lo_ulb/01-GEN.usfm

2959 lines
589 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id GEN
\ide UTF-8
\h ​ປະ​ຖົ​ມະ​ການ
\toc1 ​ປະ​ຖົ​ມະ​ການ
\toc2 ​ປະ​ຖົ​ມະ​ການ
\toc3 gen
\mt ​ປະ​ຖົ​ມະ​ການ
\s5
\c 1
\cl ​ບົດ​ທີ 1
\p
\v 1 ໃນປະຖົມະການ, ພຣະເຈົ້າຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ.
\v 2 ແຜ່ນດິນນັ້ນບໍ່ມີຮູບຮ່າງ ແລະ ຫວ່າງເປົ່າຢູ່. ຄວາມມືດປົກຄຸມຢູ່ເຫນືອຜິວຫນ້າຂອງບ່ອນເລິກ. ພຣະວິນຍານຂອງພຣະເຈົ້າເຄື່ອນໄຫວຢູ່ເຫນືອຜິວນ້ຳນັ້ນ.
\s5
\v 3 ພຣະເຈົ້າກ່າວວ່າ, "ຈົ່ງເກີດຄວາມສະຫວ່າງ," ແລະ ຄວາມສະຫວ່າງກໍເກີດຂຶ້ນ.
\v 4 ພຣະເຈົ້າຊົງເຫັນ, ຄວາມສະຫວ່າງນັ້ນດີ. ພຣະອົງຊົງແຍກຄວາມສະຫວ່າງອອກຈາກຄວາມມືດ.
\v 5 ພຣະເຈົ້າຊົງເອີ້ນຄວາມສະຫວ່າງ "ວັນ," ແລະ ຄວາມມືດນັ້ນພຣະອົງຊົງຮຽກວ່າ "ຄືນ." ນີ້ແມ່ນເວລາແລງ ແລະ ເວລາເຊົ້າ, ເປັນວັນທີຫນຶ່ງ.
\s5
\v 6 ພຣະເຈົ້າກ່າວວ່າ, "ຈົ່ງເກີດແຜ່ນຟ້າ, ໃນລະຫວ່າງນໍ້າ, ແລະ ໃຫ້ແຜ່ນດິນແຍກນ້ຳອອກຈາກກັນ."
\v 7 ພຣະເຈົ້າຈຶ່ງຊົງສ້າງແຜ່ນຟ້າ ແລະ ໄດ້ແຍກນ້ຳອອກຈາກກັນຄື ນ້ຳທີ່ຢູ່ລຸ່ມແຜ່ນຟ້າ ແຍກນ້ຳອອກຈາກນ້ຳທີ່ຢູ່ເທິງແຜ່ນຟ້າ. ແລ້ວກໍເປັນດັ່ງນັ້ນ.
\v 8 ພຣະເຈົ້າຊົງຮຽກແຜ່ນຟ້ານັ້ນວ່າ "ທ້ອງຟ້າ." ມີເວລາຄໍ່າ, ແລະ ເວລາເຊົ້າ, ນັ້ນເປັນມື້ທີສອງ.
\s5
\v 9 ພຣະເຈົ້າຊົງກ່າວວ່າ, "ໃຫ້ນ້ຳທີ່ຢູ່ໃຕ້ຟ້າລວມຢູ່ໃນທີ່ດຽວກັນ, ແລະ ໃຫ້ພື້ນດິນແຫ້ງປາກົດຂຶ້ນ." ກໍເປັນຢ່າງນັ້ນ.
\v 10 ພຣະເຈົ້າຊົງເອີ້ນພື້ນດິນແຫ້ງວ່າ, "ແຜ່ນດິນ," ແລະ ນ້ຳທີ່ລວມກັນນັ້ນພຣະອົງຊົງເອີ້ນວ່າ "ທະເລ." ພຣະອົງຊົງເຫັນວ່າດີ.
\s5
\v 11 ພຣະເຈົ້າກ່າວວ່າ, "ໃຫ້ແຜ່ນດິນເກີດພືດທຸກຊະນິດ: ທັງແນວເປັນເມັດ ແລະ ແນວເປັນຫມາກຕາມຊະນິດຂອງມັນ." ກໍເປັນຢ່າງນັ້ນ.
\v 12 ແຜ່ນດິນໂລກກໍໃຫ້ເກີດ ພືດຕ່າງໆທີ່ໃຫ້ເມັດຕາມຊະນິດຂອງມັນ, ແລະ ຕົ້ນໄມ້ທັງຫລາຍທີ່ມີຜົນ, ທີ່ມີເມັດຢູ່ໃນຫມາກຕາມຊະນິດຂອງມັນ. ພຣະເຈົ້າຊົງເຫັນວ່າດີ.
\v 13 ມີເວລາຄ່ຳ ແລະ ມີເວລາເຊົ້າ, ເປັນມື້ທີສາມ.
\s5
\v 14 ພຣະເຈົ້າກ່າວວ່າ, "ຈົ່ງມີດວງຈັນໃນທ້ອງຟ້າ ເພື່ອແຍກກາງເວັນອອກຈາກກາງຄືນ ແລະ ໃຫ້ພວກມັນເປັນສັນຍາລັກ, ສຳລັບລະດູຕ່າງໆ, ສຳລັບວັນຕ່າງໆ ແລະປີທັງຫລາຍ.
\v 15 ໃຫ້ມັນທັງຫລາຍກາຍເປັນດວງສະຫວ່າງໃນທ້ອງຟ້າເພື່ອທີ່ຈະໃຫ້ແສງສະຫວ່າງເຫນືອແຜ່ນດິນ." ກໍເປັນຢ່າງນັ້ນ.
\s5
\v 16 ພຣະເຈົ້າຊົງສ້າງດວງແຈ້ງໃຫຍ່ສອງດວງຄື, ດວງຕາເວັນໃຫ້ຄອບຄອງກາງເວັນ, ແລະດວງຈັນໃຫ້ຄອບຄອງກາງຄືນ. ພຣະອົງຊົງສ້າງດວງດາວຕ່າງໆດ້ວຍ,
\v 17 ພຣະເຈົ້າຊົງຕັ້ງມັນທັງຫລາຍໄວ້ໃນທ້ອງຟ້າເພື່ອສ່ອງສະຫວ່າງເຫນືອແຜ່ນດິນ,
\v 18 ເພື່ອທີ່ຈະຄອບຄອງກາງເວັນແລະ ກາງຄືນ, ແລະ ເພື່ອທີ່ຈະແຍກຄວາມສະຫວ່າງອອກຈາກຄວາມມືດ. ພຣະເຈົ້າຊົງເຫັນວ່າດີ.
\v 19 ມີເວລາຄ່ຳ ແລະ ເວລາເຊົ້າ, ເປັນວັນທີສີ່.
\s5
\v 20 ພຣະເຈົ້າກ່າວວ່າ, "ໃນນ້ຳຈົ່ງເຕັມໄປດ້ວຍສິ່ງມີຊີວິດຈຳນວນຫລາຍ, ແລະ ໃຫ້ນົກທັງຫລາຍບິນເຫນືອແຜ່ນດິນໂລກໃນພາກພື້ນແຫ່ງທ້ອງຟ້າ."
\v 21 ພຣະເຈົ້າຊົງສ້າງສັດທະເລຂະຫນາດໃຫຍ່, ຕາມຊະນິດຂອງພວກມັນເຊັ່ນດຽວກັນກັບສິ່ງມີຊີວິດທັງຫລາຍ, ສິ່ງມີຊີວິດທີ່ເຄື່ອນໄຫວ ແລະ ຢູ່ໃນນ້ຳທຸກແຫ່ງ, ແລະ ນົກທີ່ບິນທັງຫລາຍຕາມຊະນິດຂອງພວກມັນ. ພຣະເຈົ້າຊົງເຫັນວ່າດີ.
\s5
\v 22 ພຣະເຈົ້າຊົງອວຍພອນພວກມັນ, ທັງຫລາຍກ່າວວ່າ, "ຈົ່ງແຜ່ພັນ, ແລະ ທະວີຄູນຫລາຍຂຶ້ນ, ແລະ ໃຫ້ມີເຕັມໃນນ້ຳໃນທະເລ. ໃຫ້ນົກທັງຫລາຍທະວີຫລາຍຂຶ້ນເທິງແຜ່ນດິນ."
\v 23 ມີເວລາຄ່ຳ ແລະ ມີເວລາເຊົ້າ, ເປັນມື້ທີຫ້າ.
\s5
\v 24 ພຣະເຈົ້າກ່າວວ່າ, "ໃຫ້ແຜ່ນດິນເກີດສັດທີ່ມີຊີວິດ, ແຕ່ລະຢ່າງຕາມຊະນິດຂອງພວກມັນ, ຄືສັດລ້ຽງ, ສັດເລືອຄານ, ແລະ ສັດປ່າຂອງແຜ່ນດິນໂລກ, ແຕ່ລະຢ່າງຕາມຊະນິດຂອງມັນ." ກໍເປັນຢ່າງນັ້ນ.
\v 25 ພຣະເຈົ້າໄດ້ຊົງສ້າງສັດປ່າຕາມຊະນິດຂອງມັນ, ສັດລ້ຽງຕາມຊະນິດຂອງມັນ, ແລະ ທຸກສິ່ງທີ່ເລືອຄານເທິງພື້ນດິນຕາມຊະນິດຂອງພວກມັນ. ພຣະອົງຊົງເຫັນວ່າດີ.
\s5
\v 26 ພຣະເຈົ້າກ່າວວ່າ, "ໃຫ້ເຮົາສ້າງມະນຸດຕາມແບບຢ່າງຂອງເຮົາ, ຕາມລັກສະນະຂອງເຮົາ. ໃຫ້ພວກເຂົາຄອບຄອງຝູງປາຂອງທະເລ, ຝູງນົກຂອງທ້ອງຟ້າ, ຝູງສັດລ້ຽງເຫນືອແຜ່ນດິນທັງຫມົດ, ແລະ ຄອບຄອງສັດເລືອຄານທຸກຊະນິດທີ່ເຄື່ອນໄຫວເທິງແຜ່ນດິນໂລກ."
\v 27 ພຣະເຈົ້າຊົງສ້າງມະນຸດຕາມແບບຢ່າງຂອງພຣະອົງ. ຕາມແບບຢ່າງຂອງພຣະເຈົ້າ. ພຣະອົງຊົງສ້າງພວກເຂົາເປັນຊາຍ ແລະຍິງ.
\s5
\v 28 ພຣະເຈົ້າຊົງອວຍພອນພວກເຂົາ, ແລະກ່າວກັບພວກເຂົາວ່າ, "ຈົ່ງແຜ່ພັນ, ແລະຂະຫຍາຍຫລາຍຂຶ້ນຈົນເຕັມແຜ່ນດິນ, ຈົ່ງຄອບຄອງຝູງປາໃນທະເລ, ຄອບຄອງຝູງນົກໃນທ້ອງຟ້າ, ແລະ ສິ່ງທີ່ມີຊີວິດທຸກຢ່າງທີ່ເຄື່ອນໄຫວເທິງແຜ່ນດິນ."
\v 29 ພຣະເຈົ້າກ່າວວ່າ, "ເບິ່ງແມ, ເຮົາໄດ້ໃຫ້ພືດທຸກຊະນິດທີ່ມີເມັດຢູ່ເທິງພື້ນຂອງແຜ່ນດິນທັງຫມົດ, ແລະ ຕົ້ນໄມ້ທຸກຕົ້ນທີ່ໃຫ້ຫມາກຊຶ່ງມີເມັດຢູ່ຂ້າງໃນໃຫ້ເປັນອາຫານຂອງພວກເຈົ້າ.
\s5
\v 30 ພວກສັດທຸກຕົວຂອງແຜ່ນດິນ, ນົກທຸກຕົວຂອງທ້ອງຟ້າ, ແລະ ສິ່ງທີ່ມີຊີວິດທຸກຊະນິດທີ່ເລືອຄານເທິງແຜ່ນດິນ, ແລະ ທຸກສິ່ງຊຶ່ງຊົງສ້າງທີ່ມີລົມຫາຍໃຈ ເຮົາໃຫ້ພືດສີຂຽວທຸກຢ່າງເປັນອາຫານ." ກໍເປັນຢ່າງນັ້ນ.
\v 31 ພຣະເຈົ້າຊົງເຫັນທຸກສິ່ງທີ່ພຣະອົງຊົງສ້າງ. ເບິ່ງແມ, ມັນດີຫລາຍ. ມີເວລາຄ່ຳ ແລະ ເວລາເຊົ້າເປັນມື້ທີຫົກ.
\s5
\c 2
\cl ​ບົດ​ທີ 2
\p
\v 1 ເມື່ອຟ້າ ແລະ ແຜ່ນດິນໂລກ ກັບສັບພະທຸກສິ່ງທັງຫມົດທີ່ມີຢູ່ໃນນັ້ນກໍສຳເລັດເສັດສິ້ນ.
\v 2 ມື້ທີເຈັດສິ່ງທີ່ພຣະເຈົ້າໄດ້ສ້າງກໍສຳເລັດ, ແລະພຣະອົງໄດ້ຢຸດພັກຜ່ອນໃນມື້ທີເຈັດນີ້ຈາກກິຈະການທັງຫມົດຂອງພຣະອົງ.
\v 3 ພຣະເຈົ້າອວຍພອນມື້ທີເຈັດ ແລະ ຕັ້ງໄວ້ໃຫ້ເປັນວັນສັກສິດບໍຣິສຸດ, ເພາະໃນມື້ນັ້ນ ພຣະອົງໄດ້ຢຸດພັກຈາກການນິຣະມິດສ້າງ ແລະ ຢຸດກິຈະການທັງສິ້ນ.
\s5
\v 4 ເຫລົ່ານີ້ຄືເຫດການກຽ່ວກັບຟ້າ ແລະແຜ່ນດິນ, ເມື່ອຖືກສ້າງຂຶ້ນ, ໃນວັນທີ່ພຣະຢາເວ ພຣະເຈົ້າຊົງສ້າງແຜ່ນດິນ ແລະ ຟ້າ.
\v 5 ຍັງບໍ່ມີພຸ່ມໄມ້ຂອງທ້ອງທົ່ງເກີດຂຶ້ນເທິງແຜ່ນດິນເລີຍ, ແລະ ບໍ່ມີຕົ້ນໄມ້ຂອງທົ່ງນາເກີດຂຶ້ນ, ເພາະວ່າພຣະຢາເວ ພຣະເຈົ້າບໍ່ໄດ້ເຮັດໃຫ້ຝົນຕົກລົງມາເທິງແຜ່ນດິນ ແລະ ບໍ່ມີຄົນໄຖພວນດິນ.
\v 6 ມີແຕ່ຫມອກຂຶ້ນມາຈາກແຜ່ນດິນ ແລະ ໃຫ້ຄວາມຊຸ່ມຊື່ນແກ່ຫນ້າດິນທັງຫມົດ.
\s5
\v 7 ພຣະຢາເວພຣະເຈົ້າຊົງສ້າງມະນຸດຈາກຂີ້ດິນ, ແລະ ເປົ່າລົມຫາຍໃຈແຫ່ງຊີວິດເຂົ້າທາງຮູດັງຂອງເຂົາ, ແລະ ມະນຸດຈຶ່ງກາຍເປັນຜູ້ມີຊີວິດ.
\v 8 ພຣະຢາເວພຣະເຈົ້າຊົງສ້າງສວນຂຶ້ນສວນຫນຶ່ງທາງທິດຕາເວັນອອກ, ໃນເອເດນ, ແລະພຣະອົງຊົງໃຫ້ມະນຸດທີ່ພຣະອົງຊົງສ້າງຢູ່ທີ່ນັ້ນ.
\s5
\v 9 ຈາກພື້ນດິນພຣະຢາເວ ພຣະເຈົ້າຊົງເຮັດໃຫ້ຕົ້ນໄມ້ທຸກຕົ້ນເກີດຈາກພື້ນດິນເຕີບໂຕສວຍງາມຫນ້າເບິ່ງ ແລະ ດີທີ່ຈະເປັນອາຫານ. ນີ້ລວມເຖິງຕົ້ນໄມ້ແຫ່ງຊີວິດ, ແລະ ຕົ້ນໄມ້ແຫ່ງຄວາມຮູ້ດີແລະ ຊົ່ວຊຶ່ງຢູ່ກາງສວນນັ້ນ.
\v 10 ມີແມ່ນ້ຳສາຍຫນຶ່ງໄຫລມາຈາກເອເດນ. ໄປຫົດສວນນັ້ນ, ຈາກທີ່ນັ້ນກໍແຍກອອກກາຍເປັນແມ່ນ້ຳສີ່ສາຍ.
\s5
\v 11 ແມ່ນ້ຳສາຍທີຫນຶ່ງຊື່ປີໂຊນ. ມັນເປັນແມ່ນ້ຳທີ່ໄຫລຜ່ານແຜ່ນດິນທັງຫມົດຂອງຮາວີລາ, ທີ່ນັ້ນມີທອງຄຳ.
\v 12 ທອງຄຳຂອງແຜ່ນດິນນັ້ນເປັນທອງຄຳທີ່ດີ. ມີຢາງໄມ້ຕະຄໍ້າ(ຢາງໄມ້ຫອມທີ່ມີຣາຄາ) ແລະ ໂມຣາດ້ວຍ.
\s5
\v 13 ແມ່ນ້ຳສາຍທີສອງຊື່ກີໂຮນ. ແມ່ນ້ຳສາຍນີ້ໄຫລຜ່ານແຜ່ນດິນທັງຫມົດຂອງກູເຊ.
\v 14 ແມ່ນ້ຳສາຍທີສາມຊື່ວ່າຕິກຣິດ, ຊຶ່ງໄຫລໄປທາງຕາເວັນອອກຂອງອັດຊີເລຍ, ແມ່ນ້ຳສາຍທີສີ່ຄືເອີຟຣັດ.
\s5
\v 15 ພຣະຢາເວ ພຣະເຈົ້າໄດ້ໃຫ້ມະນຸດຢູ່ໃນສວນແຫ່ງເອເດນເພື່ອຮັກສາ ແລະ ເບິ່ງແຍງສວນ.
\v 16 ພຣະຢາເວ ພຣະເຈົ້າສັ່ງລາວວ່າ, "ເຈົ້າສາມາດກິນຫມາກໄມ້ທຸກຕົ້ນທີ່ຢູ່ໃນສວນນີ້.
\v 17 ຍົກເວັ້ນຫມາກຈາກຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຊົ່ວເຈົ້າຢ່າໄດ້ກິນ, ເພາະວ່າໃນວັນທີ່ເຈົ້າຂືນກິນເຈົ້າຈະຕ້ອງຕາຍແນ່ນອນ."
\s5
\v 18 ພຣະເຈົ້າໄດ້ກ່າວວ່າ, "ບໍ່ເປັນການດີທີ່ຜູ້ຊາຍຈະຢູ່ຄົນດຽວ. ເຮົາຈະສ້າງຜູ້ຊ່ວຍເຫລືອທີ່ເຫມາະສົມສຳລັບເຂົາ."
\v 19 ພຣະຢາເວ ພຣະເຈົ້າຈຶ່ງເອົາຂີ້ດິນຈາກພື້ນດິນຊົງສ້າງສັດທຸກຕົວຂອງທ້ອງທົ່ງ ແລະ ນົກທຸກຕົວຂອງທ້ອງຟ້າ. ຈາກນັ້ນພຣະອົງກໍໄດ້ນຳພວກມັນມາໃຫ້ມະນຸດເພື່ອເບິ່ງວ່າເຂົາຈະເອີ້ນພວກມັນວ່າຢ່າງໃດ. ບໍ່ວ່າຜູ້ຊາຍນັ້ນຈະເອີ້ນສິ່ງມີຊີວິດແຕ່ລະຊະນິດນັ້ນວ່າຢ່າງໃດ, ນັ້ນກໍ່ຄືຊື່ຂອງພວກສັດເຫລົ່ານັ້ນ.
\v 20 ຜູ້ຊາຍໄດ້ຕັ້ງຊື່ໃຫ້ບັນດາສັດລຽ້ງ, ແລະ ນົກທັງຫລາຍຂອງທ້ອງຟ້າ ແລະພວກສັດປ່າຂອງທ້ອງທົ່ງ. ແຕ່ສຳລັບຕົວຜູ້ຊາຍເອງນັ້ນບໍ່ພົບວ່າມີຜູ້ຊ່ວຍເຫລືອທີ່ເຫມາະສົມສຳລັບເຂົາ.
\s5
\v 21 ພຣະຢາເວ ພຣະເຈົ້າໄດ້ເຮັດໃຫ້ຜູ້ຊາຍນອນຫລັບສະຫນິດ, ດັ່ງນັ້ນຜູ້ຊາຍນັ້ນຈຶ່ງນອນຫລັບ. ພຣະຢາເວພຣະເຈົ້າໄດ້ເອົາກະດູກຂ້າງອັນຫນຶ່ງຂອງເຂົາອອກມາ ແລະ ຊົງເຮັດໃຫ້ເນື້ອຫນັງຊົງຕິດຈອດກັນດັ່ງເດີມ.
\v 22 ດ້ວຍດູກຂ້າງທີ່ຫັກອອກມາຈາກຜູ້ຊາຍນັ້ນພຣະຢາເວ ພຣະເຈົ້າໄດ້ຊົງສ້າງຜູ້ຍິງ ແລະ ຊົງນຳນາງມາມອບໃຫ້ລາວ.
\v 23 ຜູ້ຊາຍນັ້ນໄດ້ເວົ້າວ່າ, "ນີ້ແຫລະ ນີ້ຄືກະດູກຂອງກະດູກຂອງເຮົາ, ແລະ ເນື້ອຫນັງຈາກເນື້ອຫນັງຂອງເຮົາ ເຂົາຈະຖືກເອີ້ນວ່າ. 'ຜູ້ຍິງ,' ເພາະວ່າເຂົາຖືກນຳອອກມາຈາກຜູ້ຊາຍ."
\s5
\v 24 ດັ່ງນັ້ນຜູ້ຊາຍຈຶ່ງຈາກພໍ່ແມ່ຂອງເຂົາ, ເຂົາຈະຮ່ວມເປັນຫນຶ່ງດຽວກັນກັບເມຍຂອງເຂົາ, ແລະ ພວກເຂົາຈະກາຍເປັນເນື້ອດຽວກັນ.
\v 25 ຜູ້ຊາຍ ແລະ ເມຍຂອງເຂົາພວກເຂົາທັງສອງເປືອຍກາຍຢູ່ແຕ່ບໍ່ອາຍກັນ.
\s5
\c 3
\cl ​ບົດ​ທີ 3
\p
\v 1 ສ່ວນງູນັ້ນເປັນສັດທີ່ສະຫລາດກ່ວາສັດອື່ນໆທີ່ພຣະຢາເວ ພຣະເຈົ້າໄດ້ຊົງສ້າງ. ມັນຖາມຜູ້ຍິງນັ້ນວ່າ, "ພຣະເຈົ້າເວົ້າແທ້ໆບໍວ່າ ບໍ່ໃຫ້ເຈົ້າກິນຫມາກໄມ້ໃດໆໃນສວນນີ້?"
\v 2 ຜູ້ຍິງນັ້ນຕອບງູວ່າ, "ພວກເຮົາສາມາດກິນຫມາກໄມ້ຈາກຕົ້ນໄມ້ຫມາກທັງຫລາຍໃນສວນນີ້,
\v 3 ແຕ່ຍົກເວັ້ນຫມາກຂອງຕົ້ນໄມ້ຊຶ່ງຢູ່ກາງສວນນັ້ນ, ພຣະເຈົ້າກ່າວໄວ້ວ່າ, 'ເຈົ້າຈົ່ງຢ່າໄດ້ກິນ ຫລືແຕະຕ້ອງມັນ, ບໍ່ດັ່ງນັ້ນເຈົ້າຈະຕາຍ.""
\s5
\v 4 ງູເວົ້າກັບຜູ້ຍິງນັ້ນວ່າ,"ເຈົ້າຈະບໍ່ຕາຍດອກ.
\v 5 ເພາະພຣະເຈົ້າຮູ້ວ່າໃນວັນທີ່ເຈົ້າກິນຫມາກໄມ້ນັ້ນດວງຕາຂອງເຈົ້າຈະຖືກເປີດອອກ ແລະເຈົ້າຈະເປັນເຫມືອນພຣະເຈົ້າ, ຄືຮູ້ເຖິງຄວາມດີ ແລະຄວາມຊົ່ວ."
\v 6 ເມື່ອຜູ້ຍິງນັ້ນໄດ້ເຫັນວ່າຕົ້ນໄມ້ນັ້ນດີທີ່ຈະເປັນອາຫານ, ແລະມັນກໍຫນ້າເບິ່ງ, ແລະຕົ້ນໄມ້ນັ້ນກໍເປັນສິ່ງທີ່ຈະເຮັດໃຫ້ສະຫລາດຂຶ້ນ, ນາງຈຶ່ງໄດ້ເກັບຫມາກຈຳນວນຫນຶ່ງຂອງຕົ້ນໄມ້ນັ້ນແລະກິນ. ຈາກນັ້ນນາງຈຶ່ງໃຫ້ຫມາກໄມ້ບາງສ່ວນແກ່ຜົວຂອງນາງຜູ້ທີ່ຢູ່ກັບລາວແລະເຂົາກໍກິນຫມາກໄມ້ນັ້ນດ້ວຍ.
\s5
\v 7 ດວງຕາຂອງພວກເຂົາທັງສອງກໍຖືກເປີດອອກ, ແລະພວກເຂົາກໍຮູ້ວ່າພວກເຂົາໄດ້ເປືອຍກາຍຢູ່. ພວກເຂົາໄດ້ຫຍິບໃບຫມາກເດື່ອເຂົ້າດ້ວຍກັນ ແລະເຮັດເປັນສິ່ງທີ່ໃຊ້ປົກຄຸມສຳລັບພວກເຂົາ.
\v 8 ໃນຕອນຄ່ຳພວກເຂົາໄດ້ຍິນສຽງພຣະຢາເວ ພຣະເຈົ້າກຳລັງຍ່າງຢູ່ໃນສວນດັ່ງນັ້ນຜູ້ຊາຍແລະເມຍຂອງເຂົາໄດ້ໄປລີ້ຕົວໃຫ້ພົ້ນຈາກພຣະພັກພຣະຢາເວພຣະເຈົ້າຢູ່ທ່າມກາງຕົ້ນໄມ້ທັງຫລາຍໃນສວນ.
\s5
\v 9 ພຣະຢາເວພຣະເຈົ້າໄດ້ເອີ້ນຫາຜູ້ຊາຍນັ້ນແລະເວົ້າກັບເຂົາວ່າ," ເຈົ້າຢູ່ໃສ?"
\v 10 ຜູ້ຊາຍຕອບວ່າ," ຂ້ານ້ອຍໄດ້ຍິນສຽງພຣະອົງໃນສວນ; ແລະ ຂ້ານ້ອຍຢ້ານ ເພາະຂ້ານ້ອຍປະເປືອຍຢູ່. ດັ່ງນັ້ນຂ້ານ້ອຍຈຶ່ງໄດ້ລີ້ຢູ່."
\v 11 ພຣະອົງເຈົ້າເວົ້າວ່າ, "ໃຜບອກເຈົ້າວ່າເຈົ້າເປືອຍກາຍຢູ່? ເຈົ້າໄດ້ກິນຫມາກໄມ້ທີ່ເຮົາ ໄດ້ຫ້າມເຈົ້າບໍ່ໃຫ້ກິນແລ້ວບໍ?"
\s5
\v 12 ຜູ້ຊາຍຕອບວ່າ, "ຜູ້ຍິງຜູ້ ທີ່ພຣະອົງໃຫ້ຢູ່ກັບຂ້ານ້ອຍນັ້ນ, ເປັນຜູ້ໃຫ້ຫມາກໄມ້ຈາກຕົ້ນນັ້ນໃຫ້ຂ້ານ້ອຍແລະ ຂ້ານ້ອຍ ກໍໄດ້ກິນມັນ."
\v 13 ພຣະຢາເວພຣະເຈົ້າ ເວົ້າກັບຜູ້ຍິງນັ້ນ ວ່າ, "ເຈົ້າໄດ້ເຮັດຫຍັງລົງໄປນີ້?" ຜູ້ຍິງນັ້ນຕອບວ່າ, "ງູໄດ້ລໍ້ລວງຂ້ານ້ອຍຂ້ານ້ອຍຈຶ່ງໄດ້ກິນ."
\s5
\v 14 ພຣະຢາເວພຣະເຈົ້າ, "ກ່າວ ແກ່ງູນັ້ນວ່າ, "ເພາະວ່າມຶງໄດ້ເຮັດສິ່ງນີ້, ມຶງຈຶ່ງຖືກ ສາບແຊ່ງ, ທ່າມກາງສັດໃຊ້ງານທັງຫມົດ ແລະສັດປ່າທັງຫລາຍມຶງຈະເລືອດ້ວຍທ້ອງຂອງມຶງ, ແລະ ຜົງຂີ້ຝຸ່ນດິນຈະເປັນສິ່ງທີ່ມຶງຕ້ອງກິນໄປ ຕະຫລອດຊີວິດຂອງມຶງ.
\v 15 ເຮົາຈະໃຫ້ຄວາມກຽດຊັງກັນ, ລະຫວ່າງມຶງກັບຜູ້ຍິງ ແລະລະຫວ່າງເຊື້ອສາຍຂອງມຶງ ແລະ ເຊື້ອສາຍຂອງຍິງ. ເຂົາຈະເຮັດໃຫ້ຫົວຂອງມຶງແຕກຫມຸ່ນ, ແລະ ມຶງກໍຈະກັດສົ້ນຫນ່ອງເຂົາໃຫ້ບວບຊໍ້າ."
\s5
\v 16 ພຣະອົງກ່າວກັບຍິງນັ້ນວ່າ, "ເຮົາຈະເພີ່ມຄວາມເຈັບປວດຢ່າງຫລວງຫລາຍໃຫ້ແກ່ເຈົ້າ, ໃນຂະນະທີ່ເຈົ້າຈະມີລູກ; ມັນເປັນຄວາມເຈັບປວດທີ່ເຈົ້າຈະອອກລູກທັງຫລາຍ. ຄວາມປາຖະຫນາຂອງເຈົ້າຈະເຮັດເພື່ອຜົວຂອງເຈົ້າ, ແຕ່ຜົວຂອງເຈົ້ານັ້ນຈະເປັນນາຍເຫນືອເຈົ້າ."
\s5
\v 17 ພຣະອົງກ່າວກັບອາດາມວ່າ, "ເພາະວ່າເຈົ້າຟັງສຽງເມຍຂອງເຈົ້າ; ແລະ ກິນຫມາກໄມ້ນັ້ນ, ແລະ ຕາມທີ່ເຮົາສັ່ງເຈົ້າວ່າ, 'ເຈົ້າຢ່າກິນຫມາກຈາກຕົ້ນໄມ້ນັ້ນ,' ແຜ່ນດິນຈະຖືກສາບແຊ່ງເພາະເຈົ້າ; ເຈົ້າຈະຫາລຽ້ງຊີບດ້ວຍການເຮັດວຽກທຸກລຳບາກແສນເຂັນຕະຫລອດຊີວິດຂອງເຈົ້າ.
\v 18 ແຜ່ນດິນຈະເກີດຕົ້ນໄມ້ທີ່ມີຫນາມ ແລະພືດທີ່ມີຫນາມໃຫ້ເຈົ້າ, ແລະ ເຈົ້າຈະໄດ້ກິນພືດໃນປ່າເປັນອາຫານ.
\v 19 ເຈົ້າຈະໄດ້ກິນອາຫານໂດຍຢາດເຫື່ອ, ຂອງໃບຫນ້າຂອງເຈົ້າຈົນກວ່າເຈົ້າຄືນໄປສູ່ດິນທີ່ເຈົ້າຖືກສ້າງຂຶ້ນມາ; ເພາະເຈົ້າເປັນຜົງຂີ້ດິນ, ແລະ ເຈົ້າຈະຄືນໄປເປັນ ຜົງຂີ້ດິນອີກ."
\s5
\v 20 ອາດາມໄດ້ເອີ້ນຊື່ ເມຍຂອງຕົນວ່າເອວາ ເພາະນາງເປັນແມ່ຂອງສິ່ງທີ່ມີຊີວິດທັງຫລາຍ.
\v 21 ພຣະຢາເວພຣະເຈົ້າໄດ້ເຮັດເສື້ອຜ້າດ້ວຍ ຫນັງສັດສຳລັບອາດາມ ແລະ ເມຍຂອງເຂົາ ແລະ ສວມໃຫ້ພວກເຂົາ.
\s5
\v 22 ພຣະຢາເວພຣະເຈົ້າກ່າວວ່າ, "ບັດນີ້ມະນຸດໄດ້ກາຍເປັນຄົນຫນຶ່ງເຫມືອນພວກເຮົາ, ໃນຄວາມຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ. ດັ່ງນັ້ນຕັ້ງແຕ່ນີ້ໄປເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ພວກເຂົາຢື້ມື, ໄປປິດເອົາຫມາກໄມ້ຈາກຕົ້ນໄມ້ແຫ່ງຊີວິດ, ແລະ ກິນ ແລະ ມີຊີວິດຕະຫລອດໄປ."
\v 23 ສະນັ້ນ ພຣະຢາເວພຣະເຈົ້າຈຶ່ງຊົງສົ່ງເຂົາອອກໄປຈາກສວນເອເດນ, ເພື່ອຂຸດດິນປູກຝັງເທິງພື້ນດິນໃນບ່ອນທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ.
\v 24 ພຣະເຈົ້າໄດ້ຊົງຂັບໄລ່ຜູ້ຊາຍອອກຈາກສວນ, ແລ້ວພຣະອົງໄດ້ຊົງຕັ້ງພວກເຄຣຸບ ໄວ້ທາງທິດຕາເວັນອອກຂອງສວນແຫ່ງເອເດນ, ແລະ ດາບທີ່ລຸກເປັນແສງໄຟແກວ່ງໄປມາ, ຮອບທຸກທິດທາງເພື່ອເຝົ້າທາງເຂົ້າໄປເຖິງຕົ້ນໄມ້ແຫ່ງຊີວິດ.
\s5
\c 4
\cl ​ບົດ​ທີ 4
\p
\v 1 ອາດາມໄດ້ສົມສູ່ກັບເມຍຂອງເຂົາ. ນາງກໍໄດ້ຖືພາ ແລະ ໃຫ້ກຳເນີດກາອິນ. ນາງກ່າວວ່າ, "ນາງເກີດລູກຊາຍຜູ້ຫນຶ່ງໂດຍການຊ່ວຍເຫລືອຂອງພຣະຢາເວ"
\v 2 ແລ້ວຈາກນັ້ນນາງກໍໄດ້ລູກຊາຍອີກຊື່ວ່າອາເບັນ ນ້ອງຊາຍຂອງເຂົາ. ສ່ວນອາເບັນກາຍເປັນຄົນລ້ຽງແກະ, ແຕ່ກາອິນນັ້ນເປັນຄົນປູກພືດຜັກ.
\s5
\v 3 ຢູ່ມາວັນຫນຶ່ງ ກາອິນໄດ້ນຳຜົນແຫ່ງພື້ນດິນມາຖວາຍພຣະຢາເວ.
\v 4 ສ່ວນອາເບັນນັ້ນ ລາວໄດ້ນຳເອົາລູກແກະຫົວປີຈາກຝູງແກະ ແລະໄຂມັນບາງສ່ວນມາຖວາຍ. ພຣະຢາເວໄດ້ຍອມຮັບອາເບັນ ແລະ ຂອງຖວາຍຂອງເຂົາ,
\v 5 ແຕ່ກາອິນ ແລະ ຂອງຖວາຍຂອງເຂົານັ້ນພຣະອົງບໍ່ຍອມຮັບ. ດັ່ງນັ້ນກາອິນຈຶ່ງຄຽດຫລາຍ, ແລະ ເຂົາເຮັດຫນ້າບູດບຶ້ງ.
\s5
\v 6 ພຣະຢາເວກາ່ວກັບກາອິນວ່າ, "ເຈົ້າເປັນຫຍັງຈຶ່ງຄຽດແຄ້ນ ແລະ ຫນ້າຕາບູດບຶ້ງ?
\v 7 ຖ້າເຈົ້າເຮັດໃນສິ່ງທີ່ຖືກຕ້ອງ, ເຈົ້າຈະບໍ່ໄດ້ຮັບການຍອມຮັບບໍ? ແຕ່ຫາກເຈົ້າເຮັດໃນສິ່ງທີ່ບໍ່ຖືກຕ້ອງ, ຄວາມບາບກຳລັງລໍຢູ່ທີ່ປະຕູ ແລະ ປາຖະຫນາທີ່ຈະຄວບຄຸມເຈົ້າ, ແຕ່ເຈົ້າຕ້ອງເອົາຊະນະມັນ."
\s5
\v 8 ກາອິນໄດ້ເວົ້າກັບອາເບັນນ້ອງຊາຍຂອງຕົນ. ໃນຂະນະທີ່ພວກເຂົາຢູ່ໃນທົ່ງນາ, ກາອິນໄດ້ລຸກຂຶ້ນທຳຮ້າຍອາເບັນ. ນ້ອງຊາຍຂອງຕົນ ແລະ ຂ້າລາວເສຍ.
\v 9 ແລ້ວພຣະຢາເວໄດ້ຊົງຖາມກາອິນວ່າ, "ອາເບັນນ້ອງຊາຍຂອງເຈົ້າຢູ່ໃສ?" ລາວຈຶ່ງຕອບວ່າ, "ຂ້ານ້ອຍບໍ່ຮູ້. ຂ້ານ້ອຍເປັນຜູ້ດູແລນ້ອງຊາຍຂອງຂ້ານ້ອຍບໍ?"
\s5
\v 10 ແລ້ວພຣະຢາເວກໍໍຖາມວ່າ, "ເຈົ້າໄດ້ເຮັດ ຫຍັງໂຫດຮ້າຍເຊັ່ນນີ້? ເລືອດ ຂອງນ້ອງຊາຍ ເຈົ້າຈາກພື້ນດິນຟ້ອງເຖິງເຮົາ.
\v 11 ບັດນີ້ເຈົ້າ ໄດ້ຖືກສາບແຊ່ງຈາກແຜ່ນດິນຊຶ່ງອ້າປາກຮັບເລືອດນ້ອງຊາຍຂອງເຈົ້າ, ຈາກມືຂອງເຈົ້າຕັ້ງແຕ່ນີ້ໄປ.
\v 12 ເມື່ອເຈົ້າໄຖພວນດິນປູກຝັງຈະບໍ່ເກີດຜົນຫຍັງ, ເຈົ້າຈະເປັນຜູ້ທີ່ຫລົບຫນີແລະພະເນຈອນໄປເທິງແຜ່ນດິນ."
\s5
\v 13 ກາອິນທູນກັບພຣະຢາເວວ່າ, "ໂທດຂອງຂ້ານ້ອຍກໍໃຫຍ່ຫລວງຫນັກເກີນກວ່າທີ່ຂ້ານ້ອຍຈະຮັບໄດ້.
\v 14 ຄວາມຈິງແລ້ວ, ວັນນີ້ ພຣະອົງໄດ້ຂັບໄລ່ຂ້ານ້ອຍອອກຈາກແຜ່ນດິນນີ້ ແລະ ຂ້ານ້ອຍຈະຫລົບຊ້ອນຈາກພຣະພັກພຣະອົງ. ຂ້ານ້ອຍຈະເປັນຜູ້ທີ່ຫລົບຫນີ ແລະ ພະເນຈອນໄປໃນແຜ່ນດິນ ແລະ ຜູ້ໃດກໍຕາມທີ່ພົບຂ້ານ້ອຍກໍຈະຂ້າ ຂ້ານ້ອຍເສຍ."
\v 15 ພຣະຢາເວໄດ້ກ່າວກັບເຂົາວ່າ, "ຖ້າຜູ້ໃດຂ້າກາອິນ, ຜູ້ນັ້ນຈະໄດ້ຮັບໂທດເຈັດເທົ່າ, ເພື່ອເປັນການແກ້ແຄ້ນ." ຈາກນັ້ນພຣະຢາເວໄດ້ເຮັດເຄື່ອງຫມາຍໄວ້ໃນຕົວກາອິນ, ເຫດນັ້ນຖ້າຜູ້ໃດພົບລາວຜູ້ນັ້ນຈະບໍ່ໄດ້ທຳຮ້າຍລາວ.
\s5
\v 16 ດັ່ງນັ້ນກາອິນຈຶ່ງໄດ້ອອກໄປພົ້ນ ພຣະພັກພຣະຢາເວ ແລະອາໄສຢູ່ໃນດິນແດນນົດ, ທາງທິດຕາເວັນອອກຂອງເອເດນ.
\v 17 ກາອິນໄດ້ຫລັບນອນກັບເມຍຂອງລາວ ແລະ ນາງກໍຖືພານາງໄດ້ເກີດລູກຊາຍຊື່ວ່າເອນົກ. ລາວໄດ້ສ້າງເມືອງຫນຶ່ງຂຶ້ນ ແລະ ຕັ້ງຊື່ເມືອງນັ້ນຕາມຊື່ລູກຊາຍຂອງຕົນ ຄືເອນົກ.
\s5
\v 18 ເອນົກມີລູກຊາຍຊື່ອີຣາດ. ອີຣາດ​ຜູ້ທີ່ເປັນພໍ່ຂອງເມຮູຢາເອນ, ເມຮູຢາເອນເປັນພໍ່ຂອງເມທູຊາເອນ. ເມທູຊາເອນເປັນພໍ່ຂອງລາເມັກ.
\v 19 ລາເມັກມີເມຍສອງຄົນ: ຄົນຫນຶ່ງຊື່ອາດາ ອີກຄົນຫນຶ່ງຊື່ຊິນລາ.
\s5
\v 20 ອາດາໃຫ້ກຳເນີດລູກຊາຍຊື່ຢາບານ. ເຂົາເປັນບັນພະບຸຣຸດຂອງຄົນທັງຫລາຍທີ່ ອາໄສຢູ່ໃນຜ້າເຕັນຜູ້ຊຶ່ງເປັນຄົນລຽ້ງສັດ.
\v 21 ນ້ອງຊາຍຂອງເຂົາຊື່ຢາບານ. ເຂົາເປັນບັນພະບຸຣຸດ ຂອງຄົນເຫລົ່ານັ້ນຄື: ນັກດີດພິນເຂົາຂູ່ ແລະເປົ່າປີ່.
\v 22 ສຳລັບຊິນລາ, ນາງກໍເກີດ ຕູບາກາອິນ. ຜູ້ເປັນຊ່າງຕີເຄື່ອງມືເປັນທອງສຳຣິດ ແລະເຫລັກ. ນ້ອງສາວຂອງຕູບາກາອິນຊື່ວ່ານາອາມາ.
\s5
\v 23 ລາເມັກໄດ້ເວົ້າກັບເມຍ ທັງສອງຂອງເຂົາວ່າ,"ອາດາ ແລະຊິນລາຈົ່ງຟັງສຽງຂອງເຮົາເຈົ້າຜູ້ເປັນເມຍຂອງລາເມັກ, ຈົ່ງຟັງໃນສິ່ງທີ່ເຮົາເລົ່າເພາະເຮົາໄດ້ຂ້າຜູ້ຊາຍຜູ້ຫນຶ່ງ ທີ່ເຮັດໃຫ້ ເຮົາບາດເຈັບຊາຍຫນຸ່ມຄົນຫນຶ່ງຜູ້ທີ່ເຮັດໃຫ້ເຮົາຊໍ້າບວມ.
\v 24 ຖ້າຜູ້ໃດທີ່ເຮັດກັບກາອິນຈະຖືກແກ້ແຄ້ນເຈັດເທົ່າ, ດັ່ງນັ້ນຖ້າຜູ້ໃດເຮັດກັບລາເມັກກໍ ຈະຖືກແກ້ແຄ້ນຕອບແທນເຖິງເຈັດສິບເຈັດ ເທົ່າ."
\s5
\v 25 ອາດາມໄດ້ຫລັບນອນກັບເມຍຂອງເຂົາແລະນາງໄດ້ເກີດລູກຊາຍອີກຜູ້ຫນຶ່ງ. ນາງເອີ້ນຊື່ເຂົາວ່າ ເຊດ, ແລະເວົ້າວ່າ"ພຣະເຈົ້າໄດ້ຊົງໃຫ້ ລູກຊາຍອີກຜູ້ຫນຶ່ງ, ໃຫ້ແກ່ຂ້ານ້ອຍແທນອາເບັນຜູ້ທີ່ກາອິນໄດ້ຂ້າ."
\v 26 ເຊດມີລູກຊາຍ ແລະເຂົາໄດ້ເອີ້ນຊື່ວ່າເອໂນດ. ຕັ້ງແຕ່ນັ້ນ ມາຄົນທັງຫລາຍໄດ້ເລີ່ມຕົ້ນຮ້ອງທູນອອກພຣະນາມຂອງພຣະຢາເວ.
\s5
\c 5
\cl ​ບົດ​ທີ 5
\p
\v 1 ນີ້ຄືບັນທຶກຂອງເຊື້ອສາຍຂອງອາດາມ. ໃນວັນທີ່ພຣະເຈົ້າໄດ້ສ້າງມະນຸດ, ພຣະອົງໄດ້ສ້າງພວກເຂົາຕາມພຣະລັກສະນະຂອງພຣະອົງ.
\v 2 ພຣະອົງຊົງສ້າງພວກເຂົາເປັນຊາຍ ແລະຍິງ, ເມື່ອພວກເຂົາໄດ້ຖືກສ້າງພຣະອົງຊົງ ອວຍພອນພວກເຂົາແລະໄດ້ຊົງເອີ້ນພວກເຂົາວ່າມະນຸດ.
\s5
\v 3 ເມື່ອອາດາມອາຍຸໄດ້ 130 ປີ, ລາວມີລູກຊາຍຜູ້ຫນຶ່ງໃນລັກຊະນະຕາມຮູບແບບຂອງລາວ, ແລະ ຕັ້ງຊື່ເຂົາວ່າເຊດ.
\v 4 ຫລັງຈາກອາດາມໄດ້ກາຍເປັນພໍ່ຂອງເຊດແລ້ວ, ເຂົາຍັງມີອາຍຸຍືນຍາວມາອີກ 800 ປີ. ເຂົາໄດ້ມີລູກຊາຍຍິງອີກຫລາຍຄົນ.
\v 5 ອາດາມມີ ອາຍຸໄດ້ 930 ປີ, ແລ້ວຈາກນັ້ນເຂົາກໍໄດ້ຕາຍໄປ.
\s5
\v 6 ເມື່ອເຊດມີອາຍຸໄດ້ 105 ປີ, ລາວໄດ້ມີລູກຊາຍຊື່ເອໂນດ.
\v 7 ຫລັງຈາກເຂົາໄດ້ໃຫ້ເອໂນດເກີດມາແລ້ວເຂົາໄດ້ມີອາຍຸຍືນຍາວມາ ອີກ 807 ປີ ແລະ ລາວໄດ້ມີລູກຊາຍ ແລະ ຍິງ ຫລາຍຄົນ.
\v 8 ເຊດມີອາຍຸໄດ້ 912 ປີ, ແລະຈາກນັ້ນລາວກໍໄດ້ຕາຍໄປ.
\s5
\v 9 ເມື່ອເອໂນດອາຍຸໄດ້ 90 ປີ, ລາວໄດ້ລູກຊາຍຜູ້ຫນຶ່ງຊື່ເກນານ.
\v 10 ຫລັງຈາກເຂົາໄດ້ເກນານແລ້ວ, ເອໂນດໄດ້ມີອາຍຸຍືນຍາວມາອີກ 815 ປີ. ເຂົາໄດ້ມີລູກຊາຍ ແລະ ຍິງຫລາຍຄົນ.
\v 11 ເອໂນດມີອາຍຸໄດ້ 905 ປີ. ແລະ ຈາກນັ້ນລາວກໍຕາຍໄປ.
\s5
\v 12 ເມື່ອເກນານມີອາຍຸ ໄດ້ 70 ປີ. ລາວໄດ້ລູກຊາຍຊື່ມະຫາລາເລນ.
\v 13 ຫລັງຈາກເຂົາໄດ້ມະຫາລາເລນແລ້ວເກນານໄດ້ມີອາຍຸຍືນຍາວ ມາອີກ 840 ປີ. ເຂົາໄດ້ມີລູກຊາຍ ແລະຍິງອີກຫລາຍຄົນ.
\v 14 ເກນານມີອາຍຸໄດ້ 910ປີ, ແລະຈາກນັ້ນລາວກໍຕາຍໄປ.
\s5
\v 15 ເມື່ອມະຫາລາເລນອາຍຸ ໄດ້ 65 ປີ, ລາວໄດ້ລູກຊາຍຊື່ ຢາເຣັດ.
\v 16 ຫລັງຈາກເຂົາໄດ້ຢາເຣັດແລ້ວ, ມະຫາລາເລນໄດ້ມີອາຍຸຍືນຍາວມາອີກ 830 ປີ. ເຂົາໄດ້ມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ.
\v 17 ມະຫາລາເລນມີອາຍຸໄດ້ 895 ປີ, ແລະຈາກນັ້ນລາວກໍຕາຍໄປ.
\s5
\v 18 ເມື່ອຢາເຣັດມີອາຍຸໄດ້ 162 ປີ, ລາວໄດ້ມີລູກຊາຍຊື່ເອນົກ.
\v 19 ຫລັງຈາກລາວກາຍເປັນພໍ່ຂອງເອນົກແລ້ວ, ຢາເຣັດໄດ້ມີອາຍຸຍືນຍາວມາອີກ 800 ປີ. ເຂົາໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນ.
\v 20 ຢາເຣັດມີອາຍຸໄດ້ 962 ປີ, ແລະ ຈາກນັ້ນລາວກໍໄດ້ຕາຍໄປ.
\s5
\v 21 ເອນົກ ອາຍຸໄດ້ 65 ປີ. ລາວໄດ້ມີລູກຊາຍຊື່ວ່າ ເມທູເສລາ.
\v 22 ເອນົກດຳເນີນຊີວິດກັບພຣະເຈົ້າ 300 ປີ ຫລັງຈາກລາວໄດ້ເມທູເສລາແລ້ວລາວຍັງມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ.
\v 23 ເອນົກມີອາຍຸໄດ້365 ປີ.
\v 24 ເອນົກໄດ້ດຳເນີນຊີວິດຕິດສະຫນິດກັບພຣະເຈົ້າ, ແລະ ຈາກນັ້ນລາວກໍໄດ້ຈາກໄປ, ເພາະພຣະເຈົ້າໄດ້ຊົງຮັບເອົາລາວໄປ.
\s5
\v 25 ເມື່ອເມທູເສລາອາຍຸໄດ້ 187 ປີ, ລາວໄດ້ມີລູກຊາຍຊື່ວ່າ ລາເມັກ.
\v 26 ຫລັງຈາກລາວໄດ້ລູກຊາຍລາເມັກແລ້ວ, ເມທູເສລາມີອາຍຸຍືນຍາວມາອີກ 782 ປີ. ເຂົາໄດ້ມີລູກຊາຍ ແລະຍິງອີກຫລາຍຄົນ.
\v 27 ເມທູເສລາມີອາຍຸໄດ້ 969 ປີ. ຫລັງຈາກນັ້ນລາວກໍໄດ້ຕາຍໄປ.
\s5
\v 28 ເມື່ອລາເມັກມີອາຍຸໄດ້ 182 ປີ, ລາວໄດ້ມີລູກຊາຍຜູ້ຫນຶ່ງ
\v 29 ແລະ ລາວໄດ້ຕັ້ງຊື່ຂອງເຂົາວ່າ ໂນອາ, ເພາະວ່າເດັກນ້ອຍຄົນນີ້ "ຈະເຮັດໃຫ້ພວກເຮົາພັກຈາກວຽກງານຂອງເຮົາ ແລະຈາກການທຳງານທີ່ລຳບາກຂອງມືຂອງເຮົາ, ຊຶ່ງເຮົາຕ້ອງເຮັດ, ເພາະແຜ່ນດິນທີ່ພຣະຢາເວໄດ້ສາບແຊ່ງຫລັງຈາກລາວໄດ້ໃຫ້ໂນອາເກີດມາແລ້ວ."
\s5
\v 30 ລາເມັກມີອາຍຸຍືນຍາວມາອີກ 595 ປີເຂົາໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນ.
\v 31 ເມື່ອລາເມັກມີອາຍຸໄດ້ 777 ປີ. ຈາກນັ້ນລາວກໍໄດ້ຕາຍໄປ.
\s5
\v 32 ຫລັງຈາກໂນອາມີອາຍຸໄດ້ 500 ປີລາວມີລູກຊາຍສາມຄົນຄື: ເຊມ, ຮາມ ແລະ ຢາເຟດ.
\s5
\c 6
\cl ​ບົດ​ທີ 6
\p
\v 1 ສິ່ງນີ້ໄດ້ເກີດຂຶ້ນເມື່ອ ມະນຸດໄດ້ເພີ່ມທະວີຫລາຍຂຶ້ນຢູ່ໃນທົ່ວແຜ່ນດິນ ແລະ ໃຫ້ເກີດລູກສາວທັງຫລາຍແກ່ພວກເຂົາ,
\v 2 ລູກຊາຍທັງຫລາຍຂອງພຣະເຈົ້າ ໄດ້ເຫັນວ່າລູກສາວທັງຫລາຍຂອງມະນຸດສວຍງາມຈັບໃຈ. ພວກເຂົາໄດ້ເລືອກ ແລະ ຮັບເອົາຍິງເຫລົ່ານັ້ນເປັນເມຍ.
\v 3 ພຣະຢາເວກ່າວວ່າ, "ວິນຍານຂອງເຮົາຈະບໍ່ຢູ່ກັບມະນຸດຕະຫລອດໄປ, ເພາະພວກເຂົາເປັນເນື້ອຫນັງພວກເຂົາຈະມີອາຍຸພຽງ 120 ປີ."
\s5
\v 4 ເກີດມີຄົນຮູບຮ່າງໃຫຍ່ທີ່ເທິງ ແຜ່ນດິນໂລກໃນເວລານັ້ນ, ແລະ ຫລັງຈາກນັ້ນດ້ວຍ. ນີ້ເກີດເມື່ອລູກຊາຍທັງຫລາຍຂອງພຣະເຈົ້າໄດ້ແຕ່ງງານກັບບັນດາລູກສາວຂອງມະນຸດ, ແລະ ພວກເຂົາມີລູກ. ຄົນເຫລົ່ານີ້ແມ່ນຜູ້ຊາຍທີ່ແຂງແຮງ, ເປັນຄົນທີ່ມີຊື່ສຽງດີໃນສະໄຫມບູຮານ.
\s5
\v 5 ພຣະຢາເວຊົງເຫັນວ່າຄວາມຊົ່ວຮ້າຍ ຂອງມະນຸດມີຫລາຍຍິ່ງຂຶ້ນ, ແລະຄວາມຄິດໃນຈິດໃຈທຸກຢ່າງຂອງພວກເຂົາກໍບັງຄັບໄປໃນສິ່ງຊົ່ວຮ້າຍຢູ່ທຸກເວລາ.
\v 6 ພຣະຢາເວຊົງເສຍໃຈຫລາຍທີ່ພຣະອົງໄດ້ຊົງສ້າງມະນຸດຂຶ້ນເທິງແຜ່ນດິນໂລກ, ແລະເຮັດໃຫ້ພຣະອົງກິນແຫນງໃຈຫລາຍ.
\s5
\v 7 ດັ່ງນັ້ນພຣະຢາເວໄດ້ກ່າວວ່າ, "ເຮົາຈະກວາດລ້າງມະນຸດຜູ້ທີ່ເຮົາໄດ້ສ້າງເສຍ ຈາກພື້ນແຜ່ນດິນໂລກ; ທັງມະນຸດກັບສັດໃຫຍ່, ແລະ ສິ່ງຕ່າງໆທີ່ເລືອຍຄານ ແລະ ນົກທັງຫລາຍຂອງທ້ອງຟ້າ, ເພາະເຮົາເສຍໃຈທີ່ໄດ້ສ້າງພວກເຂົາທັງຫລາຍ."
\v 8 ແຕ່ໂນອາເປັນທີ່ພໍໃຈໃນສາຍຕາຂອງພຣະຢາເວ.
\s5
\v 9 ປະຫວັດເຫລົ່ານີ້ເປັນເຫດການກຽ່ວຂ້ອງກັບໂນອາ. ໂນອາເປັນຄົນຊອບທັມ, ແລະ ບໍ່ມີຕຳຫນິທ່າມກາງຄົນທັງຫລາຍໃນເວລາຂອງລາວນັ້ນ. ໂນອາໄດ້ດຳເນີນຊີວິດໃນຄວາມສາມັກຄີທັມ ຕິດສະຫນິດກັບພຣະເຈົ້າ.
\v 10 ໂນອາມີລູກຊາຍສາມຄົນຄື: ເຊມ, ຣາມ, ແລະ ຢາເຟດ.
\s5
\v 11 ແຜ່ນດິນຖືກເຮັດໃຫ້ເຊື່ອມຊາມລົງໃນສາຍຕາຂອງພຣະເຈົ້າ, ແລະ ເຕັມໄປດ້ວຍຄວາມໂຫດຮ້າຍຮຸນແຮງລາມໄປທົ່ວ.
\v 12 ພຣະເຈົ້າຊົງເບິ່ງພື້ນແຜ່ນດິນໂລກ; ແລະ ເຫັນວ່າຊົ່ວຮ້າຍລົງ, ເພາະວ່າຍ້ອນມະນຸດທັງປວງເຮັດແຕ່ຄວາມຊົ່ວຊ້າລົງເທິງທາງຂອງພວກເຂົາທັງຫລາຍເທິງແຜ່ນດິນ.
\s5
\v 13 ພຣະເຈົ້າໄດ້ບອກກັບໂນອາວ່າ,"ເຮົາເຫັນວ່າເຖິງເວລາແລ້ວທີ່ຈະນຳຈຸດຈົບມາຍັງມະນຸດຊາດທັງຫມົດ, ເພາະວ່າແຜ່ນດິນໂລກເຕັມໄປດ້ວຍຄວາມໂຫດຮ້າຍຮຸນແຮງ, ຊົ່ວຊ້າຜ່ານພວກເຂົາ. ແທ້ຈິງແລ້ວເຮົາຈະທຳລາຍພວກເຂົາພ້ອມກັບພື້ນແຜ່ນດິນ.
\v 14 ຈົ່ງສ້າງເຮືອເພື່ອຕົວເຈົ້າເອງຈາກໄມ້ສົນ. ຈົ່ງສ້າງຫ້ອງຕ່າງໆພາຍໃນເຮືອ, ແລະ ເອົາຂີ້ຊີອັດຢາທາງໃນກັບທາງນອກໃຫ້ດີ.
\v 15 ຕໍ່ໄປນີ້ຄືວິທີທີ່ເຈົ້າຈະສ້າງເຮືອ: ຄວາມຍາວຂອງເຮືອໃຫ້ໄດ້ 133ແມັດ, ຄວາມກວ້າງຂອງເຮືອ 22ແມັດ, ແລະ ທາງສູງ 13 ແມັດ.
\s5
\v 16 ຈົ່ງເຮັດຫລັງຄາສຳລັບເຮືອ, ຈົ່ງເຮັດປ່ອງຢ້ຽມຈຸຫລັງຄາສູງເຄິ່ງແມັດ ແລະ ຈົ່ງເຮັດປະຕູເທິງດ້ານນັ້ນຂອງເຮືອ. ແລະ ເຮັດຟ້າເປັນສາມຊັ້ນ ຄືຊັ້ນທີຫນຶ່ງ, ຊັ້ນທີສອງ, ແລະ ຊັ້ນທີສາມ.
\v 17 ຈົ່ງຟັງ, ເຮົາຈະເຮັດໃຫ້ມີນໍ້າຖ້ວມເທິງແຜ່ນດິນໂລກ, ເພື່ອທຳລາຍທຸກສິ່ງທີ່ມີຊີວິດຈາກພາຍໃຕ້ທ້ອງຟ້າ. ທຸກສິ່ງທີ່ຊຶ່ງຢູ່ເທິງແຜ່ນດິນໂລກຈະດັບສູນໄປ.
\s5
\v 18 ແຕ່ເຮົາຈະຕັ້ງພັນທະສັນຍາຂອງເຮົາໄວ້ກັບເຈົ້າ. ເຈົ້າຈົ່ງເຂົ້າມາໃນເຮືອນັ້ນ, ເຈົ້າ ແລະ ບັນດາລູກຊາຍຂອງເຈົ້າ, ແລະ ເມຍຂອງເຈົ້າ, ແລະ ບັນດາພວກລູກໃພ້ທັງຫລາຍຂອງເຈົ້າ.
\v 19 ເຈົ້າຈົ່ງນຳເອົາສິ່ງທີ່ມີຊີວິດເນື້ອຫນັງທັງຫມົດ, ທຸກຊະນິດຢ່າງລະສອງໂຕທັງໂຕຜູ້ ແລະໂຕແມ່ເຂົ້າ​ມາ​ໃນ​ເຮືອ, ເພື່ອໃຫ້ພວກມັນມີຊີວິດຢູ່ກັບເຈົ້າ.
\s5
\v 20 ນົກທັງຫລາຍຕາມຊະນິດຂອງມັນ, ແລະ ສັດໂຕໃຫຍ່ຕາມຊະນິດຂອງພວກມັນ, ສິ່ງທີ່ເລືອຍຄານແຫ່ງແຜ່ນດິນຕາມຊະນິດຂອງມັນ, ສັດທຸກຊະນິດຈະມາຫາເຈົ້າເປັນຄູ່ໆ, ເພື່ອພວກມັນຈະມີຊີວິດຢູ່.
\v 21 ຈົ່ງຈັດຕຽມເອົາອາຫານທຸກຊະນິດເພື່ອທີ່ຈະກິນ ແລະ ເກັບເອົາໄວ້, ສຳລັບຄອບຄົວຂອງເຈົ້າ, ດັ່ງນັ້ນມັນຈະເປັນອາຫານສຳລັບເຈົ້າ ແລະ ສັດເຫລົ່ານັ້ນ."
\v 22 ດັ່ງນັ້ນໂນອາ ຈຶ່ງໄດ້ເຮັດສິ່ງນີ້. ຕາມທີ່ພຣະເຈົ້າໄດ້ຊົງສັ່ງລາວທຸກຢ່າງ, ແລະ ລາວກໍໄດ້ເຮັດຕາມ.
\s5
\c 7
\cl ​ບົດ​ທີ 7
\p
\v 1 ພຣະຢາເວໄດ້ບອກໂນອາວ່າ, "ມາ, ເຈົ້າ ແລະ ທຸກຄົນໃນຄົວເຮືອນຂອງເຈົ້າ, ຈົ່ງເຂົ້າໄປໃນເຮືອ, ເພາະວ່າໃນຄົນຮຸ້ນນີ້ເຮົາໄດ້ເຫັນແລ້ວວ່າເຈົ້າຜູ້ດຽວເທົ່ານັ້ນທີ່ເປັນຄົນຊອບທັມຕໍ່ຫນ້າເຮົາ.
\v 2 ເຈົ້າຈົ່ງນໍາສັດທີ່ບໍ່ເປັນມົນທິນທຸກຊະນິດໂຕຜູ້ເຈັດໂຕ ແລະ ໂຕແມ່ເຈັດໂຕ. ແຕ່ສັດທີ່ເປັນມົນທິນທຸກຊະນິດ, ຢ່າງລະສອງໂຕຄືໂຕຜູ້ຫນຶ່ງໂຕ ແລະ ຄູ່ຂອງມັນ.
\v 3 ນົກທັງຫລາຍຂອງທ້ອງຟ້າ, ໃຫ້ນຳມາໂຕຜູ້ເຈັດໂຕ ແລະ ໂຕແມ່ເຈັດໂຕ, ເພື່ອຮັກສາພັນໄວ້ເທິງແຜ່ນດິນທັງຫມົດ.
\s5
\v 4 ເພາະວ່າໃນອີກເຈັດວັນເຮົາຈະເຮັດໃຫ້ຝົນຕົກລົງມາເທິງແຜ່ນດິນເປັນເວລາສີ່ສິບວັນສີ່ສິບຄືນ. ເຮົາຈະທຳລາຍສິ່ງທີ່ມີຊີວິດທຸກຢ່າງທີ່ເຮົາໄດ້ສ້າງຈາກພື້ນແຜ່ນດິນ."
\v 5 ຝ່າຍໂນອາກໍໄດ້ເຮັດຕາມທຸກສິ່ງທີ່ພຣະຢາເວຊົງໄດ້ສັ່ງເຂົາໄວ້.
\s5
\v 6 ໂນອາມີອາຍຸໄດ້ 600 ປີ ເມື່ອນ້ຳຖ້ວມແຜ່ນດິນ.
\v 7 ໂນອາ, ພ້ອມດ້ວຍລູກຊາຍທັງຫລາຍຂອງເຂົາ, ແລະ ເມຍຂອງ​ເຂົາ, ແລະ ພ້ອມລູກໃພ້ທັງຫລາຍ ກໍພາກັນເຂົ້າໄປໃນເຮືອດ້ວຍກັນເພາະນໍ້າຖ້ວມນັ້ນ.
\s5
\v 8 ສັດທັງຫລາຍທັງທີ່ເປັນມົນທິນ ແລະ ບໍ່ເປັນມົນທິນ, ນົກທັງຫລາຍ, ແລະ ສັດທຸກຊະນິດທີ່ເລືອຍຄານເທິງພື້ນດິນ.
\v 9 ເປັນຄູ່ໆໂຕຜູ້ ແລະໂຕແມ່, ໄດ້ມາຫາໂນອາ ແລະ ເຂົ້າໄປໃນເຮືອ, ດັ່ງທີ່ພຣະເຈົ້າໄດ້ສັ່ງໂນອາ.
\v 10 ກໍເປັນຢ່າງນັ້ນຫລັງຈາກເຈັດວັນຜ່ານໄປ, ນໍ້າກໍໄດ້ຖ້ວມພື້ນແຜ່ນດິນໂລກ.
\s5
\v 11 ໂນອາອາຍຸໄດ້ 600 ປີ, ໃນເດືອນທີສອງ, ໃນວັນທີສິບເຈັດຂອງເດືອນ, ໃນວັນນັ້ນເອງ, ນ້ຳພຸທັງຫລາຍຂອງບ່ອນເລິກຫລາຍໄດ້ພຸ່ງຂຶ້ນມາຢ່າງແຮງ ແລະ ປ່ອງ​ຢ້ຽມທັງຫລາຍຂອງທ້ອງຟ້າກໍໄດ້ຖືກເປີດອອກ.
\v 12 ຝົນໄດ້ເລີ່ມຕົກ ແລະ ຕົກລົງເທິງພື້ນແຜ່ນດິນໂລກເປັນເວລາສີ່ສິບວັນສີ່ສິບຄືນ.
\s5
\v 13 ​ໃນ​ວັນ​ດຽວກັນນັ້ນ ໂນ​ອາ ແລະ ລູກຊາຍທັງສາມຄົນຂອງເຂົາ: ເຊມ, ຮາມ ແລະ ຢາເຟດ, ແລະ ເມຍຂອງໂນອາ, ແລະ ເມຍທັງສາມຄົນຂອງລູກຊາຍຂອງເຂົາກັບພວກເຂົາທັງຫມົດໄດ້ເຂົ້າໄປໃນເຮືອນັ້ນ.
\v 14 ພວກເຂົາໄດ້ເຂົ້າໄປພ້ອມກັບສັດປ່າຕາມຊະນິດຂອງມັນ, ແລະ ສັດບ້ານສັດໃຫຍ່ຕາມຊະນິດຂອງມັນ, ແລະ ບັນດາສິ່ງທີ່ເລືອຍຄານເທິງພື້ນດິນຕາມຊະນິດຂອງມັນ, ນົກພ້ອມສັດທີ່ມີປີກຕາມຊະນິດຂອງມັນ.
\s5
\v 15 ສັດທັງຫລາຍທີ່ມີລົມປານແຫ່ງຊີວິດໄດ້ມາຫາໂນອາ ແລະ ເຂົ້າໄປຢູ່ໃນເຮືອເປັນຄູ່ໆ.
\v 16 ສັດທຸກຊະນິດທັງຫມົດທີ່ເຂົ້າໄປເປັນໂຕຜູ້ ແລະ ໂຕແມ່; ພວກມັນເຂົ້າມາຕາມທີ່ພຣະເຈົ້າໄດ້ສັ່ງແກ່ເຂົາແລ້ວ. ຈາກພຣະຢາເວກໍໄດ້ອັດປະຕູເຮືອຫລັງຈາກທີ່ພວກເຂົາເຂົ້າໄປ.
\s5
\v 17 ຈາກນັ້ນນໍ້າໄດ້ຖ້ວມແຜ່ນດິນເປັນເວລາສີ່ສິບວັນສີ່ສິບຄືນ, ແລະ ນໍ້າໄດ້ເພີ່ມຂຶ້ນເລື້ອຍໆ ແລະ ຍົກເຮືອຂອງໂນອາຟູຢູ່ເຫນືອແຜ່ນດິນ.
\v 18 ນໍ້າໄດ້ຖ້ວມເຫນືອແຜ່ນດິນທັງຫມົດ, ແລະ ເຮືອຂອງໂນອາໄດ້ລອຍຢູ່ເທິງຫນ້ານໍ້າ.
\s5
\v 19 ນໍ້າໄດ້ເພີ້ມຂຶ້ນເລື້ອຍໆດັ່ງນັ້ນພູເຂົາສູງທັງຫມົດຊຶ່ງຢູ່ໃຕ້ທ້ອງຟ້າກວ້າງຖືກນ້ຳຖ້ວມຫມົດ.
\v 20 ນໍ້າໄດ້ເພີ້ມຂຶ້ນສູງອີກເຈັດແມັດ ຖ້ວມເຫນືອຍອດພູເຂົາທັງຫລາຍ.
\s5
\v 21 ສິ່ງທີ່ມີຊີວິດທຸກສິ່ງທີ່ເຄື່ອນໄຫວເທິງພື້ນແຜ່ນດິນຕາຍທັງຫມົດຄື: ນົກທຸກຊະນິດ, ສັດທຸກຊະນິດທີ່ໃຊ້ງານ, ສັດປ່າທັງຫລາຍ, ທຸກສິ່ງທີ່ມີຊີວິດຈຳນວນຫລາຍທີ່ອາໄສຢູ່ເທິງແຜ່ນດິນ, ແລະ ມະນຸດທັງຫມົດ.
\v 22 ທຸກສິ່ງທີ່ມີຊີວິດເທິງແຜ່ນດິນທີ່ຫາຍໃຈເອົາລົມປານແຫ່ງຊີວິດຜ່ານດັງຂອງພວກເຂົາໄດ້ຕາຍໄປ.
\s5
\v 23 ດັ່ງນັ້ນທຸກສິ່ງທີ່ມີຊີວິດຢູ່ເທິງພື້ນຜິວຂອງແຜ່ນດິນຖືກກວາດລ້າງອອກໄປ, ນັບຕັ້ງແຕ່ມະນຸດໄປຈົນເຖິງສັດທີ່ມີຂະຫນາດໃຫຍ່ກວ່າ, ສິ່ງທີ່ເລືອຍຄານ, ແລະ ນົກທັງຫລາຍຂອງທ້ອງຟ້າ. ພວກເຂົາທັງຫລາຍໄດ້ຖືກທຳລາຍໄປຈາກແຜ່ນດິນ. ເຫລືອພຽງແຕ່ຄອບຄົວຂອງໂນອາ ແລະ ສັດທີ່ຢູ່ກັບເຂົາໃນເຮືອເທົ່ານັ້ນ.
\v 24 ນໍ້າບໍ່ໄດ້ລົດລົງຈາກແຜ່ນດິນເປັນເວລາ 150 ວັນ.
\s5
\c 8
\cl ​ບົດ​ທີ 8
\p
\v 1 ພຣະເຈົ້າບໍ່ໄດ້ລືມໂນອາ, ພ້ອມທັງສັດປ່າທັງຫມົດ, ແລະ ສັດລ້ຽງທັງຫລາຍທີ່ຢູ່ກັບເຂົາໃນເຮືອນັ້ນ. ພຣະເຈົ້າໄດ້ເຮັດໃຫ້ມີລົມພັດມາເຫນືອແຜ່ນດິນ, ແລະ ນໍ້າກໍເລີ່ມບົກລົງ.
\v 2 ນ້ຳ​ພຸນໍ້າໃຕ້ພື້ນດິນ​ເລິກ ແລະ ປ່ອງນໍ້າທັງຫລາຍຂອງທ້ອງຟ້າກໍຖືກອັດຫມົດ, ແລະ ຝົນກໍເຊົາຕົກ.
\v 3 ແລະ ນໍ້າກໍຄ່ອຍໆບົກລົງຈາກພື້ນດິນ, ແລະ ຫລັງຈາກຫນຶ່ງຮ້ອຍຫ້າສິບວັນຜ່ານໄປນຳ້ໄດ້ລົດລົງ.
\s5
\v 4 ເຮືອຂອງໂນອາໄດ້ຕິດຄ້າງຄາຢູ່ທີ່ເທິງຍອດເຂົາອາຣາຣັດ. ໃນເດືອນທີເຈັດໃນວັນທີສິບເຈັດຂອງເດືອນນັ້ນ.
\v 5 ນໍ້າໄດ້ບົກລົງເລື້ອຍໆຈົນຮອດເດືອນທີສິບ. ໃນວັນທີຫນຶ່ງຂອງເດືອນນັ້ນແລ້ວຈອມພູເຂົາຕ່າງໆກໍໄດ້ປາກົດຂຶ້ນ.
\s5
\v 6 ເລື່ອງນີ້ໄດ້ເກີດຂຶ້ນຫລັງຈາກສີ່ສິບວັນທີ່ໂນອາໄດ້ໄຂປ່ອງຢ້ຽມຂອງເຮືອຊຶ່ງເຂົາໄດ້ເຮັດໄວ້.
\v 7 ເຂົາໄດ້ປ່ອຍກາໂຕຫນຶ່ງອອກໄປ ແລະ ມັນໄດ້ບິນກັບໄປກັບມາຈົນນໍ້າໄດ້ແຫ້ງລົງຈາກແຜ່ນດິນ.
\s5
\v 8 ຈາກນັ້ນເຂົາໄດ້ສົ່ງນົກເຂົາໂຕຫນຶ່ງອອກໄປເພື່ອຈະເບິ່ງວ່ານ້ຳໄດ້ບົກລົງຈາກພື້ນຂອງແຜ່ນດິນຫລືຍັງ,
\v 9 ແຕ່ນົກເຂົາບໍ່ມີບ່ອນຈັບ, ແລະ ມັນໄດ້ກັບມາຫາເຂົາທີ່ເຮືອເພາະນໍ້າຍັງຖ້ວມພື້ນແຜ່ນດິນທັງຫມົດຢູ່. ລາວໄດ້ຍື່ນມືຂອງລາວອອກໄປຈັບເອົານົກໂຕນັ້ນມາໄວ້ໃນເຮືອນຳຫມູ່.
\s5
\v 10 ເຈັດວັນຕໍ່ມາ ແລະ ເພິ່ນໄດ້ປ່ອຍນົກເຂົາອອກໄປຈາກເຮືອອີກຄັ້ງຫນຶ່ງ.
\v 11 ນົກເຂົາໄດ້ບິນກັບມາຫາລາວໃນຕອນແລງ. ເບິ່ງ​ແມ! ໃນປາກຂອງມັນມີໃບຫມາກກອກຂຽວສົດດ້ວຍ. ດັ່ງນັ້ນໂນອາຈຶ່ງຮູ້ໄດ້ວ່ານໍ້າໄດ້ບົກລົງຈາກແຜ່ນດິນແລ້ວ.
\v 12 ລາວໄດ້ຖ້າອີກເຈັດວັນຕໍ່ມາ, ແລະ ໄດ້ປ່ອຍນົກເຂົານັ້ນອອກໄປອີກ, ແລະ ມັນບໍ່ໄດ້ກັບຄືນມາຫາລາວອີກ.
\s5
\v 13 ຕໍ່ມາໃນປີທີ 601ປີ, ໃນເດືອນທີຫນຶ່ງ ໃນວັນທີຫນຶ່ງ, ຂອງປີນັ້ນທີ່ນໍ້າໄດ້ບົກແຫ້ງໄປຈາກພື້ນດິນ. ໂນອາໄດ້ເປີດຫລັງຄາເຮືອອອກເບິ່ງອອກໄປຂ້າງນອກຈຶ່ງເຫັນວ່າຫນ້າດິນແຫ້ງແລ້ວ.
\v 14 ໃນເດືອນທີສອງ, ໃນວັນທີຊາວເຈັດຂອງເດືອນນັ້ນພື້ນແຜ່ນດິນກໍໄດ້ແຫ້ງຫມົດ.
\s5
\v 15 ພຣະເຈົ້າກໍກ່າວແກ່ໂນອາວ່າ,
\v 16 "ຈົ່ງອອກໄປຈາກເຮືອ, ເຈົ້າ, ແລະ ເມຍຂອງເຈົ້າພ້ອມດ້ວຍພວກລູກຊາຍ, ກັບພວກລູກໃພ້ຂອງເຈົ້າ.
\v 17 ຈົ່ງນຳທຸກສິ່ງທີ່ມີຊີວິດຂອງເນື້ອຫນັງທັງຫມົດທີ່ຢູ່ກັບເຈົ້າອອກໄປກັບເຈົ້າຄື- ນົກທັງຫລາຍ, ສັດຕ່າງໆ, ແລະ ສັດເລືອຍຄານທຸກຊະນິດ, ທີ່ເລືອຍຄານເທິງແຜ່ນດິນ - ດັ່ງນັ້ນພວກມັນທັງຫລາຍຈະເຕີບໂຕເພີ່ມຈຳນວນຂຶ້ນຂອງສິ່ງທີ່ມີຊີວິດຢ່າງຫລວງຫລາຍທົ່ວພື້ນແຜ່ນດິນ, ແຜ່ພັນ, ແລະ ເພີ່ມຈຳນວນເທິງແຜ່ນດິນໂລກ."
\s5
\v 18 ດັ່ງນັ້ນໂນອາໄດ້ອອກໄປບັນດາລູກຊາຍຂອງລາວ, ເມຍຂອງລາວ, ແລະ ພວກລູກໃພ້ຂອງລາວອອກໄປພ້ອມກັບລາວ.
\v 19 ທຸກສິ່ງທີ່ມີຊີວິດ, ທຸກສິ່ງທີ່ເລືອຍຄານ, ແລະ ນົກທຸກຊະນິດ, ທຸກສິ່ງທີ່ເຄື່ອນໄຫວເທິງແຜ່ນດິນຕາມພັນຂອງພວກມັນໄດ້ອອກຈາກເຮືອ.
\s5
\v 20 ໂນອາກໍໄດ້ສ້າງແທ່ນບູຊາແກ່ພຣະຢາເວ. ລາວໄດ້ເອົາສັດ ແລະ ນົກບາງໂຕທີ່ບໍ່ເປັນມົນທິນ, ແລະ ເຜົາບູຊາເທິງແທ່ນບູຊານັ້ນ.
