັ້ງນີ້ ເພື່ອພວກທ່ານບໍ່ກັບກາຍເປັນຄົນກຽດຄ້ານ ແຕ່ຮຽນແບບບັນດາຄົນເຫລົ່ານັ້ນ ທີ່ອາໄສຄວາມເຊື່ອ ແລະ ຄວາມພຽນອົດທົນເຮັດໃຫ້ພວກເຂົາໄດ້ຮັບມໍຣະດົກຕາມ ພຣະສັນຍາ.
\s5
\v 13 ເມື່ອພຣະເຈົ້າຊົງເຮັດພັນທະສັນຍາຕໍ່ອັບຣາຮາມພຣະອົງສາບານໂດຍອ້າງເຖິງພຣະອົງເອງເພາະບໍ່ມີໃຜທີ່ຍິ່ງ ໃຫຍ່ກວ່າພຣະອົງໃນການອ້າງເພື່ອສາບານໄດ້
\v 14 ພຣະອົງກ່າວວ່າເຮົາຈະອວຍພອນເຈົ້າຢາ່ງແນ່ນອນແລະເຮົາຈະເພີ້ມພູນຢ່າງຍິ່ງໃຫຍ່ໃຫ້ແກ່ເຈົ້າ
\v 15 ໂດຍເຫດນີ້ເອງອັບຣາຮາມຈຶ່ງໄດ້ຮັບຕາມພຣະສັນຍາຫລັງຈາກທີ່ເຂົາໄດ້ພຽນລໍຄອຍດ້ວຍຄວາມອົດທົນ.
\s5
\v 16 ເພາະມະນຸດເຄີຍສາບານໂດຍອ້າງເຖິງໃຜບາງຄົນທີ່ຍິ່ງໃຫຍ່ກວ່າຕົນ. ຄຳສາບານເປັນຄຳເປັນຄຳຢືນຢັນສຸດທ້າຍທີ່ເຮັດໃຫ້ການຖົກຖຽງກັນສິ້ນສຸດລົງ
\v 17 ເມື່ອພຣະເຈົ້າຕັດສິນໃຈທີ່ຈະສຳແດງໃຫ້ຊັດເຈນຫລາຍຂຶ້ນຕໍ່ບັນດາຜູ້ທີ່ຈະຮັບມໍຣະດົກ ຕາມພຣະສັນຍາຂອງພຣະອົງ ຕາມພຣະປະສົງທີ່ບໍ່ປ່ຽນແປງຂອງພຣະອົງນັ້ນ ພຣະອົງຈຶ່ງຊົງຢືນຢັນ ດ້ວຍຄຳສາບານຂອງພຣະອົງເອງ.
\v 18 ເພື່ອສິ່ງທີ່ບໍ່ສາມາດປ່ຽນແປງໄດ້ສອງຢ່າງຄື: ພຣະເຈົ້າຈະກ່າວຄຳຕົວະບໍ່ໄດ້, ກັບພວກເຮົາທີ່ໄດ້ຫນີເຂົ້າມາລີ້ພັຍຈະໄດ້ມີກຳລັງໃຈ ຢ່າງເຂັ້ມແຂງເພື່ອຢຶດຫມັ້ນຢ່າງເຕັມທີ່ໃນຄວາມເຊື່ອຫມັ້ນທີ່ໄດ້ວາງໄວ້ຕໍ່ຫນ້າເຮົານັ້ນ.
\s5
\v 19 ພວກເຮົາມີຄວາມຫມັ້ນໃຈນີ້ທີ່ເປັນເຫມືອນສະຫມໍທີ່ປອດພັຍແລະເຊື່ອໃຈ, ໄດ້ສຳລັບຈິດວິນຍານຂອງພວກເຮົາເປັນ ຄວາມຫມັ້ນໃຈເພື່ອຈະເຂົ້າໄປຍັງສະຖານສັກສິດທີ່ສຸດຢູ່ເບື້ອງຫລັງຜ້າກັ້ງ,
\v 20 ພຣະເຢຊູຄຣິດເຈົ້າ ໄດ້ສະເດັດເຂົ້າໄປສະຖານແຫ່ງນັ້ນໃນຖານະຜູ້ບຸກເບີກສຳລັບພວກເຮົາ ຄືເປັນພຣະມະຫາປະໂລຫິດ ຕະຫລອດໄປ ຕາມແບບເມັນຄີເຊເດັກ.
\s5
\c 7
\cl ບົດທີ 7
\p
\v 1 ສ່ວນເມັນຄີເຊເດັກ, ຜູ້ນີ້ຄືກະສັດ ແຫ່ງເມືອງຊາເລັມຜູ້ເປັນປະໂລຫິດ ຂອງພຣະເຈົ້າຜູ້ສູງສຸດ ຜູ້ທີ່ໄດ້ພົບອັບຣາຮາມຫລັງຈາກທີ່ກັບມາຈາກການຮົບກັບກະສັດທັງຫລາຍດ້ວຍຊັຍຊະນະ ແລະ ໄດ້ຊົງອວຍພອນແກ່ເພິ່ນ.
\v 2 ຄືຜູ້ນີ້ທີ່ອັບຣາຮາມໄດ້ຖວາຍຫນຶ່ງສ່ວນສິບຂອງທຸກສິ່ງໃຫ້ກັບເພິ່ນ ຊື່ຂອງເພິ່ນຄືເມັນຄີເຊເດັກ, ຫມາຍເຖິງ. ກະສັດແຫ່ງຄວາມຊອບທັມ. ຕໍາແຫ່ນງຂອງເພິ່ນ ອີກຢ່າງຄືກະສັດແຫ່ງຊາເລັມ ຫມາຍເຖິງກະສັດແຫ່ງສັນຕິສຸກ.
\v 3 ເພິ່ນຄືຜູ້ທີ່ບໍ່ມີບິດາ, ບໍ່ມີມານດາ ບໍ່ມີບັນພະບຸຣຸດແລະບໍ່ມີແມ່ນແຕ່ຈຸດເລີ້ມຕົ້ນ ຫລືຈຸດສິ້ນສຸດຂອງຊີວິດແຕ່ເພິ່ນກໍມີຄວາມຄ້າຍເຫມືອນພຣະບຸດຂອງພຣະເຈົ້າ ເພາະເພິ່ນຍັງຄົງເປັນປະໂລຫິດນີ້ສືບໆໄປ.
\s5
\v 4 ຈົ່ງເບິ່ງ ຄວາມຍິ່ງໃຫຍ່ຂອງທ່ານຜູ້ນີ້ເຖີດແມ່ນແຕ່ອັບຣາຮາມບັນພະບຸຣຸດຂອງພວກເຮົາຍັງໄດ້ຖວາຍຫນຶ່ງສ່ວນສິບຈາກສິ່ງທັງຫລາຍທີ່ເຂົາໄດ້ມາຈາກການເຮັດເສິກໃຫ້ແກ່ທ່ານ.
\v 5 ໃນທາງຫນຶ່ງບັນດາເຊື້ອສາຍຂອງເລວີ ຜູ້ຮັບຖານະເປັນປະໂລຫິດ ໄດ້ຮັບຄຳສັ່ງຈາກ ກົດບັນຍັດ ສັ່ງໃຫ້ຮວບຮວມສິບລົດຈາກປະຊາຊົນຄື ຈາກພວກພີ່ນ້ອງຂອງຕົນເຖິງແມ່ນວ່າພວກເຂົາຈະມາຈາກເຊື້ອສາຍທາງກາຍຂອງອັບຣາຮາມດ້ວຍກໍຕາມ.
\v 6 ແຕ່ກົງກັນຂ້ວາມກັບເມັນຄີເຊເດັກຜູ້ທີ່ບໍ່ໄດ້ສືບເຊື້ອສາຍມາຈາກພວກເຂົາ ເພິ່ນຍັງຮັບສິບລົດຈາກອັບຣາຮາມ ແລະ ອວຍພອນອັບຣາຮາມ, ຜູ້ທີ່ໄດ້ຮັບພຣະສັນຍາຂອງພຣະເຈົ້າ.
\s5
\v 7 ການທີ່ຜູ້ເລັກນ້ອຍໄດ້ຮັບພອນຈາກຜູ້ໃຫຍ່. ຍອມເປັນເລື່ອງທີ່ບໍ່ສາມາດປະຕິເສດໄດ້
\v 8 ໃນກໍລະນີນີ້ຄືມະນຸດທີ່ຕ້ອງຕາຍທີ່ຮັບສິບລົດ ແຕ່ໃນກໍລະນີເຊັ່ນນັ້ນກໍໄດ້ຮັບການພິສູດຢືນຢັນວ່າທ່ານເປັນຜູ້ມີຊີວິດຢູ່.
\v 9 ຖ້າຈະເວົ້າໄປແລ້ວຄົນ ເລວີ ຜູ້ໄດ້ຮັບສິບລົດນັ້ນ ກໍຍັງໄດ້ຖວາຍສິບລົດຜ່ານທາງອັບຣາຮາມດ້ວຍເຊັ່ນກັນ.
\v 10 ເພາະວ່າ ຄົນເລວີກໍຍັງຢູ່ໃນສາຍເລືອດຂອງບັນພະບຸຣຸດຂອງເຂົາເມື່ອຄັ້ງທີ່ເມັນຄີເຊເດັກພົບ ອັບຣາຮາມ.
\s5
\v 11 ດັ່ງນີ້ຖ້າຫາກຄວາມບໍຣິບູນພ້ອມສາມາດເປັນຈິງໄດ້ໂດຍຜ່ານທາງລະບົບປະໂລຫິດຂອງເຜົ່າເລວີແລ້ວ (ເພາະພາຍໃຕ້ສິ່ງນີ້ເຮັດໃຫ້ປະຊາຊົນໄດ້ຮັບກົດບັນຍັດ), ແລ້ວເປັນຫຍັງຈຶ່ງຈຳເປັນຕ້ອງ ມີປະໂລຫິດອື່ນອີກ ຕາມແບບຂອງເມັນຄີເຊເດັກ ບໍ່ໄດ້ຕາມ ແບບຂອງອາໂຣນ?
\v 12 ເພາະ ເມື່ອລະບອບປະໂລຫິດໄດ້ມີການປ່ຽນແປງໄປດັ່ງນັ້ນກົດບັນຍັດກໍຕ້ອງໄດ້ຮັບການປ່ຽນແປງດ້ວຍ.
\s5
\v 13 ສຳລັບທ່ານຜູ້ທີ່ກຳລັງໄດ້ຮັບການກ່າວເຖິງຍັງມາຈາກຊົນເຜົ່າອື່ນຊຶ່ງເປັນຊົນເຜົ່າທີ່ບໍ່ເຄີຍມີຜູ້ໃດເຮັດການບົວລະບັດທີ່ແທ່ນບູຊາ.
\v 14 ບັດນີ້ເປັນທີ່ປາກົດແຈ້ງແລ້ວວ່າ, ອົງພຣະຜູ້ເປັນເຈົ້າ ຂອງເຮົາໄດ້ ຖືກຳເນີດມາຈາກຕະກູນຢູດາ ເປັນຕະກູນທີ່ໂມເຊ ບໍ່ເຄີຍກ່າວເຖິງ ການເປັນປະໂລຫິດ ເລີຍ.
\s5
\v 15 ສິ່ງທີ່ພວກເຮົາກ່າວນັ້ນຍິ່ງຊັດເຈນຫລາຍຂຶ້ນເມື່ອປະໂລຫິດ ອີກຕົນຫນຶ່ງ ເກີດຂຶ້ນໃນລັກສະນະດຽວກັນກັບເມັນຄີເຊເດັກ
\v 16 ຈຶ່ງບໍ່ແມ່ນຕາມພື້ນຖານຂອງກົດບັນຍັດ ທີ່ເຊື້ອສາຍທາງເນື້ອຫນັງຈະກາຍມາເປັນປະໂລຫິດແຕ່ເປັນໄປຕາມພື້ນຖານອານຸພາບຂອງຊີວິດທີ່ບໍ່ສາມາດເສື່ອມສູນໄດ້.
\v 17 ເພາະພຣະຄັມພີເປັນພະຍານເຖິງພຣະອົງວ່າ, “ທ່ານເປັນປະໂລຫິດຕະຫລອດໄປເປັນນິດໃນຕາມແບບຂອງເມັນຄີເຊເດັກ.”
\s5
\v 18 ເພາະໄດ້ມີການຍົກເລີກຄຳສັ່ງກ່ອນຫນ້ານີ້ເນື່ອງຈາກມັນອ່ອນແອແລະບໍ່ເກີດປະໂຫຍດ
\v 19 ເພາະ ກົດບັນຍັດນັ້ນບໍ່ໄດ້ເຮັດໃຫ້ສິ່ງໃດສົມບູນພ້ອມ, ແຕ່ມີຄໍາແນະນຳເຖິງຄວາມຫມັ້ນໃຈທີ່ດີກວ່າສຳລັບອານາຄົດໂດຍຜ່ານການທີ່ພວກເຮົາເຂົ້າໄປໃກ້ພຣະເຈົ້າໄດ້.
