lo_ulb/29-JOL.usfm

162 lines
31 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id JOL
\ide UTF-8
\h ໂຢເອນ
\toc1 ໂຢເອນ
\toc2 ໂຢເອນ
\toc3 jol
\mt ໂຢເອນ
\s5
\c 1
\cl ບົດທີ 1
\p
\v 1 ນີ້ຄືຖ້ອຍຄຳຂອງພຣະຢາເວທີ່ມາເຖີງໂຢເອນ ລູກຊາຍຂອງເປທູເອນມີດັ່ງນີ້.
\v 2 ຈົ່ງຟັງເຖີດ, ຜູ້ອາວຸໂສທັງຫລາຍ, ແລະ ທຸກໆຄົນທີ່ອາໃສໃນແຜ່ນດີນ. ສິ່ງເຫລົ່ານີ້ເຄີຍເກີດຂຶ້ນໃນສະໄຫມຂອງເຈົ້າທັງຫລາຍ ຫລື ໃນສະໄຫມຂອງບັນພະບູລຸດຂອງພວກເຈົ້າບໍ?
\v 3 ຈົ່ງເລົ່າເລື່ອງເຫລົ່ານີ້ໃຫ້ລູກເຈົ້າຟັງ, ແລະໃຫ້ລູກຂອງພວກເຈົ້າເລົ່າເລື່ອງນີ້ຕໍ່ໃຫ້ລູກໆຂອງພວກເຂົາຟັງ, ແລະເພື່ອພວກເຂົາຈະສາມາດບອກລູກຫລານລຸ້ນຕໍ່ໄປຂອງພວກເຂົາໃນພາຍຫນ້າ.
\s5
\v 4 ພືດຜົນທີ່ເຫລືອຈາກຝູງຕັກແຕນຝູງຫນຶ່ງກິນ ຕັກແຕນອີກຝູງອື່ນກໍຈະມາກິນ; ແລະ ສິ່ງທີ່ເຫລືອຈາກຕັກແຕນຝູງນັ້ນກິນ ພວກແມງໄມ້ທັງຫລາຍກໍຈະກິນຊ້ຳ; ສິ່ງທີ່ເຫລືອຈາກຝູງແມງໄມ້ກິນກິນ ຝູງແມງບົ້ງກໍຈະມາກິນຊ້ຳ.
\s5
\v 5 ຈົ່ງຕື່ນຂື້ນ, ພວກຂີ້ເຫລົ້າເອີຍ, ແລະຈົ່ງຮ້ອງໄຫ້ຄວນຄາງ! ພວກນັກດື່ມເຫລົ້າອະງຸ່ນເອີຍ, ຈົ່ງໂສກເສົ້າສາ ເພາະເຫລົ້າອະງຸ່ນຫວານນັ້ນໄດ້ຖືກທຳລາຍຫມົດແລ້ວ.
\v 6 ດ້ວຍວ່າ ຊົນຊາດຫນຶ່ງທີ່ມີກຳລັງແຮງ, ແລະ ມີຈຳນວນຫລວງຫລາຍ ໄດ້ເຂົ້າມາໃນແຜ່ນດິນຂອງຂ້ານ້ອຍ. ແຂ້ວຂອງມັນກໍແຫລມຄົມເຫມືອນແຂ້ວສິງ, ແລະ ພວກມັນມີແຂ້ວຄົມໆຄືກັບສິງໂຕແມ່.
\v 7 ພວກມັນໄດ້ໃຫ້ສວນອະງຸ່ນຂອງຂ້ານ້ອຍກາຍເປັນສະຖານທີ່ຫນ້າຢ້ານ ແລະ ພວກມັນໄດ້ແຫ້ນເປືອກກົກຫມາກເດືອຂອງຂ້ານ້ອຍຈົນຫມົດກ້ຽງ. ພວກມັນໄດ້ແຫ້ນເປືອກຂອງມັນ ແລະ ໂຍນຖິ້ມເສຍ; ຈົນກິ່ງກ້ານຂອງມັນຫລ້ອນ.
\s5
\v 8 ຈົ່ງໂສກເສົ້າເຫມືອນຢ່າງຍິງສາວທີ່ນຸ່ງກະສອບປານໄຫວ້ອາໄລ ເພາະການຕາຍຂອງຜົວຂອງນາງສາ.
\v 9 ເຄື່ອງຖວາຍບູຊາ ແລະ ເຄື່ອງດື່ມບູຊາກໍຂາດຈາກພຣະວີຫານຂອງພຣະຢາເວ. ບັນດາປະໂລຫິດ, ຜູ້ບົວລະບັດຂອງພຣະຢາເວກໍໂສກເສົ້າ.