\v 21 ພຣະຢາເວຊົງໄດ້ຮັບກິ່ນທີ່ພໍໃຈ, ແລະ ພຣະຢາເວກໍຊົງກ່າວວ່າ, "ເຮົາຈະບໍ່ສາບແຊ່ງແຜ່ນດິນອີກຈັກເທື່ອເຖິງແມ່ນວ່າມະນຸດມີຈິດໃຈໃຝ່ຫາໄປໃນທາງທີ່ຊົ່ວຮ້າຍ, ມາຕັ້ງແຕ່ຍັງນ້ອຍ. ຫລື ຈະບໍ່ທຳລາຍທຸກສິ່ງທີ່ມີຊີວິດ ເຫມືອນດັ່ງທີ່ເຮົາໄດ້ເຄີຍເຮັດອີກຈັກເທື່ອ.
\v 22 ຕາບໃດທີ່ພື້ນແຜ່ນດິນຍັງຄົງດຳລົງຢູ່ລະດູຫວ່ານກັບລະດູເກັບກ່ຽວ, ຈະມີຫນາວມີຮ້ອນຮ່ວມກັນຢູ່ສະເຫມີ ລະດູຮ້ອນ, ແລະ ລະດູຫນາວ, ກາງເວັນ ແລະ ກາງຄືນຈະຍັງຄົງມີເລື້ອຍໄປຕາມນັ້ນ."
\s5
\c 9
\cl ​ບົດ​ທີ 9
\p
\v 1 ພຣະເຈົ້າໄດ້ອວຍພອນແກ່ໂນອາ ແລະ ລູກຊາຍທັງຫລາຍຂອງລາວ, ແລະ ໄດ້ກ່າວກັບພວກເຂົາວ່າ, "ຈົ່ງມີລູກຫລານໃຫ້ມາກຫລາຍ, ທະວີຂຶ້ນທົ່ວເທິງແຜ່ນດິນໂລກ.
\v 2 ຄວາມຢ້ານກົວເຈົ້າ, ແລະ ຄວາມເກງກົວ​ແກ່ເຈົ້າ ຈະມີເຫນືອສັດທຸກຕົວທີ່ມີຊີວິດເທິງພື້ນແຜ່ນດິນ, ເຫນືອນົກທຸກໂຕຂອງທ້ອງຟ້າ, ເຫນືອທຸກສິ່ງທີ່ເລືອຍຄານເທິງພື້ນດິນ, ແລະ ເຫນືອປາທຸກຊະນິດແຫ່ງທ້ອງທະເລ. ພວກມັນທັງຫມົດໄດ້ຖືກມອບໄວ້ໃນມືເຈົ້າ.
\s5
\v 3 ສິ່ງທີ່ເຄື່ອນໄຫວທຸກສິ່ງທີ່ມີຊີວິດຢູ່ຈະເປັນອາຫານສຳລັບເຈົ້າ. ບັດນີ້ເຮົາໃຫ້ທຸກສິ່ງແກ່ພວກເຈົ້າ, ເຫມືອນທີ່ເຮົາໄດ້ໃຫ້ພືດສີຂຽວແກ່ເຈົ້າ.
\v 4 ແຕ່ເຈົ້າບໍ່ຕ້ອງກິນຊີ້ນທີ່ມີເລືອດ - ເພາະເລືອດແມ່ນຫລັກສຳຄັນແຫ່ງຊີວິດ.
\s5
\v 5 ແຕ່ສຳລັບເລືອດຂອງເຈົ້າ, ຊີວິດທີ່ຢູ່ໃນເລືອດຂອງເຈົ້າເຮົາຈະເອີ້ນຄ່າຕອບແທນຈາກມືຂອງສັດທຸກໂຕ. ເຮົາຈະເອີ້ນຄ່າຕອບແທນຈາກມືຂອງມະນຸດໃດໆນັ້ນ, ຄືຈາກມືຂອງໃຜກໍຕາມຜູ້ຊຶ່ງຂ້າພີ່ນ້ອງຂອງເຂົາເຮົາຈະເອີ້ນຄືນເພາະຊີວິດຂອງຄົນໆນັ້ນ.
\v 6 ໃຜກໍຕາມທີ່ເຮັດໃຫ້ມະນຸດເລືອດໄຫລ, ເລືອດຂອງເຂົາກໍຈະໄຫລດ້ວຍມະນຸດດ້ວຍ, ເພາະວ່າມັນຢູ່ໃນພຣະລັກສະນະຂອງພຣະເຈົ້າທີ່ພຣະອົງໄດ້ຊົງສ້າງມະນຸດ.
\v 7 ສຳລັບພວກເຈົ້າ, ຈົ່ງແຜ່ພັນ ແລະ ເພີ່ມຈຳນວນຂຶ້ນ, ແຜ່ອອກໄປທົ່ວແຜ່ນດິນ ແລະ ທະວີຫລາຍຂຶ້ນເທິງແຜ່ນດິນໂລກ."
\s5
\v 8 ຈາກນັ້ນພຣະເຈົ້າໄດ້ເວົ້າກັບໂນອາ ແລະ ກັບລູກຊາຍທັງຫລາຍຂອງລາວທີ່ຢູ່ກັບລາວວ່າ,
\v 9 "ຈົ່ງຟັງສຳລັບເຮົາ! ເຮົາຈະຢືນຢັນພັນທະສັນຍາຂອງເຮົາກັບເຈົ້າ ແລະ ເຊື້ອສາຍຂອງເຈົ້າຫລັງຈາກເຈົ້າ.
\v 10 ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ, ກັບນົກທັງຫລາຍສັດລຽ້ງ, ແລະ ສັບພະທຸກສິ່ງແຫ່ງແຜ່ນດິນທີ່ຢູ່ກັບເຈົ້າ, ຈາກທັງຫມົດທີ່ອອກມາຈາກເຮືອເຖິງສັບພະສິ່ງທີ່ມີຊີວິດເທິງແຜ່ນດິນ.
\s5
\v 11 ເຮົາຢືນຢັນພັນທະສັນຍາຂອງເຮົາທີ່ມີກັບເຈົ້າ, ຄືເນື້ອຫນັງທັງຫມົດຈະບໍ່ຖືກທຳລາຍດ້ວຍນໍ້າຖ້ວມອີກ. ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ."
\v 12 ພຣະເຈົ້າຊົງກ່າວວ່າ, "ນີ້ແມ່ນເຄື່ອງຫມາຍແຫ່ງພັນທະສັນຍາຊຶ່ງເຮົາໄດ້ເຮັດຂຶ້ນລະຫວ່າງເຮົາກັບເຈົ້າ ແລະ ທຸກໆສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ, ສຳລັບຄົນທຸກຊົ່ວອາຍຸ:
\v 13 ເຮົາໄດ້ຕັ້ງຮຸ້ງກິນນໍ້າໄວ້ໃນເມກ, ແລະນີ້ຈະເປັນເຄື່ອງຫມາຍແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ.
\s5
\v 14 ຈະເປັນຢ່າງນັ້ນເມື່ອເຮົາໃຫ້ມີເມກເຫນືອແຜ່ນດິນ ແລະ ເຫັນຮຸ້ງກິນນຳ້ໃນເມກນັ້ນ,
\v 15 ເຮົາກໍຈະນຶກເຖິງພັນທະສັນຍາຂອງເຮົາ, ທີ່ໄດ້ເຮັດລະຫວ່າງເຮົາກັບເຈົ້າ ແລະ ທຸກສິ່ງທີ່ມີຊີວິດແຫ່ງເນື້ອຫນັງ. ນ້ຳຈະບໍ່ຖ້ວມທຳລາຍເນື້ອຫນັງທັງຫມົດອີກ​ຕໍ່​ໄປ.
\s5
\v 16 ຮຸ້ງກິນນ້ຳຈະປາກົດຂຶ້ນໃນເມກ ແລະ ເຮົາຈະເຫັນ, ເພື່ອທີ່ຈະລະນຶກເຖິງພັນທະສັນຍານິຣັນດອນລະຫວ່າງພຣະເຈົ້າ ແລະ ທຸກສິ່ງທີ່ມີ ຊີວິດຂອງເນື້ອຫນັງທັງຫມົດຊຶ່ງຢູ່ເທິງແຜ່ນດິນໂລກ."
\v 17 ຈາກນັ້ນພຣະເຈົ້າຊົງກ່າວກັບໂນອາວ່າ, "ອັນນີ້ຄືເຄື່ອງຫມາຍຂອງພັນທະສັນຍາຊຶ່ງເຮົາໄດ້ຢືນຢັນໄວ້ແລ້ວລະຫວ່າງເຮົາກັບສິ່ງທີ່ມີຊີວິດທັງຫມົດທີ່ຢູ່ເທິງແຜ່ນດິນ."
\s5
\v 18 ລູກຊາຍຂອງໂນອາທີ່ອອກມາຈາກເຮືອຄື: ເຊມ, ຮາມ ແລະ ຢາເຟດ. ຮາມເປັນພໍ່ຂອງການາອານ.
\v 19 ທັງສາມຄົນນີ້ເປັນລູກຂອງໂນອາ, ແລະ ດ້ວຍພວກເຂົາເຫລົ່ານີ້ເຮັດໃຫ້ພື້ນແຜ່ນດິນທັງຫມົດເຕັມໄປດ້ວຍປະຊາຊາດ.
\s5
\v 20 ໂນອາໄດ້ເລີ່ມເປັນຊາວສວນ, ແລະ ລາວເປັນຄົນທຳອິດທີ່ປູກຕົ້ນອະງຸ່ນ.
\v 21 ລາວໄດ້ດື່ມນໍ້າອະງຸ່ນຫລາຍ ແລະ ເມົາ. ລາວໄດ້ນອນເປືອຍກາຍຢູ່ໃນຜ້າເຕັນຂອງລາວ.
\s5
\v 22 ຈາກນັ້ນຮາມ, ພໍ່ຂອງການາອານ, ໄດ້ມາເຫັນການເປືອຍກາຍຂອງພໍ່ລາວຈຶ່ງຟ້າວໄປບອກພີ່ນ້ອງຂອງເຂົາທີ່ຢູ່ຂ້າງນອກ.
\v 23 ດັ່ງນັ້ນເຊມ ແລະ ຢາເຟດຈຶ່ງໄດ້ເອົາເສື້ອຄຸມຍາວ ແລະ ພາດໃສ່ບ່າຂອງພວກເຂົາທັງສອງ. ພວກເຂົາຍ່າງຖອຍຫລັງເຂົ້າໄປແລ້ວປົກປິດການເປືອຍກາຍຂອງພໍ່ຂອງພວກເຂົາ. ພວກເຂົາໄດ້ປິ່ນຫນ້າໄປທາງອື່ນ, ດັ່ງນັ້ນພວກເຂົາຈຶ່ງບໍ່ໄດ້ເຫັນການເປືອຍກາຍຂອງພໍ່ພວກເຂົາ.
\s5
\v 24 ເມື່ອໂນອາໄດ້ຕື່ນຂຶ້ນຈາກການເມົາຂອງລາວ, ລາວກໍຮູ້ເຖິງສິ່ງທີ່ລູກຊາຍຫລ້າໄດ້ເຮັດກັບຕົນ
\v 25 ດັ່ງນັ້ນເຂົາຈຶ່ງຮ້ອງຂຶ້ນວ່າ, "ການາອານຈົ່ງຖືກສາບແຊ່ງ. ໃຫ້​ມັນເປັນຄົນຮັບໃຊ້ຂອງຄົນຮັບໃຊ້ທັງຫລາຍຂອງພວກອ້າຍຂອງ​ມັນ."
\s5
\v 26 ເຂົາຍັງເວົ້າດ້ວຍອີກວ່າ, "ຂໍໃຫ້ພຣະຢາເວ, ພຣະເຈົ້າຂອງເຊມ, ໄດ້ຮັບການສັນຣະເສີນ, ແລະ ໃຫ້ການາອານເປັນຄົນຮັບໃຊ້ຂອງເຂົາ.
\v 27 ຂໍໃຫ້ພຣະເຈົ້າເພີ່ມອານາເຂດຂອງຢາເຟດ, ແລະ ໃຫ້ເຂົາສ້າງບ້ານໃນເຕັນທັງຫລາຍຂອງເຊມ. ໃຫ້ການາອານຈະເປັນທາດຮັບໃຊ້ຂອງເຂົາ."
\s5
\v 28 ຫລັງຈາກນໍ້າຖ້ວມ, ໂນອາກໍມີອາຍຸຕໍ່ມາອີກສາມຮ້ອຍຫ້າສິບປີ.
\v 29 ລວມໂນອາມີອາຍຸເພິ່ນໄດ້ເກົ້າຮ້ອຍຫ້າສິບປີ, ແລະ ຈາກນັ້ນລາວກໍຕາຍໄປ.
\s5
\c 10
\cl ​ບົດ​ທີ 10
\p
\v 1 ເຫລົ່ານີ້ຄືເຊື້ອສາຍຂອງພວກລູກຊາຍທັງຫລາຍຂອງໂນອາ, ຄື: ເຊມ, ຮາມ ແລະ ຢາເຟດ. ພວກເຂົາໄດ້ໃຫ້ກຳເນີດລູກຊາຍທັງຫລາຍ ຫລັງຈາກນໍ້າໄດ້ຖ້ວມ.
\s5
\v 2 ລູກຊາຍທັງຫລາຍຂອງຢາເຟດຄື: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ ຕີຣາດ.
\v 3 ລູກຊາຍທັງຫລາຍຂອງໂກເມຄື: ອັດຊະເກນາດ, ຣີຟາດ, ແລະ ໂຕກາມາ.
\v 4 ລູກຊາຍທັງຫລາຍຂອງຢາວານຄືືເອລີຊາ, ສະເປນ, ໄຊປຣັດ, ແລະ ໂຣເດັດ.
\v 5 ຈາກຄົນເຫລົ່ານີ້ ປະຊາຊົນຕາມຊາຍຝັ່ງໄດ້ແຍກ ແລະ ເຂົ້າໄປໃນແຜ່ນດິນຂອງພວກເຂົາ, ແຕ່ລະຄົນຕາມພາສາຂອງຕົນ, ຕາມຕະກູນໂດຍປະຊາຊາດທັງຫລາຍຂອງພວກເຂົາ.
\s5
\v 6 ລູກຊາຍທັງຫລາຍຂອງຮາມຄື: ກູເຊ, ມີຊຣຽມ, ປັດ, ແລະ ການາອາ.
\v 7 ລູກຊາຍທັງຫລາຍຂອງກູເຊຄື: ເຊບາ, ຮາວິລາ, ສັບຕາ, ຣາອາມາ, ແລະ ສັບເຕກາ. ລູກຊາຍທັງຫລາຍຂອງຣາອາມາຄື: ເຊບາ ແລະ ເດດານ.
\s5
\v 8 ກູເຊເປັນພໍ່ຂອງນິມໂຣດ, ຊຶ່ງເປັນຜູ້ມີອຳນາດຄົນທຳອິດຂອງແຜ່ນດິນ.
\v 9 ເຂົາເປັນນາຍພານທີ່ຊົງພະລັງຕໍ່ພຣະພັກພຣະຢາເວ. ນັ້ນຄືສິ່ງທີ່ເປັນມາຂອງຄຳເວົ້າທີ່ວ່າ, "ເຫມືອນນິມໂຣດ, ນາຍພານທີ່ຊົງພະລັງ ຕໍ່ພຣະພັກພຣະຢາເວ."
\v 10 ສູນກາງຂອງອຳນາດແຫ່ງທຳອິດຂອງເຂົາຄືເມືອງບາບີໂລນ, ເມືອງເອເຣັກ, ເມືອງອັກກາດ, ແລະ ເມືອງຄານເນໃນແຜ່ນດິນຊີນາ.
\s5
\v 11 ນອກຈາກດິນແດນນີ້ເພິ່ນໄດ້ໄປຍັງອັດຊີເຣຍ ແລະ ສ້າງເມືອງຕ່າງໆຂຶ້ນ: ເມືອງນີເນເວ, ເມືອງເຣໂຮໂບດອີເຣ, ເມືອງກາລາ.
\v 12 ແລະເມືອງເຣເສັນ, ຊຶ່ງຢູ່ລະຫວ່າງເມືອງນີເນເວ ແລະ ເມືອງກາລາ. ມັນເປັນເມືອງໃຫຍ່.
\v 13 ເອຢິບໄດ້ໃຫ້ກຳເນີດຄົນລີເດຍ, ຄົນອານາມ, ຄົນເລຮາບ, ຄົນນັບຕູ,
\v 14 ຄົນປາທະຣູ, ຄົນກັດສະລູ (ຕົ້ນຕະກູນຄົນຟີລິດສະຕິນ), ແລະ ຄົນກະເຣເຕ.
\s5
\v 15 ການາອານເປັນພໍ່ຂອງຊີໂດນ, ຊຶ່ງເປັນລູກກົກຂອງເຂົາ, ແລະ ເຫັດ,
\v 16 ແລະ ຄົນເຢບຸດ, ຄົນອາໂມ, ຄົນກີກາຊີ,
\v 17 ຄົນຮີວີ, ຄົນອາກກີ, ຄົນສີນີ,
\v 18 ຄົນອາກວາດີ, ຄົນເຊມາຣີ ແລະ ຄົນຮາມັດ. ພາຍຫລັງຕະກູນຂອງຄົນການາອານກໍແຜ່ຂະຫຍາຍອອກໄປ.
\s5
\v 19 ເຂດແດນຂອງຄົນການາອານເລີ່ມຈາກເມືອງຊີໂດນ, ໄປເຖິງເມືອງເກຣາກ, ໄກໄປຈົນເຖິງເມືອງກາຊາ, ແລະ ໄປຈົນເຖິງເມືອງໂຊໂດມ, ເມືອງໂກໂມຣາ, ເມືອງອັດມາ, ແລະ ເມືອງເຊບົວອິມ, ໄປໄກຈົນເຖິງເມືອງລາຊາ.
\v 20 ຄົນເຫລົ່ານີ້ຄືລູກຊາຍທັງຫລາຍຂອງຮາມ, ໂດຍຕະກູນຂອງພວກເຂົາ, ໂດຍພາສາຂອງພວກເຂົາ, ໃນແຜ່ນດິນຂອງພວກເຂົາ, ແລະ ໃນປະຊາຊາດທັງຫລາຍຂອງພວກເຂົາ.
\s5
\v 21 ລູກຊາຍທັງຫລາຍຂອງເຊມ, ຜູ້ທີ່ເປັນອ້າຍກົກຂອງຢາເຟດ. ເຊມຍັງເປັນບັນພະບູຣຸດຂອງຄົນທັງຫມົດຂອງເອເບ.
\v 22 ລູກຊາຍທັງຫລາຍຂອງເຊມລວມມີ ເອລາມ, ອັດຊູຣະ, ອາກປັກຊາດ, ລູດ, ແລະອາຣາມ.
\v 23 ເຊື້ອສາຍຂອງອາຣາມແມ່ນຊາວອູເຊ, ຮຸນ, ເກເທ ແລະເມເຊັກ.
\s5
\v 24 ອາກປັກຊາດນັ້ນເປັນພໍ່ຂອງເຊລາ, ແລະ ເຊລາເປັນພໍ່ຂອງເອເບ.
\v 25 ເອເບມີລູກຊາຍສອງຄົນ. ຄົນຫນຶ່ງຊື່ເປເລັກ, ເພາະໃນສະໄຫມຂອງເພິ່ນໄດ້ມີການແບ່ງແຍກແຜ່ນດິນກັນ. ນ້ອງຊາຍຂອງລາວຊື່ໂຢກທານ.
\s5
\v 26 ໂຢກທານເປັນພໍ່ຂອງອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ,
\v 27 ຮາໂດຣາມ, ອູຊານ, ດີກະລາ,
\v 28 ໂອບານ, ອາບີມາເອນ, ເຊບາ,
\v 29 ໂອຟີ, ຮາວີລາ ແລະ ໂຢບັບ. ພວກເຂົາທັງຫມົດແມ່ນເຊື້ອສາຍຂອງໂຢກທານ.
\s5
\v 30 ດິນແດນຂອງພວກເຂົາເລີ່ມຈາກເມືອງເມຊາ, ໄປທາງເມືອງເສຟາ, ພູເຂົາທາງທິດຕາເວັນອອກ.
\v 31 ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງເຊມ, ຕາມຕະກູນຂອງພວກເຂົາ ແລະ ພາສາຕ່າງໆຂອງພວກເຂົາ, ໃນແຜ່ນດິນຂອງເຂົາທັງຫລາຍ, ຕາມປະຊາຊາດທັງຫລາຍຂອງພວກເຂົາ.
\s5
\v 32 ຄົນເຫລົ່ານີ້ຄືຕະກູນຂອງລູກຊາຍທັງຫລາຍໂນອາ, ຕາມພົງພັນຂອງພວກເຂົາໂດຍປະຊາຊາດທັງຫລາຍຂອງພວກເຂົາ. ຈາກພວກເຫລົ່ານີ້ປະຊາຊາດທັງຫລາຍໄດ້ແບ່ງແຍກ ແລະ ໄປທົ່ວແຜ່ນດິນຫລັງນ້ຳຖ້ວມ.
\s5
\c 11
\cl ​ບົດ​ທີ 11
\p
\v 1 ເມື່ອນັ້ນຄົນທົ່ວທັງແຜ່ນດິນໂລກໃຊ້ພາສາ ແລະ ຄຳສັບດຽວກັນ ແລະ ໃຊ້ຖ້ອຍຄຳແບບດຽວກັນ.
\v 2 ໃນຂະນະທີ່ພວກເຂົາໄດເດີນທາງໄປທາງທິດຕາເວັນອອກ, ພວກເຂົາໄດ້ພົບທົ່ງຮາບພຽງໃນແຜ່ນດິນຊີນາຍທີ່ບາບີໂລນ ແລະ ພວກເຂົາຈິ່ງໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ.
\s5
\v 3 ພວກເຂົາໄດ້ເວົ້າກັນວ່າ, "ມາເຖີດ, ໃຫ້ເຮົາປັ້ນດິນຈີ່ ແລະ ເຜົາມັນໃຫ້ສຸກ." ພວກເຂົາໃຊ້ດິນຈີ່ແທນກ້ອນຫີນ ແລະ ນ້ຳມັນດິນແທນປູນ.
\v 4 ພວກເຂົາເວົ້າວ່າ, "ຈົ່ງມາເຖີດ, ໃຫ້ພວກເຮົາສ້າງເມືອງ ແລະ ຫໍຄອຍທີ່ມີຍອດສູງເຖິງທ້ອງຟ້າ, ດ້ວຍພວກເຮົາເອງຖ້າເຮົາບໍ່ສ້າງ, ເຮົາຈະຖືກເຮັດໃຫ້ກະຈັດກະຈາຍໄປທົ່ວເທິງແຜ່ນດິນ."
\s5
\v 5 ດັ່ງນັ້ນພຣະຢາເວຈຶ່ງໄດ້ສະເດັດລົງມາເພື່ອເບິ່ງຕົວເມືອງກັບຫໍຄອຍນັ້ນຊຶ່ງພົງພັນຂອງອາດາມໄດ້ສ້າງຂຶ້ນ.
\v 6 ພຣະຢາເວໄດ້ກ່າວວ່າ, "ເບິ່ງເຖີດ, ພວກເຂົາເປັນປະຊາຊົນຫນຶ່ງດຽວ, ມີພາສາດຽວ, ແລະ ພວກເຂົາກຳລັງເລີ່ມຕົ້ນເຮັດສິ່ງນີ້! ໃນບໍ່ຊ້າສິ່ງທີ່ພວກເຂົາຕັ້ງໃຈຈະເຮັດ ຈະບໍ່ມີອັນໃດທີ່ເປັນໄປບໍ່ໄດ້ສຳລັບພວກເຂົາ.
\v 7 ມາເຖີດ, ໃຫ້ພວກເຮົາລົງໄປ ແລະ ເຮັດໃຫ້ພາສາຂອງພວກເຂົາວຸ້ນວາຍທີ່ນັ້ນ, ເພື່ອທີ່ວ່າພວກເຂົາຈະເວົ້າບໍ່ເຂົ້າໃຈຊຶ່ງກັນ ແລະ ກັນ."
\s5
\v 8 ດັ່ງນັ້ນພຣະຢາເວໄດ້ຊົງເຮັດໃຫ້ພວກເຂົາກະຈັດກະຈາຍໄປ ຈາກທີ່ນັ້ນໄປຢູ່ທົ່ວພື້ນແຜ່ນດິນໂລກ ແລະ ພວກເຂົາກໍໄດ້ຢຸດການກໍ່ສ້າງເມືອງນັ້ນ.
\v 9 ດັ່ງນັ້ນ, ຈຶ່ງເອີ້ນຊື່ເມືອງນັ້ນວ່າບາເບນ, ເພາະທີ່ນັ້ນພຣະຢາເວໄດ້ຊົງເຮັດໃຫ້ພາສາຂອງບັນດາປະຊາຊາດວຸ້ນວາຍກັນ ແລະ ຈາກທີ່ນັ້ນພຣະຢາເວໄດ້ເຮັດໃຫ້ພວກເຂົາພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກ.
\s5
\v 10 ຄົນເຫລົ່ານີ້ຄືເຊື້ອສາຍຂອງເຊມ. ເຊມມີອາຍຸໄດ້ຫນຶ່ງຮ້ອຍປີ, ແລະຫລັງນ້ຳຖ້ວມສອງປີເພິ່ນມີລູກຊາຍຊື່ວ່າອາກປັກຊາດ.
\v 11 ເຊມໄດ້ມີອາຍຸຍືນຕໍ່ໄປອີກຫ້າຮ້ອຍປີຫລັງຈາກທີ່ເຂົາໄດ້ອາກປັກຊາດ. ເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນ.
\s5
\v 12 ເມື່ອອາກປັກຊາດມີອາຍຸໄດ້ສາມສິບຫ້າປີ, ເພິ່ນມີລູກຊາຍຊື່ວ່າເຊລາ.
\v 13 ອາກປັກສາດໄດ້ມີອາຍຸຍືນຕໍ່ໄປອີກ 403 ປີຫລັງຈາກທີ່ເຂົາໄດ້ເຊລາແລ້ວ. ເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
\s5
\v 14 ເມື່ອເຊລາອາຍຸໄດ້ສາມສິບປີເພິ່ນມີລູກຊາຍຊື່ເອເບ.
\v 15 ເຊລາໄດ້ມີອາຍຸຍືນຕໍ່ໄປອີກສີ່ຮ້ອຍສາມປີຫລັງຈາກທີ່ເຂົາໄດ້ເອເບ. ແລ້ວເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
\s5
\v 16 ເມື່ອເອເບມີອາຍຸໄດ້ສາມສິບສີ່ປີ, ເພິ່ນໄດ້ມີລູກຊາຍຊື່ເປເລັກ.
\v 17 ເອເບໄດ້ມີອາຍຸຍືນຕໍ່ໄປອີກ 430 ປີຫລັງຈາກທີ່ເຂົາໄດ້ເປເລັກ. ເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
\s5
\v 18 ເມື່ອເປເລັກອາຍຸໄດ້ສາມສິບປີ, ເພິ່ນໄດ້ມີລູກຊາຍຊື່ເຣອູ.
\v 19 ເປເລັກໄດ້ມີອາຍຸຍືນຕໍ່ໄປອີກສອງຮ້ອຍເກົ້າປີ ຫລັງຈາກທີ່ເຂົາໄດ້ເຣອູ. ເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
\s5
\v 20 ເມື່ອເຣອູມີອາຍຸໄດ້ສາມສິບສອງປີ, ເພິ່ນໄດ້ມີລູກຊາຍຊື່ເສຣຸກ.
\v 21 ເຣອູໄດ້ມີອາຍຸຍືນຕໍ່ໄປອີກສອງຮ້ອຍເຈັດປີ ຫລັງຈາກທີ່ເຂົາໄດ້ ເສຣຸກ. ແລ້ວເຂົາຍັງໄດ້ມີລູກຊາຍ ແລະ ຍິງຕື່ມອີກຫລາຍຄົນດ້ວຍ.
\s5
\v 22 ເມື່ອເສຣຸກອາຍຸໄດ້ສາມສິບປີ, ເພິ່ນໄດ້ມີລູກຊາຍຊື່ ນາໂຮ.
\v 23 ເສຣຸກໄດ້ມີອາຍຸຍືນຕໍ່ໄປອີກ ສອງຮ້ອຍປີ ຫລັງຈາກທີ່ເພິ່ນໄດ້ລູກຊາຍນາໂຮ. ເພິ່ນຍັງໄດ້ມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ.
\s5
\v 24 ເມື່ອນາໂຮອາຍຸໄດ້ຊາວເກົ້າປີ, ເພິ່ນໄດ້ມີລູກຊາຍຊື່ ເຕຣາ.
\v 25 ນາໂຮໄດ້ມີອາຍຸຍືນຕໍ່ໄປອີກຮ້ອຍສິບເກົ້າປີຫລັງຈາກທີ່ເພິ່ນໄດ້ລູກຊາຍເຕຣາ. ເພິ່ນຍັງໄດ້ມີລູກຊາຍ ແລະຍິງຕື່ມອີກຫລາຍຄົນ
\v 26 ຫລັງຈາກທີ່ ເຕຣາອາຍຸໄດ້ ເຈັດສິບປີ, ເພິ່ນໄດ້ມີລູກຊາຍ ຊື່: ອັບຣາມ, ນາໂຮ, ແລະຮາຣານ.
\s5
\v 27 ຄົນເຫລົ່ານີ້ເປັນເຊື້ອສາຍຂອງເຕຣາ. ເຕຣາເປັນພໍ່ຂອງອັບຣາມ, ນາໂຮ, ແລະ ຮາຣານ. ຮາຣານເປັນພໍ່ຂອງໂລດ.
\v 28 ຮາຣານໄດ້ຕາຍໄປຂະນະທີ່ເຕຣາພໍ່ຂອງຕົນຍັງມີຊີວິດຢູ່, ໃນແຜ່ນດິນທີ່ເຂົາເກີດຄືເມືອງອູເຣຂອງຊາວເຄເດັຍ.
\s5
\v 29 ອັບຣາມ ແລະນາໂຮໄດ້ແຕ່ງງານ. ເມຍຂອງອັບຣາມຄືນາງຊາຣາຍ ແລະເມຍຂອງນາໂຮຄືນາງມີລະກາ, ລູກສາວຂອງຮາຣານຜູ້ເປັນພໍ່ຂອງມິນຄາ ແລະອິດສະຄາ.
\v 30 ເນື່ອງຈາກຊາຣາຍ ເປັນຫມັນ; ນາງຈຶ່ງບໍ່ສາມາດມີລູກໄດ້.
\s5
\v 31 ເຕຣາໄດ້ພາອັບຣາມລູກຊາຍຂອງເຂົາ, ໂລດລູກຊາຍຂອງຮາຣານ, ລູກຊາຍຂອງເຂົາ ແລະຊາລາຍລູກໃພ້ເມຍຂອງອັບຣາມລູກຊາຍຂອງເຂົາຈາກເມືອງ ອູເຣຂອງຊາວເຄເດຍໄປດ້ວຍກັນເພື່ອໄປຍັງແຜ່ນດິນການາອານ. ແຕ່ພວກເຂົາໄດ້ມາເຖິງເມືອງຮາຣານ ແລະພັກຢູ່ທີ່ນັ້ນ.
\v 32 ເຕຣາມີອາຍຸໄດ້ສອງຮ້ອຍຫ້າປີແລະຈາກນັ້ນໄດ້ຕາຍໄປທີ່ເມືອງຮາຣານ.
\s5
\c 12
\cl ​ບົດ​ທີ 12
\p
\v 1 ເວລານັ້ນພຣະຢາເວໄດ້ບອກອັບຣາມວ່າ, "ຈົ່ງອອກໄປຈາກປະເທດຂອງເຈົ້າ, ຈາກຍາດຕິພີ່ນ້ອງຂອງເຈົ້າ, ແລະ ຈາກຄົວເຮືອນຂອງພໍ່ເຈົ້າ, ໄປຍັງດິນແດນທີ່ເຮົາຈະຊີ້ແຈງໃຫ້ແກ່ເຈົ້າ.
\v 2 ເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດທີ່ຍິ່ງໃຫຍ່, ແລະ ເຈົ້າຈະເປັນພອນ.
\v 3 ເຮົາຈະອວຍພອນຄົນເຫລົ່ານັ້ນທີ່ອວຍພອນເຈົ້າ, ແຕ່ໃຜກໍຕາມທີ່ບໍ່ໃຫ້ກຽຕເຈົ້າ ເຮົາຈະສາບແຊ່ງເຂົາ. ຜ່ານທາງເຈົ້າຄອບຄົວທັງຫມົດຂອງແຜ່ນດິນຈະໄດ້ຮັບພອນ."
\s5
\v 4 ດັ່ງນັ້ນອັບຣາມຈຶ່ງໄດ້ໄປ, ຕາມທີ່ພຣະຢາເວໄດ້ຊົງບອກໃຫ້ເຂົາໄປ, ແລະ ໂລດໄດ້ໄປກັບເຂົາດ້ວຍ. ອັບຣາມມີອາຍຸໄດ້ເຈັດສິບຫ້າປີເມື່ອເຂົາອອກຈາກເມືອງຮາຣານ.
\v 5 ອັບຣາມໄດ້ພານາງຊາຣາຍເມຍຂອງຕົນ, ໂລດ, ລູກຊາຍຂອງນ້ອງຊາຍຂອງເຂົາ, ພ້ອມຊັບສິນທັງຫມົດຂອງພວກເຂົາທີ່ພວກເຂົາໄດ້ສະສົມໄວ້, ແລະ ຄົນທັງຫລາຍທີ່ພວກເຂົາໄດ້ມາໃນເມືອງຮາຣານ. ພວກເຂົາໄດ້ອອກໄປສູ່ດິນແດນການາອານ, ແລະ ໄດ້ມາເຖິງແຜ່ນດິນການາອານ.
\s5
\v 6 ອັບຣາມໄດ້ຜ່ານເຂົ້າໄປໃນແຜ່ນດິນນັ້ນເຂົາໄປໄກເຖິງເມືອງຊີເຄມ, ເຖິງຕົ້ນໂອກແຫ່ງໂມເຣ. ທີ່ເວລານັ້ນຄົນການາອານໄດ້ອາໄສຢູ່ໃນດິນແດນນັ້ນ.
\v 7 ພຣະຢາເວໄດ້ຊົງປາກົດແກ່ອັບຣາມ, ແລະ ບອກເພິ່ນວ່າ, "ເຮົາຈະມອບແຜ່ນດິນນີ້ໃຫ້ແກ່ເຊື້ອສາຍທັງຫລາຍຂອງເຈົ້າ." ບ່ອນນີ້ທີ່ອັບຣາມໄດ້ສ້າງແທ່ນບູຊາແກ່ພຣະຢາເວ, ພຣະອົງຜູ້ໄດ້ປາກົດແກ່ເຂົາ.
\s5
\v 8 ຈາກທີ່ນັ້ນເພິ່ນກໍໄດ້ຍົກຍ້າຍໄປທາງໃຕ້ສູ່ເນີນພູທາງທິດຕາເວັນອອກ, ຂອງເມືອງເບັດເອນທີ່ຊຶ່ງເພິ່ນໄດ້ຕັ້ງຄ້າຍພັກຂອງເພິ່ນໂດຍເມືອງ ເບັດເອນ, ຢູ່ທາງທິດຕາເວັນຕົກ ແລະ ເມືອງອາອີທາງທິດຕາເວັນອອກ. ທີ່ນັ້ນເພິ່ນໄດ້ສ້າງແທ່ນບູຊາແກ່ພຣະຢາເວ ແລະ ອອກນາມຊື່ຂອງພຣະຢາເວ.
\v 9 ຈາກນັ້ນອັບຣາມຍັງຄົງໄດ້ເດີນທາງ, ມຸ່ງຫນ້າໄປຍັງເນເກບ.
\s5
\v 10 ໄດ້ເກີດມີການອຶດຢາກໃນແຜ່ນດິນການາອານ, ດັ່ງນັ້ນອັບຣາມລົງໄປຍັງປະເທດອີຢິບ, ເພື່ອທີ່ຈະອາໄສຢູ່ເພາະການຂາດແຄນອາຫານໄດ້ຮຸນແຮງຫລາຍຂຶ້ນໃນແຜ່ນດິນ.
\v 11 ເມື່ອເພິ່ນຈະເຂົ້າໄປໃນປະເທດອີຢິບ, ເພິ່ນໄດ້ເວົ້າກັບຊາຣາຍເມຍຂອງຕົນວ່າ, "ເບິ່ງແມ, ເຮົາຮູ້ວ່າເຈົ້າເປັນຍິງທີ່ສວຍງາມ.
\v 12 ເມື່ອຄົນອີຢິບເຫັນເຈົ້າພວກເຂົາຈະເວົ້າວ່ານີ້ຄືເມຍຂອງເຂົາ, ແລ້ວພວກເຂົາກໍຈະຂ້າເຮົາເສຍແຕ່ໃຫ້ເຈົ້າມີຊີວິດຢູ່.
\v 13 ດັ່ງນັ້ນຈົ່ງບອກວ່າ, ເຈົ້າເປັນນ້ອງສາວຂອງເຮົາດັ່ງນັ້ນຈະເປັນການດີສຳລັບເຮົາເພາະເຈົ້າ, ແລະ ດັ່ງນັ້ນຊີວິດຂອງເຮົາຈະຖືກສະຫງວນໄວ້ເພາະເຈົ້າ."
\s5
\v 14 ແລະກໍເປັນຢ່າງນັ້ນເມື່ອອັບຣາມໄດ້ເຂົ້າໄປໃນອີຢິບ, ຊາວອີຢິບເຫັນວ່າຊາຣາຍງາມຫລາຍ.
\v 15 ເຈົ້າຊາຍຂອງຟາໂຣໄດ້ເຫັນນາງ ເວົ້າຍົກຍ້ອງນາງຕໍ່ຟາໂຣ, ນາງໄດ້ຖືກນຳໄປຍັງຣາຊວັງຂອງຟາໂຣ.
\v 16 ຟາໂຣໄດ້ຊົງເບິ່ງແຍງອັບຣາມເປັນຢ່າງດີເພາະເຫັນແກ່ນາງ, ແລະ ໄດ້ມອບຝູງແກະ, ຝູງງົວ, ແບ້, ລວາໂຕຜູ້, ແລະ ຄົນຮັບໃຊ້ຊາຍ, ຄົນຮັບໃຊ້ຍິງ, ລວາໂຕແມ່, ແລະ ອູດທັງຫລາຍໃຫ້ກັບເຂົາດ້ວຍ.
\s5
\v 17 ພຣະຢາເວໄດ້ຊົງເຮັດໃຫ້ເກີດໄພພິບັດຮ້າຍແຮງກັບຟາໂຣ ແລະຣາຊວົງຂອງພະອົງ, ເພາະຊາຣາຍເມຍຂອງອັບຣາມ.
\v 18 ຟາໂຣໄດ້ຊົງເອີ້ນອັບຣາມມາ, ແລະ ຖາມວ່າ, "ເປັນຫຍັງເຈົ້າຈຶ່ງເຮັດຕໍ່ເຮົາແບບນີ້? ເປັນຫຍັງເຈົ້າບໍ່ບອກເຮົາວ່ານາງເປັນເມຍຂອງເຈົ້າ?
\v 19 ເປັນຫຍັງເຈົ້າຈຶ່ງບອກວ່າ, ນາງຄືນ້ອງສາວຂອງເຈົ້າ? ດັ່ງນັ້ນເຮົາຈຶ່ງນຳນາງມາໄວ້ເປັນເມຍຂອງເຮົາ. ບັດນີ້ນາງຄືເມຍຂອງເຈົ້າ, ຈົ່ງເອົານາງຄືນໄປ, ແລະ ໄປຕາມທາງຂອງເຈົ້າ."
\v 20 ຈາກນັ້ນຟາໂຣໄດ້ຊົງອອກຄຳສັ່ງແກ່ຄົນຂອງພະອົງກຽ່ວກັບເພິ່ນ, ແລະ ພວກເຂົາໄດ້ສົ່ງເພິ່ນໄປພ້ອມກັບເມຍຂອງລາວ ແລະ ທຸກສິ່ງຂອງທີ່ລາວມີຢູ່.
\s5
\c 13
\cl ​ບົດ​ທີ 13
\p
\v 1 ດັ່ງນັ້ນອັບຣາມໄດ້ອອກຈາກອີຢິບ ແລະ ເຂົ້າໄປຍັງເນເກບ, ເພິ່ນ, ແລະ ເມຍຂອງເພິ່ນ, ແລະ ທຸກສິ່ງທີ່ເພິ່ນມີ. ແລະ ໂລດກໍໄດ້ໄປກັບພວກເພິ່ນດ້ວຍ.
\v 2 ຂະນະນີ້ອັບຣາມເປັນຄົນຮັ່ງມີຫລາຍ, ທັງໃນດ້ານຂອງ, ຝູງສັດລຽ້ງພ້ອມທັງເງິນ, ແລະ ຄຳ.
\s5
\v 3 ເພິ່ນໄດ້ເດີນທາງຕໍ່ໄປຈາກເນເກບເຖິງເບັດເອນ, ແລະ ໄປເຖິງບ່ອນທີ່ຕົນເຄີຍຕັ້ງຄ້າຍພັກຄັ້ງກ່ອນ, ຢູ່ລະຫວ່າງເມືອງເບັດເອນ ກັບເມືອງອາອີ.
\v 4 ເພິ່ນໄປຍັງບ່ອນທີ່ຕັ້ງແທ່ນບູຊາທີ່ເພິ່ນໄດ້ສ້າງໄວ້ແຕ່ກ່ອນນັ້ນ. ທີ່ນີ້ອັບຣາມໄດ້ຮ້ອງອອກພຣະນາມພຣະຢາເວ.
\s5
\v 5 ສ່ວນໂລດ, ທີ່ເດີນທາງມາກັບອັບຣາມ, ກໍມີຝູງສັດ, ຜູ້ຄົນ, ແລະ ເຕັນຈຳນວນຫລວງຫລາຍດ້ວຍ.
\v 6 ແຜ່ນດິນນັ້ນບໍ່ກວ້າງຂວາງຫລາຍພໍສຳລັບພວກເຂົາທີ່ຈະອາໄສຢູ່ໃກ້ກັນ, ເພາະວ່າຊັບສິນຂອງພວກເຂົາມີຫລວງຫລາຍ, ດັ່ງນັ້ນພວກເຂົາຈຶ່ງບໍ່ສາມາດຢູ່ນຳກັນໄດ້.
\v 7 ແລະ ເກີດການຜິດຖຽງກັນລະຫວ່າງຄົນລຽ້ງສັດຂອງອັບຣາມ ແລະ ຄົນລ້ຽງສັດຂອງໂລດ. ໃນເວລານັ້ນຄົນການາອານ ແລະ ຄົນເປຣີຊີໄດ້ອາໄສຢູ່ໃນດິນແດນນັ້ນ.
\s5
\v 8 ດັ່ງນັ້ນອັບຣາມຈຶ່ງໄດ້ເວົ້າກັບໂລດວ່າ, "ຢ່າໃຫ້ມີການຜິດຖຽງກັນລະຫວ່າງເຮົາກັບເຈົ້າ, ແລະ ລະຫວ່າງຄົນຂອງເຈົ້າ ແລະ ຄົນຂອງເຮົາເລີຍ; ເພາະພວກເຮົາເປັນຍາຕກັນ.
\v 9 ແຜ່ນດິນທັງຫມົດຢູ່ຕໍ່ຫນ້າເຈົ້າແລ້ວບໍ່ແມ່ນບໍ? ໄປເຖີດເຈົ້າຈົ່ງແຍກໄປຈາກເຮົາ. ຖ້າເຈົ້າໄປທາງຊ້າຍ, ເຮົາກໍຈະໄປທາງຂວາ, ຫລືຖ້າເຈົ້າໄປທາງຂວາເຮົາກໍຈະໄປທາງຊ້າຍ."
\s5
\v 10 ໂລດກໍໄດ້ຫລຽວໄປຮອບໆ, ແລະ ໄດ້ເຫັນວ່າທົ່ງຮາບພຽງຂອງແມ່ນໍ້າຈໍແດນທັງຫມົດເປັນທີ່ມີນ້ຳບໍຣິບູນທຸກແຫ່ງໄປຈົນເຖິງເມືອງໂຊອາ, ເຫມືອນດັ່ງສວນຂອງພຣະຢາເວ, ເຫມືອນດິນແດນອີຢິບ. ນີ້ເປັນສະພາບກ່ອນທີ່ພຣະຢາເວຈະທຳລາຍເມືອງໂຊໂດມກັບເມືອງໂກໂມຣາ.
\v 11 ດັ່ງນັ້ນໂລດຈຶ່ງເລືອກເອົາທົ່ງຮາບພຽງທັງຫມົດຂອງແມ່ນໍ້າຈໍແດນສຳລັບຕົວເຂົາເອງ, ເເລະ ໄດ້ເດີນທາງໄປທາງທິດຕາເວັນອອກ, ແລະ ຍາດພີ່​ນ້ອງທັງສອງກໍໄດ້ແຍກທາງກັນໄປ.
\s5
\v 12 ອັບຣາມໄດ້ອາໄສຢູ່ໃນດິນແດນການາອານ, ສ່ວນໂລດໄດ້ອາໄສຢູ່ທ່າມກາງເມືອງທັງຫລາຍຂອງທົ່ງຮາບພຽງນັ້ນ. ເຂົາຕັ້ງເຕັນຂອງເຂົາຢູ່ຫ່າງໄກຈາກເມືອງໂຊໂດມ.
\v 13 ສ່ວນປະຊາຊົນໃນເມືອງໂຊໂດມນັ້ນເປັນຄົນບາບຊົ່ວຮ້າຍຕໍ່ສູ້ພຣະຢາເວ.
\s5
\v 14 ພຣະຢາເວໄດ້ບອກກັບອັບຣາມວ່າ ຫລັງຈາກທີ່ໂລດໄດ້ແຍກຕົວອອກໄປຈາກເຂົາແລ້ວ, "ຈົ່ງແນມເບິ່ງຈາກບ່ອນທີ່ເຈົ້າກຳລັງຢືນຢູ່ນີ້ໄປທາງທິດເຫນືອ, ທິດໃຕ້, ທິດຕາເວັນອອກ, ແລະ ທິດຕາເວັນຕົກ.
\v 15 ແຜ່ນດິນທັງຫມົດທີ່ເຈົ້າແນມເຫັນນີ້, ເຮົາຈະມອບໃຫ້ແກ່ເຈົ້າ, ແລະ ແກ່ເຊື້ອສາຍທັງຫລາຍຂອງເຈົ້າຕະຫລອດໄປເປັນນິດ.
\s5
\v 16 ເຮົາຈະເຮັດໃຫ້ບັນດາເຊື້ອສາຍຂອງເຈົ້າມີຫລວງຫລາຍ, ເຫມືອນດັ່ງຜົງຂີ້ຝຸ່ນດິນດັ່ງນັ້ນຖ້າໃຜສາມາດນັບຜົງຂີ້ຜຸ່ນດິນໄດ້, ກໍຈະນັບເຊື້ອສາຍຂອງເຈົ້າໄດ້ຢ່າງນັ້ນ.
\v 17 ຈົ່ງລຸກຂຶ້ນ, ເດີນໄປໃຫ້ທົ່ວແຜ່ນດິນນີ້ທັງດ້ານຍາວ ແລະ ທັງດ້ານກວ້າງເພາະວ່າເຮົາຈະມອບແຜ່ນດິນນີ້ໃຫ້ເຈົ້າ."
\v 18 ດັ່ງນັ້ນອັບຣາມຈຶ່ງໄດ້ຍົກຍ້າຍເຕັນຂອງເພິ່ນ, ແລະ ມາອາໄສຢູ່ໃກ້ຕົ້ນໂອກແຫ່ງມຳເຣ, ທີ່ຊຶ່ງຢູ່ໃນເຮັບໂຣນ, ແລະ ທີ່ນັ້ນເພິ່ນໄດ້ສ້າງແທ່ນບູຊາແກ່ພຣະຢາເວ.
\s5
\c 14
\cl ​ບົດ​ທີ 14
\p
\v 1 ໃນສະໄຫມຂອງອຳຣາເຟນ, ກະສັດຂອງເມືອງຊີນາ, ເຈົ້າອາຣິໂອກເມືອງເອນລາຊາ, ເຈົ້າເຄໂດລາໂອເມກະສັດເມືອງເອລາມ, ແລະ ຕີດານກະສັດເມືອງກົວອິມ,
\v 2 ພວກເຂົາໄດ້ເຮັດເສິກຕໍ່ສູ້ກັບເບຣາ, ກະສັດເມືອງໂຊໂດມ, ບີຊາ ແຫ່ງກະສັດເມືອງໂກໂມຣາ, ຊີນັບກະສັດເມືອງອັດມາ, ເຊເມເບກະສັດເມືອງເຊບົວອິມ, ແລະ ກະສັດເມືອງເບລາ (ຖືກເອີ້ນວ່າໂຊອາດ້ວຍ).
\s5
\v 3 ພາຍກະສັດທັງຫ້າຄົນເຫລົ່ານີ້ໄດ້ຮ່ວມມືກັນທີ່ພູເຂົາສິດດິມ (ຖືກເອີ້ນວ່າທະເລເກືອດ້ວຍ).
\v 4 ພວກເຂົາໄດ້ຮັບໃຊ້ເຄໂດລາໂອເມມາສິບສອງປີ, ແຕ່ໃນປີທີສິບສາມ ພວກເຂົາໄດ້ພາກັນກໍ່ການກະບົດຂຶ້ນ.
\v 5 ຈາກນັ້ນໃນປີທີສິບສີ່, ເຄໂດລາໂອເມ ແລະ ກະສັດທັງຫລາຍຜູ້ທີ່ຢູ່ຜ່າຍເຂົາໄດ້ມາ ແລະ ໂຈມຕີຄົນເຣຟາອີມທີ່ເມືອງ ອັດຊະຕາໂຣດ ການາອີມ, ຄົນຊູຊິມ ທີ່ເມືອງຮາມ, ຄົນເອມິມ ທີ່ເມືອງກີຣິອາດທາອິມ,
\v 6 ແລະ ຄົນໂຮຣີທີ່ດິນແດນພູເຂົາເສອີ, ຂອງພວກເຂົາໄກໄປ, ເຖິງເມືອງເອນປາຣານ, ຊຶ່ງຢູ່ໃກ້ທະເລຊາຍ.
\s5
\v 7 ຈາກນັ້ນພວກເຂົາກໍໄດ້ກັບມາຍັງເມືອງມິດສະປັດ. (ຖືກເອີ້ນອີກວ່າກາເດັດດ້ວຍ.), ແລະ ຮົບຊະນະທຸກເມືອງຂອງຊາວອາມາເຫລັກ, ແລະ ຄົນອາໂມທີ່ອາໄສຢູ່ທີ່ເມືອງຮາຊາໂຊນຕາມາ.
\v 8 ຈາກນັ້ນກະສັດເມືອງໂຊໂດມ, ກະສັດເມືອງໂກໂມຣາ, ກະສັດເມືອງອັດມາ, ກະສັດເມືອງເຊບົວອິມ, ແລະ ກະສັດເມືອງເບລາ (ທີ່ເອີ້ນວ່າໂຊອາດ້ວຍ) ໄດ້ອອກໄປ
\v 9 ແລະ ຕຽມຕົວເຮັດສົງຄາມສູ້ຮົບກັບເຄໂດລາໂອເມ, ກະສັດເມືອງເອລາມ, ຕີດານກະສັດເມືອງກົວອິມ, ອຳຣາເຟນກະສັດເມືອງຊີນາ, ອາຣິໂອກ, ກະສັດເມືອງເອນລາຊາ; ລວມເປັນກະສັດສີ່ພະອົງຕໍ່ສູ້ກະສັດຫ້າພະອົງ.
\s5
\v 10 ຂະນະນັ້ນທີ່ຮ່ອມເຂົາສິດດິມເຕັມໄປດ້ວຍບໍ່ນໍ້າມັນດິບ, ແລະ ເມື່ອກະສັດເມືອງໂຊໂດມ ແລະ ເມືອງໂກໂມຣາຫລົບຫນີນັ້ນ, ພວກເຂົາໄດ້ຕົກລົງໃນບໍ່ນັ້ນ. ສ່ວນກະສັດຄົນອື່ນໄດ້ຫລົບລີ້ໄປຍັງພູເຂົາ.
\v 11 ດັ່ງນັ້ນພວກຂ້າເສິກໄດ້ຢຶດເອົາສະບຽງອາຫານ ແລະ ສິ່ງຂອງທັງຫມົດຂອງເມືອງໂຊໂດມ, ແລະ ໂກໂມຣາແລ້ວຈາກໄປ.
\v 12 ເມື່ອພວກເຂົາຈາກໄປ, ພວກເຂົາໄດ້ຈັບຕົວໂລດ, ຫລານຊາຍຂອງອັບຣາມທີ່ອາໄສຢູ່ໃນເມືອງ ໂຊໂດມ, ແລະ ຊັບສິນເງິນຄຳທັງຫມົດຂອງເຂົາໄປດ້ວຍ.
\s5
\v 13 ມີຊາຍຄົນຫນຶ່ງຫນີມາໄດ້ ແລະ ໄດ້ມາບອກອັບຣາມຄົນເຮັບເຣີ. ເຂົາອາໄສຢູ່ໃກ້ຕົ້ນໂອກທີ່ເປັນຂອງມຳເຣ, ຄົນອາໂມໄຣຜູ້ຊຶ່ງເປັນພີ່ນ້ອງ. ຂອງເອັດຊະໂຄນ ແລະ ອາເນ, ຄົນພວກນີ້ທັງຫມົດເປັນມິດກັບອັບຣາມ.
\v 14 ໃນຂະນະນັ້ນເມື່ອອັບຣາມໄດ້ຍິນວ່າພວກສັດຕຣູໄດ້ຈັບຕົວຫລານຊາຍຂອງຕົນໄປ, ເພິ່ນໄດ້ຜູ້ຊາຍທີ່ໄດ້ຮັບການຝຶກຂອງເພິ່ນຈຳນວນ 318 ຄົນຜູ້ຊຶ່ງເກີດໃນຄ້າຍພັກຂອງເພິ່ນ, ແລະ ເພິ່ນໄດ້ໄລ່ຕາມພວກເຂົາໄປຈົນເຖິງເມືອງດານ.
\s5
\v 15 ແບ່ງຄົນຂອງເພິ່ນອອກຕໍ່ສູ້ກັບພວກເຂົາໃນເວລາກາງຄືນ ແລະໂຈມຕີພວກເຂົາ, ແລະ ໄລ່ຕິດຕາມພວກເຂົາໄປໄກເຖິງເມືອງໂຮບາ, ຊຶ່ງຢູ່ທາງເຫນືອຂອງເມືອງດາມັສກັດ.
\v 16 ຈາກນັ້ນເຂົາກໍໄດ້ນຳສິ່ງທີ່ຖືກຢຶດຄືນມາໄດ້ທັງຫມົດ, ແລະ ເພິ່ນຍັງນຳເອົາໂລດຫລານຊາຍຂອງຕົນ ແລະຊັບສົມບັດຂອງລາວພ້ອມທັງບັນດາແມ່ຍິງ ແລະ ຄົນອື່ນໆກັບມາດ້ວຍ.
\s5
\v 17 ຫລັງຈາກອັບຣາມໄດ້ກັບມາຈາກການເຮັດໃຫ້ເຈົ້າເຄໂດລາໂອເມ ແລະ ກະສັດທັງຫລາຍທັງຫລາຍທີ່ຢູ່ຝ່າຍເຂົາຜ່າຍແພ້ແລ້ວ, ກະສັດເມືອງໂຊໂດມໄດ້ອອກມາຕ້ອນຮັບເພິ່ນຢູ່ທີ່ຮ່ອມພູຊາເວ (ມີຊື່ອີກວ່າຮ່ອມພູຂອງກະສັດດ້ວຍ).
\v 18 ເມນຄີເຊເດັກ, ກະສັດແຫ່ງນະຄອນຊາເລັມ, ໄດ້ນຳເອົາເຂົ້າຈີ່ກັບ, ເຫລົ້າອະງຸ່ນອອກມາໃຫ້. ເພິ່ນເປັນປະໂລຫິດຂອງພຣະເຈົ້າສູງສຸດ.
\s5
\v 19 ເພິ່ນໄດ້ອວຍພອນອັບຣາມວ່າ, "ພຣະພອນຈົ່ງມີແດ່ອັບຣາມໂດຍພຣະເຈົ້າສູງສຸດ, ຜູ້ຊົງສ້າງທ້ອງຟ້າ ແລະ ແຜ່ນດິນໂລກ,
\v 20 ສັນຣະເສີນພຣະເຈົ້າສູງສຸດ, ຜູ້ຊົງເຮັດໃຫ້ສັດຕຣູຂອງເຈົ້າຢູ່ໃນມືຂອງເຈົ້າ." ຈາກນັ້ນອັບຣາມກໍໄດ້ຖວາຍຫນຶ່ງສ່ວນສິບຂອງທຸກສິ່ງໃຫ້ແກ່ເພິ່ນ.
\s5
\v 21 ກະສັດເມືອງໂຊໂດມໄດ້ກ່າວກັບອັບຣາມວ່າ, "ຈົ່ງໃຫ້ປະຊາຊົນແກ່ຂ້ານ້ອຍ, ແລະ ເອົາສິ່ງຂອງໄປສຳລັບຕົວເຈົ້າເອງ."
\v 22 ແຕ່ອັບຣາມໄດ້ຕອບກັບກະສັດເມືອງໂຊໂດມວ່າ, "ຂ້ານ້ອຍໄດ້ຍົກມືຂອງຂ້ານ້ອຍໃຫ້​ແກ່ພຣະຢາເວ, ພຣະເຈົ້າຜູ້ສູງສຸດ, ຜູ້ຊົງສ້າງຟ້າ ແລະແຜ່ນດິນໂລກ,
\v 23 ວ່າຂ້ານ້ອຍຈະບໍ່ເອົາເສັ້ນດ້າຍຈັກຫນຶ່ງເສັ້ນ, ຫລືສິ່ງໃດໆທີ່ເປັນຂອງທ່ານ, ດັ່ງນັ້ນທ່ານຈະບໍ່ສາມາດກ່າວໄດ້ວ່າ, ເຮົາໄດ້ເຮັດໃຫ້ອັບຣາມຮັ່ງມີ.
\v 24 ຂ້ານ້ອຍຈະບໍ່ຮັບສິ່ງໃດເລີຍ, ຍົກເວັ້ນສິ່ງທີ່ບັນດາຄົນຫນຸ່ມທັງຫລາຍໄດ້ກິນ ແລະ ສ່ວນແບ່ງຂອງພວກຜູ້ຊາຍທີ່ໄປກັບຂ້ານ້ອຍ. ຂໍໃຫ້ອາເນ, ເອັດຊະໂຄນ, ແລະ ມຳເຣໄດ້ຮັບສ່ວນຂອງພວກເຂົາເຖີດ."
\s5
\c 15
\cl ​ບົດ​ທີ 15
\p
\v 1 ຫລັງຈາກສິ່ງເຫລົ່ານີ້ແລ້ວຄຳສັ່ງຂອງພຣະຢາເວໄດ້ມາເຖິງອັບຣາມ, ໃນນິມິດກ່າວວ່າ, "ຢ່າຢ້ານເລີຍ, ອັບຣາມ! ເຮົາເປັນໂລ້ກຳ​ບັງຂອງເຈົ້າ ແລະ ບຳເຫນັດອັນຍິ່ງໃຫຍ່ຂອງເຈົ້າ."
\v 2 ອັບຣາມໄດ້ຕອບວ່າ, "ອົງພຣະຜູ້ເປັນເຈົ້າພຣະຢາເວ, ພຣະອົງຈະຊົງໃຫ້ສິ່ງໃດແກ່ຂ້ານ້ອຍ, ໃນເມື່ອຂ້ານ້ອຍຍັງບໍ່ມີລູກຊາຍ, ແລະ ຜູ້ສືບທອດມໍຣະດົກຂອງບ້ານຂ້ານ້ອຍກໍຄືເອລີເອເຊ ຊາວດາມັສກັດບໍ?"
\v 3 ອັບຣາມໄດ້ທູນອີກວ່າ, "ຕັ້ງແຕ່ພຣະອົງບໍ່ໄດ້ໃຫ້ຂ້ານ້ອຍມີລູກ, ເບິ່ງແມ, ພໍ່ບ້ານຂອງຂ້ານ້ອຍກໍຄືຜູ້ສືບທອດມໍຣະດົກຂອງຂ້ານ້ອຍ."
\s5
\v 4 ຈາກນັ້ນ, ເບິ່ງແມ, ຄຳສັ່ງຂອງພຣະຢາເວໄດ້ມາເຖິງເຂົາກ່າວວ່າ, "ຄົນຜູ້ນີ້ຈະບໍ່ແມ່ນຜູ້ຮັບມໍຣະດົກຂອງເຈົ້າ, ແຕ່ຜູ້ທີ່ຈະມາຈາກຮ່າງກາຍຂອງເຈົ້າຈະເປັນຜູ້ຮັບມໍຣະດົກຂອງເຈົ້າ."
\v 5 ຈາກນັ້ນພຣະອົງໄດ້ຊົງພາ ເພິ່ນອອກໄປຂ້າງນອກ, ແລະ ບອກວ່າ, "ຈົ່ງເບິ່ງເທິງທ້ອງຟ້າ, ແລະ ນັບດວງດາວທັງຫລາຍຖ້າເຈົ້າສາມາດນັບພວກມັນໄດ້." ຈາກນັ້ນພຣະອົງໄດ້ບອກແກ່ເຂົາອີກວ່າ, "ດັ່ງນັ້ນເຊື້ອສາຍຂອງເຈົ້າກໍຈະເປັນຢ່າງນັ້ນ."
\s5
\v 6 ເຂົາເຊື່ອພຣະຢາເວ, ແລະ ພຣະອົງຊົງຖືວ່ານີ້ຄືຄວາມຊອບທັມຂອງເຂົາ.
\v 7 ພຣະອົງໄດ້ກ່າວແກ່ເພິ່ນວ່າ, "ເຮົາຄືພຣະຢາເວ, ຜູ້ທີ່ນຳພາເຈົ້າອອກມາຈາກເມືອງອູເຣຂອງຄົນເຄນເດຍ, ເພື່ອທີ່ຈະໃຫ້ດິນແດນນີ້ເປັນກຳມະສິດຂອງເຈົ້າ."
\v 8 ເພິ່ນໄດ້ເວົ້າວ່າ, "ອົງພຣະຜູ້ເປັນເຈົ້າພຣະຢາເວ, ຂ້ານ້ອຍຈະຮູ້ໄດ້ຢ່າງໃດ ວ່າຂ້ານ້ອຍຈະໄດ້ແຜ່ນດິນນີ້ເປັນກຳມະສິດ?"
\s5
\v 9 ຈາກນັ້ນພຣະອົງໄດ້ສັ່ງເພິ່ນວ່າ, "ຈົ່ງເອົາງົວແມ່ອາຍຸສາມປີຫນຶ່ງໂຕ, ແບ້ແມ່ອາຍຸສາມປີຫນຶ່ງໂຕ, ແກະເຖິກອາຍຸສາມປີຫນຶ່ງໂຕ, ນົກເຂົາຫນຶ່ງໂຕ, ກັບນົກກາງແກໜຸ່ມຫນຶ່ງໂຕມາໃຫ້ເຮົາ."
\v 10 ເພິ່ນໄດ້ນຳສິ່ງເຫລົ່ານີ້ທັງຫມົດມາໃຫ້ພຣະອົງ, ແລະ ຕັດອອກເປັນສອງທ່ອນ, ແລະ ວາງແຕ່ລະທ່ອນໄວ້ກົງກັນຂວ້າມກັນ, ແຕ່ເຂົາບໍ່ໄດ້ຕັດແບ່ງພວກນົກ.
\v 11 ເມື່ອພວກນົກທີ່ລ່າເຫຍື່ອບິນລົງມາເທິງເຫລົ່າຊາກສັດທັງຫລາຍ, ອັບຣາມກໍໄດ້ໄລ່ພວກມັນໄປ.
\s5
\v 12 ຈາກນັ້ນເມື່ອດວງຕາເວັນໄດ້ລັບຂອບຟ້າແລ້ວ, ອັບຣາມຮູ້ສຶກງ່ວງນອນ ແລະ, ເບິ່ງເຖີດ, ຄວາມມືດທີ່ເລິກລ້ຳແລະ ຫນ້າຢ້ານກົວອັນໃຫຍ່ກໍໄດ້ມາຄອບງຳເພິ່ນໄວ້.
\v 13 ພຣະຢາເວຈຶ່ງໄດ້ກ່າວກັບອັບຣາມວ່າ, "ຈົ່ງຮູ້ແນ່ເຖີດວ່າເຊື້ອສາຍທັງຫລາຍຂອງເຈົ້າຈະເປັນຄົນຕ່າງດ້າວຢູ່ໃນດິນແດນທີ່ບໍ່ແມ່ນຂອງພວກເຂົາ, ແລະ ຈະຖືກບັງຄັບໃຫ້ເປັນທາດ ແລະ ຖືກກົດຂີ່ຂົ່ມເຫັງເປັນເວລາສີ່ຮ້ອຍປີ.
\s5
\v 14 ເຮົາຈະພິພາກສາຊົນຊາດນັ້ນທີ່ ພວກເຂົາຮັບໃຊ້ເຊັ່ນນັ້ນ, ແລະຫລັງຈາກນັ້ນພວກເຂົາຈະອອກມາພ້ອມກັບຊັບສົມບັດຢ່າງຫລວງຫລາຍ.
\v 15 ແຕ່ເຈົ້າຈະໄປຫາບັນພະບຸຣຸດຂອງເຈົ້າຢ່າງສະຫງົບ, ແລະ ເຈົ້າຈະຖືກຝັງເມື່ອອາຍຸຫລາຍແລ້ວ.
\v 16 ໃນຊົ່ວອາຍຸຄົນທີສີ່ພວກເຂົາຈະມາທີ່ນີ້ອີກຄັ້ງ, ເພາະວ່າຄວາມຊົ່ວຊ້າຂອງຊາວອາໂມໄຣຍັງບໍ່ເຖິງຂີດສຸດ."
\s5
\v 17 ເມື່ອດວງຕາເວັນຕົກດິນ ແລະ ມືດແລ້ວ, ເບິ່ງເຖີດມີຫມໍ້ຄວັນໄຟ, ແລະ ມີໂຄມໄຟໄດ້ຜ່ານໄປລະຫວ່າງຊາກສັດເຫລົ່ານັ້ນ.
\v 18 ໃນວັນນັ້ນພຣະຢາເວໄດ້ຊົງຕັ້ງພັນທະສັນຍາກັບອັບຣາມ, ກ່າວວ່າ, "ໂດຍໃນນີ້ເຮົາມອບດິນແດນນີ້ໃຫ້ແກ່ເຊື້ອສາຍທັງຫລາຍຂອງເຈົ້າ, ຈາກແມ່ນ້ຳແຫ່ງອີຢິບ ຈົນເຖິງແມ່ນໍ້າໃຫຍ່, ຄືແມ່ນ້ຳເອີຟຣັດ
\v 19 ດິນແດນຂອງຄົນເກນິດ, ຄົນເກນິດຊີ, ຄົນກັດໂມ,
\v 20 ຄົນຮິດຕີ, ຄົນເປຣີຊີ, ຄົນເຣຟາອີມ,
\v 21 ຄົນອາໂມ, ຄົນການາອານ, ຄົນກີກາຊີ, ແລະ ຄົນເຢບຸດ."
\s5
\c 16
\cl ​ບົດ​ທີ 16
\p
\v 1 ເຖິງວັນນີ້ນາງຊາຣາຍເມຍອັບຣາມ, ຍັງບໍ່ໄດ້ມີລູກໃຫ້ແກ່ອັບຣາມ, ແຕ່ນາງມີຄົນໃຊ້ຊາວອີຢິບ, ຄົນຫນຶ່ງຊື່ຮາກາ.
\v 2 ດັ່ງນັ້ນຊາຣາຍຈຶ່ງເວົ້າກັບອັບຣາມວ່າ, "ເບິ່ງເຖີດ, ພຣະຢາເວບໍ່ຍອມໃຫ້ຂ້ອຍມີລູກ. ໄປເຖີດໄປຫລັບນອນກັບສາວໃຊ້ຂອງຂ້ອຍ. ບາງທີນາງຈະເກີດລູກໃຫ້ຂ້ອຍກໍໄດ້." ອັບຣາມກໍໄດ້ຟັງສຽງຂອງຊາຣາຍ.
\v 3 ນັ້ນເປັນເວລາສິບປີຫລັງຈາກທີ່ອັບຣາມໄດ້ອາໄສຢູ່ໃນແຜ່ນດິນການາອານ, ທີ່ຊາຣາຍເມຍຂອງອັບຣາມໄດ້ຍົກຮາກາສາວໃຊ້ຊາວອີຢິບຂອງນາງໃຫ້ເປັນເມຍຂອງອັບຣາມ.
\v 4 ດັ່ງນັ້ນເຂົາຈຶ່ງໄດ້ຫລັບນອນກັບຮາກາ, ແລະ ນາງໄດ້ຕັ້ງທ້ອງ. ເມື່ອນາງຮູ້ວ່າຕົນຕັ້ງທ້ອງ, ນາງຈຶ່ງໄດ້ຫມິ່ນປະຫມາດນາຍຂອງນາງ.
\s5
\v 5 ຊາຣາຍຈຶ່ງໄດ້ເວົ້າກັບອັບຣາມວ່າ, "ຄວາມທຸກນີ້ຕົກແກ່ຂ້ອຍເພາະທ່ານ. ຂ້ອຍໄດ້ຍົກສາວໃຊ້ຂອງຂ້ອຍໃຫ້ເປັນເມຍຂອງທ່ານ, ແລະ ເມື່ອນາງຮູ້ວ່ານາງຕັ້ງທ້ອງ, ຂ້ອຍກໍຖືກຫມິ່ນປະຫມາດໃນສາຍຕາຂອງນາງ. ຂໍໃຫ້ພຣະຢາເວຕັດສິນຄວາມລະຫວ່າງຂ້ອຍກັບທ່ານ."
\v 6 ແຕ່ອັບຣາມໄດ້ເວົ້າກັບຊາຣາຍວ່າ, "ນີ້ເດ, ຍິງສາວໃຊ້ຂອງເຈົ້າຢູ່ໃນອຳນາດຂອງເຈົ້າ, ຈົ່ງເຮັດຕໍ່ນາງຕາມທີ່ເຈົ້າເຫັນວ່າດີທີ່ສຸດ." ດັ່ງນັ້ນຊາຣາຍຈຶ່ງຂົ່ມເຫັງນາງຢ່າງຫນັກ, ແລະ ນາງກໍໄດ້ຫນີໄປຈາກນາງ.
\s5
\v 7 ທູດສະຫວັນຂອງພຣະຢາເວໄດ້ພົບນາງຮາກາໃກ້ບໍ່ນໍ້າພຸໃນຖິ່ນທຸຣະກັນດານ, ບໍ່ນ້ຳພຸທີ່ຢູ່ເທິງທາງໄປເມືອງຊູເຣ.
\v 8 ທ່ານຈຶ່ງຖາມວ່າ, "ຮາກາ, ສາວໃຊ້ຂອງຊາຣາຍເຈົ້າມາແຕ່ໃສ? ແລະ ເຈົ້າກຳລັງຈະໄປໃສ? ນາງຈຶ່ງຕອບວ່າ, "ຂ້ານ້ອຍກຳລັງຈະຫນີຈາກນາຍຂອງຂ້ານ້ອຍ ນາງຊາຣາຍ."
\s5
\v 9 ທູດສະຫວັນຂອງພຣະຢາເວໄດ້ເວົ້າກັບນາງວ່າ, "ຈົ່ງກັບໄປຫານາຍຍິງຂອງເຈົ້າ, ແລະ ຖ່ອມຕົວຢູ່ໃຕ້ອຳນາດຂອງນາງ."
\v 10 ຈາກນັ້ນທູດສະຫວັນຂອງພຣະຢາເວໄດ້ເວົ້າກັບນາງວ່າ, "ເຮົາຈະເພີ່ມເຊື້ອສາຍຂອງເຈົ້າຢ່າງທະວີຄູນດັ່ງນັ້ນພວກເຂົາຈະມີຈຳນວນມາກມາຍ, ເກີນກວ່າຈະນັບໄດ້."
\s5
\v 11 ເບິ່ງແມ ເຈົ້າຕັ້ງທ້ອງ, ແລະ ກຳລັງຈະໄດ້ລູກຊາຍ, ແລະ ເຈົ້າຈະເອີ້ນຊື່ຂອງເຂົາວ່າອິຊະມາເອນ. ເພາະວ່າພຣະຢາເວໄດ້ຊົງຮັບຟັງຄວາມທຸກລຳບາກຂອງເຈົ້າທຸກປະການ.
\v 12 ເຂົາຈະເປັນດັ່ງລໍປ່າຂອງຜູ້ຊາຍ, ເຂົາຈະຕໍ່ສູ້ກັບຜູ້ຊາຍທຸກຄົນ. ແລະ ຜູ້ຊາຍທຸກຄົນຈະເປັນສັດຕຣູຕໍ່ສູ້ກັບເຂົາ, ແລະ ເຂົາຈະອາໄສແຍກອອກຈາກພີ່ນ້ອງທັງຫມົດຂອງເຂົາ."
\s5
\v 13 ຈາກນັ້ນນາງໄດ້ເອີ້ນນາມນີ້ຕໍ່ພຣະຢາເວຜູ້ທີ່ໄດ້ກ່າວແກ່ນາງວ່າ, "ພຣະອົງຄືພຣະເຈົ້າຜູ້ທີ່ຊົງເຫັນຂ້ານ້ອຍ," ເພາະນາງໄດ້ເວົ້າວ່າ, "ແມ່ນວ່າຫລັງຈາກທີ່ພຣະອົງໄດ້ຊົງເຫັນຂ້ານ້ອຍຍັງເຫັນໄດ້ແທ້ໆບໍ?"
\v 14 ດັ່ງນັ້ນນໍ້າສ້າງນັ້ນຈຶ່ງຖືກເອີ້ນຊື່ວ່າ ເບເອວຣາໄຮຣອຍ ນໍ້າສ້າງຂອງພຣະເຈົ້າຜູ້ເຫັນຂ້ອຍ; ເບິ່ງແມ, ມັນຕັ້ງຢູ່ລະຫວ່າງກາເດັດ ແລະ ເບເຣັດ.
\s5
\v 15 ນາງຮາກາໄດ້ເກີດລູກຊາຍໃຫ້ແກ່ອັບຣາມ, ແລະ ອັບຣາມໄດ້ຕັ້ງຊື່ລູກຊາຍທີ່ເກີດຈາກນາງຮາກາວ່າດອິຊະມາເອນ.
\v 16 ອັບຣາມມີອາຍຸແປດສິບຫົກປີ. ເມື່ອຮາກາໄດ້ເກີດອິຊະມາເອນແກ່ອັບຣາມ.
\s5
\c 17
\cl ​ບົດ​ທີ 17
\p
\v 1 ເມື່ອອັບຣາມອາຍຸໄດ້ເກົ້າສິບເກົ້າປີ, ພຣະຢາເວໄດ້ຊົງປາກົດແກ່ອັບຣາມ ແລະ ກ່າວກັບເພິ່ນວ່າ, "ເຮົາເປັນພຣະເຈົ້າອົງຊົງຣິດອຳນາດ. ຈົ່ງດຳເນີນຕໍ່ຫນ້າເຮົາ ແລະ ປະພຶດແຕ່ສິ່ງທີ່ຊອບທັມ.
\v 2 ຈາກນັ້ນເຮົາຈະຢືນຢັນພັນທະສັນຍາຂອງເຮົາລະຫວ່າງເຮົາກັບເຈົ້າ, ແລະ ຈະເພີ່ມທະວີໃຫ້ແກ່ເຈົ້າຢ່າງຫລວງຫລາຍ."
\s5
\v 3 ອັບຣາມກົ້ມໄດ້ຂາບລົງທີ່ພື້ນດິນ ແລະ ພຣະເຈົ້າໄດ້ຊົງບອກກັບເຂົາວ່າ,
\v 4 "ສຳລັບເຮົານີ້, ຄືພັນທະສັນຍາຂອງເຮົາກັບເຈົ້າ. ເຈົ້າຈະເປັນບິດາຂອງຊົນຊາດທັງຫລາຍ.
\v 5 ອັບຣາມ ບໍ່ແມ່ນຊື່ຂອງເຈົ້າອີກຕໍ່ໄປ, ແຕ່ຊື່ຂອງເຈົ້າຈະເປັນອັບຣາຮາມ - ເພາະວ່າເຮົາຈະໃຫ້ເຈົ້າເປັນບິດາຂອງຫລາຍໆຊົນຊາດ.
\v 6 ເຮົາຈະເຮັດໃຫ້ເຈົ້າ ທະວີເພີ່ມຂຶ້ນຢ່າງຫລວງຫລາຍ, ແລະ ເຮົາຈະໃຫ້ຊົນຊາດທັງຫລາຍຂອງເຈົ້າເກີດຂຶ້ນ, ແລະກະສັດຫລາຍພະອົງຈະອອກມາຈາກເຈົ້າ.
\s5
\v 7 ເຮົາຈະຕັ້ງພັນທະສັນຍາຂອງເຮົາລະຫວ່າງເຮົາ ກັບເຈົ້າ ແລະເຊື້ອສາຍທັງຫລາຍຂອງເຈົ້າ, ທີ່ເກີດມາພາຍຫລັງເຈົ້າ ຕະຫລອດທຸກຊົ່ວອາຍຸຄົນຂອງພວກເຂົາ, ເປັນພັນທະສັນຍານິຣັນດອນ. ທີ່ຈະເປັນພຣະເຈົ້າຂອງເຈົ້າ ແລະ ຂອງເຊື້ອສາຍທັງຫລາຍຂອງເຈົ້າທີ່ເກີດມາພາຍຫລັງເຈົ້າ.
\v 8 ເຮົາຈະມອບດິນແດນທີ່ເຈົ້າອາໄສຢູ່ແກ່ເຈົ້າ, ແລະ ເຊື້ອສາຍທັງຫລາຍທີ່ເກີດມາພາຍຫລັງເຈົ້າ, ຄືດິນແດນການາອານ, ທັງຫມົດເປັນກຳມະສິດນິຣັນດອນ, ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ."
\s5
\v 9 ຈາກນັ້ນພຣະເຈົ້າໄດ້ກ່າວແກ່ອັບຣາຮາມວ່າ, "ສຳລັບເຈົ້າ, ເຈົ້າຕ້ອງຮັກສາພັນທະສັນຍາຂອງເຮົາກັບເຈົ້າ, ແລະ ເຊື້ອສາຍທັງຫລາຍຂອງເຈົ້າ ທີ່ເກີດມາພາຍຫລັງເຈົ້າ ຕະຫລອດທຸກຊົ່ວອາຍຸຄົນຂອງພວກເຂົາ.
\v 10 ນີ້ຄືພັນທະສັນຍາຂອງເຮົາທີ່ເຈົ້າຕ້ອງຮັກສາລະຫວ່າງເຮົາກັບເຈົ້າ, ແລະ ເຊື້ອສາຍທັງຫລາຍ ຂອງເຈົ້າທີ່ເກີດມາພາຍຫລັງເຈົ້າຄື: ຜູ້ຊາຍທຸກຄົນທ່າມກາງເຈົ້າຈະຕ້ອງເຮັດພິທີຕັດ.
\v 11 ເຈົ້າຕ້ອງເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດ, ແລະ ນີ້ຈະເປັນຫມາຍສຳຄັນຂອງພັນທະສັນຍາລະຫວ່າງເຮົາກັບເຈົ້າ.