\s5
\v 20 ແລະສິ່ງນີ້ ບໍ່ໄດ້ເກີດຂຶ້ນໂດຍປາສະຈາກການໃຫ້ຄຳສາບານຄົນເຫລົ່ານັ້ນທີ່ເປັນປະໂລຫິດທີ່ບໍ່ໄດ້ໃຫ້ຄຳສາບານໃດໆ.
\v 21 ແຕ່ ພຣະອົງຜູ້ນີ້ຄືພຣະເຢຊູຄຣິດເຈົ້າໄດ້ມາເປັນປະໂລຫິດທີ່ໃຫ້ຄຳສາບານ ໂດຍຜູ້ຫນຶ່ງທີ່ກ່າວເຖິງພຣະອົງວ່າ,“ອົງພຣະຜູ້ເປັນເຈົ້າຊົງສາບານ ແລະຈະບໍ່ປ່ຽນພຣະທັຍ, ‘ທ່ານເປັນປະໂລຫິດນິຣັນດອນຂອງເຮົາ.’”
\s5
\v 22 ໂດຍສິ່ງນີ້ພຣະເຢຊູຄຣິດເຈົ້າຈຶ່ງໄດ້ຮັບຮອງພັນທະສັນຍາທີ່ດີກວ່າ.
\v 23 ມີຫລາຍຄົນທີ່ຂຶ້ນມາເປັນປະໂລຫິດ ເນື່ອງຈາກຄວາມຕາຍໄດ້ຂັດຂວາງເຮັດໃຫ້ພວກເຂົາບໍ່ ສາມາດເປັນໄດ້ຕໍ່ໄປ.
\v 24 ກົງກັນຂ້າມກັບ ພຣະເຢຊູເຈົ້າ ທີ່ດຳຣົງຢູ່ຊົ່ວນິຣັນດອນ, ພຣະອົງຈຶ່ງເປັນປະໂລຫິດທີ່ຖາວອນ.
\s5
\v 25 ດ້ວຍເຫດນີ້ ພຣະອົງຈຶ່ງຊົງສາມາດຊ່ວຍບັນດາຄົນເຫລົ່ານັ້ນທີ່ເຂົ້າມາຫາພຣະເຈົ້າ ໂດຍຜ່ານທາງພຣະອົງໃຫ້ພົ້ນໄດ້ຢ່າງສົມບູນເພາະພຣະອົງມີຊີວິດຢູ່ເພື່ອອະທິຖານທູນຂໍ ເພື່ອພວກເຂົາຢູ່ສະເຫມີ
\v 26 ສຳລັບພວກເຮົາ ຄືພຣະອົງບໍ່ມີບາບ,. ບໍຣິສຸດ, ປາສະຈາກຜິດ ຖືກແຍກອອກຈາກຄົນບາບ, ແລະໄດ້ເປັນຜູ້ຍິ່ງໃຫຍ່ເຫນືອຟ້າສະຫວັນ.
\s5
\v 27 ພຣະອົງບໍ່ຈຳເປັນຕ້ອງຖວາຍເຄື່ອງບູຊາເປັນປະຈຳທຸກໆວັນ, ເຫມືອນກັບພວກມະຫາປະໂລຫິດຄົນອື່ນໆ, ທີ່ໄດ້ຖວາຍສຳລັບການບາບຂອງຕົນເອງກ່ອນຈາກນັ້ນຈຶ່ງຖວາຍສຳລັບຄວາມບາບຂອງປະຊາຊົນ. ພຣະອົງເຮັດສິ່ງນີ້ພຽງຄັ້ງດຽວພໍແລ້ວຄືເມື່ອພຣະອົງໄດ້ຖວາຍພຣະອົງເອງ
\v 28 ຕາມກົດບັນຍັດ ແຕ່ງຕັ້ງມະຫາປະໂລຫິດທີ່ເປັນມະນຸດຜູ້ມີຄວາມອ່ອນແອ, ແຕ່ຖ້ອຍຄຳແຫ່ງການສາບານ ທີ່ມາພາຍຫລັງກົດບັນຍັດ, ໄດ້ເຈີມຕັ້ງພຣະບຸດ, ຜູ້ທີ່ໄດ້ຮັບການຄວາມສຳເລັດສືບໄປເປັນນິດ.
\s5
\c 8
\cl ບົດທີ 8
\p
\v 1 ເລື່ອງສຳຄັນທີ່ພວກເຮົາກຳລັງເວົ້າເຖິງຄື ພວກເຮົາມີພຣະມະຫາປະໂລຫິດຜູ້ຫນຶ່ງ ທີ່ປຣະທັບຢູ່ເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າຜູ້ເຕັມໄປດ້ວຍຣິດເດດອານຸພາບໃນສະຫວັນສະຖານ.
\v 2 ພຣະອົງຊົງເປັນຜູ້ຮັບໃຊ້ ຢູ່ໃນສະຖານທີ່ສັກສິດທີ່ສຸດ, ຄືຢູ່ໃນຫໍເຕັນສັກສິດທີ່ແທ້ຈິງ, ທີ່ອົງພຣະຜູ້ເປັນເຈົ້າໄດ້ຕັ້ງຂຶ້ນ, ບໍ່ແມ່ນມະນຸດ.
\s5
\v 3 ເພາະມະຫາປະໂລຫິດທຸກຄົນ ໄດ້ຮັບການແຕ່ງຕັ້ງໃຫ້ຖວາຍທັງຂອງຖວາຍ ແລະ ເຄື່ອງບູຊາ. ດ້ວຍເຫດນີ້ຈຶ່ງຈຳເປັນຢ່າງຍິ່ງທີ່ຈະຕ້ອງມີສິ່ງຂອງເພື່ອມອບຖວາຍ.
\v 4 ໃນເວລານີ້ ຖ້າຫາກພຣະຄຣິດຢູ່ໃນແຜ່ນດິນໂລກ ພຣະອົງກໍຈະບໍ່ເປັນປະໂລຫິດ, ເນື່ອງຈາກມີບັນດາຄົນເຫລົ່ານັ້ນ, ທີ່ຖວາຍຕາມກົດບັນຍັດຢູ່ແລ້ວ.
\v 5 ພວກເຂົາຮັບໃຊ້ດ້ວຍສິ່ງທີ່ເປັນແບບຈຳລອງຫລື ເງົາຂອງສິ່ງທີ່ຢູ່ໃນສະຫວັນ. ເຫມືອນກັບໂມເຊ, ທີ່ໄດ້ຮັບຄຳເຕືອນຈາກພຣະເຈົ້າເມື່ອເຂົາສ້າງຫໍເຕັນ. ພຣະເຈົ້າກ່າວວ່າ ເບິ່ງແມ. ເຈົ້າສ້າງທຸກສິ່ງຕາມແບບຢ່າງທີ່ເຈົ້າໄດ້ຮັບການສຳແດງແກ່ເຈົ້າທີ່ເທິງພູເຂົາ.”
\s5
\v 6 ແຕ່ບັດນີ້ພຣະເຢຊູຄຣິດເຈົ້າ ໄດ້ຮັບພາລະກິດທີ່ດີກວ່າ ພຣະອົງເປັນຄົນກາງ, ສຳລັບພັນທະສັນຍາຫນຶ່ງທີ່ດີກວ່າ ຊຶ່ງຕັ້ງຢູ່ເທິງພື້ນຖານຂອງພຣະສັນຍາທັງຫລາຍອັນປະເສີດກວ່າ.
\v 7 ເພາະຖ້າຫາກພັນທະສັນຍາທຳອິດບໍ່ມີຂໍ້ບົກຜ່ອງແລ້ວ, ກໍຄົງບໍ່ຈຳເປັນທີ່ຈະຕ້ອງມີພັນທະສັນຍາທີສອງ.
\s5
\v 8 ເພາະເມື່ອພຣະເຈົ້າໄດ້ພົບຂໍ້ຜິດພາດກ່ຽວກັບປະຊາຊົນຂອງພຣະອົງ, ພຣະອົງກ່າວວ່າ ເບິ່ງແມ ວັນເຫລົ່ານັ້ນຈະມາເຖິງ. ອົງພຣະຜູ້ເປັນເຈົ້າ ຊົງກ່າວວ່າ,‘ເບິ່ງແມ! ເມື່ອເຮົາຈະເຮັດພັນທະສັນຍາໃຫມ່ ກັບຍາດວົງຂອງອິສະຣາເອນ ແລະກັບຍາດຂອງວົງຢູດາ.
\v 9 ຊຶ່ງຈະບໍ່ເຫມືອນກັບພັນທະສັນຍາທີ່ ເຮົາໄດ້ເຮັດກັບບັນພະບຸຣຸດຂອງພວກເຂົາ ແລະນຳພວກເຂົາພາອອກມາຈາກດິນແດນອີຢິບ. ເພາະພວກເຂົາບໍ່ຮັກສາພັນທະສັນຍາຂອງເຮົາ, ເຮົາຈຶ່ງບໍ່ສົນໃຈຕໍ່ພວກເຂົາ. ພຣະເຈົ້າກ່າວດັ່ງນີ້.
\s5
\v 10 ເພາະ‘ນີ້ຄືພັນທະສັນຍາທີ່ ເຮົາຈະເຮັດກັບຍາດວົງອິສະຣາເອນຫລັງຈາກວັນເຫລົ່ານັ້ນ. ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້: ເຮົາຈະໃສ່ກົດບັນຍັດເຂົ້າໄວ້ໃນຄວາມຄິດຈິດໃຈ ຂອງພວກເຂົາ. ເເລະ ເຮົາຈະຈາຣຶກພວກມັນໄວ້ໃນຫົວໃຈຂອງພວກເຂົາ, ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະ ພວກເຂົາຈະເປັນປະຊາຊົນຂອງເຮົາ.
\s5
\v 11 ພວກເຂົາ ຈະບໍ່ສອນເພື່ອນບ້ານ ແລະ ພີ່ນ້ອງຂອງເຂົາແຕ່ລະຄົນອີກຕໍ່ໄປວ່າ,“ຈົ່ງຮູ້ຈັກພຣະເຈົ້າ”ເພາະທຸກຄົນຮູ້ຈັກເຮົາຕັ້ງແຕ່ຜູ້ທີ່ເລັກນ້ອຍທີ່ສຸດຈົນເຖິງ ຜູ້ທີ່ເປັນໃຫຍ່ທີ່ສຸດໃນພວກເຂົາ.
\v 12 ເພາະ ເຮົາຈະເມດຕາຕໍ່ການກະທຳອັນບໍ່ຊອບທັມຂອງພວກເຂົາ ແລະ ເຮົາຈະບໍ່ຈົດຈຳຄວາມບາບຂອງພວກເຂົາອີກຕໍ່ໄປ.’”
\s5
\v 13 ໂດຍການກ່າວວ່າ, “ພັນທະສັນຍາໃຫມ່”ນັ້ນພຣະອົງໄດ້ເຮັດໃຫ້ ພັນທະສັນຍາທຳອິດເກົ່າໄປເພາະສິ່ງທີ່ລ້າສະໄຫມ ແລະເກົ່າແລ້ວຈະຕ້ອງສູນຫາຍໄປ.
\s5
\c 9
\cl ບົດທີ 9
\p
\v 1 ພັນທະສັນຍາທຳອິດນັ້ນ ກໍມີຂໍ້ບັງຄັບສຳລັບການນະມັດສະການ ແລະ ມີສະຖານທີ່ສັກສິດໃນໂລກນີ້.
\v 2 ມີຫໍເຕັນສັກສິດທີ່ຈັດຕັ້ງຂຶ້ນມີຫ້ອງຊັ້ນນອກທີ່ເອົາໄວ້ຕັ້ງຫລັກຕະກຽງ ໂຕະ ແລະເຂົ້າຈີ່ທີ່ ຕັ້ງໄວ້ຫ້ອງທຳອິດນີ້ເອີ້ນວ່າ ສະຖານທີ່ສັກສິດ.
\s5
\v 3 ດ້ານຫລັງຜ້າກັ້ງຊັ້ນທີສອງ ມີອີກຫ້ອງຫນຶ່ງເອີ້ນວ່າ ສະຖານທີ່ສັກສິດທີ່ສຸດ.