\v 10 ທົ່ງນາກໍໄດ້ຮັບຄວາມເສຍຫາຍ, ແຜ່ນດິນກໍງຽບເຫງົາໂສກເສົ້າ ເພາະເຂົ້າໄດ້ຖືກທຳລາຍ, ເຫລົ້າອາງຸ່ນໃຫມ່ກໍເຫືອດແຫ້ງ, ນ້ຳມັນຫມາກກອກເທດກໍຂາດ.
\s5
\v 11 ຈົ່ງອັບອາຍເທີ້ນ, ພວກເຈົ້າຊາວນາທັງຫລາຍເອີຍ, ພວກເຈົ້າຜູ້ເຝົ້າສວນອາງຸ່ນເອີຍ, ເພາະເນື່ອງຈາກເຂົ້າສາລີ ແລະ ເຂົ້າເດືອຍນັ້ນ. ເພາະການເກັບກ່ຽວຈາກທົ່ງນາໄດ້ຖືກທຳລາຍ.
\v 12 ເຄືອອະງຸ່ນກໍລ່າເຫລືອງລົງ ແລະ ຕົ້ນເດື່ອກໍຫ່ຽວແຫ້ງຕາຍ, ຕົ້ນພິລາ, ລວມທຳຕົ້ນອີນທະຜາລຳ, ແລະຕົ້ນອັບເປີ້ນດ້ວຍ—ຕົ້ນໄມ້ທັງປວງໄດ້ຫ່ຽວແຫ້ງຕາຍໄປ. ເພາະຄວາມຊື່ນຊົມຍິນດີກໍໄດ້ສູນຫາຍໄປຈາກມະນຸດຊາດ.
\s5
\v 13 ຈົ່ງນຸ່ງຫົ່ມຜ້າກະສອບ ແລະໄຫວ້ທຸກ, ບັນດາປະໂລຫິດທັງຫລາຍເອີຍ! ຈົ່ງຮ້ອງໄຫ້, ທ່ານຜູ້ບົວລະບັດແທ່ນບູຊາ. ຈົ່ງມາ, ນຸ່ງຫົ່ມຜ້າກະສອບ, ຜູ້ຮັບໃຊ້ພຣະເຈົ້າຂອງຂ້ານ້ອຍເອີຍ. ເພາະເຄື່ອງຖວາຍພືດຜົນເປັນເມັດ ແລະ ເຄື່ອງດື່ມບູຊາໄດ້ຂາດຈາກພຣະວິຫານຂອງພຣະເຈົ້າ.
\v 14 ຈົ່ງປະຊຸມເພື່ອຖືສິນອົດອາຫານອັນບໍຣິສຸດ, ແລະ ຈົ່ງເອີ້ນຊຸມນຸມບໍຣິສຸດ. ຈົ່ງເຕົ້າໂຮມເອົາບັນດາຜູ້ປົກຄອງ ແລະ ຄົນທັງປວງທີ່ອາໄສຢູ່ໃນແຜ່ນດິນນີ້ເຂົ້າໄປໃນພຣະວິຫານແຫ່ງພຣະຢາເວພຣະເຈົ້າຂອງພວກເຈົ້າ, ແລະຮ້ອງຂໍຕໍ່ພຣະຢາເວເທີ້ນ.
\s5
\v 15 ອະນິຈັງ! ເພາະມື້ແຫ່ງພຣະຢາເວໄດ້ໃກ້ເຂົ້າມາແລ້ວ. ມັນຈະມາດ້ວຍການທຳລາຍຈາກພຣະຜູ້ເປັນເຈົ້າ.
\v 16 ພືດຜົນກໍຖືກທຳລາຍໄປຕໍ່ຫນ້າຕໍ່ຕາພວກເຮົາ, ແລະ ການມ່ວນຊື່ນ ແລະ ຄວາມຊື່ນຊົມຍິນດີກໍຈະຂາດຈາກພຣະວິຫານແຫ່ງພຣະເຈົ້າຂອງພວກເຮົາບໍ່ແມ່ນຫລື?
\v 17 ພຶດພັນໄດ້ຕາຍໄປໃນດິນແຫ້ງ, ສາງເຂົ້າກໍວ່າເປົ່າ, ແລະ ເລົ້າເຂົ້າກໍຖືກມ້າງລົງ, ເພາະຕົ້ນເຂົ້າໄດ້ຫ່ຽວແຫ້ງຕາຍຫມົດ.
\s5
\v 18 ຝູງສັດກໍໂສກເສົ້າ! ຝູງງົວກໍທຸກລຳບາກ ເພາະວ່າພວກມັນບໍ່ມີຫຍ້າກິນ. ເຊັ່ນດຽວກັນ, ຝູງແກະກໍທຸກລຳບາກ.