\s5
\v 12 ຊາຍ​ທຸກ​ຄົນ​ໃນ​ທ່າມ​ກາງ​ພວກ​ເຈົ້າ ທີ່ໄດ້ແປດວັນຕ້ອງເຮັດພິທີຕັດຕະຫລອດທຸກຊົ່ວອາຍຸຊາຕິພັນຂອງເຈົ້າ. ນີ້ລວມເຖິງຜູ້ຊາຍທີ່ເກີດໃນຄອບຄົວຂອງເຈົ້າ ແລະ ຜູ້ຊາຍທີ່ຖືກຊື້ມາຈາກຊາວຕ່າງຊາດດ້ວຍເງິນ. ຜູ້ຊຶ່ງບໍ່ແມ່ນເຊື້ອສາຍທັງຫລາຍຂອງເຈົ້າ.
\v 13 ຜູ້ຊາຍຊຶ່ງເກີດໃນຄົວເຮືອນຂອງເຈົ້າ ແລະ ຜູ້ຊາຍທີ່ຖືກຊື້ມາດ້ວຍເງິນຂອງເຈົ້າຕ້ອງເຮັດພິທີຕັດ. ດັ່ງນັ້ນພັນທະສັນຍາຂອງເຮົາຈະຢູ່ໃນເນື້ອຫນັງຂອງເຈົ້າເປັນພັນທະສັນຍານິຣັນດອນ.
\v 14 ຜູ້ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດຈະຖືກຕັດອອກຈາກຊົນຊາດຂອງຕົນ ເພາະເຂົາໄດ້ລະເມີດພັນທະສັນຍາຂອງເຮົາ."
\s5
\v 15 ພຣະເຈົ້າໄດ້ກ່າວແກ່ອັບຣາຮາມວ່າ, "ສຳລັບນາງຊາຣາຍເມຍຂອງເຈົ້າ, ຢ່າເອີ້ນນາງຊາຣາຍອີກຕໍ່ໄປ. ແຕ່ຊື່ຂອງນາງຈະເປັນຊາຣາ.
\v 16 ເຮົາຈະອວຍພອນນາງ, ແລະ ເຮົາຈະໃຫ້ມີລູກຊາຍຄົນຫນຶ່ງຈາກນາງແກ່ເຈົ້າ. ເຮົາຈະອວຍພອນນາງ ແລະ ນາງຈະເປັນແມ່ຂອງຊົນຊາດທັງຫລາຍ. ກະສັດທັງຫລາຍຂອງປວງຊົນຈະມາຈາກນາງ."
\s5
\v 17 ຈາກນັ້ນອັບຣາຮາມກົ້ມຂາບລົງຫນ້າຈຳດິນ, ແລະ ຍິ້ມ, ແລະເວົ້າໃນໃຈຂອງເຂົາວ່າ, "ຜູ້ຊາຍທີ່ອາຍຸຫນຶ່ງຮ້ອຍປີແລ້ວຈະມີລູກໄດ້ຈັ່ງໃດ? ຊາຣາ, ກໍມີອາຍຸເກົ້າສິບປີຈະມີລູກໄດ້ຢູ່ ບໍ?"
\v 18 ອັບຣາຮາມໄດ້ກ່າວຕໍ່ພຣະເຈົ້າວ່າ, "ໂອຂໍໃຫ້ອິຊະມາເອນມີຊີວິດຢູ່ຕໍ່ພຣະພັກຂອງພຣະອົງ!"
\s5
\v 19 ແຕ່ພຣະເຈົ້າໄດ້ກ່າວວ່າ, "ບໍ່ແມ່ນແຕ່ຊາຣາເມຍຂອງເຈົ້າຈະເກີດລູກຊາຍໃຫ້ເຈົ້າ, ແລະ ເຈົ້າຕ້ອງຕັ້ງຊື່ເຂົາວ່າອີຊາກ. ເຮົາຈະຕັ້ງພັນທະສັນຍາຂອງເຮົາກັບເຂົາເປັນພັນທະສັນຍານິຣັນດອນກັບເຊື້ອສາຍຂອງເຂົາທີ່ເກີດພາຍຫລັງເຂົາ.
\v 20 ສຳລັບອິຊະມາເອນ, ເຮົາໄດ້ຟັງເຈົ້າ. ເບິ່ງເຖີດ, ເຮົາຈະອວຍພອນເຂົາ, ແລະ ຈະເຮັດໃຫ້ເຂົາມີລູກເພີ້ມຫລາຍຄົນ, ແລະ ຈະທະວີຄູນຢ່າງຫລວງຫລາຍແກ່ເຂົາ. ເຂົາຈະເປັນພໍ່ຂອງເຈົ້າຊາຍສິບສອງເຜົ່າ, ແລະ ເຮົາຈະເຮັດໃຫ້ເຂົາເປັນຊາດທີ່ຍິ່ງໃຫຍ່.
\v 21 ແຕ່ພັນທະສັນຍາຂອງເຮົາ ເຮົາຈະຕັ້ງໄວ້ກັບອີຊາກ, ຜູ້ຊຶ່ງຊາຣາຈະເກີດໃຫ້ແກ່ເຈົ້າເວລານີ້ໃນປີຫນ້າ."
\s5
\v 22 ເມື່ອພຣະອົງໄດ້ຊົງກ່າວກັບອັບຣາຮາມແລ້ວໆ, ພຣະເຈົ້າໄດ້ໄປຈາກເພິ່ນໄປ.
\v 23 ຈາກນັ້ນອັບຣາຮາມກໍເຮັດພິທີຕັດໃຫ້ແກ່ອິຊະມາເອນລູກຊາຍຂອງເພິ່ນ, ແລະ ຄົນເຫລົ່ານັ້ນທັງຫມົດທີ່ເກີດໃນຄົວເຮືອນຂອງເພິ່ນ, ແລະ ຄົນເຫລົ່ານັ້ນທັງຫມົດທີ່ຖືກຊື້ມາດ້ວຍເງິນຂອງເພິ່ນ, ຜູ້ຊາຍທຸກຄົນທ່າມກາງຜູ້ຊາຍທັງຫລາຍຂອງຄົວເຮືອນຂອງອັບຣາຮາມມາ, ແລະ ເຂົ້າພິທີຕັດຫນັງຫຸ້ມປາຍອົງຄະຊາດໃນວັນດຽວກັນ, ທີ່ພຣະເຈົ້າໄດ້ເວົ້າແກ່ເພິ່ນ.
\s5
\v 24 ອັບຣາຮາມອາຍຸໄດ້ເກົ້າສິບເກົ້າປີເມື່ອເພິ່ນເຮັດພິທີຕັດຫນັງຫຸ້ມປາຍອົງຄະຊາດ.
\v 25 ອິຊະມາເອນລູກຂອງເພິ່ນອາຍຸໄດ້ສິບສາມປີເມື່ອເຂົາເຂົ້າພິທີຕັດຫນັງຫຸ້ມປາຍອົງຄະຊາດ.
\v 26 ໃນວັນດຽວກັນນັ້ນທັງອັບຣາຮາມ ແລະ ອິຊະມາເອນລູກຊາຍຂອງເພິ່ນໄດ້ເຂົ້າພິທີຕັດ.
\v 27 ຜູ້ຊາຍທັງຫມົດຂອງຄົວເຮືອນຂອງເພິ່ນ, ໄດ້ເຂົ້າພິທີຕັດກັບເພິ່ນລວມທັງຄົນເຫລົ່ານັ້ນທີ່ຖືກຊື້ມາຈາກຄົນຕ່າງຊາດດ້ວຍເງິນ.
\s5
\c 18
\cl ​ບົດ​ທີ 18
\p
\v 1 ພຣະຢາເວໄດ້ຊົງປາກົດແກ່ອັບຣາຮາມທີ່ຫມູ່ຕົ້ນໂອກຂອງມຳເຣ, ໃນເວລາອາກາດຮ້ອນຂອງວັນໃນຂະນະທີ່ເພິ່ນນັ່ງຢູ່ທີ່ປະຕູເຕັນ.
\v 2 ເພິ່ນເງີຍຫນ້າຂຶ້ນ, ເບິ່ງດູ, ເພິ່ນເຫັນຜູ້ຊາຍສາມຄົນກຳລັງຢືນຢູ່ກົງກັນຂວ້າມກັບເພິ່ນ. ເມື່ອເພິ່ນໄດ້ເຫັນພວກເຂົາ, ເພິ່ນໄດ້ແລ່ນຈາກປະຕູເຕັນໄປຕ້ອນຮັບພວກເຂົາ ແລະ ກົ້ມກາບລົງດິນ.
\s5
\v 3 ເພິ່ນໄດ້ເວົ້າວ່າ, "ນາຍທ່ານ, ຖ້າຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງທ່ານ, ຂໍຢ່າໄດ້ຜ່ານໄປ ແລະ ປະຖິ້ມຜູ້ຮັບໃຊ້ພວກທ່ານ.
\v 4 ຂໍໃຫ້ຂ້ານ້ອຍ, ໄດ້ນຳເອົານໍ້າມາລ້າງຕີນຂອງທ່ານ, ໃຫ້ທ່ານໄດ້ພັກຜ່ອນຢູ່ໃຕ້ຕົ້ນໄມ້.
\v 5 ໃຫ້ຂ້ານ້ອຍນຳເອົາອາຫານບາງຢ່າງເລັກນ້ອຍມາໃຫ້ທ່ານກິນ, ເພື່ອວ່າທ່ານຈະໄດ້ເຮັດໃຫ້ສົດຊື່ນຂຶ້ນຫລັງຈາກນັ້ນທ່ານຄ່ອຍເດີນທາງຕໍ່ໄປ. ເພາະທ່ານໄດ້ແວ່ມາຢ້ຽມຢາມຜູ້ຮັບໃຊ້ຂອງທ່ານ." ພວກເຂົາຕອບວ່າ, "ຈົ່ງເຮັດຕາມທີ່ເຈົ້າເວົ້າເຖີດ."
\s5
\v 6 ແລ້ວອັບຣາຮາມຈຶ່ງຟ້າວເຂົ້າໄປຫາຊາຣາ, ແລະ ເວົ້າວ່າ, "ໄວໆ, ຮີບໄປເອົາແປ້ງຢ່າງດີສາມຖັງນວດ, ແລະ ເຮັດເຂົ້າຈີ່."
\v 7 ຈາກນັ້ນອັບຣາຮາມຟ້າວແລ່ນໄປຫາຝູງສັດ, ແລະ ນຳເອົາລູກງົວທີ່ຍັງອ່ອນທີ່ຕູ້ຍພີດີ, ມາໃຫ້ຄົນຮັບໃຊ້, ແລະ ເຂົາໄດ້ຮີບທີ່ຈະຈັດແຈ່ງເຮັດເປັນອາຫານ.
\v 8 ເຂົາໄດ້ເອົາເນີຍ, ແລະ ນໍ້ານົມ ແລະ ຊີ້ນງົວທີ່ໄດ້ຈັດທຳໄວ້ແລ້ວ ແລະວາງອາຫານນັ້ນໄວ້ຕໍ່ຫນ້າພວກເຂົາ. ແລະ ເຂົາໄດ້ຢືນຢູ່ຂ້າງພວກເພິ່ນໃຕ້ຕົ້ນໄມ້ໃນຂະນະທີ່ພວກເຂົາກິນອາຫານ.
\s5
\v 9 ພວກເຂົາໄດ້ເວົ້າກັບເພິ່ນວ່າ, "ຊາຣາ ເມຍຂອງເຈົ້າຢູ່ໃສ?" ເພິ່ນຕອບວ່າ, "ນາງຢູ່ໃນຜ້າເຕັນ."
\v 10 ເຂົາໄດ້ເວົ້າວ່າ, "ແນ່ນອນແທ້ ເຮົາຈະກັບມາຫາເຈົ້າໃນລະດູໃບໄມ້ປົ່ງ, ແລະ ເບິ່ງເຖີດ, ຊາຣາເມຍຂອາເຈົ້າຈະມີລູກຊາຍ." ຊາຣາຢືນຟັງຢູ່ໃກ້ປະຕູເຂົ້າເຕັນຂ້າງຫລັງເພິ່ນ.
\s5
\v 11 ຂະນະນັ້ນອັບຣາຮາມ ແລະຊາຣາຕ່າງກໍມີອາຍຸຫລາຍແລ້ວ, ແລະຊາຣາກໍມີອາຍຸຫລາຍເກີນກວ່າທີ່ຈະມີລູກໄດ້.
\v 12 ດັ່ງນັ້ນຊາຣາຈຶ່ງຫົວຂວັນໃຫ້ກັບຕົນເອງ ແລະເວົ້າກັບຕົນເອງວ່າ, "ຫລັງຈາກທີ່ຂ້ອຍຫມົດແຮງແລ້ວ ແລະເຈົ້ານາຍຂອງຂ້ອຍກໍແກ່ແລ້ວ, ຂ້ອຍຍັງຈະມີຄວາມຍິນດີໃນເລື່ອງນີ້ອີກບໍ?"
\s5
\v 13 ພຣະຢາເວກໍຖາມອັບຣາຮາມວ່າ, "ເປັນຫຍັງຊາຣາຈຶ່ງຫົວຂວັນ ແລະ ເວົ້າວ່າ, "ຂ້ອຍຈະມີລູກຄົນຫນຶ່ງແທ້ໆບໍ, ໃນເມື່ອຂ້ອຍແກ່ແລ້ວ"?
\v 14 ມີຫຍັງແດ່ຍາກເກີນໄປສຳລັບພຣະຢາເວບໍ? ໃນເວລາທີ່ເຮົາໄດ້ກຳນົດໃນລະດູໃບໄມ້ປົ່ງ, ເຮົາຈະກັບມາຫາເຈົ້າ. ປະມານເວລານີ້ໃນປີຫນ້າຊາຣາຈະມີລູກຊາຍຜູ້ຫນຶ່ງ."
\v 15 ຊາຣາໄດ້ປະຕິເສດ ແລະ ເວົ້າວ່າ, "ຂ້ານ້ອຍບໍ່ໄດ້ຫົວຂວັນ." ເພາະນາງຢ້ານກົວ. ພຣະອົງຕອບວ່າ, "ບໍ່ແມ່ນເຈົ້າໄດ້ຫົວຂວັນ."
\s5
\v 16 ຈາກນັ້ນພວກຜູ້ຊາຍໄດ້ລຸກຂຶ້ນເພື່ອທີ່ຈະຈາກໄປ ແລະ ຫລຽວລົງໄປທີ່ເມືອງໂຊໂດມ. ອັບຣາຮາມໄປກັບພວກເຂົາ.
\v 17 ແຕ່ພຣະຢາເວໄດ້ກ່າວວ່າ, "ຄວນບໍທີ່ເຮົາຈະປິດບັງອັບຣາຮາມໃນສິ່ງທີ່ເຮົາຈະເຮັດນີ້.
\v 18 ເພາະວ່າອັບຣາຮາມຈິງໆແລ້ວຈະເປັນຊົນຊາດທີ່ຍິ່ງໃຫຍ່ທັງປວງ ແລະ ມີອຳນາດຫລາຍ ແລະ ຊົນຊາດທັງປວງຂອງແຜ່ນດິນຈະໄດ້ຮັບພອນເພາະເຂົາ.
\v 19 ເພາະວ່າເຮົາໄດ້ເລືອກເອົາລາວດັ່ງນັ້ນລາວຈະສັ່ງສອນລູກໆທັງຫລາຍຂອງລາວ ແລະ ຄົວເຮືອນຂອງລາວທີ່ຈະມາພາຍຫລັງລາວໃຫ້ຖືຮັກສາທາງຂອງພຣະຢາເວ, ເພື່ອກະທຳຄວາມຊອບທັມ ແລະຍຸຕິທັມ, ດັ່ງນັ້ນພຣະຢາເວຈະໄດ້ປະທານໃຫ້ແກ່ອັບຣາຮາມ ຕາມທີ່ພຣະອົງໄດ້ກ່າວກັບລາວແລ້ວນັ້ນ."
\s5
\v 20 ຈາກນັ້ນພຣະຢາເວກໍບອກວ່າເພາະວ່າ, "ມີສຽງຮຽກຮ້ອງກ່າວໂທດເມືອງໂຊໂດມ ແລະເມືອງໂກໂມຣາຢ່າງຫນັກຫນ່ວງ, ແລະເພາະວ່າຄວາມບາບຂອງຊາວເມືອງນັ້ນຮ້າຍແຮງ,
\v 21 ບັດນີ້ເຮົາຈະລົງໄປທີ່ນັ້ນ ແລະເບິ່ງຕາມສຽງຮຽກຮ້ອງກ່າວໂທດເມືອງນັ້ນທີ່ມາເຖິງເຮົາ, ເບິ່ງວ່າພວກເຂົາໄດ້ເຮັດບາບຢ່າງນັ້ນ. ເປັນຄວາມຈິງ, ຫລືບໍ່ເຮົາກໍຈະຮູ້."
\s5
\v 22 ດັ່ງນັ້ນພວກຜູ້ຊາຍໄດ້ໄປຈາກທີ່ນັ້ນ, ແລະມຸ່ງຫນ້າໄປສູ່ເມືອງໂຊໂດມ, ແຕ່ພຣະຢາເວຍັງຢູ່ກັບອັບຣາຮາມ.
\v 23 ຈາກນັ້ນອັບຣາຮາມໄດ້ເຂົ້າມາໃກ້ ແລະທູນຖາມວ່າ, "ພຣະອົງຈະຊົງທຳລາຍລ້າງຄົນຊອບທັມພ້ອມກັບຄົນອະທັມບໍ?
\s5
\v 24 ບາງທີອາດຈະມີຄົນຊອບທັມຫ້າສິບຄົນຢູ່ໃນເມືອງນັ້ນ. ພຣະອົງຈະຊົງທຳລາຍເມືອງນັ້ນ ແລະຈະບໍ່ລະເວັ້ນເມືອງນັ້ນເພາະຄົນຊອບທັມຫ້າສິບຄົນທີ່ຢູ່ທີ່ນັ້ນບໍ?
\v 25 ຂໍໃຫ້ມັນຢູ່ຫ່າງໄກຈາກພຣະອົງ, ທີ່ຈະຊົງກະທຳສິ່ງນັ້ນ, ຄືການຂ້າຄົນຊອບທັມພ້ອມກັບຄົນອະທັມດັ່ງນັ້ນຄວນບໍ ທີ່ຄົນຊອບທັມຈະຖືກລົງໂທດແບບດຽວກັນກັບຄົນອະທັມ. ຂໍໃຫ້ມັນຢູ່ຫ່າງໄກຈາກພຣະອົງເຖີດ! ຜູ້ພິພາກສາຂອງແຜ່ນດິນທັງຫມົດຈະບໍ່ເຮັດສິ່ງໃດທີ່ຍຸຕິທັມບໍ?."
\v 26 ພຣະຢາເວໄດ້ຕອບວ່າ, "ຖ້າເຮົາພົບຄົນຊອບທັມຫ້າສິບຄົນທີ່ເມືອງ ໂຊໂດມເຮົາຈະລະເວັ້ນເມືອງນັ້ນທັງເມືອງ, ເພາະເຫັນແກ່ພວກເຂົາ."
\s5
\v 27 ຂ້ານ້ອຍຂໍພຣະກາຣຸນາທີ່ຈະທູນຕໍ່ອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍແມ່ນວ່າຂ້ານ້ອຍຈະເປັນພຽງຂີ້ຝຸ່ນ ແລະ ຂີ້ເຖົ່າວ່າ!
\v 28 ຖ້າຫາກມີຄົນຊອບທັມຫນ້ອຍກວ່າຫ້າສິບຄົນໄປຫ້າຄົນ ພຣະອົງຈະຊົງທຳລາຍເມືອງທັງເມືອງເພາະຂາດໄປຫ້າຄົນນັ້ນບໍ?" ພຣະອົງຕອບວ່າ,"ເຮົາຈະບໍ່ທຳລາຍເມືອງນັ້ນ, ຖ້າພົບຄົນຊອບທັມສີ່ສິບຫ້າຄົນທີ່ນັ້ນ."
\s5
\v 29 ເພິ່ນໄດ້ເວົ້າກັບພຣະອົງອີກວ່າ, ແລະໄດ້ທູນວ່າ, "ແລະຖ້າພົບພຽງສີ່ສິບຄົນເທົ່ານັ້ນເດ." ພຣະອົງໄດ້ກ່າວຕອບວ່າ,"ເຮົາກໍຈະບໍ່ທຳລາຍ ເມືອງນັ້ນເພາະເຫັນແກ່ສີ່ສິບຄົນນັ້ນ."
\v 30 ເພິ່ນໄດ້ທູນວ່າ," ອົງພຣະຜູ້ເປັນເຈົ້າຂໍພຣະກາຣຸນາຢ່າຊົງໂກດຮ້າຍເລີຍ, ຂ້ານ້ອຍຂໍຖາມອີກວ່າບາງເທື່ອອາດຈະພົບສາມສິບຄົນທີ່ນັ້ນ." ພຣະອົງຕອບວ່າ,"ເຮົາຈະບໍ່ທຳລາຍເມືອງນັ້ນ ຖ້າເຮົາພົບສາມສິບຄົນທີ່ນັ້ນ."
\v 31 ເຂົາໄດ້ທູນຖາມວ່າ, "ເບິ່ງເຖີດຂ້ານ້ອຍຂໍອົງພຣະຜູ້ເປັນເຈົ້າ ຂໍພຣະອົງໂຜດຍົກໂທດໃຫ້ຂ້ານ້ອຍທີ່ຈະທູນຕໍ່ອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍ. "ຖ້າວ່າມີພຽງຊາວຄົນທີ່ນັ້ນ" ພຣະອົງຕອບວ່າ,"ເຮົາຈະບໍ່ທຳລາຍເມືອງນັ້ນ ເພາະເຫັນແກ່ຊາວຄົນນັ້ນ."
\s5
\v 32 ເພິ່ນໄດ້ທູນວ່າ, "ອົງພຣະຜູ້ເປັນເຈົ້າຂໍ ພຣະກາຣຸນາຢ່າຟ້າວໂກດຮ້າຍເລີຍ, ຂ້ານ້ອຍຂໍຖາມພຣະອົງອີກຄັ້ງນີ້ເປັນຄັ້ງສຸດທ້າຍ. ບາງທີອາດຈະພົບສິບຄົນທີ່ນັ້ນ ພຣະອົງໄດ້ຕອບວ່າ," ເຮົາຈະບໍ່ທຳລາຍເມືອງນັ້ນ ເພາະເຫັນແກ່ສິບຄົນນັ້ນ."
\v 33 ພຣະຢາເວໄດ້ສະເດັດໄປທັນທີທີ່ເມື່ອພຣະອົງສິ້ນສຸດການສົນທະນາກັບອັບຣາຮາມ, ແລະ ອັບຣາຮາມກໍໄດ້ກັບຄືນໄປສູ່ ທີ່ພັກ.
\s5
\c 19
\cl ​ບົດ​ທີ 19
\p
\v 1 ທູດສະຫວັນສອງຕົນໄດ້ມາເຖິງເມືອງ ໂຊໂດມໃນຕອນຄໍ່າ, ຂະນະທີ່ໂລດກຳລັງນັ່ງຢູ່ທີ່ປະຕູເມືອງໂຊໂດມ. ໂລດໄດ້ເຫັນພວກເຂົາ, ຈຶ່ງໄດ້ລຸກຂຶ້ນອອກໄປຕ້ອນຮັບພວກເຂົາ, ແລະ ໄດ້ໂນ້ມຕົວລົງຫນ້າຈຸພື້ນດິນ.
\v 2 ເຂົາໄດ້ເວົ້າວ່າ, "ກະຣຸນາເທາະເຈົ້ານາຍຂອງຂ້ານ້ອຍເອີຍ, ຂ້ານ້ອຍຂໍເຊີນທ່ານແວ່ເຂົ້າໄປໃນບ້ານຜູ້ຮັບໃຊ້ຂອງທ່ານພັກຄ້າງຄືນ, ແລະ ລ້າງຕີນຂອງທ່ານ. ຈາກນັ້ນທ່ານສາມາດຕື່ນຂຶ້ນແຕ່ເຊົ້າ ແລະ ເດີນທາງໄປຕໍ່." ແຕ່ພວກເພິ່ນຕອບວ່າ, "ບໍ່ດອກເຮົາຈະພັກຄ້າງຄືນທີ່ສີ່ແຍກຂອງເມືອງ."
\v 3 ແຕ່ເຂົາພະຍາຍາມສືບຕໍ່ຂໍຮ້ອງຫລາຍຂຶ້ນ, ດັ່ງນັ້ນພວກເພິ່ນຈິ່ງໄປກັບເຂົາ, ແລະ ເຂົ້າໄປໃນທີ່ບ້ານຂອງໂລດ. ເຂົາໄດ້ຈັດແຈ່ງເຂົ້າປາອາຫານ ແລະ ປີ້ງເຂົ້າຈີ່ບໍ່ມີເຊື້ອແປ້ງ, ແລະພວກເພິ່ນກໍພາກັນຮັບກິນ.
\s5
\v 4 ແຕ່ກ່ອນທີ່ພວກເຂົາຈະນອນລົງ, ພວກຜູ້ຊາຍຂອງເມືອງນັ້ນ, ພວກຜູ້ຊາຍຂອງເມືອງໂຊໂດມ, ໄດ້ມາອ້ອມບ້ານນັ້ນໄວ້, ທັງຄົນຫນຸ່ມ ແລະຄົນແກ່ຜູ້ຊາຍທັງຫມົດ, ຈາກທຸກຊອກທຸກບ່ອນຂອງເມືອງນັ້ນ.
\v 5 ພວກເຂົາຮ້ອງຫາໂລດ, ແລະ ໄດ້ເວົ້າກັບເຂົາວ່າ, "ຜູ້ຊາຍທີ່ໄດ້ເຂົ້າມາຫາເຈົ້າຄືນນີ້ຢູ່ໃສ? ຈົ່ງນຳພວກເຂົາອອກມາໃຫ້ພວກເຮົາ, ພວກເຮົາຈະຫລັບນອນກັບພວກເຂົາ."
\s5
\v 6 ໂລດຈຶ່ງໄດ້ອອກໄປນອກປະຕູໄປຫາພວກເຂົາ ແລະ ໄດ້ປິດປະຕູຫລັງຈາກທີ່ເຂົາອອກໄປແລ້ວ.
\v 7 ເຂົາໄດ້ເວົ້າວ່າ, "ເຮົາຂໍຮ້ອງພວກທ່ານ, ພີ່ນ້ອງຂອງເຮົາຢ່າເຮັດເລື່ອງຊົ່ວຊ້າຢ່າງນັ້ນເລີຍ.
\v 8 ເບິ່ງເຖີດ, ເຮົາມີລູກສາວສອງຄົນຜູ້ທີ່ຍັງບໍ່ເຄີຍຫລັບນອນກັບຜູ້ຊາຍຄົນໃດມາກ່ອນ. ເຮົາຂໍຮ້ອງທ່ານ, ເຮົາຈະນຳພວກເຂົາອອກມາໃຫ້ພວກທ່ານຈະເຮັດສິ່ງໃດກັບພວກເຂົາກໍແລ້ວແຕ່ພວກທ່ານ. ພຽງແຕ່ຢ່າເຮັດສິ່ງໃດກັບຜູ້ຊາຍເຫລົ່ານີ້, ເພາະວ່າພວກເພິ່ນເປັນແຂກໄດ້ມາຢູ່ໃຕ້ຮົ່ມເງົາຫລັງຄາບ້ານຂອງເຮົາ."
\s5
\v 9 ພວກເຂົາຕອບວ່າ, "ຈົ່ງຖອຍໄປ!" ພວກເຂົາເວົ້າອີກດ້ວຍວ່າ, "ຄົນນີ້ມາທີ່ນີ້ເພື່ອຈະອາໄສຢູ່ທີ່ນີ້ເຫມືອນຄົນຕ່າງຊາດຄົນຫນຶ່ງ, ແຕ່ບັດນີ້ເຂົາໄດ້ກາຍເປັນຜູ້ພິພາກສາເຮົາ! ບັດນີ້ພວກເຮົາຈະຈັດການຢ່າງຊົ່ວຮ້າຍກັບໂຕເຈົ້າຫນັກກວ່າເຮັດກັບພວກເຂົາ." ພວກເຂົາໄດ້ຊຸກຜູ້ຊາຍຄົນນັ້ນ, ຢ່າງແຮງຄືສູ້ກັບໂລດ, ແລະ ເຂົ້າມາໃກ້ເພື່ອທີ່ຈະທຸບປະຕູບ້ານລົງ.
\s5
\v 10 ແຕ່ພວກຜູ້ຊາຍນັ້ນໄດ້ຍື່ນມືອອກໄປດຶງເອົາໂລດເຂົ້າມາໃນບ້ານ ແລະ ອັດປະຕູໄວ້.
\v 11 ຈາກນັ້ນພວກແຂກຂອງໂລດໄດ້ຈູ່ໂຈມຢ່າງທີ່ບໍ່ສາມາດຫລຽວເຫັນໄດ້ຕໍ່ພວກຜູ້ຊາຍທີ່ຢູ່ນອກປະຕູບ້ານທັງຄົນຫນຸ່ມ, ແລະຄົນແກ່ດັ່ງນັ້ນພວກເຂົາຈຶ່ງອ່ອນແຮງລົງ. ເມື່ອພວກເຂົາໄດ້ພະຍາຍາມເຂົ້າມາທີ່ປະຕູບ້ານ.
\s5
\v 12 ແລ້ວພວກຜູ້ຊາຍນັ້ນໄດ້ບອກກັບໂລດວ່າ, "ເຈົ້າມີໃຜທີ່ຢູ່ທີ່ນີ້ອີກບໍ? ລູກຊາຍ ແລະ ລູກສາວທັງຫລາຍ, ລູກເຂີຍທັງຫລາຍ ແລະ ໃຜກໍຕາມທີ່ເຈົ້າມີໃນເມືອງນີ້, ຈົ່ງພາພວກເຂົາອອກຈາກເມືອງນີ້.
\v 13 ເພາະວ່າເຮົາຈະທຳລາຍສະຖານທີ່ນີ້, ເພາະວ່າການຮຽກຮ້ອງກ່າວຫາເລື່ອງນີ້ດັງໄປເຖິງພຣະພັກພຣະຢາເວ ດັ່ງນັ້ນພຣະອົງຈຶ່ງຊົງໃຊ້ພວກເຮົາມາທຳລາຍເມືອງນີ້."
\s5
\v 14 ໂລດໄດ້ອອກໄປເວົ້າກັບຄູ່ຫມັ້ນຂອງລູກສາວເຂົາ, ພວກຜູ້ຊາຍທີ່ໄດ້ສັນຍາວ່າຈະແຕ່ງງານກັບລູກສາວທັງຫລາຍຂອງຕົນວ່າ, "ຈົ່ງຫນີອອກຈາກເມືອງນີ້ໄວໆ, ເພາະພຣະຢາເວກຳລັງຈະຊົງທຳລາຍເມືອງນີ້." ແຕ່ພວກເຂົາລູກເຂີຍຂອງເຂົາ ເຂົາຄິດວ່າເວົ້າຫລິ້ນ.
\v 15 ເມື່ອໃກ້ຈະຮຸ່ງເຊົ້າເຫລົ່າທູດສະຫວັນ, ໄດ້ເລັ່ງໂລດກ່າວວ່າ, "ຈົ່ງໄປເຖີດ, ນຳເອົາເມຍຂອງເຈົ້າກັບລູກສາວສອງຄົນທີ່ຢູ່ທີ່ນີ້, ເພື່ອທີ່ຈະບໍ່ຖືກທຳລາຍໄປກັບການລົງໂທດເມືອງນີ້."
\s5
\v 16 ແຕ່ຍັງສົງໄສພວກຜູ້ຊາຍນັ້ນຈຶ່ງດຶງມືລາວ, ແລະ ມືຂອງເມຍ, ແລະ ມືລູກສາວທັງສອງຂອງເຂົາເພາະວ່າພຣະຢາເວຊົງພຣະກາຣຸນາຕໍ່ລາວ. ພວກເຂົາໄດ້ນຳເອົາພວກເພິ່ນອອກໄປນອກເມືອງ.
\v 17 ເມື່ອພວກເຂົາໄດ້ເຂົາທັງຫລາຍອອກມາ, ຜູ້ຊາຍຄົນຫນຶ່ງໄດ້ເວົ້າວ່າ, "ຈົ່ງຟ້າວຫນີໄປເພື່ອເອົາຊີວິດລອດ! ຢ່າຫລຽວຄືນຫລັງ, ຫລືຢຸດພັກທີ່ໃດໃນທີ່ຮາບນັ້ນ. ຈົ່ງຫນີໄປເທິງພູເຂົາທັງຫລາຍເພື່ອທີ່ພວກເຈົ້າຈະບໍ່ຖືກກວດລ້າງ."
\s5
\v 18 ໂລດໄດ້ເວົ້າກັບພວກເຂົາວ່າ, "ຢ່າເລີຍກາຣຸນາເທາະ!
\v 19 ເຈົ້ານາຍຂອງຂ້ານ້ອຍຜູ້ຮັບໃຊ້ຂອງທ່ານ, ໄດ້ເປັນທີ່ໂປດປານໃນສາຍຕາຂອງທ່ານແລ້ວ, ແລະ ທ່ານໄດ້ສຳແດງຄວາມເມດຕາທີ່ຍິ່ງໃຫຍ່ແກ່ຂ້ານ້ອຍໃນການຊ່ວຍຊີວິດຂອງຂ້ານ້ອຍ, ແຕ່ຂ້ານ້ອຍບໍ່ສາມາດຫນີໄປຍັງພູເຂົາທັງຫລາຍໄດ້ທັນເພາະພັຍພິບັດຈະເຖິງຂ້ານ້ອຍເສຍກ່ອນ, ແລະ ຂ້ານ້ອຍຈະຕາຍ.
\v 20 ເບິ່ງເຖີດ, ເມືອງນັ້ນຢູ່ທີ່ນັ້ນຢູ່ໃກ້ພໍທີ່ຈະຫນີໄປທີ່ນັ້ນ, ແລະ ເປັນເມືອງນ້ອຍໆ. ກາຣຸນາ, ອະນຸຍາດໃຫ້ຂ້ານ້ອຍຫນີໄປທີ່ນັ້ນສາ. (ບໍ່ແມ່ນເມືອງນ້ອຍໆບໍ?), ແລະ ຊີວິດຂອງຂ້ານ້ອຍຈະປອດພັຍ."
\s5
\v 21 ເຂົາໄດ້ເວົ້າກັບທ່ານວ່າ, "ຕົກລົງ, ເຮົາຍອມຮັບຄຳຮ້ອງຂໍນີ້ດ້ວຍ, ທີ່ເຮົາຈະບໍ່ທຳລາຍເມືອງທີ່ເຈົ້າໄດ້ກ່າວເຖິງນັ້ນ.
\v 22 ຮີບໄວໆ​ເຖີດ! ຈົ່ງຫນີໄປທີ່ນັ້ນ, ເພາະເຮົາຈະບໍ່ສາມາດເຮັດອັນໃດໄດ້ ຈົນກວ່າເຈົ້າຈະໄປເຖິງທີ່ນັ້ນ." ສະນັ້ນເມືອງນີ້ຈຶ່ງຖືກເອີ້ນຊື່ວ່າໂຊອາ.
\s5
\v 23 ເມື່ອໂລດໄປເຖິງເມືອງໂຊອາ ຕາເວັນກໍກຳລັງຂຶ້ນ.
\v 24 ຈາກນັ້ນ ພຣະຢາເວຊົງໄດ້ສົ່ງໃຫ້ໄຟ ແລະ ມາດມາຈາກທ້ອງຟ້າລົງມາເຫນືອເມືອງໂຊໂດມ ແລະ ໂກໂມຣາ.
\v 25 ພຣະອົງໄດ້ຊົງທຳລາຍເມືອງເຫລົ່ານັ້ນ, ແລະ ທີ່ຮາບທັງໝົດ, ແລະ ຜູ້ທີ່ຢູ່ໃນເມືອງເຫລົ່ານັ້ນທັງຫມົດ ແລະ ພືດພັນຕ່າງໆທີ່ເຕີບໂຕຈາກພື້ນດິນ.
\s5
\v 26 ແຕ່ເມຍຂອງໂລດ, ທີ່ຢູ່ຂ້າງຫລັງໄດ້ຫລຽວຄືນຫລັງ, ແລະ ນາງໄດ້ກາຍເປັນເສົາເກືອ.
\v 27 ອັບຣາຮາມໄດ້ລຸກຂຶ້ນແຕ່ເຊົ້າໆ ແລະ ໄດ້ໄປບ່ອນທີ່ເພິ່ນໄດ້ຢືນຢູ່ຕໍ່ພຣະພັກພຣະຢາເວ.
\v 28 ເພິ່ນໄດ້ຫລຽວລົງໄປເບິ່ງເມືອງໂຊໂດມ ແລະ ເມືອງໂກໂມຣາ ແລະແຜ່ນດິນທີ່ຮາບນັ້ນທັງຫມົດ. ເພິ່ນໄດ້ຫລຽວເບິ່ງເຫັນຄວັນພຸ່ງຂຶ້ນມາຈາກແຜ່ນດິນ, ເຫມືອນຄວັນຂອງເຕົາເຜົາ.
\s5
\v 29 ດັ່ງນັ້ນເມື່ອພຣະເຈົ້າຊົງໄດ້ທຳລາຍເມືອງທັງຫລາຍຂອງທີ່ຮາບ, ພຣະເຈົ້າຊົງໄດ້ລະນຶກເຖິງອັບຣາຮາມ. ພຣະອົງຊົງໄດ້ສົ່ງໂລດອອກໄປພົ້ນຈາກການທຳລາຍລ້າງເມື່ອພຣະອົງຊົງໄດ້ທຳລາຍເມືອງທັງຫລາຍທີ່ໂລດອາໄສຢູ່.
\s5
\v 30 ໂລດຈຶ່ງໄດ້ອອກໄປຈາກເມືອງໂຊອາ ໄປອາໄສຢູ່ເທິງພູເຂົາກັບລູກສາວທັງສອງ, ເພາະເຂົາຢ້ານກົວທີ່ຈະອາໄສຢູ່ທີ່ເມືອງໂຊອາ. ເຫດນີ້ເຂົາຈຶ່ງໄດ້ໄປອາໄສຢູ່ໃນຖໍ້າ, ເຂົາ ແລະ ລູກສາວທັງສອງຄົນ.
\s5
\v 31 ລູກສາວຜູ້ເອື້ອຍໄດ້ເວົ້າກັບນ້ອງສາວວ່າ, "ພໍ່ຂອງພວກເຮົາອາຍຸຫລາຍແລ້ວ, ແລະ ບໍ່ມີຜູ້ຊາຍຄົນໃດທີ່ຈະມາຫລັບນອນກັບເຮົາຕາມທຳນຽມປະເພນີຂອງໂລກ.
\v 32 ມາເທາະ, ໃຫ້ເຮົາຊັກຊວນພໍ່ດື່ມເຫລົ້າອະງຸ່ນຈົນເມົາ, ແລະ ເຮົາຈະໄດ້ນອນນຳເພິ່ນ, ເພື່ອທີ່ຈະຂະຫຍາຍເຊື້ອສາຍຂອງພໍ່ເຮົາ."
\v 33 ດັ່ງນັ້ນ ພວກເຂົາຈຶ່ງໃຫ້ພໍ່ຂອງພວກເຂົາດື່ມເຫລົ້າອະງຸ່ນໃນຄືນນັ້ນ. ຈາກນັ້ນ ລູກສາວກົກໄດ້ເຂົ້າໄປນອນນຳພໍ່ຂອງຕົນ, ເຂົາບໍ່ຮູ້ວ່ານາງໄດ້ເຂົ້າມານອນເມື່ອໃດ, ຫລື ນາງໄດ້ລຸກອອກໄປເມື່ອໃດ.
\s5
\v 34 ມື້ຕໍ່ມາຜູ້ເອື້ອຍໄດ້ເວົ້າກັບນ້ອງສາວວ່າ, "ຈົ່ງຟັງ, ມື້ຄືນນີ້ຂ້ອຍໄດ້ນອນນຳພໍ່ແລ້ວ. ໃຫ້ເຮົາຊັກຊວນເພິ່ນດື່ມເຫລົ້າອະງຸ່ນອີກຄືນມື້ນີ້, ແລະ ເຈົ້າຄວນເຂົ້າໄປ ແລະ ນອນນຳເພິ່ນ, ດັ່ງນັ້ນພວກເຮົາຈະຂະຫຍາຍເຊື້ອສາຍຂອງພໍ່."
\v 35 ດັ່ງນັ້ນ ພວກເຂົາຈຶ່ງໃຫ້ພໍ່ຂອງພວກເຂົາດື່ມເຫລົ້າອະງຸ່ນໃນຄືນນັ້ນດ້ວຍ, ແລະ ລູກສາວຄົນນ້ອງ ກໍໄດ້ເຂົ້າໄປນອນນຳພໍ່ຂອງຕົນ. ເພິ່ນບໍ່ຮູ້ວ່ານາງໄດ້ເຂົ້າມານອນເມື່ອໃດ, ຫລື ນາງໄດ້ລຸກໄປເມື່ອໃດ.
\s5
\v 36 ນີ້ແຫລະ ລູກສາວທັງສອງຂອງໂລດ ຈຶ່ງພາກັນຕັ້ງທ້ອງໂດຍພໍ່ຂອງພວກເຂົາ.
\v 37 ຜູ້ເປັນເອື້ອຍໄດ້ລູກຊາຍຄົນຫນຶ່ງ, ແລະໄດ້ຕັ້ງຊື່ ເຂົາວ່າໂມອາບ. ລາວໄດ້ເປັນບັນພະບຸຣຸດຂອງຊາວໂມອາບຈົນເຖິງທຸກວັນນີ້.
\v 38 ສຳລັບລູກສາວຄົນນ້ອງນາງກໍໄດ້ລູກຊາຍຜູ້ຫນຶ່ງ, ແລະໄດ້ຕັ້ງຊື່ເຂົາວ່າ ເບນນຳມີ. ລາວໄດ້ເປັນ ບັນພະບຸຣຸດ ຂອງຊາວອຳໂມນມາຈົນເຖິງ ທຸກວັນນີ້.
\s5
\c 20
\cl ​ບົດ​ທີ 20
\p
\v 1 ອັບຣາຮາມໄດ້ເດີນທາງຈາກທີ່ນັ້ນໄປຍັງແຜ່ນດິນເນເກບ, ແລະ ໄດ້ອາໄສຢູ່ລະຫວ່າງເມືອງກາເດັດ ກັບເມືອງຊູເຣ. ເຂົາໄດ້ເປັນຄົນຕ່າງຊາດອາໄສຢູ່ທີ່ເມືອງເກຣາກ.
\v 2 ອັບຣາຮາມໄດ້ເວົ້າກຽ່ວກັບຊາຣາເມຍຂອງຕົນວ່າ, "ນາງເປັນນ້ອງສາວ." ດັ່ງນັ້ນເຈົ້າອາບີເມເຫລັກ ກະສັດເມືອງ ເກຣາກ ຊົງໄດ້ສົ່ງຜູ້ຊາຍຂອງພະອົງມາ ແລະ ພວກເຂົາໄດ້ນຳຊາຣາໄປ.
\v 3 ແຕ່ພຣະເຈົ້າຊົງໄດ້ສະເດັດມາຫາອາບີເມເຫລັກໃນຄວາມຝັນໃນຄືນນັ້ນ, ແລະ ໄດ້ກ່າວກັບເຂົາວ່າ, "ເບິ່ງເຖີດ, ເຈົ້າເປັນຜູ້ຊາຍທີ່ຕາຍແລ້ວເພາະຜູ້ຍິງ, ຜູ້ທີ່ເຈົ້າໄດ້ເອົາມານັ້ນນາງມີຜົວແລ້ວ."
\s5
\v 4 ຂະນະນັ້ນອາບີເມເຫລັກຍັງບໍ່ໄດ້ເຂົ້າໃກ້ນາງ ແລະ ພະອົງຈຶ່ງທູນວ່າ, "ຂ້າແດ່ອົງພຣະຜູ້ເປັນເຈົ້າ, ພຣະອົງຈະຊົງປະຫານປະຊາຊົນທີ່ບໍ່ມີຄວາມຜິດບໍ?
\v 5 ເຂົາເອງບໍ່ແມ່ນບໍທີ່ບອກກັບຂ້ານ້ອຍວ່າ, 'ນາງເປັນນ້ອງສາວຂອງລາວ. ແລະ ຕົວນາງເອງກໍໄດ້ເວົ້າວ່າເຂົາຄືອ້າຍຂອງລາວ.' ຂ້ານ້ອຍໄດ້ເຮັດສິ່ງນີ້ດ້ວຍຄວາມບໍຣິສຸດໃຈຂອງຂ້ານ້ອຍ ແລະ ມືບໍ່ໄດ້ເຮັດຜິດຫຍັງເລີຍ."
\s5
\v 6 ພຣະເຈົ້າຈຶ່ງໄດ້ຕອບແກ່ເພິ່ນທາງຄວາມຝັນວ່າ, "ຖືກຕ້ອງ, ເຮົາຮູ້ດີວ່າເຈົ້າໄດ້ເຮັດສິ່ງນີ້ດ້ວຍ ຄວາມຊື່ສັດຈາກໃຈຂອງເຈົ້າ, ເຮົາຈຶ່ງໄດ້ປ້ອງກັນເຈົ້າຈາກການເຮັດບາບຕໍ່ຕ້ານເຮົາດ້ວຍ. ດັ່ງນັ້ນເຮົາ ຈຶ່ງບໍ່ໄດ້ອະນຸຍາດໃຫ້ເຈົ້າແຕະຕ້ອງນາງ.
\v 7 ດັ່ງນັ້ນຈົ່ງຄືນເມຍຂອງລາວໄປ, ເພາະວ່າເຂົາເປັນຜູ້ທຳນວາຍ, ແລະ ລາວຈະອະທິຖານສຳລັບເຈົ້າ, ເພື່ອເຈົ້າຈະມີຊີວິດຢູ່ຕໍ່ໄປ, ແຕ່ຖ້າເຈົ້າບໍ່ຄືນນາງໄປ, ຈົ່ງຮູ້ເຖີດວ່າເຈົ້າ ແລະ ປະຊາຊົນທັງຫມົດ ທີ່ເປັນຂອງເຈົ້າຈະຕ້ອງຕາຍຢ່າງແນ່ນອນ."
\s5
\v 8 ອາບີເມເຫລັກຕື່ນນອນແຕ່ເຊົ້າໆ ແລະ ຊົງໄດ້ເອີ້ນຂ້າຣາຊການທັງຫມົດ. ຂອງຕົນເຂົ້າມາຫາ ແລະ ຊົງໄດ້ບອກເຖິງສິ່ງເລົ່ານີ້ທັງຫມົດແກ່ພວກເຂົາຟັງ, ແລະ ພວກຜູ້ຊາຍທັງຫລາຍກໍຢ້ານກົວ.
\v 9 ຈາກນັ້ນເຈົ້າອາບີເມເຫລັກຊົງໄດ້ເອີ້ນອັບຣາຮາມເຂົ້າມາເຝົ້າ ແລະ ຖາມກັບເຂົາວ່າ, "ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້ກັບເຮົາ? ເຮົາໄດ້ເຮັດບາບຕໍ່ສູ້ກັບເຈົ້າຢ່າງໃດ ເຈົ້າໄດ້ນຳຄວາມບາບທີ່ຍິ່ງໃຫຍ່ມາເທິງເຮົາ ແລະ ອານາຈັກຂອງເຮົາ? ເຈົ້າໄດ້ເຮັດຕໍ່ເຮົາໃນສິ່ງທີ່ບໍ່ຄວນເຮັດ."
\s5
\v 10 ອາບີເມເຫລັກໄດ້ກ່າວກັບອັບຣາຮາມວ່າ, "ແມ່ນຫຍັງ ເຮັດໃຫ້ເຈົ້າເຮັດສິ່ງນີ້?"
\v 11 ອັບຣາຮາມຈຶ່ງຕອບວ່າ, "ຂ້ານ້ອຍໄດ້ຄິດວ່າແນ່ນອນ, ໃນສະຖານທີ່ນີ້ຄົງຈະບໍ່ມີໃຜຢຳເກງພຣະເຈົ້າ, ແລະ ພວກເຂົາອາດສັງຫານຂ້ານ້ອຍເພາະເມຍຂອງຂ້ານ້ອຍ.
\v 12 ນອກຈາກນັ້ນ, ຄວາມເປັນຈິງແລ້ວນາງເປັນນ້ອງສາວຂອງຂ້ານ້ອຍ, ນາງເປັນລູກສາວຂອງພໍ່ຂອງຂ້ານ້ອຍ, ແຕ່ບໍ່ແມ່ນລູກສາວຂອງແມ່ຂອງຂ້ານ້ອຍ, ແລະ ນາງກໍໄດ້ກາຍມາເປັນເມຍຂອງຂ້ານ້ອຍ.
\s5
\v 13 ເມື່ອພຣະເຈົ້າຊົງໃຫ້ຂ້ານ້ອຍອອກຫນີອອກຈາກບ້ານຂອງພໍ່ຂອງຂ້ານ້ອຍ ແລະ ເດີນທາງຈາກທີ່ຫນຶ່ງໄປຍັງອີກທີ່ຫນຶ່ງ, ຂ້ານ້ອຍໄດ້ເວົ້າກັບນາງວ່າ, ເຈົ້າຕ້ອງສະແດງເຖິງຄວາມສັດຊື່ນີ້ເຊັ່ນເມຍຂອງຂ້ອຍ, ຄືໃນທຸກບ່ອນທີ່ເຮົາຈະໄປໃຫ້ເວົ້າເຖິງຂ້ອຍວ່າ, "ຂ້ອຍເປັນອ້າຍຂອງເຈົ້າ.""
\v 14 ຝູງງົວ, ແລະ ຄົນຮັບໃຊ້ຊາຍຍິງຈຳນວນຫນຶ່ງ, ແລະ ມອບພວກເຂົາໃຫ້ອັບຣາຮາມ. ຈາກນັ້ນພະອົງຊົງໄດ້ຄືນຊາຣາ, ເມຍຂອງອັບຣາຮາມໃຫ້ກັບເຂົາ.
\s5
\v 15 ເຈົ້າອາບີເມເຫລັກໄດ້ເວົ້າວ່າ, "ເບິ່ງເຖີດ, ດິນແດນຂອງເຮົາຢູ່ກັບເຈົ້າແລ້ວ. ຈົ່ງເລືອກເອົາຢຸ່ບ່ອນໃດກໍໄດ້ຕາມທີ່ເຈົ້າຕ້ອງການ."
\v 16 ສ່ວນຊາຣາພະອົງກ່າວວ່າ, "ນີ້ແຫລະ, ເຮົາເອົາເງິນຫນຶ່ງພັນຫລຽນໃຫ້ອ້າຍຂອງເຈົ້າ. ເປັນຂໍ້ພິສູດເຈົ້າທ່າມກາງສາຍຕາຄົນທັງຫລາຍທີ່ຢູ່ກັບເຈົ້າ, ແລະຕໍ່ຫນ້າຄົນທັງປວງ, ເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງ."
\s5
\v 17 ຈາກນັ້ນ ອັບຣາຮາມໄດ້ອະທິຖານຕໍ່ພຣະເຈົ້າ, ແລະ ພຣະເຈົ້າຊົງເຮັດໃຫ້ອາບີເມເຫລັກ, ເມຍຂອງເຂົາ, ແລະ ຂ້າທາດຜູ້ຍິງຂອງເຂົາດັ່ງນັ້ນພວກເຂົາຈຶ່ງສາມາດມີລູກໄດ້.
\v 18 ເພາະວ່າພຣະຢາເວໄດ້ຊົງເຮັດໃຫ້ຜູ້ຍິງທັງຫມົດໃນຄົວເຮືອນຂອງອາບີເມເຫລັກເປັນຫມັນຢ່າງສົມບູນ, ເພາະເລື່ອງຂອງຊາຣາ, ເມຍຂອງອັບຣາຮາມ.
\s5
\c 21
\cl ​ບົດ​ທີ 21
\p
\v 1 ພຣະຢາເວຊົງໄດ້ເອົາໃຈໃສ່ຊາຣາດັ່ງທີ່ພຣະອົງໄດ້ກ່າວວ່າພຣະອົງຈະຊົງ​ກະ​ທຳ, ແລະ ພຣະຢາເວຊົງໄດ້ເຮັດແກ່ຊາຣາເຫມືອນດັ່ງທີ່ພຣະອົງຊົງໄດ້ສັນຍາໄວ້.
\v 2 ຊາຣາໄດ້ຕັ້ງທ້ອງ ແລະ ເກີດລູກຊາຍຄົນຫນຶ່ງໃຫ້ແກ່ອັບຣາຮາມ ເມື່ອເພິ່ນເຖົ້າແກ່ແລ້ວ, ໃນເວລາທີ່ກຳນົດໄວ້ຕາມທີ່ພຣະເຈົ້າໄດ້ກ່າວແກ່ເພິ່ນແລ້ວນັ້ນ.
\v 3 ອັບຣາຮາມໄດ້ຕັ້ງຊື່ລູກຊາຍຂອງເຂົາ, ລູກຄົນດຽວທີ່ໄດ້ເກີດມາໃຫ້ເຂົາຜູ້ທີ່ຊາຣາໄດ້ໃຫ້ເຂົາເກີດມາແກ່ເພິ່ນຄື: ອີຊາກ.
\v 4 ອັບຣາຮາມໄດ້ເຮັດພິທີຕັດລູກຊາຍຂອງເພິ່ນຄືອີຊາກເມື່ອເຂົາອາຍຸໄດ້ແປດວັນ, ຕາມທີ່ພຣະເຈົ້າໄດ້ມີພຣະບັນຊາ.
\s5
\v 5 ອັບຣາຮາມມີອາຍຸໄດ້ຫນຶ່ງຮ້ອຍປີເມື່ອ​ລູກຊາຍຂອງເຂົາຄືອີຊາກໄດ້​ເກີດ​ມາໃຫ້ເຂົາ.
\v 6 ​ຊາຣາ​ໄດ້ເວົ້າ​ວ່າ, "ພຣະເຈົ້າຊົງໄດ້ເຮັດ​ໃຫ້​ຂ້ອຍ​​ປິ​ຕິຍິນດີມີ​ສຽງຫົວ; ນັ້ນຄືທຸກຄົນ​ທີ່​ໄດ້ຍິນ​ເລື່ອງ​ນີ້​ກໍ​ຈະ​ຫົວເລາະ​ນຳ​ຂ້ອຍ."
\v 7 ນາງ​ຈຶ່ງໄດ້ເວົ້າ​ອີກ​ດ້ວຍວ່າ, "ໃຜ​ຄວນຈະ​ເວົ້າ​ກັບ​ອັບຣາຮາມ​ວ່າ ຊາຣາ​​ມີ​ລູກເພື່ອ​ນາງ​ໄດ້ດູ​ແລ​, ​ແລະ ​ຂ້ອຍ​ຍັງໃຫ້ລູກຊາຍ​ຄົນຫນຶ່ງ​ແກ່ລາວ​ເມື່ອ​ເຖົ້າແກ່​ແລ້ວ!"
\s5
\v 8 ເດັກຄົນນັ້ນ​ໄດ້​ຈະເລີນ​ເຕີບໂຕ​, ແລະ ​ໄດ້​ເຊົາ​ນົມ, ແລະ ອັບຣາຮາມ​ໄດ້​ຈັດ​ງານກິນລ້ຽງ​ຢ່າງ​ຍິ່ງໃຫຍ່ໃນວັນທີ່ອີຊາກຢ່ານົມ.
\v 9 ເມື່ອຊາຣາໄດ້ເຫັນ​ລູກຊາຍ​ຂອງ​​​ຮາກາ​ຊາວ​ອີຢິບ, ຜູ້ຊຶ່ງນາງໄດ້ເກີດໃຫ້ແກ່ອັບຣາຮາມ, ກຳລັງ​ເຢາະເຢີ້ຍ​.
\s5
\v 10 ດັ່ງນັ້ນນາງຈຶ່ງໄດ້​ເວົ້າ​ກັບ​ອັບຣາຮາມ​ວ່າ, "ຈົ່ງ​ສົ່ງ​ຄົນ​ຮັບໃຊ້​ຍິງ​ຜູ້​ນີ້ ແລະ ​ລູກຊາຍ​ຂອງ​ນາງ​ຫນີໄປ​ສາ. ເພາະລູກຊາຍ​ຂອງ​ນາງ​ທາດຄົນນີ້ຈະບໍ່ເປັນຜູ້ສືບທອດ​ມໍຣະດົກ​ກ​ັບລູກຊາຍ​ຂອງຂ້ອຍ, ກັບອີຊາກ."
\v 11 ສິ່ງນີ້​ເຮັດໃຫ້​​ອັບຣາຮາມເປັນທຸກໃຈຫລາຍ ເພາະ​​ລູກ​ຊາຍຂອງ​ເພິ່ນ​ຄື​ກັນ.
\s5
\v 12 ແຕ່​ພຣະເຈົ້າ​ກ່າວ​ແກ່​ອັບຣາຮາມ​ວ່າ, "ຢ່າ​ອຸກໃຈ​ເພາະ​ເດັກຄົນນັ້ນເລີຍ, ແລະ ເພາະຄົນ​ຮັບໃຊ້​ຍິງ​ຂອງເຈົ້າ. ຈົ່ງຟັງຄຳຂອງນາງໃນທຸກສິ່ງທີ່ນາງເວົ້າແກ່ເຈົ້າໃນເລື່ອງນີ້, ເພາະ​ໂດຍ​ທາງ​ອີຊາກ​ເຊື້ອສາຍ​ຂອງເຈົ້າຈະມີຊື່ສຽງ.
\v 13 ເຮົາ​ຈະ​ເຮັດໃຫ້​​ລູກຊາຍ​ຂອງ​ຍິງຮັບໃຊ້​ຄົນນັ້ນເປັນ​ປະເທດ​ຫນຶ່ງດ້ວຍ, ເພາະວ່າລາວ​ກໍ​ເປັນເຊື້ອສາຍ​ຂອງ​ເຈົ້າ."
\s5
\v 14 ອັບຣາຮາມ​ໄດ້ລຸກຂຶ້ນແຕ່ເຊົ້າໆ​, ເອົາ​ເຂົ້າຈີ່ ແລະ ​ນໍ້າ​ຫນຶ່ງ​ຖົງ​ຫນັງ, ແລະ ມອບ​ໃຫ້​ແກ່ຮາກາ. ວາງເທິງໄລ່ຂອງນາງ. ເພິ່ນໄດ້​ເອົາ​ເດັກນ້ອຍ​ເຈ່ຍ​ໃສ່​ຫລັງ​ໃຫ້​ນາງ ແລະ ​ສົ່ງ​ນາງ​ໄປ. ນາງໄດ້ຈາກ​​ໄປ ​ແລະເດີນໄປຢ່າງບໍ່ມີຈຸດມຸ່ງຫມາຍໃນ​ຖິ່ນແຫ້ງແລ້ງ​ກັນດານ​ເບເອນເຊບາ.
\v 15 ເມື່ອ​ນໍ້າ​ໃນ​ຖົງ​ຫນັງ​ຫມົດ, ນາງ​ຈຶ່ງ​ປະ​ເດັກ​ໄວ້​ຢູ່​ໃຕ້​ພຸ່ມໄມ້​ແຫ່ງ​ຫນຶ່ງ.
\v 16 ຈາກນັ້ນນາງໄດ້ໄປ, ແລະ​ ນັ່ງ​ລົງບໍ່ໄກໄປ​ຈາກ​ເຂົາ, ໄລຍະໄກ​ປະມານ​ລູກ​ທະນູ​ຕົກ. ເພາະນາງ​ໄດ້ເວົ້າ​​ວ່າ, "ຢ່າໃຫ້ຂ້ອຍ​ຫລຽວເບິ່ງຄວາມຕາຍຂອງ​ເດັກ​ນັ້ນ." ເມື່ອນາງໄດ້ນັ່ງທີ່ນັ້ນກົງກັນຂວ້າມກັບເຂົາ, ນາງໄດ້ຮ້ອງສຽງດັງ​ຮ້ອງໄຫ້​ຂຶ້ນ.
\s5
\v 17 ພຣະເຈົ້າ​ຊົງໄດ້ຍິນສຽງຂອງເດັກນັ້ນ, ແລະທູດສະຫວັນຂອງພຣະເຈົ້າໄດ້ເອີ້ນ, ຮາກາຈາກທ້ອງຟ້າ, ແລະເວົ້າກັບນາງວ່າ, "ເຈົ້າ​ມີ​ຄວາມ​ເດືອດຮ້ອນ​ຫຍັງ? ຢ່າ​ຢ້ານກົວ​ເລີຍ, ເພາະວ່າພຣະເຈົ້າ​ໄດ້ຍິນ​ສຽງ​ເດັກນັ້ນເຂົາຢູ່ໃສ.
\v 18 ຈົ່ງ​ລຸກ​ຂຶ້ນ,​ຍົກເດັກນັ້ນຂຶ້ນ, ແລະໃຫ້ກຳລັງໃຈເຂົາ, ເພາະວ່າເຮົາ​ຈະ​ເຮັດໃຫ້​ເຂົາເປັນຊົນຊາດ​ທີ່ຍິ່ງໃຫຍ່ຊົນຊາດຫນຶ່ງ."
\s5
\v 19 ຈາກນັ້ນ​ພຣະເຈົ້າ​ຊົງໄດ້​ເປີດຕາຂອງນາງ, ແລະນາງໄດ້ເຫັນ​ນໍ້າສ້າງ​. ນາງ​ຈຶ່ງ​ໄປ​ຕັກ​ເອົາ​ນໍ້າ​ຈົນ​ເຕັມ​ຖົງຫນັງ, ແລະ​ເອົາ​ມາ​ໃຫ້​ລູກຊາຍ​ດື່ມ.
\v 20 ພຣະເຈົ້າ​ໄດ້ປະທັບຢູ່​ນຳ​ເດັກ​​ນັ້ນຈົນ​ເຂົາຈະເລີນ​ເຕີບໂຕ​​ຂຶ້ນ, ເຂົາໄດ້ອາໄສ​ຢູ່​ໃນຖິ່ນ​ແຫ້ງແລ້ງ​ກັນດານ, ແລະ​ກາຍເປັນ​ມືທະນູ.
\v 21 ເຂົາອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານປາຣານ, ແລະ​ແມ່​ຂອງເຂົາໄດ້​ຫາ​ເມຍ​ຈາກ​ປະເທດ​ອີຢິບ​ມາ​ໃຫ້​ເຂົາ.
\s5
\v 22 ແລະໃນ​ເວ​ລານັ້ນ ທີ່​ອາບີເມເຫລັກ ແລະ​ຟິໂກນ​ແມ່​ທັບ​ຂອງ​ເພິ່ນ​ໄດ້​ກ່າວກັບອັບຣາຮາມ ແລະ​ເວົ້າ​ວ່າ, "ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຈົ້າ. ໃນທຸກສິ່ງທີ່​ເຈົ້າ​​ເຮັດ​.
\v 23 ສະນັ້ນ ບັດນີ້ຈົ່ງ​ປະຕິຍານ​ຕໍ່ເຮົາໃນ​ທີ່​ນີ້​ໂດຍ​ພຣະເຈົ້າ​ທີ່ ເຈົ້າ​ຈະ​ບໍ່​ປະພຶດຢ່າງຜິດໆກັບເຮົາ, ຫລືກັບລູກຫລານຂອງເຮົາ, ຫລືກັບ​ເຊື້ອສາຍທັງຫລາຍ​ຂອງເຮົາ. ເຮົາ​ສັດຊື່​ຕໍ່​ເຈົ້າ ດັ່ງນັ້ນ ຈົ່ງ​ສະແດງແກ່ເຮົາ ​​ແລະ​ແກ່ດິນແດນ​ຊຶ່ງເຈົ້າກຳລັງອາໄສ​ຢູ່​ນີ້. ເຫມືອນພັນທະສັນຍາທີ່ສັດຊື່ທີ່ເຮົາໄດ້ສະແດງຕໍ່ເຈົ້າ."
\v 24 ອັບຣາຮາມ​ຕອບ​ວ່າ, "ຂ້ານ້ອຍ​ຂໍ​ປະຕິຍານ."
\s5
\v 25 ອັບຣາຮາມ​ຍັງໄດ້ເວົ້າກັບ​ອາບີເມເຫລັກ​ເຖິງ​ເລື່ອງ​ນໍ້າສ້າງ ທີ່​ຂ້າຣາຊການ​ຂອງ​ອາບີເມເຫລັກ​ໄດ້​ຢຶດໄປ​ຈາກເພິ່ນນັ້ນ.
\v 26 ອາບີເມເຫລັກໄດ້ຕອບ​ວ່າ, "ເຮົາ​ບໍ່​ຮູ້ຈັກ ວ່າໃຜໄດ້ເຮັດສິ່ງນີ້. ເຈົ້າ​ບໍ່ໄດ້ບອກ​ເຮົາ​ມາກ່ອນຫນ້າ​ນີ້, ​ເຮົາ​ບໍ່ເຄີຍໄດ້ຍິນ​ເລື່ອງ​ນີ້ມາກ່ອນຈົນເຖິງວັນນີ້."
\v 27 ດັ່ງນັ້ນອັບຣາຮາມ​ກໍໄດ້​ເອົາ​ແກະ​, ແລະງົວບາງໂຕມອບໃຫ້ອາບີເມເຫລັກ, ແລະ​ຊາຍທັງສອງ​ໄດ້​ເຮັດ​ພັນທະສັນຍາ​ກັນ.
\s5
\v 28 ຈາກນັ້ນອັບຣາຮາມ​ໄດ້​ແຍກ​ເອົາ​ລູກແກະ​​ໂຕ​ແມ່ເຈັດໂຕ ອອກ​ມາ​ຈາກ​ຝູງແກະຕາມທີ່ກຳນົດໄວ້.
\v 29 ອາບີເມເຫລັກ​ໄດ້​ຖາມແກ່ອັບຣາຮາມ​ວ່າ, "ລູກແກະໂຕແມ່ເຈັດໂຕເຫລົ່ານີ້ທີ່ເຈົ້າ​ໄດ້ຈັດແຍກຕາມທີ່ກຳນົດໄວ້ມີຄວາມຫມາຍແນວໃດ?"
\v 30 ເຂົາໄດ້ທູນ​ຕອບ​ວ່າ, "​ລູກແກະ​ໂຕແມ່ເຈັດ​ໂຕເຫລົ່າ​ນີ້ ​ພຣະອົງຈະໄດ້ຮັບຈາກມືຂອງຂ້ານ້ອຍ, ນີ້ແຫລະຈະ​ເປັນພະຍານສຳລັບຂ້ານ້ອຍ, ວ່າ​ຂ້ານ້ອຍ​ເປັນ​ຜູ້​ຂຸດ​ນໍ້າສ້າງ​ນີ້."
\s5
\v 31 ເຂົາຈຶ່ງ​ໄດ້ເອີ້ນ​ສະຖານທີ່ນັ້ນວ່າ ເບຍເອເຊບາ, ເພາະວ່າພວກເຂົາທັງສອງ​ຝ່າຍໄດ້​ປະຕິຍານ​ກັນ​ທີ່​ນັ້ນ.
\v 32 ພວກເຂົາໄດ້ເຮັດພັນທະສັນຍາກັນທີ່ ເບຍເອເຊບາ, ແລະຈາກນັ້ນ​ອາບີເມເຫລັກ, ແລະ​ຟິໂກນ​​ແມ່​ທັບ​ຂອງ​ເພິ່ນ, ໄດ້​ກັບໄປຍັງ​ດິນແດນ​ຊາວ​ຟີລິດສະຕິນ.
\s5
\v 33 ​ອັບຣາຮາມ​ໄດ້ປູກ​​ຕົ້ນ​ສົນຫມອກ ໄວ້​ທີ່​ເບຍເອເຊບາ. ທີ່ນັ້ນເຂົາໄດ້ນະມັດສະການພຣະຢາເວ, ​ພຣະເຈົ້າ​ນິຣັນດອນ.
\v 34 ອັບຣາຮາມຍັງຄົງ​ໄດ້ເປັນຄົນຕ່າງດ້າວ​ໃນແຜ່ນດິນຂອງຟີລິດສະຕິນ​ເປັນ​ເວລາ​ຫລາຍວັນ.
\s5
\c 22
\cl ​ບົດ​ທີ 22
\p
\v 1 ພຣະເຈົ້າ​ຊົງໄດ້ທົດ​ລອງ​ອັບຣາຮາມ. ພຣະອົງ​ໄດ້ກ່າວແກ່​ເພິ່ນ​ວ່າ, "ອັບຣາຮາມ​ເອີຍ!" ແລະ​ອັບຣາຮາມ​ກໍ​ຕອບ​ວ່າ, "ໂດຍ ຂ້ານ້ອຍ​ຢູ່ທີ່ນີ້​."
\v 2 ຈາກນັ້ນພຣະເຈົ້າ​ບອກວ່າ, "ຈົ່ງນຳລູກຊາຍ​ຂອງ​ເຈົ້າ, ຄື​ລູກຊາຍ​ພຽງຄົນ​ດຽວຂອງເຈົ້າຜູ້​ທີ່​ເຈົ້າ​ຮັກ​ຄືອີຊາກ, ແລະ ໄປ​ທີ່​ແຄວ້ນ​ໂມຣິຢາ. ຖວາຍ​ເຂົາທີ່ນັ້ນເປັນ​ເຄື່ອງເຜົາ​ບູຊາ​ເທິງ​ພູເຂົາ​ລູກຫນຶ່ງ​ທີ່​ນັ້ນ, ຊຶ່ງເຮົາຈະບອກແກ່ເຈົ້າ."
\v 3 ອັບຣາຮາມ​ຈຶ່ງ​ລຸກ​ຂຶ້ນ​ແຕ່​ເຊົ້າ​ມືດ​, ຜູກອານລໍຂອງເຂົາ, ແລະ​ ຄົນ​ຮັບໃຊ້​ສອງ​ຄົນ​ໄປ​ກັບເພິ່ນດ້ວຍ, ພອ້ມກັບອີຊາກລູກຊາຍຂອງເພິ່ນ. ເພິິ່ນໄດ້ຕັດໄມ້ຟືນສຳລັບການເຜົາເຄື່ອງບູຊາ, ດັ່ງນັ້ນຈຶ່ງເລີ້ມຕົ້ນການເດີນທາງຂອງເພິ່ນ​ໄປ​ຍັງບ່ອນ​ທີ່ ທີ່​ພຣະເຈົ້າ​ຊົງໄດ້​ບອກແກ່ເພິ່ນນັ້ນ.
\s5
\v 4 ໃນວັນທີສາມ​ ອັບຣາຮາມ​ໄດ້​ຫລຽວຂຶ້ນໄປ ແລະໄດ້ເຫັນ​ບ່ອນ​ນັ້ນຢູ່​ແຕ່​ໄກ.
\v 5 ອັບຣາຮາມໄດ້ເວົ້າກັບຄົນ​ຮັບໃຊ້ຂອງເພິ່ນ​ວ່າ, "ຈົ່ງ​​ຢູ່​ທີ່​ນີ້ກັບລໍນັ້ນ, ແລະ ເຮົາ​ກັບ​ລູກ​ຈະໄປທີ່ນັ້ນ. ເຮົາຈະ​ຂຶ້ນ​ໄປ​ນະມັດສະການ​ພຣະເຈົ້າ ແລະ ​ຈະ​ກັບ​ມາ​ຫາ​ພວກເຈົ້າ."
\v 6 ຈາກນັ້ນອັບຣາຮາມ​ໄດ້ເອົາ​ຟືນ​ສຳລັບ​ເຜົາ​ເຄື່ອງ​ບູຊາ​ໃຫ້​ອີຊາກ​ແບກ​ຂຶ້ນ​ໄປ. ​ເພິ່ນ​ຖື​ໄຟ ແລະ ມີດໃນມືຂອງເພິ່ນເອງ​; ແລະ ພວກເພິ່ນທັງສອງ​ໄດ້ໄປ​ດ້ວຍກັນ.
\s5
\v 7 ອີຊາກໄດ້​ເວົ້າ​ກັບ​ອັບຣາຮາມພໍ່ຂອງເຂົາ​ວ່າ, "ພໍ່​ເອີຍ" ພໍ່​ຈຶ່ງ​ຕອບ​ວ່າ, "ເຮົາຢູ່ນີ້ ​ລູກເອີຍ " ເຂົາໄດ້ເວົ້າ​ວ່າ, "ເບິ່ງແມ, ທີ່ນີ້ມີໄຟ ແລະໄມ້ຟືນ​, ແຕ່​ລູກແກະ​ທີ່​ຈະ​ເຜົາບູຊາ​ນັ້ນ​ຢູ່​ໃສ?"
\v 8 ອັບຣາຮາມ​ຕອບ​ວ່າ, "ລູກເອີຍ ພຣະເຈົ້າ​ ພຣະອົງເອງຈະ​ຈັດ​ຕຽມ​ລູກແກະສຳລັບການເຜົາບູຊາ​ເອງ." ດັ່ງນັ້ນພວກເຂົາທັງສອງ, ​ຈຶ່ງອອກ​ໄປດ້ວຍກັນ.
\s5
\v 9 ເມື່ອ​ພວກເພິ່ນ​ມາ​ຮອດ​ບ່ອນ​ທີ່​ຊຶ່ງພຣະເຈົ້າ​ໄດ້​ບອກ​ແກ່ເພິ່ນນັ້ນ, ອັບຣາຮາມ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນທີ່ນັ້ນ ແລະ​ວາງ​ຟືນ​​ເທິງ​ແທ່ນ​ນັ້ນ. ຈາກນັ້ນເພິ່ນໄດ້​ມັດ ​ອີຊາກ, ລູກຊາຍ​ຂອງຕົນ ​ແລະວາງ​ເຂົາ​ເທິງ​ແທ່ນບູຊາເທິງກອງຟືນ.
\v 10 ອັບຣາຮາມ​ໄດ້ຍື່ນມືຂອງເຂົາອອກ ຈັບ​ເອົາ​ມີດເພື່ອຈະ​ຂ້າລູກຊາຍຂອງເຂົາ.
\s5
\v 11 ​ທັນໃດນັ້ນ ທູດສະຫວັນຂອງ​ພຣະຢາເວ​ໄດ້​ເອີ້ນ​ເຂົາມາ​ຈາກທ້ອງຟ້າເວົ້າ​ວ່າ, "ອັບຣາຮາມ, ອັບຣາຮາມ​ເອີຍ!" ແລະເພິ່ນ​ຈຶ່ງ​ທູນຕອບ​ວ່າ, "ຂ້ານ້ອຍຢູ່ທີ່ນີ້​ກຳລັງ​ຟັງ​ຢູ່."
\v 12 ທູດສະຫວັນກ່າວ​ວ່າ, "ຢ່າ​ແຕະຕ້ອງເດັກນັ້ນ​ຫລືເຮັດສິ່ງໃດທີ່ຈະທຳຮ້າຍເຂົາ, ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ ເຈົ້າ​ເຊື່ອຟັງ​ແລະ​ຢຳເກງ​ພຣະເຈົ້າ​, ດ້ວຍເຫັນວ່າເຈົ້າ​ນັ້ນບໍ່ໄດ້​ຫວງ​ແຫນລູກຊາຍ​​ຂອງ​ເຈົ້າ, ລູກຊາຍພຽງຄົນດຽວ​ຂອງເຈົ້າ,​ຈາກ​ເຮົາ."
\s5
\v 13 ອັບຣາຮາມ​ແນມ​ໄປ​ຮອບໆ​ ແລະ ເບິ່ງເຖີດ, ​ຂ້າງຫລັງເພິ່ນມີ​ແກະໂຕຜູ້ໂຕຫນຶ່ງ ​ເຂົາ​ຂອງ​ມັນ​ຄາ​ຢູ່ໃນພຸ່ມໄມ້​. ອັບຣາຮາມໄດ້ຍ່າງ​ໄປ ​ແລະ ອຸ້ມ​ແກະໂຕຜູ້ນັ້ນ ​ແລະ ຖວາຍມັນເຄື່ອງເຜົາບູຊາ​ແທນ​ລູກຊາຍ​ຂອງຕົນ.
\v 14 ດັ່ງນັ້ນອັບຣາຮາມຈຶ່ງໄດ້​ເອີ້ນ​ບ່ອນ​ນັ້ນ​ວ່າ, "ພຣະຢາເວ​ຊົງຈັດຕຽມ​" ແລະ ເຮັດໃຫ້ກ່າວກັນ​ຈົນເຖິງ​ທຸກ​ວັນນີ້​, "ທີ່ເທິງ​ພູເຂົາ​ຂອງ​ພຣະຢາເວຈະມີການ​ຖືກຈັດ​ຕຽມໄວ້."
\s5
\v 15 ທູດສະຫວັນຂອງພຣະຢາເວໄດ້ເອີ້ນອັບຣາຮາມ ຄັ້ງທີສອງຈາກທ້ອງຟ້າ.
\v 16 ແລະກ່າວວ່າ, "ນີ້ຄືຄຳສັ່ງຂອງ​ພຣະຢາເວ​ ໂດຍພຣະອົງເອງ ເຮົາໄດ້ສາບານ​​ວ່າ, ເພາະເຈົ້າໄດ້ເຮັດໃນສິ່ງນີ້, ແລະ​ບໍ່ໄດ້​ຫວງ​ແຫນລູກຊາຍຂອງເຈົ້າ ລູກຊາຍພຽງ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້,
\v 17 ແນ່ນອນເຮົາຈະອວຍພອນເຈົ້າ ແລະເຮົາຈະ​ເພີ້ມ​ເຊື້ອສາຍ​ທັງຫລາຍຂອງເຈົ້າຢ່າງຫລວງຫລາຍເຫມືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ, ແລະເຫມືອນ​ເມັດ​ດິນຊາຍ​ທີ່​ແຄມ​ທະເລ, ແລະບັນດາເຊື້ອສາຍທັງຫລາຍ​ຂອງ​ເຈົ້າ​ຈະຢຶດຄອງປະຕູເມືອງ​ຂອງ​ສັດຕຣູ​ທັງຫລາຍຂອງພວກເຂົາ.
\s5
\v 18 ຜ່ານບັນດາຜູ້ສືບເຊື້ອສາຍຂອງເຈົ້າບັນດາຊົນຊາດ​ທັງຫລາຍແຫ່ງແຜ່ນດິນຈະ​ໄດ້ຮັບ​ພຣະພອນ, ເ​ພາະເຈົ້າ​ໄດ້​ເຊື່ອຟັງ​ສຽງ​ຂອງເຮົາ."
\v 19 ດັ່ງນັ້ນອັບຣາຮາມໄດ້​ກັບມາ​ຫາ​ຄົນ​ຮັບໃຊ້​​ຂອງຕົນ, ແລະ​ ພວກເຂົາໄດ້ເດີນທາງ​ກັບໄປດ້ວຍກັນ​ເຖິງ​ເມືອງ​ເບຍເອເຊບາ, ແລະ ເຂົາໄດ້​ອາໄສ​ຢູ່ທີ່ເມືອງເບຍເອເຊບາ.
\s5
\v 20 ຫລັງຈາກທີ່ສິ່ງເຫລົ່ານີ້ຜ່ານໄປອັບຣາຮາມໄດ້​ຮັບ​ກາ​ນບອກເລົ່າວ່າ, "ມີລະກາໄດ້ໃຫ້ກຳເນີດລູກທັງຫລາຍ, ແກ່ນາໂຮ​ນ້ອງຊາຍ​ຂອງຕົນ​ດ້ວຍ."