\v 4 ໃນຫ້ອງນີ້ມີແທ່ນທອງຄຳສຳລັບເຜົາເຄື່ອງຫອມ. ແລະມີຫີບພັນທະສັນຍາຫຸ້ມດ້ວຍທອງຄຳຊຶ່ງຢູ່ໃນຫີບມີພາຊະນະທອງຄຳໃສ່ມານາ, ໄມ້ຄ້ອນເທົ້າຂອງອາໂຣນທີ່ປົ່ງຍອດ, ແລະ ມີແຜ່ນຫີນຈາຣຶກພັນທະສັນຍາ.
\v 5 ຢູ່ເທິງຫີບພັນທະສັນຍານັ້ນ ມີຮູບເຄຣູບປະກອບດ້ວຍ ສະຫງ່າຣາສີຂອງພຣະເຈົ້າກາງປີກປົກຄຸມທີ່ລົບມົນທິນບາບຊຶ່ງພວກເຮົາບໍ່ສາມາດຈະພັນລະນາລະອຽດໃນເວລານີ້ໄດ້.
\s5
\v 6 ຫລັງຈາກສິ່ງຕ່າງໆເຫລົ່ານີ້ ໄດ້ຮັບການຈັດຕຽມເອົາໄວ້ແລ້ວ, ບັນດາປະໂລຫິດທັງຫລາຍກໍຈະເຂົ້າໄປໃນຫໍເຕັນສັກສິດ ຊັ້ນນອກເພື່ອປະກອບພິທີຂອງພວກເຂົາ.
\v 7 ມີພຽງແຕ່ມະຫາປະໂລຫິດເທົ່ານັ້ນທີ່ຈະເຂົ້າໄປໃນຫ້ອງຊັ້ນທີສອງເປັນເວລາປີລະຫນຶ່ງຄັ້ງເທົ່ານັ້ນ. ເຂົາບໍ່ໄດ້ຕຽມເລືອດເພື່ອຖວາຍໃຫ້ກັບຕົວເອງເທົ່ານັ້ນແກ່ເພື່ອຄວາມບາບທີ່ບໍ່ເຈດຕະນາຂອງປະຊາຊົນດ້ວຍ.
\s5
\v 8 ພຣະວິນຍານບໍຣິສຸດເຈົ້າ ໄດ້ສະແດງເຖິງຫົນທາງເພື່ອເຂົ້າສູ່ສະຖານທີ່ສັກສິດທີ່ສຸດນັ້ນຈະບໍ່ໄດ້ຮັບການເປີດເຜີຍຕາບໃດທີ່ຫ້ອງຊັ້ນນອກນັ້ນຍັງຄົງຕັ້ງຫມັ້ນຄົງຢູ່.
\v 9 ນີ້ເປັນພາບເຄື່ອງຫມາຍເຖິງສະໄຫມປັດຈຸບັນ ທັງຂອງຖວາຍແລະ ເຄື່ອງບູຊາທີ່ໄດ້ຖວາຍໃນຕອນນີ້ນັ້ນບໍ່ສາມາດເຮັດໃຫ້ໃຈສຳນຶກຂອງຜູ້ນະມັດສະການສົມບູນດີພ້ອມໄດ້.
\v 10 ເພາະທັງຫມົດນີ້ກຽ່ວຂອ້ງພຽງແຕ່ອາຫານເຄື່ອງດື່ມ ແລະສິ່ງຕ່າງໆສຳລັບພິທີລ້າງຊຳຣະເທົ່ານັ້ນ. ສິ່ງເຫລົ່ານີ້ເປັນຂໍ້ບັງຄັບສຳລັບເນື້ອຫນັງທີ່ຖືກຈັດຕັ້ງຂຶ້ນຈົນກວ່າກົດເກນປ່ຽນໃຫມ່ຈະຖືກສ້າງຂຶ້ນ.
\s5
\v 11 ພຣະຄຣິດສະເດັດມາແລ້ວໃນຖານະ ພຣະມະຫາປະໂລຫິດແຫ່ງສິ່ງປະເສີດທັງຫລາຍທີ່ໄດ້ມາເຖິງ ພຣະອົງກ້າວຜ່ານເຂົ້າໄປໃນ ສະຖານທີ່ສັກສິດທີ່ສຸດ ແລະຍິ່ງໃຫຍ່ກວ່າທີ່ບໍ່ໄດ້ສ້າງຂຶ້ນ ດ້ວຍມືມະນຸດແລະບໍ່ໄດ້ເປັນຂອງທີ່ສ້າງຂຶ້ນໃນໂລກນີ້.
\v 12 ບໍ່ແມ່ນໂດຍເລືອດຂອງແກະຫລືງົວເຖິກແຕ່ໂດຍພຣະໂລຫິດຂອງພຣະອົງເອງທີ່ເຮັດໃຫ້ພຣະອົງເຂົ້າໄປໃນສະຖານທີ່ສັກສິດທີ່ສຸດທີ່ພຣະອົງໄດ້ເຮັດພຽງຄັ້ງດຽວເປັນການສິ້ນສຸດແລະສິ່ງນີ້ເຮັດໃຫ້ໄດ້ມາຊຶ່ງການຊົງໄຖ່ບາບອັນຕະຫລອດໄປຂອງພວກເຮົາ.
\s5
\v 13 ເພາະຖ້າຫາກເລືອດຂອງແບ້ ຫລືເລືອດງົວເຖິກແລະຂີ້ເຖົ່າຖ່ານຈາກງົວໂຕແມ່ທີ່ໂຮຍລົງເທິງຄົນເຫລົ່ານັ້ນທີ່ບໍ່ສະອາດໄດ້ນຳມາຖວາຍແກ່ພຣະເຈົ້າເພື່ອການຊຳຣະຮ່າງກາຍຂອງພວກເຂົາໃຫ້ສະອາດ,
\v 14 ແລ້ວຍິ່ງກວ່ານັ້ນ ພຣະໂລຫິດຂອງພຣະຄຣິດ, ຜູ້ຊຶ່ງໂດຍຜ່ານທາງພຣະວິນຍານນິຣັນດອນ ທີ່ໄດ້ຖວາຍພຣະອົງເອງໂດຍປາສະຈາກຕຳຫນິແດ່ພຣະເຈົ້າ ຈະຊຳຣະໃຈສຳນຶກຂອງເຮົາຈາກການງານທີ່ນຳໄປສູ່ຄວາມຕາຍ ເພື່ອຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່ໄດ້ຫລາຍກວ່ານັ້ນຈັກເທົ່າໃດ.
\v 15 ດ້ວຍເຫດຜົນນີ້ເອງ, ພຣະອົງ ຈຶ່ງເປັນຄົນກາງສຳລັບພັນທະສັນຍາໃຫມ່. ແລະການທີ່ຄວາມຕາຍໄດ້ເກີດຂຶ້ນກໍເພື່ອປົດປ່ອຍຄົນເຫລົ່ານັ້ນທີ່ຢູ່ພາຍໃຕ້ພັນທະສັນຍາທຳອິດໃຫ້ເປັນອິສຣະຈາກຄວາມບາບຂອງພວກເຂົາ ບັນດາຄົນເຫລົ່ານັ້ນທີ່ໄດ້ຮັບການຊົງເອີ້ນກໍຈະຮັບພັນທະສັນຍາແຫ່ງມໍຣະດົກນິລັນດອນ.
\s5
\v 16 ເພາະເມື່ອມີພິໄນກຳ, ຄວາມຕາຍຂອງບຸກຄົນຕ້ອງໄດ້ຮັບການພິສູດ
\v 17 ເພາະພິໄນກຳຈະມີຜົນໃຊ້ໄດ້ກໍຕໍ່ເມື່ອ, ມີຄວາມຕາຍເກີດຂຶ້ນແຕ່ຖ້າບຸກຄົນທີ່ເຮັດໜັງສືພິໄນກຳນັ້ນຍັງມີຊີວິດຢູ່ ໜັງສືພິໄນກຳນັ້ນກໍຈະບໍ່ມີຜົນໃຊ້ໄດ້.
\s5
\v 18 ດັ່ງນັ້ນຈຶ່ງບໍ່ແມ່ນພັນທະສັນຍາທຳອິດເທົ່ານັ້ນທີ່ບໍ່ໄດ້ຖືກກໍ່ຕັ້ງຂຶ້ນ ໂດຍປາສະຈາກເລືອດ.
\v 19 ເພາະວ່າ ໂມເຊໄດ້ປຣະທານຄຳສັ່ງທຸກປະການໃນກົດບັນຍັດໃຫ້ກັບປະຊາຊົນທັງຫມົດແລ້ວ, ເພິ່ນໄດ້ນຳເອົາເລືອດງົວເຖິກແລະ ເລືອດແບ້ເຖິກ, ພ້ອມກັບນຳຂົນແກະສີແດງ, ແລະ ໃບຫູສົບມັດໜຶ່ງມາຈຸ່ມ, ແລະ ຊິດໃສ່ຫນັງສືມ້ວນແລະ ປະຊາຊົນທັງຫມົດ.
\v 20 “ນີຄືເລືອດແຫ່ງພັນທະສັນຍາຊຶ່ງພຣະເຈົ້າໄດ້ຊົງສັ່ງເອົາໄວ້ສຳລັບພວກທ່ານ.
\s5
\v 21 ” ແລະເຊັ່ນດຽວກັນ, ເພິ່ນໃຊ້ເລືອດຊິດໃສ່ຫໍເຕັນ ສັກສິດ ກັບເຄື່ອງໃຊ້ຕ່າງໆທີ່ໃຊ້ໃນ ພິທີກໍາ.
\v 22 ແລະຕາມກົດບັນຍັດແລ້ວ ແມ່ນເກືອບທຸກໆສິ່ງສະອາດໄດ້ໂດຍເລືອດ ແລະ ໂດຍປາສະຈາກການໄຫລຂອງເລືອດ ກໍບໍ່ມີການໃຫ້ອະພັຍບາບກັມ.
\s5
\v 23 ດ້ວຍເຫດນີ້ຈຶ່ງຈຳເປັນຢ່າງຍິ່ງທີ່ແບບຈຳລອງຂອງສິ່ງຂອງສິ່ງຕ່າງໆໃນ ສະຫວັນສົມຄວນໄດ້ຮັບການຊຳຣະໃຫ້ບໍຣິສຸດ ໂດຍເຄື່ອງບູຊາເຫລົ່ານີ້ແຕ່ຢ່າງໃດກໍຕາມສິ່ງທີ່ເປັນຂອງສະຫວັນນັ້ນຕ້ອງໄດ້ຮັບການຊຳຣະໃຫ້ສະອາດໂດຍເຄື່ອງບູຊາທີ່ດີກວ່າ.
\v 24 ເພາະວ່າ ພຣະຄຣິດບໍ່ໄດ້ສະເດັດເຂົ້າໄປໃນສະຖານສັກສິດທີ່ຖືກສ້າງຂຶ້ນດ້ວຍມືຂອງມະນຸດ, ຊຶ່ງເປັນແບບຢ່າງຂອງສິ່ງທີ່ເປັນຈິງ, ແຕ່ພຣະອົງໄດ້ ສະເດັດເຂົ້າສູ່ສະຫວັນໂດຍກົງຊຶ່ງປາກົດຕໍ່ພຣະພັກພຣະເຈົ້າເພື່ອພວກເຮົາເວລານີ້.
\s5
\v 25 ພຣະອົງ ບໍ່ໄດ້ໄປທີ່ນັ້ນເພື່ອຖວາຍ ພຣະອົງຫລາຍເທື່ອ, ເຫມືອນກັບທີ່ມະຫາປະໂລຫິດ ກະທຳ ຄືເຂົ້າໄປໃນບ່ອນສັກສິດທີ່ສຸດ, ພ້ອມກັບເລືອດຂອງຄົນອື່ນເຂົ້າໄປຖວາຍທຸກໆປີ,
\v 26 ເພາະຖ້າຫາກເປັນເຊັ່ນນັ້ນແລ້ວພຣະອົງກໍບໍ່ຈຳເປັນຕ້ອງທົນທຸກທໍຣະມານຫລາຍເທື່ອ, ນັບຈາກວາງຮາກສ້າງໂລກມາ. ແຕ່ບັດນີ້ ພຣະອົງໄດ້ຊົງປາກົດໃນປາຍຍຸກເພື່ອກຳຈັດບາບໂດຍການຖວາຍພຣະອົງ ເອງເປັນເຄື່ອງບູຊາພຽງເທື່ອດຽວເປັນການສິ້ນສຸດ.