\v 19 ຂ້າແດ່ພຣະຢາເວ ຂ້ານ້ອຍຮ້ອງທູນຕໍ່ພຣະອົງ. ເພາະໄຟໄດ້ເຜົາໄຫມ້ທົ່ງຫຍ້າໃນຖິ່ນແຫ້ງແລ້ງກັນດານຈົນຫມົດກ້ຽງແລ້ວ, ແລະ ແປວໄຟໄດ້ເຜົາໄຫມ້ຕົ້ນໄມ້ທຸກຕົ້ນໃນທົ່ງ.
\v 20 ແມ່ນແຕ່ບັນດາສັດທັງຫລາຍໃນປ່າກໍຮ້ອງຫາພຣະອົງ, ເພາະຕົ້ນນ້ຳກໍໄດ້ເຫືອດແຫ້ງຫມົດໄປ, ແລະຫຍ້າໃນທົ່ງກໍຖືກໄຟໄຫມ້ຫມົດ.
\s5
\c 2
\cl ບົດທີ 2
\p
\v 1 ຈົ່ງເປົ່າແກທີ່ຊີໂອນ ແລະ ຈົ່ງເປັ່ງສຽງເຕືອນໄພເທິງຈອມພູສັກສິດຂອງເຮົາ! ໃຫ້ທຸກຄົນທີ່ອາໄສໃນແຜ່ນດິນນັ້ນຢ້ານຈົນໂຕສັ່ນ, ເພາະມື້ຂອງພຣະຢາເວກຳລັງມາ; ແທ້ຈີງ, ມັນໃກ້ເຂົ້າມາແລ້ວ.
\v 2 ມື້ນັ້ນຈະມືດຄື້ມແລະເປັນທຸກ, ເປັນມື້ທີ່ມີເມກຫນາ ແລະມືດຄື້ມ. ເຫມືອນຕອນເຊົ້າມືດທີ່ປົກແຜ່ໄປທົ່ວເທິງພູ, ກອງທັບໃຫຍ່ມີຣິດອຳນາດກຳລັງໃກ້ເຂົ້າມາແລ້ວ. ບໍ່ມີກອງທັບໃດຈະເຫມືອນກອງທັບນີ້, ແລະຈະບໍ່ມີຢ່າງນີ້ອີກຕໍ່ໄປ, ບໍ່ວ່າຈະຫລັງຈາກນີ້, ຫລື ຫລາຍຊົ່ວອາຍຸຄົນ.
\s5
\v 3 ໄຟກຳລັງເຜົາໄຫມ້ທຸກຢ່າງທີ່ຢູ່ທາງຫນ້າຂອງມັນ ແລະ ແປວໄຟກໍກຳລັງລາມໄປທາງຫລັງຂອງມັນ. ທາງຫນ້າແຜ່ນດິນນັ້ນເປັນເຫມືອນສວນເອເດນ, ແຕ່ທາງຫລັງເປັນເຫມືອນຖິ່ນແຫ້ງແລ້ງກັນດານທີ່ຖືກທຳລາຍ, ແລະ ບໍ່ມີສິ່ງໃດຫນີພົ້ນຈາກມັນໄປໄດ້.
\s5
\v 4 ຮູບຮ່າງຂອງກອງທັບນັ້ນເປັນເຫມືອນຝູງມ້າ, ແລະພວກມັນແລ່ນເຫມືອນກັບທະຫານລົດມ້າ.
\v 5 ເມື່ອພວກມັນໂດດ ສຽງດັງເຫມືອນດັ່ງລົດຮົບຢູ່ເທິງຈອມພູທັງຫລາຍ, ເຫມືອນກັບສຽງແປວໄຟທີ່ໄຫມ້ຕໍເຟືອງໃນທົ່ງນາ, ແລະ ເຫມືອນກອງທັບທີ່ກ້າຫານພ້ອມທີ່ຈະເຂົ້າສູ້ຮົບໃນສົງຄາມ.
\s5
\v 6 ເມື່ອມັນເຂົ້າມາໃກ້ ທຸກຄົນກໍຢ້ານຕົວສັ່ນ ແລະທຸກຄົນຫນ້າຈືດ.
\v 7 ພວກມັນແລ່ນເຫມືອນດັ່ງນັກຮົບຜູ້ກ້າຫານ; ພວກມັນປີນກຳແພງເຫມືອນທະຫານ; ຕ່າງກໍຍ່າງໄປເປັນຖັນແຖວຢ່າງເປັນຈັງຫວະ, ແລະ ບໍ່ມີໂຕໃດແຕກແຖວເລີຍ.
\s5
\v 8 ພວກມັນຍ່າງໂດຍບໍ່ຕຳກັນເລີຍ; ພວກມັນຍ່າງໂດຍເປັນຂະບວນຕາມແຖວຂອງໃຜມັນ; ພວກມັນຜ່າດ່ານປ້ອງກັນ ແລະ ບໍ່ແຕກແຖວ.