\v 21 ພວກເຂົາຄືອູເຊ​ລູກຊາຍ​ກົກຂອງເຂົາ, ບູເຊ​ນ້ອງຊາຍຂອງເຂົາ, ເກມູເອນ​ພໍ່​ຂອງ​ອາຣາມ,
\v 22 ເກເສັດ, ຮາໂຊ, ປິນດາດ, ຢິດລັບ, ແລະ​ ເບທູເອນ.
\s5
\v 23 ເບທູເອນ​ເປັນ​ພໍ່​ຂອງ​ນາງ​ເຣເບກາ. ທັງ​ແປດ​ຄົນ​ເຫລົ່ານີ້ຄືລູກທີ່ມີລະກາທີ່ໄດ້ເກີດ​ໃຫ້​ແກ່ນາໂຮ, ນ້ອງຊາຍ​ຂອງ​ອັບຣາຮາມ.
\v 24 ເມຍ​ນ້ອຍຂອງເຂົາທີ່ຊື່ເຣອູມາ​ກໍໄດ້​ເກີດ: ເຕບາ, ກາຮາມ, ຕາຮັດ, ແລະ​ມາອາກາ.
\s5
\c 23
\cl ​ບົດ​ທີ 23
\p
\v 1 ນາງ​ຊາຣາ​ມີອາຍຸໄດ້ຫນຶ່ງຮ້ອຍຊາວເຈັດປີ. ນີ້ຄືປີທັງຫລາຍແຫ່ງຊີວິດຂອງຊາຣາ.
\v 2 ຊາຣາ ໄດ້​ຕາຍໄປ​ທີ່ເມືອງ​ເຮັບໂຣນ,​ໃນ​ແຜ່ນດິນ​ການາອານ, ແລະ​ອັບຣາຮາມ​ໄດ້ໂສກເສົ້າເສຍໃຈ​ໄວ້ທຸກ​ໃຫ້ກັບ​ນາງຊາຣາ.
\s5
\v 3 ຈາກນັ້ນອັບຣາຮາມໄດ້ລຸກຂຶ້ນ ແລະໄດ້ໄປຈາກເມຍທີ່ຕາຍໄປແລ້ວຂອງເຂົາ, ແລະ​ໄດ້ເວົ້າ​ກັບ​ບັນດາລູກຊາຍທັງຫລາຍຂອງຊາວ​ຮິດຕີ​ວ່າ,
\v 4 "ຂ້ານ້ອຍ​ເປັນ​ຄົນ​ຕ່າງດ້າວຄົນຫນຶ່ງ​​ຢູ່​ທ່າມກາງ​ພວກທ່ານ. ກະລຸນາໃຫ້ທີ່ດິນ​​ເປັນບ່ອນ​ຝັງສົບທ່າມກາງພວກທ່ານ, ເພື່ອທີ່ຂ້ານ້ອຍຈະໄດ້ຝັງ​ຊາກ​ຮ່າງ​ກາຍ​ທີ່ຕາຍ​ຂອງ​ຂ້ານ້ອຍ​."
\s5
\v 5 ລູກຊາຍທັງຫລາຍຂອງຊາວ​ຮິດຕີໄດ້​ຕອບ​ອັບຣາຮາມ, ກ່າວ​ວ່າ,
\v 6 "ຈົ່ງ​ຟັງ​ເຮົາ​ເຈົ້ານາຍຂອງເຮົາ. ​ທ່ານ​ຄືເຈົ້າຊາຍຂອງພຣະເຈົ້າທ່າມກາງພວກເຮົາ. ຈົ່ງ​ຝັງສົບ​ເມຍ​ຂອງທ່ານ​ໃນ​ຂຸມຝັງສົບ​ທີ່ດີ​ທີ່ສຸດ​ຂອງ​ພວກເຮົາ​ເຖີ້ນ. ບໍ່ມີໃຜໃນ​ພວກເຮົາ​​ຈະ​ປະຕິເສດບໍ່ໃຫ້ອູບມຸງຂອງເຂົາໃຫ້ແກ່​ທ່ານ, ເພື່ອທີ່ທ່ານຈະ​ຝັງສົບ​ຄົນຕາຍ​ຂອງທ່ານ."
\s5
\v 7 ອັບຣາຮາມ​ໄດ້ລຸກຂຶ້ນ ແລະ​ກົ້ມ​ລົງຄຳນັບ​ຊາວແຜ່ນດິນນັ້ນ, ລຸກຊາຍທັງຫລາຍຂອງຄົນຮິດຕີ.
\v 8 ເພິ່ນໄດ້ເວົ້າກັບພວກເຂົາ, ກ່າວວ່າ, "ຖ້າ​ພວກທ່ານ​ຕົກລົງທີ່ຈະໃຫ້​ຂ້ານ້ອຍ ຝັງສົບເມຍ​ຂອງ​ຂ້ານ້ອຍ​ ຢ່າງນັ້ນຈົ່ງ​ຟັງຂ້ານ້ອຍ​​ ແລະຂໍ​ຮ້ອງ​ເອຟະໂຣນ ລູກຊາຍ​ຂອງ​ໂຊຮາ, ເພື່ອຂ້ານ້ອຍ.
\v 9 ຂໍໃຫ້​ເຂົາຂາຍ​ຖໍ້າແຫ່ງ​ມັກ​ເປລາ​ທີ່ເຂົາເປັນເຈົ້າຂອງຊຶ່ງຢູ່ທີ່ປາຍນາຂອງເຂົາ, ໃຫ້ຂ້ານ້ອຍຂໍໃຫ້ເຂົາຂາຍທີ່ນັ້ນໃຫ້ຂ້ານ້ອຍ ເຕັມຕາມລາຄາ, ໂດຍເປີດເຜີຍໃຫ້ໃຊ້​ເປັນ​ບ່ອນ​ຝັງສົບ."
\s5
\v 10 ໃນຂະນະນັ້ນ​ເອຟະໂຣນ​​ກໍາລັງ​ນັ່ງຢູ່ທ່າມກາງພວກລູກຊາຍຂອງ​ຊາວ​ຮິດຕີ, ​ແລະເອຟະໂຣນຄົນຮິດຕີໄດ້ຕອບອັບຣາຮາມ​​ໃຫ້​ລູກຊາຍທັງຫລາຍຂອງຄົນ​ຮິດຕີໄດ້ຍິນ, ຄົນເຫລົ່ານັ້ນທັງຫມົດທີ່ໄດ້ມາທີ່ປະຕູເມືອງຂອງເຂົາ, ກ່າວວ່າ,
\v 11 "ຢ່າເລີຍ, ເຈົ້ານາຍຂອງຂ້ານ້ອຍ, ຈົ່ງ​ຟັງ​ຂ້ານ້ອຍ​ກ່ອນ. ຂ້ານ້ອຍ​ຂໍໃຫ້​ທີ່​ນາ, ແລະຖ້ຳທີ່ຢູ່ທີ່ນັ້ນ​ໃຫ້​ແກ່​ທ່ານ. ຂ້ານ້ອຍໃຫ້ແກ່ທ່ານ​ຊ້ອງຫນ້າລູກຊາຍທັງຫລາຍຂອງປະຊາຊົນ​ຂອງ​ຂ້ານ້ອຍ​. ຂ້ານ້ອຍ​ໃຫ້​ທ່ານໃຊ້ເປັນທີ່ຝັງຄົນຕາຍຂອງ​ທ່ານ​."
\s5
\v 12 ອັບຣາຮາມ​ຈຶ່ງໄດ້ກົ້ົມລົງຄໍານັບ​ຕໍ່ຫນ້າຊາວ​ເມືອງ​ນັ້ນ.
\v 13 ເຂົາໄດ້ເວົາກັບເອຟະໂຣນ​ໃຫ້​ຊາວ​ເມືອງ​ນັ້ນ​ໄດ້ຍິນ​ກ່າວ​ວ່າ,"ແຕ່ຖ້າທ່ານເຕັມໃຈ ກະລຸນາ​ຟັງ​ຂ້ານ້ອຍ​. ຂ້ານ້ອຍ​ຈະຈ່າຍເງິນສຳລັບທີ່​ນາ​ນັ້ນ​. ຈົ່ງ​ຮັບ​ເງິນ​ຈາກຂ້ານ້ອຍ, ແລະ ​ຂ້ານ້ອຍ​ກໍ​ຈະ​ຝັງຊາກ​ຮ່າງ​ກາຍ​ທີ່ຕາຍ​ຂອງ​ຂ້າ​ນ້ອຍ​​ໃນ​ທີ່ນັ້ນ."
\s5
\v 14 ເອຟະໂຣນ​ໄດ້ຕອບ​ອັບຣາຮາມ​ວ່າ, ເຈົ້ານາຍຂອງຂ້ານ້ອຍ,
\v 15 "ກະລຸນາ​, ຟັງຂ້ານ້ອຍ. ແນ່ທີ່ດິນຜືນຫນຶ່ງ​ມີ​ຄ່າເປັນເງິນຫນັກ​ພຽງ ສີ່ຮ້ອຍຫລຽນ​ເທົ່ານັ້ນ, ມັນ​ຈະ​ມີ​ຫຍັງ​ລະຫວ່າງ​ທ່ານ​ກັບ​ຂ້ານ້ອຍ? ຈົ່ງ​ຝັງຄົນຕາຍ​ຂອງທ່ານ​ເຖີດ."
\v 16 ອັບຣາຮາມ​ໄດ້​ຟັງ​ເອຟະໂຣນ ແລະອັບຣາຮາມໄດ້ຊັ່ງເງິນໃຫ້ແກ່ເອຟະໂຣນຕາມຈຳນວນທີ່ເຂົາໄດ້ບອກໃຫ້ລູກຊາຍທັງຫລາຍຂອງຊາວ​ຮິດຕີໄດ້ຍິນ​ເງິນ​ຫນັກສີ່ຮ້ອຍຫລຽນຕາມມາດຕະຖານການຊັ່ງຂອງພໍ່ຄ້າທັງຫລາຍ.
\s5
\v 17 ດັ່ງນັ້ນທີ່ນ​າຂອງ​ເອຟະໂຣນ, ທີ່ຢູ່ໃນມັກເປລາ, ຊຶ່ງຢູ່ຖັດຈາກມຳເຣນັ້ນຄື​ທີ່ນາ​ຖ້ຳ, ທີ່ຢູ່ທີ່ນັ້ນ ແລະຕົ້ນໄມ້​ທັງ​ຫມົດ​ທີ່​ຢູ່​ໃນ​ທົ່ງນານັ້ນ,​ແລະຮອບໆ​ເຂດແດນ.
\v 18 ໄດ້ຖືກມອບໃຫ້ອັບຣາຮາມດ້ວຍການຊື້ຕໍ່ຫນັາບັນດາລູກຊາຍທັງຫລາຍຂອງຄົນຮິດຕີ, ຕໍ່ຫນ້າຄົນເຫລົ່ານັ້ນທັງຫມົດທີ່ໄດ້ມາທີ່ປະຕູເມືອງຂອງເຂົາ.
\s5
\v 19 ຫລັງຈາກນີ້ອັບຣາຮາມ​ກໍ​ຝັງສົບ​ຊາຣາ​ເມຍ​ຂອງ​ຕົນໃນ​ຖໍ້າຂອງທີ່ນາຂອງ​ມັກເປລາ​, ຊຶ່ງ​ຢູ່ຖັດຈາກ​ມຳເຣນັ້ນ, ຄື​ເຮັບໂຣນ, ໃນ​ດິນແດນ​ການາອານ.
\v 20 ດັ່ງນັ້ນທີ່ນາ ​ແລະ​ ຖໍ້າ​ທີ່​ນັ້ນ​ໄດ້ຖືກມອບໃຫ້ ​​ອັບຣາຮາມເປັນທີ່ດິນທີ່ໃຊ້ເປັນບ່ອນຝັງສົບຈາກລູກຊາຍທັງຫລາຍຂອງຄົນຮິດຕີ.
\s5
\c 24
\cl ​ບົດ​ທີ 24
\p
\v 1 ຂະນະນັ້ນອັບຣາຮາມ​ກໍ​ເຖົ້າແກ່​ ແລະ​ມີ​ອາຍຸ​ສູງ​ຫລາຍ​ແລ້ວ ແລະ​ພຣະຢາເວ​ໄດ້​ຊົງອວຍພອນ​ອັບຣາຮາມໃນທຸກສິ່ງ​ທຸກຢ່າງ​.
\v 2 ເພິ່ນ​ໄດ້ເວົ້າ​ກັບ​ຄົນ​ຮັບໃຊ້​ຂອງເພິ່ນຄົນທີ່​ມີອາຍຸຫລາຍທີ່ສຸດໃນຄົວເຮືອນຂອງເພິ່ນ ແລະເປັນຜູ້ຊຶ່ງດູແລທຸກສິ່ງທຸກຢ່າງທີ່ເພິ່ນມີກ່າວ​ວ່າ, "ຈົ່ງ​ວາງ​ມື​ຂອງເຈົ້າໃສ່​ວ່າງ​ຂາອ່ອ​ນຂອງຂ້ອຍ.
\v 3 ແລະຂ້ອຍຈະ​ໃຫ້​ເຈົ້າ​ສາບານ​, ໃນ​ນາມ​ຂອງ​ພຣະຢາເວ ພຣະເຈົ້າ​ແຫ່ງ​ທ້ອງຟ້າ ແລະ​ພຣະເຈົ້າຂອງແຜ່ນດິນ​​ວ່າ, ເຈົ້າ​ຈະ​ບໍ່​ຫາ​ເມຍ​ໃຫ້​ລູກຊາຍ​ຂອງຂ້ອຍ ຈາກລູກສາວທັງຫລາຍຂອງຄົນການາອານ, ຜູ້ທີ່ເຮົາອາໄສຢູ່ທ່າມກາງພວກເຂົາ.
\v 4 ແຕ່​​ເຈົ້າຈົ່ງ​ກັບ​ໄປຍັງດິນແດນ​ຂອງຂ້ອຍ, ແລະ​ພວກ​ຍາດພີ່ນ້ອງຂອງເຮົາແລະຫາ​ເມຍ​ໃຫ້​ອີຊາກ​ລູກຊາຍຂອງຂ້ອຍ."
\s5
\v 5 ​ຄົນ​ຮັບໃຊ້​ນັ້ນໄດ້ຖາມອັບຣາຮາມວ່າ, "ຖ້າຍິງ​ນັ້ນບໍ່ເຕັມໃ​ຈທີ່ຈະຕິດຕາມຂ້ານ້ອຍ ກັບ​ມາ​​ດິນແດນ​ນີ້ເດ? ​ຂ້ານ້ອຍຈະ​ພາ​ລູກຊາຍ​ຂອງທ່ານກັບ​ໄປຍັງແຜ່ນດິນ​ທີ່ທ່ານຈາກມານັ້ນ​ບໍ?"
\v 6 ອັບຣາຮາມໄດ້​ຕອບ​ເຂົາວ່າ, "ລະວັງ ຢ່າ​ພາ​ລູກຊາຍ​ຂອງຂ້ອຍ​ກັບ​ໄປ​ທີ່​ນັ້ນ​ເດັດຂາດ!
\v 7 ພຣະຢາເວ, ພຣະເຈົ້າ​ແຫ່ງ​ຟ້າສະ​ຫວັນ, ຜູ້ໄດ້​ຊົງນຳຂ້ອຍອອກມາ​ຈາກ​ບ້ານຂອງ​ພໍ່ ແລະ ​ຈາກແຜ່ນດິນຂອງພວກ​ຍາດຕິພີ່ນ້ອງ​ຂອງຂ້ອຍ​ ຜູ້ໄດ້ຊົງ​ສັນຍາ​ກັບເຮົາດ້ວຍຄຳສາບານທີ່ຫນັກແຫນ້ນແນ່ນອນ, ກ່າວວ່າ ເຮົາຈະ​ມອບແຜ່ນດິນນິ້​ໃຫ້​ແກ່ຜູ້ທີ່ສືບ​ເຊື້ອສາຍ​ຂອງເຈົ້າ,' ພຣະອົງ​ຈະ​ຊົງສົ່ງ​ທູດສະຫວັນ​ຂອງ​ພຣະອົງ​ນຳ​ຫນ້າ​ໄປ, ເເລະ ​ເຈົ້າ​ຈະ​ໄດ້​ເມຍ​ສຳລັບໃຫ້​ລູກຊາຍ​ຂອງຂ້ອຍ​ຈາກທີ່ນັ້ນ.
\s5
\v 8 ແຕ່ຖ້າ​ຍິງ​ນັ້ນ​ບໍ່​ເຕັມ​ໃຈທີ່ຈະຕິດຕາມເຈົ້າມາ​ນັ້ນ, ກໍຫມາຍຄວາມວ່າ ເຈົ້າ​ເປັນອິສະຫລະ​ຈາກ​ຄຳ​ສາບານທີ່ໃຫ້ໄວ້ກັບເຮົາ. ພຽງແຕ່​ເຈົ້າ​ຢ່າ​ພາ​ລູກຊາຍ​ຂອງຂ້ອຍ​ກັບ​ໄປ​ທີ່​ນັ້ນ​."
\v 9 ຄົນ​ຮັບໃຊ້ນັ້ນກໍໄດ້ເອົາ​ມືຂອງເຂົາວາງ​ທີ່ໃຕ້ຂາອ່ອນ​ຂອງອັບຣາຮາມ​ເຈົ້ານາຍ​ຂອງ​ຕົນ, ແລະ​ສາບານ​​ຕໍ່ທ່ານກ່ຽວກັບເລື່ອງນີ້​.
\s5
\v 10 ຄົນ​ຮັບໃຊ້​ນັ້ນ ໄດ້ນຳ​ເອົາ​ອູດ​ສິບ​ໂຕ​ຂອງເຈົ້ານາຍຂອງເຂົາ ແລະອອກ​ເດີນທາງ. ເຂົາໄດ້ນຳ​ຂອງຂວັນຊະນິດຕ່າງໆ​ຈາກເຈົ້ານາຍຂອງເຂົາໄປກັບເຂົາດ້ວຍ​. ເຂົາໄດ້ອອກເດີນທາງ ​ແລະໄປຍັງ​ດິນແດນເມໂຊໂປຕາເມຍ, ໄປເມືອງຂອງນາໂຮ.
\v 11 ເຂົາໄດ້ໃຫ້ພວກ​ອູດ​ຄຸເຂົ່າ​ລົງ​ ທີ່​ບໍລິເວນ​ນໍ້າສ້າງ​ນອກ​ເມືອງນັ້ນ ມັນເປັນເວລາຄ່ຳ. ເປັນເວລາທີ່​ພວກຜູ້ຍິງ​ຈະ​ອອກ​ມາ​ຕັກ​ນໍ້າ.
\s5
\v 12 ເຂົາຈຶ່ງໄດ້ກ່າວວ່າ,"ພຣະຢາເວ, ພຣະເຈົ້າ​ຂອງ​ອັບຣາຮາມ, ເຈົ້າ​ນາຍ​ຂອງ​ຂ້ານ້ອຍ ໃນວັນນີ້ຂໍພຣະອົງປຣະທານ ສິ່ງທີ່​ມີ​ຄວາມ​ສຳເລັດ​ໃຫ້ຂ້ານ້ອຍ ແລະ​ສຳແດງ​ພັນທະສັນຍາ​ທີ່ສັດຊື່ແກ່ອັບຣາຮາມເຈົ້ານາຍ​ຂອງ​ຂ້ານ້ອຍ​.
\v 13 ເບິ່ງເຖີດ, ຂະນະທີ່ຂ້ານ້ອຍ​ກຳລັງ​ຢືນຢູ່​ທີ່​ນໍ້າພຸ, ແລະພວກລູກສາວ​ຂອງຜູ້ຊາຍທັງຫລາຍຂອງ​ເມືອງນີ້​ກຳລັງ​ອອກ​ມາ​ຕັກ​ນໍ້າ.
\v 14 ຂໍໃຫ້ສິ່ງນີ້ເກີດຂຶ້ນເຖີດ. ເມື່ອຂ້ານ້ອຍເວົ້າກັບຍິງສາວຄົນຫນຶ່ງຄົນໃດວ່າ,​ຂໍລົດໄຫນໍ້າ​​ຂອງ​ເຈົ້າ​ລົງໃຫ້ເຮົາດື່ມນ້ຳແດ່, ແລະນາງ​ຈະເວົ້າກັບຂ້ານອ້ຍ​ວ່າ, ຈົ່ງ​ດື່ມ​ເຖີດ, ແລະຂ້ອຍຈະ​ເອົາ​ນຳ້ໃຫ້​ຝູງ​ອູດ​ຂອງ​ທ່ານກິນ​ນຳ​ດ້ວຍ, ຂໍ​ໃຫ້​ນາງ​ເປັນ​ຜູ້​ທີ່​ພຣະອົງ​ຊົງ​ກ​ຳນົດໄວ້​ໃຫ້​ສຳລັບອີຊາກ ຜູ້ຮັບໃຊ້​ຂອງ​ພຣະອົງ​. ຄືດ້ວຍການນີ້ ຂ້ານ້ອຍ​ຈະ​ຮູ້​ໄດ້​ວ່າ​ພຣະອົງໄດ້ຊົງສຳແດງ​​ພັນທະສັນຍາ ທີ່ສັດຊື່​​ຕໍ່​ເຈົ້ານາຍ​ຂອງ​ຂ້ານ້ອຍ."
\s5
\v 15 ເວລາຜ່ານໄປແມ່ນວ່າເຂົາຍັງເວົ້າບໍ່​ຈົບ​ ເບິ່ງເຖີດ, ນາງ​ເຣເບກາ​ໄດ້ອອກມາພ້ອມດວ້ຍ​ໄຫ​ນໍ້າ​ແບກເທິງບ່າຂອງນາງ, ເຣເບກາ​ເປັນ​ລູກສາວ​ຂອງ​ເບທູເອນ,​ລູກຂອງ​ມີລະກາ, ເມຍ​ຂອງ​ນາໂຮ,​ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ອັບຣາຮາມ.
\v 16 ຍິງ​ສາວ​ນັ້ນສວຍງາມຫລາຍ ແລະເປັນຍິງບໍຣິສຸດ.​ຍັງບໍ່ມີຜູ້ຊາຍຄົນໃດໄດ້ຫລັບນອນກັບນາງ. ນາງ​ໄດ້ລົງ​ມາ​ທີ່​ນໍ້າພຸ​ຕັກ​ນໍ້າ​ໃສ່ຈົນ​ເຕັມ​ໄຫຂອງນາງ, ​ແລະ​​ກັບຄືນ​ເມືອ.
\s5
\v 17 ຄົນ​ຮັບໃຊ້​ນັ້ນຈຶ່ງໄດ້​​ແລ່ນ​ໄປ​ຫາ​ນາງ ແລະ​ເວົ້າ​ວ່າ,"ຂ້ອຍ​ຂໍ​ນໍ້າ​ຈາກ​ໄຫ​ຂອງ​ເຈົ້າ​ໃຫ້ເຮົາດື່ມແດ່."
\v 18 ນາງໄດ້​ຕອບ​ວ່າ,"ຈົ່ງດື່ມເຖີດ, ເຈົ້ານາຍຂອງຂ້ອຍ" ແລະນາງ​ກໍໄດ້ປົງ​ໄຫ​ນໍ້າ​ລົງ​ຈາກ​ບ່າ​, ແລະ​ໃຫ້​ລາວ​ດື່ມ.
\s5
\v 19 ເມື່ອນາງໄດ້ໃຫ້​ລາວດື່ມ​ອີ່ມ​ແລ້ວ, ນາງ​ຈຶ່ງ​ເວົ້າ​ວ່າ, "ຂ້ອຍຈະ​ຕັກ​ນໍ້າ​ໃຫ້​ໂຕ​ອູດ​ຂອງ​ທ່ານ, ຈົນ​ກວ່າພວກມັນຈະ​ກິນ​ອີ່ມ​ຫມົດ​ທຸກ​ໂຕ."
\v 20 ດັ່ງນັ້ນນາງຈຶ່ງຟ້າວ​ຖອກ​ນໍ້າ​ໃນ​ໄຫ​ນ້ຳຂອງນາງລົງໃນ​ຮາງນ້ຳ ແລະ​ຟ້າວ​ແລ່ນ​ໄປ​ຕັກ​ມາ​ຖອກ​ໃສ່​ອີກ, ແລະຕັກນ້ຳສຳລັບ​ອູດ​ທັງຫມົດຂອງເຂົາ.
\s5
\v 21 ຜູ້ຊາຍ​ຄົນ​ນັ້ນ​ຢືນ​ເບິ່ງ​ນາງ​ຢ່າງ​ງຽບໆ​ເພື່ອ​ຢາກ​ຈະ​ຮູ້​ວ່າ ພຣະຢາເວ​ໄດ້ຊົງເຮັດໃຫ້​ການເດີນທາງຂອງເຂົາປະສົບຄວາມ​ສຳເລັດ​​ຫລື​ບໍ່.
\v 22 ເມື່ອ​ພວກ​ອູດ​ໄດ້ກິນນ້ຳ​ອີ່ມແລ້ວ, ຄົນ​ຮັບໃຊ້​ນັ້ນໄດ້ນຳ​ເອົາ​ແຫວນ​ຄຳ​​ສຳລັບໃສ່​ດັງ​ຂອງ​ນາງ, ແລະ​ເອົາ​ປອກ​ແຂນ​ຄຳ​ຄູ່​ຫນຶ່ງ​ສຳລັບໃສ່ແຂນຂອງ​ນາງອອກມາ.
\v 23 ແລະໄດ້​ເວົ້າ​ວ່າ,"ເຈົ້າເປັນລູກສາວຂອງໃຜ? ຂໍກະລຸນາ, ບອກ​ຂ້ອຍ​ແດ່​​ວ່າທີ່ບ້ານພໍ່ຂອງ​​ເຈົ້າ​ມີ​ບ່ອນ​​ພັກ ທີ່ຈະໃຫ້ເຮົາໄດ້ພັກຄ້າງຄືນ​ແດ່​ບໍ?"
\s5
\v 24 ນາງໄດ້​ຕອບ​ເຂົາວ່າ, "ຂ້ອຍ​ເປັນລູກສາວ​ຂອງ​ເບທູເອນ. ​ລູກຊາຍ​ຂອງ​ມີລະກາ, ຜູ້ທີ່ນາງໄດ້ເກີດໃຫ້ແກ່ນາໂຮ​."
\v 25 ນາງໄດ້ບອກເຂົາອີກດ້ວຍວ່າ, "ເຮົາ​ມີທັງ​ເຟືອງ​ເຂົ້າ, ແລະ​ອາຫານ​ຫລວງຫລາຍ​ສຳລັບ​ສັດ, ແລະ​ຫ້ອງສຳລັບໃຫ້ທ່ານ​​ພັກ​ຄ້າງຄືນດ້ວຍ."
\s5
\v 26 ຜູ້ຊາຍນັ້ນຈຶ່ງ​ໄດ້ໂຄ້ງຄຳນັບ ແລະນະມັດສະການ​ພຣະຢາເວ.
\v 27 ລາວ​ເວົ້າ​ວ່າ, "ສັນຣະເສີນ​ແດ່ພຣະຢາເວ, ພຣະເຈົ້າ​ຂອງ​ອັບຣາຮາມ,​ເຈົ້ານາຍ​ຂອງ​ຂ້ານ້ອຍ ຜູ້ບໍ່ຊົງປະຖິ້ມພັນທະສັນຍາ​ທີ່​ສັດຊື່ ແລະຫນ້າເຊື່ອຖືໄດ້ຂອງພຣະອົງ​ຕໍ່​ເຈົ້ານາຍ​ຂອງ​ຂ້ານ້ອຍ. ສຳລັບຂ້ານ້ອຍ, ພຣະຢາເວ​ໄດ້​ຊົງນຳ​ຂ້ານ້ອຍ​ມາ​ເຖິງ​ບ້ານ​ຍາດຕິ​ພີ່ນ້ອງ​ທັງຫລາຍຂອງ​ເຈົ້ານາຍຂອງຂ້ານອ້ຍ."
\s5
\v 28 ຍິງ​ສາວ​ນັ້ນຈຶ່ງ​ໄດ້​ແລ່ນ​ໄປ​ຫາ ​ແລະບອກໃຫ້ຄົວເຮືອນຂອງແມ່ນາງກ່ຽວກັບສິ່ງ​ເຫລົ່າ​ນີ້ທັງຫມົດ.
\v 29 ຂະນະນັ້ນ​ເຣເບກາ​ມີອ້າຍຄົນຫນຶ່ງ, ແລະເຂົາຊື່ລາບານ. ລາບານໄດ້ແລ່ນໄປຫາຜູ້ຊາຍຄົນນັ້ນ​ ຜູ້ຢູ່ທີ່ຖະຫນົນທາງໄປນ້ຳພຸ.
\v 30 ເມື່ອເຂົາໄດ້ເຫັນແຫວນໃສ່ດັງ ແລະກຳໄລເທິງແຂນນ້ອງສາວຂອງເຂົາ, ແລະເມື່ອເຂົາໄດ້ຍິນເລື່ອງຂອງເຣເບການ້ອງສາວຂອງເຂົາ,"ນີ້ຄືສິ່ງທີ່ຜູ້ຊາຍຄົນນັ້ນ, ແລະ, ເບິ່ງເຖີດ, ເຂົາກຳລັງ​ຢືນ​​ຢູ່​ຂ້າງ​ຝູງ​ອູດ​ທີ່ນໍ້າພຸ.
\s5
\v 31 ລາບານຈຶ່ງໄດ້​ເວົ້າ​ວ່າ,"ມາເຖີດ, ທ່ານ​ຄື​ພຣະພອນ​ຂອງພຣະຢາເວ. ເປັນຫຍັງທ່ານ​ຈຶ່ງ​ຢືນ​ຢູ່​ຂ້າງນອກ? ເຮົາໄດ້ຈັດຕຽມບ້ານ, ​​ແລະ​ທີ່​ພັກ​ສຳລັບ​ໂຕ​ອູດ​ຂອງທ່ານ​ດ້ວຍ."
\v 32 ຜູ້ຊາຍຄົນນັ້ນໄປ​ທີ່​ບ້ານ ແລະ​ນຳ​​ຂອງລົງຈາກ​ຫລັງ​ອູດທັງຫລາຍ, ພວກອູດໄດ້​ເຟືອງ​ກັບ​ຫຍ້າ​ໃຫ້​​ກິນ, ແລະ​ນໍ້າໄດ້ຖືກຈັດຕຽມໄວ້ສຳລັບລ້າງຕີນຂອງເຂົາ​ແລະ​ຕີນຂອງພວກຜູ້ຊາຍ​ທີ່​ມາ​ນຳ​ລາວ​.
\s5
\v 33 ພວກເຂົາໄດ້​ຈັດ​ອາຫານ​ມາ​ຕ້ອນຮັບ​ລາວ, ເພື່ອໃຫ້ລາວກິນ ແຕ່​ລາວ​ໄດ້ເວົ້າ​ວ່າ, "ຂ້ອຍ​ຈະ​ບໍ່​ກິນ​ຈົນກວ່າ​ຂ້ອຍ​ຈະ​ໄດ້​ເວົ້າ​ໃນສິ່ງ​ທີ່​ຂ້ອຍ​ຕ້ອງເວົ້າ​," ດັ່ງນັ້ນ ລາບານ​ຈຶ່ງໄດ້ເວົ້າ​ວ່າ,"ເຊີນ​ເວົ້າ​ມາ​ເທາະ."
\v 34 ລາວໄດ້​ເວົ້າ​ວ່າ, "ຂ້ອຍ​ເປັນ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ.
\v 35 ພຣະຢາເວ​ໄດ້ຊົງ​ອວຍພອນ​ອັບຣາຮາມເຈົ້ານາຍ​ຂອງຂ້ອຍ​ຢ່າງ​ຫລວງຫລາຍ. ແລະທາ່ນເປັນຜູ້ຍິ່ງໃຫຍ່. ພຣະອົງ​ໄດ​້ປຣະທານຜູ້ຄົນ ແລະ​ຝູງສັດລ້ຽງ, ເງິນ ແລະຄຳ​ ​ຄົນ​ຮັບໃຊ້ທັງ​ຊາຍ ​ແລະຍິງ ແລະອູດແລະລໍ​ຢ່າງ​ຫລວງຫລາຍແກ່ທ່ານ.
\s5
\v 36 ຊາຣາ​ເມຍ​ຂອງ​ນາຍ​ຂອງຂ້ອຍ​, ມີ​ລູກຊາຍ​ຜູ້ຫນຶ່ງ ແກ່ເຈົ້ານາຍຂອງຂ້ອຍ ເມື່ອ​ນາງມີອາຍຸຫລາຍແລ້ວ, ແລະ​ທ່ານໄດ້ມອບ​ທຸກສິ່ງທຸກຢ່າງ​ທີ່ທາ່ນເປັນເຈົ້າຂອງໃຫ້​ລາວ.
\v 37 ນ​າຍຂອງຂ້ອຍ, ໃຫ້​ຂ້ອຍ​ສາບານວ່າ, "ເຈົ້າ​ຕ້ອງບໍ່ຫາເມຍໃຫ້ລູກຊາຍຂອງເຮົາຈາກບັນດາລູກສາວທັງຫລາຍຂອງ​ຊາວ​ການາອານ, ຊຶ່ງເຮົາໄດ້ອາໄສຢູ່ໃນແຜ່ນດິນຂອງພວກເຂົາ.
\v 38 ແຕ່​ເຈົ້າ, ຕ້ອງໄປ​ຫາ​​ຄອບຄົວ​ຂອງ​ພໍ່​ເຮົາ, ແລະ​ຍາດພີ່ນ້ອງ​ຂອງເຮົາ, ແລະຫາເມຍ​ໃຫ້ລູກຊາຍ​ຂອງເຮົາ."
\s5
\v 39 ຂ້ອຍໄດ້​ເວົ້າ​ກັບ​ເຈົ້ານາຍຂອງຂ້ອຍວ່າ, "ບາງທີ​ຍິງ​ນັ້ນຈະ​ບໍ່​ຕິດຕາມຂ້ອຍມາ​."
\v 40 ແຕ່ທ່ານໄດ້ເວົ້າກັບ​ຂ້ອຍ​ວ່າ, "ພຣະຢາເວ, ອົງ​ທີ່​ຂ້ອຍ​ເຊື່ອຟັງ​ຕະຫລອດ​ມາ​ນັ້ນ, ຈະ​ສົ່ງ​ທູດສະຫວັນຂອງ​ພຣະອົງ​ໄປ​ກັບ​ເຈົ້າ ແລະ​ພຣະອົງ​ຈະ​ຊົງເຮັດໃຫ້ທາງຂອງ​ເຈົ້າ​ປະສົບຄວາມສຳເລັດ​. ດັ່ງນັ້ນເຈົ້າ​ຫາເມຍໃຫ້ລູກຊາຍຂອງເຮົາຈາກທ່າມກາງຍາດຂອງເຮົາ ແລະຈາກ​ເຊື້ອສາຍຄອບຄົວ​ຂອງ​ພໍ່​ເຮົາ.
\v 41 ແຕ່ເຈົ້າຈະ​ເປັນອິສະຫລະ​ຈາກ​ຄຳ​ສາບານ​ຂອງເຮົາ ຖ້າ​ເຈົ້າ​ມາເຖິງຍາຕ​ຂອງເຮົາ ​​ແລະ​ພວກເຂົາ​ບໍ່ໃຫ້ນາງແກ່ເຈົ້າ. ດັ່ງນັ້ນ ເຈົ້າ​ຈະເປັນອິສະ​ຫລະ​ຈາກ​ຄຳ​ສາບານ​ຂອງເຮົາ."
\s5
\v 42 ດັ່ງນັ້ນວັນນີ້ຂ້ອຍໄດ້ມາ​ເຖິງ​ນໍ້າພຸ, ແລະໄດ້ເວົ້າວ່າ, "ຂ້າແດ່​ພຣະຢາເວ, ພຣະເຈົ້າ​ຂອງ​ອັບຣາຮາມ, ຂອງເຈົ້ານາຍ​ຂອງ​ຂ້ານ້ອຍ, ກາລຸນາເຖີດ, ຖ້າພຣະອົງຊົງປາຖະຫນາທີ່ຈະເຮັດໃຫ້​ການເດີນທາງຂອງຂ້ານ້ອຍ​ປະສົບຄວາມສຳເລັດ​.
\v 43 ຂ້ານ້ອຍຢູ່ທີ່ນີ້, ​ກຳລັງ​ຢືນ​ຢູ່​ທີ່ແຄມນໍ້າພຸ. ຂໍໃຫ້​ມີຍິງ​ສາວ​ທີ່ອອກມາ​ຕັກ​ນໍ້າ ຂ້ານ້ອຍ​ຈະ​ເວົ້າ​ກັບ​ນາງ​ວ່າ, ຂ້ານ້ອຍ​ຂໍ​ດື່ມ​ນໍ້າ​ຈາກ​ໄຫ​ຂອງ​ນາງ."
\v 44 ຜູ້ຍິງນັ້ນທີ່ຈະເວົ້າກັບຂ້ອຍວ່າ, "ຈົ່ງ​ດື່ມ​ເຖີດ, ແລະ​ຂ້ອຍຈະເອົາ​ນໍ້າ​ໃຫ້​​ອູດທັງຫລາຍ​ຂອງ​ທ່ານ​ກິນ​ດ້ວຍ ​ຂໍ​ໃຫ້ນາງເປັນຜູ້​ຍິງ​ຜູ້ທີ່ພຣະອົງ ​ພຣະຢາເວ,​ໄດ້​ຊົງ​ເລືອກ​ໃຫ້​ເປັນ​ເມຍ​ລູກຊາຍ​ຂອງ​ເຈົ້ານາຍຂອງ​ຂ້ານ້ອຍ."
\s5
\v 45 ເບິ່ງເຖີດ ເຣເບກາໄດ້ອອກມາພ້ອມກັບ​ໄຫໃສ່ນ້ຳຂອງນາງ ແລະນາງໄດ້​ລົງ​ມາ​ທີ່ນໍ້າພຸ. ແລະຕັກນ້ຳຂ້ອຍຈຶ່ງໄດ້​ເວົ້າ​ກັບ​ນາງ​ວ່າ, "ກະລຸນາໃຫ້ນ້ຳດື່ມ​ແກ່ຂ້ອຍ​ແດ່ທ້ອນ."
\v 46 ນາງ​ຈຶ່ງ​ເອົາ​ໄຫ​ນ້ຳຂອງນາງລົງ​ຈາກ​ບ່າຂອງນາງທັນທີ, ແລະ​ເວົ້າ​ວ່າ, "ຈົ່ງ​ດື່ມ​ເຖີດ, ແລະ​ຂ້ອຍ​ຈະ​ເອົາ​ນ້ຳໃຫ້​ຝູງ​ອູດ​ຂອງ​ທ່ານ​​ດ້ວຍ." ດັ່ງນັ້ນ ຂ້ອຍ​ຈຶ່ງ​ດື່ມ​ນໍ້າ, ແລະ​ນາງ​ໄດ້​ຕັກ​ນໍ້າ​ໃຫ້​ຝູງ​ອູດ​ກິນ​ດ້ວຍ.
\s5
\v 47 ຂ້ອຍໄດ້​ຖາມ​ນາງ ແລະເວົ້າ​ວ່າ,"ເຈົ້າເປັນລູກສາວ​ຂອງ​​ໃຜ?" ນາງໄດ້​ຕອບ​ວ່າ, "ລູກສາວຂອງ​ເບທູເອນ, ລູກຊາຍ​ຂອງ​ນາໂຮ​, ຜູ້ຊຶ່ງມີລະກາເປັນຜູ້ເກີດໃຫ້ແກ່ເຂົາ." ຂ້ອຍ​ຈຶ່ງ​ໄດ້ໃສ່​ແຫວນ​​ທີ່​ດັງ​ຂອງ​ນາງ ແລະ​ເອົາ​ສາຍ​ແຂນ​ໃສ່​ໃຫ້​ນາງ.
\v 48 ຈາກນັ້ນ​ຂ້ອຍ​ໄດ້ໂນ້ມຕົວລົງ ແລະນະມັດສະການ​ພຣະຢາເວ, ແລະ​ສັນຣະເສີນ​ພຣະຢາເວ​, ພຣະເຈົ້າ​ຂອງ​ອັບຣາຮາມ,​ເຈົ້ານາຍ​ຂອງຂ້ອຍ, ຜູ້​ໄດ້​ຊົງນຳ​ຂ້ອຍ​ມາຖືກທາງໃຫ້ໄດ້ມາພົບ​ລູກສາວຍາຕຂອງ​ເຈົ້ານາຍ​ຂອງຂ້ອຍ ​ສຳລັບ​ລູກຊາຍ​ຂອງ​ນາຍ​ຂ້ອຍ.
\s5
\v 49 ມາບັດນີ້, ຖ້າ​ທ່ານໄດ້ຈັດຕຽມທີ່ຈະປະຕິບັດຕໍ່ເຈົ້ານາຍຂອງຂ້ອຍ ດ້ວຍ​ຄວາມ​ສັດຊື່​​ຂອງຄອບຄົວ ແລະຄວາມໄວ້ວາງໃຈທີ່ຊົງຄຸນຄ່າ ກາລຸນາ​ບອກ​ຂ້ອຍ​ດ້ວຍເຖີດ. ແຕ່ຖ້າ,​​ບໍ່​ກໍ​ໃຫ້​ບອກ​ມາ ເພື່ອທີ່ຂ້ອຍ,​ຈະ​ຄວນຫັນໄປທາງຂວາ, ຫລືໄປທາງຊ້າຍ​."
\s5
\v 50 ຈາກນັ້ນ​ລາບານ​ ແລະເບທູເອນໄດ້​ຕອບແລະເວົ້າ​ວ່າ, "ສິ່ງ​ນີ້​ໄດ້ມາຈາກພຣະຢາເວ, ເຮົາບໍ່ສາມາດກ່າວແກ່ທ່ານ, ບໍ່ວ່າດີຫລືບໍ່ດີ​.
\v 51 ເບິ່ງເຖີດ, ​ເຣເບກາ​​ຢູ່​ຕໍ່ຫນ້າທ່ານແລ້ວ. ຈົ່ງ​ຮັບ​ນາງ ແລະໄປເຖີດ, ແລະນາງຄວນຈະ​ເປັນ​ເມຍຂອງ​ລູກຊາຍ​ຂອງ​ເຈົ້ານາຍຂອງທ່ານ​, ຕາມ​ທີ່​ພຣະຢາເວໄດ້​ກ່າວ​ໄວ້​."
\s5
\v 52 ເມື່ອ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ໄດ້ຍິນ​ຖ້ອຍຄຳຂອງພວກເຂົາ, ລາວ​ໄດ້ໂນ້ມຕົວລົງເຖິງພື້ນຕໍ່​ພຣະຢາເວ.
\v 53 ແລ້ວ​ຄົນ​ຮັບໃຊ້ ກໍ​ເອົາໄດ້​ນຳ​ເອ​ົ​າເຄື່ອງ​ເງິນ ແລະ ​ຄຳ, ແລະ ​ເສື້ອ­ຜ້າ​, ແລະ ໄດ້​ມອບໃຫ້​​ແກ່ນາງ​ເຣ­ເບ­ກາ. ລາວ​ຍັງ​ໄດ້​ເອົາ​ຂອງ­ຂວັນ​ລາ­ຄາ​ແພງ​ໃຫ້ອ້າຍ ແລະ​ ​ແມ່ຂອງ​ນາງ​ອີກ​ດ້ວຍ.
\s5
\v 54 ຈາກນັ້ນເພິ່ນ ແລະພວກຜູ້ຊາຍທີ່ຢູ່ກັບເຂົາໄດ້ກິນ ແລະດື່ມ. ພວກເຂົາ​ພັກ​ຄ້າງຄືນທີ່​ນັ້ນ, ແລະເມື່ອ​ພວກເພິ່ນຕື່ນ​ຂຶ້ນ​ມາ​ໃນ​ຕອນເຊົ້າ, ​ເພິ່ນໄດ້​ເວົ້າ​ວ່າ,"ຈົ່ງ​ສົ່ງຂ້ອຍກັບ​ເມືອ​ຫາເຈົ້າ​ນາຍ​ຂອງຂ້ອຍ​ເຖີດ."
\v 55 ອ້າຍຂອງນາງ​​ ແລະ​ແມ່​ຂອງ​ນາງໄດ້​ເວົ້າ​ວ່າ, "ຈົ່ງ​ໃຫ້​ນາງ​ຢູ່​ກັບ​ພວກເຮົາ​ອີກຈັກ​ສອງສາມວັນຢ່າງຫນ້ອຍສິບ​ວັນ, ຫລັງຈາກນັ້ນກໍຄ່ອຍໃຫ້ນາງ​ໄປ​ບໍ່ໄດ້​ບໍ."
\s5
\v 56 ແຕ່​ເພິ່ນໄດ້ເວົ້າກັບ​ພວກເຂົາວ່າ, "ຢ່າ​ຫນ່ວງຫນ່ຽວ​ຂ້ອຍ​ໄວ້​ເລີຍ, ເພາະວ່າພຣະຢາເວ​ຊົງເຮັດ​ໃຫ້ທາງຂອງຂ້ອຍສຳເລັດ. ຂໍສົ່ງຂ້ອຍໄປຕາມທາງຂອງຂ້ອຍເພື່ອທີ່​ຂ້ອຍ​ຈະກັບ​ເມືອ​ຫາ​ນາຍ​ຂອງຂ້ອຍ."
\v 57 ພວກເຂົາ​ຕອບ​ວ່າ, "ເຮົາຈະ​ເອີ້ນ​ຍິງສາວນັ້ນມາ ​ແລະຖາມ​ເບິ່ງ​ນາງ"
\v 58 ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອີ້ນ​ນາງ​ເຣເບກາ​ມາ ແລະ​ຖາມນາງ​ວ່າ, "ເຈົ້າ​ຈະ​ໄປ​ກັບ​ເພິ່ນ​ບໍ?" ນາງ​ຕອບ​ວ່າ,"ຂ້ອຍ​ຈະ​ໄປ."
\s5
\v 59 ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້ສົ່ງນ້ອງສາວຂອງພວກເຂົາຄື ນາງ​ເຣເບກາ ໄປ​ພ້ອມ​ດ້ວຍ​ຍິງ​ຄົນ​ຮັບໃຊ້​ຂອງນາງ, ໃນການເດີນທາງຂອງນາງກັບຄົນຮັບໃຊ້ຂອງ​ອັບຣາຮາມ​ ແລະ​ຜູ້ຊາຍຂອງ​ລາວ.
\v 60 ພວກເຂົາ​ໄດ້​ອວຍພອນ​ນາງ​ເຣເບກາ, ແລະເວົ້າແກ່ນາງວ່າ,"​ນ້ອງສາວຂອງເຮົາຂໍ​ໃຫ້​ເຈົ້າ​ເປັນ​ແມ່ຂອງ​ຄົນ​ຫລາຍແສນ, ແລະໃຫ້​ເຊື້ອສາຍ​ຂອງ​ເຈົ້າ ຢຶດຄອງປະຕູ​ເມືອງ​ຂອງຄົນເຫລົ່ານັ້ນທີ່ກຽດຊັງພວກເຂົາ.”
\s5
\v 61 ແລ້ວ​ເຣເບກາໄດ້ລຸກຂຶ້ນ, ນາງແລະ​ພວກຍິງຄົນໃຊ້ຂອງນາງໄດ້​ຂຶ້ນອູດ, ແລະຕິດຕາມຊາຍນັ້ນໄປ ຄົນ​ຮັບໃຊ້​ນັ້ນຈຶ່ງໄດ້ນຳເຣເບກາ, ແລະໄປຕາມທາງຂອງ​ເຂົາ.
\v 62 ຂະນະນັ້ນອີຊາກ​ກຳລັງອາໄສຢູ່ໃນເນເກບ, ແລະເຂົາຫາກໍກັບມາຈາກເບເອີ​ລາໄຮຣອຍ ເພາະ​ໃນຕອນຄ່ຳ.
\s5
\v 63 ອີຊາກໄດ້ອອກ​ໄປ​ທີ່​ທົ່ງນາເພື່ອຕຶກຕອງເລື່ອງຕ່າງໆ. ເມື່ອເຂົາໄດ້ເງີຍຫນ້າຂຶ້ນເບິ່ງ ແລະ​ເຫັນ, ເບິ່ງເຖີດມີ​ອູດຫລາຍໂຕ​ກຳລັງ​ມາ.
\v 64 ​ເຣເບກາໄ​ດ້ຫລຽວເບິ່ງ, ແລະເມື່ອນາງໄດ້ເຫັນ​ອີຊາກ ນາງ​ກໍ​ໄດ້ໂດດລົງ​ຈາກ​ຫລັງ​ອູດ.
\v 65 ນາງໄດ້ເວົ້າກັບ​ຄົນ​ຮັບໃຊ້​ນັ້ນ​ວ່າ,"ຜູ້​ຊາຍຄົນນັ້ນທີ່​ກຳລັງ​ຍ່າງ​ໃນ​ທົ່ງນາ, ມາ​ຫາ​ພວກເຮົາ​ນັ້ນ​ແມ່ນ​ໃຜ?".
\s5
\v 66 ຄົນຮັບໃຊ້ໄດ້ຕອບວ່າ, "ນັ້ນຄືນາຍຂອງຂ້ອຍເອງ" ດັ່ງນັ້ນນາງຈຶ່ງຢິບຜ້າຄຸມຫນ້າ ແລະປິດຫນ້ານາງເອງ ຄົນ​ຮັບໃຊ້​ນັ້ນໄດ້​ເລົ່າທຸກສິ່ງທີ່ລາວໄດ້ເຮັດ​ໃຫ້ອີຊາກ​ຟັງ.
\v 67 ຈາກນັ້ນ​ອີຊາກ​ໄດ້​ພາ​ນາງ​​ໄປ​ທີ່​ເຕັນ ຂອງຊາຣາ​ແມ່​ຂອງຕົນ ​ເຂົາໄດ້ຮັບນາງ​ເຣເບກາໄວ້, ແລະນາງໄດ້ເປັນ​ເມຍຂອງເຂົາ, ແລະເຂົາໄດ້ຮັກ​ນາງ​. ດັ່ງນັ້ນ ອີຊາກໄດ້ຮັບການປອບໃຈຫລັງຈາກ​ທີ່ແມ່ຂອງລາວ​ໄດ້​ເສຍ​ຊີວິດ.
\s5
\c 25
\cl ​ບົດ​ທີ 25
\p
\v 1 ອັບຣາຮາມ​ໄດ້​ມີເມຍອີກຄົນຫນຶ່ງ​, ນາງຊື່​ວ່າ ເກຕູຣາ.
\v 2 ນາງ​ໄດ້ເກີດລູກຊາຍ​ຫລາຍ​ຄົນ​ໃຫ້​ເພິ່ນ​ດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ, ແລະ​ຊູອາ.
\v 3 ໂຢກຊານ​ເປັນ​ພໍ່​ຂອງ​ເຊບາ ແລະ​ເດດານ, ເຊື້ອສາຍທັງຫລາຍ​ຂອງ​ເດດານຄື: ຄົນອັດຊູຣີມ, ຄົນເລຕູຊີມ, ແລະ​ຄົນເລອຸມມີມ.
\v 4 ລູກຊາຍ​ທັງຫລາຍຂອງ​ມີດີອານຄື: ເອຟາ, ເອເຟ, ຮານົກ, ອາບີດາ, ແລະ​ເອນດາອາ. ​ທັງຫມົດ​ເຫລົ່ານີ້ຄືເຊື້ອສາຍທັງຫລາຍ​ຂອງ​ນາງ​ເກຕູຣາ.
\s5
\v 5 ອັບຣາຮາມ​ໄດ້ຍົກສິ່ງທີ່ເຂົາເປັນເຈົ້າຂອງທັງຫມົດ​ໃຫ້ກັບ​ອີຊາກ.
\v 6 ຢ່າງໃດກໍ​ຕາມ, ໃນຂະນະທີ່ເພິ່ນຍັງມີຊີວິດຢູ່ໄປ, ເພິ່ນ​ໄດ້​ໃຫ້​ສິ່ງຂອງ​ຫລາຍຢ່າງໃຫ້​ແກ່ລູກຊາຍ​ທັງຫລາຍ ທີ່​ໄດ້​ຈາກ​ເມຍ​ນ້ອຍຂອງເພິ່ນ ແລະໄດ້ສົ່ງ​ພວກເຂົາ​ໄປ​ຍັງ​ດິນແດນ​ທາງທິດ​ຕາເວັນອອກ, ໄປຈາກອີຊາກລູກຊາຍຂອງເພິ່ນ.
\s5
\v 7 ເຫລົ່ານີ້ເປັນຊວ່ງເວລາແຫ່ງຊີວິດຂອງອັບຣາຮາມ ເຂົາ​ມີ​ອາຍຸ​ທັງຫມົດ, 175 ປີ.
\v 8 ອັບຣາຮາມ​ກໍ​ໄດ້​ສິ້ນ​ລົມ​ຫາຍໃຈ ແລະ​ຕາຍ​​ໃນ​ຂະນະ​ທີ່​ເຂົາແກ່ຫລາຍແລ້ວ, ເປັນ​ຜູ້​ເຖົ້າ​ທີ່​ມີ​ອາຍຸ​ຫລາຍ, ແລະ​ເພິ່ນໄດ້​ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ທັງຫລາຍ​ຂອງ​ຕົນ.
\s5
\v 9 ອີຊາກ ​ແລະ​ອິດຊະມາເອນ, ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຝັງສົບ​ເພິ່ນ​ໄວ້ ທີ່​ຖໍ້າ​ແຫ່ງມັກເປລາ​, ໃນ​ທີ່ນາ​​ຂອງ​ເອຟະໂຣນ ລູກຊາຍຂອງໂຊຮາຄົນຮິດຕີ, ຊຶ່ງຢູ່ໃກ້ເມືອງ​ມຳເຣ.
\v 10 ທີ່ນາ​​ນີ້​ອັບຣາຮາມ​ໄດ້​ຊື້​ຈາກ​ລູກຊາຍທັງຫລາຍຂອງຊາວ​ຮິດຕີ. ອັບຣາຮາມໄດ້ຖືກຝັງໄວ້ທີ່ນັ້ນ​ກັບຊາຣາ​ເມຍ​ຂອງ​ເພິ່ນ.
\v 11 ພາຍຫລັງຈາກ​ອັບຣາຮາມ​ໄດ້​ຕາຍໄປ​ແລ້ວ, ພຣະເຈົ້າ​ໄດ້​ຊົງອວຍພອນ​ອີຊາກ​ລູກຊາຍ​ຂອງ​ເພິ່ນ, ແລະອີຊາກໄດ້ອາໄສ​ຢູ່​ໃກ້ກັບເບເອີລາໄຮຣອຍ, ນໍ້າສ້າງ​ຂອງ​ພຣະເຈົ້າ​ຜູ້​ເຫັນ​ຂ້ອຍ.
\s5
\v 12 ຕໍ່ໄປນີ້ເປັນເຊື້ອສາຍທັງຫລາຍຂອງອິດຊະມາເອນ, ລູກຊາຍຂອງອັບຣາຮາມ, ຜູ້​ທີ່​ນາງ​ຮາກາ​ຊາວ​ອີຢິບ​, ຍິງຮັບໃຊ້ຂອງ​ນາງ​ຊາຣາ ເກີດ​ໃຫ້​ອັບຣາຮາມ​ນັ້ນ.
\s5
\v 13 ເຫລົ່ານີ້ຄືລາຍຊື່ລູກຊາຍທັງຫລາຍຂອງອິດຊະມາເອນ, ຕາມ​ລະດັບ​ການ​ເກີດ ຂອງພວກເຂົາຄື: ເນບາໂຢດ, ລູກຫົວປີຂອງອິດຊະມາເອນ, ເກດາ, ອັດເບເອນ, ມິບສາມ,
\v 14 ມີຊະມາ, ດູມາ, ມາສາ,
\v 15 ຮາດັດ, ເຕມາ, ເຢຕູເຣ, ນາຟິດ, ແລະ​ເກເດມາ.
\v 16 ຄົນເຫລົ່າ​ນີ້ເປັນ​ລູກຊາຍທັງຫລາຍຂອງອິດຊະມາເອນ, ແລະ​ເຫລົ່ານີ້ເປັນລາຍຊື່​ຂອງ​ພວກເຂົາ​, ໂດຍໄດ້ຖືຕາມຫມູ່ບ້ານທັງຫລາຍຂອງພວກເຂົາ, ແລະໂດຍໄດ້ຖືຕາມການຕັ້ງຄ້າຍທັງຫລາຍຂອງພວກເຂົາ. ເຈົ້າຊາຍສິບສອງພະອົງຕາມເຜົ່າທັງຫລາຍຂອງພວກເຂົາ.
\s5
\v 17 ເຫລົ່ານີ້ຄືປີທັງຫລາຍຂອງຊີວິດອິດຊະມາເອນ​ຄື, 137 ປີ. ເຂົາໄດ້ຊິ້ນລົມຫາຍໃຈ, ແລະເສຍຊີວິດ ແລະຖືກລວບລວມໄວ້ກັບພວກຄົນທັງຫລາຍຂອງເຂົາ.
\v 18 ພວກເຂົາໄດ້​ອາໄສ​ຕັ້ງແຕ່​ເມືອງ​ຮາວີລາ​ຈົນເຖິງ​ຊູເຣ, ທີ່​ຢູ່ໃກ້ປະເທດ​ອີຢິບໄປ​ທາງປະເທດ​ອັດຊີເຣຍ. ພວກເຂົາ​ອາໄສ​ຢູ່​ຢ່າງບໍ່ເປັນມິດຕໍ່ກັນ ແລະກັນ.
\s5
\v 19 ນີ້​ແມ່ນ​ເລື່ອງລາວ​ກ່ຽວກັບ​ອີຊາກ, ລູກຊາຍ​ຂອງ​ອັບຣາຮາມ: ອັບຣາຮາມເປັນຜູ້ໃຫ້ກຳເນີດອີຊາກ.
\v 20 ອີຊາກ​ອາຍຸ​ໄດ້ ສີ່ສິບ ປີ ເມື່ອ​ເຂົາໄດ້​ເຣເບກາເປັນເມຍຂອງເຂົາ, ​ລູກສາວ​ຂອງ​ເບທູເອນ, ຄົນອາຣຳ, ຊາວເມືອງ​ປັດດານອາຣຳ ແລະ​ເປັນ​ນ້ອງສາວ​ຂອງ​ລາບານ ຄົນອາຣຳ.
\s5
\v 21 ແລະ ພຣະຢາເວໄດ້ຊົງ​ຕອບ​ຄຳ​​ອະທິຖານ​ຂອງ​ເຂົາ, ແລະ​ນາງ​ເຣເບກາ​ເມຍຂອງເຂົາຈຶ່ງ​ຕັ້ງ​ທ້ອງ.
\v 22 ລູກ​ຝາແຝດທັງສອງ​ໄດ້​ບຽດກັນ​ຢູ່​ໃນ​ທ້ອງຂອງນາງ, ແລະນາງ​ໄດ້​ເວົ້າ​ວ່າ, "ເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນກັບ​ຂ້ານ້ອຍ​?" ນາງ​ໄດ້ໄປແລະທູນ​ຖາມ​ພຣະຢາເວ​ກ່ຽວກັບ​ເລື່ອງ​ນີ້.
\s5
\v 23 ພຣະເຈົ້າຢາເວໄດ້​ຕອບ​ກັບນາງ​ວ່າ," ມີ​ຄົນສອງ​ຊົນຊາດ​​ຢູ່​ໃນ​ທ້ອງຂອງເຈົ້າ, ແລະ ທັງສອງຊົນຊາດຈະແຍກຈາກກັນໃນເຈົ້າ. ຊົນ​ຊາດຫນຶ່ງ​​ຈະ​ແຂງແຮງ​​ກວ່າອີກຊົນຊາດຫນຶ່ງ, ແລະ ຄົນທີ່ມີອາຍຸຫລາຍກວ່າ​ຈະ​ຮັບໃຊ້​ຜູ້​ຄົນ​ທີ່ມີອາຍຸນ້ອຍກວ່າ."
\s5
\v 24 ເມື່ອ​ເຖິງ​ກຳນົດ​ເວລາສຳລັບ, ນາງ​ໄດ້​ທີ່ຈະເກີດ​ລູກ, ເບິ່ງເຖີດມີເດັກ​ຝາແຝດຢູ່ໃນທ້ອງຂອງນາງ.
\v 25 ຜູ້​ທີ່​ອອກ​ມາ​ກ່ອນ​ຕົວແດງ​ແລະ​ມີ​ຂົນປົກຄຸມ​ເຕັມ​ຕົວ. ພວກເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ເຂົາ​ວ່າ ເອຊາວ.
\v 26 ຫລັງຈາກນັ້ນ, ຜູ້​ທີ​ສອງ​ໄດ້ອອກ​ມາ​ມື​ຈັບ​ສົ້ນຫນ່ອງ​ຂອງ​ເອຊາວ​ໄວ້. ເຂົາ​ຈຶ່ງ​ຖືກຕັ້ງຊື່​ວ່າ ຢາໂຄບ. ອີຊາກ​ມີອາຍຸ​ໄດ້ ຫົກສິບປີ. ເມື່ອເມຍຂອງເຂົາໄດ້ເກີດລູກຊາຍໃຫ້ເຂົາ.
\s5
\v 27 ພວກເດັກນັ້ນ​ໄດ້ເຕີບ​ໂຕຂຶ້ນ​ມາ, ແລະ​ເອຊາວ​ກາຍເປັນ​ນາຍພານ​ທີ່​ຊຳນິ​ຊຳນານ, ຜູ້ຊາຍແຫ່ງທ້ອງທົ່ງ; ສ່ວນ​ຢາໂຄບ​ເປັນ​ຜູ້ຊາຍທີ່ງຽບໃຊ້ເວລາຂອງເຂົາຢູ່ໃນເຕັນ.
\v 28 ອີຊາກ​ຮັກເອຊາວ​ເພາະ​ເພິ່ນ​ໄດ້​ກິນ​ຊີ້ນສັດ​ທີ່​ລາວ​ຫາ​ມາ​ໄດ້, ແຕ່​ເຣເບກາ​ນັ້ນ​ຮັກ​ຢາໂຄບ.
\s5
\v 29 ມື້​ຫນຶ່ງ ​ຢາໂຄບໄດ້ຕົ້ມອາຫານ​​ເອຊາວ​ໄດ້ກັບ​ມາ​ຈາກທົ່ງນາ, ແລະເຂົາເມື່ອຍອ່ອນຈາກຄວາມ​ຫີວ​.
\v 30 ເອຊາວໄດ້ເວົ້າ​ກັບ​ຢາໂຄບ​ວ່າ, "ໃຫ້ຂ້ອຍ​ຂໍ​ກິນ​ແກງ​ຫມາກຖົ່ວແດງ​ຂອງ​ເຈົ້າ​ຈັກ​ຄຳ​ແດ່, ກາລຸນາເທາະເພາະ​ຂ້ອຍ​ຫມົດແຮງແລັວ!" ນີ້ຄືເຫດຜົນ​ທີ່​ເອີ້ນຊື່ເຂົາ​ວ່າ ເອໂດມ.
\s5
\v 31 ຢາໂຄບຕອບວ່າ, "ຈົ່ງຂາຍສິດລູກຫົວປີຂອງເຈົ້າໃຫ້ຂ້ອຍ​ກ່ອນ."
\v 32 ເອຊາວໄດ້​ເວົ້າ​ວ່າ, "ເບິ່ງເທາະ, ຂ້ອຍ​ຫິວ​ໃກ້​ຈະ​ຕາຍ​ຢູ່​ແລ້ວ ສິດ​ອ້າຍ​ກົກ​ຈະ​ມີ​ປະໂຫຍດ​ຫຍັງ​ແກ່​ຂ້ອຍ."
\v 33 ຢາໂຄບ​ຈຶ່ງ​ຕອບ​ວ່າ, "ກ່ອນອື່ນຈົ່ງສາບານ​ໃຫ້ຂ້ອຍ" ດັ່ງນັ້ນເອຊາວຈຶ່ງໄດ້ກ່າວຄຳສັດຈະສາບານ ແລະ​ດ້ວຍວິທີນີ້ເຂົາໄດ້ຂາຍ​ສິດ​ລູກຫົວປີຂອງເຂົາ​ໃຫ້​ຢາໂຄບ.
\v 34 ​ຢາໂຄບ​ກໍ​ເອົາ​ເຂົ້າຈີ່ ​ແລະ​ແກງ​ຫມາກຖົ່ວ​ແດງຕົ້ມໃຫ້​ແກ່ເອຊາວ, ລາວ​ໄດ້ກິນ ​ແລະ​ດື່ມ​ຈາກນັ້ນກໍລຸກຂຶ້ນ​ແລ້ວ​ກໍ​ຈາກໄປຕາມທາງຂອງເຂົາ. ໃນການນີ້ເອຊາວ​ໄດ້​ຫມິ່ນປະຫມາດ​ສິດ​ລູກຫົວປີຂອງເຂົາ.
\s5
\c 26
\cl ​ບົດ​ທີ 26
\p
\v 1 ບັດນີ້ໄດ້ເກີດມີ​ການ​ອຶດຢາກ​ອາຫານ​ໃນ​ແຜ່ນດິນ, ນອກເຫນືອໄປຈາກທີ່ເຄີຍເກີດຂຶ້ນຄັ້ງ​ໃນ​ສະໄຫມ​ຂອງ​ອັບຣາຮາມ. ອີຊາກ​ຈຶ່ງ​ໄປ​ຫາ​ເຈົ້າ​ອາບີເມເຫລັກ, ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ຟີລິດສະຕິນ​ທີ່​ເມືອງ​ເກຣາກ.
\s5
\v 2 ພຣະຢາເວ​ໄດ້​ປາກົດ​ແກ່​ເຂົາແລະ​ບອກ​ເພິ່ນ​ວ່າ, "ຢ່າ​ລົງໄປ​ຍັງ​ອີຢິບ; ຈົ່ງ​ຢູ່​ໃນ​ແຜ່ນດິນ​​ທີ່​ເຮົາ​ບອກ​ໃຫ້ເຈົ້າ​ອາໄສຢູ່.
\v 3 ຈົ່ງຢູ່ໃນ​ແຜ່ນດິນແຫ່ງ​ນີ້ແຫລະ, ແລະເຮົາ​ຈະ​ຢູ່​ນຳ​ເຈົ້າ​ ແລະອວຍພອນ​ເຈົ້າ, ສຳລັບເຈົ້າ​ ແລະເຊື້ອສາຍ​ທັງຫລາຍຂອງ​ເຈົ້າ, ເຮົາ​ຈະ​ໃຫ້ແຜ່ນດິນທັງຫມົດເຫລົ່ານີ້, ແລະເຮົາຈະເຮັດໃຫ້​ຄຳ​ສັນຍາຊຶ່ງ​ເຮົາ​ໄດ້​ໃຫ້ໄວ້​ກັບ​ອັບຣາຮາມ ພໍ່​ຂອງ​ເຈົ້ານັ້ນ​ສຳເລັດ.
\s5
\v 4 ເຮົາ​ຈະ​ໃຫ້​​ເຊື້ອສາຍ​ທັງຫລາຍຂອງເຈົ້າທະວີຫລາຍຂຶ້ນ ເຫມືອນດວງດາວ​ທັງຫລາຍໃນ​ທ້ອງຟ້າ, ແລະ​ເຮົາ​ຈະໃຫ້ດິນແດນ​ເຫລົ່າ​ນີ້​ໃຫ້​ເຊື້ອສາຍ​ທັງຫລາຍຂອງ​ເຈົ້າ. ປະຊາຊາດ​ທັງຫມົດຂອງແຜ່ນດິນນີ້ ຈະ​ໄດ້​ຮັບ​ພຣະພອນ​ຜ່ານ​ທາງ​ເຊື້ອສາຍທັງຫລາຍ​ຂອງ​ເຈົ້າ.
\v 5 ເຮົາ​ຈະ​ເຮັດສິ່ງນີ້ເພາະ​ອັບຣາຮາມ​ ໄດ້ເຊື່ອຟັງສຽງຂອງ​ເຮົາ, ແລະຮັກສາຄຳສັ່ງສອນ​ຂອງເຮົາ. ກົດບັນຍັດທັງຫລາຍຂອງເຮົາ, ແລະທັມບັນຍັດທັງຫລາຍຂອງເຮົາ."
\s5
\v 6 ດັ່ງນັ້ນ ອີຊາກ​ຈຶ່ງໄດ້​ຕັ້ງຖິ່ນທີ່​ເມືອງ​ເກຣາກ.
\v 7 ເມື່ອ​ຜູ້ຊາຍ​ທັງຫລາຍຂອງສະຖານທີ່ນັ້ນ​ຖາມ​ເພິ່ນກ່ຽວກັບ​ເມຍ​ຂອງ​ເພິ່ນ, ເພິ່ນ​​ຕອບ​ວ່າ, "ນາງ​ເປັນ​ນ້ອງສາວ." ເພິ່ນ​ຢ້າ​ນທີ່ຈະເວົ້າ​ວ່າ, "​ນາງ​ເປັນ​ເມຍ​ຂອງຕົນ," ເພາະເພິ່ນໄດ້ຄິດວ່າ, "ຜູ້ຊາຍ​ທັງ​ຫລາຍຂອງສະຖານທີ່ນີ້ຈະ​ຂ້າ​ເພິ່ນ ເພື່ອ​ເອົາ​ນາງ​ເຣເບກາ​ໄປ, ເພາະນາງ​ສວຍງາມ​ຫລາຍ."
\v 8 ຫລັງຈາກທີ່​ອີຊາກ​ອາໄສ​ຢູ່​ທີ່ນັ້ນເປັ​ນ​ເວ​ລານານ, ກະສັດ​ຂອງ​ຊາວ​ຟີລິດສະຕິນ​ໄດ້​ຫລຽວ​ລົງ​ມາ​ຈາກ​ປ່ອງຢ້ຽມນີ້, ແລະ​ພະອົງໄດ້ຊົງເຫັນ​ອີຊາກ​ກຳລັງ​ກອດ​ນາງ​ເຣເບກາ​, ເມຍ​ຂອງຕົນ​ຢູ່.
\s5
\v 9 ເຈົ້າ​ອາບີເມເຫລັກ​ໄດ້ຊົງ​ເອີ້ນໃຫ້​ອີຊາກ​ມາເຂົ້າເຝົ້າພະອົງ ແລະ​ເວົ້າ​ວ່າ,"ເບິ່ງດູ, ນາງ​ຕ້ອງເປັນ​ເມຍ​ຂອງ​ເຈົ້າ​ແທ້. ແຕ່​ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, "​ນາງ​ເປັນ​ນ້ອງສາວຂອງເຈົ້າ?" ອີຊາກ​ໄດ້​ຕອບ​ພະອົງວ່າ,"ເພາະ​ຂ້ານ້ອຍໄດ້ຄິດວ່າບາງຄົນ​ອາດຈະຂ້າ ຂ້ານ້ອຍເພື່ອເອົານາງ​ໄປ."
\v 10 ​ອາບີເມເຫລັກໄດ້​ກ່າ​ວວ່າ, "ເຈົ້າ​ໄດ້​ເຮັດຫຍັງ​ກັບ​ເຮົາ​ດັ່ງນີ້? ຜູ້ຊາຍຄົນ​ໃດຫນຶ່ງຄົນ​ອາດໄດ້ຫລັບ​ນອນ​ກັບເມຍ​ຂອງ​ເຈົ້າ​ໄດ້ງ່າຍໆ, ແລະ ​ເຈົ້າ​ຈະນຳຄວາມຜິດມາຜິດ​ສູ່ເຮົາ."
\v 11 ດັ່ງນັ້ນ ອາບີເມເຫລັກ​ຈຶ່ງ​ໄດ້ຊົງ​ເຕືອນ​ປະຊາຊົນ​ທັງຫມົດ​ ແລະ ກ່າວ​ວ່າ, "ຜູ້ໃດ​ແຕະຕ້ອງຜູ້ຊາຍຄົນນີ້​ຫລືເມຍ​ຂອງ​ລາວ ຜູ້ນັ້ນຈະ​ຕ້ອງຮັບໂທດ​ເຖິງ​ຕາຍ."
\s5
\v 12 ອີຊາກໄດ້ປູກພືດ​ເທິງແຜ່ນດິນ ແລະ ເກັບກຽ່ວຜົນໃນ​ປີດ​ຽວກັນນັ້ນ, ຫນຶ່ງຮ້ອຍ​ເພາະ​ພຣະຢາເວໄດ້ຊົງ​ອວຍພຣະພອນ​ເພິ່ນ.
\v 13 ຊາຍຄົນນັ້ນໄດ້ກາຍເປັນຄົນ​ຮັ່ງມີ, ແລະ ເພີ່ມຫລາຍ​ຂຶ້ນ ແລະ​ ຫລາຍຂຶ້ນ ຈົນກະທັ້ງເພິ່ນໄດ້ກາຍເປັນ​ຜູ້ຍິ່ງໃຫຍ່.
\v 14 ​ເພິ່ນໄດ້​ມີ​ຝູງແກະ, ແລະ ຝູງສັດຫລວງຫລາຍ, ແລະ ​ມີ​ຄົນ​ຮັບໃຊ້​ຫລາຍ​ຄົນ. ຄົນ​ຟີລິດສະຕິນ​ຈຶ່ງ​ອິດສາ​ເພິ່ນ.
\s5
\v 15 ບັດນີ້ ​ບໍ່ນໍ້າທັງຫມົດ ທີ່​ຄົນ​ຮັບໃຊ້​ທັງຫລາຍຂອງ​ພໍ່​ເພິ່ນ​ໄດ້​ຂຸດໄວ້​ໃນ​ສະໄຫມຂອງອັບຣາຮາມ​ພໍ່​ຂອງ​ເພິ່ນ, ພວກຄົນຟິລິດສະຕິນໄດ້ຖົມບໍ່ນ້ຳເຫລົ່ານີ້ດ້ວຍດິນ.
\v 16 ເຈົ້າ​ອາບີເມເຫລັກ​ໄດ້​ບອກ​ກັບອີຊາກ​ວ່າ," ຈົ່ງໄປ​ຈາກ​ເຮົາເຖີດ, ເພາະເຈົ້າ​ມີ​ກຳລັງ​ຫລາຍກວ່າພວກ​ເຮົາ​."
\v 17 ດັ່ງນັ້ນ ອີຊາກ​ຈຶ່ງ​ໄດ້ໄປ​ຈາກທີ່ນັ້ນ ແລະໄດ້ຕັ້ງ​ຖິ່ນຖານຢູ່​ໃນຮ່ອມພູ​ຂອງ​ເມືອງ​ເກຣາກ, ແລະ​ໄດ້ອາໄສ​ຢູ່​ທີ່ນັ້ນ​.
\s5
\v 18 ອີກຄັ້ງຫນຶ່ງທີ່ອີຊາກໄດ້ຂຸດ​ບໍ່ນໍ້າເກົ່າ​ທີ່ພວກເຂົາ​ໄດ້​ຂຸດແລ້ວ, ໃນ​ສະໄຫມຂອງອັບຣາຮາມພໍ່ຂອງເພິ່ນ. ແຕ່ຄົນ​ຟີລິດສະຕິນ​ໄດ້​ຖົມບໍ່​ນໍ້າ​ເຫລົ່ານັ້ນ ຫລັງການຕາຍຂອງ​ອັບຣາຮາມ​. ອີຊາກ​ເອີ້ນ​ຊື່ບໍ່​ນໍ້າທັງຫລາຍ​ນີ້ດ້ວຍ​ຊື່​ດຽວກັນຕາມ​ທີ່​ພໍ່​ຂອງຕົນ​ໄດ້​ເອີ້ນ​ມາ​ແລ້ວ.
\s5
\v 19 ເມື່ອຄົນ​ຮັບໃຊ້​ທັງຫລາຍຂອງ​ອີຊາກ​ໄດ້​ຂຸດບໍ່​ນໍ້າທີ່​ຮ່ອມພູ, ພວກເຂົາ​ໄດ້​ພົບ​ບໍ່ນໍ້າ​ທີ່ມີນ້ຳໄຫລ.
\v 20 ຄົນ​ລ້ຽງສັດ​ທັງຫລາຍຂອງ​ຊາວ​​ເກຣາກ​ ໄດ້​ຖົກຖຽງ​ກັນ​ກັບ​ຄົນ​ລ້ຽງສັດ​ຂອງ​ອີຊາກ, ແລະເວົ້າ​ວ່າ,"ບໍ່ນໍ້າ​ນີ້​ເປັນ​ຂອງ​ພວກເຮົາ." ດັ່ງນັ້ນ ອີຊາກ​ຈຶ່ງໄດ້ເອີ້ນຊື່​ບໍ່ນໍ້າ​ນັ້ນວ່າ,"ທະເລາະ​ກັບເຂົາ."
\s5
\v 21 ຈາກນັ້ນພວກເຂົາ​ໄດ້​ຂຸດ​ບໍ່ນໍ້າອີກ​ບໍ່ຫນຶ່ງ, ແລະພວກເຂົາກໍໄດ້​ຖົກຖຽງ​ກັນດ້ວຍບໍ່ນ້ຳນີ້ອີກ, ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້ໃສ່​ຊື່​ບໍ່ນໍ້ານີ້​ວ່າ,"ສັດຕຣູ."
\v 22 ເພິ່ນ​​ໄດ້ຈາກ​ທີ່​ນັ້ນ​ໄປ ແລະ​ໄດ້ຂຸດ​ບໍ່ນໍ້າບໍ່ຫນຶ່ງ​ອີກ, ແຕ່ພວກເຂົາບໍ່ໄດ້ມີ​ການ​ຖົກຖຽງ​ກັນ​ເລື່ອງບໍ່ນ້ຳບໍ່ນີ້. ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້ໃສ່​ຊື່​ບໍ່ນໍ້ານີ້​ວ່າ, "ອິສະຫລະພາບ." ແລະ ເພິ່ນໄດ້​ເວົ້າ​ວ່າ, "ບັດນີ້ ພຣະຢາເວ​ໄດ້​ໃຫ້​ອິສະຫລະພາບ​ແກ່​ພວກເຮົາ​, ແລະພວກເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃນ​ແຜ່ນດິນນີ້."
\s5
\v 23 ແລ້ວ​ອີຊາກ​ໄດ້ຂຶ້ນໄປ​ຈາກທີ່ນັ້ນ ໄປຍັງເມືອງເບເອນເຊບາ.
\v 24 ພຣະຢາເວ​ໄດ້ຊົງປາກົດ​ແກ່​ເພິ່ນ ໃນຄືນດຽວກັນນັ້ນ ແລະ ​ກ່າວ​ວ່າ, "ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ, ຢ່າຢ້ານ​ເລີຍ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ, ແລະ​ ຈະອວຍພອນ​ເຈົ້າ ແລະ ເຮັດໃຫ້ເຊື້ອສາຍ​ທັງຫລາຍຂອງເຈົ້າທະວີຫລາຍຂຶ້ນ, ເພາະເຫັນ​ແກ່ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ."
\v 25 ອີຊາກ​ໄດ້​ສ້າງ​ແທ່ນບູຊາທີ່ນັ້ນ ແລະ ໄດ້​ຮ້ອງອອກ​ພຣະນາມພຣະຢາເວ. ທີ່ນັ້ນ​ເພິ່ນ​ໄດ້ຕັ້ງ​ເຕັນເພິ່ນ, ແລະ​ ຄົນຮັບໃຊ້ທັງຫລາຍ​ຂອງ​ເພິ່ນ​ໄດ້​ຂຸດ​ບໍ່ນໍ້າ​ຕື່ມ​ອີກ.