\s5
\v 27 ມະນຸດທຸກຄົນຖືກກຳນົດໃຫ້ຕາຍພຽງຄັ້ງດຽວ ແລະ ຫລັງຈາກນັ້ນກໍເຂົ້າສູ່ການພິພາກສາ
\v 28 ເຊັ່ນດຽວກັນພຣະຄຣິດກໍຖວາຍພຣະອົງເອງພຽງຄັ້ງດຽວເພື່ອກຳຈັດບາບ ຂອງຄົນຈຳນວນຫລວງຫລາຍ. ພຣະອົງຈະມາປາກົດເປັນຄັ້ງທີສອງ, ບໍ່ແມ່ນເພື່ອຈັດການກັບຄວາມບາບ, ແຕ່ເພື່ອຄວາມພົ້ນຂອງຄົນເຫລົ່ານັ້ນທີ່ກຳລັງອົດທົນລໍຄອຍ ພຣະອົງຢູ່.
\s5
\c 10
\cl ບົດທີ 10
\p
\v 1 ເພາະ ກົດບັນຍັດນັ້ນ ເປັນພຽງແຕ່ເງົາຂອງບັນດາສິ່ງດີທີ່ຈະມາເຖິງ ບໍ່ແມ່ນຕົວຈິງຂອງສິ່ງເຫລົ່ານັ້ນ, ບັນດາຄົນທີ່ມາເຂົ້າເຝົ້າພຣະເຈົ້າ ບໍ່ສາມາດໄດ້ຮັບການເຮັດໃຫ້ສົມບູນແບບໄດ້ໂດຍເຄື່ອງບູຊາທີ່ພວກປະໂຣຫິດນຳມາຖວາຍທຸກປີ
\v 2 ເພາະຖ້າບໍ່ດັ່ງນັ້ນກໍຄົງຈະບໍ່ມີການຖວາຍບັນດາ ເຄື່ອງບູຊາຕໍ່ໄປບໍ່ແມ່ນບໍ? ຖ້າຫາກພວກເຂົາໄດ້ຮັບການຊຳຣະໃຫ້ສະອາດພຽງຄັ້ງດຽວ ປັນການສິ້ນສຸດແລ້ວ ຜູ້ນະມັດສະການກໍຈະບໍ່ຮູ້ສຶກຕົວວ່າຕົນເອງມີຄວາມບາບອີກຕໍ່ໄປ.
\v 3 ແຕ່ໂດຍເຄື່ອງ ບູຊາເຫລົ່ານັ້ນຈຶ່ງເຮັດໃຫ້ມີການເຕືອນໃຫ້ຣະນຶກເຖິງຄວາມບາບທຸກໆປີ.
\v 4 ເພາະເປັນໄປບໍ່ໄດ້ທີ່, ເລືອດຂອງງົວເຖິກ ແລະ ເລືອດແບ້ ຈະຊຳຣະຄວາມບາບອອກໄປໄດ້.
\s5
\v 5 ເມື່ອພຣະຄຣິດເຈົ້າສະເດັດເຂົ້າມາໃນໂລກນີ້. ພຣະອົງຊົງກ່າວວ່າ, ບໍ່ແມ່ນ“ເຄື່ອງບູຊາຫລືຂອງຖວາຍ ທີ່ພຣະອົງປາຖນາແຕ່ ຄືກາຍຫນຶ່ງທີ່ພຣະອົງຊົງຈັດຕຽມເອົາໄວ້ສຳລັບຂ້າພຣະອົງ.
\v 6 ພຣະອົງບໍ່ໄດ້ພໍພຣະທັຍຕໍ່ເຄື່ອງເຜົາບູຊາ ແລະເຄື່ອງບູຊາລຶບລ້າງບາບ
\v 7 ແລ້ວ ຂ້ານ້ອຍຈຶ່ງທູນວ່າ,‘ຂ້າແດ່ພຣະເຈົ້າ ຂ້ານ້ອຍຢູ່ທີ່ນີ້ເພື່ອຈະເຮັດຕາມນໍ້າພຣະທັຍຂອງພຣະອົງ. ດັ່ງທີ່ມີບັນທຶກໄວ້ໃນຫນັງສືມ້ວນນັ້ນ.’”
\s5
\v 8 ຄັ້ງທຳອິດທີ່ພຣະອົງຊົງກ່າວວ່າ, ພຣະເຈົ້າບໍ່ໄດ້ປາຖນາ“ເຄື່ອງບູຊາ ແລະ ເຄື່ອງຖວາຍ” ກັບ “ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາລຶບລ້າງບາບ ພຣະອົງບໍ່ໄດ້ພໍພຣະທັຍໃນສິ່ງເຫລົ່ານັ້ນ.”ນີ້ຄືເຄື່ອງບູຊາທີ່ຖວາຍຕາມກົດບັນຍັດ
\v 9 ແລ້ວຈາກນັ້ນພຣະອົງຈຶ່ງກ່າວ ວ່າ, “ຂ້າແດ່ພຣະເຈົ້າ ຂ້າພຣະອົງຢູ່ທີ່ນີ້ເພື່ອເຮັດຕາມນໍ້າພຣະທັຍຂອງພຣະອົງ.” ພຣະອົງຊົງຍົກເລີກການຖວາຍບູຊາຢ່າງທຳອິດເພື່ອສະຖາປານາລະບຽບການຖວາຍຢ່າງທີສອງ
\v 10 ໃນລະບຽບປະຕິບັດຄັ້ງທີສອງນັ້ນ ພວກເຮົາຖືກມອບຖວາຍໃຫ້ກັບພຣະເຈົ້າຕາມນ້ຳພຣະທັຍຂອງພຣະອົງຜ່ານທາງການຖວາຍ ພຣະກາຍ ຂອງພຣະເຢຊູຄຣິດເຈົ້າພຽງຄັ້ງດຽວທຸກຄົນ.
\s5
\v 11 ໃນທາງຫນຶ່ງປະໂລຫິດທຸກຄົນ ຕ້ອງຍິນຍອມເພື່ອປະຕິບັດພຣະເຈົ້າທຸກວັນ ເຂົາຖວາຍເຄື່ອງບູຊາ ແບບດຽວກັນທຸກວັນເຖິງແມ່ນວ່າເຄື່ອງບູຊາເຫລົ່ານັ້ນ ບໍ່ສາມາດຊຳຣະບາບກັມໄດ້ເລີຍກໍຕາມ
\v 12 ແຕ່ກົງກັນຂ້ວາມພຣະຄຣິດເຈົ້າໄດ້ຖວາຍເຄື່ອງບູຊາຄັ້ງດຽວ ເພື່ອຊຳຣະລ້າງບາບກັມແລ້ວ ເປັນການຖວາຍຊຶ່ງນຳໃຊ້ໄດ້ຕະຫລອດໄປ, ແລ້ວພຣະອົງກໍ່ນັ່ງທີ່ເບື້ອງຂວາ ພຣະຫັດຂອງພຣະເຈົ້າ.
\v 13 ພຣະອົງກຳລັງລໍຄອຍຈົນກວ່າ ພວກສັດຕຣູຂອງພຣະອົງ ຈະຖືກເຮັດໃຫ້ຫມູບຢູ່ໃຕ້ຕີນຂອງພຣະອົງ.
\v 14 ເພາະ ດ້ວຍການຖວາຍເຄື່ອງບູຊາພຽງຄັ້ງດຽວພຣະອົງໄດ້ເຮັດໃຫ້ຄົນທັງຫລາຍ ທີ່ຖືກມອບຖວາຍໃຫ້ແກ່ພຣະເຈົ້ານັ້ນສົມບູນແບບຊົ່ວນິຣັນດອນ.
\s5
\v 15 ແລະພຣະວິນຍານບໍຣິສຸດເຈົ້າໄດ້ເປັນພະຍານໃຫ້ແກ່ພວກເຮົາດ້ວຍ ເພາະພຣະອົງກ່າວຄັ້ງແລກວ່າ,
\v 16 “ນີ້ຄືພັນທະສັນຍາທີ່ ເຮົາຈະເຮັດກັບພວກເຂົາຫລັງຈາກວັນເຫລົ່ານັ້ນອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ ເຮົາຈະໃສ່ກົດບັນຍັດຂອງເຮົາໃນຈິດໃຈຂອງພວກເຂົາ ແລະ ເຮົາຈະຈາຣຶກກົດບັນຍັດເຫລົ່ານັ້ນໄວ້ໃນຄວາມຄິດຈິດໃຈຂອງພວກເຂົາ.’”
\s5
\v 17 “ເຮົາຈະບໍ່ຈົດຈຳຄວາມບາບ ແລະ ຄວາມຊົ່ວຊ້າຂອງພວກເຂົາອີກຕໍ່ໄປ.”
\v 18 ບັດນີ້ທີ່ໃດມີການໃຫ້ອະພັຍ ສຳລັບສິ່ງເຫລົ່ານີ້ແລ້ວທີ່ນັ້ນກໍບໍ່ຈຳເປັນຕ້ອງມີເຄື່ອງບູຊາລຶບລ້າງບາບອີກຕໍ່ໄປ.
\s5
\v 19 ດ້ວຍເຫດນີ້ພີ່ນ້ອງທັງຫລາຍ ພວກເຮົາຈຶ່ງມີຄວາມຫມັ້ນໃຈທີ່ຈະເຂົ້າໄປໃນສະຖານອັນສັກສິດທີ່ສຸດ ໂດຍທາງພຣະໂລຫິດຂອງພຣະເຢຊູຄຣິດເຈົ້າ
\v 20 ນັ້ນຄືຫົນທາງໃຫມ່ແລະເປັນທາງທີ່ມີຊີວິດ ທີ່ພຣະອົງໄດ້ເປີດໃຫ້ສຳລັບພວກເຮົາໂດຍຜ່ານທາງຜ້າກັ້ງນັ້ນ, ຊຶ່ງຫມາຍເຖິງກາຍທີ່ເປັນເນື້ອຫນັງຂອງພຣະອົງ.
\v 21 ແລະເພາະພວກເຮົາມີພຣະມະຫາປະໂລຫິດທີ່ຍິ່ງໃຫຍ່ເຫນືອບ້ານຂອງພຣະເຈົ້າ
\v 22 ຂໍໃຫ້ເຮົາເຂົ້າມາໃກ້ດ້ວຍ ຄວາມຈິງໃຈ ດ້ວຍຄວາມຫມັ້ນໃຈ, ຢ່າງເຕັມບໍຣິບູນໃນຄວາມເຊື່ອໃຫ້ຫົວໃຈຂອງເຮົາໄດ້ຮັບການຊຳຣະໃຫ້ສະອາດຈາກຈິດສຳນຶກທີ່ຊົ່ວຮ້າຍ ແລະກາຍຂອງເຮົາໄດ້ຮັບການຊຳຣະລ້າງດ້ວຍນໍ້າທີ່ບໍຣິສຸດ.
\s5
\v 23 ຂໍໃຫ້ເຮົາຢືນຢັນຢ່າງຫມັ້ນຄົງໃນຄວາມຄາດຫວັງ ທີ່ເຕັມໄປດ້ວຍຄວາມຫມັ້ນໃຈຂອງພວກເຮົາດ້ວຍການບໍ່ຫວັ່ນໄຫວ, ເພາະພຣະເຈົ້າຜູ້ໄດ້ສັນຍາໄວ້ແລ້ວນັ້ນເປັນຜູ້ສັດຊື່.
\v 24 ຂໍໃຫ້ພວກເຮົາພິຈາຣະນາວ່າເຮັດຢ່າງໃດຈຶ່ງຈະຈູງໃຈກັນແລະກັນໃຫ້ມີຄວາມຮັກແລະເຮັດຄຸນງາມຄວາມດີ.
\v 25 ຢ່າໃຫ້ພວກເຮົາປະການນະມັດສະການຮ່ວມກັນ, ເຫມືອນກັບທີ່ບາງຄົນເຄີຍປະນັ້ນ, ແຕ່ຈົ່ງຫນູນໃຈກັນແລະກັນຫລາຍຂຶ້ນແລະຫລາຍຍິ່ງຂຶ້ນ ເມື່ອພວກທ່ານກໍ່ເຫັນວ່າ ວັນນັ້ນກໍ່ໃກ້ເຂົ້າມາເຖິງແລ້ວ.
\s5
\v 26 ເພາະເມື່ອພວກເຮົາທຳບາບດ້ວຍຄວາມຕັ້ງໃຈຫລັງຈາກທີ່ພວກເຮົາໄດ້ຮັບຄວາມຮູ້ເຖິງຄວາມຈິງແລ້ວ ເຄື່ອງບູຊາລຶບລ້າງບາບ ກໍ່ບໍ່ມີເຫຼືອຢູ່ອີກຕໍ່ໄປ.
\v 27 ແຕ່ມີພຽງ, ຄວາມຄາດຫວັງດ້ວຍຄວາມຢ້ານກົວເຖິງການພິພາກສາກັບໄຟແຫ່ງພຣະພິໂຣດທີ່ຈະເຜົາຜານບັນດາຄົນທີ່ຕໍ່ສູ້ພຣະເຈົ້າ.