\v 9 ພວກມັນຮີບເຂົ້າໄປເມືອງນັ້ນ, ພວກມັນແລ່ນຢູ່ເທິງກຳແພງ, ພວກມັນປີນຂຶ້ນໄປໃນເຮືອນທຸກຫລັງ, ແລະທາງປ່ອງຢ້ຽມເຫມືອນຢ່າງຄົນຂີ້ລັກ.
\s5
\v 10 ແຜ່ນດິນ ແລະ ທ້ອງຟ້າກໍສະທ້ານຫວັ່ນໄຫວຕໍ່ຫນ້າພວກມັນ, ດວງຕາເວັນ ແລະ ດວງເດືອນກໍມືດລົງໄປ, ແລະ ດວງດາວທັງຫລາຍກໍບໍ່ສ່ອງສະຫວ່າງອີກຕໍ່ໄປ.
\v 11 ພຣະຢາເວເປັ່ງສຽງຕໍ່ຫນ້າກອງທັບຂອງພຣະອົງ, ເພາະກອງທັບຂອງພຣະອົງມີຈຳນວນຫລວງຫລາຍ; ເພາະພວກມັນມີກຳລັງເຂັ້ມແຂງ, ພວກມັນສາມາດເຮັດຕາມຄຳສັ່ງຂອງພຣະອົງສຳເລັດ, ເພາະມື້ນັ້ນ ເປັນມື້ທີ່ຍິ່ງໃຫຍ່ຂອງພຣະຢາເວ ແລະ ເປັນຕາຢ້ານຫລາຍ. ແມ່ນຜູ້ໃດນໍຈະຫນີພົ້ນໄປໄດ້?
\s5
\v 12 "ແຕ່ບັດນີ້," ພຣະຢາເວກ່າວວ່າ, "ຈົ່ງກັບມາຫາເຮົາດ້ວຍຄວາມເຕັມໃຈຂອງພວກເຈົ້າ. ຈົ່ງຖືສິນອົດ, ຈົ່ງໄຫວ້ວອນດ້ວຍການຮ້ອງໄຫ້, ແລະ ຮ້ອງຄວນຄາງສາ.”
\v 13 ຈົ່ງເອົາໃຈຂອງເຈົ້າໃຫ້ເຮົາ ແລະ ບໍ່ແມ່ນແຕ່ເສື້ອຜ້າພາຍນອກ, ແລະຈົ່ງກັບມາຫາພຣະຢາເວພຣະເຈົ້າຂອງພວກເຈົ້າ. ເພາະພຣະອົງເຕັມລົ້ນໄປດ້ວຍພຣະເມດຕາ, ຊົງຮ້າຍຊ້າ ແລະ ສັດຊື່ຕໍ່ຄຳຫມັ້ນສັນຍາຂອງພຣະອົງ, ແລະພຣະອົງປາຖະຫນາທີຈະປ່ຽນໃຈຈາກການລົງໂທດພວກເຈົ້າ.
\s5
\v 14 ໃຜຈະຮູ້ໄດ້? ບາງທີພຣະອົງອາດຈະຊົງປ່ຽນໃຈ ແລະ ອິດູຕົນ, ແລະພຣະອົງຈະພຣະພອນໄວ້ເບື່ອງພຣະອົງ, ເຄື່ອງຖວາຍບູຊາເປັນເມັດ ແລະ ເຄື່ອງດື່ມບູຊາແດ່ພຣະເຢເວພຣະເຈົ້າຂອງພວກເຈົ້າບໍ່ແມ່ນບໍ?
\s5
\v 15 ຈົ່ງເປົ່າແກເທິງພູຊີໂອນ, ຈົ່ງພາກັນຖືສິນອົດອາຫານບໍຣິສຸດ ແລະ ເອີ້ນຊຸມນຸມບໍຣິສຸດ.
\v 16 ຈົ່ງເຕົ້າໂຮມບັນດາປະຊາຊົນ, ໃຫ້ເຂົ້າຮ່ວມຊຸມນຸມອັນບໍຣິສຸດ, ຈົ່ງນຳພວກເຖົ້າແກ່, ລວມເຖິງພວກເດັກນ້ອຍ ແລະ ເດັກແດງມາເຕົ້າໂຮມກັນ. ແມ່ນແຕ່ຜູ້ແຕ່ງງານໃຫມ່ຄືເຈົ້າບ່າວ, ແລະ ເຈົ້າສາວ ກໍຈົ່ງໃຫ້ພວກເຂົາອອກມາຈາກເຮືອນກ່ອນ.