\s5
\v 26 ຈາກເກຣາກ​ດັ່ງນັ້ນອາບີເມເຫລັກພ້ອມ​ກັບ​ອາຮູຊາດ, ສະ​ຫາຍ​ຂອງ​ເຂົາ, ແລະ ​ຟີໂກນ​, ແມ່ທັບ​ຂອງພະອົງໄດ້ໄປຫາເຂົາ.
\v 27 ອີຊາກ​ໄດ້ເວົ້າກັບພວກເຂົາວ່າ, "ພວກທ່ານມາຫາຂ້ານ້ອຍເຮັດຫຍັງໃນ​ເມື່ອ​ພວກທ່ານ​ກຽດຊັງ​ຂ້ານ້ອຍ ແລະ ​ຂັບໄລ່​ຂ້ານ້ອຍ​ອອກ​ມາ​ຈາກ​ດິນແດນ​ຂອງທ່ານ?"
\s5
\v 28 ພວກເຂົາໄດ້​ຕອບ​ວ່າ,"ເຮົາ​ໄດ້ເຫັນຢ່າງຊັດເຈນ​ແລ້ວ​ວ່າ​ພຣະຢາເວ​ ຊົງສະຖິດ​ຢູ່​ກັບ​ເຈົ້າ. ດັ່ງນັ້ນເຮົາ​ຈຶ່ງໄດ້ຕັດ​ສິນໃຈແລ້ວວ່າ​​ ຄວນ​ຈະໃຫ້ມີ​ການ​ໃຫ້ສັດຈະສາບານລະຫວ່າງພວກເຮົາຄືລະຫວ່າງເຮົາ​ກັບທ່ານ. ໃຫ້ເຮົາເຮັດພັນທະສັນຍາກັບທ່ານ,
\v 29 ທີ່ທ່ານຈະ​ບໍ່​ທຳຮ້າຍ​ພວກເຮົາ ເຊັ່ນດຽວກັນ, ເຮົາ​ຈະບໍ່ທຳຮ້າຍ​ທ່ານ, ແລະເຫມືອນທີ່ເຮົາ​ໄດ້ດູແລທ່ານເປັນຢ່າງດີ​. ແລະສົ່ງທ່ານຈາກມາຢ່າງສັນຕິ, ທ່ານ​ເປັນຜູ້ທີ່ພຣະຢາເວ​​ອວຍພຣະພອນ​ຈິງໆ."
\s5
\v 30 ດັ່ງນັ້ນອີຊາກ​ຈຶ່ງໄດ້​ລ້ຽງ​ອາຫານ​ພວກເພິ່ນ, ແລະພວກເພິ່ນ​ພາກັນ​ກິນ​ແລະ​ດື່ມ​.
\v 31 ພວກເຂົາໄດ້​ຕື່ນແຕ່ເຊົ້າ​ມືດ​ ແລະເຮັດຄຳສາບານ​ຕໍ່​ກັນ ແລະກັນ. ຈາກນັ້ນອີຊາກ​ໄດ້​ສົ່ງ​​ພວກເພິ່ນໄປ, ແລະ​ພວກເພິ່ນ​ໄດ້​ຈາ​ກໄປຢ່າງ​ສັນຕິ.
\s5
\v 32 ຄົນ​ຮັບໃຊ້​ຂອງ​ອີຊາກ​ໄດ້​ມາ ​ແລະບອກ​ເພິ່ນກຽ່ວກັບບໍ່ນໍ້າທີ່ພວກເຂົາໄດ້ຂຸດ. ພວກເຂົາກ່າວວ່າ,"ພວກເຮົາ​ໄດ້​ພົບ​ນໍ້າແລ້ວ."
\v 33 ເພິ່ນ​ໄດ້ໃສ່​ຊື່​ບໍ່ນໍ້ານັ້ນວ່າ, "ສາບານ" ເມືອງນັ້ນຈຶ່ງ​ຖືກເອີ້ນ​ຊື່​ວ່າເບເອນເຊບາ, ຈົນເຖິງທຸກວັນນີ້.
\s5
\v 34 ເມື່ອ​ເອຊາວ​ອາຍຸ​ໄດ້ ສີ່ສິບປີ, ເຂົາໄດ້ມີເມຍຄື, ນາງ​ຢູດິດ ​ລູກສາວ​ຂອງ​ເບເອຣີຄົນຮິດຕີ, ແລະ​ນາງ​ບາເສມາດ​ ລູກສາວ​ຂອງ​ເອໂລນຄົນຮິດຕີ.
\v 35 ພວກເຂົາໄດ້ນຳຄວາມໂສກເສົ້າມາສູ່​ອີຊາກ​ ແລະ​ນາງ​ເຣເບກາ.
\s5
\c 27
\cl ​ບົດ​ທີ 27
\p
\v 1 ເມື່ອອີຊາກໄດ້ແກ່​ຕົວລົງ ແລະ​ສາຍ​ຕາ​ກໍ​ມືດມົວ​ລົງ, ດັ່ງນັ້ນເພິ່ນຈຶ່ງບໍ່ສາມາດຫລຽວເຫັນສິ່ງໃດໄດ້, ເພິ່ນໄດ້​ເອີ້ນ​ເອຊາວ​ລູກຊາຍກົກ​ມາ, ແລະ​ເວົ້າ​ກັບເຂົາວ່າ, "ລູກຊາຍຂອງເຮົາເອີຍ." ເຂົາໄດ້​ຕອບ​ກັບພໍ່ວ່າ, "ລູກ​ຢູ່ທີ່ນີ້."
\v 2 ເພິ່ນໄດ້ເວົ້າ​ວ່າ, "ເບິ່ງດູ, ພໍ່​ນີ້​ເຖົ້າແກ່​ຫລາຍ​ແລ້ວ. ພໍ່ບໍ່ຮູ້ວ່າຈະ​ຕາຍ​ເມື່ອໃດ.
\s5
\v 3 ດັ່ງນັ້ນ ຈົ່ງ​ເອົາອາວຸດຂອງເຈົ້າ, ​ກະບອກໃສ່ລູກທະນູ​ກັບ​ທະນູຂອງເຈົ້າ, ແລະ​ອອກ​ໄປ​ໃນທ້ອງທົ່ງແລະລ່າສັດ​​ມາ​ໃຫ້​ພໍ່.
\v 4 ຈົ່ງ​ເຮັດ​ອາຫານ​ແຊບໆ​ສຳລັບພໍ່, ອາຫານທີ່ພໍ່ມັກ​, ແລະນຳມາ​ໃຫ້​ພໍ່ ດັ່ງນັ້ນພໍ່ຈະກິນອາຫານນັ້ນພໍ່​ຈະ​ອວຍພອນໃຫ້​ເຈົ້າ​ກ່ອນກ່ອນທີ່​ພໍ່​ຈະ​ຕາຍ."
\s5
\v 5 ຂະນະນັ້ນເຣເບກາ​ໄດ້ຍິນເລື່ອງລາວ ທີ່​ອີຊາກໄດ້ເວົ້າກັບ​ເອຊາວ​ລູກຊາຍຂອງເຂົາ. ເອຊາວໄດ້ອອກ​ໄປຍັງທ້ອງທົ່ງເພື່ອ​ລ່າສັດ ແລະ ນຳກັບມາ.
\v 6 ເຣເບກາໄດ້​ເວົ້າ​ກັບ​ຢາໂຄບ​ລູກຊາຍຂອງນາງ ແລະ ເວົ້າວ່າ, "ນີ້ແ​ຫລະ, ແມ່​ໄດ້​ຍິນ​ພໍ່​ຂອງ​ເຈົ້າ​ເວົ້າ​ກັບ​ເອຊາວອ້າຍຂອງເຈົ້າ. ເພິ່ນໄດ້ເວົ້າ​ວ່າ,
\v 7 'ຈົ່ງນຳເນື້ອສັດ ​ແລະ​ ເຮັດ​ອາຫານ​ທີ່​ແຊບໆ​ໃຫ້​ພໍ່, ເພື່ອທີ່​ພໍ່ຈະກິນ​ແລ້ວພໍ່​ຈະ​ອວຍພອນ​ເຈົ້າ​ຊ້ອງຫນ້າ​ພຣະຢາເວ​ກ່ອນ​ທີ່ພໍ່​ຈະ​ຕາຍ.'
\s5
\v 8 ດັ່ງນັ້ນລູກ​ຊາຍຂອງແມ່ເອີຍ, ຈົ່ງ​ເຊື່ອຟັງ​ຄຳຂອງແມ່, ທີ່​ແມ່​ສັ່ງເຈົ້າ.
\v 9 ຈົ່ງ​ໄປ​ທີ່​ຝູງສັດ, ແລະ​ນໍາ​ແບ້​ຫນຸ່ມທີ່​ດີ​ສອງໂຕມາໃຫ້ແມ່; ແລະ ແມ່​ຈະ​ເຮັດ​ອາຫານ​ຢ່າງ​ແຊບໆ​ຈາ​ກພວກແກະນັ້ນສຳລັບພໍ່ຂອງເຈົ້າ, ຢ່າງທີ່ເຂົາມັກ.
\v 10 ເຈົ້າຈະນຳເອົາ​ອາຫານນັ້ນ​ໄປ​ໃຫ້​ພໍ່ຂອງ​ເຈົ້າ​, ເພື່ອໃຫ້ເຂົາກິນ, ດັ່ງນັ້ນເຂົາຈະ​ໄດ້ອວຍພອນ​ເຈົ້າ​ກ່ອນ​ຄວາມ​ຕາຍຂອງເຂົາຈະມາເຖິງ."
\s5
\v 11 ​ຢາໂຄບ​ໄດ້ເວົ້າ​ກັບ​ເຣເບກາແມ່​ຂອງເຂົາວ່າ, "ເບິ່ງເທາະ,​ເອຊາວ​ອ້າຍຂອງລູກເປັນຄົນມີຂົນດົກ, ແຕ່ລູກເປັນ​ຄົນທີ່ຜີວ​ກ້ຽງດີ.
\v 12 ບາງທີພໍ່​ອາດ​ລູບ​ເບິ່ງ​ລູກ, ​ແລະ​ລູກຈະກາຍເປັນຄົນ​ຫລອກລວງ​ເພິ່ນ. ລູກຈະ​ນຳຄຳສາບແຊ່ງມາສູ່ຕົວລູກບ​ໍ່ແມ່ນຄຳອວຍພອນ​."
\s5
\v 13 ແມ່ຂອງເຂົາໄດ້ເວົ້າ​ກັບເຂົາ​ວ່າ, "ລູກ​ຊາຍຂອງເຮົາເອີຍ, ​ຄຳສາບແຊ່ງ​ໃດໆນັ້ນໃຫ້ຕົກ​ຖືກ​ແມ່​ເທາະ, ພຽງແຕ່ເຊື່ອຟັງຄຳຂອງ​ແມ່​, ແລະໄປ,​ຈົ່ງນຳເອົາ​ແບ້​ມາໃຫ້ແມ່."
\v 14 ດັ່ງນັ້ນ ຢາໂຄບ​ຈຶ່ງໄດ້​ໄປ ແລະ​ເອົາ​ແບ້​ຫນຸ່ມມາ​ໃຫ້​ແມ່​ຂອງເຂົາ, ແລະແມ່ຂອງເຂົາໄດ້ເຮັດ​ອາຫານ​ອັນ​ແຊບໆ, ຢ່າງທີ່​ພໍ່ຂອງເຂົາ​ມັກ.
\s5
\v 15 ​ເຣເບກາ​ໄດ້ນຳ​ເອົາ​ເສື້ອ​ຜ້າທີ່​ດີທີ່ສຸດ​ຂອງ​ເອຊາວ, ລູກຊາຍກົກຂອງນາງ, ຊຶ່ງຢູ່ກັບນາງໃນ​ເຮືອນ, ​ແລະ ສວມ​ໃຫ້​ຢາໂຄບ, ​ລູກຊາຍຄົນທີສອງຂອງນາງໃສ່.
\v 16 ນາງໄດ້​ເອົາ​ຫນັງ​ຂອງແກະ​ມາ​ປົກເທິງມື​ຂອງເຂົາ ແລະ ເທິງສ່ວນທີ່​​ກ້ຽງ​ຄືຊ່ວງຄໍຂອງ​ເຂົາ.
\v 17 ນາງ​ເອົາ​ອາຫານ​ອັນ​ຫອມຫວນ ແລະ​ ເຂົ້າຈີ່​ທີ່​ນາງໄດ້ຕຽມໃສ່ມືລູກຊາຍຂອງນາງ​ຄື​ຢາໂຄບ​ຖື​ໄປ.
\s5
\v 18 ຢາໂຄບໄດ້ເຂົ້າໄປຫາພໍ່ຂອງເຂົາ ແລະ​ເວົ້າ​ວ່າ, "ພໍ່ຂອງຂ້ອຍ​." ​ເພິ່ນ​​ຕອບ​ວ່າ, "ລູກຊາຍຂອງເຮົາເອີຍ, ພໍ່ຢູ່ນີ້, ເຈົ້າ​ເປັນ​ລູກ​ຄົນໃດ​ຂອງ​ພໍ່?"
\v 19 ຢາໂຄບໄດ້​ຕອບ​ພໍ່ຂອງເຂົາວ່າ,"ລູກ​ເອງ ​ເອຊາວ​ລູກຊາຍ​ຄົນ​ກົກ​ຂອງ​ທ່ານ; ລູກໄດ້​ເຮັດ​ຕາມສິ່ງ​ທີ່​ທ່ານໄດ້​ບອກ​ນັ້ນ​ແລ້ວ. ບັດນີ້ຂໍໃຫ້ທ່ານໄດ້​ລຸກ​ຂຶ້ນ ແລະ​ກິນ​ເ​ນື້ອທີ່ລູກຫາມາ, ເເລ້ວທ່ານ​ຈະ​ໄດ້ອວຍພອນ​ລູກ."
\s5
\v 20 ອີຊາກ​ຖາມລູກຊາຍຂອງເພິ່ນ​ວ່າ, "ລູກຊາຍຂອງເຮົາເອີຍເປັນໄປ​ໄດ້​ຢ່າງໃດ, ທີ່ເຈົ້າສາມາດລ່າມັນ​ໄດ້​ໄວຢ່າງນີ້?" ເຂົາໄດ້​ຕອບ​ວ່າ, "ເພາະວ່າພຣະຢາເວ ພຣະເຈົ້າ​ຂອງ​ທ່ານໄດ້ນຳມັນມາໃຫ້​ລູກ."
\v 21 ອີຊາກ​ໄດ້ເວົ້າ​ກັບ​ຢາໂຄບ​ວ່າ, "ລູກຊາຍຂອງເຮົາເອີຍ, ຈົ່ງມາ​ໃກ້ໆ​ພໍ່​ເຖີດ,​ເພື່ອ​ທີ່ພໍ່​ຈະ​​ຮູ້ວ່າ ເຈົ້າ​ແມ່ນ​ລູກຊາຍຂອງພໍ່ຄືເອຊາວ​ແທ້​ຫລື​ບໍ່."
\s5
\v 22 ຢາໂຄບ​ໄດ້​ເຂົ້າ​ໄປໃກ້​ອີຊາກພໍ່ຂອງເຂົາ, ແລະອີຊາກໄດ້​ລູບ​ຄຳ​ລາວ​ ແລະ​ເວົ້າ​ວ່າ, "ສຽງນັ້ນຄື​​ສຽງ​​ຂອງ​ຢາໂຄບ ແຕ່​ມືເປັນມືຂອງ​ເອຊາວ."
\v 23 ອີຊາກຈື່ເຂົາບໍ່ໄດ້, ເພາະ​ມືຂອງ​ເຂົາມີຂົນ​ຄື​ກັບ​ມື​ຂອງ​ເອຊາວອ້າຍຂອງເຂົາ, ດັ່ງນັ້ນອີຊາກຈຶ່ງໄດ້​ອວຍພອນ​ເຂົາ.
\s5
\v 24 ແຕ່​ເພິ່ນໄດ້ເວົ້າ​​ວ່າ, "ເຈົ້າ​ຄືເອຊາວ​ລູກຊາຍຂອງເຮົາແທ້​ບໍ?" ເຂົາໄດ້​ຕອບ​ວ່າ, "ແມ່ນແທ້."
\v 25 ອີຊາກ​ຈຶ່ງ​ກ່າວ​ວ່າ, "ຈົ່ງ​ເອົາ​ອາຫານ​ມາ​ໃຫ້​ພໍ່, ​ແລະພໍ່ຈະກິນເນື້ອທີ່ເຈົ້າຫາມາ, ​ແລ້ວ​ພໍ່​ຈະ​ອວຍພອນ​ເຈົ້າ." ຢາໂຄບ​ຈຶ່ງ​ເອົາ​ອາຫານ​ມາ​ໃຫ້ເ​ພິ່ນ. ອີຊາກໄດ້ກິນ, ແລະຢາໂຄບ​ໄດ້​ເອົາ​ເຫລົ້າ​ອະງຸ່ນມາ​ໃຫ້​ເພິ່ນ​, ແລະເພິ່ນກໍໄດ້ດື່ມ.
\s5
\v 26 ຈາກນັ້ນອີຊາກພໍ່ຂອງເຂົາ​ໄດ້​ເວົ້າກັບເຂົາ​ວ່າ, "ລູກຊາຍຂອງເຮົາເອີຍ ບັດນີ້ຈົ່ງ​ເຂົ້າ​ມາ​ໃກ້ໆພໍ່,​ແລະ​ຈູບ​ພໍ່​."
\v 27 ຢາໂຄບໄດ້ເຂົ້າມາໃກ້, ແລະຈູບເ​ພິ່ນ ແລະເພິ່ນກໍໄດ້​ກິ່ນ​ເຄື່ອງນຸ່ງ​ຂອງ​ເຂົາ, ເເລະອວຍພອນ​ເຂົາ, "ເພິ່ນໄດ້ເວົ້າ, ວ່າກິ່ນ​​ລູກຊາຍ​ຂອງຂ້ອຍ​ນີ້ ຄື​ກິ່ນ​ທີ່​ມາ​ຈາກ​ທົ່ງນາ ທີ່​ພຣະຢາເວ​ໄດ້ສົ່ງ​ພອນ​ລົງ​ມາ​ໃຫ້.
\s5
\v 28 ຂໍ​ໃຫ້​ພຣະເຈົ້າ​ປຣະທານ​ສ່ວນທີ່ມີນ້ຳຄ້າງແຫ່ງທ້ອງຟ້າແລະສ່ວນທີ່ອຸດົມສົມບູນຂອງແຜ່ນດິນແລະ​ຕົ້ນ​ເຂົ້າ ທັງ​ເຫລົ້າ​ອະງຸ່ນໃຫມ່​ຫລວງຫລາຍ.
\s5
\v 29 ໃຫ້​ປະຊາຊົນທັງຫລາຍຮັບ​ໃຊ້ເຈົ້າ ແລະປະຊາຊາດທັງຫລາຍໂຄ້ງຄຳນັບໃຫ້ແກ່ເຈົ້າ. ເປັນເຈົ້ານາຍເຫນືອພີ່ນ້ອງທັງຫລາຍຂອງເຈົ້າ, ແລະຂໍໃຫ້ລູກຊາຍທັງຫລາຍຂອງແມ່​ເຈົ້າ. ໂຄ້ງ​ຄຳນັບ​ໃຫ້ແກ່ເຈົ້າ​ຂໍໃຫ້ທຸກ ຄົນທີ່​ສາບແຊ່ງ​ເຈົ້າຖືກ​ສາບແຊ່ງ​; ຂໍໃຫ້ທຸກຄົນທີ່ອວຍພອນ​ເຈົ້າໄດ້​ຮັບ​ການອວຍພຣະພອນ​."
\s5
\v 30 ທັນທີທີ່ອີຊາກອວຍພອນຢາໂຄບເເລ້ວ, ແລະຢາໂຄບເກືອບຈະກັບອອກໄປ​​ຈາກ​ອີຊາກ​ພໍ່ຂອງເຂົາເກືອບບໍ່ທັນ, ເອຊາວ​ອ້າຍ​ຂອງ​ເຂົາກໍ​ກັບ​ມາ​ແຕ່​ລ່າສັດ.
\v 31 ລາວກໍໄດ້ເຮັດ​ອາຫານ​ອັນ​ແຊບໆ ແລະ​ນຳມາໃຫ້​ພໍ່ລາວ. ລາວໄດ້​ເວົ້າກັບພໍ່ຂອງລາວ​ວ່າ, "ພໍ່​ເອີຍ, ຂໍໃຫ້ທ່ານລຸກ​ຂຶ້ນ​ ແລະກິນ​ສິ່ງທີ່ລູກຊາຍຂອງທ່ານ​ໄດ້ລ່າມາ, ເພື່ອ​ທີ່ທ່ານຈະໄດ້​ອວຍພອນ​ລູກ."
\s5
\v 32 ອີຊາກພໍ່ຂອງເຂົາ​ໄດ້ເວົ້າກັບເຂົາວ່າ, "ເຈົ້າ​ແມ່ນ​ໃຜ?" ລາວ​ຕອບ​ວ່າ, "ລູກຄືລູກຊາຍຂອງທ່ານເອຊາວ​, ລູກຊາຍກົກ​ຂອງ​ທ່ານ."
\v 33 ອີຊາກ​ຈຶ່ງ​ຕົກໃຈ​ທັງ​ສັ່ນ​ຫມົດ​ຕົວ ແລະ​ໄດ້ເວົ້າວ່າ, "ມັນ​ເປັນໃຜ​ທີ່​ໄດ້ໄປລ່າ​ສັດ ແລະ​ຈັດແຈ່ງ​ອາຫານ​ເອົາ​ມາ​ໃຫ້​ພໍ່​ກິນ? ພໍ່​ໄດ້​ກິນ ແລະ​ນຳມາໃຫ້ພໍ່? ພໍ່ໄດ້ກິນມັນຫມົດກ່ອນທີ່ເຈົ້າໄດ້ເຂົ້າມາ, ແລະພໍ່ໄດ້ອວຍພອນ​ເຂົາໄປ​ແລ້ວ, ເຂົາໄດ້ຮັບການອວຍ​ພອນ​."
\s5
\v 34 ເມື່ອເອຊາວໄດ້ຍິນຖ້ອຍຄຳທັງຫລາຍຂອງພໍ່ລາວ, ລາວຈຶ່ງຮ້ອງໃຫ້ດ້ວຍສຽງອັນດັງ ແລະ ຂົມຂື່ນ, ແລະ ເວົ້າກັບພໍ່ຂອງລາວວ່າ, "ຂໍອວຍພອນລູກ, ຈົ່ງ​ອວຍພອນ​ລູກ​ເຫມືອນກັນ​ແດ່ທ້ອນ."
\v 35 ອີຊາກໄດ້​ເວົ້າ​ວ່າ, "ນ້ອງຊາຍ​ຂອງ​ເຈົ້າ​ໄດ້ມາທີ່ນີ້ຢ່າງມີເລ້ຫລ່ຽມ ແລະ ​ເອົາ​ຄຳອວຍພອນ​ຂອງເຈົ້າ​ຄວນ​ຈະ​ໄດ້ໄປ​ແລ້ວ."
\s5
\v 36 ເອຊາວໄດ້​ເວົ້າ​ວ່າ, "ຜູ້ທີ່ເຮັດບໍ່ຖືກຕ້ອງນີ້ຄືຢາໂຄບບໍ່ແມ່ນບໍ?" ເພາະເຂົາໄດ້ຫລອກລວງລູກຢ່າງນີ້ສອງ​ເທື່ອແລ້ວ. ເຂົາໄດ້​ເອົາ​ສິດທິ​ລູກກົກ​ຂອງ​ລູກ​ໄປ, ແລະ,​ບັດນີ້​ເຂົາ​ໄດ້​ເອົາຄຳອວຍ​ພອນ​ຂອງ​ລູກ​ໄປ​ອີກ." ຈາກນັ້ນເຂົາໄດ້ເວົ້າວ່າ, "ທ່ານບໍ່ມີ​ຄຳອ່ວຍພອນ​ຈັກ​ຢ່າງ​ເຫລືອ​ໄວ້​ໃຫ້​ລູກ​ອີກ​ແດ່​ບໍ?"
\v 37 ອີຊາກໄດ້​ຕອບ​ລາວ ແລະເວົ້າກັບເອຊາວວ່າ, "ເບິ່ງເຖີດ, ພໍ່​ໄດ້​ອວຍພອນເຂົາ​ເປັນ​ເຈົ້ານາຍ​ຂອງ​ເຈົ້າ, ແລະ​ພໍ່ໄດ້ໃຫ້​ພີ່ນ້ອງ​ທັງຫມົດຂອງເຂົາເປັນ​ຄົນ​ຮັບໃຊ້​ເຂົາ. ພໍ່​ໄດ້​ອວຍພອນ​ລາວ​ໃຫ້​ມີ​ເຂົ້າ, ແລະ​ມີ​ເຫລົ້າ​ອະງຸ່ນ​ໃຫມ່ແກ່ເຂົາ. ລູກຊາຍຂອງພໍ່ເອີຍ​ ພໍ່​ຈະ​ສາມາດເຮັດສິ່ງໃດຫລາຍກວ່ານີ້ສຳລັບເຈົ້າ​ໄດ້​ບໍ?"
\s5
\v 38 ເອຊາວ​ໄດ້ເວົ້າກັບ​ພໍ່​ຂອງເພິ່ນ​ວ່າ, "ພໍ່​ເອີຍ ທ່ານບໍ່ມີຄຳອວຍພອນ​ເຫລືອສຳລັບລູກ, ອີກຈັກຄຳອວຍພອນບໍ? ພໍ່ຂອງລູກຂໍ​ອວຍພອນ​ລູກ, ອວຍພອນລູກ​ແດ່ທ້ອນ." ເອຊາວໄດ້​ຮ້ອງໄຫ້ສຽງດັງ.
\s5
\v 39 ​ອີຊາກ​ພໍ່ຂອງເພິ່ນໄດ້ຕອບ ແລະ ເວົ້າ​ກັບເພິ່ນວ່າ, "ເບິ່ງເຖີດ, ສະຖານທີ່ໆເຈົ້າ​ຢູ່ຈະ​ຢູ່ຫ່າງໄກ​ຈາກ​ຄວາມອຸດົມສົມບູນ ​ແລະ ​ຮັ່ງມີຂອງແຜ່ນດິນ; ເຈົ້າ​ຈະ​ຂາດ​ຄວາມ​ຊຸ່ມເຢັນທີ່​ສະຫວັນ​ໂຜດ​ໃຫ້.
\v 40 ເຈົ້າຈະມີຊີວິດ​ຢູ່ໄດ້ດ້ວຍດາບຂອງ​ເຈົ້າ​, ແລະ ເຈົ້າຈະ​ຮັບໃຊ້​ນ້ອງຊາຍ​ຂອງເຈົ້າ. ແຕ່​ເມື່ອ​ເຈົ້າກະບົດ, ເຈົ້າ​ຈະ​ປົດແອກຂອງເຂົາ​​ອອກຈາກ​ຄໍຂອງເຈົ້າ​ໄດ້."
\s5
\v 41 ເອຊາວໄດ້​ກຽດຊັງ​ຢາໂຄບ ເພາະຄຳອວຍພອນ​ທີ່ພໍ່ຂອງເພິ່ນໄດ້ໃຫ້ແກ່ເຂົາ. ເອຊາວໄດ້ເວົ້າໃນໃຈຂອງເພິ່ນວ່າ, "ວັນເວລາແຫ່ງຄວາມໂສກເສົ້າສຳລັບ​ພໍ່​ຂອງເຮົາ ກໍາລັງ​​ເຂົ້າ​ມາ​ໃກ້; ຫລັງຈາກ​ນັ້ນ​ ເຮົາ​ກໍ​ຈະ​ຂ້າ​ນ້ອງຊາຍຂອງເຮົາຄືຢາໂຄບ​."
\v 42 ຖ້ອຍຄຳ​​ຂອງ​ເອຊາວ​ ລູກຊາຍກົກຂອງນາງໄດ້ຖືກນຳມາບອກໃຫ້ເຣເບກາຮູ້. ດັ່ງນັ້ນນາງຈຶ່ງ​ໄດ້ໃຊ້​ຄົນ​ໄປ ແລະ​ເອີ້ນ​ຢາໂຄບ​ລູກຊາຍຜູ້ເປັນນ້ອງມາ ແລະ​ເວົ້າກັບເຂົາ​ວ່າ, "ເບິ່ງເຖີດ, ​ອ້າຍ​ຂອງ​ເຈົ້າ​ເອຊາວກຳລັງປອບໃຈຕົວເອງກ່ຽວກັບເຈົ້າໂດຍການ​ວາງແຜນທີ່​ຈະ​ຂ້າ​ເຈົ້າ.
\s5
\v 43 ບັດນີ້, ລູກຊາຍຂອງ​ແມ່ເອີຍ, ຈົ່ງເຊື່ອຟັງແມ່​ ແລະຫນີໄປຫາລາບານ, ອ້າຍຂອງແມ່ທີ່ເມືອງຮາຣານ.
\v 44 ຈົ່ງ​ຢູ່ກັບເຂົາຊົ່ວໄລຍະ​ຫນຶ່ງ​, ຈົນກວ່າ​ຄວາມໂກດຮ້າຍຂອງອ້າຍ​ເຈົ້າຈະລົດລົງ,
\v 45 ຈົນກວ່າຄວາມໂກດຮ້າຍຂອງອ້າຍເຈົ້າ​ຫັນໄປຈາກເຈົ້າ, ແລະເຂົາລືມໃນສິ່ງທີ່ເຈົ້າໄດ້ກະທຳແກ່ເຂົາ. ຈາກນັ້ນ​ແມ່​​ຈະ​ໃຊ້​ຄົນ​ໄປ​ແລະຮັບ​ເຈົ້າ​ກັບຄືນ​ມາຈາກທີ່ນັ້ນ. ເປັນຫຍັງ​​ແມ່​ຕ້ອງ​ສູນເສຍ​ພວກ​ເຈົ້າທັງສອງ​ຄົນໃນ​ມື້​ດຽວກັນ?"
\s5
\v 46 ນາງ​ເຣເບກາໄດ້​ເວົ້າ​ກັບອີຊາກ​ວ່າ, "ຂ້ອຍ​ເບື່ອຊີວິດເພາະລູກສາວທັງຫລາຍຂອງຊາວຮິດຕີ​. ຖ້າ​ຢາໂຄບ​ຮັບເອົາ​ລູກສາວຂອງ​ຊາວ​ຮິດຕີ​ຄົນໃດຄົນຫນຶ່ງ, ມາ​ເປັນ​ເມຍ​ເຫມືອນຜູ້ຍິງເຫລົ່ານີ້, ລູກສາວຂອງແຜ່ນດິນນີ້ບາງຄົນ, ຊີວິດຂອງ​ຂ້ອຍ​ຈະມີປະໂຫຍດຫຍັງ."
\s5
\c 28
\cl ​ບົດ​ທີ 28
\p
\v 1 ອີຊາກ​ໄດ້​ເອີ້ນ​ຢາໂຄບ​, ເຂົ້າມາ​ເພື່ອ​ອວຍພອນ, ແລະ​ສັ່ງ​ເຂົາວ່າ, "ລູກ​ຢ່າ​ເອົາ​ຍິງສາວ​ຊາວ​ການາອານມາ​ເປັນ​ເມຍ​.
\v 2 ແຕ່​ຈົ່ງລຸກຂຶ້ນ, ​ໄປປັດດານອາຣຳ, ໄປຍັງບ້ານຂອງ​ເບທູເອນ​ພໍ່​ຂອງ​ແມ່​ເຈົ້າ, ​ແລະ​ຮັບເອົາເມຍຄົນຫນຶ່ງ​ຈາກ​​ທີ່​ນັ້ນ, ຈາກລູກສາວ​ຄົນ​ໃດຄົນຫນຶ່ງ​ຂອງ​ລາບານ​ອ້າຍຂອງແມ່​ເຈົ້າ.
\s5
\v 3 ຂໍ​ໃຫ້​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຊົງອວຍພອນ​ເຈົ້າ, ເຮັດໃຫ້​ເຈົ້າ​ມີ​ລູກ​ຢ່າງ​ຫລວງຫລາຍ, ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ບັນພະບຸຣຸດ​ຂອງ​ຫລາຍ​ຊົນຊາດ.
\v 4 ຂໍໃຫ້​ພຣະອົງ​ປຣະທານຄຳອວຍພອນ​ຂອງອັບຣາຮາມແກ່ເຈົ້າ, ​ແລະ​ແກ່ບັນດາເຊື້ອສາຍ​ທັງຫລາຍຂອງ​ເຈົ້າ, ຫລັງຈາກເຈົ້າ ເຈົ້າ​ຈະໄດ້​ເປັນ​ກຳມະສິດ​ດິນແດນ​ທີ່​ເຈົ້າ​ອາໄສຢູ່​, ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້ແກ່​ອັບຣາຮາມເປັນມໍຣະດົກ."
\s5
\v 5 ດັ່ງນັ້ນອີຊາກ​ໄດ້ສົ່ງ​ຢາໂຄບ​ໄປ. ​ຢາໂຄບໄດ້ໄປຍັງປັດດານອາຣຳ, ໄປຫາລາບານ​ລູກຊາຍ​ຂອງ​ເບທູເອນ​ຊາວ​ອາຣຳ, ເປັນ​ອ້າຍ​ຂອງ​ນາງ​ເຣເບກາ, ​ແມ່​ຂອງ​ຢາໂຄບ ​ແລະ​ເອຊາວ.
\s5
\v 6 ບັດນີ້ເອຊາວ​ໄດ້ເຫັນ​ອີຊາກ​ອວຍພອນ​ຢາໂຄບ ແລະ​ສົ່ງ​ເຂົາໄປ​ຍັງປັດດານອາຣຳ, ເພື່ອຫາເມຍຈາກທີ່ນັ້ນ. ລາວ​ໄດ້ເຫັນອີຊາກ​ອວຍພອນ​ເຂົາ ແລະສັ່ງເຂົາເວົ້າວ່າ, "ເຈົ້າບໍ່​ຕ້ອງເອົາ​ຍິງ​ສາວ​ຊາວ​ການາອານ​ມາ​ເປັນ​ເມຍດ້ວຍ."
\v 7 ເອຊາວ​ຍັງໄດ້ເຫັນວ່າ​ຢາໂຄບ​ເຊື່ອຟັງ​​ພໍ່​ ແລະແມ່ຂອງເຂົາດ້ວຍ, ແລະ​ໄດ້​ເດີນທາງໄປ​ທີ່​ປັດດານອາຣຳ.
\s5
\v 8 ເອຊາວໄດ້ເຫັນວ່າ​ອີຊາກ​ພໍ່​ຂອງຕົນ​ບໍ່​ມັກ​ຍິງ​ສາວການາອານ.
\v 9 ດັ່ງນັ້ນ ລາວຈຶ່ງ​ໄປ​ຫາ​ອິດຊະມາເອນ, ແລະ​ຮັບເອົາ​ນາງ​ມາຮາລາດ​ນ້ອງສາວ​ຂອງ​ເນບາໂຢດ, ລູກສາວຂອງອິດຊະມາເອນ, ຜູ້ເປັນລູກຊາຍຂອງອັບຣາຮາມ, ມາເປັນເມຍຂອງເຂົາອີກຄົນຫນຶ່ງ, ນອກເຫນືອຈາກເມຍທັງຫລາຍທີ່ເຂົາມີຢູ່ແລ້ວ.
\s5
\v 10 ຢາໂຄບໄດ້​ອອກ​ຈາກ​ເມືອງເບເອນເຊບາ ແລະ​ມຸ່ງຫນ້າ​ໄປ​ສູ່​ເມືອງ​ຮາຣານ.
\v 11 ເຂົາໄດ້ມາ​ເຖິງທີ່ແຫ່ງຫນຶ່ງ ແລະພັກ​​ທີ່​ນັ້ນທັງຄືນ, ເພາະວ່າຕາເວັນຕົກດິນແລ້ວ. ເຂົາໄດ້ເອົາກ້ອນຫີນກ້ອນຫນຶ່ງຈາກທີ່ນັ້ນມາເຮັດເປັນຫມອນ​ຮອງ​ຫົວ, ແລະນອນລົງໃນທີ່ນັ້ນເພື່ອທີ່ຈະຫລັບ.
\s5
\v 12 ເຂົາໄດ້​ຝັນ​ເຫັນ​ຂັ້ນໄດຕັ້ງຂຶ້ນເທິງແຜ່ນດິນ.​ປາຍຂອງຂັ້ນໄດນັ້ນ​ຂຶ້ນໄປເຖິງທ້ອງຟ້າ ແລະ ຫມູ່ທູດສະຫວັນຂອງ​ພຣະເຈົ້າ​ກຳລັງ​ຍ່າງ​ຂຶ້ນ​ຍ່າງ​ລົງ​ຕາມ​ຂັ້ນໄດ​ນັ້ນ.
\v 13 ເບິ່ງເຖີດ, ພຣະຢາເວໄດ້ ຊົງ​ຢືນ​ຢູ່​ຂ້າງ​ເທິງນັ້ນ ແລະກ່າວວ່າ, "ເຮົາ​ແມ່ນ​ພຣະຢາເວ, ພຣະເຈົ້າ​ຂອງ​ອັບຣາຮາມ​ບັນພະບູຣຸດຂອງ​ເຈົ້າ, ​ແລະ​ພຣະເຈົ້າ​ຂອງ​ອີຊາກ. ແຜ່ນດິນທີ່ເຈົ້າກຳລັງນອນຢູ່ນີ້ເຮົາ​ຈະ​ມອບ​ໃຫ້ເຈົ້າ ​ແລະ​ບັນດາເຊື້ອສາຍ​ຂອງ​ເຈົ້າ.
\s5
\v 14 ເຊື້ອສາຍທັງຫລາຍ​ຂອງ​ເຈົ້າ​ຈະ​ມີ​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນ​ດິນ, ແລະເຈົ້າຈະ​ແຜ່ກວ້າງໄກອອກໄປ​ຍັງ​ທິດຕາເວັນຕົກ, ທິດຕາເວັນອອກ, ທິດເຫນືອ, ແລະທິດໃຕ້, ໂດຍ​ຜ່ານ​ທາງ​ເຈົ້າ ແລະ ບັນດາ​ເຊື້ອສາຍ​ຂອງ​ເຈົ້າທຸກຄອບຄົວຂອງແຜ່ນດິນຈະໄດ້​ຮັບພອນ​.
\v 15 ເບິ່ງເຖີດ, ເຮົາ​ຈະ​ຢູ່​ກັບເຈົ້າ​, ແລະ ​ເຮົາຈະປົກປັກ​ຮັກສາ​ເຈົ້າ ບໍ່ວ່າ​ເຈົ້າ​ຈະໄປທີ່ໃດ ເຮົາ​ຈະ​ໃຫ້​ເຈົ້າ​ກັບ​ມາ​ຢູ່​ໃນ​ດິນແດນ​ນີ້; ເພາະວ່າເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ. ​ເຮົາ​ຈະ​ເຮັດ​ທຸກສິ່ງ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ເຈົ້າ."
\s5
\v 16 ຢາໂຄບໄດ້​ຕື່ນ​ຂຶ້ນ​ຈາກການຫລັບຂອງເຂົາຈຶ່ງ​ເວົ້າ​ວ່າ, "ພຣະຢາເວ​ສະຖິດ​ຢູ່​ທີ່ນີ້​ແທ້ໆ, ແລະເຮົາ​ບໍ່​ຮູ້ເລື່ອງມາກ່ອນ."
\v 17 ເຂົາຢ້ານ​ກົວແລະໄດ້​ເວົ້າ​ວ່າ, "ບ່ອນ​ນີ້ຫນ້າຢ້ານ​! ທີ່ນີ້ບໍ່ແມ່ນຢ່າງອື່ນແນ່ນອນ ນອກຈາກເປັນ​ພຣະວິຫານ​ຂອງ​ພຣະເຈົ້າ. ແລະ​ຄົງ​ເປັນ​ປະຕູ​​ແຫ່ງທ້ອງຟ້າ."
\s5
\v 18 ຢາໂຄບ​ລຸກ​ຂຶ້ນ​ແຕ່​ເຊົ້າໆ ແລະ​ນຳເອົາ​ກ້ອນຫີນ​ທີ່​ເຂົາຫມູນ​ຫົວ​ນັ້ນ​ມາເຂົາໄດ້ຕັ້ງ​ມັນຂຶ້ນ​ເປັນເຫມືອນ​ເສົາ​. ແລ້ວ​ເທນໍ້າມັນ​ລົງເທິງຍອດກ້ອນຫີນນັ້ນ.
\v 19 ເຂົາຈຶ່ງໄດ້ເອີ້ນ​ສະຖານທີ່ນ​ັ້ນວ່າເບັດເອນ. ແຕ່​ກ່ອນ​ເມືອງ​ນີ້​ຊື່​ວ່າ, ລູເຊ.
\s5
\v 20 ຢາໂຄບ​ກໍ​ໄດ້​ສາບານ​ວ່າ, "ຖ້າ​ພຣະເຈົ້າ​ຊົງສະຖິດ​ຢູ່​ກັບ​ຂ້ານ້ອຍ ແລະ​ປົກປັກ​ຮັກສາ​ຂ້ານ້ອຍ​ໃນທາງນີ້ທີ່ຂ້ານ້ອຍ​ກຳລັງຈະ​ເດີນ, ແລະ​ຈະໃຫ້​ອາຫານ​ແກ່ຂ້ານ້ອຍກິນ, ແລະ​ເສື້ອຜ້າສຳລັບສວມໃສ່,
\v 21 ແລະ​ຊົງນຳຂ້ານ້ອຍ​ກັບ​ມາ​ເຖິງ​ບ້ານ​ພໍ່​ຂອງ​ຂ້ານ້ອຍ​ຢ່າງ​ປອດໄພ, ຈາກນັ້ນພຣະຢາເວ​​ຈະ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ.
\v 22 ແລະກ້ອນຫີນນີ້​ທີ່​ຂ້ານ້ອຍ​ໄດ້ຕັ້ງ​ຂຶ້ນ​ເປັນ​ເຫມືອນເສົານີ້. ຈະ​ເປັນ​ກ້ອນຫີນທີ່ສັກສິດ​ຈາກທຸກສິ່ງທີ່ພຣະອົງປຣະທານໃຫ້ຂ້ານ້ອຍ, ແລະ​ຂ້ານ້ອຍ​ຈະ​ຖວາຍ​ຫນຶ່ງສ່ວນສິບ​ໃຫ້ພຣະອົງ​."
\s5
\c 29
\cl ​ບົດ​ທີ 29
\p
\v 1 ຈາກນັ້ນຢາໂຄບ​ໄດ້​ເດີນທາງ​ຕໍ່ໄປ ແລະມາເຖິງ​ດິນແດນ​ຂອງ​ປະຊາຊົນແຫ່ງຕາເວັນອອກ.
\v 2 ເມື່ອເຂົາໄດ້ຫລຽວເບິ່ງ, ເຂົາໄດ້ເຫັນບໍ່​ນໍ້າບໍ່ຫນຶ່ງ​ທີ່​ທົ່ງນາ, ແລະ, ເບິ່ງ​ເຖີດ, ມີ​ແກະ​ສາມ​ຝູງ​ກຳລັງ​ນອນ​ຢູ່​ໃກ້ໆ​ບໍ່ນ້ຳນັ້ນ. ພວກເຂົາໄດ້ໃຊນ້ຳຈາກບໍ່ນ້ຳນັ້ນລ້ຽງຝູງ, ແລະ​ມີ​ຫີນ​ກ້ອນ​ໃຫຍ່​ອັດ​ປາກ​ບໍ່ນ້ຳນັ້ນ.
\v 3 ເມື່ອຝູງ​ແກະ​​ທັງ​​ຫມົດ​ໄດ້ມາໂຮມກັນທີ່ນັ້ນ, ຄົນລ້ຽງແກະ​ຈຶ່ງ​ພາກັນ​ກິ້ງ​ກ້ອນຫີນ​ອອກ ຈາກປາກບໍ່ນ້ຳ ແລະ​ຕັກ​ນໍ້າ​ໃຫ້​ແກະ​ກິນ. ແລ້ວ​ຈາກນັ້ນ​ກໍ​ກິ້ງ​ກ້ອນຫີນ​ນັ້ນອັດ​ປາກບໍ່​ນໍ້າໄວ້ອີກຄັ້ງ ໃຫ້ກັບໄປໃນທີ່​​ເກົ່າ.
\s5
\v 4 ຢາໂຄບໄດ້ເວົ້າກັບພວກ​ເຂົາ​ວ່າ, "ພີ່ນ້ອງ​ທັງຫລາຍຂອງຂ້າພະເຈົ້າ​ເອີຍ, ພວກທ່າ​ນມາ​ຈາກໃສ?" ພວກເຂົາໄດ້​ຕອບ​ວ່າ, "ພວກເຮົາມາ​ຈາກເມືອງ​ຮາຣານ."
\v 5 ລາວ​ໄດ້ເວົ້າກັບພວກເຂົາວ່າ, "ພວກເຈົ້າ​ຮູ້ຈັກ​ລາບານ ລູກຊາຍ​ນາໂຮ​ບໍ?" ພວກເຂົາ​ຕອບ​ວ່າ, "ພວກເຮົາ​ຮູ້ຈັກ​ເພິ່ນ."
\v 6 ລາວ​ໄດ້ເວົ້າກັບພວກເຂົາວ່າ, "ເພິ່ນ​ສະບາຍດີ​ບໍ?" ພວກເຂົາ​ໄດ້ຕອບ​ວ່າ, "ເພິ່ນ​ສະບາຍດີ, ແລະຫັ້ນເດ, ຣາເຊັນລູກສາວ​ຂອງ​ເພິ່ນ​ກຳລັງ​ມາກັບຝູງແກະ​ນັ້ນ."
\s5
\v 7 ຢາໂຄບໄດ້​ເວົ້າ​ວ່າ, “ເບິ່ງແມ, ມັນເປັນເວລາ​ທ່ຽງ​ວັນ​ຢູ່. ແລະ​ບໍ່​​ແມ່ນ​ຍາມ​ນຳ​ຝູງສັດ​​ມາ​ລວມກັນ. ພວກທ່ານຄວນຕັກນ້ຳໃຫ້ແກະ ແລະຈາກນັ້ນກໍ​ນຳ​ໄປ​ໃຫ້ພວກມັນໄດ້ກິນຫຍ້າ?"
\v 8 ພວກເຂົາໄດ້ເວົ້າວ່າ,"ພວກເຮົາບໍ່ສາມາດຕັກນ້ຳໃຫ້ພວກມັນ ໄດ້​ຈົນກວ່າ​​ຝູງ​ສັດທັງຫມົດຈະມາ​ລວມຕົວກັນ. ຈາກນັ້ນພວກຜູ້ຊາຍທັງຫລາຍຈະ​​ກິ້ງ​ກ້ອນຫີນ​ອອກຈາກປາກບໍ່ນ້ຳ, ແລະ​ເຮົາຈະຕັກ​ນໍ້າ​ໃຫ້​ແກະນັ້ນ."
\s5
\v 9 ໃນ​ເວລາ​ທີ່​ຢາໂຄບ​ຍັງກຳລັງ​​ເວົ້າຢູ່ກັບ​ພວກເຂົາ, ນາງ​ຣາເຊັນ​ໄດ້ມາພ້ອມກັບ​ຝູງແກະ​ຂອງພໍ່ນາງ, ເພາະນາງໄດ້ກຳລັງລ້ຽງພວກມັນ.
\v 10 ເມື່ອຢາໂຄບໄດ້​ເຫັນ​ຣາເຊັນ​, ລູກສາວຂອງລາບານ, ອ້າຍຂອງແມ່ລາວ, ແລະແກະ​ຂອງ​ລ​າບານ, ຂອງອ້າຍຂອງແມ່ເຂົາ, ຢາໂຄບໄດ້ເຂົາມາ, ​​ກິ້ງ​ກ້ອນຫີນ​ອອກຈາກປາກບໍ່ນ້ຳ, ແລະ​ຕັກ​ນໍ້າ​ໃຫ້ຝູງ​ສັດ​ຂອງລາບານ, ອ້າຍຂອງແມ່ລາວ.
\s5
\v 11 ຢາໂຄບໄດ້​ຈູບ​ຣາເຊັນພ້ອມ​ທັງ​ຮ້ອງໄຫ້​ສຽງດັງ.
\v 12 ຢາໂຄບໄດ້​ບອກ​ຣາເຊັນ​ວ່າ, "ເຂົາເປັນຍາດພີ່ນ້ອງຂອງ​ນາງ​, ແລະເຂົາເປັນລູກຊາຍຂອງນາງເຣເບກາ​." ຈາກນັ້ນນາງ​ໄດ້ແລ່ນ​ໄປ ​ແລະໄດ້ບອກກັບ​ພໍ່​ຂອງຕົນ.
\s5
\v 13 ເມື່ອ​ລາບານ​ໄດ້ຍິນ​ເລື່ອງກ່ຽວກັບ​ ຢາໂຄບ​ ລູກຊາຍ​ຂອງນ​້ອງສາວເພິ່ນມາ, ເພິ່ນ​ໄດ້ແລ່ນໄປ​​ພົບເຂົາ,​ສວມກອດ​ເຂົາ, ຈູບເຂົາ, ແລະໄດ້​ພາ​ເຂົາໄປຍັງ​​ເຮືອນຂອງເພິ່ນ. ​ຢາໂຄບໄດ້ບອກລາບານເຖິງ​ເລື່ອງ​ເຫລົ່ານີ້ທັງຫມົດ​.
\v 14 ລາບານ​ໄດ້​ເວົ້າ​ກັບເຂົາວ່າ,"ແທ້ຈິງແລ້ວເຈົ້າຄືກະດູກຂອງເຮົາ​ ແລະເນື້ອຂອງເຮົາ." ຈາກນັ້ນຢາໂຄບ​ໄດ້​ຢູ່​ກັບເຂົາປະມານ​ຫນຶ່ງ​ເດືອນ.
\s5
\v 15 ຈາກນັ້ນລາບານ​ໄດ້​ເວົ້າ​ກັບ​ຢາໂຄບ​ວ່າ, "ເຈົ້າ​ບໍ່​ຄວນຮັບໃຊ້ເຮົາລ້າໆ ເພາະວ່າເຈົ້າເປັນຍາດພີ່ນ້ອງຂອງເຮົາບໍ່ແມ່ນບໍ? ຈົ່ງບອກເຮົາ, ເຈົ້າຕ້ອງການ ອັນໃດເປັນ​ຄ່າຈ້າງ​ຂອງເຈົ້າ?"
\v 16 ຂະນະນັ້ນລາບານ​ມີ​ລູກສາວ​ສອງ​ຄົນ. ຜູ້​ກົກ​ຊື່​ວ່າ ເລອາ, ແລະຜູ້​ນ້ອງ​ນັ້ນ​ຊື່​ວ່າ ຣາເຊັນ.
\v 17 ນາງ​ເລອາ​ເປັນ​ຄົນ​ມີ​ແວວ​ຕາ​ສັ້ນ, ແຕ່​ນາງ​ຣາເຊັນ​ເປັນ​ຄົນທີ່ມີຮູບຮ່າງແລະຫນ້າຕາສວຍງາມ​.
\v 18 ຢາໂຄບ​ກໍໄດ້ຮັກ​ນາງ​ຣາເຊັນ, ດັ່ງນັ້ນ​ເຂົາ​ຈຶ່ງ​ເວົ້າ​ວ່າ, "ຂ້ອຍ​ຈະ​ເຮັດ​ວຽກ​ໃຫ້​ທ່ານ​ເຈັດ​ປີ ເພື່ອລາເຊັນ,​ລູກສາວຄົນນ້ອຍຂອງທ່ານ."
\s5
\v 19 ລາບານໄດ້​ເວົ້າ​ວ່າ, "ມັນ​ດີ​ກວ່າທີ່ເຮົາຍົກ​ນາງ​ໃຫ້​ກັບເຈົ້າ, ແທນທີ່ເຮົາ​ຈະ​ຍົກ​ໃຫ້ກັບອີກ​ຄົນຫນຶ່ງ. ຈົ່ງ​ຢູ່​ກັບເຮົາເຖີດ​."
\v 20 ສະນັ້ນ ຢາໂຄບ​ຈຶ່ງ​ໄດ້​ທຳງານຮັບໃຊ້​ເຈັດ​ປີ​ເພື່ອ​​ນາງ​ຣາເຊັນ; ແລະ​ເບິ່ງມັນ​ເຫມືອນ​ເປັນພຽງບໍ່ທໍ່ໃດ​ມື້, ສຳລັບເຂົາເພາະຄວາມຮັກທີ່ເຂົາມີ​ຕໍ່ນາງ​.
\s5
\v 21 ຈາກນັ້າ​ຢາໂຄບ​ໄດ້​ເວົ້າ​ກັບ​ລາບານ​ວ່າ,"ຈົ່ງ​ໃຫ້​ເມຍແກ່ຂອ້ຍເຖີດ, ເພາະຂ້ອຍໄດ້ທຳງານຄົບຕາມເວລາແລ້ວ ດັ່ງນັ້ນຂ້ອຍຄວນແຕ່ງງານ​ກັບ​ນາງ."
\v 22 ດັ່ງນັ້ນ ລາບານໄດ້ຮວບຮວມຜູ້ຊາຍທັງຫມົດ​ຂອງສະຖານທີ່ນັ້ນ ແລະຈັດ​ງານ​ລຽ້ງຂຶ້ນ.
\s5
\v 23 ໃນ​ຕອນ​ແລງນັ້ນ, ລາບານ​ໄດ້ນຳ​ເອົາ, ນາງ​ເລອາ​ລູກສາວຂອງເຂົາມາ ແລະ ນຳນາງໄປ​ໃຫ້​ຢາໂຄບ​, ຜູ້ຊຶ່ງໄດ້ຫລັບນອນກັບນາງ​.
\v 24 ລາບານ​ໄດ້ໃຫ້ຍິງຮັບໃຊ້ຂອງເຂົາຄື​ຊີລະປາແກ່ເລອາ, ລູກສາວຂອງເຂົາໃຫ້​ເປັນ​ຄົນຮັບໃຊ້ຂອງ​ນາງ​.
\v 25 ໃນ​​ຕອນເຊົ້າ, ເບິ່ງເຖີດ, ກາຍເປັນເລອາ! ຢາໂຄບ​ໄດ້ເ​ວົ້າ​​ກັບລາບານ​ວ່າ, "ເປັນຫຍັງທ່ານ​ຈຶ່ງ​ເຮັດ​ກັບ​ຂ້ອຍ​ແບບ​ນີ້? ຂ້ອຍ​ໄດ້ຮັບໃຊ້ທ່ານ​ເພື່ອຣາເຊັນ​ບໍ່ແມ່ນບໍ? ​​ເປັນຫຍັງ​ທ່າ​ນຈຶ່ງ​ຫລອກລວງ​ຂ້ອຍ?"
\s5
\v 26 ລາບານໄດ້​ຕອບ​ວ່າ, "ມັນບໍ່ແມ່ນ​ທຳນຽມ​ຂອງ​ເຮົາ ທີ່​ຈະ​ໃຫ້​ລູກສາວຄົນນ້ອຍເອົາ​ຜົວ​ກ່ອນລູກສາວຜູ້​ເອື້ອຍ.
\v 27 ໃຫ້​ຄົບເຈັດວັນຂອງການແຕ່ງງານຂອງລູກສາວຄົນ​ນີ້​ກ່ອນ, ແລະເຮົາຈະຍົກອີກຄົນ​ຫນຶ່ງ​​ໃຫ້​ເຈົ້າດ້ວຍ ແລະຕອບແທນໃນກ​ານຮັບໃຊ້​ເຮົາ​ອີກ​ເຈັດ​ປີ."
\s5
\v 28 ຢາໂຄບ​ໄດ້ທຳຢ່າງນັ້ນ, ແລະຈົນຄົບເຈັດວັນຂອງເລອາ. ຈາກນັ້ນລາບານ​ໄດ້ມອບ​ນາງ​ຣາເຊັນ​ໃຫ້​ເຂົາ ລູກສາວຂອງເຂົາໃຫ້ເປັນເມຍຂອງເຂົາດ້ວຍ.
\v 29 ລາບານ​ໄດ້​ໃຫ້ນາງ​ບິນຮາ​ແກ່ຣາເຊັນ, ລູກສາວຂອງເຂົາ ໃຫ້​ເປັນ​ຄົນຮັບໃຊ້​ຂອງ​ນາງ​.
\v 30 ດັ່ງນັ້ນຢາໂຄບໄດ້ຫລັບນອນ​ກັບ​ນາງ​ຣາເຊັນດ້ວຍ ແຕ່ເຂົາໄ​ດ້ຮັກ​ຣາເຊັນຫລາຍກວ່າ​ຮັກ​ເລອາ. ແລະ​ຢາໂຄບ​ໄດ້ຮັບ​​ໃຊ້ລາບານເປັນເວລາ​​ອີກ​ເຈັດ​ປີ.
\s5
\v 31 ​ນາງ​ເລອາ​ບໍ່ໄດ້ເປັນທີ່ຮັກ​ດັ່ງນັ້ນ ພຣະອົງ​ໄດ້ຊົງເປີດຄັນຂອງນາງ, ແຕ່​ນາງ​ຣາເຊັນ​ນັ້ນ​ບໍ່ມີ​ລູກ.
\v 32 ນາງ​ເລອາ​ໄດ້​ຕັ້ງ​ທ້ອງຖື​ພາ ​ແລະ ​ເກີດ​ລູກຊາຍ​ຄົນຫນຶ່ງ. ແລະ ນາງໄດ້ເອີ້ນຊື່​ເຂົາ​ວ່າຣູເບັນ. ເພາະນາງໄດ້ເວົ້າວ່າ, "ເພາະວ່າພຣະຢາເວ​ໄດ້ຊົງຫລຽວ​ເຫັນ​ຄວາມ​​ລຳບາກ​​ຂອງຂ້ອຍ; ​ບັດນີ້ ຜົວ​ຂອງຂ້ອຍຈະ​ຮັກ​ຂ້ອຍ."
\s5
\v 33 ຈາກນັ້ນນາງ​ໄດ້ຕັ້ງ​ທ້ອງ​ອີກ ແລະ​ເກີດ​ລູກຊາຍ​ອີກຄົນຫນຶ່ງ. ນາງ​ເວົ້າ​ວ່າ, "ເພາະວ່າພຣະຢາເວຮູ້ວ່າຂ້ອຍບໍ່ໄດ້ເປັນທີ່ຮັກ ດັ່ງນັ້ນພຣະອົງໄດ້ປຣະທານ​ລູກຊາຍ​ຄົນນີ້​ແກ່​ຂ້ອຍດ້ວຍ," ແລະ​ນາງ​ໄດ້ເອີ້ນຊື່​​ເຂົາ​ວ່າ ຊີເມໂອນ.
\v 34 ຈາກນັ້ນ​ນາງ​ກໍ​ໄດ້ຕັ້ງທ້ອງ​ອີກ​ຄັ້ງ. ແລະ​ອອກ​ລູກຊາຍອີກ​ຄົນຫນຶ່ງ. ນາງ​ໄດ້ເວົ້າ​ວ່າ, "ບັດນີ້ ເວລານີ້ຜົວ​ຂອງຂ້ອຍຈະຕິດພັນ​ຢູ່​ກັບ​ຂ້ອຍ, ເພາະວ່າ​ຂ້ອຍ​ໄດ້ເກີດ​ລູກຊາຍເຖິງ​ສາມ​ຄົນ​ແກ່ລາວ." ດັ່ງນັ້ນເຂົາຈຶ່ງ​ຖືກເອີ້ນ​ຊື່​ວ່າ ເລວີ.
\s5
\v 35 ນາງໄດ້​ຕັ້ງທ້ອງ​ອີກຄັ້ງ ​ແລະ​ໄດ້​ລູກຊາຍອີກ​ຄົນຫນຶ່ງ. ນາງ​ໄດ້ເວົ້າ​ວ່າ,"ຄັ້ງນີ້​ຂ້ອຍ​ຈະ​ສັນຣະເສີນ​ພຣະຢາເວ." ສະນັ້ນ ນາງ​ຈຶ່ງ​ເອີ້ນຊື່​ເຂົາ​ວ່າ ຢູດາ; ຈາກນັ້ນ​ນາງ​ໄດ້ຢຸດການ​ມີ​ລູກ.
\s5
\c 30
\cl ​ບົດ​ທີ 30
\p
\v 1 ເມື່ອນາງ​ຣາເຊັນໄດ້ເຫັນວ່ານາງ​ບໍ່ມີ​ລູກ​ແກ່​ຢາໂຄບ​, ຣາເຊັນກໍໄດ້​ອິດສາ​ເອື້ອຍ​ຂອງນາງ. ນາງໄດ້​ເວົ້າ​ກັບ​ຢາໂຄບ​ວ່າ,"ຈົ່ງໃຫ້ລູກແກ່ຂ້ອຍ, ຫລື​ບໍ່ດັ່ງນັ້ນກໍໃຫ້​ຂ້ອຍ​ຕາຍເສຍ."
\v 2 ຢາໂຄບໄດ້​ຮ້າຍ​ນາງ​ຣາເຊັນຫລາຍ. ເຂົາໄດ້ເວົ້າ​ວ່າ,"ເຮົາເປັນເຫມືອນ​ພຣະເຈົ້າຜູ້ຊຶ່ງ, ເຮັດໃຫ້​ເຈົ້າ​ບໍ່ມີ​ລູກບໍ?"
\s5
\v 3 ນາງ​ໄດ້​ເວົ້າ​ວ່າ, "ເບິ່ງດູ, ນີ້ຄືບິນຮາ​ ຄົນຮັບໃຊ້ຂອງຂ້ອຍ​. ຈົ່ງ​ຫລັບ​ນອນ​ກັບ​ນາງ​, ເພື່ອທີ່ນາງ​ຈະ​ໄດ້ເກີດລູກເທິງຕັກຂອງຂ້ອຍ, ແລະ ຂ້ອ​ຍຈະມີລູກໂດຍ​ນາງ."
\v 4 ດັ່ງນັ້ນນາງ​ຈຶ່ງ​ໃຫ້​ນາງ​ບິນຮາ​ ຄົນຮັບໃຊ້​ຂອງນ​າງເປັນເມຍອີກຄົນຫນຶ່ງຂອງຢາໂຄບ, ແລະ ເຂົາໄດ້ຫລັບ​ນອນ​ກັບນາງ.
\s5
\v 5 ນາງ​ບິນຮາ​ໄດ້​ຕັ້ງທ້ອງ ​ແລະ​ເກີດ​ລູກຊາຍ​ຄົນຫນຶ່ງ​ໃຫ້​ຢາໂຄບ.
\v 6 ຣາເຊັນ​ຈຶ່ງໄດ້​ເວົ້າ​ວ່າ, "ພຣະເຈົ້າ​ໄດ້ຊົງ​ຕັດສິນ​ດ້ວຍຄວາມເມດຕາຂ້ອຍ​. ພຣະອົງ​ໄດ້ຍິນ​ຄຳອະທິຖານ​ຂອງຂ້ອຍ ແລະປຣະທານ​ລູກຊາຍຄົນຫນຶ່ງແກ່ຂ້ອຍ." ດ້ວຍເຫດນີ້ນາງຈຶ່ງໄດ້​ເອີ້ນຊື່ເຂົາວ່າ ດານ.
\s5
\v 7 ນາງ​ບິນຮາ​, ຄົນຮັບໃຊ້ຂອງຣາເຊັນ, ໄດ້ຕັ້ງທ້ອງອີກຄັ້ງ ແລະ​ ເກີດ​ລູກຊາຍ​ຜູ້​ທີ​ສອງ​ໃຫ້​ແກ່​ຢາໂຄບ.
\v 8 ນາງ​ຣາເຊັນໄດ້​ເວົ້າ​ວ່າ, "ດ້ວຍ​ການ​ຕໍ່ສູ້​ຢ່າງ​ແຂ່ງຂັນ​ ​ຂ້ອຍ​ໄດ້ຕໍ່ສູ້ກັບເອື້ອຍຂອງຂ້ອຍແລະ​ຊະນະ​ແລ້ວ." ນາງ​ໄດ້ເອີ້ນຊື່​ເຂົາວ່າເນັບທາລີ.
\s5
\v 9 ເມື່ອ​ນາງ​ເລອາ ໄດ້​ເຫັນ​ວ່ານາງໄດ້ຢຸດການມີລູກແລ້ວ, ​ນາງໄດ້ນຳເອົາ​ຊີລະປາ, ຄົນຮັບໃຊ້​ຂອງນ​າງມາ, ແລະ ໃຫ້ນາງ​ເປັນ​ເມຍອີກຄົນຫນຶ່ງ​ຂອງ​ຢາໂຄບ.
\v 10 ນາງ​ຊີລະປາ​, ຄົນຮັບໃຊ້ຂອງນາງເລອາ, ກໍ​ເກີດ​ລູກຊາຍ​ຄົນຫນຶ່ງ​ໃຫ້​ຢາໂຄບ.
\v 11 ເລອາ​ໄດ້​ເວົ້າ​ວ່າ, "ນີ້ຄືໂຊກ​ດີ​!" ດັ່ງນັ້ນ ນາງ​ຈຶ່ງ​ໄດ້ເອີ້ນຊື່​ເຂົາ​ວ່າ ກາດ.
\s5
\v 12 ຈາກນັ້ນນາງ​ຊີລະປາ, ຄົນຮັບໃຊ້ຂອງເລອາ, ກໍໄດ້​ລູກຊາຍ​ຄົນທີສອງ​ແກ່​​ຢາໂຄບ.
\v 13 ນາງ​ເອລາ​ໄດ້​ເວົ້າ​ວ່າ, "ຂ້ອຍ​ມີຄວາມສຸກ! ເພາະລູກຍິງທັງຫລາຍຈະເອີ້ນຂ້ອຍວ່າ, ຜູ້​ມີ​ຄວາມ​ຍິນດີ." ດັ່ງນັ້ນນາງ​ຈຶ່ງ​ໄດ້ເອີ້ນຊື່​ຂອງເຂົາວ່າອາເຊ.
\s5
\v 14 ໃນ​ລະດູເກັບ​ກ່ຽວ​ເຂົ້າສາລີ ຣູເບັນ​ໄດ້​ເຂົ້າໄປໃນ​ທ້ອງ​ທົ່ງນາ. ແລະ​​ພົບຕົ້ນ​ຫມາກເຂືອ​ຊະນິດ​ຫນຶ່ງ. ເຂົາ​ໄດ້​ເອົາ​ຫມາກມາ​ໃຫ້​ເລອາ​ແມ່​ຂອງເຂົາ. ນາງ​ຣາເຊັນ​ເວົ້າ​ກັບ​ເລອາ​ວ່າ, "ຂ້ອຍ​ຂໍ​ຫມາກເຂືອ​ຂອງ​ລູກຊາຍ​ເຈົ້າ​ຈັກ​ຫນ່ວຍ​ແດ່."
\v 15 ນາງ​ເລອາໄດ້ເວົ້າວ່າ, "ມັນເປັນເລື່ອງເລັກນ້ອຍສຳລັບເຈົ້າ​ບໍ, ທີ່ເຈົ້າໄດ້ຍາດເອົາ​ຜົວ​ຂອງຂ້ອຍ​ໄປ? ​ແລະ ດຽວນີ້ເຈົ້າ​ຍັງ​ຈະມາຍາດເອົາຫມາກເຂືອຂອງລູກຊາຍເຮົາໄປອີກດ້ວຍບໍ?" ຣາເຊັນໄດ້​ເວົ້າ​ວ່າ, "ເພື່ອແລກປ່ຽນກັບ​ຫມາກເຂືອຂອງລູກຊາຍເຈົ້າຄືນ​ນີ້, ເຂົາ​ຈະຫລັບ​​ນອນ​ກັບເຈົ້າ."
\s5
\v 16 ໃນຕອນແລງ​ຢາໂຄບໄດມາ​ຈາກທົ່ງນາ. ​ເລອາ​ໄດ້​ອອກ​ໄປ​ພົບເພິ່ນ ແລະ​ເວົ້າ​ວ່າ,"ທ່ານ​ຕ້ອງ​ຫລັບ​ນອນ​ກັບ​ຂ້ອຍຄືນນີ້, ເພາະ​ຂ້ອຍໄດ້ວ່າຈ້າງທ່ານ​ດ້ວຍ​ຫມາກເຂືອ​ລູກຊາຍ​ຂອງຂ້ອຍ." ດັ່ງນັ້ນ ຢາໂຄບຈຶ່ງ​ໄດ້ຫລັບນອນ​ກັບ​ເລອາ​ຄືນ​​ນັ້ນ.
\v 17 ພຣະເຈົ້າໄດ້ຊົງຟັງເລອາ, ​ແລະນາງ​ໄດ້​ຕັ້ງທ້ອງ, ແລະໄດ້​ເກີດ​ລູກຊາຍ​ຄົນ​ທີ​ຫ້າແກ່ຢາໂຄບ.
\v 18 ເລອາໄດ້​ເວົ້າ​ວ່າ, "ພຣະເຈົ້າ​ໄດ້ປຣະທານຄ່າຈ້າງ​ແກ່​ຂ້ອຍ, ເພາະຂ້ອຍ​ໄດ້​ໃຫ້ຍິງຮັບໃຊ້​ຂອງຂ້ອຍແກ່ຜົວ​ຂ້ອຍ." ນາງ​ໄດ້ເອີ້ນຊື່​ເຂົາ​ວ່າ ອິດຊາຄາ.
\s5
\v 19 ນາງ​ເລອາໄດ້ຕັ້ງທ້ອງອີກຄັ້ງ​ ແລະ​ເກີດ​ລູກຊາຍ​ຄົນ​ທີ​ຫົກ​ແກ່ຢາໂຄບ.
\v 20 ນາງເລອາໄດ້​ເວົ້າ​ວ່າ, "ພຣະເຈົ້າ​ໄດ້​ປຣະທານຂອງຂວັນ​ຢ່າງດີ​ແກ່​ຂ້ອຍ. ບັດນີ້​ຜົວ​ຂອງ​ຂ້ອຍ​ຈະໃຫ້ກຽຕແກ່​ຂ້ອຍ ເພາະວ່າຂ້ອຍ​ໄດ້​ໃຫ້​ລູກຊາຍຫົກ​ຄົນແກ່ລາວ." ນາງ​ໄດ້ເອີ້ນ​ຊື່​ເຂົາ​ວ່າ ເຊບູໂລນ.
\v 21 ຫລັງຈາກນັ້ນນາງ​ໄດ້ເກີດ​ລູກສາວ​ຄົນຫນຶ່ງ ແລະໄດ້ເອີ້ນ​ຊື່​ນາງວ່າ ດີນາ.
\s5
\v 22 ພຣະເຈົ້າ​ຄິດເຖິງ​ນາງ​ຣາເຊັນ ແລະຟັງນາງ. ພຣະອົງ​ຊົງເຮັດໃຫ້​ນາງຖື​ພາ.
\v 23 ນາງ​ໄດ້​ຖື​ພາ ​ແລະ ​ເກີດ​ລູກຊາຍ​ຜູ້ຫນຶ່ງ. ນາງໄດ້​ເວົ້າ​ວ່າ, "ພຣະເຈົ້າໄດ້ຊົງນຳເອົາຄວາມອັບອາຍ​ຂອງຂ້ອຍ​ອອກໄປ."
\v 24 ນາງໄດ້ເອີ້ນຊື່ເຂົາວ່າໂຢເຊບ, ແລະ ກ່າວວ່າ, "​ພຣະຢາເວ​ໄດ້ຊົງເພີ່ມລູກ ຊາຍ​​ອີກຄົນຫນຶ່ງໃຫ້ແກ່ຂ້ອຍ​."
\s5
\v 25 ຫລັງຈາກຣາເຊັນໄດ້ເກີດ​ໂຢເຊັບ, ຢາໂຄບ​ໄດ້​ເວົ້າ​ກັບ​ລາບານ​ວ່າ, "ຂໍສົ່ງຂ້ອຍໄປ, ເພື່ອທີ່ຂ້ອຍຈະໄປຍັງທີ່ບ້ານຂອງຂ້ອຍ ແລະ ດິນແດນຂອງຂ້ອຍ​.
\v 26 ຂໍ​ມອບ​ເມຍທັງຫລາຍຂອງຂ້ອຍ ແລະ​​ ລູກ​ທັງຫລາຍຂອງຂ້ອຍຜູ້ທີ່ຂ້ອຍໄດ້​ມາ ເພາະຂ້ອຍໄດ້ຮັບໃຊ້ທ່ານ, ແລະ ອະນຸຍາດໃຫ້ຂ້ອຍໄປ, ເພາະທ່ານຮູ້​ເຖິງການຮັບໃຊ້ທີ່ຂ້ອຍໄດ້ຮັບໃຊ້ທ່ານ​​​."
\s5
\v 27 ແຕ່ລາບານຕອບວ່າ,"ດຽວ​ນີ້ຖ້າເຮົາເປັນທີ່ຊື່ນຊອບໃນສາຍຕາເຈົ້າ, ຂໍລໍໄວ້ກ່ອນເພາະວ່າເຮົາໄດ້ຮຽນຮູ້​ໂດຍການໃຊ້ການທຳນວາຍວ່າ ພຣະຢາເວ​ໄດ້​ອວຍພອນ​ເຮົາເພາະເຈົ້າ."
\v 28 ແລະເຂົາໄດ້ເວົ້າອີກວ່າ,"ຈົ່ງ​ບອກ​ຄ່າຈ້າງ​ຂອງເຈົ້າ​ມາ, ເຮົາເຕັມໃຈທີ່​ຈະ​ຈ່າຍຄ່າຈ້າງນັ້ນ."
\s5
\v 29 ຢາໂຄບຕອບລາບານວ່າ, "ທ່ານຮູ້ຢູ່ແລ້ວວ່າຂ້ອຍ​ໄດ້ຮັບໃຊ້ທ່ານ​ຢ່າງໃດ, ແລະ​ຝູງສັດລຽ້ງ​ຂອງ​ທ່ານຄືຢ່າງໃດເມື່ອຢູ່ກັບຂ້ອຍ.
\v 30 ກ່ອນ​ທີ່ຂ້ອຍຈະ​ມາ ທ່ານມີຝູງ​ສັດ​ພຽງແຕ່​ຫນ້ອຍດຽວ. ຂະນະນີ້ມັນໄດ້ເພີ່ມຂຶ້ນຫລວງຫລາຍ. ​ພຣະຢາເວ​ໄດ້​ອວຍພອນ​ທ່ານ​ໃນທຸກຢ່າງທີ່ຂ້ອຍໄດ້ເຮັດ. ແລ້ວເມື່ອໃດຂ້ອຍຈື່ງຈະໄດ້ຈັດຕຽມສຳລັບຄອບຄົວ​ຂອງ​ຕົນເອງ."
\s5
\v 31 ດັ່ງນັ້ນລາບານ​ເວົ້າ​ວ່າ, "ຈະ​ໃຫ້​ເຮົາຈ່າຍອັນໃດແກ່ເຈົ້າ?" ຢາໂຄບໄດ້ເວົ້າ​ວ່າ, "ທ່ານ​ບໍ່​ຕ້ອງໃຫ້ອັນໃດ​ແກ່ຂ້ອຍ. ຖ້າ​ທ່ານຈະເຮັດສິ່ງນີ້ເພື່ອຂ້ອຍ, ຂ້ອຍຈະລ້ຽງ ແລະ ດູແລຮັກສາ​ຝູງສັດ​ຂອງ​ທ່ານ​ອີກຄັ້ງ.
\v 32 ໃນມື້ນີ້ໃ​ຫ້ຂ້ອຍຍ່າງຜ່ານ​​ຝູງສັດ​ທັງຫມົດ, ຂອງທ່ານຂໍແຍກ​ແກະ​ທຸກຕົວທີ່ມີຈຸດ, ແລະດ່າງ ແລະ ສີດຳ​ທຸກໆ​ໂຕ​ອອກ​ຈາກ​ຝູງ, ແລະ ແບ້ທຸກຕົວທີ່ມີຈຸດ ແລະດ່າງທຸກຕົວອອກຈາກຝູງ. ເຫລົ່ານີ້ຈະ​ເປັນ​ຄ່າຈ້າງ​ຂອງ​ຂ້ອຍ.
\s5
\v 33 ຄວາມສັດຊື່ຂອງຂ້ອຍຈະຢືນຢັນຂ້ອຍ, ໃນພາຍຫລັງເມື່ອທ່ານຈະມາກວດສອບຄ່າຈ້າງຂອງຂ້ອຍ. ທຸກຕົວທີ່​ບໍ່ດ່າງ ແລະບໍ່ມີ​ຈຸດທ່າມກາງແບ້ທັງຫລາຍ, ແລະສີດຳ ທ່າມກາງແກະທັງຫລາຍຖ້າເຫັນຈັກຕົວໃນຝູງສັດຂອງຂ້ອຍ, ຈະ​ຖື​ວ່າ​ນັ້ນເປັນ​ກ​ານລັກ​ມາ."
\v 34 ລາບານໄດ້​ເວົ້າ​ວ່າ, "ຕົກລົງ. ໃຫ້ເປັນໄປຕາມ​ທີ່​ເຈົ້າ​ເວົ້າ​ນັ້ນ."
\s5
\v 35 ມື້​ນັ້ນ ລາບານ​ໄດ້​ແຍກແບ້ໂຕຜູ້ທັງຫລາຍຊຶ່ງມີລາຍຍາວແລະຈຸດ, ແລະ​​ແບ້ໂຕ​ແມ່ທັງຫມົດທີ່​​ດ່າງແລະມີຈຸດ, ທຸກ​ໂຕ​ທີ່​ມີ​ສີ​ຂາວ, ແລະ​ແກະ​ທຸກ​ໂຕ​ທີ່​ມີ​ສີດຳ​, ແລະໃຫ້ພວກມັນຢູ່ໃນມືຂອງພວກ​ລູກຊາຍ​ທັງຫລາຍຂອງເຂົາ.
\v 36 ລາບານ​ໄດ້​ແຍກ​ຝູງສັດ​ຂອງເຂົາ ກັບຂອງ​ຢາໂຄບ. ໃຫ້ຢູ່ຫ່າງກັນ​ໄລຍະ​ທາງ​ເດີນ​ເຖິງ​ສາມ​ວັນ. ດັ່ງນັ້ນ​ຢາໂຄບ​ຍັງຄົງໄດ້ລ້ຽງສັດ​ທີ່ເຫລືອຂອງ​ລາບານ​.
\s5
\v 37 ຢາໂຄບ​ໄດ້​ເອົາ​ງ່າ​ໄມ້​ຈາກ​ຕົ້ນ​ຈັນ​ປ່າ ຕົ້ນ​ຫມາກບົກ, ແລະ​ຕົ້ນ​ຫູ​ກວາງ​ ແລະ​ປອກ​ເປືອກໃຫ້​ເປັນ​ລາຍເຮັດໃຫ້ເຫັນເນື້ອໄມ້ສີຂາວດ້ານໃນ.
\v 38 ຈາກນັ້ນເຂົາໄດ້ວາງ​ງ່າ​ໄມ້​ທີ່ເຂົາໄດ້ປອກເປືອກ​ຕໍ່ຝູງສັດຂ້າງຫນ້າ​ອ່າງ​ນ້ຳທີ່​ສັດ​ໄດ້ເຂົ້າ​ກິນ. ພ​ວກ​ມັນໄດ້ຕັ້ງທ້ອງ​​ເມື່ອ​ພວກມັນເຂົ້າ​ມາ​ກິນ​ນໍ້າ.