\s5
\v 28 ໃຜກໍຕາມທີ່ໄດ້ປະຕິເສດກົດບັນຍັດຂອງໂມເຊກໍຈະຕ້ອງຕາຍ ໃນເມື່ອມີພະຍານ ສອງຫລື ສາມປາກທີ່ເປັນພະຍານເຖິງເຂົາ
\v 29 ພວກທ່ານຈົ່ງຄິດເບິ່ງ ວ່າຈະມີການລົງໂທດທີ່ຫນັກພຽງໃດນໍ? ສຳລັບຄົນທີ່ຢຽບຢໍ່າພຣະບຸດຂອງພຣະເຈົ້າ ສຳລັບຄົນທີ່ປະຕິເສດຕໍ່ພຣະໂລຫິດແຫ່ງພັນທະສັນຍາເຫມືອນກັບວ່າເປັນສິ່ງທີ່ບໍ່ບໍຣິສຸດ ຄືພຣະໂລຫິດທີ່ພຣະອົງໄດ້ມອບຖວາຍແກ່ພຣະເຈົ້າ ສຳລັບຄົນທີ່ປະຫມາດພຣະວິນຍານແຫ່ງພຣະຄຸນນັ້ນ?
\s5
\v 30 ເພາະພວກເຮົາຮູ້ຈັກພຣະອົງຜູ້ຊົງກ່າວວ່າ, “ການແກ້ແຄ້ນ ເປັນຂອງເຮົາ ເຮົາຈະຕອບແທນຄືນ.” ແລະ ກ່າວອີກວ່າ, “ອົງພຣະຜູ້ເປັນເຈົ້າຈະພິພາກສາປະຊາກອນຂອງພຣະອົງ.”
\v 31 ການຕົກຢູ່ໃນມືຂອງພຣະເຈົ້າຜູ້ຊົງຊີວິດຢູ່ກໍເປັນເລື່ອງທີ່ຫນ້າຢ້ານກົວຢ່າງໃຫຍ່ຫລວງ.
\s5
\v 32 ແຕ່ຈົ່ງຣະນຶກເຖິງວັນເກົ່າກ່ອນ ທີ່ພວກທ່ານໄດ້ຮັບການເຮັດໃຫ້ຮູ້ຊັດແລ້ວເຖິງການທີ່ພວກທ່ານອົດທົນຕໍ່ຄວາມຍາກລຳບາກໃນການທົນທຸກຢ່າງຍິ່ງໃຫຍ່.
\v 33 ພວກທ່ານ ຖືກເຢາະເຢີ້ຍຖືກຄົນຫມິ່ນປະຫມາດແລະ ຖືກຂົ່ມເຫັງແລະ ພວກທ່ານກໍໄດ້ແບ່ງປັນຊ່ວຍເຫລືອບັນດາຄົນທີ່ເດີນຜ່ານຄວາມທຸກຍາກຢ່າງດຽວກັນນັ້ນ.
\v 34 ເພາະພວກທ່ານມີຄວາມເມດຕາສົງສານຕໍ່ຄົນເຫລົ່ານັ້ນທີ່ຖືກຄຸມຂັງ ແລະພວກທ່ານຍອມຮັບດ້ວຍຄວາມຊື່ນຊົມຍິນດີ ເມື່ອຊັບສົມບັດຂອງພວກທ່ານຖືກຍາດຊີງໄປ ພວກທ່ານຮູ້ວ່າ ຕົນເອງຍັງມີຊັບສົມບັດທີ່ດີກວ່າ ແລະ ເປັນຊັບສົມບັດອັນເປັນນິຣັນດອນ.
\s5
\v 35 ດັ່ງນັ້ນ ຢ່າໄດ້ປະຖິ້ມຄວາມໝັ້ນໃຈຂອງທ່ານຊຶ່ງມີລາງວັນອັນຍິ່ງໃຫຍ່.
\v 36 ເພາະພວກທ່ານຈຳເປັນຕ້ອງອົດທົນ ເພື່ອພວກທ່ານຈະໄດ້ຮັບສິ່ງທີ່ພຣະເຈົ້າຊົງສັນຍາເອົາໄວ້ຫລັງຈາກທີ່ພວກທ່ານໄດ້ເຮັດຕາມພຣະປະສົງຂອງພຣະອົງແລ້ວ.
\v 37 ເພາະໃນ“ອີກບໍ່ດົນບໍ່ນານເທົ່າໃດ ພຣະອົງຜູ້ກຳລັງຈະສະເດັດມາກໍຈະສະເດັດມາ ຢ່າງແນ່ນອນແລະຈະບໍ່ຊັກຊ້າ.
\s5
\v 38 ຄົນຊອບທັມຂອງເຮົານັ້ນດຳເນີນຊີວິດໂດຍຄວາມເຊື່ອ. ແລະ ຖ້າຫາກເຂົາຫລົບຖອຍຫລັງ, ເຮົາຈະບໍ່ພໍໃຈຄົນນັ້ນ.”
\v 39 ແຕ່ພວກເຮົາບໍ່ໄດ້ເປັນເຫລົ່ານັ້ນທີ່ຫັນກັບໄປສູ່ຄວາມຈິບຫາຍ, ພວກເຮົາເປັນຄົນເຫລົ່ານັ້ນທີ່ມີຄວາມເຊື່ອເພື່ອຮັກສາ ຈິດວິນຍານຂອງພວກເຮົາເອົາໄວ້.
\s5
\c 11
\cl ບົດທີ 11
\p
\v 1 ບັດນີ້ຄວາມເຊື່ອ ຄືຄວາມແນ່ໃຈກຽ່ວກັບສິ່ງຕ່າງໆທີ່ ເຮົາຄາດຫວັງເອົາໄວ້ຢ່າງເຕັມທີ່. ມີຄວາມຊັດແຈ້ງກຽ່ວກັບເຫດການຕ່າງໆທີ່ຍັງບໍ່ເຫັນກັບຕາ.
\v 2 ເພາະສິ່ງນີ້ ຈິ່ງເຮັດໃຫ້ບັນດາບັນພະບູຣຸດໄດ້ຮັບການຍອມຮັບໃນຄວາມເຊື່ອຂອງພວກເຂົາ
\v 3 ໂດຍຄວາມເຊື່ອພວກເຮົາຈຶ່ງເຂົ້າໃຈວ່າ ໂລກຈັກກະວານຖືກສ້າງຂຶ້ນ ໂດຍພຣະທັມຂອງພຣະເຈົ້າ. ດັ່ງນັ້ນສິ່ງທີ່ເບິ່ງເຫັນຈຶ່ງບໍ່ໄດ້ຖືກສ້າງອອກມາຈາກສິ່ງທີ່ິ່ເບິ່ງເຫັນ.
\s5
\v 4 ເປັນເພາະຄວາມເຊື່ອທີ່ເຮັດໃຫ້ເຄື່ອງບູຊາທີ່ ອາເບັນ ຖວາຍແກ່ພຣະເຈົ້ານັ້ນດີກວ່າ ກາອິນ ເພາະສິ່ງນີ້ຈຶ່ງເຮັດໃຫ້ເຂົາໄດ້ຮັບການຢືນຢັນວ່າເປັນຄົນຊອບທັມ ເຂົາໄດ້ຮັບການຍອມຮັບເຊັ່ນນີ້ກໍເນື່ອງຈາກຂອງຖວາຍທີ່ເຂົາຖວາຍແກ່ພຣະເຈົ້າ ແລະເພາະສິ່ງນັ້ນຈຶ່ງເຮັດໃຫ້ ອາເບັນ ຍັງຄົງເວົ້າຢູ່ແມ່ນວ່າເຂົາຈະຕາຍໄປແລ້ວກໍຕາມ.
\s5
\v 5 ເປັນເພາະຄວາມເຊື່ອທີ່ເຮັດໃຫ້ເອນົກ ຖືກຮັບຂຶ້ນໄປ ເພື່ອເຂົາຈະບໍ່ເຫັນຄວາມຕາຍ ບໍ່ມີຜູ້ໃດພົບເຫັນເພິ່ນ ເພາະພຣະເຈົ້າ ຊົງຮັບເຂົາໄປ. ເພາະກ່ອນທີ່ເຂົາຖືກຮັບຂຶ້ນໄປມີ ພະຍານຫລັກຖານວ່າເພິ່ນເປັນທີ່ພໍພຣະທັຍພຣະເຈົ້າ.
\v 6 ແຕ່ຖ້າບໍ່ມີຄວາມເຊື່ອຈຶ່ງເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພຣະເຈົ້າພໍພຣະທັຍ ເພາະເປັນເລື່ອງທີ່ຈຳເປັນຢ່າງຍິ່ງ, ເມື່ອໃຜເຂົ້າມາເຝົ້າ ພຣະເຈົ້າຈະຕ້ອງເຊື່ອວ່າ ພຣະອົງດຳຣງຢູ່ ແລະພຣະອົງຊົງເປັນຜູ້ ປຣະທານລາງວັນໃຫ້ກັບຄົນເຫລົ່ານັ້ນທີ່ສະແຫວງຫາພຣະອົງ.
\s5
\v 7 ໂດຍຄວາມເຊື່ອຈຶ່ງເຮັດໃຫ້ໂນອາໄດ້ຮັບຂໍ້ຄວາມຈາກພຣະເຈົ້າກຽ່ວກັບສິ່ງຕ່າງໆທີ່ຍັງເບິ່ງບໍ່ເຫັນ, ເພິ່ນຈຶ່ງຢຳເກງພຣະເຈົ້າ ເຂົາຈຶ່ງສ້າງເຮືອເພື່ອຊວ່ຍກູ້ເອົາຄອບຄົວຂອງຕົນໃຫ້ພົ້ນຈາກຄວາມຕາຍ. ໂດຍການເຮັດເຊັ່ນນີ້ເພິ່ນໄດ້ກ່າວໂທດໂລກນີ້, ແລະ ໄດ້ກາຍມາເປັນຜູ້ຮັບມໍຣະດົກ, ຄື ຄວາມຊອບທັມທີ່ໄດ້ມາໂດຍຄວາມເຊື່ອ.
\s5
\v 8 ໂດຍຄວາມເຊື່ອອັບຣາຮາມຈຶ່ງເຊື່ອຟັງເມື່ອໄດ້ຮັບການຊົງເອີ້ນແລະເຂົາອອກໄປຍັງສະຖານທີ່ ທີ່ເຂົາຈະໄດ້ຮັບເປັນມໍຣະດົກເຂົາອອກໄປໂດຍບໍ່ຮູ້ເລີຍວ່າຕົນກຳລັງຈະໄປໃສ.
\v 9 ເພາະຄວາມເຊື່ອເພິ່ນໄດ້ອາໄສຢູ່ໃນດິນແດນແຫ່ງພຣະສັນຍາໃນຖານະຄົນຕ່າງຊາດເພິ່ນອາໄສຢູ່ໃນຜ້າເຕັນຮ່ວມກັນກັບອີຊາກ ແລະ ຢາໂຄບຜູ້ຊຶ່ງຮວ່ມຮັບມໍຣະດົກໃນພຣະສັນຍາອັນດຽວກັນ.
\v 10 ເພາະເຂົາລໍຄອຍນະຄອນ ທີ່ຕັ້ງຢູ່ເທິງຮາກຖານເປັນນະຄອນທີ່ໄດ້ຮັບການອອກແບບ ແລະກໍ່ສ້າງໂດຍພຣະເຈົ້າ.
\s5
\v 11 ໂດຍຄວາມເຊື່ອນີ້ເອງທີ່ເຮັດໃຫ້ອັບຣາຮາມໄດ້ຮັບພະລັງ ເພື່ອໃຫ້ບັງເກີດເຊື້ອສາຍ, ເຖິງແມ່ນນາງຊາຣາເປັນຫມັນກໍຕາມ, ສິ່ງນີ້ເກີດຂຶ້ນແມ່ນວ່າເຂົາເອງກໍແກ່ຫລາຍແລ້ວ, ນີ້ເປັນເພາະພວກເຂົາຖືວ່າ ພຣະອົງຜູ້ຊົງປຣະທານພຣະສັນຍາໃຫ້ແກ່ພວກເຂົານັ້ນເປັນຜູ້ສັດຊື່.
\v 12 ເຫດສະນັ້ນ ຈາກຊາຍຄົນດຽວ ຊຶ່ງແມ່ນວ່າ ເຫມືອນຄົນທີ່ຕາຍແລ້ວນັ້ນເຂົາກໍໄດ້ໃຫ້ກຳເນີດຄົນເຫລົ່ານັ້ນມີຫລວງຫລາຍເຫມືອນດວງດາວໃນທ້ອງຟ້າ ແລະ ເຫມືອນກັບເມັດຊາຍຢູ່ໃນທະເລທີ່ບໍ່ສາມາດນັບຈຳນວນໄດ້.