\s5
\v 17 ຈົ່ງໃຫ້ພວກປະໂລຫິດ, ຜູ້ຮັບໃຊ້ພຣະຢາເວ, ໂສກເສົ້າຮ້ອງໄຫ້ ລະຫວ່າງປະຕູ ແລະ ແທ່ນບູຊາ. ໃຫ້ພວກເຂົາອ້ອນວອນວ່າ, “ຂໍໄວ້ຊີວິດໄພ່ພົນຂອງພຣະອົງດ້ວຍເທີ້ນ, ພຣະຢາເວເອີຍ, ແລະ ຂໍຢ່າເຮັດໃຫ້ມໍລະດົກຂອງພຣະອົງຖືກຫມິ່ນປະຫມາດ, ຂໍຢ່າໃຫ້ຊົນຊາດອື່ນເວົ້າເຍາະເຍີ້ຍພວກເຂົາ. ເປັນຫຍັງຈຶ່ງເຮັດໃຫ້ຊົນຊາດທັງຫລາຍທ່າມກາງພວກເຂົາກ່າວວ່າ, 'ພຣະເຈົ້າຂອງພວກເຂົາຢູ່ໃສ?'”
\s5
\v 18 ແລ້ວພຣະຢາເວຊົງສະແດງຄວາມເປັນຫ່ວງແຜ່ນດິນຂອງພຣະອົງ ແລະ ຊົງເມດຕາໄພ່ພົນຂອງພຣະອົງ.
\v 19 ພຣະຢາເວໄດ້ຊົງຕອບໄພ່ພົນຂອງພຣະອົງວ່າ, “ເບິ່ງແມ, ເຮົາຈະໃຫ້ເຂົ້າ, ເຫລົ້າອະງຸ່ນ ແລະ ນ້ຳມັນແກ່ພວກເຈົ້າ. ພວກເຈົ້າຈະໄດ້ອີ່ມຫນໍ່າສຳລານ, ແລະ ເຮົາຈະບໍ່ເຮັດໃຫ້ພວກເຈົ້າຕ້ອງໄດ້ຮັບຄວາມອັບອາຍ ທ່າມກາງຊົນຊາດອື່ນອີກຕໍ່ໄປ.
\s5
\v 20 ເຮົາຈະຂັບໄລ່ພວກທີ່ຮຸກຮານອອກໄປຈາກພວກເຈົ້າ, ແລະ ຈະຂັບໄລ່ພວກມັນໄປຍັງຖິ່ນແຫ້ງແລ້ງກັນດານ ແລະ ວ່າງເປົ່າ. ຂະບວນກອງທັບແນວຫນ້າຂອງພວກມັນຈະໄປທາງທະເລຕາເວັນອອກ, ແລະ ຂະບວນກອງທັບແນວຫລັງຈະໄປທາງທະເລຕາເວັນຕົກ. ທີ່ນັ້ນຈະມີກິ່ນເຫມັນເກີດຂື້ນ, ແລະກິ່ນເຫມັນນັ້ນກໍຈະສົ່ງກິ່ນອອກໄປທົ່ວ.” ແນ່ນອນວ່າ, ສິ່ງຍິ່ງໃຫຍ່ເຫລົ່ານີ້ແມ່ນພຣະອົງເປັນຜູ້ກະທຳ.
\s5
\v 21 ໂອແຜ່ນດິນເອີຍ, ຢ່າຢ້ານເລີຍ, ຈົ່ງຊື່ນຊົມຍິນດີສາ, ເພາະວ່າພຣະຢາເວຈະກະທຳສິ່ງທີ່ຍິ່ງໃຫຍ່.
\v 22 ສັດທັງຫລາຍເອີຍ, ຢ່າຢ້ານເລີຍ, ເພາະບັນດາທົ່ງນາກໍຈະຂຽວສົດແລ້ວ, ກົກໄມ້ກໍຈະເກີດຫມາກ, ກົກເດື່ອ ແລະ ເຄືອອະງຸ່ນກໍມີບໍລິບູນ.
\v 23 ຈົ່ງຍີນດີ, ຊາວຊີໂອນເອີຍ, ຈົ່ງຊື່ນຊົມຍີນດີໃນພຣະຢາເວພຣະເຈົ້າຂອງພວກເຈົ້າເທີ້ນ. ເພາະພຣະອົງຊົງໂຜດຖອກເທຝົນລົງມາໃຫ້ພວກເຈົ້າຖືກຕ້ອງຕາມລະດູການ, ຄືຝົນຕົ້ນລະດູ ແລະ ປາຍລະດູເຫມືອນຢ່າງແຕ່ກ່ອນ.
\s5
\v 24 ເຂົ້າໃນລານກໍຈະມີເຕັມບໍລິບູນ, ແລະ ຖັງທຸກຫນ່ວຍຈະເຕັມລົ້ນດ້ວຍເຫລົ້າອະງຸ່ນ ແລະ ນ້ຳມັນຫມາກກອກ.