\s5
\v 39 ຝູງສັດໄດ້ແຜ່ພັນຂ້າງຫນ້າກິ່ງໄມ້ເຫລົ່ານັ້ນ; ແລະຝູງສັດເກີດລູກອ່ອນມີລາຍເປັນ, ດ່າງ ແລະ​ມີ​ຈຸດ.
\v 40 ຢາໂຄບໄດ້​ແຍກລູກ​​ແກະ​ເຫລົ່ານີ້ອອກ, ແຕ່ເຮັດ​ໃຫ້​ສ່ວນທີ່ເຫລືອຫັນຫນ້າໄປ​ທາງ​ຝູງສັດ​ທີ່​ມີ​ສີ​ລາຍ​ ແລະແກະ​ດຳທັງຫມົດໃນຝູງຂອງ​ລາບານ. ຈາກນັ້ນເຂົາໄດ້ແຍກຝູງສັດຂອງເຂົາ​ສຳລັບເຂົາເອງຕ່າງຫາກ​ ແລະບໍ່ໄດ້ນຳໄປລວມກັບ​ຝູງສັດ​ຂອງ​ລາບານ.
\s5
\v 41 ເມື່ອ​ແກະທີ່ແຂງແຮງ​ໃນຝູງກຳລັງປະສົມພັນ​, ຢາໂຄບ​ກໍ​ຈະວາງງ່າໄມ້​ເຫລົ່ານັ້ນ ໃນຮາງນ້ຳຕໍ່ຫນ້ຝູງແກະ, ດັ່ງນັ້ນພວກມັນຈະຕັ້ງທ້ອງທ່າມກາງງ່າໄມ້ເຫລົ່ານັ້ນ.
\v 42 ແຕ່ຫາກ​ສັດ​ທີ່​ອ່ອນແອໃນຝູງເຂົ້າມາເຂົາຈະ​ບໍ່ວາງ​ງ່າ​ໄມ້​ເຫລົ່ານັ້ນຕໍ່ຫນ້າພວກມັນ. ດັ່ງນັ້ນສັດໂຕທີ່ອ່ອນແອຂອງລາບານ​, ແລະ​ໂຕ​ທີ່​​ແຂງແຮງ​ກໍຕົກເປັນຂອງຢາໂຄບ​.
\s5
\v 43 ຜູ້ຊາຍຄົນນັ້ນ​ກາຍເປັນ​ຄົນ​ຮັ່ງມີ​ເຂົາໄດ້​ສັດຝູງໃຫຍ່, ຍິງຮັບໃຊ້ທັງຫລາຍ, ແລະຊາຍຮັບໃຊ້ທັງຫລາຍ ແລະ, ​ອູດທັງຫລາຍ, ແລະລໍທັງຫລາຍ.
\s5
\c 31
\cl ​ບົດ​ທີ 31
\p
\v 1 ຂະນະນັ້ນຢາໂຄບ​ໄດ້ຍິນ​ຖ້ອຍຄຳຂອງພວກ​ລູກຊາຍ​ຂອງ​ລາບານ, ພວກເຂົາ​ເວົ້າ​ກັນວ່າ, "ຢາໂຄບ​ໄດ້​ເອົາ​ທຸກສິ່ງ​ທີ່​ເປັນ​ຂອງ​ພໍ່​ພວກເຮົາ​ໄປ, ແລະຈາກຊັບສິນຂອງພໍ່ເຮົາ​ນັ້ນ​ເອງ ​ເຂົາຈຶ່ງໄດ້ມີຄວາມຮັ່ງມີທັງຫມົດນີ້."
\v 2 ຢາໂຄບໄດ້​ເຫັນ​ທ່າທີ​ຂອງ​ລາບານ. ເຂົາໄດ້ເຫັນວ່າຄວາມຄິດຂອງລາບານທີ່​ມີ​ຕໍ່​ຕົນ​ນັ້ນ​ໄດ້ປ່ຽນແປງໄປ.
\v 3 ແລ້ວພຣະຢາເວກໍໄດ້ບອກລາວວ່າ, "ຈົ່ງ​ກັບຄືນ​ໄປຍັງແຜ່ນດິນ​ຂອງ​ບັນພະບຸຣຸດຂອງເຈົ້າ ແລະ​ຍາດພີ່ນ້ອງ​ຂອງ​ເຈົ້າ​, ແລະເຮົາ​ຈະ​ຢູ່​ກັບ​ເຈົ້າ."
\s5
\v 4 ຢາໂຄບ​ໄດ້ໃຫ້​ຄົນ​ໄປ ​ແລະ ເອີ້ນຫາ​ນາງ​ຣາເຊັນ ແລະ ​ນາງ​ເລອາໃຫ້​ໄປຍັງ​ທ້ອງ​ທົ່ງ​ໄປທີ່ຝູງ​ສັດ.
\v 5 ແລະ​ ເວົ້າ​ກັບ​ພວກເຂົາ​ວ່າ, "ຂ້ອຍ​ໄດ້​ເຫັນ​ວ່າ​ພໍ່​ຂອງ​ພວກ​ເຈົ້າທີ່ມີຕໍ່ຂ້ອຍໄດ້ປ່ຽນແປງໄປ, ແຕ່ພຣະເຈົ້າຂອງພໍ່ຂ້ອຍ​​ສະຖິດ​ຢູ່​ນຳຂ້​ອຍ.
\v 6 ພວກ​ເຈົ້າກໍ​ຮູ້​ແລ້ວ​ວ່າ ມັນເປັນພອນກຳລັງທັງຫມົດຂອງຂ້ອຍທີ່ຂ້ອຍໄດ້​ຮັບໃຊ້ພໍ່​ຂອງ​ພວກເຈົ້າ.
\s5
\v 7 ພໍ່ຂອງພວກເຈົ້າໄດ້ຫລອກລວງຂ້ອຍ ແລະ​ປັບປ່ຽນ​ຄ່າຈ້າງ​ຂອງ​ຂ້ອຍ​ເຖິງ​ສິບ​ເທື່ອ, ແຕ່​ພຣະເຈົ້າ​ບໍ່ໄດ້ຊົງ​ອະນຸຍາດ​ໃຫ້​ເພິ່ນ​ທຳຮ້າຍ​ຂ້ອຍ​.
\v 8 ຖ້າເຂົາໄດ້​ເວົ້າ​ວ່າ, "ສັດຕົວທີ່ດ່າງຈະເປັນຄ່າຈ້າງຂອງເຈົ້າ, ຈາກນັ້ນຝູງສັດທັງຫມົດກໍຈະໃຫ້ລູກ​ເປັນ​ດ່າງ. ຖ້າເຂົາໄດ້ເວົ້າວ່າໃຫ້ໂຕທີ່ລາຍເປັນຄ່າຈ້າງ​ຂອງ​ເຈົ້າ, ຈາກນັ້ນຝູງສັດທັງຫມົດກໍຈະໃຫ້ລູກເປັນລາຍ.
\v 9 ດ້ວຍວິທີການນີ້ພຣະເຈົ້າ​ໄດ້​ນຳເອົາ​ຝູງສັດລ້ຽງ​ຂອງ​ພໍ່​ພວກ​ເຈົ້າ ແລະ ໄດ້ມອບພວກມັນໃຫ້ແກ່ຂ້ອຍ.
\s5
\v 10 ໃນ​ລະດູ​ປະສົມພັນ​​ສັດ, ໃນຄວາມຝັນ​ນັ້ນ ຂ້ອຍ​ໄດ້​​ເຫັນ​ພວກແບ້ໂຕຜູ້ກຳລັງ​ປະສົມພັນ​ກັບຝູງສັດນັ້ນ. ພວກແບ້ໂຕຜູ້ເປັນ​ແບ້ລາຍ, ແບ້ດ່າງ, ແລະແບ້ມີຈຸດ.
\v 11 ທູດສະຫວັນຂອງ​ພຣະເຈົ້າ​ໄດ້​ເວົ້າກັບຂ້ອຍ​ທາງ​ຄວາມຝັນ​ວ່າ,"ຢາໂຄບ​ເອີຍ" ຂ້ອຍ​ຕອບ​ວ່າ,"ຂ້ານ້ອຍ​ຢູ່​ທີ່​ນີ້."
\s5
\v 12 ​ເພິ່ນໄດ້​ເວ​ົ້າ​ວ່າ, "ຈົ່ງ​ເງ​ີຍຫນ​້າ ແລະ ເບິ່ງພວກແບ້ໂຕຜູ້ທີ່​ກຳລັງປະສົມພັນໃນ​ຝູງສັດນັ້ນ. ພວກມັນເປັນແບ້ລາຍ​, ແບ້​ດ່າງ, ແລະ ​ແບ້ມີຈຸດ. ເພາະວ່າ​ເຮົາໄດ​້ເຫັນ​ທຸກໆ​ສິ່ງ​ທີ່​ລາບານ​ກຳລັງ​ເຮັດ​ກັບ​ເຈົ້າ.
\v 13 ເຮົາ​ແມ່ນ​ພຣະເຈົ້າ​ເເຫ່ງ​ເບັດເອນ, ​ທີ່ຊຶ່ງ​ເຈົ້າ​ໄດ້​ເຈີມເສົາ​ຫີນຕົ້ນຫນຶ່ງ, ທີ່ເຈົ້າໄດ້ໃຫ້ຄຳ​ສາບານ​ແ​ກ່​ເຮົາ​. ບັດນີ້ຈົ່ງລຸກຂຶ້ນ ແລະໄປຈາກແຜ່ນ​ດິນ​ນີ້ ແລະ ​ກັບໄປຍັງແຜ່ນດິນເກີດຂອງ​ເຈົ້າ.""
\s5
\v 14 ​ຣາເຊັນ ແລະ​​ເລອາ​ໄດ້ຕອບ ແລະເວົ້າກັບ​ເພິ່ນ​ວ່າ, "ຍັງ​ຈະມີສ່ວນໃດ ຫລືມໍຣະດົກ​​ເຫລືອ​ສຳລັບພວກເຮົາໃນບ້ານຂອງພໍ່​ອີກບໍ?
\v 15 ເພິ່ນ​ບໍ່ໄດ້ເຮັດກັບເຮົາ​ຄື​ຄົນຕ່າງຊາດບໍ? ເພາະເພິ່ນໄດ້​ຂາຍ​ເຮົາ ແລະໄ​ດ້ໃຊ້ເງິນຂອງເຮົາໄປຫມົດແລ້ວດ້ວຍ.
\v 16 ເພາະຄວາມຮັ່ງມີທັງຫມົດ​ພຣະເຈົ້າ​ໄດ້​ເອົາໄປ​ຈາກ​ພໍ່​ຂອງ​ພວກ​ເຮົາ ແລະດຽວນີ້ມັນເປັນ​ຂອງ​ພວກເຮົາ​ ແລະ​ລູກໆ ທັງຫລາຍຂອງພວກເຮົາ. ບັດນີ້, ທ່ານຈົ່ງ​ເຮັດ​ໃນສິ່ງ​ທີ່​ພຣະເຈົ້າ​ໄດ້​ບອກ​ທ່ານເຖີດ."
\s5
\v 17 ຢາໂຄບ​ຈຶ່ງ​ໄດ້ລຸກຂຶ້ນ ແລະເອົາລູກຊາຍທັງຫລາຍຂອງເຂົາ ແລະ​ເມຍ​ທັງຫລາຍຂອງເຂົາຂຶ້ນ​ຂີ່​ຫລັງ​ອູດ.
\v 18 ເຂົາໄດ້ໄລ່ຕ້ອນຝູງສັດທັງຫມົດຂອງເຂົາໄປຂ້າງຫນ້າ​ເຂົາ, ພ້ອມກັບຊັບສິນທັງຫມົດຂອງເຂົາ, ລວມທັງຝູງສັດທີ່ເຂົາຫາມາໄດ້ໃນປັດດານອາຣຳ. ຈາກນັ້ນເຂົາໄດ້ອອກ​ເດີນທາງ​ເພື່ອໄປຫາອີຊາກພໍ່​ຂອງເຂົາໃນແຜ່ນການາອານ.
\s5
\v 19 ເມື່ອລາບານ​ອອກ​ໄປ​ຕັດ​ຂົນແກະຂອງເຂົາ, ນາງ​ຣາເຊັນ​ໄດ້​ລັກ​ເອົາພວກພະຄົວ​ເຮືອນຂອງ​ພໍ່​ນາງ​ໄປ​ດ້ວຍ.
\v 20 ຢາໂຄບ​ໄດ້​ຫລອກລາບານ​ຊາວ​ອາຣຳ​, ໂດຍ​ບໍ່​ໄດ້ບອກເພິ່ນວ່າເຂົາກຳລັງຈະຈາກໄປ.
\v 21 ດັ່ງນັ້ນເຂົາຈຶ່ງ​ໄດ້ຫນີໄປພ້ອມກັບສິ່ງ​ທັງຫມົດທີ່ເຂົາມີ, ແລະ​ຂວ້າມ​ແມ່ນໍ້າໄປ​ຢ່າງຮີບດ່ວນ ແລະ​ມຸ່ງຫນ້າ​ໄປ​ຍັງດິນແດນ​ເນີນພູ​ກີເລອາດ.
\s5
\v 22 ໃນວັນທີສາມ​ ລາບານ​ໄດ້ຮັບການບອກເລົ່າ​ວ່າ​ຢາໂຄບ​ໄດ້​ຫນີໄປ​ແລ້ວ.
\v 23 ດັ່ງນັ້ນ ເພິ່ນ​ໄດ້ນຳເອົາຍາຕທັງຫລາຍຂອງເພິ່ນ​ແລະເດີນທາງໄລ່​ຕາມ​​ເຂົາ​ເປັນ​ເວລາ​ເຈັດ​ວັນ. ເພິ່ນໄດ້ຕາມມາທັນ​ຢາໂຄບໃນດິນແດນ​ເນີນພູ​ກີເລອາດ.
\s5
\v 24 ຂະນະ​ນັ້ນ ພຣະເຈົ້າ​ໄດ້​ສະເດັດມາຫາລາບານຊາວອາຣຳ​ໃນ​ຄວາມຝັນໃນຕອນກາງຄືນ​ ແລະ​ກ່າວ​ແກ່​ເພິ່ນວ່າ, "ຈົ່ງ​ລະວັງ ທີ່ເຈົ້າ​ຈະເວົ້າກັບ​ຢາໂຄບ​ບໍ່ວ່າດີຫລືຮ້າຍ."
\v 25 ລາບານໄດ້ໄລ່ມາທັນຢາໂຄບ. ຂະນະທີ່ຢາໂຄບ​ຕັ້ງ​ເຕັນຂອງເຂົາໃນດິນແດນເທິງ​ເນີນພູເຊັ່ນ​ກັນ. ລາບານ​ກໍ​ໄດ້​ຕັ້ງ​ເຕັນກັບພວກຍາຕຂອງເພິ່ນໃນດິນແດນ​ເນີນພູ​ກີເລອາດ.
\s5
\v 26 ລາບານໄດ​ເວົ້າ​ກັບ​ຢາໂຄບ​ວ່າ, "ເປັນຫຍັງ​ເຈົ້າ​ຈຶ່ງ​ຫລອກລວງ​ເຮົາ, ແລະ​ພາ​ພວກລູກສາວ​ຂອງເຮົາ​ຫນີມາ​ເຫມືອນ​ດັ່ງ​ຍິງ​ຊະເລີຍເສິກ?
\v 27 ເປັນຫຍັງ​ເຈົ້າ​ຈຶ່ງ​ຫນີ​ມາ​ແບບ​ລັບໆ ແລະ​ຫລອກລວງເຮົາ ແລະ​ບໍ່​ບອກ​ເຮົາ? ເຮົາ​ຢາກຈະສົ່ງເຈົ້າ​ ດ້ວຍ​ການລຽ້ງສະຫລອງ ແລະຮ້ອງເພງ, ດ້ວຍລຳມະນາດ ແລະ​ພິນເຂົາຄູ່.
\v 28 ເຈົ້າ​ບໍ່ໄດ້​ໃຫ້​ເຮົາ​ຈູບ​ລາ​​ຫລານທັງຫລາຍຂອງເຮົາ ເເລະລູກສາວທັງຫລາຍຂອງເຮົາ. ບັດນີ້ເຈົ້າ​ໄດ້​ເຮັດ​ໃນສິ່ງທີ່ໂງ່ໆ​ເຊັ່ນນີ້.
\s5
\v 29 ມັນເປັນອຳນາດຂອງເຮົາ​ທີ່​ຈະ​ທຳຮ້າຍ​ເຈົ້າ, ແຕ່​ພຣະເຈົ້າ​ຂອງ​ພໍ່​ເຈົ້າ​ໄດ້​ກ​່າວກັບເຮົາເມື່ອຄືນນີ້ ແລະກ່າວວ່າ, "ຈົ່ງລະວັງທີ່ເຈົ້າຈະເວົ້າກັບຢາໂຄບບໍ່​ວ່າຈະດີຫລືຮ້າຍ.
\v 30 ດຽວນີ້​ເຈົ້າ​ໄດ້ຫນີອອກມາ ເພາະ​ວ່າເຈົ້າປາຖະຫນາທີ່ຈະກັບ​ໄປຍັງບ້ານ​ຂອງພໍ່ເຈົ້ານານແລ້ວ. ແຕ່​ເປັນຫຍັງ ເຈົ້າ​ຈຶ່ງລັກ​ເອົາ​ພວກພະຂອງເຮົາ​ມາ​ດ້ວຍ."
\s5
\v 31 ຢາໂຄບຕອບວ່າ, "ເພາະວ່າຂ້ອຍ​​ຢ້ານ​ ແລະ​ຄິດ​ວ່າ​ທ່ານຈະ​ໃຊ້ກຳລັງບີບບັງຄັບເອົາ​ລູກສາວ​ທັງຫລາຍຂອງ​ທ່ານ ໄປຈາກຂ້ອຍດັ່ງນັ້ນຂ້ອຍຈິ່ງອອກມາຢ່າງລັບໆ.
\v 32 ໃຜກໍຕາມທີ່ລັກພວກພະຂອງທ່ານມາ. ຈະບໍ່ມີຊີວິດຢູ່ອີກຕໍ່ໄປ​ ຕໍ່ຫນ້າຍາດພີ່ນ້ອງທັງຫລາຍຂອງເຮົາຈົ່ງ​ພິຈາລະນາວ່າອັນໃດທີ່ຢູ່ກັບຂ້ອຍ, ແລະເປັນ​ຂອງ​ທ່າ​ນ ແລະນ​ຳໄປເຖີດ." ເພາະວ່າ ຢາໂຄບ​ບໍ່​ຮູ້​ວ່າ ຣາເຊັນ​ໄດ້​ລັກ​ພວກມັນ​ມາ​ນຳ.
\s5
\v 33 ລາບານໄດ້​ເຂົ້າ​ໄປ​ໃນ​ເຕັນ​ຂອງ​ຢາໂຄບ. ເຂົ້າ​ໄປ​ໃນ​ເຕັນ​ຂອງ​ເລອາ, ແລະເຂົ້າໄປໃນເຕັນ​ຂອງ​​ຍິງຮັບໃຊ້​ທັງສອງ, ແຕ່​ເພິ່ນບໍ່​ໄດ້ພົບ​ພວກມັນ​. ​ເພິ່ນ​ໄດ້​ອອກມາຈາກເຕັນຂອງເລອາ ແລະເຂົ້າ​ໄປ​ໃນ​ເຕັນ​ຂອງ​ຣາເຊັນ.
\s5
\v 34 ຂະນະນັ້ນ​ຣາເຊັນ​ໄດ້ນຳ​ພວກພະ​ຂອງຄົວ​ເຮືອນມາ, ເກັບໄວ້​ໃນ​ຖົງ​ອານ​ໃສ່​ຫລັງ​ອູດ, ແລະ​ນັ່ງ​ທັບພວກມັນໄວ້. ລາບານ​ໄດ້ຫາທົ່ວເຕັນທັງ​ຫມົດ​​ແຕ່​ບໍ່​ໄດ້ພົບພວກມັນ.
\v 35 ນາງ​​ໄດ້ເວົ້າ​ກັບພໍ່​ຂອງນ​າງວ່າ,"ຢ່າ​ຮ້າຍ​ລູກ​ເລີຍ, ເຈົ້ານາຍຂອງຂ້ອຍ, ທີ່​ຂ້ອຍບໍ່​ສາມາດ​ລຸກ​ຢືນ​ຕໍ່ຫນ້າທ່ານໄດ້,​ເພາະຂ້ອຍກຳລັງຢູ່ໃນຊ່ວງເວລາຂອງຂ້ອຍ​." ດັ່ງນັ້ນເພິ່ນ​ຈຶ່ງ​ໄດ​້ຫາແຕ່​ບໍ່​ໄດ້ພົບ​ພວກພະຄົວເຮືອນຂອງເຂົາ.
\s5
\v 36 ​ຢາໂຄບ​ໄດ້ຮ້າຍ​ ແລະໂຕ້ຖຽງກັບລາບານ. ເຂົາໄດ້ເວົ້າກັບເພິ່ນວ່າ,"ຂ້ອຍ​ໄດ້​ເຮັດ​ຫຍັງ​ຜິດ? ຄວາມບາບຂອງຂ້ອຍ​ຄືຫຍັງ, ທີ່ທ່ານຕ້ອງຮີບດ່ວນຕິດ​ຕາມ​ຂ້ອຍ​ມາ?
\v 37 ເພາະວ່າທ່ານໄດ້​ຄົ້ນ​ຫາສິ່ງຂອງ​ທັງຫມົດ​ຂອງຂ້ອຍແລ້ວ. ທ່ານພົບອັນໃດ​ຂອງພວກເຄື່ອງໃຊ້ໃນຄົວເຮືອນທັງຫມົດ? ນ​ຳພວກມັນ​ມາຕັ້ງໄວ້ທີ່ນີ້ ຕໍ່ຫນ້າຍາຕ​ຂອງ​ຂ້ອຍ, ​ເພື່ອທີ່ພວກເຂົາຈະໄດ້ຕັດສິນຄວາມລະຫວ່າງເຮົາທັງສອງຝ່າຍ.
\s5
\v 38 ຂ້ອຍ​ໄດ້ຢູ່​ກັບ​ທ່ານ​​. ແກະ​ໂຕແມ່ທັງຫລາຍຂອງທ່ານ ແລະ ​ແບ້​ໂຕແມ່ທັງຫລາຍບໍ່ເຄີຍເສຍ, ຫລື​ຂ້ອຍ​ບໍ່ເຄີຍກິນ​ລູກແກະເຖິກ​ໃດໆຈາກ​ຝູງສັດທັງຫລາຍ​ຂອງ​ທ່າ​ນ.
\v 39 ໂຕທີ່ຖືກ​ສັດປ່າ​ກັດ​ຕາຍ ຂ້ອຍ​ບໍ່ໄດ້ນຳກັບມາໃຫ້ທ່ານ. ແຕ່ຂ້ອຍໄດ້ໃຊ້ແທນໃຫ້, ທ່ານໄດ້ໃຫ້ຂ້ອຍຊົດໃຊ້ແທນສັດທຸກຕົວທີ່ເສຍຫາຍ​. ບໍ່ວ່າຈະຖືກ​ລັກ​ໃນຕອນ​ກາງເວັນ, ​ແລະ​ ຕອນ​ກາງຄືນ.
\v 40 ຂ້ອຍ​ໄດ້ຢູ່ທີ່ນັ້ນ; ໃນເວລາກາງເວັນ​ທີ່​ຮ້ອນແຜດເຜົາຂ້ອຍ, ແລະຫິມະໃນຕອນກາງຄືນ; ແລະ ຂ້ອຍ​ໄດ້ອອກໄປໂດ​ຍບໍ່ໄດ້ນອນ​ຕາ​ຫລັບ​.
\s5
\v 41 ຊາວປີມານີ້ທີ່​ຂ້ອຍ​ໄດ້​ອາໄສ​ຢູ່​ໃນຄົວເຮືອນຂອງທ່ານ. ຂ້ອຍໄດ້ທຳງານໃຫ້ທ່ານສິບສີ່ປີເພື່ອ​ລູກສາວ​ທັງສອງ​ຄົນ​ຂອງທ່ານ, ແລະ​ອີກ​ຫົກ​ປີ​ເພື່ອ​ຝູງສັດ​ລ້ຽງຂອງທ່ານ. ທ່ານໄດ້ປັບປ່ຽນ​ຄ່າຈ້າງ​ຂອງຂ້ອຍ​ເຖິງ​ສິບ​ເທື່ອ.
\v 42 ຖ້າ​ພຣະເຈົ້າ​​ຂອງພໍ່ຂ້ອຍ, ພຣະເຈົ້າ​ຂອງ​ອັບຣາຮາມ, ​ແລະ​ພຣະອົງດຽວທີ່ອີຊາກເກງກົວ, ບໍ່ໄດ້​ສະຖິດ​ຢູ່​ນຳ​ຂ້ອຍ, ແນ່ນອນປານ​ນີ້​ທ່ານຄົງຈະ​ສົ່ງ​ຂ້ອຍ​ໄປ​ມື​ເປົ່າ​. ​ພຣະເຈົ້າໄດ້ຊົງ​ເຫັນ​​ກ​ານກ​ົດຂີ່ຂົ່ມເຫັງຂອງຂ້ອຍ ແລະຂ້ອຍເຮັດ​ວຽກງານ​ຫນັກຢ່າງໃດ, ແລະ​ພຣະອົງໄດ້​ຊົງ​ວ່າກ່າວທ່ານ​ເມື່ອຄືນນີ້."
\s5
\v 43 ລາບານໄດ້​ຕອບ ແລະເວົ້າກັບ​ຢາໂຄບ​ວ່າ, "ພວກ​ລູກສາວກໍ່​ເປັນລູກສາວທັງຫລາຍ​ຂອງເຮົາ, ​ພວກຫລາ​ນໆກໍ​ເປັນຫລານທັງຫລາຍ​ຂອງເຮົາ, ແລະຝູງສັດ​ທັງຫລາຍກໍ​ຄືຝູງສັດຂອງເຮົາ​. ​ທັງຫມົດທີ່​ເຈົ້າ​ເຫັນ​ລ້ວນເປັນ​ຂອງເຮົາ, ແຕ່​ເຮົາຈະເຮັດຢ່າງໃດໃນວັນນີ້ເພື່ອ​ພວກລູກສາວຂອງເຮົາ, ຫລືເພື່ອລູກທັງຫລາຍຂອງ​ພວກ​ເຂົາທີ່ພວກເຂົາໄດ້ໃຫ້ເກີດມາ?
\v 44 ດັ່ງນັ້ນ, ມາເຖີດໃຫ້ເຮົາມາເຮັດ​ພັນທະສັນຍາ​ກັນລະຫວ່າງ​, ເຈົ້າກັບເຮົາ​, ແລະ​ໃຫ້​ພັນທະສັນຍານັ້ນເປັນ​ພະຍານລະຫວ່າງເຈົ້າກັບເຮົາ​."
\s5
\v 45 ດັ່ງນັ້ນຢາໂຄບ​ໄດ້ນຳກ້ອນຫີນມາ ແລະຕັ້ງເປັນກອງ​.
\v 46 ຢາໂຄບໄດ້ເວົ້າກ​ັບພວກຍາຕຂອງເຂົາວ່າ, "ຈົ່ງເກັບກ້ອນຫີນ​ມາລວມກັນ." ດັ່ງນັ້ນພວກເຂົາ​ຈຶ່ງໄດ້​ເກັບກ້ອນຫີນ. ມາເຮັດເປັນກອງຈາກນັ້ນພວກເຂົາໄດ້ກິນ​ລ້ຽງ​ໃກ້​ກອງ​ຫີນ​ນັ້ນ.
\v 47 ລາບານ​ໄດ້ເອີ້ນ​ມັນ​ວ່າ ເຢກາ​ສາຮາດູທາ, ແຕ່ຢາໂຄບ​ເອີ້ນ​ມັນວ່າ ຄາລີເອັດ.
\s5
\v 48 ລາບານໄດ້​ເວົ້າ​ວ່າ, "ວັນນີ້ກອງ​ຫີນ​ນີ້​ຈະ​ເປັນ​ສິ່ງ​ເຕືອນໃຈ​ລະຫວ່າງ​ເຮົາ​ກັບເຈົ້າ." ດັ່ງນັ້ນມັນຈຶ່ງ​ຖືກເອີ້ນຊື່​ວ່າ ຄາລີເອັດ.
\v 49 ມັນຍັງຖືກເອີ້ນວ່າ ມີຊະປາດ້ວຍ, ເພາະວ່າລາບານ​ໄດ້ເວົ້າວ່າ, "ຂໍ​ໃຫ້​ພຣະຢາເວຊົງ​ເຝົ້າ​ຄອຍ​ເບິ່ງ​ລະຫວ່າງເຈົ້າກັບເຮົາ, ເມື່ອເຮົາ​ພົ້ນຈາກ​ສາຍຕາຊຶ່ງກັນ​ ແລະກັນ​".
\v 50 ຖ້າເຈົ້າປະຕິບັດບໍ່ດີຕໍ່​ລູກສາວທັງຫລາຍ​ຂອງເຮົາ, ຫລື​ຖ້າເຈົ້າໄປມີເມຍໃຫມ່​ທີ່ນ​ອກເຫນືອໄປຈາກລູກສາວທັງຫລາຍຂອງເຮົາ, ເຖິງ​ແມ່ນ​ວ່າເຮົາ​ຝ່າຍໃດຝ່າຍຫນຶ່ງ, ຈະບໍ່ເຫັນພຣະເຈົ້າ​ຊົງເປັນພະຍານລະຫວ່າງເຈົ້າກັບເຮົາ."
\s5
\v 51 ລາບານໄດ້ເວົ້າກັບຢາໂຄບ, "ຈົ່ງເບິ່ງ​ກອງ​ຫີນ​ນີ້, ແລະເບິ່ງໄປທີ່​ເສົາຫີນ​ຊຶ່ງເຮົາໄດ້ຕັ້ງໄວ້​, ລະຫວ່າງເຈົ້າກັບເຮົາ​.
\v 52 ກອງ​ຫີນ​ນີ້​​ເປັນພະຍານ, ແລະເສົາຫີນນີ້ກໍເປັນພະຍານ, ທີ່ເຮົາ​ຈະ​ ​ບໍ່ຜ່ານເ​ຂ້າໄປເກີນກວ່າເສົານີ້ໄປຫາເຈົ້າ, ແລະທີ່ເຈົ້າກໍຈະບໍ່ຜ່ານເຂົ້າໄປເກີນກວ່າກອງຫີນ​ນີ້ໄປຫາເຮົາເພື່ອທີ່​ຈະທຳຮ້າຍກັນ.
\v 53 ຂໍໃຫ້ພຣະເຈົ້າ​ຂອງ​ອັບຣາຮາມ, ແລະ​ພະ​ຂອງ​ນາໂຮ, ແລະພວກພະທັງຫລາຍຂອງພໍ່ພວກເຂົາ, ຈະ​ເປັນ​ຜູ້ຕັດສິນ​ຄວາມລະຫວ່າງ​ເຮົາ​." ​ຢາໂຄບ​ໄດ້ສາບານໂດຍ​ພຣະອົງ​ຜູ້ທີ່​ອີຊາກ​ພໍ່​ຂອງທ່ານ​ຢຳເກງ.
\s5
\v 54 ຢາໂຄບ​ໄດ້​ຖວາຍ​ເຄື່ອງ​ບູຊາ​ທີ່​ເນີນພູ ແລະ​ໄດ້ເຊີນ​ພວກຍາຕ​ຂອງຕົນ​ມາ​​ກິນ​ອາຫານ. ພວກເຂົາ​ທັງຫລາຍໄດ້ກິນ ແລະໃຊ້ເວລາ​ທັງຄືນ​ເທິງພູເຂົານັ້ນ.
\v 55 ລາບານ​ໄດ້​ຕື່ນຂຶ້ນແຕ່ເຊົ້າໆ, ຈູບ​ພວກຫລານຊາຍຂອງເພິ່ນ ແລະພວກລູກສາວ​ຂອງເພິ່ນ ແລະອວຍພອນພວກເຂົາ ຈາກນັ້ນ​ລາບານ​ກໍ​ໄດ້ຈາກໄປ ແລະກັບໄປຍັງບ້ານ​ເມືອງ​ຂອງຕົນ.
\s5
\c 32
\cl ​ບົດ​ທີ 32
\p
\v 1 ທູດສະຫວັນ​ຂອງ​ພຣະເຈົ້າ​ໄດ້​ມາ​ພົບເຂົາ.
\v 2 ເມື່ອຢາໂຄບໄດ້ເຫັນພວກເພິ່ນ ເຂົາ​ຈຶ່ງ​ເວົ້າ​ວ່າ, "ນີ້​​ຄືທີ່ພັກຂອງ​ພຣະເຈົ້າ." ດັ່ງນັ້ນ ເຂົາ​ໄດ້ເອີ້ນ​ຊື່​ທີ່ນັ້ນ​ວ່າ ມະຫານາອິມ.
\s5
\v 3 ຢາໂຄບ​ໄດ້​ສົ່ງພວກ​ຄົນນຳຂ່າວ​ໄປ​ລ່ວງຫນ້າເຂົາໄປຫາເອຊາວ​ອ້າຍ​ຂອງຕົນ ໃນແຜ່ນດິນເສອີ​ ໃນ​ດິນແດນ​ຂອງເອໂດມ.
\v 4 ເຂົາໄດ້​ສັ່ງ​ຄົນນຳຂ່າວ, ກ່າວວ່າ, "ນີ້ຄືສິ່ງທີ່ພວກເຈົ້າຈະເວົ້າກັບ​ເອຊາວ​ເຈົ້ານາຍຂອງເຮົານີ້ຄື: ສິ່ງທີ່ຢາໂຄບ ຄົນ​ຮັບໃຊ້​ຂອງທ່ານ​ເວົ້າຄືຂ້ອຍໄດ້​​ຢູ່​ກັບ​ລາບານ, ແລະ​ໄດ້ເລື່ອນເວລາກັບ​ມາຂອງຂ້ອຍຈົນເຖິງເວລານີ້.
\v 5 ຂ້ອຍ​ມີ​ຝູງງົວ, ຝູງ​ລໍ, ແລະ​ ຝູງສັດລຽ້ງ​, ພ້ອມ​​ຄົນ​ຮັບໃຊ້ຜູ້​ຊາຍ, ແລະ ຄົນຮັບໃຊ້ຜູ້​ຍິງ. ຂ້ອຍໄດ້ສົ່ງສານນີ້ມາເຖິງເຈົ້ານາຍຂອງຂ້ອຍ, ເພື່ອທີ່ຂ້ອຍຈະໄດ້ມີຄວາມຊອບໃນ​ສາຍຕາຂອງທ່ານ."
\s5
\v 6 ພວກ​ຄົນນຳຂ່າວໄດ້​ກັບ​ມາຫາ​ຢາໂຄບ​ແລະໄດ້ເວົ້າວ່າ, "ພວກເຮົາ​ໄດ້​ໄປ​ຫາ​ເອຊາວ​ອ້າຍ​ຂອງທ່ານ​ແລ້ວ. ເພິ່ນ​ກຳລັງ​ມາ​ເພື່ອຈະພົບ​ທ່ານ, ແລະມີ​ຜູ້ຊາຍ​​ສີ່ຮ້ອຍ​ຄົນມາກັບເພິ່ນ."
\v 7 ຢາໂຄບກໍໄດ້ມີຄວາມ​ຢ້ານກົວ ​ແລະ​ອຸກໃຈ​. ດັ່ງນັ້ນ ເຂົາ​ຈຶ່ງໄດ້​ແບ່ງ​ພວກຄົນ​ທີ່ມາກັບເຂົາເປັນສອງພວກ, ແລະແຍກຝູງສັດລ້ຽງ​ຝູງແກະ, ຝູງແບ້, ຝູງງົວ, ແລະ ຝູງ​ອູດ​ອອກ​ເປັນ​ສອງ​ພວກດ້ວຍ.
\v 8 ເຂົາໄດ້​ເວົ້າວ່າ, "ຖ້າ​ເອຊາວ​ມາ​ພົບ​ພວກ​ກຸ່ມທີ​ຫນຶ່ງ ແລະໂຈມຕີ, ຈາກນັ້ນພວກ​ກຸ່ມທີ​ສອງ​ທີ່ເ​ຫລືອຈະໄດ້​ຫນີທັນ."
\s5
\v 9 ​ຢາໂຄບ​ໄດ້ເວົ້າວ່າ, "ໂອ ພຣະເຈົ້າ​ຂອງອັບຣາຮາມ,​ບັນພຣະບູຣຸດຂອງຂ້ານ້ອຍ, ແລະ​ພຣະເຈົ້າ​ຂອງ​ອີຊາກ,​ຜູ້​ເປັນ​ພໍ່​ຂອງ​ຂ້ານ້ອຍ, ພຣະຢາເວຜູ້ໄດ້ກ່າວ​ກັບຂ້ານ້ອຍວ່າ, "ຈົ່ງກັບໄປ​ຍັງພູມລຳເນົາຂອງເຈົ້າ, ແລະ​ຍາດພີ່ນ້ອງ ຂອງເຈົ້າ ແລະ​ເຮົາຈະ​ໃຫ້​ເຈົ້າຈະເລີນຮຸ່ງເຮືອງ,
\v 10 ຂ້ານ້ອຍ​ບໍ່​ມີຄ່າພໍ​ກັບ​ການກະທຳທັງສິ້ນຂອງ​ພຣະອົງ​ຕາມພັນທະສັນຍາແຫ່ງຄວາມສັດຊື່ ແລະຄວາມໄວ້ວາງໃຈທີ່ຊົງຄຸນຄ່າທັງຫມົດ​ທີ່​ພຣະອົງ​​ໄດ້​ຊົງກະທຳເພື່ອຜູ້ຮັບໃຊ້ຂອງພຣະອົງ. ເພາະດ້ວຍ​ພຽງ​ໄມ້ເທົ້າຂອງພຣະອົງ​ ຂ້ານ້ອຍ​ໄດ້ຂວ້າມແມ່ນຳ້ຈໍແດນນີ້, ແລະດຽວນີ້ຂ້ານ້ອຍເປັນ​ຄົນ​​ສອງ​ເຜົ່າ.
\s5
\v 11 ຂໍ​ຊົງໂຜດ​ຊ່ວຍກູ້​ຂ້ານ້ອຍ ​ຈາກ​ເງື້ອມມື​ຂອງ​ອ້າຍ​ຂອງຂ້ານ້ອຍ. ຈາກມືຂອງເອຊາວ, ເພາະຂ້ານ້ອຍ​ຢ້ານ​ວ່າ, ເຂົາ​ຈະ​​ມາ​ ແລະໂຈມຕີຂ້ານ້ອຍ ແລະແມ່ທັງຫລາຍ ແລະ​ເດັກນ້ອຍ.
\v 12 ແຕ່ ພຣະອົງ​ໄດ້ກ່າວວ່າ, "ເຮົາຈະ​ເຮັດ​ໃຫ້ເຈົ້າຈະເລີນຮຸ່ງເຮືອງແນ່ນອນ​. ເຮົາຈະເຮັດໃຫ້​ເຊື້ອສາຍ​​ທັງຫລາຍຂອງເຈົ້າເປັນເຫມືອນ ດັ່ງ​ເມັດຊາຍແຫ່ງ​ທ້ອງທະເລ​, ຊຶ່ງ​ບໍ່​ສາມາດ​ນັບ​ຈຳນວນພວກເຂົາໄດ້.""
\s5
\v 13 ຢາໂຄບໄດ້ພັກທີ່ນັ້ນຄືນນັ້ນ. ເຂົາໄດ້ເອົາບາງສິ່ງທີ່ເຂົາມີຢູ່ກັບເຂົາຈັດເປັນຂອງກຳນັນສຳລັບເອຊາວ, ອ້າຍຂອງເຂົາ:
\v 14 ແບ້ໂຕແມ່ 200 ໂຕ, ແລະ​ ແບ້ໂຕຜູ້ 20 ໂຕ, ແກະໂຕ​ແມ່ 200 ໂຕ, ແລະ ​ແກະໂຕຜູ້ 20 ໂຕ,
\v 15 ອູດ​ທີ່​​ກຳລັງໃຫ້ນົມ​ຢູ່ 30 ໂຕ, ແລະ ລູກອູດໂຕຜູ້ທັງຫລາຍຂອງພວກເຂົາ, ງົວໂຕແມ່ 40 ໂຕ, ແລະງົວໂຕຜູ້ 10 ໂຕ, ລໍໂຕແມ່ 20 ໂຕ, ແລະ ລໍໂຕຜູ້10 ໂຕ.
\v 16 ເຂົາໄດ້​ມອບ​ສັດ​ເຫລົ່ານີ້ໄວ້ໃນມືພວກຄົນ​ຮັບໃຊ້​ຂອງເຂົາ, ແຕ່ລະຝູງແຍກກຸ່ມກັນ. ເຂົາໄດ້​ເວົ້າພວກຄົນຮັບໃຊ້ຂອງເຂົາ​ວ່າ, "ຈົ່ງ​ໄປ​ຂ້າງຫນ​້າຂອງເຮົາ ແລະ​ ປ່ອຍ​ໄລຍະ​ຫ່າງ​ລະຫວ່າງແຕ່ລະຝູງ."
\s5
\v 17 ເຂົາໄດ້​ສັ່ງໃຫ້​ຄົນ​ຮັບໃຊ້​ຜູ້​ທີ​ຫນຶ່ງ​ເວົ້າວ່າ, "ເວລາ​ເອຊາວອ້າຍຂອງເຮົາ​ ພົບພວກ​ເຈົ້າ, ​ແລະ​ຖາມ​ວ່າ, "ພວກເຈົ້າ​ເປ​ັນຄົນຂອງໃຜ? ພວກເຈົ້າກຳລັງຈະໄປໃສ? ໃຜ​ເປັນ​ເຈົ້າຂອງ​ຝູງສັດ​ທີ່ຢູ່ຕໍ່ຫນ້າ​​ຂອງ​ພວກເຈົ້າ?"
\v 18 ຈາກນັ້ນພວກເຈົ້າ​ຈະຕ້ອງ​ຕອບ​​ວ່າ, "ພວກມັນ​ເປັນ​ຂອງ​ຢາໂຄບ. ຄົນ​ຮັບໃຊ້​ຂອງທ່ານ ພວກ​ມັນເປັນ​ຂອງຕ້ອນ​ທີ່ໄດ້ສົ່ງໄປໃຫ້​ເອຊາວ. ເຈົ້ານາຍ​ຂອງ​ເພິ່ນ, ເບິ່ງເຖີດ ເຂົາ​ກຳລັງ​​ຕາມພວກເຮົາມາ.""
\s5
\v 19 ຢາໂຄບ​ໄດ້ສັ່ງຄົນໃຊ້​ກຸ່ມທີ​ສອງ, ແລະກຸ່ມ​ທີ​ສາມ, ແລະ​ຜູ້ຊາຍທັງຫມົດ​ທີ່​ຕິດຕາມຝູງສັດທັງຫລາຍ. ເຂົາໄດ້ເວົ້າ​ວ່າ,"ເມື່ອ​ພວກເຈົ້າ​ພົບ​ເອຊາວ ​​ພວກເຈົ້າຈະຕ້ອງ​ເວົ້າ​ກັບເຂົາຢ່າງດຽວກັນ.
\v 20 ພວກເຈົ້າຕ້ອງເວົ້າດ້ວຍວ່າ, "ຢາໂຄບ​ຄົນ​ຮັບໃຊ້​ຂອງທ່ານ​ກຳລັງ​ຕາມພວກເຮົາມາ."" ເພາະເຂົາໄດ້​ຄິດ​ວ່າ,"ຂອ້ຍຈະປອບໃຈເພິ່ນດ້ວຍພວກຂອງຕ້ອນ​ທີ່​ຂ້ອຍກຳລັງ​ສົ່ງ​ໄປ​ລ່ວງຫນ້າ. ຈ​າກນັ້ນພາຍຫລັງ, ເມື່ອ​ຂ້ອຍຈະ​ພົບ​ລາວ ບາງທີ​ລາວ​ອາດ​ຈະ​ຍອມຮັບ​ຂ້ອຍ​."
\v 21 ດັ່ງນັ້ນຂອງຕ້ອນທັງຫລາຍຈຶ່ງໄດ້​ຖືກສົ່ງ​ໄປ​ກ່ອນຫນ້າເຂົາ. ຕົວເຂົາເອງ​ຢູ່ຄ້າງຄືນ​ຢູ່​ທີ່​ຄ້າຍພັກ.
\s5
\v 22 ຢາໂຄບໄດ້​ຕື່ນ​ຂຶ້ນໃນຕອນກາງຄືນ, ແລະນຳເອົາ​​ເມຍ​ທັງສອງຂອງເຂົາ, ຄົນ​ຮັບໃຊ້​ຍິງ​ທັງສອງ​ຂອງເຂົາ, ແລະ​ລູກ​ຊາຍສິບເອັດ​ຄົນ​ຂອງເຂົາເ​ຂົາໄດ້ສົ່ງພວກເຂົາຂວ້າມທີ່ຕື້ນຂອງແມ່ນໍ້າ​ຢັບໂບກ.
\v 23 ດ້ວຍວິທີນີ້ ເຂົາໄດ້​ສົ່ງ​ພວກເຂົາ​ຂວ້າມ​ແມ່ນໍ້າ​ໄປ​​ກັບຊັບສິນຂອງເ​ຂົາທັງຫມົດ.
\s5
\v 24 ຢາໂຄບຖືກປະໃຫ້ຢູ່ຄົນດຽວ​, ແລ້ວ​ມີ​ຜູ້ຊາຍ​ຄົນ​ຫນຶ່ງ​ມາ​ກຸມ​ປໍ້າສູ້​ກັບ​ເຂົາ​ຈົນເຖິງ​ຮຸ່ງ​ເຊົ້າ.
\v 25 ເມື່ອ​ຜູ້ຊາຍ​ຄົນ​ນັ້ນໄດ້ເຫັນ​ວ່າ​, ຕົນ​ບໍ່​ສາມາດເອົາຊະນະ​ຢາໂຄບໄດ້. ເຂົາ​ໄດ້ທຸບແອວຂອງຢາໂຄບຈົນ​ພິກໂບກເມື່ອເຂົາໄດ້ປ້ຳສູ້ກັບຊາຍຄົນນັ້ນ.
\v 26 ຊາຍ​ຜູ້ນັ້ນໄດ້​ເວົ້າ​ວ່າ, "ປ່ອຍ​ເຮົາໄປເທາະ, ເພາະກ​ຳລັງຈະ​ເຊົ້າ​ແລ້ວ." ຢາໂຄບ​ໄດ້ເວົ້າວ່າ, "ຂ້ອຍ​ຈະ​ບໍ່​ປ່ອຍ​ທ່ານ​ໄປ, "ນອກຈາກ​ທ່າ​ນຈະ​ອວຍພອນ​ຂ້ອຍກ່ອນ."
\s5
\v 27 ຜູ້ຊາຍ​ຄົນ​ນັ້ນ​ໄດ້ຖາມ​ເຂົາວ່າ, "ເຈົ້າ​ຊື່​ຫຍັງ?" ຢາໂຄບໄດ້​ຕອບ​ວ່າ, "ຢາໂຄບ."
\v 28 ຜູ້ຊາຍ​ຄົນນັ້ນໄດ້​ເວົ້າ​ວ່າ, "ຊື່​ຂອງ​ເຈົ້າ​ຈະ​ບໍ່ຖືກເອີ້ນວ່າ​ຢາໂຄບ​ອີກ​ຕໍ່ໄປ, ແຕ່ຈະຖືກເອີ້ນວ່າອິສະຣາເອນ. ເພາະວ່າເຈົ້າໄດ້ຕໍ່ສູ້ກັບພຣະເຈົ້າ ແລະພວກຜູ້ຊາຍ ​ແລະໄດ້ຮັບໄຊ​ຊະນະ."
\s5
\v 29 ຢາໂຄບ​ໄດ້ເວົ້າກັບເຂົາວ່າ, "ກະລຸນາບອກ​ຊື່​ຂອງ​ທ່າ​ນໃຫ້​ຂ້ອຍ​ຮູ້​ແດ່." ເຂົາໄດ້ເວົ້າ​ວ່າ, "ເປັນຫຍັງເຈົ້າ​ຈຶ່ງຖາມຊື່​ຂອງເຮົາ?"ຊາຍຄົນ​ນ​ັ້ນຈຶ່ງໄດ້​ອວຍພອນ​ເຂົາທີ່ນັ້ນ.
\v 30 ຢາໂຄບໄດ້ເອີ້ນຊື່ສະຖານທີ່ນັ້ນວ່າ​ເປນີເອນ, ເພາະເຂົາໄດ້ເວົ້າວ່າ, "ຂ້ອຍ​ໄດ້​ເຫັນ​ພຣະເຈົ້າ​ຫນ້າຕໍ່ຫນ້າ, ແລະຊີວິດຂອງ​ຂ້ອຍ​ຍັງ​ຢູ່ຕໍ່ໄປ."
\s5
\v 31 ເມື່ອຢາໂຄບອອກໄປຈາກເປນີເອນ ຕາເວັນກໍກຳລັງຂຶ້ນ. ເພິ່ນຢ່າງຂາເຢັກໄປ ເພາະເຈັບແອວ.
\v 32 ນີ້ຄືສາເຫດທີ່ຊາວອິສະຣາເອນ ​ທຸກມື້ນີ້ບໍ່​ກິນ​ຊີ້ນ​ເອັນ​ທີ່​ຕໍ່​ກັບ​ແອວ ຊຶ່ງຢູ່ທີ່ຂໍ້ຕໍ່ແອວ, ເພາະວ່າຊາຍຄົນນັ້ນເຮັດໃຫ້ເອັນເຫລົ່ານັ້ນບາດເຈັບ ຂະນະທີ່ແອວ​ຂອງຢາໂຄບບາດເຈັບ.
\s5
\c 33
\cl ​ບົດ​ທີ 33
\p
\v 1 ຢາໂຄບໄດ້ຫລຽວຂຶ້ນໄປດູ ແລະເບິ່ງເຖີດ,​​ເອຊາວ​ກຳລັງເຂົ້າມາ, ພ້ອມ​ກັບຜູ້ຊາຍສີ່ຮ້ອຍຄົນ. ຢາໂຄບໄດ້ແບ່ງ​ເດັກທັງຫລາຍທ່າມກາງເລອາ, ຣາເຊັນ, ແລະ​ຍິງຮັບໃຊ້​ທັງສອງ.
\v 2 ຈາກນັ້ນເຂົາໄດ້ໃຫ້ພວກຍິງຮັບໃຊ້ ແລະລູກທັງຫລາຍ​ຂອງ​ພວກເຂົາ​ຢູ່ຂ້າງຫນ້າ​, ຕາມດ້ວຍເລອາ ​ແລະ​ລູກ​ທັງຫລາຍຂອງນາງ, ແລະ​ຕາມດ້ວຍຣາເຊັນ​ກັບ​ໂຢເຊັບ​ຢູ່​ທາງຫລັງ.
\v 3 ຕົວເຂົາ​ເອງ​ຢູ່ຂ້າງຫນ້າ​ພວກເຂົາ​. ເຂົາໄດ້ໂຄ້ງຄຳນັບລົງ​ເຖິງພື້ນເຈັດ​ເທື່ອ​ຈົນເຂົາໄດ້​ເຂົ້າ​ມາໃກ້​ອ້າຍຂອງເຂົາ.
\s5
\v 4 ເອຊາວ​ໄດ້​ແລ່ນ​ໄປ​ພົບ​ເຂົາ, ໄດ້ສວມ​ກອດເຂົາກອດຄໍເຂົາ, ​ແລະ​ຈູບ​ເຂົາ. ຈາກນັ້ນພວກເຂົາ​ພາກັນ​ຮ້ອງໄຫ້.
\v 5 ເມື່ອ​ເອຊາວ​ມືນ​ຕາ​ຂຶ້ນ​ເບິ່ງ, ເຂົາໄດ້ເຫັນ​ພວກ​ຜູ້ຍິງ ແລະ​ເດັກທັງຫລາຍ. ລາວ​ຈຶ່ງ​ຖາມ​ວ່າ,"ຄົນເຫລົ່ານີ້​ທີ່​ມາ​ນຳ​ເຈົ້າ​ນີ້​ເປັນໃຜ?" ຢາໂຄບ​ໄດ້ຕອບ​ວ່າ, "ບັນດາ​ລູກ​ທັງຫລາຍທີ່​ພຣະເຈົ້າ ຊົງມີພຣະເມດຕາປຣະທານໃຫ້ຜູ້ຮັບໃຊ້ຂອງທ່ານ."
\s5
\v 6 ຈາກນັ້ນພວກຍິງຮັບໃຊ້ໄດ້​ເຂົ້າ​ມາ​ຂ້າງຫນ້າ ພ້ອມກັບລູກທັງຫລາຍຂອງພວກນາງ, ແລະພວກເຂົາໄດ້ໂຄ້ງຄຳນັບ.
\v 7 ຕໍ່ມາເລອາ​ພ້ອມ​ທັງຫລານລູກທັງຫລາຍຂອງນາງ ໄດ້ເຂົາມາຂ້າງຫນ້າ ແລະໂຄ້ງຄຳນັບດ້ວຍ. ສຸດ​ທ້າຍແມ່ນ​ຣາເຊັນ ​ພ້ອມ​ດ້ວຍ​ໂຢເຊັບໄດ້ເຂົ້າມາຂ້າງຫນ້າແລະໂຄ້ງຄຳນັບ.
\v 8 ເອຊາວ​ໄດ້ຖາມ​ວ່າ,"ເຈົ້າຫມາຍຄວາມວ່າຢ່າງໃດກັບບັນດາສິ່ງເຫລົ່ານີ້​ທີ່​ເຮົາໄດ້ເຫັນ?" ຢາໂຄບ​ຕອບ​ວ່າ,"ເພື່ອໃຫ້ເປັນທີ່ຊອບໃນສາຍຕາຂອງເຈົ້ານາຍຂອງຂ້ອຍ."
\s5
\v 9 ເອຊາວ​ໄດ້ເວົ້າວ່າ, "ເຮົາມີພຽງພໍຢູ່ແລ້ວ, ນ້ອງເຮົາເອີຍ. ຈົ່ງເກັບໄວ້​ສິ່ງທີ່​ເຈົ້າມີໄວ້ເພື່ອຕົວເຈົ້າ​ເອງ​ເທາະ."
\v 10 ຢາໂຄບໄດ້​ເວົ້າ​ວ່າ, "ຢ່າເລີຍ, ກະລຸນາເທາະ, ຫາກຂ້ອຍເປັນທີ່ຊອບໃນສາຍຕາຂອງທ່ານ, ກໍຂໍໃຫ້ຮັບ​ຂອງຕ້ອນຂອງຂ້ອຍຈາກມືຂອງຂ້ອຍ, ເພາະທີ່ຈິງແລ້ວເມື່ອຂ້ອຍໄດ້ເຫັນ​ຫນ້າ​ທ່ານກໍ ​ເຫມືອນກຳລັງເຫັນ​ຫນ້າ​ພຣະເຈົ້າ, ແລະທ່ານໄດ້​ຍອມຮັບຂ້ອຍ.
\v 11 ກະລຸນາ​ຮັບ​​ຂອງຕ້ອນຂອງຂ້ອຍ​ທີ່​ນຳ​ມາ​ໃຫ້​ທ່ານ, ເພາະພຣະເຈົ້າ​ໄດ້​ຊົງກະທຳ​ກັບຂ້ອຍດ້ວຍ​ຄວາມເມດຕາ, ແລະເພາະວ່າຂ້ອຍມີພຽງພໍແລ້ວ." ຢາໂຄບ​ໄດ້ຂະຍັນຂະຍໍເຂົາ, ແລະເອຊາວກໍໄດ້ຮັບຂອງຕ້ອນໄວ້.
\s5
\v 12 ຈາກນັ້ນເອຊາວ​ໄດ້ເວົ້າ​ວ່າ, "ໃຫ້ເຮົາ​​ເດີນທາງ​ກັນເທາະ. ເຮົາຈະ​ໄປຂ້າງ​ຫນ້າ​ເຈົ້າ."
\v 13 ຢາໂຄບ​ໄດ້ເວົ້າກັບເຂົາ​ວ່າ, "ເຈົ້ານາຍຂອງຂ້ອຍຮູ້ແລ້ວ​ວ່າ​ພວກ​ເດັກໆຍັງ​ອ່ອນຢູ່, ແລະ ​ພວກແກະ ແລະ ຝູງສັດລ້ຽງກຳລັງລ້ຽງລູກອ່ອນຂອງ​ພວກມັນ. ຖ້າ​ພວກມັນຖືກໄລ່ຢ່າງຮີບເຮັ່ງແມ່ນ​ແຕ່​ມື້​ດຽວ​, ສັດ​ເຫລົ່ານີ້​ກໍ​ຈະ​ຕາຍ​ຫມົດ.
\v 14 ຂໍໃຫ້ເຈົ້ານາຍຂອງຂ້ອຍລ່ວງ​ຫນ້າໄປ​ກ່ອນ​ຜູ້ຮັບໃຊ້ຂອງທ່ານ. ຂ້ອຍຈະຄ່ອຍໆເດີນທາງໄປຊ້າໆ, ຕາມກຳລັງຂອງຝູງສັດລ້ຽງທີ່ຢູ່ຂ້າງຫນ້າຂ້ອຍ, ແລະ ຕາມກຳລັງຂອງພວກ​ເດັກໆ, ຈົນກວ່າຂ້ອຍຈະ​ໄປພົບເຈົ້ານາຍຂອງ​ຂ້ອຍທີ່ເອໂດມ."
\s5
\v 15 ເອຊາວໄດ້​ເວົ້າ​ວ່າ, "ເຮົາ​ຈະ​ໃຫ້​ຄົນ​ຂອງ​ເຮົາທີ່ຢູ່ກັບເຮົາ​ບາງສ່ວນ​ຢູ່​ກັບ​ເຈົ້າ." ແຕ່​ຢາໂຄບ​ຕອບ​ວ່າ, "ເປັນຫຍັງຕ້ອງເຮັດຢ່າງນັ້ນ? ເຈົ້ານາຍຂອງຂ້ອຍ ໄດ້ມີເມດຕາຕໍ່ຂ້ອຍພຽງພໍແລ້ວ."
\v 16 ດັ່ງນັ້ນເອຊາວ​ຈຶ່ງ​ໄດ້ອອກເດີນທາງ​ກັບເອໂດມ​ໃນ​ວັນ​ນັ້ນ​.
\v 17 ສ່ວນ​ຢາໂຄບ​ໄດ້​ເດີນທາງ​ໄປ​ເຖິງ​ຊຸກໂກດ, ໄດ້​ສ້າງ​ບ້ານ​ສຳລັບ​ຕົວ​ເຂົາເອງ, ແລະ ໄດ​້ສ້າງ​ຄອກ​ທັງຫລາຍສຳລັບ​ຝູງສັດລ້ຽງຂອງເຂົາ. ສະຖານທີ່ນັ້ນ​ຈຶ່ງ​ຖືກເອີ້ນຊື່​ວ່າ ຊຸກໂກດ.
\s5
\v 18 ເມື່ອ​ຢາໂຄບໄດ້​ມາ​ ຈາກປັດດານອາຣຳ, ເຂົາໄດ້ມາເຖິງ​ເມືອງ​ຊີເຄມ​, ຊຶ່ງຢູ່​ໃນ​ແຜ່ນດິນການາອານຢ່າງປອດໄພ. ເຂົາໄດ້​ຕັ້ງ​ຄ້າຍພັກ​ຢູ່​ໃກ້​​ເມືອງ​ນັ້ນ.
\v 19 ຈາກນັ້ນເຂົາ​ຊື້​ທີ່ດິນຜື​ນຫນຶ່ງທີ່ເຂົາໄດ້ຕັ້ງເຕັນຂອງເຂົາຈາກ ລູກຊາຍທັງຫລາຍ ​ຂອງ​ຮາໂມ, ພໍ່​ຂອງ​ຊີເຄມດ້ວຍເງິນຫນຶ່ງຮ້ອຍຫລຽນ.
\v 20 ທີ່ນັ້ນເຂົາໄດ້​ສ້າງ​ແທ່ນບູຊາ​​ແລະ​ເອີ້ນມັນວ່າ, ເອວເອໂລເຮ, ພຣະເຈົ້າ​ຂອງ​ຊາດ​ອິສະຣາເອນ.
\s5
\c 34
\cl ​ບົດ​ທີ 34
\p
\v 1 ນາງ​ດີນາ​, ລູກສາວ​ຂອງ​​​ເລອາຜູ້ທີ່ນາງ ໄດ້​ໃຫ້ກຳເນີດແກ່ຢາໂຄບ, ໄດ້ອອກໄປ​ພົບ​ຍິງ​ສາວຂອງແຜ່ນດິນນັ້ນ.
\v 2 ຊີເຄມລູກຊາຍ​ຂອງ​ຮາໂມ​ຊາວ​ຮີວີ, ເຈົ້າຊາຍຂອງແຜ່ນດິນນັ້ນໄດ້ເຫັນ​ນາງ, ແລະເຂົາໄດ້ດຶງນາງ​, ແລະໄດ້ບັງຄັບ​ຂືນໃຈນາງ, ແລະໄດ້ຫລັບນອນກັບນາງ.
\v 3 ເຂົາໄດ້ຫລົງໄຫລນາງດີນາ, ລູກສາວຂອງຢາໂຄບ. ເຂົາໄດ້ຮັກ​ຍິງສາວ ແລະ​ໄດ້ເວົ້າຢ່າງອອ່ນໂຍນກັບ​ນາງ.
\s5
\v 4 ຊີເຄມໄດ້​ເວົ້າ​ກັບ​ຮາໂມ, ພໍ່​ຂອງເຂົາກ່າວວ່າ, "ໄປ​ຂໍ​ຍິງ​ສາວນີ້​ໃຫ້ເປັນເມຍຂອງ​ລູກ​ເຖີດ."
\v 5 ຂະນະນັ້ນຢາໂຄບ​ໄດ້ຍິນເລື່ອງທີ່ເຂົາໄດ້ກະທຳເສື່ອມເສຍກັບດີນາ ລູກສາວ​ຂອງເຂົາ. ​ລູກຊາຍ​ທັງຫລາຍຂອງ​ເຂົາ ໄດ້​ກ​ຳລັງຢູ່ກັບຝູງສັດລ້ຽງ​ຂອງເຂົາ​ທີ່​ທົ່ງນາ, ດັ່ງ​ນັ້ນຢາໂຄບຈຶ່ງໄດ້ສະຫງົບສະຕິອາລົມຈົນພວກເຂົາທັງຫລາຍໄດ້​ກັບເຂົ້າ​ມາ​.
\s5
\v 6 ຮາໂມ​ພໍ່​ຂອງ​ຊີເຄມ​ໄດ້​ອອກໄປຫາ​​ຢາໂຄບເພື່ອທີ່ຈະເວົ້າກັບເຂົາ.
\v 7 ລູກຊາຍ​ທັງຫລາຍຂອງ​ຢາໂຄບ​ ໄດ້ກັບເຂົ້າ​ມາ​ຈາກທົ່ງນາ. ແລະເມື່ອພວກເຂົາໄດ້ຍິນເລື່ອງນີ້​. ພວກຜູ້ຊາຍທັງຫລາຍຕ່າງບໍ່ພໍໃຈ. ພວກເຂົາ​ໄດ້ໂກດ​ແຄ້ນເປັນຢ່າງຍິ່ງ ເພາະວ່າເຂົາເຮັດໃຫ້ອິສະຣາເອນເສື່ອມເສຍ, ໂດຍ​ການໃຊ້ກຳລັງຂອງເຂົາເອງໃນເລື່ອງ​ລູກສາວ​ຂອງ​ຢາໂຄບ.
\s5
\v 8 ຮາໂມໄດ້​ເວົ້າ​ກັບ​ພວກເຂົາ​, ກ່າວວ່າ, "ຊີເຄມ ​ລູກຊາຍ​ຂອງຂ້ອຍ​ຫລົງ​ຮັກ​ລູກສາວ​ຂອງ​ທ່ານ. ກະລຸນາຍົກນາງ​ໃຫ້ເປັນເມຍຂອງເຂົາເຖີດ.
\v 9 ໃຫ້​ພວກເຮົາ​ມາ​ຕົກລົງ​ກັນ​ວ່າ, ຄົນ​ຂອງຂ້ອຍ, ແລະ​ຄົນ​ຂອງ​ເຈົ້າ​ແຕ່ງງານ​ກັນ​ໄດ້.
\v 10 ທ່ານຈະອາໄສຢູ່ກັບເຮົາ, ແລະແຜ່ນດິນ​ຈະ​ເປີດໃຫ້ທ່ານທີ່ຈະອາໄສແລະຄ້າຂາຍ, ​ແລະ​ເພື່ອທີ່ຈະເຂົ້າຖືສິດໃນຊັບສິນ."
\s5
\v 11 ຊີເຄມໄດ້ເວົ້າກັບພໍ່ຂອງນາງ ແລະ​ພວກອ້າຍຂອງນາງວ່າ, "ຂໍໃຫ້ຂ້ານ້ອຍ​ເປັນທີ່ຊອບໃນສາຍຕາຂອງພວກທ່ານ, ແລະທ່ານຈະຮຽກຮ້ອງສິ່ງໃດຂ້ານ້ອຍກໍຈະໃຫ້​.
\v 12 ຈະ​ຮຽກຮ້ອງຄ່າ​ດອງ​ທອງຫມັ້ນຈຳນວນມະຫາສານ, ແລະຂອງຂວັນຕາມໃຈຂອງທ່ານ ແລະຂ້ານ້ອຍຈະ​ໃຫ້​ທຸກສິ່ງ​ທີ່​ພວກເຈົ້າ​ຂໍ​ມາ, ແຕ່​ຂໍໃຫ້ຍົກຍິງສາວນັ້ນເປັນເມຍຂ້ານ້ອຍ​."
\v 13 ພວກ​ລູກຊາຍ​ຂອງ​ຢາໂຄບ​ໄດ້​ຕອບ​ຊີເຄມ ​ແລະ​ຮາໂມ​ພໍ່ຂອງເຂົາຢ່າງມີເລ້ຫລຽ່ມ, ເພາະ​ຊີເຄມ​ໄດ້​ເຮັດ​ໃຫ້​ດີນານ້ອງສາວ​ຂອງ​ພວກເຂົາ​ເສື່ອມເສຍ.
\s5
\v 14 ພວກເຂົາໄດ້​ເວົ້າ​ກັບເຂົາ, ພວກເຮົາບໍ່ສາມາດຈະເຮັດສິ່ງນີ້ໄດ້, ຄືການຍົກນ້ອງສາວຂອງພວກເຮົາ ໃຫ້ກັບໃຜຄົນໃດຄົນຫນຶ່ງທີ່​ບໍ່ໄດ້​ຮັບ​ພິທີຕັດ; ເພາະ​ວ່າມັນເປັນ​ການ​ເຮັດໃຫ້ເຮົາເສຍ​ກຽດ​ສັກສີ​ສຳລັບ​ພວກເຮົາ.
\v 15 ມີ​ທາງດຽວ​ເທົ່ານັ້ນ​ທີ່​ພວກເຮົາ​ຈະຕົກ​ລົງ​ກັບພວກທ່ານໄດ້​ກໍຄື: ຖ້າພວກທ່ານຈະຮັບພິທີຕັດ​ເຫມືອນພວກເຮົາ, ຖ້າຜູ້ຊາຍ​ທຸກຄົນ​ທ່າມກາງພວກທ່ານ​ຮັບ​ພິທີຕັດ.
\v 16 ຈາກນັ້ນ​ພວກເຮົາ​ຈະ​ຍົກ​ລູກສາວຂອງພວກເຮົາໃຫ້​ພວກທ່ານ​, ແລະພວກເຮົາ​ຈະ​​ຮັບລູກສາວທັງຫລາຍຂອງພວກທ່ານມາເພື່ອພວກເຮົາ, ແລະພວກເຮົາຈະອາໄສຢູ່ກັບພວກທ່ານ​ ແລະ​ກາຍເປັນ​ປະຊາຊົນ​ຊາດ​ດຽວກັນ.
\v 17 ແຕ່​ຖ້າ​ພວກທ່າ​ນບໍ່​ຟັງພວກເຮົາ ໃນການທີ່ຈະຮັບພິທີຕັດ, ພວກເຮົາ​ກໍ​ຈະ​ເອົາ​ນ້ອງ​ສາວຂອງພວກເຮົາຄືນ​ມາ ແລະ​ພວກເຮົາກໍຈະຈາກ​​ໄປ."
\s5
\v 18 ຄຳເວົ້າຂອງພວກເຂົາເຮັດໃຫ້ຮາໂມ ​ແລະ​ຊີເຄມລູກຊາຍຂອງເຂົາພໍໃຈ.
\v 19 ຊາຍຫນຸ່ມນັ້ນບໍ່ໄດ້ລີລໍທີ່ຈະປະຕິບັດຕາມໃນສິ່ງທີ່ພວກເຂົາໄດ້ເວົ້າ, ເພາະວ່າເຂົາເພິງພໍໃຈໃນຕົວລູກສາວຂອງຢາໂຄບ, ແລະເພາະ​ວ່າ​ເຂົາໄດ້ເປັນຄົນ​ທີ່ໄດ້ຮັບກຽຕ​​ຫລາຍທີ່ສຸດ. ໃນບັນດາຄົນທັງຫລາຍໃນ​​ຄົວເຮືອນຂອງພໍ່ເຂົາ.
\s5
\v 20 ​ຮາໂມ ​ແລະຊີເຄມລູກຊາຍ​ຂອງເຂົາ​ໄດ້ໄປ​​ທີ່​ປະຕູ​ເມືອງຂອງພວກເຂົາ ແລະ​ໄດ້ເວົ້າ​ກັບ​ບັນດາຜູ້ຊາຍຂອງຊາວ​ເມືອງ​ຂອງ, ເຂົາກ່າວວ່າ,
\v 21 "ຄົນ​ພວກ​ນີ້​ຢູ່ກັບພວກເຮົາຢ່າງສັນຕິ, ດັ່ງນັ້ນຂໍ​ໃຫ້​ພວກເຂົາ​ໄດ້ອາໄສ​ຢູ່​ໃນ​ດິນແດນ​ນີ້ ແລະ​ຄ້າຂາຍ​ເຖີ້ນ, ທີ່ຈິງແລ້ວແຜ່ນດິນນ​ັ້ນກໍ​ກວ້າງ​ຂວາງ​ພຽງພໍສຳລັບ​ພວກເຂົາ. ​ໃຫ້​ພວກເຮົາຮັບລູກສາວ​ຂອງ​ພວກເຂົາ​ມາເປັນເມຍກັບ​ລູກຊາຍ​ຂອງ​ພວກເຮົາ, ແລະ​ໃຫ້​ພວກເຮົາຍົກລູກສາວ​ຂອງ​ພວກເຮົາໃຫ້​ພວກເຂົາ.
\s5
\v 22 ດ້ວຍພຽງເງື່ອນໄຂນີ້​ພວກຜູ້ຊາຍຕົກລົງທີ່ຈະອາໄສຢູ່​ກັບພວກເຮົາ ແລະ​ກາຍເປັນ​ປະຊາຊົນ​ຫນຶ່ງດຽວ​ຄື: ຖ້າຜູ້ຊາຍທຸກຄົນ​ໃນທ່າມກາງພວກເຮົາຈະຮັບ​ພິທີຕັດ,​ເຫມືອນທີ່ພວກເຂົາໄດ້ຮັບພິທີຕັດ.
\v 23 ຝູງສັດລຽ້ງ, ຊັບສິນ, ແລະສັດ​ທັງຫລາຍ​​ຂອງ​ພວກເຂົາ ຈະ​ບໍ່ຕົກເປັນ​ຂອງ​ພວກເຮົາ​​ບໍ? ດັ່ງນັ້ນໃຫ້ພວກເຮົາຕົກລົງກັບ​ພວກເຂົາ, ແລະ​​ພວກເຂົາ​ຈະອາໄສຢູ່​ທ່າມ​ກາງພວກເຮົາ​."
\s5
\v 24 ຜູ້ຊາຍ​ທຸກຄົນ​ຈຶ່ງ​ພາກັນ​ຮັບ​ພິທີຕັດ.
\v 25 ໃນວັນທີສາມ​ຂະນະທີ່​ພວກ​ຜູ້ຊາຍ​ຊາວ​ເມືອງ​ຍັງ​ເຈັບປວດ​ຢູ່, ລູກຊາຍ​ສອງ​ຄົນ​ຂອງ​ຢາໂຄບ(ຄື​ຊີເມໂອນ ​ແລະ​ເລວີ​ພວກ​ອ້າຍ​ຂອງ​​ດີນາ), ແຕ່ລະຄົນໄດ້​ເອົາດາບຂອງ​ເຂົາ ​ແລະພວກເຂົາໄດ້ເຂົ້າໂຈມຕີ​ເມືອງ​ນັ້ນ​ທີ່ຫມັ້ນໃຈວ່າຕົນເອງປອດໄພ, ແລະ​​ພວກເຂົາໄດ້ຂ້າພວກ​ຜູ້ຊາຍ​ທັງຫມົດ​
\v 26 ພວກເຂົາໄດ້ຂ້າຮາໂມ ແລະ​ຊີເຄມ​ລູກຊາຍ​ຂອງ​ເຂົາ​ດ້ວຍຄົມດາບ. ​ພວກເຂົາ​ໄດ້​ເອົາ​ດີນາ​ອອກ​ຈາກ​ເຮືອນ​ຂອງ​ຊີເຄມ ແລະໄດ້ຫນີອອກໄປ.
\s5
\v 27 ພວກລູກຊາຍ​ຄົນອື່ນໆ​ຂອງ​ຢາໂຄບ​ໄດ້ເຂົ້າມາທີ່ຊາກສົບ ແລະໄດ້ປຸ້ນສະດົມ​ເມືອງນັ້ນ, ເພາະວ່າປະຊາຊົນຂອງເມືອງນັ້ນ ເຮັດໃຫ້​ນ້ອງສາວ​ຂອງ​ພວກ​ເຂົາເຊື່ອມເສຍ.
\v 28 ພວກເຂົາ​ໄດ້ຢຶດເອົາ​ສັດທັງຫລາຍຂອງພວກເຂົາ, ແລະ​ທຸກສິ່ງ​ທຸກຢ່າງຂອງ​ເຂົາໃນ​ເມືອງ​ນັ້ນ, ແລະ​ໃນ​ທົ່ງນາ​ຮອບໆ
\v 29 ຄວາມມັ່ງຄັ່ງທັງຫມົດຂອງພວກເຂົາ​. ພວກເຂົາໄດ້ຈັບ​ເອົາ​ຜູ້ຍິງ ​ແລະ​ເດັກນ້ອຍທັງຫລາຍ. ​ພວກເຂົາໄດ້ເອົາຂອງທຸກສິ່ງ​ທີ່ຢູ່ໃນ​ເຮືອນ​ໄປ​ຈົນກ້ຽງ.
\s5
\v 30 ຢາໂຄບ​ໄດ້ເວົ້າ​ກັບ​ຊີເມໂອນ ​ແລະ​ເລວີ​ວ່າ,"ພວກເຈົ້າ​ໄດ້ນຳຄວາມລຳບາກມາ​ສູ່ເຮົາ, ເຮັດໃຫ້ເຮົາເຊື່ອມຊາມລົງ ໃນຜູ້ທີ່ອາໄສໃນແຜ່ນດິນນັ້ນ ຄືຄົນການາອານ, ແລະຊາວ​ເປຣີຊີ. ເຮົາມີຄົນຈຳນວນນ້ອຍ. ຖ້າ​ພວກເຂົາລວມຕົວເປັນພວກດຽວກັນ​ມາຕໍ່ຕ້ານເຮົາ ແລະໂຈມຕີເຮົາ​ຈະ​ຕ້ອງຖືກ​ທຳລາຍ​, ເຮົາແລະຄົວເຮືອນຂອງເຮົາ​."
\v 31 ແຕ່​ຊີເມໂອນ ແລະເລວີໄດ້​ຕອບ​ວ່າ, "ຄວນບໍທີ່ຊີເຄມໄດ້ກະທຳ​ຕໍ່​ນ້ອງສາວ​ຂອງ​ພວກເຮົາ​ເຫມືອນ​ຍິງໂສເພນີ​?"
\s5
\c 35
\cl ​ບົດ​ທີ 35
\p
\v 1 ພຣະເຈົ້າ​ໄດ້​ບອກກັບ​ຢາໂຄບ​ວ່າ, "ຈົ່ງ​ລຸກຂຶ້ນ, ຈົ່ງ​ໄປ​ທີ່​ເບັດເອນ, ແລະ​​ຢູ່​ທີ່​ນັ້ນ. ຈົ່ງ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າທີ່ນັ້ນ, ພຣະເຈົ້າຜູ້ໄດ້ຊົງ​ປາກົດ​ແກ່​ເຈົ້າ​ ເມື່ອ​ເຈົ້າ​ໄດ້​ຫນີຈາກ​ເອຊາວ ອ້າຍ​ຂອງ​ເຈົ້າ."
\v 2 ຈາກນັ້ນ ຢາໂຄບ​ໄດ້ເວົ້າກັບ​ຄົນ​ຢູ່​ໃນ​ຄົວເຮືອນຂອງເຂົາ ແລະ​ກັບຄົນ​ທັງຫມົດທີ່​ໄດ້ຢູ່​ກັບເຂົາ,"ຈົ່ງ​ປະຖິ້ມ​ພະ​ຂອງ​ຄົນຕ່າງຊາດທັງຫລາຍ​ທີ່​ຢູ່ທ່າມກາງພວກເຈົ້າ​, ຈົ່ງ​ຊຳລະ​ຕົວພວກເຈົ້າເອງ ແລະປ່ຽນເສື້ອຜ້າຂອງພວກເຈົ້າ.
\v 3 ແລ້ວໃຫ້ພວກເຮົາ​ອອກເດີນທາງ ແລະຂຶ້ນ​ໄປເຖິງ​ເບັດເອນ. ຂ້ອຍ​ຈະ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າທີ່ນັ້ນ ພຣະອົງ​ຜູ້​ໄດ້​ຊົງຕອບຂ້ອຍ​ໃນວັນແຫ່ງຄວາມທຸກຍາກຂອງເຮົາ​, ແລະໄດ້ຊົງສະຖິດ​ຢູ່​ນຳ​ຂ້ອຍບໍ່ວ່າ​​ຂ້ອຍ​ຈະໄປທີ່ໃດ."
\s5
\v 4 ດັ່ງນັ້ນ ພວກເຂົາ​ຈຶ່ງໄດ້​ເອົາ​ພະ​ທັງຫມົດ​ຂອງ​ຄົນຕ່າງຊາດ ທີ່ມີ​ຢູ່​ທີ່ມືຂອງ​ພວກເຂົາ​ມອບ​ໃຫ້​ຢາໂຄບ, ແລະຕ້າງຫູທັງຫລາຍທີ່ຢູ່ທີ່ຫູຂອງພວກເຂົາ ຢາໂຄບໄດ້​ຝັງສິ່ງ​ເຫລົ່ານັ້ນທີ່ໃຕ້​ຕົ້ນໂອ໊ກທີ່ຢູ່​ໃກ້​ຊີເຄມ.