\s5
\v 13 ສ່ວນຄົນເຫລົ່ານັ້ນໄດ້ຕາຍໄປໃນຄວາມເຊື່ອ ໂດຍທີ່ຍັງບໍ່ໄດ້ຮັບຕາມພຣະສັນຍາແຕ່ພວກເພິ່ນກໍໄດ້ເຫັນ ແລະ ຕ້ອນຮັບໄວ້ຕັ້ງແຕ່ໄກ ພວກເພິ່ນຍອມຮັບວ່າພວກເພິ່ນເປັນຄົນຕ່າງຊາດທີ່ທ່ອງທ່ຽວໄປມາໃນໂລກ.
\v 14 ສຳລັບຄົນເຫລົ່ານັ້ນທີ່ກ່າວຢ່າງນີ້, ຍ່ອມສະແດງໃຫ້ເຫັນຄັກແລ້ວວ່າ ພວກເພິ່ນກຳລັງສະແຫວງຫາບ້ານທີ່ແທ້ຈິງ.
\s5
\v 15 ຖ້າຫາກພວກເພິ່ນຄິດເຖິງບ້ານເມືອງທີ່ພວກເພິ່ນຈາກມາ, ພວກເພິ່ນຄົງມີໂອກາດກັບຄືນໄປໄດ້.
\v 16 ແຕ່ເພາະພວກເພິ່ນປາຖນາບ້ານເມືອງທີ່ດີກວ່າຄືບ້ານເມືອງທີ່ຢູ່ໃນສະຫວັນ. ດ້ວຍເຫດນີ້ພຣະເຈົ້າຈຶ່ງ ບໍ່ລະອາຍ ທີ່ພຣະອົງຖືກເອີ້ນວ່າເປັນພຣະເຈົ້າຂອງພວກເພິ່ນ ເນື່ອງຈາກພຣະອົງໄດ້ຈັດຕຽມນະຄອນຫນຶ່ງໄວ້ສຳລັບພວກເພິ່ນແລ້ວ.
\s5
\v 17 ໂດຍຄວາມເຊື່ອທີ່ເມື່ອອັບຣາຮາມ, ຖືກທົດລອງເພື່ອໃຫ້ຖວາຍອີຊາກຜູ້ຊຶ່ງເປັນລູກຊາຍຄົນດຽວຂອງເຂົາແລະເປັນລູກທີ່ໄດ້ຮັບຕາມພຣະສັນຍາ.
\v 18 ຄືອັບຣາຮາມຜູ້ນີ້ທີ່ໄດ້ຮັບຄຳກ່າວເຖິງວ່າ, “ໂດຍຜ່ານທາງອີຊາກເຊື້ອສາຍຂອງເຈົ້າຈະຖືກນັບ.”
\v 19 ອັບຣາຮາມເຊື່ອວ່າ ພຣະເຈົ້າຊົງຣິດສາມາດ ບັນດານໃຫ້ອີຊາກຟື້ນຄືນມາຈາກຄວາມຕາຍໄດ້ ແລະ ປຽບໄດ້ວ່າເພິ່ນໄດ້ຮັບອີຊາກກັບຄືນມາຈາກຄົນທີ່ຕາຍໄປແລ້ວ.
\s5
\v 20 ເເລະເຊັ່ນດຽວກັນໂດຍຄວາມເຊື່ອກຽ່ວກັບສິ່ງຕ່າໆທີ່ຈະມາເຖິງອີຊາກຈຶ່ງໄດ້ອວຍພອນຢາໂຄບ ແລະ ເອຊາວ.
\v 21 ໂດຍຄວາມເຊື່ອເມື່ອຢາໂຄບອວຍພອນລູກຊາຍຂອງໂຢເຊັບ ແຕ່ລະຄົນ, ຂະນະທີ່ເພິ່ນກຳລັງຈະຕາຍ, ຢາໂຄບນະມັດສະການພຣະເຈົ້າ ເພິ່ນຫມູບລົງເຫນືອ ຍອດໄມ້ເທົ້າຂອງຕົນ
\v 22 ໂດຍຄວາມເຊື່ອເມື່ອໂຢເຊັບໃກ້ຈະສິ້ນໃຈຕາຍເຂົາຈຶ່ງໄດ້ກ່າວເຖິງການອົບພະຍົກອອກຈາກອີຢິບຂອງລູກຫລານອິສະຣາເອນ ແລະໄດ້ສັ່ງເອົາໄວ້ກ່ຽວກັບກະດູກຂອງຕົນ.
\s5
\v 23 ໂດຍຄວາມເຊື່ອເມື່ອໂມເຊເກີດມາເຂົາ ຈຶ່ງຖືກພໍ່ແມ່ເຊື່ອງເຂົາເອົາໄວ້ ເປັນເວລາສາມເດືອນ ເນື່ອງຈາກພວກເຂົາເຫັນວ່າໂມເຊເປັນເດັກທີ່ຫນ້າຮັກແລະ ພວກເພິ່ນບໍ່ຢ້ານກົວຄຳສັ່ງຂອງກະສັດ.
\v 24 ໂດຍຄວາມເຊື່ອ, ເມື່ອໂມເຊໃຫຍ່ຂຶ້ນ, ເພິ່ນໄດ້ປະຕິເສດທີ່ຈະຖືກເອີ້ນວ່າ ເປັນລູກຊາຍຂອງລູກສາວຂອງກະສັດຟາໂຣ.
\v 25 ແຕ່ເພິ່ນກັບເລືອກການຢູ່ຮ່ວມທຸກລຳບາກ ກັບປະຊາຊົນຂອງພຣະເຈົ້າ, ຫລາຍກ່ວາຈະໃຊ້ຊີວິດສະຫນຸກສະຫນານເພີດເພີນກັບຄວາມບາບພຽງຊົ່ວຄາວ.
\v 26 ເພິ່ນຖືວ່າຄວາມເສື່ອມເສັຽຈາກການຕິດຕາມພຣະຄຣິດ ນັ້ນກໍມີຄ່າ ກວ່າຊັບສົມບັດ ທັງໝົດຂອງປະເທດອີຢິບ. ເພາະສາຍຕາຂອງເພິ່ນເລັງເຫັນບຳເຫນັດລາງວັນທີ່ເພິ່ນຈະໄດ້ຮັບນັ້ນ.
\s5
\v 27 ໂດຍຄວາມເຊື່ອໂມເຊຈຶ່ງໄດ້ອອກຈາກປະເທດ ເອຢິບເພິ່ນບໍ່ໄດ້ຢ້ານກົວ ຕໍ່ຄວາມໂກດຮ້າຍ ຂອງກະສັດ. ເພິ່ນຢືນຢັດອົດທົນເຫມືອນກັບວ່າຕົນໄດ້ເຫັນ ຜູ້ຫນຶ່ງຊຶ່ງບໍ່ປາກົດໃຫ້ເຫັນ.
\v 28 ໂດຍຄວາມເຊື່ອເພິ່ນຈຶ່ງໄດ້ຖືຮັກສາປັດສະຄາແລະພິທີຊິດເລືອດ, ເພື່ອວ່າທູດແຫ່ງຄວາມຕາຍຈະບໍ່ສາມາດແຕະຕ້ອງ ບັນດາລູກກົກຂອງຊາວອິສະຣາເອນ.
\s5
\v 29 ເພາະມີຄວາມເຊື່ອພວກເພິ່ນຈຶ່ງຍ່າງຂ້ວາມທະເລແດງ ເຫມືອນກັບຍ່າງເທິງດິນແຫ້ງ, ເມື່ອຊາວອີຢິບລອງຂ້ວາມເບິ່ງ ນໍ້າກໍຖ້ວມ, ພວກເຂົາ ຖືກເຮັດໃຫ້ຈົມນໍ້າຕາຍ.
\v 30 ເພາະມີຄວາມເຊື່ອ, ກຳແພງເມືອງເຢຣີໂກຈຶ່ງພັງທະລາຍລົງຫລັງຈາກທີ່ພວກເຂົາໄດ້ຍ່າງອ້ອມ ເປັນເວລາເຈັດວັນ.
\v 31 ເພາະມີຄວາມເຊື່ອ, ຣາຮາບຍິງໂສເພນີຈຶ່ງບໍ່ໄດ້ຕາຍໄປພ້ອມກັນກັບພວກທີ່ບໍ່ເຊື່ອຟັງ, ເພາະນາງໄດ້ຕ້ອນຮັບຜູ້ສອດແນມເປັນຢ່າງດີ.
\s5
\v 32 ຈະໃຫ້ ເຮົາຈະກ່າວສິ່ງໃດຕໍ່ໄປອີກແດ່? ເຮົາບໍ່ມີເວລາພໍທີ່ຈະກ່າວເຖິງກີເດໂອນ, ບາຣັກ, ແຊມຊັນ, ເຢັບທາ, ດາວິດ, ຊາມູເອນ ແລະ ເຖິງພວກຜູ້ທຳນວາຍທັງຫລາຍ.
\v 33 ໂດຍຜ່ານທາງຄວາມເຊື່ອ, ພວກເພິ່ນຈຶ່ງໄດ້ຊັຍຊະນະຣາຊະອານາຈັກຕ່າງໆ ພວກເພິ່ນເຮັດຢ່າງຍຸຕິທັມ ແລະໄດ້ຮັບຕາມສັນຍາໄວ້, ພວກເພິ່ນໄດ້ງັບປາກສິງ,
\v 34 ພວກເພິ່ນດັບອຳນາດຂອງໄຟ, ລອດພົ້ນຈາກຄົມດາບ, ໄດ້ຮັບການຮັກສາໃຫ້ຫາຍໂຣກ ໄດ້ກາຍເປັນຄົນເຂັ້ມແຂງ, ກ້າຫານ, ໄດ້ຕີບັນດາກອງທັບແລະປາບເຫລົ່າສັດຕຣູໃຫ້ພ່າຍແພ້ແຕກຫນີໄປ.
\s5
\v 35 ພວກແມ່ຍິງກໍໄດ້ຄົນຂອງພວກເພິ່ນກັບຄືນມາໂດຍການຖືກຊົງບັນດານໃຫ້ເປັນຄືນມາຈາກຄວາມຕາຍ. ບາງຄົນຖືກທໍຣະມານ ແຕ່ບໍ່ຍອມຮັບການປົດປ່ອຍເພື່ອພວກເພິ່ນຈະໄດ້ການຄືນຈາກຄວາມຕາຍຊຶ່ງດີກວ່າ.
\v 36 ບາງຄົນຖືກທົດສອບໂດຍການຫຍໍ້ຫຍັນ ແລະຖືກຂ້ຽນຕີ ຖືກລ່າມໂສ້ ແລະ ຖືກຄຸມຂັງ
\v 37 ບາງຄົນ ຖືກແກ່ວງຫີນໃສ່, ຖືກເລື່ອຍເປັນທ່ອນ, ຖືກຂ້າຕາຍດ້ວຍດາບ, ໄດ້ຫົ່ມຫນັງແກະ ແລະ ຫນັງແບ້ທຽວໄປມາ, ລຳບາກ ຍາກຈົນ, ຖືກຂົ່ມເຫັງ ແລະ ທົນທຸກ ເວດທະນາ.
\v 38 ໂລກນີ້ກໍບໍ່ຄວນຄ່າສຳລັບຄົນເຫລົ່ານັ້ນ. ພວກເພິ່ນ ໄດ້ທຽວໄປມາໃນຖິ່ນແຫ້ງແລ້ງກັນດານຢູ່ຕາມພູເຂົາຕາມຖໍ້າ ແລະຂຸດຂຸມຢູ່ໃນດິນ.
\s5
\v 39 ເຖິງແມ່ນວ່າພຣະເຈົ້າຊົງຮັບຮອງບັນດາຄົນເຫລົ່ານີ້ ເຫດເພາະຄວາມເຊື່ອຂອງພວກເພິ່ນພວກເພິ່ນກໍຍັງບໍ່ໄດ້ຮັບຕາມພຣະສັນຍາ
\v 40 ພຣະເຈົ້າຊົງມີແຜນການທີ່ດີກວ່າສຳລັບພວກເຮົາ, ເພາະຖ້ານອກຈາກ ພວກເຮົາ, ພວກເພິ່ນຈະບໍ່ໄດ້ຮັບການເຮັດໃຫ້ສຳເລັດໄດ້.