\v 25 ເຮົາກໍຈະທົດແທນຄືນໃຫ້ໃນສິ່ງທີ່ພວກເຈົ້າໄດ້ສູນເສຍໃນປີທີ່ຕັກແຕນໃຫຍ່ມາກິນເຄື່ອງປູກຂອງຝັງຂອງພວກເຈົ້ານັ້ນ—ຝູງຕັກແຕນຈຳນວນຫລວງຫລາຍ, ແລະລວມທັງສີ່ງທີຕັກແຕນທຳລາຍ—ກອງທັບທີ່ກ້າຫານຂອງເຮົາວ່າ ເຮົາໄດ້ສົ່ງມາທ່າມກາງພວກເຈົ້າ.
\s5
\v 26 ພວກເຈົ້າຈະກິນຢ່າງເຫລືອເຟືອ ແລະ ອີ່ມຫນໍ່າສຳລານ, ແລະ ຈົ່ງສັນລະເສີນພຣະນາມຂອງພຣະຢາເວພຣະເຈົ້າຂອງພວກເຈົ້າ, ຜູ້ຊົງເຮັດການອັດສະຈັນທ່າມກາງພວກເຈົ້າ, ແລະ ຈະບໍ່ນຳການຫມິ່ນປະມາດເຫນືອໄພ່ພົນຂອງເຮົາອີກ.
\v 27 ອິດສະຣາເອນເອີຍ ແລ້ວພວກເຈົ້າຈະຮູ້ວ່າເຮົາຢູ່ທ່າມກາງພວກເຈົ້າ, ແລະຮູ້ວ່າເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ, ແລະ ບໍ່ມີພຣະເຈົ້າອື່ນອີກນອກຈາກເຮົາ, ແລະເຮົາຈະບໍ່ນຳການຫມິ່ນປະຫມາດມາສູ່ໄພ່ພົນຂອງເຮົາອີກ.
\s5
\v 28 ຫລັງຈາກນັ້ນ ເຮົາຈະຖອກເທພຣະວິນຍານຂອງເຮົາລົງມາເທີງມະນຸດທຸກຄົນ, ແລະ ບັນດາລູກຊາຍລູກຍິງຂອງພວກເຈົ້າຈະກ່າວຄຳທຳນວາຍ. ພວກຜູ້ເຖົ້າກໍຈະຝັນເຫັນ, ພວກຄົນຫນຸ່ມກໍຈະເຫັນນິມິດ.
\v 29 ໃນເວລານັ້ນເຮົາຈະຖອກເທພຣະວິນຍານຂອງເຮົາລົງມາ, ເທີງຜູ້ຮັບໃຊ້ຊາຍຍິງທັງຫລາຍຂອງເຮົາ.
\s5
\v 30 ເຮົາຈະສະແດງການອັດສະຈັນໃນທ້ອງຟ້າ ແລະ ເທິງແຜ່ນດິນໂລກຄື ເລືອດ, ໄຟ, ແລະ ເສົາຄວັນໄຟໃຫຍ່.
\v 31 ດວງອາທິດຈະມືດໄປ ແລະ ດວງເດືອນຈະກາຍເປັນສີເເດງເຫມືອນເລືອດ, ກ່ອນມື້ອັນຍິ່ງໃຫຍ່ ແລະ ຫນ້າຢ້ານຂອງພຣະຢາເວມາເຖິງ.
\s5
\v 32 ແຕ່ຄົນທັງຫລາຍທີ່ຮ້ອງອອກໃນພຣະນາມຂອງພຣະຢາເວຈະພົ້ນ. ເພາະວ່າເທິງພູຊີໂອນ ແລະ ໃນກຸງເຢຣູຊາເລັມຈະມີຄົນຫນີໄປ, ດັ່ງທີ່ພຣະຢາເວໄດ້ກ່າວໄວ້, ແລະ ທ່າມກາງຜູ້ທີ່ລອດຊີວິດ, ຄືຄົນເຫລົ່ານັ້ນຜູ້ທີ່ພຣະຢາເວຊົງເອີ້ນໄວ້.
\s5
\c 3
\cl ບົດທີ 3
\p
\v 1 ເບິ່ງແມ, ໃນວັນເຫລົ່ານັ້ນ ແລະ ໃນເວລານັ້ນ, ເມື່ອເຮົານຳພວກຊະເລີຍຂອງຢູດາ ແລະ ເຢຣູຊາເລັມກັບມາ,
\v 2 ເຮົາຈະເຕົ້າໂຮມຊົນຊາດທັງປວງ, ແລະ ນຳພວກເຂົາທັງຫລາຍໄປຍັງຮ່ອມພູເຢໂຮຊາຟັດ. ເພື່ອພິພາກສາພວກເຂົາໃນບ່ອນນັ້ນ, ເພາະວ່າໄພ່ພົນຂອງເຮົາ ແລະ ຊົນຊາດອິດສະຣາເອນທີ່ເປັນສົມບັດຂອງເຮົາ, ຊຶ່ງໄດ້ຖືກກະຈັດກະຈາຍໄປໃນຊົນຊາດຕ່າງໆ, ແລະ ຍ້ອນພວກເຂົາໄດ້ແບ່ງແຜ່ນດິນຂອງເຮົາ.