\v 5 ເມື່ອພ​ວກເຂົາໄດ້ອອກເດີນທາງ, ພຣະເຈົ້າໄດ້ຊົງເຮັດໃຫ້​​ ຊາວ​ເມືອງ​ທັງຫລາຍທີ່ຢູ່ຮອບໆ​ເກີດ​ຄວາມ​ຢ້ານກົວ​ພວກເຂົາ, ດັ່ງນັ້ນພວກປະຊາຊົນເຫລົ່ານັ້ນ ຈຶ່ງບໍ່ກ້າໄລ່ຕາມ​ພວກລູກຊາຍຂອງຢາໂຄບ​.
\s5
\v 6 ຢາໂຄບ​ໄດ້​ມາ​ເຖິງລູເຊ​(ນັ້ນ​ຄື, ເບັດເອນ), ຊຶ່ງຢູ່ໃນແຜ່ນດິນການາອານ, ເຂົາ ແລະ​ຄົນ​ທັງຫມົດທີ່ໄດ້ຢູ່ກັບເຂົາ.
\v 7 ເຂົາ​ໄດ້​ສ້າງ​ແທ່ນບູຊາທີ່ນັ້ນ ແລະ​ໄດ້ເອີ້ນສະຖານທີ່​ນັ້ນ​ວ່າ ເອນ​ເບັດເອນ, ເພາະວ່າທີ່ນັ້ນ​ພຣະເຈົ້າ​ໄດ້ຊົງປາກົດພຣະອົງເອງ​ແກ່​ເຂົາ, ເມື່ອເຂົາກຳລັງ​ຫນີຈາກ​ອ້າຍ​ຂອງເຂົາ.
\v 8 ນາງ​ເດໂບຣາ​, ເອື້ອຍ​ລ້ຽງ​ຂອງ​ນາງ​ເຣເບກາ​ໄດ້​ເສຍ​ຊີວິດ. ນາງໄດ້ຖືກ​ຝັງ​ໄວ້​ໃຕ້​ຕົ້ນ​ໂອ໊ກ​ທີ່​ຢູ່​ທາງ​ທິດ​ໃຕ້​ຂອງ​​ເບັດເອນ, ສະນັ້ນ ມັນ​ຈຶ່ງຖືກເອີ້ນວ່າ, ອັບໂລນບາຄູ "ຕົ້ນຫມາກ​ກໍ່ແຫ່ງນ້ຳຕາ."
\s5
\v 9 ເມື່ອ​ຢາໂຄບ​ກັບ​ຈາກ​ປັດດານອາຣຳ, ພຣະເຈົ້າ​ໄດ້ຊົງ​ປາກົດ​ແກ່​ເຂົາອີກຄັ້ງ ແລະ​ໄດ້​ອວຍພອນ​ເຂົາ.
\v 10 ພຣະເຈົ້າໄດ້ເວົ້າກັບເຂົາວ່າ, "​ຊື່​ຂອງເຈົ້າຄືຢາໂຄບ, ແຕ່​ຊື່​ຂອງ​ເຈົ້າ​ຈະບໍ່ຖືກເອີ້ນວ່າຢາໂຄບອີກຕໍ່ໄປ. ຊື່ຂອງເຈົ້າຈະເປັນ​ອິສະຣາເອນ." ສະນັ້ນ ພຣະເຈົ້າ​ຈຶ່ງໄດ້ຊົງ​ເອີ້ນ​ຊື່ຂອງເຂົາ​ວ່າ ອິສະຣາເອນ.
\s5
\v 11 ພຣະເຈົ້າໄດ້​ກ່າວ​ກັບເຂົາ​ວ່າ,"ເຮົາ​ຄືພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​, ຈົ່ງ​ເກີດຜົນ​ ແລະເພີ້ມທະວີຄູນ. ຊົນຊາດຫນຶ່ງ ແລະບັນດາປະຊາຊາດ ຈະອອກມາຈາກເຈົ້າ, ແລະກະສັດຫລາຍພະອົງຈະຢູ່ທ່າມກາງເຊື້ອສາຍທັງຫລາຍຂອງເຈົ້າ.
\v 12 ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ອັບຣາຮາມ ​ແລະ​ອີຊາກ, ເຮົາຈະປຣະທານໃຫ້​ແກ່​ເຈົ້າ.​ແກ່​ເຊື້ອສາຍທັງຫລາຍ​ຂອງ​ເຈົ້າ​ທີ່ຈະເ​ກີດມາພາຍຫລັງເຈົ້າ​. ເຮົາກໍຈະປຣະທານແຜ່ນດິນນັ້ນໃຫ້ດ້ວຍ."
\v 13 ​ພຣະເຈົ້າ​ໄດ້ສະເດັດຂຶ້ນໄປ​ຈາກສະຖານທີ່ພຣະອົງໄດ້ເວົ້າກັບ​ເຂົາ.
\s5
\v 14 ຢາໂຄບ​ໄດ້ຕັ້ງເສົາໃນສະຖານທີ່ນັ້ນທີ່ພຣະເຈົ້າໄດ້ກ່າວກັບເຂົາ ຄືເສົາ​ຫີນ​ຕົ້ນຫນຶ່ງ. ເຂົາໄດ້ເທເຄື່ອງດື່ມບູຊາເຫນືອເສົານັ້ນ ແລະເທນໍ້າມັນ​ຫມາກກອກເທດ​​ເທິງເສົາ​ນັ້ນ.
\v 15 ຢາໂຄບ​ໄດ້ໃສ່​ຊື່​ສະຖານທີ່​ນັ້ນ ​ທີ່ພຣະເຈົ້າໄດ້ກ່າວກັບເຂົາວ່າ ເບັດເອນ.
\s5
\v 16 ພວກເຂົາ​ໄດ້​ເດີນທາງຈາກ​ເບັດເອນໄປ.​ໃນຂະນະທີ່ພວກເຂົາຍັງຢູ່ຫ່າງຈາກເອຟຣາທາ, ນາງ​ຣາເຊັນ​ກໍ​ເຈັບ​ທ້ອງ​ຈະ​ອອກລູກ. ນາງເຈັບທ້ອງຫລາຍ​.
\v 17 ໃນຂະນະທີ່ນາງ​ໃກ້​ຈະເກີດແລ້ວນັ້ນ, ນາງ​ຜະດຸງຄັນ​ກໍ​ເວົ້າ​ກັບ​ນາງ​ວ່າ, "ບໍ່​ຕ້ອງ​ຢ້ານ,​ເພາະວ່າບັດນີ້, ເຈົ້າ​ຈະ​ໄດ້​ລູກ​ຜູ້ຊາຍ​ອີກຄົນຫນຶ່ງ."
\v 18 ຂະນະທີ່ນາງກຳລັງຈະຕາຍ, ດ້ວຍລົມຫາຍໃຈຄັ້ງສຸດທ້າຍ​​ ນາງ​ໄດ້​ໃສ່​ຊື່​ໃຫ້​ເຂົາວ່າ ເບັນໂອນີ, ແຕ່​​ພໍ່​ຂອງເຂົາໄດ້ຕັ້ງຊື່​ເຂົາວ່າ ເບັນຢາມິນ.
\v 19 ຣາເຊັນ​ໄດ້​ຕາຍໄປ ແລະ​ຖືກ​ຝັງໄວ້ ລະຫວ່າງ​ທາງ​ໄປ​ເມືອງ​ເອຟຣາທາ ນັ້ນຄື​ເບັດເລເຮັມ.
\v 20 ຢາໂຄບໄດ້ຕັ້ງ​ເສົາເ​ທິງຫລຸມສົບຂອງນາງ. ​ເປັນ​ເຄື່ອງຫມາຍ​ຫລຸມສົບຂອງ​ນາງ​ຣາເຊັນ​ມາເຖິງ​ເທົ່າ​ທຸກ​ວັນນີ້.
\s5
\v 21 ຢາໂຄບໄດ້ຍົກຍ້າຍໄປຕໍ່ ແລະໄດ້​ຕັ້ງ​ຄ້າຍພັກຂ​ອງເຂົາທາງໃຕ້​​ຂອງ​ຫໍຄອຍ​ເອເດ ຂອງຝູງສັດ.
\v 22 ຂະນະທີ່ອິສະຣາເອນກຳລັງ​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ, ຣູເບັນ​ໄດ້ຫ​ລັບນອນ​ກັບ​ນາງ​ບິນຮາ ເມຍນ້ອຍ​ຂອງ​ພໍ່​ຂອງເຂົາ, ແລະອິສະຣາເອນກໍໄດ້​​ຮູ້​ເລື່ອງ​ນີ້. ບັດນີ້ຢາໂຄບ​ມີ​ລູກຊາຍ​ສິບສອງ​ຄົນ.
\s5
\v 23 ລູກຊາຍ​ທັງຫລາຍຂອງເຂົາທີ່ເກີດຈາກນາງ​ເລອາຄື: ຣູເບັນ​ລູກຊາຍຫົວປີຂອງຢາໂຄບ, ແລະ ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ແລະ​ເຊບູໂລນ.
\v 24 ລູກຊາຍທັງຫລາຍຂອງເຂົາ​ທີ່​ເກີດ​ຈາກ​ນາງ​ຣາເຊັນ ມີ​ດັ່ງນີ້: ໂຢເຊັບ ​ແລະ​ ເບັນຢາມິນ.
\v 25 ລູກຊາຍທັງຫລາຍຂອງເຂົາ​ທີ່​ເກີດ​ຈາກ​ນາງ​ບິນຮາ, ຍິງຮັບໃຊ້​ຂອງ​ຣາເຊັນຄື: ດານ ​ແລະ​ເນັບທາລີ.
\s5
\v 26 ພວກລູກຊາຍຂອງ​ນາງ​ຊີລະປາ, ຍິງຮັບໃຊ້ຂອງ​ນາງ​ເລອາ ຄື: ກາດ​ ແລະ​ອາເຊ. ທັງຫມົດເຫລົ່ານີ້ຄືພວກ​ລູກຊາຍ​ຂອງຢາໂຄບ ຜູ້ທີ່​ໄດ້​ເກີດແກ່ເຂົາ​ໃນປັດດານອາຣຳ.
\v 27 ຢາໂຄບ​ໄດ້​​ມາ​ຫາ​ອີຊາກ​, ພໍ່​ຂອງຕົນ​ທີ່​ມຳເຣ, ທີ່ເມືອງ​ເຮັບໂຣນ, ບ່ອນ​ທີ່​ອັບຣາຮາມ ​ແລະ​ອີຊາກ​ໄດ້ອາໄສ​ຢູ່.
\s5
\v 28 ອີຊາກ​ໄດ້​ດຳລົງ​ຊີວິດ​ອີກ​ຕໍ່ໄປ​ຈົນເຖິງ 180 ປີ.
\v 29 ອີຊາກໄດ້ສີ້ນລົມຫາຍໃຈ ແລະ​ໄດ້​ຕາຍໄປ, ​ແລະໄດ້ຖືກຮວບຮວມໄວ້ກັບບັນພະບູຣຸດທັງຫລາຍຂອງເຂົ, າເປັນຜູ້ຊາຍທີ່ມີ​ອາຍຸ​ສູງ​ຫລາຍ, ເອຊາວ ແລະຢາໂຄບ, ລູກຊາຍ​ຂອງ​ເພິ່ນ​ເອງ, ໄດ້​ຝັງສົບ​ເພິ່ນ​ໄວ້.
\s5
\c 36
\cl ​ບົດ​ທີ 36
\p
\v 1 ຄົນເຫລົ່ານີ້ຄືເຊື້ອສາຍ​ຂອງ​ເອຊາວ ຫລື​ມີ​ຊື່​ຫນຶ່ງ​ອີກ​ວ່າເອໂດມດ້ວຍ.
\v 2 ເອຊາວໄດ້ຮັບເອົາ​​ຊາວ​ການາອານ. ມາເປັນເມຍຂອງເຂົາຫລາຍຄົນ ຄົນເຫລົ່ານີ້ທີ່ເປັນເມຍຂອງເຂົາຄື: ນາງ​ອາດາ​ລູກສາວ​ຂອງ​ເອໂລນ​ຊາວ​ຮິດຕີ; ນາງໂອໂຮລີບາມາ​ລູກສາວ​ຂອງ​ອານາ, ຫລານສາວຂອງ​ຊີເບໂອນ​ຊາວ​ຮີວີ;
\v 3 ແລະ​ນາງ​ບາເສມາດ​, ລູກສາວຂອງ​ອິຊະມາເອນ, ນ້ອງສາວ​ຂອງ​ເນບາໂຢດ.
\s5
\v 4 ອາດາມີ​ລູກຊາຍເອລີຟັດແກ່ເອຊາວ, ແລະບາເສມາດເກີດລູກຊາຍເຣອູເອນ.
\v 5 ໂອໂຮລີບາມາເກີດ​ລູກຊາຍ: ເຢອຸດ, ຢາລາມ, ແລະ​ໂກຣາ. ຄົນເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ເອຊາວ ຜູ້ຊຶ່ງໄດ້​ເກີດແກ່ເຂົາ​ໃນ​ແຜ່ນດິນການາອານ.
\s5
\v 6 ​ເອຊາວ​ໄດ້ນຳເອົາ​ບັນດາ​ເມຍ​ຂອງຕົນ, ບັນດາ​ລູກ​ຊາຍຂອງເຂົາລູກສາວຂອງເຂົາ​​, ແລະ​ຊະມາຊິກຄົວ​ເຮືອນທັງຫມົດຂອງເຂົາ, ຝູງ​ສັດລຽ້ງທັງຫມົດຂອງເຂົາ, ແລະ​ສິ່ງຂອງ​ທັງຫມົດທີ່ເຂົາຄອບຄອງເປັນເຈົ້າຂອງຊຶ່ງເຂົາໄດ້ຊອກຫາຮວບຮວມມາໄດ້​ໃນແຜ່ນດິນ​ການາອານ​, ແລະໄດ້ເຂົ້າໄປໃນແຜ່ນດິນຫ່າງໄກຈາກ​ຢາໂຄບ​ນ້ອງຊາຍ​ຂອງຕົນ.
\v 7 ເຂົາໄດ້ເຮັດຢ່າງນີ້ ເພາະວ່າຊັບສິນຂອງພວກເຂົາມີຫລວງຫລາຍ ເກີນກວ່າທີ່​ພວກເຂົາຈະຢູ່ດ້ວຍກັນໄດ້. ທີ່ດິນທີ່ພວກເຂົາອາໄສຢູ່ບໍ່ສາມາດຮອງຮັບພວກເຂົາໄດ້ເພາະ​ຝູງສັດ​ລຽ້ງຂອງພວກເຂົາ.
\v 8 ສະນັ້ນ ເອຊາວ, ຊຶ່ງເປັນທີ່ຮູ້ຈັກວ່າເອໂດມ​, ຈຶ່ງ​ໄປຕັ້ງຖິ່ນຖານ​ຢູ່​ໃນ​ເຂດ​ເນີນພູ​ເສອີ.
\s5
\v 9 ຄົນເຫລົ່ານີ້ຄືບັນດາ​ເຊື້ອສາຍ​ຂອງ​ເອຊາວ, ບັນພະບູຣຸດຂອງ​ຊາວ​ເອໂດມ ໃນດິນແດນ​ທີ່​ເນີນພູ​ເສອີ.
\v 10 ເຫລົ່ານີ້ຄືບັນດາຊື່ຂອງລູກຊາຍ​ຂອງ​ເອຊາວ: ເອລີຟັດ, ລູກຊາຍຂອງອາດາເມຍຂອງເອຊາວ; ເຣອູເອນລູກຊາຍຂອງບາເສມາດ, ເມຍຂອງເອຊາວ.
\v 11 ລູກຊາຍຂອງເອລີຟັດຄື: ເຕມານ, ໂອມາກ, ເຊໂຟ, ຄາຕາມ, ແລເກນາດ.
\v 12 ຕິມນາ, ເມຍນ້ອຍຄົນຫນຶ່ງຂອງເອລີຟັດ, ລູກຊາຍຂອງເອຊາວ, ໄດ້ມີລູກຊາຍຜູ້ຫນຶ່ງຊື່ອາມາເຫລັກ. ຄົນເຫລົ່ານີ້ຄືຫລານຊາຍຂອງອາດານ, ເມຍຂອງເອຊາວ.
\s5
\v 13 ຄົນເຫລົ່ານີ້ຄືລູກຊາຍທັງຫລາຍຂອງ ​ເຣອູເອນ​ຄື: ນາຮາດ, ເຊຣາ, ຊາມມາ, ແລະ​ມິດຊາ. ຄົນເຫລົ່ານີ້ເປັນຫລານຊາຍຂອງບາເສມາດ, ເມຍຂອງເອຊາວ.
\v 14 ຄົນເຫລົ່ານີ້ເປັນລູກຊາຍຂອງນາງ​ໂອໂຮລີບາມາ, ເມຍຂອງເອຊາວ, ຜູ້ຊຶ່ງເປັນລູກສາວ​ຂອງ​ອານາ ແລະ​ເປັນຫລານສາວ​ຂອງ​ຊີເບໂອນ. ນາງໄດ້ເກີດ: ເຢອຸດ, ຢາລາມ, ແລະ​ໂກຣາແກ່ເອຊາວ.
\s5
\v 15 ຄົນ​ເຫລົ່ານີ້ເປັນວົງຕະກູນທັງຫລາຍທ່າມກາງ​​ເຊື້ອສາຍ​ມາ​ຈາກ​ເອຊາວ. ເຊື້ອສາຍຂອງ ເອລີຟັດ​, ລູກຊາຍກົກ​ຂອງ​ເອຊາວ: ເຕມານ, ໂອມາກ, ເຊໂຟ, ເກນາດ,
\v 16 ໂກຣາ, ຄາຕາມ, ແລະ​ອາມາເຫລັກ. ຄົນເຫລົ່ານີ້ເປັນວົງຕະກູນ​ສືບ​ເຊື້ອສາຍ​ຈາກເອລີຟັດໃນແຜ່ນດິນຂອງເອໂດມ. ພວກເຂົາເປັນຫລານຊາຍຂອງອາດາ.
\s5
\v 17 ຄົນເຫລົ່ານີ້ເປັນວົງຕະກູນຈາກເຣອູເອນ​, ລູກຊາຍ​ຂອງ​ເອຊາວຄື: ນາຮາດ, ເຊຣາ, ຊາມມາ, ແລະ​ມິດຊາ. ຄົນເຫລົ່ານີ້ເປັນວົງຕະກູນສືບ​ເຊື້ອສາຍ​ມາຈາກເຣອູເອນໃນແຜ່ນດິນແຫ່ງເອໂດມ. ພວກເຂົາເປັນຫລາຍຊາຍຂອງບາເສມາດ, ເມຍ​ຂອງ​ເອຊາວ.
\v 18 ຄົນເຫລົ່ານີ້ເປັນວົງຕະກູນຂອງ​​ນາງ​ໂອໂຮລີບາມາ, ເມຍ​ຂອງ​ເອຊາວ ຄື: ເຢອຸດ, ຢາລາມ, ແລະ​ໂກຣາ. ຄົນເຫລົ່ານີ້ສືບເຊື້ອສາຍຈາກນາງໂອໂຮລີບາມາ, ລູກສາວຂອງອານານ.
\v 19 ຄົນ​ເຫລົ່ານີ້ຄືລູກຊາຍ​ທັງຫມົດຂອງເອຊາວ, ແລະເປັນວົງຕະກູນຂອງພວກເຂົາ​.
\s5
\v 20 ຄົນເຫລົ່ານີ້ເປັນລູກຊາຍທັງຫລາຍ​ຂອງ​​ເສອີ​ຊາວ​ໂຮຣີ, ຜູ້ທີ່ອາໄສຂອງແຜ່ນດິນນັ້ນຄື: ໂລຕັນ, ໂຊບານ, ຊີເບໂອນ, ອານາ,
\v 21 ດີໂຊນ, ເອເຊ, ແລະ​ດີຊານ. ຄົນເຫລົ່ານີ້ເປັນວົງຕະກູນຂອງຄົນໂຮຣີ, ຜູ້ຢູ່ອາໄສຂອງເສອີໃນແຜ່ນດິນເອໂດມ.
\v 22 ລູກຊາຍທັງຫລາຍຂອງ ໂລຕັນ​ຄື: ໂຮຣີ​ ແລະ​ໂຮມາມ, ແລະຕິມນາ ​ນ້ອງສາວ​ຂອງໂລຕັນ.
\s5
\v 23 ຄົນເຫລົ່ານີ້ເປັນລູກຊາຍຂອງໂຊບານ​ຄື: ອັນວານ, ມານາຮາດ, ເອບານ, ເຊໂຟ, ແລະ​ໂອນາມ.
\v 24 ຄົນເຫລົ່ານີ້ເປັນລູກຊາຍຂອງຊີເບໂອນ​ຄື: ອາອີຢາ ​ແລະ​ອານາ. ນີ້ຄືອານາ​​ຜູ້ທີ່​ພົບ​ບໍ່ນໍ້າ​ຮ້ອນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ, ໃນ​ເວລາທີ່ເຂົາ​ກຳລັງ​ລ້ຽງ​ຝູງ​ລໍ​ຂອງຊີເບໂອນພໍ່​ຂອງຕົນ​.
\s5
\v 25 ຄົນເຫລົ່ານີ້ເປັນລູກຂອງອານາ​: ຄື​ດີໂຊນ ແລະໂອໂຮລີບານາ, ລູກສາວຂອງອານາ.
\v 26 ຄົນເຫລົ່ານີ້ເປັູກຊາຍຂອງດີໂຊນຄື:​ເຮັມດານ, ເອັດຊະບານ, ອີທະຣານ, ແລະ​ເກຣານ.
\v 27 ຄົນເຫລົ່ານີ້ເປັນລູກຊາຍຂອງເອເຊ​ຄື: ຊາອາວານ, ແລະ​ອາການ.
\v 28 ຄົນເຫລົ່ານີ້ເປັນລູກຊາຍທັງຫລາຍຂອງດີຊານຄື: ອູເຊ ​ແລະ​ອາຣານ.
\s5
\v 29 ຄົນເຫລົ່ານີ້ເປັນວົງຕະກູນຂອງຄົນໂຮຣີ ຄື: ໂລຕັນ, ໂຊບານ, ຊີເບໂອນ, ອານາ,
\v 30 ດີໂຊນ, ເອເຊ, ແລະ​ດີຊານ. ຄົນເຫລົ່ານີ້ເປັນວົງຕະກູນຂອງຄົນໂຮຣີ, ຕາມບັນຊີວົງຕະກູນຂອງພວກເຂົາໃນແຜ່ນດິນເສອີ.
\s5
\v 31 ຄົນເຫລົ່ານີ້ເປັນກະສັດ ແລະ​ຫລານ​ສາວ​ຂອງ​ເມຊາຮາບຜູ້ທີ່ປົກຄອງແຜ່ນດິນເອໂດມກ່ອນກະສັດໃດໆຈະມາປົກຄອງ​ເຫນືອຄົນອິສະຣາເອນ:
\v 32 ເຈົ້າ​ເບລາ, ລູກຊາຍ​ຂອງ​ເບອໍ, ໄດ້ປົກຄອງເອໂດມ, ແລະຊື່ເມືອງ​ຂອງເຂົາຄືດິນຮາບາ.
\v 33 ເມື່ອເບລາເສຍຊີວິດ, ຈາກນັ້ນໂຢບັບ, ລູກຊາຍ​ຂອງ​ເຊຣາ, ແຫ່ງ​ເມືອງ​ໂບຊະຣາໄດ້ປົກຄອງແທນເຂົາ.
\s5
\v 34 ເມື່ອໂຢບັບເສຍຊີວິດ, ຮູຊາມຄົນຂອງແຜ່ນດິນເຕມານ, ໄດ້ຂຶ້ນມາປົກຄອງແທນເຂົາ.
\v 35 ເມື່ອຮູຊາມໄດ້ເສຍຊີວິດ, ຮາດັດ, ລູກຊາຍ​ຂອງ​ເບດັດ, ຜູ້​​ຮົບຊະນະ​ຊາວ​ມີດີອານ​ໃນ​ແຜ່ນຂອງ​ດິນແດນ​ໂມອາບ, ໄດ້ປົກຄອງແທນເຂົາຊື່ເມືອງຂອງເຂົາອາອີ.
\v 36 ເມື່ອຮາດັດເສຍຊີວິດ, ຈາກນັ້ນສາມລາ, ແຫ່ງ​ເມືອງ​ມາສະເຣກາໄດ້ປົກຄອງແທນເຂົາ.
\s5
\v 37 ເມື່ອສາມລາເສຍຊີວິດ, ຈາກນັ້ນຊາອູນ ແຫ່ງ​ເມືອງ​ເຣໂຮໂບດ​ທີ່​ຢູ່​ແຄມ​ແມ່ນໍ້າໄດ້ປົກຄອງແທນເຂົາ.
\v 38 ເມື່ອຊາອູນເສຍຊີວິດ, ຈາກນັ້ນບາອັນຮານາ ລູກຊາຍ​ຂອງ​ອັກໂບຮາດັດ ໄດ້ປົກຄອງແທນເຂົາ.
\v 39 ເມື່ອບາອັນຮານາລູກຊາຍຂອງອັກໂບຮາດັດເສຍຊີວິດ, ຈາກນັ້ນຮາດານໄດ້ປົກຄອງແທນເຂົາ ຊື່ເມືອງ​ຂອງເຂົາຄື ປາອູ. ເມຍຂອງເຂົາຊື່ວ່າ​ເມເຮຕາເບນ, ລູກສາວຂອງມັດເຣັດ ແລະ​ຫລານ​ສາວ​ຂອງ​ເມຊາຮາບ.
\s5
\v 40 ເຫລົ່ານີ້ຄືຊື່ຂອງພວກຫົວຫນ້າຕະກູນຈາກບັນດາ​ເຊື້ອສາຍ ​ຂອງເອຊາວຕາມວົງຕະກູນຂອງພວກເຂົາ ແລະຖິ່ນຖານຂອງພວກເຂົາ,​ໂດຍຊື່ຂອງພວກເຂົາຄື: ຕີມນາ, ອານວາ, ເຢເທັດ,
\v 41 ໂອໂຮລີບາມາ, ເອລາ, ປີໂນນ,
\v 42 ເກນັດ, ເຕມານ, ມິບຊາ,
\v 43 ມັກດີເອນ, ແລະ​ອີຣາມ. ຄົນເຫລົ່ານີ້ເປັນຫົວຫນ້າວົງຕະກູນຂອງເອໂດມ, ຕາມການຕັ້ງຖິ່ນຖານຂອງ​ພວກເຂົາ​ໃນດິນແດນທີ່ພວກເຂົາໄດ້​ຄອບຄອງ. ນີ້ຄື ເອຊາວ, ບັນພະບຸຣຸດຂອງເອໂດມ.
\s5
\c 37
\cl ​ບົດ​ທີ 37
\p
\v 1 ຢາໂຄບ​ໄດ້​ອາໄສ​ຢູ່​ໃນແຜ່ນດິນ​​ທີ່​ພໍ່​ຂອງຕົນ​ເຄີຍ​ອາໄສ​ຢູ່​, ໃນແຜ່ນດິນການາອານ.
\v 2 ປະຫວັດ​​ກ່ຽວຂ້ອງ​ກັບຢາໂຄບ. ໂຢເຊັບ​, ເປັນຊາຍຫນຸ່ມ​ອາຍຸ 17 ປີ, ເປັນຜູ້ດູແລຝູງສັດກັບອ້າຍຂອງເຂົາ. ​ເຂົາຢູ່ກັບພວກ​ລູກຊາຍ​ຂອງ​ນາງ​ບິນຮາ ແລະລູກຊາຍຂອງ​ນາງ​ຊີລະປາ,​ຜູ້​ເປັນ​ເມຍນ້ອຍ​ຂອງ​ພໍ່​ຕົນ. ໂຢເຊັບ​ໄດ້ນຳສິ່ງທີ່ບໍ່ດີກ່ຽວ​ກັບ​ພວກ​ເ​ຂົາມາບອກໃຫ້​ພໍ່ຂອງພວກເຂົາ​ຟັງ​.
\s5
\v 3 ອິສະຣາເອນຈຶ່ງໄດ້​ຮັກ​ໂຢເຊັບ​ຫລາຍກວ່າ​ລູກຊາຍ​ທັງຫມົດຂອງເຂົາ ເພາະ​ວ່າເຂົາເປັນ​ລູຊາຍທີ່ເກີດມາໃນເວລາ​ທີ່ເພິ່ນ​ແກ່ຕົວ​ແລ້ວ. ເພິ່ນ​ໄດ້​ຕັດ​ເສື້ອຜ້າທີ່ສວຍງາມ​ໃຫ້​ເຂົາ.
\v 4 ເມື່ອ​ພວກ​ອ້າຍ​ຂອງເຂົາໄດ້ເຫັນ​ວ່າ ພໍ່​ຂອງພວກຕົນ​ຮັກ​ເຂົາຫລາຍກວ່າ​ຮັກ​ພວກ​ຕົນ. ພວກເຂົາ​ກຽດຊັງ​ເຂົາ​ຫລາຍ ​ແລະ​ບໍ່​ເວົ້າ​ຢ່າງຈິງໃຈຕໍ່ເຂົາ.
\s5
\v 5 ໂຢເຊັບໄດ້​ຝັນ, ເເລະເຂົາໄດ້​ເລົ່າ​ຄວາມຝັນ​ນັ້ນສູ່​ພວກ​ອ້າຍ​ຂອງເຂົາ. ພວກເຂົາ​ແຮງ​ກຽດຊັງ​ເຂົາ​ຫລາຍ​ຂຶ້ນ.
\v 6 ເຂົາໄດ້​ເວົ້າ​ກັບພວກເຂົາວ່າ, "ຂໍຟັງ​ຄວາມຝັນ​ທີ່​ຂ້ອຍ​ໄດ້ຝັນ.
\s5
\v 7 ເບິ່ງແມ, ພວກເຮົາ​ກຳລັງ​ມັດ​ຟ່ອນເຂົ້າ​ຢູ່​ທີ່​ທົ່ງນາ ເມື່ອ​ມັດ​ແລ້ວ, ຟ່ອນ​ເຂົ້າ​ຂອງຂ້ອຍ​ໄດ້ຕັ້ງ​ຂຶ້ນແລະຢືນຢູ່​, ແລະສ່ວນ​ຟ່ອນ​ເຂົ້າ​ຂອງ​ພວກເຈົ້າ​ໄດ້​ເຂົ້າມາ​ລ້ອມຮອບ, ແລະໄດ້ໂຄ້ງຄຳນັບໃຫ້ກັບ​ຟ່ອນ​ເຂົ້າ​ຂອງຂ້ອຍ."
\v 8 ພວກ​ອ້າຍ​ໄດ້ເວົ້າກັບເຂົາ​ວ່າ, "ເຈົ້າ​​ຈະ​​ປົກຄອງ​ເຫນືອພວກເຮົາ​ຈິງໆບໍ? ເຈົ້າຈະປົກຄອງ ເຫນືອພວກເຮົາຈິງໆບໍ?" ພວກ​ອ້າຍ​ຈຶ່ງ​ກຽດຊັງ​ເຂົາ​ຫລາຍ​ຍິ່ງ​ຂຶ້ນ ເພາະ​ຄວາມຝັນ​ຂອງເຂົາແລະຄຳເວົ້າຂອງເຂົາ.
\s5
\v 9 ເຂົາໄດ້​​ຝັນ​ອີກຄັ້ງ ແລະ​ເລົ່າ​ຄວາມຝັນ​ສູ່​ພວກ​ອ້າຍ. ​ເຂົາເວົ້າ​ວ່າ, "ຂ້ອຍໄດ້​ຝັນ​ອີກເລື່ອງຫນຶ່ງ. ຄື: ດວງ​ຕາເວັນ, ເດືອນ, ແລະ​ດວງດາວ​ສິບເອັດ​ດວງໄດ້​ກົ້ມຄຳນັບ​ຂ້ອຍ."
\v 10 ເຂົາໄດ້​ເລົ່າ​ເລື່ອງນີ້ແກ່​ພໍ່ຂອງເຂົາເຫມືອນທີ່ໄດ້ເລົ່າກັບພວກ​ອ້າຍ​ຂອງເຂົາ, ແລະພໍ່ຂອງເຂົາໄດ້ຕຳນິເຂົາ. ໄດ້ເວົ້າກັບເຂົາວ່າ​,"ຄວາມຝັນທີ່ເຈົ້າ​ໄດ້​ຝັນ​ຄືຫຍັງ? ແມ່​ຂອງ​ເຈົ້າ ແລະ​ເຮົາ ແລະພວກອ້າຍຂອງເຈົ້າຈະເຂົ້າມາເພື່ອ​ກົ້ມຄຳນັບເຈົ້າ​ຊັ້ນບໍ?"
\v 11 ພວກ​ອ້າຍ​ຂອງເຂົາອິດສາເຂົາ​, ແຕ່​ພໍ່​ຂອງເຂົາໄດ້​ເກັບ​ເລື່ອງ​ນີ້ໄວ້ໃນໃຈ.
\s5
\v 12 ພວກ​ອ້າຍ​ຂອງເຂົາໄດ້​ໄປ​ລ້ຽງ​ສັດ​ຂອງ​ພໍ່​​ທີ່​ຊີເຄມ.
\v 13 ອິສະຣາເອນໄດ້ເວົ້າ​ກັບ​ໂຢເຊັບ​ວ່າ, "ພວກອ້າຍຂອງເຈົ້າກຳລັງໄປລ້ຽງສັດຢູ່ຊີເຄມ ​ເຈົ້າ​ໄປ​ຫາ​ພວກ​ອ້າຍ​ຂອງ​ເຈົ້າ ທີ່​ກຳລັງ​ລ້ຽງ​ສັດ​ຢູ່​ທີ່​ຊີເຄມບໍ່ແມ່ນບໍ? ມານີ້ເທາະ, ແລະເຮົາຈະສົ່ງເຈົ້າໄປຫາພວກເຂົາ." ໂຢເຊັບ​ໄດ້ຕອບເພິ່ນ​ວ່າ, "ລູກ​ພ້ອມ​ທີ່​ຈະ​ໄປ."
\v 14 ອິສະຣາເອນໄດ້ເວົ້າ​ກັບເຂົາ​ວ່າ,"ຈົ່ງໄປດຽວນີ້​, ໄປ​ເບິ່ງ​ດູວ່າ​ພວກ​ອ້າຍ​ຂອງ​ເຈົ້າ​ກັບພວກຝູງສັດ​ຢູ່​ດີ​ກັນບໍ່? ແລ້ວ​ກັບ​ມາ​ບອກ​ເຮົາ." ສະນັ້ນຢາໂຄບຈຶ່ງ​ໄດ້​ສົ່ງ​ເຂົາ​ອອກ​ໄປ​ຈາກ​ຮ່ອມພູ​ເຮັບໂຣນ, ແລະໂຢເຊບກໍ​ໄດ້ໄປ​ຍັງຊີເຄມ.
\s5
\v 15 ມີ​ຊາຍ​ຄົນ​ຫນຶ່ງ​ໄດ້ພົບ​ໂຢເຊບ. ເບິ່ງເຖີດ, ໂຢເຊບກຳລັງເດີນໄປມາໃນທົ່ງນາ, ແລະຜູ້ຊາຍຄົນນັ້ນໄດ້​ຖາມ​ເຂົາວ່າ,"ເຈົ້າ​ຊອກ​ຫາ​ໃຜ?"
\v 16 ໂຢເຊັບໄດ້​ຕອບ​ວ່າ,"ຂ້ອຍ​ຊອກ​ຫາ​ພວກ​ອ້າຍ​ຂອງຂ້ອຍ. ກະລຸນາ​, ບອກ​ຂ້ອຍ​ແດ່​ໄດ້​ບໍ່​ວ່າ​ພວກເຂົາກຳລັງລ້ຽງຝູງສັດ​ຢູ່​ໃສ?"
\v 17 ຊາຍ​ຄົນ​ນັ້ນໄດ້​ຕອບ​ວ່າ,"ພວກເຂົາ​ຫາກໍໄປ​ຈາກ​ທີ່​ນີ້​, ຂ້ອຍ​ໄດ້ຍິນ​ພວກເຂົາ​ເວົ້າກັນວ່າ, ໃຫ້ພວກເຮົາໄປຍັງເມືອງ​ໂດທານກັນເທາະ."" ໂຢເຊັບ​ໄດ້​ໄປ ຕາມຫາພວກອ້າຍຂອງເຂົາ ແລະ​ໄດ້ພົບ​ພວກເຂົາ​ຢູ່​ທີ່​ເມືອງໂດທານ.
\s5
\v 18 ພວກ​ອ້າຍ​ຫລຽວເຫັນເຂົາມາ​ແຕ່​ໄກ, ແລະ​ກ່ອນ​ທີ່ເຂົາຈະ​ເຂົ້າມາ​ໃກ້ພວກເຂົາ, ພວກເຂົາຈຶ່ງ​​ວາງແຜນ​ເພື່ອທີ່​ຈະ​ຂ້າ​​ເຂົາ.
\v 19 ພວກອ້າຍຂອງເຂົາ​ໄດ້ເວົ້າ​ກັນ​ວ່າ, "ເບິ່ງແມ, ເຈົ້າຄົນ​ຊ່າງຝັນກຳລັງ​ມາ​.
\v 20 ມາ​ດຽວນີ້, ໃຫ້​ພວກເຮົາ​ຂ້າ​ເຂົາ, ແລະ​ຖິ້ມເຂົາໄວ້ທີ່ບໍ່ເຫລົ່ານີ້ຈັກ​​ບໍ່​ຫນຶ່ງ. ພວກເຮົາຈະ​ເວົ້າ​ວ່າ​ສັດຮ້າຍ​ໄດ້ກັດ​ກິນ​ເຂົາ. ເຮົາ​​ຈະ​ໄດ້​ເຫັນ​ວ່າ ຄວາມຝັນ​ຂອງ​ເຂົາ​​ຈະ​ເປັນ​ຢ່າງ​ໃດ​."
\s5
\v 21 ເມື່ອຣູເບັນໄດ້ຍິນພວກເຂົາເວົ້າດັ່ງນັ້ນ ກໍຊອກຫາວິທີຊ່ວຍໂຢເຊັບ. ລາວໄດ້​ເວົ້າ​ວ່າ, "ຢ່າ​ໃຫ້ເຮົາເອົາຊີວິດຂອງ​ລາວ​ເທາະ."
\v 22 ຣູເບັນໄດ້ເວົ້າກັບພວກເຂົາວ່າ, "ຢ່າໃຫ້ເລືອດໄຫລເລີຍ. ໂຍນ​ເຂົາລົງ​ໃນ​ບໍ່ ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້​ກໍ​ພໍ, ແຕ່ຢ່າລົງມືຂ້າເຂົາເລີຍ ນັ້ນຄືລາວຈະ​ຊ່ວຍ​ໂຢເຊັບ​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ພວກເຂົາ ເພື່ອທີ່ຈະນຳເຂົາກັບໄປ​ຫາ​ພໍ່ຂອງເຂົາ.
\s5
\v 23 ເມື່ອ​ໂຢເຊັບ​ມາ​ເຖິງ​ພວກອ້າຍຂອງເຂົາ​, ພວກເຂົາ​ໄດ້ຈັບເຂົາ​ແກ້​ເສື້ອຜ້າທີ່​ລາວນຸ່ງມາອອກ.
\v 24 ແລ້ວ​ພວກເຂົາ​ກໍ​ຈັບ​ລາວ​ໂຍນ​ຖິ້ມ​ລົງ​ໃນ​ບໍ່​ ບໍ່ນັ້ນບໍ່ມີ​ນໍ້າ.
\s5
\v 25 ພວກເຂົາໄດ້ນັ່ງລົງເພື່ອຈະກິນອາຫານ. ພວກເຂົາ​ກໍໄດ້​ເຫັນ, ແລະມີຄາລະວານຂອງ​ພວກ​ອິຊະມາເອນກຳລັງ​ເດີນທາງ​ມາ​ຈາກ​ເມືອງ​ກີເລອາດ, ພ້ອມກັບຝູງອູດຂອງພວກເຂົາບັນທຸກເຄື່ອງເທດ ແລະນ້ຳມັນພືດທີ່ມີກິ່ນຫອມ ແລະຢາງໄມ້ຫອມ. ​ພວກເຂົາກຳລັງເດີນທາງບັນທຸກສິນຄ້າລົງໄປ​ອີຢິບ.
\v 26 ຢູດາໄດ້​ເວົ້າ​ກັບພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ,"ຈະມີປະໂຫຍດອັນໃດ ຖ້າ​ເຮົາ​ຈະຂ້າ​ນ້ອງຊາຍຂອງເຮົາ ແລະ​ປົກປິດເລືອດຂອງເຂົາ​?
\s5
\v 27 ມາເທາະໃຫ້ເຮົາຂາຍ​ເຂົາໃຫ້​ພວກອິຊະມາເອນ​ສາ. ແລ້ວ​​ບໍ່​ຕ້ອງ​ທຳຮ້າຍ​ເຂົາ. ເພາະ​ເຂົາ​ຄືນ້ອງຂອງເຮົາເປັນ​ເລືອດເນື້ອຂອງເຮົາ." ພວກ​ອ້າຍ​ນ້ອງ​ທັງຫລາຍຂອງເຂົາກໍ່ໄດ້ຮັບຟັງເຂົາ.
\v 28 ​ພໍ່ຄ້າ​ຊາວ​ມີດີອານ​ໄດ້ຜ່ານ​ມາ ພວກອ້າຍຂອງເຂົາ. ໄດ້​ດຶງ​​ໂຢເຊັບ​ຂຶ້ນ​ມາ​ ແລະຍົກເຂົາອອກມາຈາກບໍ່ນັ້ນ. ພວກເຂົາໄດ້ຂາຍ​ໂຢເຊບໃຫ້​ກັບ​ຊາວ​ອິຊະມາເອນ​ເປັນເງິນຊາວຫລຽນ. ຊາວອິຊະມາເອນໄດ້​ພາ​ໂຢເຊັບ​ໄປ​ຍັງອີຢິບ.
\s5
\v 29 ​ຣູເບັນໄດ້​ກັບ​ໄປ​ທີ່​ບໍ່ນັ້ນ, ແລະ, ເ​ບິ່ງເຖີດ, ໂຢເຊັບ​ບໍ່ໄດ້ຢູ່​ໃ​ນບໍ່ນັ້ນ. ເຂົາໄດ້ຈີກ​ເສື້ອຜ້າຂອງເຂົາ.
\v 30 ເຂົາໄດ້​ກັບ​ມາ​ຫາ​ພວກ​ນ້ອ​ງຂອງ​ເຂົາ ແລະ​ໄດ້ເວົ້າ​ວ່າ, "ເດັກນັ້ນ​ບໍ່ໄດ້​ຢູ່​ທີ່ນ​ັ້ນ! ແລະຂ້ອຍ​ຈະ​ເຮັດ​ແນວ​ໃດ​?"
\s5
\v 31 ພວກເຂົາ​ໄດ້​ຂ້າ​ແບ້ໂຕຫນຶ່ງ ແລະຈາກນັ້ນໄດ້​ເອົາ​ເສື້ອຜ້າ​ຂອງ​ໂຢເຊັບ ແລະ​ຈຸ່ມ​ໃສ່​ໃນເລືອດ​ນັ້ນ.
\v 32 ແລ້ວ​ພວກເຂົາ​​ໄດ້ນຳມັນ​ໄປໃຫ້​ພໍ່ຂອງພວກເຂົາ ແລະໄດ້​ເວົ້າ​ວ່າ, "ພວກ​ເຮົາໄດ້​ພົບສິ່ງນີ້ຂໍເບິ່ງດູວ່າມັນເປັນ​ເສື້ອ​ຜ້າ. ຂອງ​ລູກຊາຍ​ຂອງ​ພໍ່​ຫລື​ບໍ່."
\v 33 ຢາໂຄບຈື່​ໄດ້ ແລະ​ເວົ້າ​ວ່າ, "ນີ້​ເປັນ​ເສື້ອ​ຜ້າຂອງ​ລູກຊາຍ​ເຮົາ. ສັດຮ້າຍ​ໄດ້​ກັດ​ກິນ​ເຂົາແນ່ນອນ. ໂຢເຊັບໄດ້​ຖືກ​ສັດຮ້າຍ​ຈີກ​​ເປັນ​ຊິ້ນໆ​."
\s5
\v 34 ຢາໂຄບໄດ້​ຈີກ​ເສື້ອ​ຜ້າຂອງເຂົາ ແລະ​ນຸ່ງ​ເສື້ອ​​ຜ້າ​ກະສອບ​ເຂົ້າ. ເພິ່ນ​ໄວ້ທຸກ​ໃຫ້​ລູກຊາຍ​ຂອງຕົນ​ເປັນ​ເວລາ​ນານ.
\v 35 ລູກຊາຍ​ ແລະລູກສາວ​ທັງຫມົດຂອງເພິ່ນໄດ້ລຸກຂຶ້ນມາ​ປອບໃຈ​ເພິ່ນ, ແຕ່​ເພິ່ນ​ປະຕິເສດທີ່ຈະຮັບການປອບໂຍນ. ເພິ່ນໄດ້ເວົ້າ​ວ່າ, "ຂ້ອຍ​ຈະ​ລົງໄປທີ່ຢູ່ຂອງຄົນຕາຍຮ້ອງໃຫ້​ຄ້ຳຄວນເຖິງລູກຊາຍ​ຂອງຂ້ອຍ." ພໍ່ຂອງເຂົາໄດ້ຮ້ອງໃຫ້ເຖິງເຂົາ.
\v 36 ຊາວມີ​ດີອານໄດ້ຂາຍເຂົາໃນ​ເອຢິບ ໃຫ້ກັບໂປທິຟາ, ຂ້າຣາຊການຂອງຟາຣາໂອ, ​ທີ່​ເປັນ​ຫົວຫນ້າ​ຣາຊອົງຄະລັກ.
\s5
\c 38
\cl ​ບົດ​ທີ 38
\p
\v 1 ແລ້ວນີ້ກໍໄດ້ເກີດຂຶ້ນໃນ​ເວລາ​ນັ້ນ ຢູດາ​ໄດ້​ໄປ​ຈາກ​ພວກ​ອ້າຍ​ນ້ອງ​ຂອງຕົນ, ແລະ​ໄປ​​ຢູ່​ກັບ​ຄົນ​ອະດຸນລາໍ​ຊື່​ວ່າ ຮີຣາ.
\v 2 ເຂົາໄດ້ພົບລູກສາວຂອງຊາຍຊາວການາອານ​ຊື່ຊູອາ. ເຂົາໄດ້ແຕ່ງງານກັບນາງ​. ແລະໄດ້ຫລັບນອນກັບນາງ.
\s5
\v 3 ​ນາງໄດ້ຕັ້ງຄັນ ແລະ​ ເກີດ​ລູກຊາຍ​. ເຂົາໄດ້ຖືກຕັ້ງຊື່​ວ່າເອຣະ.
\v 4 ນາງໄດ້​ຖືພາ​ອີກ ແລະ ​ເກີດ​ລູກຊາຍ​ອີກ​ຄົນຫນຶ່ງ. ​ນາງໄດ້ເອີ້ນຊື່ເຂົາ​ວ່າ ໂອນານ.
\v 5 ນາງ​ໄດ້​ມີລູກຊາຍ​ອີກ​​ຄົນ​ຫນຶ່ງ​ ແລະ ​ເອີ້ນ​ຊື່​ເຂົາ​ວ່າ ເຊລາ. ​ນາງໄດ້​ເກີດ​ເຂົາຢູ່ທີ່​ອັກຊິບ.
\s5
\v 6 ຢູດາໄດ້ຫາເມຍຄົນຫນຶ່ງໃຫ້ແກ່​ເອຣະ, ລູກຊາຍກົກຂອງເຂົາ. ນາງຊື່ ຕາມາ.
\v 7 ເອຣະ​ລູກຊາຍກົກຂອງຢູດາ, ເປັນຄົນ​ຊົ່ວຮ້າຍ ໃນສາຍພຣະເນດຂອງ​ພຣະຢາເວ. ພຣະຢາເວ​ຈຶ່ງ​ເຮັດ​ໃຫ້​ລາວ​ຕາຍ.
\s5
\v 8 ຢູດາ​ໄດ້ເວົ້າ​ກັບໂອນານ​ວ່າ, "ຈົ່ງໄປຫລັບນອນກັບ​ເມຍ​ຂອງ​ອ້າຍ​ເຈົ້າ. ຈົ່ງເຮັດຫນ້າທີ່ນ້ອງຊາຍຂອງສາມີແກ່ນາງ, ແລະ ໃຫ້​​ນາງ​ເກີດລູກເພື່ອອ້າຍຂອງເຈົ້າ."
\v 9 ໂອນານ​ໄດ້ຮູ້​ວ່າ ເດັກນັ້ນ​ຈະ​ບໍ່ແມ່ນ​ລູກ​ຂອງຕົນ. ເມື່ອ​ໃດກໍຕາມທີ່ເຂົາໄດ້ຫລັບ​ນອນ​ກັບ​ເອື້ອຍໃພ້​ຂອງ​ເຂົາ, ເຂົາໄດ້​ເຮັດ​ໃຫ້​ນໍ້າກາມ​ຕົກ​ດິນ​ ດັ່ງນັ້ນເຂົາ​ຈຶ່ງ​ບໍ່ມີ​ລູກ​ສຳລັບ​ອ້າຍ​ຂອງຕົນ.
\v 10 ສິ່ງ​ທີ່​ເຂົາໄດ້ກະທຳ​​ເປັນ​ສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ພຣະຢາເວຈຶ່ງໄດ້ຊົງ​ເຮັດ​ໃຫ້​ເຂົາ​ຕາຍ​ຄືກັນ.
\s5
\v 11 ຈາກນັ້ນ​ຢູດາ​ໄດ້​ເວົ້າ​ກັບຕາມາ​, ລູກໃພ້​ຂອງຕົນ​ວ່າ,"ຈົ່ງ​ຢູ່ຢ່າງແມ່ຫມ້າຍໃນ​ບ້ານຂອງ​ພໍ່​ເຈົ້າ​ ຈົນກວ່າ​ເຊລາ,​ລູກຊາຍ​ຂອງເຮົາຈະເຕີບ​ໃຫຍ່." ເພາະເພິ່ນໄດ້ກົວວ່າ, "​ເຂົາ​ຈະ​ຕາຍຄືກັນ​ກັບ​ອ້າຍ​ຂອງ​ເຂົາດ້ວຍ." ສະນັ້ນ ຕາມາ​ຈຶ່ງ​ໄດ້ຈາກໄປ ແລະໄດ້ອາໄສ​ຢູ່ໃນ​ບ້ານ​ນຳ​ພໍ່​ຂອງຕົນ.
\s5
\v 12 ຫລັງຈາກນັ້ນເປັນເວລານານ, ລູກສາວຂອງຊູອາເມຍ​ຂອງ​ຢູດາ,​ກໍ​ຕາຍໄປ. ​ຢູດາ​ໄດ​້ຮັບການປອບປະໂລມ ແລະໄດ້ໄປຫາຄົນຕັດຂົນແກະຂອງເພິ່ນທີ່​ຕິມນາ, ເພິ່ນ ແລະເພື່ອນຂອງເພິ່ນຄືຮີຣາ​ຊາວ​ອາດຸນລຳ​.
\v 13 ​ຕາມາ​ໄດ້ຮັບຂ່າວວ່າ, "ເບິ່ງແມ, ພໍ່​ປູ່ຂອງ​ເຈົ້າ​ກຳລັງ​ໄປ​ຕິມນາ ເພື່ອຕັດຂົນແກະຂອງເຂົາ."
\v 14 ນາງ​ຈຶ່ງ​ປ່ຽນ​ຊຸດຍິງຫມ້າຍຂອງນາງ ​ແລະໄດ້ຫົ່ມຕົວນາງເອງດ້ວຍ​ເອົາ​ຜ້າ​ຄຸມຫນ້າ​ໄວ້. ນາງໄປ​ນັ່ງ​ທີ່ປະຕູ​ຂອງ​ບ້ານ​ເອນາອີມ​ທີ່​ຈະ​ໄປ​ເມືອງ​ຕິມນາ. ເພາະນາງ​ໄດ້ເຫັນວ່າ​ເຊລາ​ກໍ​ໃຫຍ່​ແລ້ວ ແຕ່​ນາງຍັງ​ບໍ່ໄດ້​ຖືກມອບໃຫ້ເປັນເມຍຂອງເຂົາ​ເທື່ອ.
\s5
\v 15 ເມື່ອ​ຢູດາໄດ້​ເຫັນ​ນາງ ເພິ່ນ​ກໍ​ຄິດ​ວ່າ​ນາງ​ເປັນ​ໂສເພນີ ເພາະ​ວ່າ​ນາງ​ໄດ້​ປິດບັງໃບຫນ້າ​ຂອງນາງ.
\v 16 ເພິ່ນ​ໄດ້ເຂົ້າ​ໄປ​ຫາ​ນາງ​ທີ່​ແຄມ​ທາງ ແລະ​ໄດ້ເວົ້າວ່າ,"ມາເຖີດ, ຂໍໃຫ້ເຮົາໄດ້ຫລັບນອນ​ກັບ​ເຈົ້າ" ເພາະເພິ່ນ​ບໍ່​ຮູ້​ວ່າ​ນາງ​ເປັນ​ລູກໃພ້​ຂອງ​ຕົນເອງ. ແລະນາງ​ຖາມ​ຄືນ​ວ່າ, "ທ່ານ​ຈະ​ຫລັບນອນ​ກັບຂ້ອຍທ່ານຈະໃຫ້​ອັນໃດແກ່ຂ້ອຍ?"
\s5
\v 17 ເຂົາໄດ້​ຕອບ​ວ່າ, "ເຮົາ​ຈະ​ສົ່ງ​ແບ້​ຫນຸ່ມຈາກ​ຝູງ​ມາ​ໃຫ້​ນ້ອງຫນຶ່ງໂຕ." ເຂົາໄດ້ກາ່ວວ່າ, "ເຮົາຈະໃຫ້ອັນໃດເປັນ​ຫລັກປະກັນແກ່ເຈົ້າໄດ້?"
\v 18 ນາງໄດ້ຕອບວ່າ, "ຂໍກາ​ຂອງທ່ານທີ່​ມີເຊືອກ​ຫ້ອຍ, ແລະ ​ໄມ້ເທົ້າ​ທີ່​ຢູ່ໃນມືທ່ານເປັນຫລັກປະກັນ." ເພິ່ນ​ໄດ້ໃຫ້ຂອງ​ເຫລົ່ານັ້ນ​ແກ່​ນາງ, ແລະ​ ໄດ້ຫລັບນອນ​​ກັບ​​ນາງ ​ແລະ ນາງກໍ​ໄດ້ຖື​ພາກັບເພິ່ນ.
\s5
\v 19 ນາງໄດ້​ລຸກ​ຂຶ້ນ ​ແລະ ໄດ້ຈາກໄປ. ນາງ​ໄດ້ເອົາ​ຜ້າ​ຄຸມຫນ້າ​ອອກ ​ແລະ​ ສວມໃສ່ເສື້ອຜ້າຍິງຫມ້າຍຂອງນາງ.
\v 20 ຢູດາ​ໄດ້​ສົ່ງ​ແບ້ຫນຸ່ມຈາກຝູງໄປກັບເພື່ອນຂອງເຂົາ ຊາວ​ອາດຸນລຳ​ ເພື່ອ​ທີ່​ຈະຮັບຂອງປະກັນຄືນ ຈາກ​ມືຂອງຜູ້ຍິງນັ້ນ, ແຕ່​ເຂົາຫາ​ນາງ​ບໍ່​ພົບ.
\s5
\v 21 ແລ້ວ​​ຄົນອາດຸນລຳໄດ້ຖາມບັນດາຜູ້ຊາຍຂອງສະຖານ​ທີ່ນັ້ນ​ວ່າ, "ຍິງໂສເພນີ​ທີ່​ເຄີຍ​ຢູ່​ເອນາຣິມທີ່ແຄມ​ທາງ​ນີ້​​ຢູ່​ໃສ​ແລ້ວ?" ພວກເຂົາ​ຕອບ​ວ່າ,"​ບໍ່ເຄີຍ​ມີ​ໂສເພນີທີ່ນີ້."
\v 22 ເຂົາກໍໄດ້ກັບໄປຫາ​ຢູດາ ແລະໄດ້​ເວົ້າ​​ວ່າ, "ຂ້ອຍຫານາງ​ບໍ່​ພົບ​. ພວກຜູ້ຊາຍຂອງທີ່​ນັ້ນ​ເວົ້າ​ວ່າ​ບໍ່ເຄີຍ​ມີ​ໂສເພນີທີ່ນີ້.""
\v 23 ຢູດາໄດ້​ເວົ້າ​ວ່າ, "ໃຫ້​ນາງ​ເກັບສິ່ງຂອງຕ່າງໆໄວ້. ເພື່ອທີ່ເຮົາຈະ​ບໍ່​ຕ້ອງອັບອາຍ, ທີ່ຈິງເຮົາໄດ້ສົ່ງແບ້ຫນຸ່ມນີ້ໄປ, ແຕ່​ເຈົ້າ​ກໍຫານາງ​ບໍ່​ພົບ​."
\s5
\v 24 ຢູ່​ຕໍ່​ມາຫລັງຈາກນັ້ນ ປະມານ​ສາມ​ເດືອນ​ໄດ້ມີ​ຄົນ​ມາ​ບອກ​ຢູດາ​ວ່າ, "ທາມາ​ລູກໃພ້​ຂອງ​ທ່ານໄດ້ເປັນໂສເພນີ, ແລະຈິງໆນາງໄດ້ຖື​ພາເພາະເຫດນັ້ນ." ຢູດາໄດ້ເວົ້າວ່າ, "ຈົ່ງນຳນາງມາທີ່ນີ້ ແລະ ເຜົານາງເສຍ."
\v 25 ເມື່ອ​​ນາງ​ໄດ້ຖືກນຳອອກ, ນາງ​ຈຶ່ງ​ສົ່ງ​ຄົນ​ໄປ​ບອກ​ກັບ​ພໍ່ປູ່​ນາງວ່າ, "ຂ້ອຍ​ຕັ້ງທ້ອງ​ກັບຜູ້ຊາຍຊຶ່ງເປັນເຈົ້າ​ຂອງສິ່ງ​ເຫລົ່ານີ້." ນາງໄດ້ເວົ້າວ່າ, "ຂໍຈົ່ງ​ພິຈາລະນາເຖີດ, ວ່າໃຜເປັນເຈົາຂອງສິ່ງເຫລົ່ານີ້ກາ​ທີ່​ມີ​ເຊືອກ​ຫ້ອຍ ​ແລະໄມ້ເທົ້າ​ນີ້​ດູ.
\v 26 ຢູດາ​ຈື່ສິ່ງ​ເຫລົ່ານີ້​ໄດ້ ແລະ ​ເວົ້າ​ວ່າ, "ນາງ​ມີຄວາມຊອບທັມຫລາຍກວ່າເຮົາ, ຕັ້ງແຕ່ເຮົາ​ບໍ່ໄດ້​ຍົກ​ນາງໃຫ້ເປັນເມຍຂອງເຊຣາ, ລູກຊາຍ​ຂອງເຮົາ." ແລະ ເພິ່ນ​ບໍ່ໄດ້​ຫລັບນອນ​ກັບ​ນາງ​ອີກ​.
\s5
\v 27 ຢູ່ມາເມື່ອ​ເຖິງ​ກຳນົດ​ເກີດ​ລູກ, ເບິ່ງເຖີດ, ມີລູກ​ຝາແຝດຢູ່ໃນ​ທ້ອງ​ຂອງນາງ.
\v 28 ເມື່ອເຖິງເວລາກຳນົດເກີດ​​ລູກ​ຜູ້ຫນຶ່ງ​ເອົາ​ມື​ອອກ​ມາ, ນາງ​ຜະດຸງຄັນ​ໄດ້ເອົາດ້າຍສີແດງ ແລະ​ໄດ້ຜູກທີ່ມືຂອງເຂົາ​ແລະໄດ້​ເວົ້າ​ວ່າ, "ຄົນ​ນີ້​ໄດ້ອອກມາ​ກ່ອນ."
\s5
\v 29 ແຕ່ເດັກນ້ອຍຫົດມືເຂົ້າຄືນ, ແລະ​ ນ້ອງ​ຊາຍຂອງ​ເຂົາອອກມາກ່ອນ. ແລ້ວ​ນາງ​ຜະດຸງຄັນ​ກໍ​ເວົ້າ​ວ່າ, "ເຈົ້າໄດ້ແຫວກ​ອອກ​ມາ​ໄດ້ຢ່າໃດ!" ດັ່ງນັ້ນເຂົາຈຶ່ງໄດ້ຖືກເອີ້ນຊື່ວ່າເປເຣັດ.
\v 30 ຈາກນັ້ນ​ອ້າຍ​ຂອງ​ເຂົາ, ຈຶ່ງໄດ້ອອກ​ມາ ຄືຄົນທີ່ມີ​ດ້າຍ​ສີແດງ​ຜູກຕິດ​ມື​, ແລະ ເຂົາ​ໄດ້ຖືກເອີ້ນຊື່​​ວ່າ ເຊຣາ.
\s5
\c 39
\cl ​ບົດ​ທີ 39
\p
\v 1 ໂຢເຊັບໄດ້ຖືກນຳລົງໄປ​ຍັງອີຢິບໂປຕີຟາ​, ຄົນອີຢິບ ຜູ້ບັນຊາການ​ອົງຄະລັກ​ຂອງ​ກະສັດຟາໂຣ, ໄດ້ຊື້ເຂົາຈາກຄົນອິຊະມາເອນຜູ້ທີ່ໄດ້ນຳເຂົາລົງມາທີ່ນີ້.
\v 2 ພຣະຢາເວໄດ້​ສະຖິດ​ຢູ່​ກັບ​ໂຢເຊັບ ແລະເຂົາໄດ້ກາຍເປັນ​ຜູ້ຊາຍ​ທີ່​ປະສົບຄວາມສຳເລັດ. ລາວ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ເຈົ້ານາຍຄົນ​ອີຢິບ​​ຂອງເຂົາ.
\s5
\v 3 ເຈົ້ານາຍ​ຂອງເຂົາໄດ້​ເຫັນ​ວ່າ​ພຣະຢາເວ​ໄດ້​ສະຖິດກັບ​ເຂົາ ແລະ​ພຣະຢາເວ​ໄດ້​ຊົງກະທຳໃຫ້​​ທຸກສິ່ງ​ທີ່​ລາວ​ໄດ້ເຮັດປະສົບຄວາມສຳເລັດ.
\v 4 ໂຢເຊັບ​ໄດ້​ເປັນທີ່ຊອບໃນສາຍຕາຂອງເຂົາ. ລາວ​ໄດ້​ຮັບໃຊ້​ໂປຕີຟາ. ໂປຕີຟາໄດ້​ ໃຫ້​ໂຢເຊັບຈັດການເບິ່ງແຍງ​ບ້ານຂອງເຂົາ, ແລະ​ທຸກສິ່ງທີ່ເຂົາເປັນເຈົ້າຂອງ, ເຂົາໄດ້ໃຫ້ໂຢເຊັບເບິ່ງແຍງທຸກສິ່ງ.
\s5
\v 5 ຢູ່ມາຫລັງຈາກທີ່ເຂົາໃຫ້ໂຢເຊັບ​ຈັດກາ​ນເບິ່ງແຍງບ້ານຂອງເຂົາ ແລະທຸກສິ່ງທີ່ເຂົາເປັນເຈົ້າຂອງ, ທີ່ພຣະຢາເວ​ໄດ້​ອວຍພອນ​ບ້ານຂອງ​ຄົນ​ອີຢິບ​ນັ້​ນເພາະ​ເຫັນ​ແກ່​ໂຢເຊັບ. ພຣະ​ພອນຂອງພຣະຢາເວມີຢູ່ໃນ​ທຸກສິ່ງ​ທີ່​ໂປຕີຟາ​ມີ​ໃນ​ເຮືອນ​ແລະ​ໃນ​ທົ່ງນາ.
\v 6 ໂປຕີຟາ​ໄດ້​ໃຫ້ທຸກ​ສິ່ງທີ່ເຂົາມີ​ໃຫ້​ຢູ່ພາຍໃຕ້ການດູແລຂອງໂຢເຊັບ. ເຂົາບໍ່ຕ້ອງຄິດອັນໃດນອກຈາກອາຫານທີ່ເຂົາຈະກິນ. ໂຢເຊັບ​ເປັນ​ຊາຍຫນຸ່ມ​ທີ່ຮູບ​ຫລໍ່ ແລະມີສະເຫນ່.
\s5
\v 7 ຫລັງຈາກນັ້ນເມຍ​ຂອງ​ເຈົ້ານາຍຂອງເຂົາໄດ້ມີຄວາມປາຖະຫນາໃນ​​ໂຢເຊັບ. ນາງໄດ້ເວົ້າວ່າ, "ມາຫລັບນອນ​ກັບຂ້ອຍ."
\v 8 ແຕ່ເຂົາໄດ້​ປະຕິເສດ ແລະ​ໄດ້ເວົ້າກັບເມຍຂອງເຈົ້ານາຍຂອງເຂົາ​ວ່າ, "ເບິ່ງດູ, ເຈົ້ານາຍ​ຂອງຂ້ອຍ​ບໍ່​ໄດ້ສົນໃຈ​ວ່າຂ້ານ້ອຍຈະເຮັດຫຍັງຢູ່​ໃນ​ບ້ານ​ນີ້, ແລະ ເພິ່ນໄດ້ມອບທຸກສິ່ງທີ່ເພິ່ນເປັນເຈົ້າຂອງ ​ໃຫ້​ຢູ່ພາຍໃຕ້ການດູແລຂອງຂ້ານ້ອຍ.
\v 9 ບໍ່ມີໃຜໃນ​ບ້ານນີ້​ທີ່ໃຫຍ່ໄປກວ່າຂ້ານ້ອຍ. ເພິ່ນບໍ່ໄດ້ຫວງອັນໃດໄວ້ຈາກຂ້ານ້ອຍ ເວັ້ນໄວ້​ແຕ່​ຍານາງເພາະທ່ານເປັນເມຍ​ຂອງ​ເພິ່ນ, ຂ້ານອຍ​ຈະເຮັດສິ່ງທີ່ຊົ່ວຮ້າຍທີ່ໃຫຍ່ຫລວງນີ້ ແລະ ​ເຮັດ​ບາບ​ຕໍ່ພຣະເຈົ້າ​ໄດ້​ຢ່າງໃດ?"
\s5
\v 10 ນາງ​ໄດ້ເວົ້າກັບ​ໂຢເຊັບ​ທຸກມື້​ທຸກວັນ, ແຕ່ເຂົາປະຕິເສດ​ທີ່ຈະຫລັບນອນ​ນກັບ​ນາງ ຫລືຢູ່ກັບນາງ.
\v 11 ຢູ່ມາ​ມື້​ຫນຶ່ງ ເມື່ອ​ເຂົາໄດ້​ເຂົ້າ​ໄປໃນ​ບ້ານເພື່ອທີ່ຈະທຳງານຂອງເຂົາ. ​ບໍ່ມີ​ຄົນ​ຮັບໃຊ້​ຈັກ​ຄົນ​ຢູ່​ໃນ​ເຮືອນນັ້ນ.
\v 12 ນາງໄດ້ຈັບຕົວເຂົາຈ່ອງ​ເສື້ອເຂົາ​ໄວ້ ແລະ​ເວົ້າ​ວ່າ, "ຈົ່ງຫລັບນອນ​ນຳ​ຂ້ອຍ​ສາ." ແຕ່​ເຂົາໄດ້ປະເສື້ອຜ້າຂອງເຂົາໄວ້ໃນມືຂອງນາງ,​ຫນີ​ແລ່ນ​ອອກ​ໄປ​ຂ້າງ​ນອກ​​.
\s5
\v 13 ເມື່ອນາງເຫັນໂຢເຊັບປະເສື້ອໄວ້ ແລະ​ໄດ້ຫນີອອກ​ໄປ​ຂ້າງນອກ,
\v 14 ນາງ​ຈຶ່ງ​ຮ້ອງ​ພວກຜູ້ຊາຍໃນບ້ານ​ນາງ ແລະໄດ້ບອກພວກເຂົາວ່າ, "ເບິ່ງແມ, ໂປຕີຟາໄດ້ນຳ ຄົນ​ເຮັບເຣີ​ນີ້ມາເພື່ອ​ຈະ​ລ່ວງເກີນ​ຕໍ່ເຮົາ. ເຂົາໄດ້​ເຂົ້າ​ມາ​ຫາ​ເຮົາເພື່ອທີ່ຈະຫລັບນອນ​ກັບເຮົາ, ແລະເຮົາໄດ້​ຮ້ອງ​ຂຶ້ນ.
\v 15 ເມື່ອ​ເຂົາໄດ້ຍິນ​ເຮົາຮ້ອງເຂົາ​ຈຶ່ງ​ໄດ້ປະ​ເສື້ອຜ້າຂອງເຂົາ​ໄວ້ກັບເຮົາ,​ແລະ​ແລ່ນ​ຫນີໄປຂ້າງນອກ."
\s5
\v 16 ນາງ​ໄດ້ວາງ​ເສື້ອ​ຜ້າຂອງ​ເຂົາ​ໄວ້ຂ້າງໆນາງ ຈົນ​ຜູ້​ເປັນ​ນາຍ​ຂອງ​ເຂົາໄດ້​ເຂົ້າບ້ານ​ມາ​.
\v 17 ນາງ​ໄດ້ບ​ອກເຂົາຢ່າງນີ້​ວ່າ, "ຄົນ​ຮັບໃຊ້ເຮັບເຣີ​ຜູ້​ທີ່​ທ່ານໄດ້​ນໍາ​ມາ​ໃຫ້ເຮົາ ເຂົາ​ໄດ້​ເຂົ້າ​ມາເພື່ອຈະທຳຫຍາບຄາຍຕໍ່​ຂ້ອຍ.
\v 18 ແລ້ວນີ້ກໍໄດ້ເກີດຂຶ້ນ​ເມື່ອ​ຂ້ອຍ​ຮ້ອງ​ຂຶ້ນ, ເຂົາໄດ້​ປະ​ເສື້ອ​ຜ້າຂອງເຂົາໄວ້​ທີ່​ນີ້​ແລະ​​ຫນີອອກໄປຂ້າງນອກ."
\s5
\v 19 ແລ້ວເມື່ອເຈົ້າ​ນາຍ​ຂອງເຂົາ​ໄດ້ຍິນ​ເລື່ອງ​ເລົ່າ, ທີ່​ເມຍ​ຂອງເພິ່ນ​ບອກເພິິ່ນ ນີ້ຄືສິ່ງ​ທີ່ຄົນຮັບໃຊ້ຂອງທ່ານໄດ້ກະທຳຕໍ່ຂ້ອຍ ເພິ່ນ​ໃຈຮ້າຍ​ຫລາຍ.
\v 20 ເຈົ້ານາຍຂອງ​ໂຢເຊັບໄດ້ນຳເຂົາໄປ ແລະຂັງເຂົາ​ໄວ້​ໃນ​ຄຸກ​ ສະຖານທີ່ຊຶ່ງນັກໂທດຂອງກະສັດໄດ້ຖືກ​ຂັງ​ຢູ່. ເຂົາໄດ້ຢູ່ໃນຄຸກນັ້ນ.
\s5
\v 21 ແຕ່​ພຣະຢາເວໄດ້​ສະຖິດ​ຢູ່​ນຳ​ໂຢເຊັບ ​ແລະ ​ໄດ້ສຳແດງພັນທະສັນຍາທີ່ສັດຊື່ແກ່ເຂົາ. ພຣະອົງໄດ້ຊົງເຮັດໃຫ້ເຂົາເປັນທີ່ຊອບ ໃນສາຍຕາ​ຜູ້ຄຸມນັກ​ໂທດ.
\v 22 ຜູ້ຄຸມນັກໂທດໄດ້ມອບນັກໂທດທັງຫມົດ​ໃຫ້​ຢູ່ໃນມືຂອງໂຢເຊັບ, ​ບໍ່ວ່າ​ພວກເຂົາຈະເຮັດ​ຫຍັງໃນທີ່ນັ້ນໂຢເຊັບໄດ້ເປັນຜູ້ຈັດການທັງຫມົດ​​.
\v 23 ​ຜູ້ຄຸມນັກໂທດບໍ່ຕ້ອງກັງວົນ​ເລື່ອງໃດໆ​ທີ່​ຢູ່ໃນມືຂອງເຂົາ, ເພາະວ່າ​ພຣະຢາເວ​ໄດ້ສະຖິດ​ຢູ່​ນຳ​ເຂົາ. ບໍ່ວ່າເຂົາຈະເຮັດສິ່ງໃດ​ພຣະຢາເວ​ກໍໄດ້ຊົງ​ເຮັດ​ໃຫ້​ປະສົບຄວາມສຳ​ເລັດ​.
\s5
\c 40
\cl ​ບົດ​ທີ 40
\p
\v 1 ແລ້ວນີ້ກໍໄດ້ເກີດຂຶ້ນຫລັງຈາກ​ສິ່ງຕ່າງໆເຫລົ່ານີ້, ເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍ ແລະເຈົ້າ​ພະນັກງານ​ເຮັດ​ເຂົ້າຈີ່,​ຂອງ​ກະສັດ​ອີຢິບ​ໄດ້​ເຮັດ​ໃຫ້​ກະສັດ​ອີຢິບ ເຈົ້ານາຍຂອງເຂົາເຄືອງໃຈ.
\v 2 ຟາຣາໂອ ເພິ່ນ​ຈຶ່ງ​ໃຈຮ້າຍ​ເຈົ້າຫນ້າທີ່ທັງ​ສອງ​ຂອງພະອົງ, ຄືຫົວຫນ້າຄົນຖວາຍຈອກສະເຫວີຍ ແລະຫົວຫນ້າຄົນເຮັດເຂົ້າຈີ່.
\v 3 ພະອົງໄດ້​ຂັງ​ພວກເຂົາ​ໄວ້, ໃນ​ບ້ານຂອງຜູ້ບັນຊາການຣາຊອົງຄະລັກໃນຄຸກ​​ດຽວກັນ​ກັບ​ທີ່​ໂຢເຊັບ​ຖືກ​ຂັງ​ຢູ່.
\s5
\v 4 ພວກເພິ່ນໄດ້ຖືກຂັງມາໄລຍະຫນຶ່ງ. ເຈົ້າພະນັກງານຖວາຍຈອກສະເຫວີຍ ແລະເຈົ້າພະນັກງານເຮັດເຂົ້າຫນົມປັງຂອງກະສັດອີຢິບ ຊຶ່ງໄດ້ຖືກຂັງໃນ​ຄຸກ​.
\v 5 ພວກເຂົາທັງ​ສອງ​ໄດ້​ຝັນ ແຕ່ລະຄົນ​ຕ່າງຄົນຕ່າງຝັນໃນຄືນດຽວກັນ, ແລະຄວາມຝັນແຕ່ລະຄວາມຝັນຕ່າງກໍມີ​ຄວາມຫມາຍ​ຂອງມັນເອງ.
\s5
\v 6 ໂຢເຊັບໄດ້ມາຫາພວກເຂົາໃນຕອນເຊົ້າແລະໄດ້ເຫັນພວກເຂົາ. ເບິ່ງແມ, ພວກເພິ່ນເປັນທຸກ.
\v 7 ເຂົາ​ຈຶ່ງ​ຖາມ​ເຈົ້າພະນັກງານຂອງຟາໂຣຜູ້ຊຶ່ງຖືກຂັງຢູ່ກັບເຂົາ ໃນບ້ານຂອງເຈົ້ານາຍຂອງເຂົາ, ກ່າວວ່າ, "ເປັນຫຍັງມື້ນີ້ ເບິ່ງພວກທ່ານ​ເປັນທຸກ​?"
\v 8 ພວກເພິ່ນໄດ້​ຕອບ​ແກ່ເຂົາວ່າ, "ເຮົາທັງສອງໄດ້ຝັນ ແລະ​ບໍ່ມີ​ຜູ້ໃດ​ທີ່ສາມາດ​ແກ້​ຄວາມຝັນ​ນັ້ນໄດ້." ໂຢເຊັບໄດ້​ເວົ້າ​ກັບພວກເພິ່ນວ່າ, "ການແກ້ຄວາມຝັນນັ້ນບໍ່ແມ່ນ​ເປັນຂອງພຣະເຈົ້າ​ບໍ? ຂໍໄດ້ບອກຂ້ານ້ອຍ​ຟັງ​ເບິ່ງດູ."
\s5
\v 9 ຫົວຫນ້າເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍໄດ້ເລົ່າ​ຄວາມຝັນ​ຂອງຕົນ​ສູ່​ໂຢເຊັບ​ຟັງ​ວ່າ, ເຂົາ​ໄດ້​ເວົ້າກັບໂຢເຊັບວ່າ, "ໃນຄວາມຝັນຂອງເຮົາ, ມີເຄືອ​ອະງຸ່ນ​ຢູ່​ຕໍ່ຫນ້າ​ເຮົາ.
\v 10 ເທິງເຄືອອະງຸ່ນມີ​ສາມ​ງ່າ. ມັນ​ໄດ້ປົ່ງ​ໃບ, ດອກ​ກໍ​ບານ ແລະ​ມີ​ພົ້ວ​ຫມາກອະ​ງຸ່ນ​ສຸກ​ງ່າ.
\v 11 ຈອກສະເຫວີຍ​ຂອງ​ຟາໂຣໄດ້ຢູ່ໃນມືຂອງເຮົາ. ເຮົາໄດ້ເອົາພວງອະ​ງຸ່ນ ​ແລະບີບ​ເອົານຳ້ໃສ່ລົງ​ໃນຈອກ​ສະເຫວີຍຂອງຟາໂຣ, ແລະ​ເຮົາກໍໄດ້ຖວາຍຈອກສະເຫວີຍນັ້ນເທິງມືຂອງຟາໂຣ."
\s5
\v 12 ໂຢເຊັບໄດ້​ເວົ້າ​ກັບເຂົາວ່າ, "ນີ້ຄືການແກ້ຄວາມຝັນ​ນັ້ນ. ສາມ​ງ່າ​ນັ້ນຫມາຍເຖິງ​ສາມ​ວັນ.
\v 13 ພາຍ​ໃນ​ສາມ​ວັນ ຟາໂຣຈະຍົກ​ທ່ານ​ຂຶ້ນ​ແລະໃຫ້ທ່ານຄືນສູ່​ຕຳແຫນ່ງ​ເດີມ​ຂອງທ່ານ. ທ່ານ​ຈະ​ໄດ້ຍໍ​ຈອກ​ເຫລົ້າ​ອະງຸ່ນ​ຂອງຟາໂຣໃນມືຂອງພະອົງ, ເຫມືອນເມື່ອທ່ານ​ໄດ​້ເຄີຍ​ເປັນເຈົ້າພະນັກງານຍໍຈອກເຫລົ້າອາງຸ່ນ.
\s5
\v 14 ແຕ່​ຂໍທ່ານໄດ້ລະນຶກເຖິງ​ຂ້ານ້ອຍ ເມື່ອ​ທ່ານ​ໄ​ດ້​ດີ​ແລ້ວ, ແລະ​ກະລຸນາ​ສະແດງ​ຄວາມເມດຕາຕໍ່​ຂ້ານ້ອຍ​. ດ​້ວຍການກ່າວເຖິງ​ຂ້ານ້ອຍ​ໃຫ້​ຟາໂຣຟັງ ແລະນຳຂ້ານ້ອຍອອກ​ໄປຈາກ​ຄຸກ​ນີ້​.