\s5
\c 12
\cl ບົດທີ 12
\p
\v 1 ດ້ວຍເຫດນັ້ນ, ໃນເມື່ອພວກເຮົາມີພະຍານຫລວງຫລາຍທີ່ລ້ອມຮອບຢູ່ຢ່າງນີ້ແລ້ວ, ກໍຂໍໃຫ້ພວກເຮົາຖິ້ມທຸກສິ່ງທີ່ຖ່ວງຢູ່ ແລະ ຄວາມບາບ ທີ່ຕິດແຫນ້ນໂດຍງ່າຍ, ຂໍໃຫ້ພວກເຮົາແລ່ນແຂ່ງ ຕາມທີ່ຖືກກຳນົດໄວ້ ສຳລັບພວກເຮົານັ້ນ, ດ້ວຍຄວາມອົດທົນ
\v 2 ໃຫ້ເຮົາຈົດຈໍ່ທີ່ພຣະເຢຊູຄຣິດເຈົ້າ ຜູ້ເລີ້ມຕົ້ນແລະເຮັດໃຫ້ຄວາມເຊື່ອຂອງເຮົາສົມບູນ ເພາະຄວາມຊື່ນຊົມຍິນດີ ທີ່ວາງໄວ້ຕໍ່ຫນ້າພຣະອົງ. ພຣະອົງຈຶ່ງຍອມອົດທົນຕໍ່ໄມ້ກາງແຂນແລະການດູຫມິ່ນອັນຫນ້າອັບອາຍ ແລະພຣະອົງປຣະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.
\v 3 ດັ່ງນັ້ນຂໍໃຫ້ຄິດເຖິງພຣະອົງ, ຜູ້ທີ່ຍອມອົດທົນຕໍ່ການຖືກກົດຂີ່ຂົ່ມເຫັງຈາກພວກຄົນບາບ, ທີ່ຕໍ່ສູ້ພຣະອົງ ເພື່ອຫົວໃຈຂອງພວກທ່ານຈະບໍ່ອ່ອນລ້າແລະຍອມແພ້ເສັຽກ່ອນ.
\s5
\v 4 ພວກທ່ານຍັງບໍ່ເຖິງກັບຕ້ອງຕໍ່ສູ້ກັບຄວາມບາບຈົນຂະຫນາດເລືອດຕົກ.
\v 5 ແລະພວກທ່ານໄດ້ຫລົງລືມການຫນູນໃຈທີ່ເປັນຄຳສັ່ງສອນແກ່ພວກທ່ານໃນຖານະທີ່ເປັນລູກວ່າ,“ລູກຂອງເຮົາເອີຍ, ຢ່າລະເລີຍການອົບຮົມສັ່ງສອນຂອງອົງພຣະຜູ້ເປັນເຈົ້າ, ແລະ ຢ່າເມື່ອຍລ້າເມື່ອທ່ານໄດ້ຮັບການວ່າກ່າວຈາກພຣະອົງ.
\v 6 ເພາະ ອົງພຣະຜູ້ເປັນເຈົ້າອົບຮົມສັ່ງສອນທຸກຄົນທີ່ພຣະອົງຊົງຮັກ, ແລະ ພຣະອົງທຳໂທດທຸກຄົນທີ່ພຣະອົງຍອມຮັບມາເປັນລູກ.”
\s5
\v 7 ຈົ່ງອົດທົນຕໍ່ຄວາມທຸກເຫມືອນວ່ານັ້ນ ຄືການອົບຮົມສັ່ງສອນ. ພຣະເຈົ້າປະຕິບັດຕໍ່ພວກທ່ານ ໃນຖານະທີ່ພວກທ່ານເປັນລູກຂອງພຣະອົງ. ເພາະມີລູກຄົນໃດແດ່ທີ່ພໍ່ຂອງເຂົາຈະບໍ່ອົບຮົມສັ່ງສອນເຂົາ.
\v 8 ແຕ່ຖ້າຫາກພວກທາ່ນບໍ່ໄດ້ຮັບການອົບຮົມສັ່ງສອນ, ໂດຍທີ່ທຸກຄົນໄດ້ຮັບ, ພວກທ່ານກໍເປັນລູກນອກກົດຫມາຍແລະບໍ່ແມ່ນລູກຂອງພຣະອົງ.
\s5
\v 9 ນອກຈາກນີ້ພວກເຮົາມີພໍ່ເປັນມະນຸດທີ່ເປັນຜູ້ອົບຮົມສັ່ງສອນ, ແລະພວກເຮົາກໍນັບຖືພໍ່ນັ້ນ. ແລ້ວພວກເຮົາ ຈະຍິ່ງບໍ່ສົມຄວນເຊື່ອຟັງພຣະບິດາເຈົ້າແຫ່ງວິນຍານແລະຊົງພຣະຊົນຢູ່ບໍ?
\v 10 ເພາະໃນທາງຫນຶ່ງພໍ່ເຫລົ່ານັ້ນ ຍອມອົບຮົມສັ່ງສອນພວກເຮົາໃນຊົ່ວເວລາເລັກນ້ອຍ ຕາມທີ່ພວກເຂົາເຫັນວ່າເຫມາະສົມ ແຕ່ພຣະບິດາຊົງກະທຳ ເພື່ອຜົນດີຕໍ່ຊີວິດຂອງພວກເຮົາ ເເລະພວກເຮົາຈະສາມາດເຂົ້າສ່ວນໃນຄວາມບໍຣິສຸດຂອງພຣະອົງ.
\v 11 ເມື່ອເວລາທີ່ມີການອົບຮົມສັ່ງສອນນັ້ນ ບໍ່ເປັນຫນ້າຊື່ນໃຈເລີຍ ມີແຕ່ຄວາມເຈັບປວດ, ແຕ່ພາຍຫລັງຈະກໍ່ໃຫ້ເກີດຜົນແຫ່ງຄວາມຊອບທັມທີ່ເຕັມໄປດ້ວຍສັນຕິສຸກສຳລັບບັນດາຄົນທີ່ໄດ້ຮັບຝຶກອົບຮົມນັ້ນ.
\s5
\v 12 ດັ່ງນັ້ນ ຈົ່ງເສີມກຳລັງມືທີ່ອ່ອນລ້າ ແລະເຂົ່າທີ່ອ່ອນກຳລັງຂອງພວກທ່ານ.
\v 13 ຈົ່ງສ້າງທາງຊື່ສຳລັບຕີນຍ່າງ. ຂາທີ່ກະໂຜກກະເຜກຈະບໍ່ພິກໂບກແຕ່ຈະໄດ້ຮັບການຮັກສາໃຫ້ດີເປັນປົກກະຕິ.
\s5
\v 14 ຈົ່ງພະຍາຍາມທີ່ຈະຢູ່ຢ່າງສະຫງົບສຸກກັບທຸກຄົນ, ແລະຢູ່ໃນຄວາມບໍຣິສຸດ ເພາະຖ້າບໍ່ມີຄວາມບໍຣິສຸດກໍຈະບໍ່ມີຜູ້ໃດໄດ້ເຫັນ ພຣະເຈົ້າເລີຍ.
\v 15 ຈົ່ງຣະມັດຣະວັງເພື່ອຈະບໍ່ມີຜູ້ໃດຂາດຈາກ ພຣະຄຸນຂອງພຣະເຈົ້າ, ແລະເພື່ອຈະບໍ່ມີຮາກຂົມຂື່ນງອກຂຶ້ນມາຊຶ່ງຈະສ້າງຄວາມເດືອດຮ້ອນແລະເພື່ອຄົນຫລວງຫລາຍ ຈະບໍ່ຖືກທຳລາຍ.
\v 16 ຈົ່ງຣະມັດຣະວັງຢ່າໃຫ້ມີການເຮັດຜິດສິນທັມທາງເພດ ຫລື ມີຄົນອະທັມເຫມືອນກັບເອຊາວທີ່ໄດ້ຂາຍສິດທິການເປັນອ້າຍກົກຂອງຕົນແລກກັບອາຫານພຽງຄາບດຽວ.
\v 17 ເພາະພວກທ່ານກໍຮູ້ຢູ່ແລ້ວວ່າຫລັງຈາກນັ້ນ, ເມື່ອເອຊາວຢາກໄດ້ຮັບມໍຣະດົກທີ່ເປັນການອວຍພອນ, ລາວກໍຖືກປະຕິເສດ. ເພາະບໍ່ມີໂອກາດໃຫ້ລາວໄດ້ກັບໃຈ ແມ່ນວ່າເຂົາຈະສະແຫວງຫາໂອກາດນັ້ນດ້ວຍນໍ້າຕາໄຫລກໍຕາມ,
\s5
\v 18 ເພາະພວກທ່ານບໍ່ໄດ້ມາເຖິງພູເຂົາທີ່ແຕະຕ້ອງໄດ້ພູເຂົາທີ່ລຸກເປັນໄຟໃນທີ່ມືດຫມົດຫວັງແລະ ມີພະຍຸ,
\v 19 ພວກທ່ານບໍ່ໄດ້ມາຍັງສຽງແຕກກະຫື່ມ ບໍ່ໄດ້ມາຍັງສຽງ ທີ່ກ່າວຖ້ອຍຄຳຕ່າງໆຊຶ່ງຄົນທັງຫລາຍຮ້ອງຂໍວ່າຢ່າກ່າວຖ້ອຍຄຳໃດໆແກ່ພວກເຂົາອີກ.
\v 20 ເພາະພວກເຂົາບໍ່ສາມາດທົນຕໍ່ສິ່ງທີ່ເປັນຄຳບັນຊາວ່າແມ່ນແຕ່ພວກສັດຖ້າຫາກໄປຕ້ອງພູເຂົານັ້ນ ກໍຈະຕ້ອງຖືກ ຄວ່າງກ້ອນຫີນ ໃສ່ໃຫ້ຕາຍ.”
\v 21 ສິ່ງທີ່ປາກົດນັ້ນກໍຫນ້າຢ້ານ ຫລາຍ. ຈົນໂມເຊໄດ້ກ່າວວ່າ, “ຂ້າພຣະເຈົ້າຢ້ານກົວຈົນຕົວສັ່ນ.”
\s5
\v 22 ແຕ່ພວກທ່ານໄດ້ມາເຖິງພູເຂົາຊີໂອນ, ແລະນະຄອນຂອງພຣະເຈົ້າຜູ້ຊົງພຣະຊົນຢູ່. ມາຍັງເຢຣູຊາເລັມໃນສະຫວັນ, ມາຍັງທູດສະຫວັນນັບເປັນຈຳນວນຫມື່ນໆ ໃນການສະເຫລີມສະຫລອງ,
\v 23 ພວກທ່ານໄດ້ມາ ເຖິງທີ່ຊຸມນຸມຂອງບັນດາລູກກົກ ຜູ້ທີ່ຖືກນັບຊື່ໃນສະຫວັນແລ້ວ, ພວກທ່ານໄດ້ມາຍັງ ພຣະເຈົ້າຜູ້ຊົງເປັນຜູ້ພິພາກສາມະນຸດທຸກຄົນ ແລະໄດ້ມາຍັງບັນດາວິນຍານ ຂອງບັນດາ ຄົນຊອບທັມ ທີ່ໄດ້ຮັບການເຮັດໃຫ້ສົມບູນແລ້ວ.
\v 24 ແລະພວກທ່ານໄດ້ມາເຖິງພຣະເຢຊູຄຣິດເຈົ້າ ຜູ້ເປັນຄົນກາງແຫ່ງພັນທະສັນຍາໃຫມ່, ແລະ ມາເຖິງພຣະໂລຫິດທີ່ຖືກຊິດໃສ່ຊຶ່ງສົ່ງສຽງດັງກວ່າເລືອດຂອງອາເບັນອີກ.
\s5
\v 25 ພວກທ່ານຢ່າປະຕິເສດພຣະອົງຜູ້ທີ່ກຳລັງກ່າວຢູ່ນັ້ນ. ເພາະຖ້າພວກເຂົາຫນີບໍ່ພົ້ນເມື່ອເຂົາປະຕິເສດພຣະອົງ ຜູ້ຊົງເຕືອນເຂົາໃນໂລກນີ້, ເເລ້ວພວກເຮົາຍິ່ງຈະຫນີບໍ່ພົ້ນຫລາຍກວ່າເທົ່າໃດ ຖ້າຫາກພວກເຮົາຫັນຫນີຈາກພຣະອົງຜູ້ຊົງເຕືອນເຮົາຈາກສະຫວັນ.
\v 26 ຄັ້ງຫນຶ່ງທີ່ສຽງຂອງພຣະອົງ ເຮັດໃຫ້ແຜ່ນດິນໂລກສັ່ນສະເທືອນ ແຕ່ບັດນີ້ພຣະອົງ ຊົງກ່າວສັນຍາໄວ້ວ່າ, “ອີກເທື່ອຫນຶ່ງ ເຮົາຈະເຮັດໃຫ້ສັ່ນສະເທືອນ, ບໍ່ພຽງແຕ່ແຜ່ນດິນໂລກ ແຕ່ທັງຟ້າສະຫວັນເຫມືອນກັນ.”