\v 3 ພວກເຂົາໄດ້ຈົກສະຫລາກແບ່ງໄພ່ພົນຂອງເຮົາໄປເປັນຊະເລີຍ, ແລະໄດ້ຂາຍເດັກຊາຍໄປໂສເພນີ, ແລະ ຂາຍເດັກນ້ອຍຜູ້ຍິງເພື່ອເຫລົ້າອະງຸ່ນ ເພື່ອໃຫ້ພວກເຂົາໄດ້ດື່ມ.
\s5
\v 4 ບັດນີ້, ເປັນຫຍັງພວກເຈົ້າຈຶ່ງໂກດຮ້າຍເຮົາ, ເມືອງຕີເຣ, ເມືອງຊີໂດນ ແລະ ທົ່ວປະເທດຟີລິດສະຕີນ? ພວກເຈົ້າຢາກຈະແກ້ແຄ້ນເຮົາບໍ? ຖ້າເຈົ້າຄິດຈະແກ້ແຄ້ນເຮົາ, ເຮົາຈະຕອບແທນການກະທຳຂອງພວກເຈົ້າທັນທີ.
\v 5 ເພາະພວກເຈົ້າໄດ້ຂົນເອົາເງິນແລະທອງຄຳຂອງເຮົາໄປ, ແລະ ພວກເຈົ້າໄດ້ຂົນເອົາເຄື່ອງຂອງອັນມີຄ່າຂອງເຮົາໄປຍັງວິຫານທັງຫລາຍຂອງພວກເຈົ້າ.
\v 6 ພວກເຈົ້າໄດ້ຂາຍຊາວຢູດາ ແລະ ເຢຣູຊາເລັມກັບຊາວກຣີກ, ເພື່ອເຮັດໃຫ້ພວກເຂົາຢູ່ຫ່າງໄກ ຈາກເຂດແດນຂອງພວກເຂົາ.
\s5
\v 7 ເບິ່ງແມ, ເຮົາກຳລັງກໍກວນພວກເຂົາ, ໃຫ້ອອກຈາກບ່ອນທີ່ພວກເຈົ້າຂາຍພວກເຂົານັ້ນ, ແລະ ຈະຕອບແທນສິ່ງທີ່ພວກເຈົ້າເຮັດກັບພວກເຂົາ.
\v 8 ເຮົາຈະຂາຍບັນດາລູກຊາຍຍິງຂອງພວກເຈົ້າໃຫ້ຊາວຢູດາ. ພວກເຂົາຈະຂາຍຄົນເຫລົ່ານັ້ນໃຫ້ກັບຊາວເຊບາ, ໃຫ້ຊົນຊາດຫນຶ່ງທີ່ຢູ່ຫ່າງໄກ. ເພາະພຣະຢາເວກ່າວດັ່ງນີ້ແຫລະ.
\s5
\v 9 ຈົ່ງປະກາດຂໍ້ຄວາມນີ້ໃຫ້ແກ່ຊົນຊາດທັງຫລາຍ, 'ຈົ່ງຈັດຕຽມການຮົບ, ປຸກລະດົມຄົນທີ່ກ້າຫານທັງຫລາຍ, ໃຫ້ພວກເຂົາເຂົ້າມາໃກ້, ໃຫ້ທຸກຄົນທີ່ພ້ອມໃນການສູ້ຮົບທັງຫມົດຂຶ້ນມາ.
\v 10 ຈົ່ງຕີໃບມິດຄັນໄຖຂອງພວກເຈົ້າໃຫ້ເປັນດາບ ແລະ ຕີກ່ຽວຂອງພວກເຈົ້າໃຫ້ເປັນຫອກ. ແມ່ນແຕ່ຜູ້ອ່ອນແອກໍໃຫ້ເວົ້າວ່າ, "ຂ້ານ້ອຍເປັນຄົນເຂັ້ມແຂງ."
\s5
\v 11 ຈົ່ງຮີບຟ້າວ ແລະມາເທີ້ນ, ຊົນຊາດທັງຫມົດທີ່ຢູ່ອ້ອມແອ້ມ, ຈົ່ງເຕົ້າໂຮມກັນກັນຢູ່ທີ່ນັ້ນ. ພຣະຢາເວ, ນຳກອງທັບອັນກ້າຫານຂອງພຣະອົງລົງມາ.'