\s5
\v 27 ຖ້ອຍຄຳເຫລົ່ານີ້ອີກເທື່ອຫນຶ່ງ”ຫມາຍເຖິງການສັ່ນເອົາສິ່ງຕ່າງໆທີ່ ຖືກເຮັດໃຫ້ຫວັ່ນໄຫວໄດ້ອອກໄປ ຄືສິ່ງຕ່າງໆທີ່ຖືກສ້າງຂຶ້ນມາ ແລະສິ່ງຕ່າງໆທີ່ ບໍ່ສາມາດຖືກເຮັດໃຫ້ຫວັ່ນໄຫວໄດ້ກໍຈະຍັງຄົງເຫຼືອຢູ່.
\v 28 ດ້ວຍເຫດນີ້, ຈົ່ງຮັບເອົາຣາຊະອານາຈັກຂອງພຣະເຈົ້າຊຶ່ງບໍ່ອາດເຮັດໃຫ້ຫວັ່ນໄຫວໄດ້, ໃຫ້ພວກເຮົາຂອບພຣະຄຸນແລະນະມັດສະການພຣະເຈົ້າຕາມນໍ້າພຣະທັຍ ດ້ວຍຄວາມເຄົາຣົບຢຳເກງ.
\v 29 ເພາະພຣະເຈົ້າຂອງພວກເຮົາ ຊົງເປັນໄຟທີ່ເຜົາຜານ.
\s5
\c 13
\cl ບົດທີ 13
\p
\v 1 ຂໍໃຫ້ດຳເນີນຕໍ່ໄປໃນຄວາມຮັກຢ່າງພີ່ນ້ອງ
\v 2 ຢ່າລືມໃຫ້ການຕ້ອນຮັບຄົນແປກ ຫນ້າເພາະດ້ວຍການເຮັດເຊັ່ນນີ້ບາງຄົນກໍໄດ້ຕ້ອນຮັບ ເທວະດາຢ່າງບໍ່ຮູ້ຕົວ.
\s5
\v 3 ຈົ່ງຣະນຶກເຖິງຜູ້ທີ່ຖືກລ່າມໂສ້ ເຫມືອນກັບວ່າ ພວກເຈົ້າ ກໍຖືກລ່າມໂສ້ ເຫມືອນກັບ ພວກເຂົາ. ຈົ່ງຣະນຶກເຖິງຄົນເຫລົ່ານັ້ນທີ່ຖືກຂົ່ມເຫັງ, ເຫມືອນກັບວ່າຮ່າງກາຍຂອງພວກທ່ານກໍຖືກຂົ່ມເຫັງເຫມືອນກັນກັບພວກເຂົາດ້ວຍ.
\v 4 ໃຫ້ທຸກຄົນເຄົາຣົບໃຫ້ກຽດການແຕ່ງງານໃຫ້ຕຽງແຕ່ງງານພວກເຈົ້າບໍຣິສຸດເພາະ ພຣະເຈົ້າຈະຕັດສິນລົງໂທດຄົນເຮັດຜິດສິນທັມທາງເພດ ແລະຄົນຫລິ້ນຊູ້.
\s5
\v 5 ຈົ່ງໃຫ້ການດຳເນີນຊີວິດຂອງພວກທ່ານເປັນອິສຣະ ຈາກການຮັກເງິນຄຳ. ຈົ່ງພໍໃຈໃນສິ່ງຕ່າງໆທີ່ຕົນມີຢູ່, ເພາະພຣະເຈົ້າເອງໄດ້ກ່າວເອົາໄວ້ວ່າ, “ເຮົາຈະບໍ່ປະຖິ້ມເຈົ້າ ຫລື ຖິ້ມເຈົ້າເສັຽຈັກເທື່ອ.”
\v 6 ຂໍໃຫ້ພວກເຮົາມີຄວາມພໍໃຈເພື່ອພວກເຮົາຈະກ່າວດ້ວຍຄວາມກ້າໄດ້ວ່າ, “ອົງພຣະຜູ້ເປັນເຈົ້າເປັນຜູ້ປຣະທານຄວາມຊ່ວຍເຫລືອແກ່ຂ້າພຣະເຈົ້າ. ຂ້າພຣະເຈົ້າຈະບໍ່ຢ້ານກົວ. ມະນຸດຈະເຮັດຫຍັງໃຫ້ຂ້າພຣະເຈົ້າໄດ້?”
\s5
\v 7 ຈົ່ງເຄົາຣົບບັນດາຜູ້ນຳຂອງພວກທ່ານ, ຄືຜູ້ທີ່ປະກາດພຣະທັມຂອງພຣະເຈົ້າ, ໃຫ້ແກ່ພວກທ່ານ ແລະ ຈົ່ງພິຈາຣະນາ ເບິ່ງຜົນຈາກການປະຕິບັດຂອງພວກເພິ່ນ ແລະ ຈົ່ງປະຕິບັດຕາມແບບຂອງພວກເພິ່ນ.
\v 8 ພຣະເຢຊູຄຣິດເຈົ້າ ຊົງເປັນເຫມືອນເດີມ ໃນເວລາວານນີ້, ວັນນີ້ ແລະຕະຫລອດໄປເປັນນິດ.
\s5
\v 9 ຢ່າຫລົງໄປກັບຄຳສອນແປກໆທີ່ມີຫລວງຫລາຍເພາະເປັນສິ່ງທີ່ດີທີ່ຈິດໃຈສົມຄວນໄດ້ຮັບການເສີມກຳລັງດ້ວຍ ພຣະຄຸນ, ບໍ່ແມ່ນດ້ວຍກົດຕ່າງໆເລື່ອງອາຫານການກິນ ຊຶ່ງບໍ່ໄດ້ຊ່ວຍຜູ້ຄົນເຫລົ່ານັ້ນທີ່ດຳເນີນດ້ວຍສິ່ງນີ້ເລີຍ
\v 10 ພວກເຮົາມີແທ່ນບູຊາທີ່ບັນດາຄົນເຫລົ່ານັ້ນປະຕິບັດຢູ່ໃນຫໍເຕັນສັກສິດນັ້ນ ບໍ່ມີສິດທີ່ຈະຮັບປະທານ
\v 11 ເພາະເລືອດຂອງສັດທີ່ຖືກຂ້າເພື່ອລ້າງບາບນັ້ນຖືກນຳເຂົ້າໄປໃນສະຖານທີ່ສັກສິດທີ່ສຸດ, ໂດຍປະໂລຫິດໃນຂະນະທີ່ຊາກຂອງສັດເຫລົ່ານັ້ນກໍຖືກນຳອອກໄປເຜົານອກຄ້າຍ.
\s5
\v 12 ດັ່ງນັ້ນພຣະເຢຊູເຈົ້າຈຶ່ງທົນທຸກຂໍຢູ່ພາຍນອກປະຕູເມືອງດ້ວຍ, ເພື່ອເປັນການຖວາຍຜູ້ຄົນໂດຍຜ່ານທາງເລືອດຂອງພຣະອົງເອງ.
\v 13 ດ້ວຍເຫດນີ້ ໃຫ້ພວກເຮົາໄປ ຫາພຣະອົງທີ່ນອກຄ້າຍ ແລະແບກຮັບຄວາມອັບອາຍຂອງພຣະອົງ
\v 14 ເພາະພວກເຮົາບໍ່ມີນະຄອນອັນຖາວອນທີ່ນີ້ແຕ່ພວກເຮົາ ກຳລັງລໍຄອຍນະຄອນຫນຶ່ງທີ່ຈະມາໃນພາຍຫນ້າ.
\s5
\v 15 ໂດຍຜ່ານທາງພຣະອົງ, ຈຶ່ງຂໍໃຫ້, ພວກເຮົາຖວາຍເຄື່ອງບູຊາແຫ່ງການສັນຣະເສີນແກ່ພຣະເຈົ້າສະເຫມີ, ຄຳສັນຣະເສີນທີ່ອອກມາຈາກສົບປາກຂອງພວກເຮົາຊຶ່ງຍອມຮັບພຣະນາມຂອງພຣະອົງ.
\v 16 ແລະຢ່າໃຫ້ເຮົາຫລົງລືມ ການເຮັດຄວາມດີ ແລະ ຊ່ວຍເຫລືອຊຶ່ງກັນ ແລະກັນ ເພາະເຄື່ອງບູຊາຢ່າງນີ້ທີ່ເຮັດໃຫ້ພຣະເຈົ້າພໍພຣະທັຍຫລາຍ.
\v 17 ຈົ່ງເຊື່ອຟັງ ແລະຍອມຢູ່ພາຍໃຕ້ບັນດາຜູ້ນຳຂອງພວກທ່ານ ເພາະພວກເພິ່ນດູແລ ຮັກສາຈິດວິນຍານຂອງພວກທ່ານຢູ່ ເຫມືອນຜູ້ທີ່ຈະຕ້ອງກ່າວລາຍງານ ຈົ່ງເຊື່ອຟັງເພື່ອພວກເພິ່ນ ຈະເຮັດສິ່ງນີ້ດ້ວຍຄວາມຊື່ນຊົມຍິນດີ, ບໍ່ແມ່ນດ້ວຍຄວາມເສົ້າໃຈ, ຊຶ່ງຈະບໍ່ເປັນປະໂຫຍດອັນໃດແກ່ເຈົ້າທັງຫລາຍ.
\s5
\v 18 ຈົ່ງພາວັນນາອະທິຖານ ເພື່ອພວກເຮົາ ເພາະພວກເຮົາຫມັ້ນໃຈວ່າ ພວກເຮົາມີຈິດສຳນຶກທີ່ບໍຣິສຸດແລະພວກເຮົາປາຖນາທີ່ຈະ ໃຊ້ຊີວິດຕາມຢ່າງຖືກຕ້ອງໃນທຸກສິ່ງ.
\v 19 ຫລາຍຂຶ້ນ ເພື່ອຂ້າພຣະເຈົ້າຈະກັບມາຫາພວກທ່ານໄວໆນີ້.
\s5
\v 20 ຂໍພຣະເຈົ້າ ແຫ່ງສັນຕິສຸກ, ຜູ້ຊົງນຳ ໃຫ້ພຣະຜູ້ລຽ້ງແກະທີ່ຍິ່ງໃຫຍ່ຄືອົງພຣະເຢຊູຄຣິດເຈົ້າຟື້ນຄືນມາຈາກຄວາມຕາຍ. ໂດຍທາງພຣະໂລຫິດ ແຫ່ງພັນທະສັນຍານິຣັນດອນນັ້ນ,
\v 21 ຊົງກະທຳ ໃຫ້ພວກທ່ານສົມບູນພ້ອມດ້ວຍສິ່ງດີທຸກຢ່າງ. ເພື່ອຈະປະຕິບັດ ຕາມນ້ຳພຣະທັຍຂອງພຣະອົງ ຂໍພຣະອົງທຳງານຢູ່ພາຍໃນພວກເຮົາຕາມຊອບພຣະທັຍໂດຍຜ່ານທາງ ພຣະເຢຊູຄຣິດເຈົ້າ. ຜູ້ຊຶ່ງໄດ້ຮັບສະຫງ່າຣາສີສືບໆໄປ ເປັນນິດ ອາແມນ.
\s5
\v 22 ພີ່ນ້ອງທັງຫລາຍ, ຂ້າພຣະເຈົ້າຫນູນໃຈໃຫ້ພວກເຈົ້າອົດທົນຮັບຖ້ອຍຄຳແຫ່ງການຫນູນນໍ້າໃຈທີ່ຂ້າພຣະເຈົ້າໄດ້ຂຽນມາເຖິງທ່ານສັ້ນໆນີ້.
\v 23 ຂໍໃຫ້ພວກທ່ານຮູ້ເຖີດວ່າ ຕີໂມທຽວນ້ອງຊາຍ ຂອງພວກເຮົາໄດ້ອອກຈາກຄຸກແລ້ວ, ຖ້າລາວມາຮອດທີ່ນີ້ໄວ, ຂ້າພຣະເຈົ້າກໍຈະໄປພົບພວກທ່ານພ້ອມກັບເຂົາ.
\s5
\v 24 ເຮົາ ຂໍຝາກຄວາມຄິດເຖິງ ມາຍັງບັນດາຜູ້ນຳ ຂອງພວກທ່ານ ແລະບັນດາຜູ້ເຊື່ອທັງຫມົດ ບັນດາພີ່ນ້ອງທີ່ມາຈາກອີຕາລີ ກໍຝາກ ຄວາມຄິດເຖິງມາຍັງພວກທ່ານ ດ້ວຍ.
\v 25 ຂໍໃຫ້ພຣະຄຸນຈົ່ງສະຖິດ ຢູ່ ກັບພວກທ່ານທຸກຄົນເຖີ້ນ ອາແມນ.