\s5
\v 12 ໃຫ້ຊົນຊາດທັງຫລາຍຕ້ອງຕຽມພ້ອມຢູ່ສະເຫມີ ແລະ ຂຶ້ນມາຢູ່ຮ່ອມພູເຢໂຮຊາຟັດ. ເພາະຢູ່ບ່ອນນັ້ນເຮົາຈະນັ່ງພິພາກສາຊົນຊາດທັງຫລາຍທີ່ຢູ່ອ້ອມຮອບແຖບນັ້ນ.
\v 13 ຈົ່ງເອົາກ່ຽວມາ, ເພາະມັນຮອດລະດູເກັບກ່ຽວແລ້ວ. ມາເທີ້ນ, ມາບີບຫມາກອະງຸ່ນ, ເພາະບໍ່ຢຽບຫມາກອະງຸ່ນກໍເຕັມ. ຖັງເຫລົ້າອະງຸ່ນກໍລົ້ນ, ເພາະຄວາມຊົ່ວຮ້າຍຂອງພວກເຂົາມີຢ່າງຫລວງຫລາຍ."
\s5
\v 14 ເກີດມີຄວາມວຸ້ນວາຍ, ຄືຄວາມວຸ້ນວາຍຢູ່ໃນຮ່ອມພູແຫ່ງການພິພາກສາ. ເພາະມື້ແຫ່ງພຣະຢາເວໄດ້ໃກ້ເຂົ້າມາແລ້ວ ຢູ່ໃນພູແຫ່ງການພິພາກສາ.
\v 15 ດວງຕາເວັນ ແລະ ດວງເດືອນຈະມືດຄື້ມໄປ, ດວງດາວທັງຫລາຍກໍບໍ່ສ່ອງແສງອີກ.
\s5
\v 16 ພຣະຢາເວຊົງເປັ່ງພຣະສຸລະສຽງຈາກພູຊີໂອນ, ແລະ ຊົງຮ້ອງສຽງດັງສະໜັ່ນຈາກເຢຣູຊາເລັມ. ຈົນຟ້າສະຫວັນ ແລະແຜ່ນດີນໂລກຈະຫວັ່ນໄຫວ, ແຕ່ພຣະຢາເວຊົງເປັນທີ່ກຳບັງໃຫ້ແກ່ໄພ່ພົນຂອງພຣະອົງ ແລະ ເປັນປ້ອມປາການໃຫ້ແກ່ຄົນອິດສະຣາເອນ.
\v 17 “ເພື່ອພວກເຈົ້າຈະຮູ້ວ່າ ເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ, ຜູ້ສະຖິດຢູ່ເທິງພູຊີໂອນອັນສັກສິດຂອງເຮົາ. ແລ້ວເຢຣູຊາເລັມຈະເປັນນະຄອນທີ່ສັກສິດ, ແລະບໍ່ມີຜູ້ໃດຈະເຂົ້າມາຮຸກຮານເມືອງນັ້ນອີກ.
\s5
\v 18 ເມື່ອເວລານັ້ນມາເຖິງ ເຫລົ້າອະງຸ່ນຫວານຈະໄຫລອອກມາຈາກບັນດາພູເຂົາທັງຫລາຍ, ບັນດາເນີນພູກໍຈະມີນ້ຳນົມໄຫລອອກມາ, ຫ້ວຍຮ່ອງທັງຫມົດຂອງຢູດາກໍຈະມີນ້ຳໄຫລຢ່າງບໍລິບູນ, ແລະ ຈະມີນ້ຳອອກບໍ່ໄຫລອອກມາຈາກພຣະວິຫານຂອງພຣະຢາເວ ແລະ ນ້ຳນັ້ນຈະໄຫລຜ່ານຮ່ອມພູຊິດຕີມ.
\v 19 ປະເທດເອຢິບຈະກາຍເປັນເມືອງຮ້າງ, ເມືອງເອໂດມຈະກາຍເປັນຖິ່ນແຫ້ງແລ້ງກັນດານ, ເພາະພວກເຂົາກະທຳຄວາມໂຫດຮ້າຍຕໍ່ຊາວຢູດາ, ເພາະພວກເຂົາໄດ້ເຮັດໃຫ້ເລືອດທີ່ບໍ່ມີຄວາມຜິດໄຫລອອກໃນດີນແດນຂອງພວກເຂົາ.
\s5
\v 20 ແຕ່ຊາວຢູດາຈະອາໄສຢູ່ຕະຫລອດໄປ, ແລະ ເຢຣູຊາເລັມຈະອາໄສຢູ່ຈາກຄົນລຸ້ນຫນຶ່ງໄປສູ່ອີກລຸ້ນຫນຶ່ງ.
\v 21 ເຮົາຈະແກ້ແຄ້ນທີເຂົາທັງຫລາຍໄດ້ຕາຍ ທີ່ເຮົາຍັງບໍ່ທັນໄດ້ແກ້ແຄ້ນນັ້ນ,” ເພາະພຣະຢາເວຢູ່ເທິງພູຊີໂອນ.