\v 15 ເພາະທີ່​ຈິງ​ແລ້ວ ຂ້ານ້ອຍ​ໄດ້ຖືກ​ລັກພາຕົວມາຈາກແຜ່ນ​ດິນ​ຂອງ​ຊາວ​ເຮັບເຣີ. ​ທີ່​ນີ້ ຂ້ານ້ອຍ​ກໍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ທີ່​ສົມຄວນໃຫ້ພວກເຂົາຈຳຈ່ອງຂ້ານ້ອຍໃນ​ຄຸກ​ທີ່ແຂງແຮງມິດຊິດນີ້."
\s5
\v 16 ເມື່ອ​ຫົວຫນ້າ​ພະນັກງານ​ເຮັດ​ເຂົ້າຈີ່​ໄດ້ເຫັນ​ວ່າ, ການແກ້ຄວາມຝັນ​ນັ້ນ​​ເປັນ​ທີ່ຫນ້າພໍໃຈ​, ເພິ່ນຈຶ່ງ​ເວົ້າ​ກັບ​ໂຢເຊັບ​ວ່າ, "ຂ້ອຍ​ກໍໄດ້​ຝັນ​ດ້ວຍເຫມືອນກັນ, ຂ້ອຍ​ຝັນ​ວ່າ​, ໄດ້​ຖື​ຖາດ​ເຂົ້າຈີ່​ສາມ​ຖາດ​ເທິງ​ຫົວ​ຂ້ອຍ.
\v 17 ໃນ​ຖາດ​​ເທິງສຸດ​ມີ​ເຂົ້າຈີ່ຢ່າງດີ​ທຸກ​ຊະນິດ​ສຳລັບ​ຟາໂຣ, ແຕ່ມີຝູງ​ນົກ​ໄດ້​ມາ​ກິນ​ເຂົ້າຈີ່​ໃນຖາດເທິງຫົວຂອງເຮົາ."
\s5
\v 18 ໂຢເຊັບ​ໄດ້ຕອບແລະເວົ້າ​ວ່າ, "ນີ້ຄືການແກ້ຄວາມຝັນ​. ຖາດ​ສາມ​ໃບ​ນັ້ນ​ຫມາຍເຖິງ​ສາມ​ວັນ.
\v 19 ພາຍ​ໃນ​ສາມ​ວັນນີ້ ​ຟາອາໂຣ​ຈະ​ຍົກຫົວຂອງ​ທ່ານ​ອອກ​ຈາກ​ທ່ານ. ແລະ​​ຈະແຂວນ​ທ່ານໄວ້​ເທິງ​ຕົ້ນໄມ້ ແລະ​ຝູງນົກ​ຈະ​ມາ​ເຈາະ​ກິນ​ເນື້ອ​ຂອງທ່ານ."
\s5
\v 20 ແລ້ວນີ້ກໍໄດ້ເກີດຂຶ້ນໃນວັນທີສາມ​ ຊຶ່ງເປັນ​ວັນ​ເກີດ​ຂອງ​ຟາໂຣ. ພະອົງໄດ້​ຊົງຈັດ​ງານກິນລ້ຽງ​​ສຳລັບ​ຂ້າຣາຊການ​ຂອງ​ເພິ່ນທຸກຄົນ. ພະອົງໄດ້ຊົງ​ຍົກຫົວຫນ້າເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍ ແລະ​ຫົວຫນ້າເຈົ້າພະນັກງານ​ເຮັດ​ເຂົ້າຈີ່​ຂຶ້ນ, ໃນທ່າມກາງ​ຂ້າຣາຊການ​ທັງຫລາຍຂອງພະອົງ.
\v 21 ເພິ່ນ​ໄດ້ຊົງຄືນ​ຕຳແຫນ່ງ​ໃຫ້ກັບຫົວຫນ້າ ເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍໄດ້ຊົງມອບໃຫ້ເຂົາຮັບຜິດຊອບຖວາຍຈອກສະເຫວີຍເທິງມືຂອງຟາໂຣອີກຄັ້ງ.
\v 22 ແຕ່​ພະອົງໄດ້ສັ່ງ​ແຂວນຄໍ, ຫົວຫນ້າ​ເຈົ້າພະນັກງານ​ເຮັດ​ເຂົ້າຈີ່. ເຫມືອນດັ່ງທີ່​ໂຢເຊັບ​ໄດ້ແ​ກ້ຄາວມຝັນໃຫ້ພວກເຂົາ​.
\v 23 ຫົວຫນ້າເຈົ້າ​ພະນັກງານ​ຖວາຍຈອກສະເຫວີຍ,​ບໍ່ໄດ້​ຈົດຈຳໂຢເຊັບ​ ແລະໄດ້​ລືມເຂົາ.
\s5
\c 41
\cl ​ບົດ​ທີ 41
\p
\v 1 ເຫດການນີ້ໄດ້ເກີດຂຶ້ນເມື່ອສີ້ນສຸດ​ສອງ​ປີ ເຕັມເມື່ອຟາໂຣໄດ້ຊົງ​ຝັນ​ວ່າ. ພະອົງໄດ້ຊົງ​ຢືນ,​ຢູ່​ທີ່​ແຄມ​ແມ່ນໍ້ານິນ.
\v 2 ໃນ​ຂະນະ​ນັ້ນ, ມີແມ່​ງົວ​ເຈັດ​ໂຕໄດ້​ຂຶ້ນ​ມາ​ຈາກ​ແມ່ນໍ້ານິນ, ຫນ້າເບິ່ງ, ແລະອ້ວນພີ ແລະພວກມັນ​ກິນ​ຫຍ້າ​ທ່າມກາງ​ຕົ້ນກົກ.
\v 3 ເບິ່ງແມ, ແລະມີແມ່ງົວອີກເຈັດໂຕທີ່ໄດ້ຕາມຂຶ້ນມາຈາກແມ່ນ້ຳນິນ, ຫນ້າລັງກຽດ ແລະຈ່ອຍຜອມ. ພວກມັນ​ໄດ້ຢືນ​ຢູ່​ຂ້າງໆ ກັບ​ແມ່ງົວໂຕອື່ນໆ ເ​ທິງຝັ່ງແມ່ນ້ຳນິນ.
\s5
\v 4 ຈາກນັ້ນພວກແມ່​ງົວ​ທີ່​ຫນ້າລັງກຽດ ແລະຈ່ອຍຜອມ ​ກໍໄດ້​ກືນ​ກິນ​ແມ່​ງົວເຈັດ​ໂຕ​ທີ່ຫນ້າເບິ່ງ ແລະອ້ວນພີ​ເສຍ. ຈາກນັ້ນຟາໂຣໄດ້ຊົງຕື່ນ​ຂຶ້ນ​.
\v 5 ຈາກນັ້ນພະອົງກໍຫລັບ​ໄປ​ອີກ​ ແລະໄດ້ຊົງ​ຝັນ​ເປັນເທື່ອ​ທີ​ສອງ. ເບິ່ງແມ, ມີ​ຕົ້ນເຂົ້າຕົ້ນຫນຶ່ງ, ມີຮວງເຂົ້າ​​ເຈັດ​ຮວງ​ທີ່ສົມບູນ ແລະດີ.
\v 6 ເບິ່ງແມ, ​ມີ​ຮວງເຂົ້າ​ເຈັດ​ຮວງ,​ທີ່ເມັດລີບ​ ແລະ​ຫ່ຽວແຫ້ງ, ເພາະ​​ຕາເວັນອອກໄດ້ງອກຂຶ້ນມາ.
\s5
\v 7 ​ຮວງເຂົ້າ​ລີບ​ເຈັດ​ຮວງ​ໄດ້​ກືນ​ກິນ​ຮວງເຂົ້າ​ສົມບູນ ແລະດີທັງ​ເຈັດ​ຮວງ​. ຟາໂຣໄດ້​ຕື່ນ​ຂຶ້ນ, ແລ້ວ​ກໍ​ເຫັນ​ວ່າ,​ຕົນ​ກຳລັງ​ຝັນ​ໄປ.
\v 8 ໃນຕອນເຊົ້າຂອງມື້ນັ້ນ ເພິ່ນວຸ້ນວາຍໃຈຫລາຍ. ພະອົງກໍເປັນທຸກ ພະອົງໄດ້​ສົ່ງ​ຄົນ​​ໄປ​ເອີ້ນ​ຫມໍດູ, ຫມໍມໍ, ແລະ​ນັກປຣາດ​ໃນ​ອີຢິບເຂົ້າ​ມາເຝົ້າ ຟາໂຣ​ໄດ້​ຊົງບອກພວກເຂົາເຖິງຄວາມຝັນຂອງພະອົງ​, ແຕ່​ບໍ່ມີ​ຜູ້ໃດ​ສາມາດ​ແກ້​ຄວາມຝັນ​ນັ້ນໃຫ້​ຟາໂຣໄດ້.
\s5
\v 9 ຈາກນັ້ນ​ຫົວຫນ້າ​ພະນັກງານ​ຖວາຍຈອກສະເຫວີຍໄດ້ທູນຟາໂຣ​​ວ່າ, "ວັນນີ້ຂ້ານ້ອຍ​ໄດ້ຄິດເຖິງຄວາມຜິດຂອງຂ້ານ້ອຍ​.
\v 10 ຟາໂຣໄດ້ຊົງ​ໃຈຮ້າຍ​ຕໍ່ພວກຄົນຮັບໃຊ້ຂອງພະອົງ, ແລະໄດ້ສັ່ງຂັງຂ້ານ້ອຍໃນບ້ານ​ຂອງ​ຜູ້ບັນຊາການ​ຜູ້ຮັກສາ​ຣາຊວັງ, ທັງຫົວຫນ້າ ພະນັກງານເຮັດເຂົ້າຈີ່, ແລະຂ້ານ້ອຍ.
\v 11 ພວກ​ຂ້ານ້ອຍ​ທັງສອງ​ຕ່າງ​ກໍ​ຝັນ, ໃນຄືນດຽວກັນຕ່າງຄົນຕ່າງຝັນ​ຕາມການແກ້ຄວາມຝັນຂອງເຂົາ.
\s5
\v 12 ມີ​ຊາຍຫນຸ່ມ​ຊາວ​ເຮັບເຣີ,​ຄົນຮັບໃຊ້ຂອງຜູ້ບັນຊາການຣາຊອົງຄະລັກໄດ້ຢູ່​ກັບ​ພວກ​ຂ້ານ້ອຍ. ພວກ​ຂ້ານ້ອຍ​ໄດ້​ບອກເຂົາ​ ແລະ​ເຂົາໄດ້​ແກ້​ຄວາມຝັນ​ໃຫ້​. ພວກ​ຂ້ານ້ອຍ​ແຕ່ລະຄົນໄດ້.
\v 13 ແລະມັນກໍ​ເປັນ​ຢ່າງ​ນັ້ນຕາມ​ທີ່​ເຂົາໄດ້​ເເກ້ຄວາມຝັນນັ້ນໃຫ້ພວກເຮົາ. ຟາໂຣ ໄດ້ຄືນຕຳແຫນ່ງ​ໃຫ້​ຂ້ານ້ອຍ ແຕ່ອີກຄົນຫນຶ່ງເຂົາໄດ້ຖືກແຂວນຄໍ​."
\s5
\v 14 ແລ້ວຟາໂຣໄດ້ຊົງ​ສັ່ງ​ໃຫ້​ຄົນ​ໄປ​ນຳ​ເອົາ​ໂຢເຊັບ​ມາ. ພວກ​ເຂົາ​ໄດ້​ຮີບໄປນຳ​ເຂົາ​ອອກ​ມາຈາກ​ເຮືອນຈຳ. ເຂົາໄດ້​ແຖ​ຫນວດເຄົາຂອງເຂົາເອງ, ແລະ​ປ່ຽນ​ເຄື່ອງນຸ່ງ​ຂອງເຂົາ​, ແລະໄດ້​ມາເຂົ້າເຝົ້າ ຟາໂຣ​.
\v 15 ຟາໂຣໄດ​້ກ່າວ​ແກ່​ໂຢເຊັບ​ວ່າ, "ເຮົາ​ໄດ້ຝັນ, ແລະ​ບໍ່ມີ​ໃຜ​ແກ້​ຄວາມຝັນ​ນັ້ນ​ໄດ້. ແຕ່ເຮົາ​ໄດ້ຍິນເລື່ອງກ່ຽວກັບ​ເຈົ້າ, ວ່າເມື່ອເຈົ້າໄດ້ຍິນເລື່ອງລາວຄວາມຝັນເຈົ້າ​ສາມາດ​ແກ້​ຄວາມຝັນ​ນັ້ນໄດ້."
\v 16 ໂຢເຊັບໄດ້ທູນ​ຕອບ​ ຟາໂຣ, ກ່າວວ່າ, "ບໍ່ແມ່ນຂ້ານ້ອຍ​ດອກ. ແຕ່​ແມ່ນ​ພຣະເຈົ້າ​ຕ່າງຫາກ​ທີ່​ຈະ​ແກ້​ຄວາມຝັນ​ຢ່າງດີ​ໃຫ້​ທ່ານ​ໄດ້."
\s5
\v 17 ຟາໂຣໄດ້ກ່າວ​ກັບໂຢເຊັບວ່າ,"ໃນຄວາມຝັນຂອງເຮົາ​, ເບິ່ງແມ, ເຮົາໄດ້ຢືນຢູ່ແຄມຝັ່ງແມ່ນ້ຳນິນ.
\v 18 ນີ້ແລະ, ມີ​ແມ່ງົວເຈັດໂຕຂຶ້ນມາຈາກແມ່ນ້ຳນິນ, ​ທີ່​ຕຸ້ຍພີ ແລະສວຍງາມ, ແລະພວກມັນໄດ້ກິນ​ຫຍ້າ​ທ່າມກາງຕົ້ນກົກ.
\s5
\v 19 ເບິ່ງແມ, ມີ​ແມ່ງົວອີກເຈັດໂຕຕາມຂຶ້ນມາ​ອ່ອນແອ, ບໍ່ຫນ້າເບິ່ງເລີຍ, ແລະ​ ຜອມໂຊທົ່ວແຜ່ນດິນເອຢິບ. ເຮົາບໍ່ເຄີຍເຫັນແມ່​ງົວທີ່ຫນ້​າ​ເບິ່ງເຊັ່ນນີ້ມາກ່ອນ​.
\v 20 ແມ່ງົວ​ຜອມໂຊ ແລະ ບໍ່ຫນ້າເບິ່ງ​ເຫລົ່ານີ້​ໄດ້​ກືນ​ກິນ​ແມ່​ງົວໂຕ​ທີ່​ຕຸ້ຍພີຂຶ້ນມາຕອນທຳອິດ.
\v 21 ເມື່ອພວກມັນ​ໄດ້ກິນ​ແມ່ງົວ​ອ້ວນພີເຫລົ່ານັ້ນ​, ແລ້ວ​ພວກມັນແຮງ​ຈ່ອຍຜອມ​ກວ່າເກົ່າ, ຈາກນັ້ນ​ເຮົາ​ກໍໄດ້​ຕື່ນ​ຂຶ້ນ.
\s5
\v 22 ເຮົາ​ໄດ້​ຝັນ​ອີກ, ແລະ ເບິ່ງເຖີດ, ມີ​ຮວງເຂົ້າ​​ເຈັດ​ຮວງແຕກອອກມາ​ຈາກ​ຕົ້ນ​ເຂົ້າຕົ້ນຫນຶ່ງເມັດສົມບູນ ແລະ ດີ.
\v 23 ນີ້ເດ, ມີຮວງເຂົ້າອີກ​ເຈັດ​ຮວງແຕກ​ອອກ​ມາ, ພາຍຫລັງເມັດ​ເຂົ້າລີບ, ແລະ​ ຫ່ຽວແຫ້ງ​ເພາະ​ຖືກ​ລົມ​ຕາເວັນອອກ.
\v 24 ຮວງເຂົ້າ​ເມັດລີບ​ໄດ້​ກືນ​ກິນ​ຮວງເຂົ້າ​ເມັດ​ຕື່ງເຈັດຮວງນັ້ນ. ເຮົາ​ໄດ້​ບອກ​ຄວາມຝັນເຫລົ່າ​ນີ້​ໃຫ້​ພວກ​​ມາຢາກົນ, ແຕ່​ບໍ່ມີ​ໃຜ​ສາມາດ​ແກ້​ຄວາມຝັນ​ເຫລົ່ານີ້ໃຫ້​ເຮົາ​ໄດ້."
\s5
\v 25 ໂຢເຊັບໄດ້ທູນ​ຕໍ່ຟາອາໂຣວ່າ, "ຄວາມຝັນທັງ​ສອງ​ຂອງຟາໂຣ​ມີ​ຄວາມຫມາຍ​ດຽວກັນ. ພຣະເຈົ້າ​ໄດ້​ຊົງແຈ້ງ, ໃຫ້​ຟາໂຣຮູ້​ເຖິງ​ສິ່ງ​ທີ່​ພຣະເຈົ້າຈະ​ຊົງກະທຳ.
\v 26 ແມ່ງົວທີ່​ຕຸ້ຍພີ​ເຈັດ​ໂຕ​ຄືເຈັດ​ປີ, ແລະ​ຮວງເຂົ້າ​ເມັດ​ສົມບູນເຈັດ​ຮວງ​ກໍ​ຄືເຈັດ​ປີ​. ຄວາມຝັນທັງສອງ​ຢ່າງ​ເປັນເລື່ອງດຽວກັນ.
\s5
\v 27 ແມ່ງົວ​ທີ່​ຈ່ອຍຜອມ ​ແລະ​ບໍ່ຫນ້າເບິ່ງເຈັດໂຕທີ່ໄດ້​ຂຶ້ນ​ມາ​ພາຍ​ຫລັງຄືເຈັດປີ, ແລະ​ເຊັ່ນດຽວກັນຮວງເຂົ້າ​ເມັດລີບ​ໄຫມ້ກຽມດ້ວຍລົມ​ຕາເວັນອອກ ກໍຈະເປັນເຈັດ​ປີ​ແຫ່ງ​ຄວາມ​ອຶດຢາກອາຫານ.
\v 28 ນັ້ນຄືສິ່ງທີ່​​ຂ້ານ້ອຍໄດ້ທູນຕໍ່ຟາໂຣ​ເຖິງສິ່ງທີ່. ພຣະເຈົ້າ​ຈະຊົງກະທຳ ແລະ​ພຣະອົງ​ໄດ້ຊົງເປີດ​ເຜີຍຕໍ່ຟາໂຣ.
\v 29 ຈົ່ງລະວັງ, ເຈັດປີແຫ່ງຄວາມອຸດົມສົມບູນທີ່ຍິ່ງໃຫຍ່ຈະເກີດຂຶ້ນ​ທົ່ວແຜ່ນດິນ​ອີຢິບ.
\s5
\v 30 ເຈັດປີແຫ່ງການອຶດຢາກ​ອາຫານຈະຕາມມາ, ແລະ​​ຄວາມ​ອຸດົມ​ສົມບູນ​ທີ່ຜ່ານມາໃນ​ແຜ່ນດິດ​ອີຢິບ​ຈະ​ຖືກ​ລຶບ​ໄປ, ແລະຄວາມອຶດຢາກ​ຈະ​ທຳລາຍ​ແຜ່ນດິນນັ້ນ.
\v 31 ຄວາມ​ອຸດົມ​ສົມບູນ​ໃນແຜ່ນດິນຈະບໍ່​ຖືກ​ຈົດຈຳ, ເພາະ​ຄວາມ​ອຶດຢາກ​ອາຫານທີ່​ຕິດ​ຕາມ​ມາ​ນັ້ນ ຮ້າຍແຮງ​ຢ່າງແສນສາຫັດ.
\v 32 ຟາໂຣໄດ້ຝັນ​ຊ້ຳເພາະວ່າ​ພຣະເຈົ້າຈະເປັນຜູ້ຊົງ​ເຮັດໃຫ້ເກີດ​ຂຶ້ນ, ແລະ​ພຣະເຈົ້າ​ຈະ​ຊົງເຮັດໃຫ້​ເກີດຂຶ້ນ​ໃນ​​ໃກ້ໆ​ນີ້.
\s5
\v 33 ຂໍໃຫ້ຟາໂຣ​ຊອກ​ຫາ​ຜູ້ຊາຍທີ່​ມີຄວາມເຂົ້າໃຈດີ, ແລະສະຫລຽວ​ສະຫລາດ​ຈັກຄົນຫນຶ່ງ​ ຕັ້ງ​ເຂົາໃຫ້​ປົກຄອງ​ເຫນືອແຜ່ນດິນອີຢິບ.
\v 34 ຂໍໃຫ້ ຟາໂຣ: ເຮັດສິ່ງນີ້ຄືໃຫ້ພະອົງ​ແຕ່ງຕັ້ງ​ຜູ້ປົກຄອງ​​ເຫນືອແຜ່ນດິນ. ໃນປີທີ່ອຸດົມສົມບູນນີ້ໃຫ້ພວກເຂົາ​ເກັບ​ພືດຜົນຂອງອີຢິບ​ຫນຶ່ງ​ໃນ​ຫ້າສ່ວນໃນເຈັດປີທີ່ອຸດົມສົມບູນ.
\s5
\v 35 ໃຫ້​ພວກເຂົາ​ເກັບຮວບຮວມ​ອາຫານ​ທັງຫມົດ​ຂອງ​ປີ​ທີ່ອຸດົມສົມບູນ​ທີ່​ກຳລັງ​ມາ​ ແລະເກັບເຂົ້າດ້ວຍອຳນາດຟາໂຣ, ເພື່ອເປັນອາຫານທີ່ຈະໃຊ້​​ໃນ​ເມືອງ​ຕ່າງໆ. ພວກເຂົາຕ້ອງດູແລ​ຮັກສາ​ໄວ້.
\v 36 ອາຫານ​ເຫລົ່ານີ້ຈະຖືກໃຊ້​ສຳລັບ​ແຜ່ນ​ດິນໃນຊ່ວງເຈັດປີແຫ່ງການ​ອຶດຢາກອາຫານທີ່ຈະເກີດຂຶ້ນໃນແຜ່ນດິນອີຢິບ. ໂດຍ​ວິທີການ​ນີ້​ແຜ່ນດິນ ຈະ​ບໍ່​ຖືກທຳລາຍລ້າງດ້ວຍການອຶດຢາກອາຫານ​."
\s5
\v 37 ຄຳແນະນຳນີ້ເປັນສິ່ງທີ່ດີໃນສາຍຕາຂອງ ຟາໂຣ ​ແລະໃນສາຍຕາຂອງບັນດາຂ້າຣາຊການ​ທັງຫມົດຂອງ​ພະອົງ.
\v 38 ຟາໂຣໄດ້​​ກ່າວ​ກັບ​ພວກ​ຂ້າຣາຊການ​ຂອງພະອົງວ່າ, "ເຮົາ​ຈະສາມາດຫາຜູ້ຊາຍເຊັ່ນນີ້, ​ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າຊົງ​ສະຖິດ​ຢູ່ດ້ວຍໄດ້ບໍ​?"
\s5
\v 39 ດັ່ງນັ້ນຟາໂຣຈຶ່ງໄດ້​ກ່າວ​ກັບໂຢເຊັບ​ວ່າ, "ເພາະ ພຣະເຈົ້າ​ໄດ້​ຊົງສຳແດງ​ສິ່ງທັງຫມົດເຫລົ່ານີ້​​ແກ່​ເຈົ້າ, ບໍ່ມີ​ຜູ້ໃດ​ທີ່​ມີຄວາມເຂົ້າໃຈ ແລະ​​ສະຫລາດເຫມືອນ​ເຈົ້າ.
\v 40 ​ເຈົ້າ​ຈະດູແລຣາຊສຳນັກ​ຂອງ​ເຮົາ ແລະ​ປະຊາຊົນ​​ຂອງເຮົາທັງຫມົດ​ຈະ​ຖືກປົກຄອງ​ດ້ວຍ​​ຄຳເວົ້າ​ຂອງ​ເຈົ້າ. ສະເພາ​ະບັນລັງ​ນີ້ເທົ່ານັ້ນ ທີ່​ເຮົາ​ຈະ​ເປັນ​ໃຫຍ່​ກວ່າ​ເຈົ້າ.
\v 41 ຟາໂຣໄດ້ເວົ້າກັບໂຢເຊັບວ່າ, "ເບິ່ງເຖີດ, ເຮົາ​ໄດ້ຕັ້ງ​ເຈົ້າ​ໄວ້ເຫນືອແຜ່ນດ​ິນອີຢິບ."
\s5
\v 42 ຟາໂຣໄດ້​ຖອດ​ແຫວນ​ແຫ່ງ​ອຳນາດ​ອອກ​ຈາກ​ນິ້ວມື​ຂອງພະອົງ ແລະໄດ້​ສວມໃສ່​ໃຫ້ກັບ​ໂຢເຊັບ. ພະ​ອົງໄດ້ສວມເສື້ອຜ້າເລນິນ​ຢ່າງດີໃຫ້​ກັບເຂົາ, ແລະ​​ສວມສ້ອຍ​ທອງຄຳ​ຄ້ອງ​ຄໍ​ຂອງເຂົາ.
\v 43 ພະ​ອົງໄດ້ຊົງໃຫ້​ເຂົາໃຊ້​​ລົດ​ມ້າ​ຄັນ​ທີສອງ​ທີ່​ພະອົງຊົງເປັນເຈົ້າຂອງ. ຈະມີຜູ້ຊາຍ​ປະກາດ​ໄປຂ້າງຫນ້າເຂົາວ່າ,"ຈົ່ງຄຸກເຂົ່າລົງ." ຟາໂຣໄດ້ຕັ້ງ​ເຂົາໄວ້ເຫນືອແຜ່ນດິນ​​ອີຢິບທັງຫມົດ.
\s5
\v 44 ຟາໂຣໄດ​້ກ່າວ​ກັບ​ໂຢເຊັບ​ວ່າ, "ເຮົາ​ຄືຟາໂຣ, ແລະ​ທົ່ວທັງແຜ່ນດິນ​ອີຢິບ​ນີ້, ບໍ່ມີໃຜ​ທີ່ຈະຍົກມື ຫລືຍົກຕີນຂອງ​ເຂົາໄດ້​ ນອກຈາກເຈົ້າຈະອະນຸຍາດ​."
\v 45 ຟາໂຣໄດ້ຕັ້ງ​ຊື່​​ໃຫ້​ໂຢເຊັບ​ວ່າ,"ຊາເຟນາດປາເນອາ." ພະອົງປະທານນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ, ປະໂລຫິດ​ຂອງ​ເມືອງ​ໂອນ ​ເປັນ​ເມຍ​ຂອງເຂົາ​.
\s5
\v 46 ໂຢເຊັບ​ມີ​ອາຍຸໄດ້ສາມສິບປີ ເມື່ອເພິ່ນ​ໄດ້​ຢືນຢູ່ຕໍ່ຫນ້າຟາໂຣ, ກະສັດອີຢິບ. ໂຢເຊັບໄດ້ອອກໄປຈາກການເຂົ້າເຝົ້າຟາໂຣ, ແລະອອກໄປ​​ທົ່ວ​ແຜ່ນດິນ​ອີຢິບ.
\v 47 ໃນ​​ເຈັດ​ປີ​ແຫ່ງຄວາມ​ອຸດົມສົມບູນ​ ແຜ່ນດິນ​ໄດ້ໃຫ້ຜົນຜະລິດ​​ຢ່າງ​ຫລວງຫລາຍ.
\s5
\v 48 ໃນຕະຫລອດເຈັດປີ ເພິ່ນໄດ້​ຮິບໂຮມ​ອາຫານ​ທີ່ມີທັງຫມົດ ໃນແຜ່ນດິນອີຢິບ ແລະເກັບອາຫານນັ້ນໄວ້ໃນ​​ເມືອງ​ຕ່າງໆ. ເພິ່ນ​ໄດ້ເກັບອາຫານຂອງແຕ່ລະເມືອງຈາກທົ່ງນາ ​ແລະພື້ນທີ່ຮອບໆເມືອງໄວ້ທີ່ແຕ່ລະເມືອງນັ້ນ​.
\v 49 ໂຢເຊັບໄດ້ເກັບ​ຮັກສາ​ເຂົ້າ​ໄວ້​ຢ່າງ​ຫລວງຫລາຍ ເຫມືອນ​ຊາຍແຫ່ງ​ທ້ອງ​​ທະເລ, ຫລາຍຈົນກະທັ້ງເຂົາຕ້ອງສັ່ງໃຫ້ເຊົາເຮັດບັນຊີ, ເນື່ອງຈາກ​ມັນມີ​ຫລາຍເກີນກວ່າທີ່​ຈະ​ນັບໄດ້.
\s5
\v 50 ກ່ອນທີ່​ປີ​ແຫ່ງ​ການ​ອຶດຢາກ​ຈະ​ມາ​ເຖິງ, ໂຢເຊັບໄດ້​ມີ​ລູກຊາຍ​ສອງ​ຄົນ​ກັບ​ນາງ​ອາເສນາດ,​ລູກສາວຂອງ​​ໂປຕີເຟຣາ​ ປະໂລຫິດ ເມືອງ​ໂອນເປັນຜູ້ໃຫ້ກຳເນີດແກ່ເຂົາ.
\v 51 ໂຢເຊັບໄດ້ເອີ້ນຊື່ລູກຊາຍກົກຂອງເຂົາວ່າ, ມານາເຊ ເພາະເຂົາໄດ້ກ່າວວ່າ, "ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຂ້ອຍ​ລືມ​ຄວາມ​ຍາກລຳບາກທັງຫມົດ​ຂອງ​ຂ້ອຍ​ ແລະຄົວເຮືອນທັງຫມົດຂອງພໍ່ຂ້ອຍ."
\v 52 ເພິ່ນ​ໄດ້ເອີ້ນຊື່ລູກຊາຍຄົນທີສອງວ່າ ເອຟຣາອິມ, ເພາະເຂົາໄດ້ກ່າວວ່າ,"ພຣະເຈົ້າ​ໄດ້ຊົງກະທຳ​ໃຫ້​ຂ້ອຍມີຫມາກ​ຜົນໃນ​ດິນແດນແຫ່ງ ​ຄວາມ​ຍາກລຳບາກຂອງຂ້ອຍ."
\s5
\v 53 ​ເຈັດ​ປີ​ແຫ່ງ​ຄວາມ​ອຸດົມສົມບູນ ໃນແຜ່ນດິນ​ອີຢິບ​​ກໍ​ໄດ້ສິ້ນສຸດ​ລົງ.
\v 54 ເຈັດປີແຫ່ງການອຶດຢາກ​າຫານໄດ້ເລີ້ມຕົ້ນ, ຕາມ​ທີ່​ໂຢເຊັບ​ໄດ້​ກ່າວ​ໄວ້. ເກີດການອຶດຢາກອາຫານຂຶ້ນທົ່ວແຜ່ນດິນ, ແຕ່​ຢູ່​ໃນ​ແຜ່ນດິນ​ອີຢິບ​ຍັງ​ມີ​ອາຫານ​ກິນ​.
\s5
\v 55 ເມື່ອເກີດການອຶດຢາກຂຶ້ນທົ່ວທັງແຜ່ນດິນ​ອີຢິບ, ປະຊາຊົນ​​ໄດ້​ມາຮ້ອງ​ຂໍ​ອາຫານ​ຈາກຟາໂຣ. ຟາໂຣໄດ້ກ່າວກັບປະຊາຊົນອີຢິບທັງຫມົດວ່າ, "​ຈົ່ງ​​ໄປ​ຫາ​ໂຢເຊັບ ແລະຈົ່ງ​ເຮັດ​ຕາມ​ທີ່​ເຂົາບອກ​ໃຫ້​ເຮັດ".
\v 56 ການອຶດຢາກ​ອາຫານໄດ້ເກີດຂຶ້ນທົ່ວທັງແຜ່ນດິນ. ໂຢເຊັບ​ໄດ້​ໄຂ​ສາງ​ເຂົ້າ​ທັງ​ຫມົດ ແລະ​ຂາຍ​ອາຫານໃຫ້​ແກ່​ປະຊາຊົນ​ອີຢິບ.
\v 57 ປະຊາຊົນ​ຈາກ​ທົ່ວທັງແຜ່ນດິນ​ໄດ້​​ມາ​ຍັງ​ອີຢິບ ເພື່ອ​ຂໍ​ຊື້​ເຂົ້າ​ຈາກ​ໂຢເຊັບ, ເພາະ​ວ່າໄດ້ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງຂຶ້ນທົ່ວທັງ​ແຜ່ນດິນ.
\s5
\c 42
\cl ​ບົດ​ທີ 42
\p
\v 1 ເມື່ອຢາໂຄບຮູ້ວ່າຢູ່ທີ່ປະເທດອີຢິບຍັງມີເຂົ້າຂາຍ. ເພິ່ນ​ກໍ​ເວົ້າ​ຕໍ່​ພວກ​ລູກຊາຍ​ຂອງເພິ່ນວ່າ, "ພວກເຈົ້າ​ພາກັນ​ຢູ່​ລ້າໆ​ເຮັດ​ຫຍັງ?"
\v 2 ເພິ່ນເວົ້າວ່າ,"ເບິ່ງນີ້, ເຮົາໄດ້ຍິນ​ວ່າ​ທີ່ໃນ​​ອີຢິບ​ມີ​ເຂົ້າ​ຂາຍ. ຈົ່ງລົງໄປ​ທີ່​ນັ້ນ ແລະຊື້ເຂົ້າຈາກທີ່ນັ້ນມາໃຫ້ເຮົາ ເພື່ອທີ່ເຮົາ​ຈະ​ໄດ້ມີຊີວິດຢູ່​."
\v 3 ອ້າຍທັງສິບຄົນຂອງ​ໂຢເຊັບ​ ໄດ້ລົງ​ໄປ​ຊື້ເຂົ້າຈາກ​ອີຢິບ​​.
\v 4 ແຕ່​​ເບັນຢາມິນ​, ນ້ອງຊາຍ​ຂອງ​ໂຢເຊັບນັ້ນ, ຢາໂຄບບໍ່ໄດ້ສົ່ງ​ໄປ​ກັບ​ພວກອ້າຍຂອງເຂົາ, ເພາະເຂົາ​ຢ້ານ​ວ່າເບັນຢາມິນຈະໄດ້ຮັບ​ອັນຕະລາຍເນື່ອງດ້ວຍການອຶດຢາກອາຫານຊຶ່ງ​ເກີດໃນແຜ່ນດິນ​ການາອ​ານ.
\s5
\v 5 ພວກ​ລູກຊາຍ​ຂອງ​ຢາໂຄບ​ໄດ້ເດີນທາງ​ມາ​, ເພື່ອທີ່ຈະ​ຊື້​ເຂົ້າ​ທ່າມກາງ​ຄົນ​ທັງຫລາຍທີ່ມານັ້ນ.
\v 6 ບັດນີ້ໂຢເຊັບໄດ້​ເປັນ​ຜູ້ປົກຄອງ​ເຫນືອແຜ່ນດິນນັ້ນ. ​ເພິ່ນ​ໄດ້ເປັນຜູ້​ຂາຍ​ເຂົ້າ​ໃຫ້​ກັບ​ຄົນ​ທັງແຜ່ນດິນແຕ່ພຽງຜູ້ດຽວ. ພວກ​ອ້າຍ​ຂອງ​ໂຢເຊັບໄດ້ມາ ​ແລະ​ໂຄ້ງຄຳນັບ​ເພິ່ນ ຫນ້າຂອງພວກເຂົາເຖິງພື້ນ.
\s5
\v 7 ​ໂຢເຊັບ​ໄດ້ເຫັນ​ພວກ​ອ້າຍ ເພິ່ນ​ກໍ​ຈື່​ພວກເຂົາ​ໄດ້, ແຕ່​ເພິ່ນໄດ້​ປົກປິດຕົວເພິ່ນເອງ​ຈາກ​ພວກເຂົາ ແລະໄດ້​ເວົ້າ​ຢ່າງ​ມີ​ອຳນາດ​ກັບ​ພວກເຂົາ. ເພິ່ນໄດ້ເວົ້າກັບພວກເຂົາ​ວ່າ, "ພວກເຈົ້າ​ມາ​ແຕ່​ໃສ?" ພວກເຂົາ​ຕອບ​ວ່າ, "ຈາກແຜ່ນດິນການາອານ​ເພື່ອ​ຂໍ​ຊື້​ອາຫານ."
\v 8 ໂຢເຊັບ​ຈື່​ພວກ​ອ້າຍ​ຂອງຕົນ​ໄດ້, ແຕ່​ພວກເຂົາ​ຈື່​ໂຢເຊັບ​ບໍ່ໄດ້.
\s5
\v 9 ແລ້ວໂຢເຊັບກໍໄດ້​ລະນຶກເຖິງ​ຄວາມຝັນ​ທີ່​ເພິ່ນ​ໄດ້​ຝັນກ່ຽວກັບ​ພວກເຂົາ, ແລະເພິ່ນໄດ້​ເວົ້າກັບພວກເຂົາ​ວ່າ, "ພວກເຈົ້າ​ເປັນຄົ​ນສອດແນມ! ພວກເຈົ້າ​ໄດ້ມາ​ເພື່ອທີ່ຈະ​ເບິ່ງ​ຈຸດອ່ອນ​ທີ່ບໍ່ໄດ້ມີການປ້ອງກັນ​ຂອງແຜ່ນດິນ."
\v 10 ພວກເຂົາ​ໄດ້ເວົ້າກັບເພິ່ນ​ວ່າ, "ບໍ່ແມ່ນດອກເຈົ້ານາຍຂອງຂ້ານ້ອຍ ພວກຄົນຮັບໃຊ້ຂອງທ່ານໄດ້ມາເພື່ອທີ່ຈະຊື້​ອາຫານ.
\v 11 ພວກ​ຂ້ານ້ອຍ​ທັງຫມົດ​ເປັນ​ລູກຊາຍຮວ່ມພໍ່ດຽວກັນ. ພວກ​ຂ້ານ້ອຍ​ເປັນ​ຄົນ​ສັດຊື່ພວກຄົນຮັບໃຊ້ຂອງທ່ານບໍ່ແມ່ນຄົນສອດແນມ."
\s5
\v 12 ເພິ່ນໄດ້ເວົ້າກັບພວກເຂົາ​ວ່າ, "ບໍ່ແມ່ນ​ດອກ, ພວກເຈົ້າໄດ້​ມາເພື່ອເບິ່ງ​ສ່ວນທີ່ໆບໍ່ໄດ້ມີການ​ປ້ອງກັນ​ຂອງແຜ່ນດິນ."
\v 13 ພວກເຂົາໄດ້​ເວົ້າ​ວ່າ, "ພວກ​ຂ້ານ້ອຍ, ພວກຄົນຮັບໃຊ້ຂອງທ່ານ ມີອ້າຍ​ນ້ອງ​ນຳ​ກັນ​ສິບສອງ​ຄົນ, ເປັນພວກລູກຊາຍຮ່ວມພໍ່​ດຽວກັນ​ໃນແຜ່ນດິນ​ການາອານ. ເບິ່ງເທາະ, ນ້ອງຊາຍ​ຫລ້າຂະນະນີ້ຢູ່ກັບພໍ່ຂອງພວກເຮົາ, ແລະ​ນ້ອງຊາຍ​ອີກຄົນຫນຶ່ງກໍໄດ້ເສຍຊີວິດໄປແລ້ວ."
\s5
\v 14 ໂຢເຊັບໄດ້ເວົ້າ​ກັບ​ພວກເຂົາວ່າ, "ມັນ​ເປັນຢ່າງທີ່ເຮົາໄດ້ເວົ້າ​ກັບພວກເຈົ້າແລ້ວ; ພວກເຈົ້າ​ເປັນ​ຄົນສອດແນມ.
\v 15 ດ້ວຍເຫດນີ້​ເຈົ້າຕ້ອງຖືກກວດສອບຟາໂຣຊົງພະຊົນຢູ່ສັນໃດ​, ພວກເຈົ້າ​ຈະ​ໄປ​ຈາກ​ທີ່​ນີ້​ບໍ່ໄດ້, ນອກຈາກວ່າ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ຈະ​ມາ​ທີ່​ນີ້.
\v 16 ຈົ່ງ​ສົ່ງ​ພວກເຈົ້າຄົນໃດຄົນຫນຶ່ງ​ໃຫ້​ໄປ​ພາ​ນ້ອງຊາຍຂອງພວກເຈົ້າມາ. ເພື່ອຈະ​ພິສູດ​ຄຳເວົ້າຂອງພວກເຈົ້າ​ວ່າ​ເປັນ​ຄວາມຈິງຫລືບໍ່, ແລະໃຫ້ຂັງພວກເຈົ້າ​ທີ່​ຍັງ​ເຫລືອໄວ້ໃ​ນຄຸກ​."
\v 17 ເພິ່ນໄດ້​ສັ່ງ​ຂັງ​ພວກເຂົາ​ທັງຫມົດໄວ້​ເປັນເວລາສາມ​ວັນ.
\s5
\v 18 ໃນ​ວັນ​ທີ​ສາມ ໂຢເຊັບ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, "ເພາະເຮົາ​ຢຳເກງ​ພຣະເຈົ້າ, ຈົ່ງເຮັດຢ່າງນີ້ເພື່ອຈະ​ລອດຊີວິດ​ໄດ້.
\v 19 ຄືຖ້າ​ພວກເຈົ້າ​ເປັນ​ຄົນ​ສັດຊື່, ກໍໃຫ້ພີ່ນ້ອງ​ຄົນ​ຫນຶ່ງ​ຂອງ​ພວກເຈົ້າ​ຍັງ​ຢູ່​ໃນ​ຄຸກ​ນີ້, ແຕ່ພວກເຈົ້າທີ່​ເຫລືອ​ໃຫ້​ນຳເອົາ​ເຂົ້າ​ກັບໄປ, ເພື່ອ​ບັນເທົາການອຶດຫີວ​ໃນບ້ານຂອງ​ພວກເຈົ້າ​.
\v 20 ຈົ່ງນຳ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ມາ​ຫາ​ເຮົາ ເພື່ອຢືນຢັນຄຳເວົ້າຂອງ​ພວກເຈົ້າ​ ແລະ​ພວກເຈົ້າ​ຈະ​ບໍ່ຕາຍ." ດັ່ງນັ້ນ ພວກເຂົາ​ກໍໄດ້ເຮັດຕາມ​​ນັ້ນ.
\s5
\v 21 ​ພວກເຂົາ​ຈຶ່ງ​ເວົ້າ​​ກັນ​ວ່າ, "ພວກເຮົາ​ມີຄວາມຜິດຈິງໆ​ກ່ຽວກັບ​ນ້ອງຊາຍ​ຂອງ​ພວກເຮົາທີ່ພວກເຮົາ​ໄດ້ເຫັນຄວາມເຈັບປວດຂອງຈິດວິນຍານຂອງເຂົາ ເມື່ອເຂົາໄດ້​ຂໍຮ້ອງພວກເຮົາ. ແຕ່​ພວກເຮົາ​ບໍ່​ຍອມ​ຟັງ​ເຂົາ ດັ່ງນັ້ນຄວາມເຈັບປວດນີ້​ຈຶ່ງໄດ້​ຢ້ອນກັບມາຖືກ​ພວກເຮົາ."
\v 22 ຣູເບັນໄດ້ຕອບພວກເຂົາ​ວ່າ, "ຂ້ອຍ​ບໍ່ໄດ້ບອກ​ພວກເຈົ້າ​ບໍ? "ວ່າ​ຢ່າ​ເຮັດບາບຕໍ່ເດັກຄົນນັ້ນ," ແຕ່​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້ອຍ​ເລີຍ ​ບັດນີ້, ເບິ່ງແມ, ເລືອດຂອງເຂົາໄດ້ຮຽກຮ້ອງຕໍ່ພວກເຮົາ​."
\s5
\v 23 ພວກເຂົາບໍ່ໄດ້ຮູ້ວ່າໂຢເຊັບໄດ້​ເຂົ້າໃຈ​​ທີ່​ພວກເຂົາ​ເວົ້າ​, ເພາະ​ວ່າມີລ່າມ​ລະຫວ່າງ​ພວກເຂົາ.
\v 24 ເພິ່ນໄດ້ອອກໄປ​ຈາກ​ພວກເຂົາ ແລະ​​ຮ້ອງໄຫ້​ຢູ່​ຜູ້​ດຽວ. ​ເພິ່ນ​ໄດ້ກັບມາຫາພວກເຂົາ​ ແລະ​ເວົ້າກັບພວກເຂົາ ເພິ່ນໄດ້ເລືອກ​ເອົາ​ຊີເມໂອນ​​ຈາກ​​ພວກເຂົາ​ ແລະໄດ້ມັດເຂົາຕໍ່ຫນ້າພວກເຂົາ.
\v 25 ຈາກນັ້ນໂຢເຊັ​ບ​ໄດ້ສັ່ງ​ໃຫ້​ຄົນຮັບໃຊ້ຂອງເຂົາ​ໃສ່​ເຂົ້າ​ໃຫ້​ເຕັມກະສອບຂອງພວກອ້າຍ, ແລະ​ໃຫ້ໃສ່​ເງິນ​ຂອງ​ທຸກຄົນ​ກັບລົງໄປໃນ​ກະສອບຂອງເຂົາດ້ວຍ, ແລະ​ຈັດຕຽມການເດີນທາງໃຫ້​ພວກເຂົາ​. ມັນ​ໄດ້ຖືກດຳເນີນການ​ເພື່ອພວກເຂົາ.
\s5
\v 26 ພວກ​ອ້າຍ​​ໄດ້​​ເອົາ​ເຂົ້າ​ບັນທຸກ​ໃສ່​ຫລັງ​ລໍ ຂອງພວກເຂົາແລ້ວ​ໄດ້​ເດີນທາງ​ອອກໄປຈາກທີ່ນັ້ນ.
\v 27 ເມື່ອເຖິງ​ທີ່​ພັກພວກເຂົາ​ ​ຄົນ​ຫນຶ່ງໄດ້ເປີດກະສອບເຂົ້າຂອງພວກເຂົາ​ເພື່ອ​ເອົາ​ເຂົ້າໃຫ້​ລໍຂອງເຂົາ, ເຂົາໄດ້ເຫັນເງິນຂອງເຂົາ. ເບິ່ງເຖີດ, ມັນຢູ່ໃນກະສອບຂອງເຂົາທີ່ເປີດຢູ່.
\v 28 ເຂົາໄດ້ເວົ້າກັບ​ພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ, "ເງິນຂອງຂ້ອຍ​ໄດ້​ຖືກນຳກັບ​ມາ. ເບິ່ງແມ; ມັນ​ຢູ່​ໃນກະສອບຂອງຂ້ອຍ." ພວກເຂົາ​ໄດ້ຂວັນເສຍ​ແລະພວກເຂົາພາກັນ​ຕົວສັ່ນເວົ້າວ່າ, ນີ້ຄືຫຍັງ, "ທີ່​ພຣະເຈົ້າ​ໄດ້ຊົງ​ກະທຳ​ກັບ​ພວກເຮົາ​?"
\s5
\v 29 ພວກເຂົາໄດ້​ກັບ​ໄປຫາ​ຢາໂຄບ, ພໍ່ຂອງພວກເຂົາ​ໃນແຜ່ນດິນ​ການາອານ ​ແລະ ບອກເຂົາ​ເຖິງ​ເລື່ອງ​​ທີ່ໄດ້​ເກີດຂຶ້ນ​ກັບ​ພວກ​ຕົນທຸກຢ່າງ. ພວກເຂົາໄດ້ເວົ້າວ່າ,
\v 30 "ຜູ້ຊາຍຄົນນັ້ນ, ທີ່ເປັນເຈົ້ານາຍຂອງ​ແຜ່ນດິນ,​ໄດ້​ເວົ້າ​ຢ່າງ​ຮຸນແຮງ​ກັບພວກເຮົາ ແລະ ໄດ້ຄິດວ່າ ພວກເຮົາ​ເປັນ​ຄົນສອດແນມເຂົ້າ​ໄປ​ສອດແນມ​ໃນແຜ່ນດິນນັ້ນ.
\v 31 ເຮົາ​ໄດ້ເວົ້າກັບເຂົາວ່າ, "ພວກເຮົາເປັນ​ຄົນ​ສັດຊື່. ພວກເຮົາບໍ່ແມ່ນ​ຄົນສອດແນມ.
\v 32 ພວກເຮົາ​ມີ​ອ້າຍ​ນ້ອງ​​ສິບສອງ​ຄົນ, ​ເປັນລູກຊາຍທັງຫລາຍຈາກ​ພໍ່​ດຽວກັນ. ຄົນຫນຶ່ງ​ໄດ້​ຕາຍໄປ​ແລ້ວ, ແລະ ​ໃນວັນນີ້ນ້ອງຊາຍ​ຫລ້າ​ຍັງ​ຢູ່​ກັບ​ພໍ່​ຂອງພວກເຮົາໃນແຜ່ນດິນ​ການາອານ."
\s5
\v 33 ຜູ້ຊາຍຄົນນັ້ນ, ເຈົ້ານາຍຂອງແຜ່ນດິນ, ໄດ້ເວົ້າກັບພວກເຮົາວ່າ, 'ໂດຍ​ວິທີ​ນີ້ ເຮົາ​ຈຶ່ງ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ຄົນ​ສັດຊື່ຈິງຫລືບໍ່. ປະພີ່ນ້ອງຄົນ​ຫນຶ່ງ​ໄວ້​ກັບ​ເຮົາ, ນຳ​​ເຂົ້າ​ກັບ​ໄປເພື່ອ​ບັນເທົາການອຶດຫີວອາຫານໃນບ້ານຂອງພວກເຈົ້າ​, ແລະໄປຕາມທາງຂອງພວກເຈົ້າ.
\v 34 ຈົ່ງ​ນຳ​ນ້ອງຊາຍ​ຫລ້າ​ມາ​ຫາ​ເຮົາ. ແລ້ວ​ເຮົາ​ຈະຮູ້​​ວ່າ ພວກເຈົ້າ​ບໍ່ແມ່ນ​ຄົນສອດແນມ, ​ແຕ່​ເປັນ​ຄົນ​ສັດຊື່. ຈາກນັ້ນເຮົາ​ຈະ​ປ່ອຍ​ພີ່ນ້ອງຂອງ​ພວກເຈົ້າ​ໃຫ້ກັບພວກເຈົ້າ, ແລະພວກເຈົ້າຈະຄ້າຂາຍ​​ໃນແຜ່ນດິນ​ນັ້ນ.""
\s5
\v 35 ແລ້ວກໍເປັນຢ່າງນັ້ນ​ເມື່ອ​ພວກເຂົາ​ໄດ້ນຳເຂົ້າ​ອອກຈາກກະສອບ, ເບິ່ງເຖີດ, ກະສອບຂອງພວກເຂົາ, ກໍ​ມີ​ເງິນ​ຢູ່ທຸກກະສອບ. ເມື່ອ​ພວກເຂົາ​ແລະ ​ພໍ່​ຂອງພວກເຂົາໄດ້ເຫັນວ່າກະສອບຂອງພວກເຂົາມີເງິນຢູ່ພວກເຂົາກໍ​ຢ້ານກົວ​ຫລາຍ.
\v 36 ຢາໂຄບ​ພໍ່ຂອງພວກເຂົາ​ຈຶ່ງ​ເວົ້າກັບພວກເຂົາ​ວ່າ, "ພວກເຈົ້າ​ໄດ້ເຮັດ​ໃຫ້​ເຮົາສູນເສຍພວກ​ລູກຊາຍຂອງເຮົາ. ໂຢເຊັບ​ກໍໄດ້​ຕາຍໄປ​ແລ້ວ, ຊີເມໂອນ​ກໍ​ໄດ້ຈາກ​ໄປ, ແລະ ພວກເຈົ້າ​ຈະ​ມາເອົາ​ເບັນຢາມິນ​ໄປ​​ອີກ. ທັງຫມົດເຫລົ່ານີ້ທຳຮ້າຍເຮົາ."
\s5
\v 37 ຣູເບັນ​ຈຶ່ງ​ເວົ້າ​ກັບ​ພໍ່ຂອງເຂົາ, ກ່າວ​ວ່າ,"ຂໍ​ໃຫ້​ພໍ່​ຂ້າ​ລູກຊາຍ​ສອງ​ຄົນ​ຂອງຂ້ອຍ ຖ້າຂ້ອຍບໍ່ນຳເບັນຢາມິນກັບມາໃຫ້ທ່ານ. ມອບເຂົາໄວ້ໃນມືຂອ້ຍ, ແລະ​ຂ້ອຍຈະ​ນຳເຂົາ​​ກັບມາຫາທ່ານອີກ."
\v 38 ແຕ່ຢາໂຄບເວົ້າວ່າ, "ລູກຊາຍ​ຂອງເຮົາຈະບໍ່ລົງ​ໄປ​ນຳ​ພວກເຈົ້າ. ເພາະວ່າອ້າຍ​ຂອງ​ເຂົາໄດ້​ຕາຍໄປ​ແລ້ວ ເຫລືອເຂົາພຽງ​ຄົນ​ດຽວ​. ຫາກເກີດອັນຕະລາຍ​ກັບ​ເຂົາໃນລະຫວ່າງ​ທາງ​ທີ່ພວກເຈົ້າໄປນັ້ນ, ເທົ່າກັບວ່າພວກເຈົ້າຈະນຳຜົມ​ຫງອກຂອງເຮົາພ້ອມກັບຄວາມໂສກເສົ້າ ລົງສູ່ແດນຄົນ​ຕາຍ​ກໍໄດ້."
\s5
\c 43
\cl ​ບົດ​ທີ 43
\p
\v 1 ຄວາມ​ອຶດຢາກອາຫານ​ໃນແຜ່ນດິນ​ນັ້ນ​ຮ້າຍແຮງ​ຫນັກ​ຂຶ້ນ.
\v 2 ຢູ່ມາເມື່ອ​ພວກເຂົາໄດ້ກິນ​​ເຂົ້າ​ທີ່ພວກເຂົາ​ໄດ້​ຊື້​ມາ​ຈາກ​ອີຢິບ​ຫມົດ​ແລ້ວ, ພໍ່ຂອງພວກເຂົາໄດ້ເວົ້າ​ກັບ​ພວກ​ເຂົາ​ວ່າ, "ຈົ່ງ​​ໄປ​; ແລະຊື້​ອາຫານ​ມາໃຫ້ເຮົາ​ອີກ."
\s5
\v 3 ຢູດາຕອບວ່າ, "ຜູ້ຊາຍຄົນນັ້ນໄດ້​ບອກພວກເຮົາ​ຢ່າງ​ເດັດຂາດ​ວ່າ, "ຢ່າ​ໄປ​ໃຫ້​ເພິ່ນ​ເຫັນ​ຫນ້າ ຈົນກວ່າ​ພວກເຮົາ​ຈະ​ນຳ​ນ້ອງຊາຍ​ຫລ້າ​ໄປ​ດ້ວຍ.
\v 4 ຖ້າ​ພໍ່​ໃຫ້​ນ້ອງຊາຍ​ຂອງ​ພວກເຮົາ ໄປກັບພວກເຮົາ, ພວ​ກເຮົາຈະ​ລົງໄປ​ຊື້​ອາຫານມາ​ໃຫ້​ພໍ່.
\v 5 ແຕ່ຖ້າ​ພໍ່​ບໍ່​ໃຫ້ເຂົາໄປ, ພວກເຮົາ​ກໍ​ຈະ​ບໍ່​ລົງໄປ. ເພາະ​ຜູ້ຊາຍຄົນນັ້ນໄດ້ເວົ້າ​ກັບ​ພວກເຮົາ​ວ່າ, "ພວກເຈົ້າຢ່າ​ມາ​ໃຫ້​ເຫັນ​ຫນ້າ ຈົນກວ່າ​ພວກເຮົາ​ຈະ​ພາ​ນ້ອງຊາຍ​ຂອງ​ພວກເຮົາ​ໄປ​ດ້ວຍ.""
\s5
\v 6 ອິສະຣາເອນໄດ້​ເວົ້າ​ວ່າ, "ເປັນຫຍັງ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ທີ່ຫຍຸ້ງຍາກ​ກັບເຮົາ ​ດ້ວຍການບອກ​ຜູ້ຊາຍຄົນນັ້ນວ່າ ພວກເຈົ້າ​ຍັງມີ​ນ້ອງຊາຍ​ອີກ​ຄົນຫນຶ່ງ?"
\v 7 ພວກເຂົາໄດ້​ເວົ້າວ່າ,"ຜູ້ຊາຍ​ຄົນ​ນັ້ນ​ໄດ້ຖາມ​ລາຍລະອຽດກ່ຽວກັບພວກເຮົາ ແລະຄອບຄົວ​ຂອງ​ພວກເຮົາ. ເຂົາໄດ້ຖາມວ່າ, "ພໍ່​ຂອງ​ພວກເຈົ້າ​ຍັງ​ມີ​ຊີວິດ​ຢູ່​ບໍ? ພວກເຈົ້າ​ມີພີ່​ນ້ອງອີກຄົນຫນຶ່ງບໍ?" ພວກເຮົາໄດ້​ຕອບ​ຕາມຄຳຖາມເຫລົ່າ​​ນີ້. ພວກເຮົາ​ຈະ​ຮູ້​ໄດ້​ຢ່າງ​ໃດ​ວ່າ ເພິ່ນ​ຈະ​ເວົ້າວ່າ, "ຈົ່ງ​ນໍາ​ນ້ອງຊາຍຂອງພວກເຈົ້າລົງມາ?""
\s5
\v 8 ຢູດາເວົ້າກັບ ອິສະຣາເອນພໍ່ຂອງຕົນວ່າ, "ຈົ່ງໃຫ້​ເດັກນັ້ນໄປ​ກັບ​ລູກ. ​ພວກເຮົາ​ຈະ​ລຸກ​ຂຶ້ນແລະໄປ ເພື່ອພວກເຮົາ​ຈະມີຊີວິດ ແລະ​ບໍ່​ຕາຍ,​​ທັງພວກເຮົາ, ​ພໍ່, ແລະ​ລູກທັງຫລາຍຂອງ​ພວກເຮົາ​.
\v 9 ລູກ​ຂໍເປັນຕົວປະກັນ​ເພື່ອ​ເຂົາ​ເອງ.​ພໍ່​ໃຫ້ລູກຮັບຜິດຊອບໄດ້​. ຖ້າ​ລູກ​ບໍ່​ນຳ​ເຂົາກັບ​ມາ​ໃຫ້ພໍ່ແລະຈະ​ມ​ອບເຂົາ​ຕໍ່​ຫນ້າພໍ່​ກໍຂໍໃຫ້ລູກໄດ້ຮັບການປະນາມຕະຫລອດ​ໄປ.
\v 10 ເພາະຖ້າ​ພວກເຮົາ​ບໍ່​ຊັກຊ້າ​ຢູ່, ແນ່ນອນປານນີ້ ພວກເຮົາກໍ​ຄົງ​ຈະ​ກັບ​ມາ​ທີ່ນີ້ເປັນ​ຖ້ຽວ​ທີ​ສອງ​ແລ້ວ."
\s5
\v 11 ອິສະຣາເອນພໍ່​ຂອງ​ພວກເຂົາ​ໄດ້​ເວົ້າກັບພວກເຂົາ​ວ່າ, "ຖ້າເປັນຢ່າງນັ້ນກໍຈົ່ງ​ເຮັດ​ເລື່ອງນີ້ດຽວນີ້. ຈົ່ງນຳ​ສິ່ງທີ່ດີ​ທີ່ສຸດ​ຂອງແຜ່ນດິນນີ້ບາງສ່ວນ ໃສ່​ໃນກະສອບທັງຫລາຍຂອງພວກເຈົ້າ. ແບກລົງ​ໄປ​ໃຫ້ຜູ້ຊາຍຄົນ​ນັ້ນເປັນຂອງຂວັນຄື: ນ້ຳມັນພືດທີ່ມີກິນຫອມ, ແລະນໍ້າເຜິ້ງ, ເຄື່ອງເທດ, ແລະຢາງໄມ້ຫອມ​ຫມາກກໍ່. ແລະອາມອນ.
\v 12 ຈົ່ງ​ຖື​ເງິນ​ໄປ​ນຳ​ສອງ​ເທົ່າ. ​ເງິນ​ທີ່​ໄດ້​​ຖືກນຳກັບມາໃນກະສອບທັງຫລາຍຂອງພວກເຈົ້າກັບໄປ. ບາງທີ​ອາດ​ຈະເປັນ​ຄວາມຜິດພາດ​.
\s5
\v 13 ພາ​ນ້ອງຊາຍ​ຂອງພວກ​ເຈົ້າ​​ໄປ​ດ້ວຍ. ຈົ່ງລຸກຂຶ້ນ ແລະໄປຫາຜູ້ຊາຍຄົນນັ້ນອີກຄັ້ງ.
\v 14 ຂໍ​​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ປຣະທານ​​ຄວາມ​ເມດຕາ​ແກ່​ພວກເຈົ້າຕໍ່ຫນ້າຜູ້ຊາຍຄົນນັ້ນ, ເພື່ອ​ວ່າ​ເພິ່ນ​ຈະໄດ້ປົດ​ປ່ອຍ​ພີ່ນ້ອງອີກຄົນຂອງພວກເຈົ້າ. ຖ້າ​ເຮົາ​ຖືກເຮັດໃຫ້​ສູນເສຍ​ລູກ​ທັງສອງຂອງເຮົາ, ເຮົາ​ກໍ​ຖືກເຮັດໃຫ້ສູນເສຍ."
\v 15 ພວກ​ລູກຊາຍ​ໄດ້​ນຳ​ຂອງ​ຂວັນນີ້​, ແລະ​ໃນມືຂອງພວກເຂົາມີເງິນຈຳນວນ​ສອງ​ເທົ່າ, ໄປພ້ອມ​ກັບ​ເບັນຢາມິນ. ພວກເຂົາໄດ້ລຸກຂຶ້ນ ​ແລະລົງໄປ​ຍັງ​ອີຢິບ ແລະໄດ້ຢືນຢູ່ຕໍ່ຫນ້າ​ໂຢເຊັບ.
\s5
\v 16 ​ເມື່ອ​ໂຢເຊັບ​ໄດ້ເຫັນ​ເບັນຢາມິນ​ມາ​ກັບ​ພວກເຂົາ, ເພິ່ນ​ໄດ້ເວົ້າກັບພໍ່ບ້ານ​ຂອງເພິ່ນ​ວ່າ, "ຈົ່ງ​ນໍາ​ພວກຜູ້ຊາຍເຂົ້າມາ​ໃນ​ເຮືອນ, ​​ຂ້າ​ສັດໂຕຫນຶ່ງ ແລະຈັດຕຽມອາຫານ, ເພາະພວກຜູ້ຊາຍນັ້ນຈະກິນ​ອາຫານ​ກັບເຮົາທ່ຽງນີ້."
\v 17 ພໍ່ບ້ານນັ້ນໄດ້ເຮັດ​ຕາມ​ທີ່​ໂຢເຊັບ​ສັ່ງ. ເຂົາໄດ້ນໍາ​ພວກຜູ້ຊາຍນັ້ນເຂົ້າ​ໄປ​ໃນ​ເຮືອນ​ຂອງ​ໂຢເຊັບ.
\s5
\v 18 ພວກຜູ້ຊາຍນັ້ນກໍຢ້ານກົວ ເພາະວ່າ​ພວກເຂົາ​ຖືກນຳເຂົ້າໄປໃນ​ເຮືອນ​ຂອງ​ໂຢເຊັບ.​ພວກເຂົາ​ໄດ້ເວົ້າ​ວ່າ,"ມັນເປັນເພາະ​ເງິນ​ນັ້ນທີ່​ກັບເຂົ້າມາຢູ່ໃນກະສອບຂອງພວກເຮົາ​ ຄັ້ງແລກທີ່ເຮົາທີ່ເຮົາໄດ້ຖືກນຳເຂົ້າມາ​​, ບາງທີເຂົາ​ອາດຈະ​ຫາໂອກາດຫາເລື່ອງພວກເຮົາ ເຂົາອາດຈະຈັບ​ພວກເຮົາ, ແລະ​ເອົາ​ພວກເຮົາ​ໄປ​ເປັນ​ທາດ, ແລະຢຶດລໍທັງຫລາຍຂອງພວກເຮົາ."
\v 19 ພວກເຂົາໄດ້ເຂົ້າໄປຫາພໍ່ບ້ານ​ຂອງ​ໂຢເຊັບ, ແລະພວກເຂົາ​ໄດ້ເວົ້າ​ກັບ​ເຂົາທີ່ປະຕູບ້ານ,
\v 20 ເວົ້າວ່າ, "ເຈົ້ານາຍຂອງຂ້ານ້ອຍ, ​ພວກ​ເຮົາໄດ້​ລົງມາ​ຄັ້ງແລກເພື່ອຊື້​ອາຫານ​.
\s5
\v 21 ມັນກໍເກີດຂຶ້ນ, ເມື່ອພວກເຮົາໄດ້ໄປເຖິງ​ທີ່​ພັກ, ພວກ​ເຮົາ​ໄດ້ເປີດກະສອບເຂົ້າຂອງພວກເຮົາ, ແລະ​ ເບິ່ງເຖີດເງິນ​ຂອງທຸກຄົນໄດ້ຢູ່ຄົບ​ໃນກະສອບຂອງແຕ່ລະຄົນ. ພວກ​ເຮົາໄດ້ນຳມັນກັບມາ​ໃນມື​ຂອງພວກ​ເຮົາ​.
\v 22 ​ເງິນອື່ນໆພວກເຮົາກໍໄດ້ຖື​ມາ​ນຳ​ເພື່ອຊື້ອາຫານ. ພວກເຮົາບໍ່ຮູ້ວ່າໃຜໄດ້ເອົາເງິນຂອງພວກເຮົາໃສ່ໃນກະສອບຂອງພວກເຮົາ."
\v 23 ພໍ່ບ້ານນັ້ນໄດ້​​ເວົ້າ​ວ່າ, "ສັນຕິສຸກຈົ່ງມີແກ່ພວກທ່ານ, ຢ່າຢ້ານເລີຍ, ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ ພຣະເຈົ້າ​ຂອງ​ພໍ່​ພວກເຈົ້າ​ຕ້ອງເປັນ​ຜູ້ນຳເງິນຂອງພວກເຈົ້າ​ໃສ່​ໃນ​ກະສອບເຂົ້າຂອງ​​ພວກເຈົ້າ. ເຮົາໄດ້ຮັບເງິນ​ຂອງ​ພວກເຈົ້າ​ແລ້ວ." ຈາກນັ້ນພໍ່ບ້ານໄດ້ນຳ​ຊີເມໂອນ​ອອກ​ມາ​ຫາ​ພວກເຂົາ.
\s5
\v 24 ພໍ່ບ້ານ​ຂອງ​ໂຢເຊັບ​ໄດ້ນຳພວກເຂົາທັງຫລາຍເຂົ້າ​ໄປ​ໃນ​ເຮືອນຂອງໂຢເຊັບ. ລາວ​ໄດ້ໃຫ້ນໍ້າ​ແກ່​ພວກເຂົາ, ແລະ ພວກເຂົາໄດ້​ລ້າງ​ຕີນຂອງພວກເຂົາ. ລາວ​ເອົາ​ເຟືອງ​ໃຫ້​ລໍ​ຂອງ​ພວກເຂົາ​ກິນ.
\v 25 ພວກເຂົາ​ໄດ້​ຕຽມ​ຂອງຂວັນ​ທັງຫລາຍສຳລັບການມາຂອງ​ໂຢເຊັບ​ໃນ​ເວລາທ່ຽງວັນ, ເພາະ​ພວກເຂົາ​ໄດ້ຍິນ​ວ່າ​ເພິ່ນ​ຈະ​ມາ​ກິນ​ອາຫານທ່ຽງ​ທີ່​ນັ້ນ.
\s5
\v 26 ພວກເຂົາ​ໄດ້ນຳ​ເອົາ​ຂອງຂວັນຊຶ່ງຢູ່ໃນມືຂອງພວກເຂົາ​ເຂົ້າ​ມາໃນບ້ານ, ແລະ​ໂຄ້ງຄຳນັບລົງ​ເຖິງພື້ນຕໍ່ຫນ້າ​ເພິ່ນ.
\v 27 ເພິ່ນ​ໄດ້​ຖາມພວກເຂົາ​ເຖິງ​ຄວາມເປັນຢູ່ຂອງ​ພວກເຂົາ ແລະໄດ້​ເວົ້າວ່າ,"​ພໍ່​ຂອງ​ພວກເຈົ້າ, ຄົນແກ່ທີ່ພວກເຈົ້າໄດ້ເວົ້າ​ເຖິງນັ້ນສະບາຍດີບໍ? ເພິ່ນ​ຍັງ​ມີ​ຊີວິດ​ຢູ່​ ແລະ​ສະບາຍດີ​ບໍ?"
\s5
\v 28 ພວກເຂົາໄດ້​ຕອບ​ວ່າ, "ພໍ່​ຂອງ​ພວກ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງທ່ານສະບາຍດີ. ເພິ່ນຍັງ​ມີ​ຊີວິດ​ຢູ່." ພວກເຂົາ​ໄດ້ກົ້ມ ​ແລະ ຫມອບຂາບ​ລົງ.
\v 29 ເມື່ອເ​ພິ່ນໄດ້ຫລຽວຂຶ້ນເພິ່ນໄດ້​ເຫັນ​ເບັນຢາມິນ​ນ້ອງຊາຍ​​ຂອງເພິ່ນ, ລູກຊາຍຂອງແມ່ຂອງເພິ່ນ​ ແລະ ເພິ່ນໄດ້​ເວົ້າ​ວ່າ, "ນີ້ຄືນ້ອງຊາຍ​​ຫລ້າ​ຂອງ​ພວກເຈົ້າທີ່​ພວກເຈົ້າ​ໄດ້​ບອກເຮົາບໍ? ຈາກນັ້ນເພິ່ນໄດ້ເວົ້າ​ວ່າ​, "ລູກຊາຍຂອງເຮົາເອີຍ?" "ຂໍ​ພຣະເຈົ້າ​ຊົງ​ພຣະເມດຕາ, ແກ່​ເຈົ້າ."
\s5
\v 30 ເພາະ​ວ່າເພິ່ນໄດ້ມີຄວາມຮູ້ສຶກສະເທືອນໃຈ​ກ​່ຽວກັບນ້ອງຊາຍ​​ຂອງຕົນ, ເພິ່ນໄດ້ຫາທີ່ໆຈະຮ້ອງໃຫ້. ເພິ່ນ​ຈຶ່ງ​ເຂົ້າ​ໄປໃນຫ້ອງຂອງເພິ່ນ ແ​ລະຮ້ອງໄຫ້​ທີ່ນັ້ນ.
\v 31 ເພິ່ນໄດ້ລ້າງຫນ້າ​ຂອງເພິ່ນແລ້ວອອກມາ. ເພິ່ນ​ໄດ້​ລະງັບ​ຈິດໃຈຕົວເອງ, ເວົ້າວ່າ, "ຈົ່ງຍົກ​ອາຫານ​ມາ."
\s5
\v 32 ພວກຄົນຮັບໃຊ້ຈຶ່ງໄດ້ຍົກອາຫານມາ​ໃຫ້​ໂຢເຊັບ​ໂດຍສ່ວນຂອງເພິ່ນເອງ ແລະ​ຂອງ​ພວກ​ອ້າຍ​ນ້ອງໂດຍສ່ວນຂອງພວກເຂົາເອງ​. ພວກຄົນ​ອີຢິບ​ທີ່ນັ້ນ​ໄດ້​ກິນກັບເຂົາໃນສ່ວນຂອງພວກເຂົາ ເພາະວ່າຄົນອີຢິບ​ ບໍ່ສາມາດ​ກິນ​ເຂົ້າ​ຈີ່​​ກັບ​ຊາວ​ເຮັບເຣີ, ເພາະວ່າມັນເປັນສິ່ງທີ່ຫນ້າກຽດແກ່ຄົນອີຢິບ.
\v 33 ພວກ​ອ້າຍ​ໄດ້ນັ່ງຕໍ່ຫນ້າເພິ່ນ, ລູກຊາຍຫົວປີຕາມສິດທິລູກຫົວປີ, ແລະນ້ອງຄົນສຸດທ້ອງຕາມອາຍຸຂອງເຂົາ. ພວກຜູ້ຊາຍທັງຫລາຍຖືກເຮັດໃຫ້ປະຫລາດໃຈດ້ວຍກັນ.
\v 34 ໂຢເຊັບ​ໄດ້ໃຫ້ສ່ວນຕ່າງໆແກ່ພວກເຂົາຈາກອາຫານທີ່ຢູ່ຕໍ່ຫນ້າຂອງເພິ່ນ. ແຕ່ສ່ວນຂອງເບັນຢາມິນ​ໄດ້​ຮັບ​​ຫລາຍກວ່າ​​ຫ້າ​ເທົ່າ. ຂອງພວກອ້າຍຂອງເຂົາ​ພວກເຂົາໄດ້​ດື່ມ ແລະສະນຸກສະຫນານ​ກັບ​ເພິ່ນ​.
\s5
\c 44
\cl ​ບົດ​ທີ 44
\p
\v 1 ໂຢເຊັບ​ໄດ້​ສັ່ງ​ຄົນ​ຕົ້ນ​ເຮືອນ​ຂອງເພິ່ນ, ເວົ້າວ່າ, "ໃສ່​ອາຫານ​ໃຫ້ເຕັມ​ກະສອບ​ທັງຫລາຍຂອງ​ພວກຜູ້ຊາຍໃຫ້ຫລາຍ, ​ເທົ່າ​ທີ່​ພວກເຂົາ​ສາມາດ​ບັນທຸກໄປໄດ້, ແລະ​ໃສ່​​ເງິນ​ຂອງ​ພວກເຂົາແຕ່ລະຄົນ​ໃນປາກກະສອບ​ຂອງ​ເຂົາ.
\v 2 ໃສ່ຂອງເຮົາ​ຈອກ​ເງິນ​​​, ໃນ​ປາກກະສອບ​ຂອງ​ຄົນສຸດທ້ອງພ້ອມ, ກັບເງິນຂອງເຂົາທີ່ນຳມາຊື້ເຂົ້າ." ຄົນ​ຕົ້ນເຮືອນ​ກໍໄດ້ເຮັດ​ຕາມ​ທີ່​ໂຢເຊັບ​ໄດ້​ສັ່ງ​.
\s5
\v 3 ເມື່ອ​ຮຸ່ງ​ເຊົ້າ​ຂຶ້ນ​ມາ, ພວກຜູ້ຊາຍກໍໄດ້​ອອກ​ເດີນທາງ​, ພວກເຂົາ​ພ້ອມ ​ແລະ​ລໍ​ທັງຫລາຍຂອງ​ພວກເຂົາ.
\v 4 ເມື່ອພວກເຂົາໄດ້ອອກ​ໄປ​ຈາກ​ເມືອງ​ແຕ່ຍັງບໍ່ໄກ, ໂຢເຊັບໄດ້ສັ່ງ​​ຄົນ​ຕົ້ນເຮືອນຂອງເຂົາ, "ຈົ່ງ​​ລຸກຂຶ້ນ, ຕິດຕາມ​ພວກຜູ້ຊາຍນັ້ນໄປ, ແລະ ເມື່ອ​ເຈົ້າໄປ​ທັນ​ພວກເຂົາ, ​ເຈົ້າຈົ່ງ​ເວົ້າກັບ​ພວກເຂົາ​ວ່າ, "ເປັນຫຍັງ​ພວກເຈົ້າຕອບແທນການດີ​ດ້ວຍ​ຄວາມຊົ່ວ​?
\v 5 ນີ້ບໍ່ແມ່ນຈອກທີ່ເຈົ້ານາຍ​ຂອງເຮົາໃຊ້​ດື່ມ, ແລະ​ຈອກທີ່ທ່ານໃຊ້ການ​ທຳນວາຍ​ບໍ? ພວກເຈົ້າໄດ້​ເຮັດສິ່ງຊົ່ວຮ້າຍຄືສິ່ງນີ້ທີ່ພວກເຈົ້າໄດ້ເຮັດ​.""
\s5
\v 6 ​ຄົນ​ຮັບ​ໃຊ້​ໃນເຮືອນຂອງໂຢເຊັບໄດ້​ຕາມມາທັນ​ພວກເຂົາ​ ແລະ ໄດ້ເວົ້າ​ຖ້ອຍຄຳເຫລົ່ານີ້ກັບພວກເຂົາ​.
\v 7 ພວກເຂົາໄດ້ເວົ້າ​ກັບລາວ​ວ່າ, "ເປັນຫຍັງເຈົ້ານາຍຂອງຂ້ານ້ອຍ​ເວົ້າ​ຖ້ອຍຄຳເຫລົ່າ​ນີ້​? ຂໍໃຫ້ມັນຢູ່ຫ່າງໄກຈາກພວກຄົນຮັບໃຊ້ຂອງທ່ານ​ທີ່ພວກເຂົາຈະກະທຳ​ຢ່າງ​ນັ້ນ​.
\s5
\v 8 ເບິ່ງເຖີດ, ເງິນ​ທີ່​ພວກເຮົາໄດ້ພົບ​​ໃນ​ກະສອບ​ທັງຫລາຍຂອງພວກເຮົາ​ໃນການເປີດກະສອບພວກເຮົາ, ກໍໄດ້ນຳມັນອອກມາຈາກດິນແດນການາອານກັບມາ​ໃຫ້ທ່ານອີກຄັ້ງ. ​ຈະເປັນໄປໄດ້ຢ່າງໃດທີ່ພວກເຮົາຈະລັກເງິນ ຫລື​ຄຳ​ຈາກບ້ານເຈົ້າ​ນາຍ​ຂອງທ່ານ​?
\v 9 ບໍ່ວ່າທ່ານຈະພົບທີ່ພວກຄົນຮັບໃຊ້ຂອງທ່ານຄົນໃດ, ຈົ່ງໃຫ້ເຂົາຄົນນັ້ນຕາຍເທາະ​, ແລະ​ ພວກເຮົາ​ກໍ​ຈະ​​ເປັນທາດ​​ຂອງເຈົ້ານາຍຂອງຂ້ານ້ອຍດ້ວຍ."
\v 10 ຄົນຕົ້ນເ​ຮືອນນັ້ນໄດ້​ເວົ້າ​ວ່າ, "ບັດນີ້ໃຫ້ເປັນໄປຕາມທີ່ຄຳເວົ້າຂອງພວກເຈົ້າເຖີດ. ​ພົບ​ຈອກ​ທີ່​ຜູ້ໃດກໍຕາມກໍໃຫ້ຄົນນັ້ນ​ເປັນ​ທາດ​ຂອງເຮົາ ແລະ ພວກທ່ານທີ່ເຫລືອ​ກໍພົ້ນຜິດ."
\s5
\v 11 ຈາກນັ້ນຜູ້ຊາຍ​ແຕ່ລະ​ຄົນ​ໄດ້​ຟ້າວ​ ແລະ ຍົກເອົາ​ກະສອບ​ຂອງ​ຕົນ​ວາງລົງ​ເທິງ​ດິນ, ແລ້ວແຕ່ລະຄົນ​ໄດ້ເປີດ​ກະສອບ​ຂອງຕົນ​ອອກ.
\v 12 ຄົນ​ຕົ້ນເຮືອນໄດ້ເລີ້ມ​ຄົ້ນຫາ​. ເຂົາໄດ້ເລີ່ມຕົ້ນຈາກຜູ້ທີ່ມີອາຍຸຫລາຍທີ່ສຸດ ແລະ​ ໄປຈົບທີ່ຜູ້ມີອາຍຸນ້ອຍທີ່ສຸດ, ແລະ ຈອກນັ້ນກໍຖືກ​ພົບ​ໃນ​ກະສອບ​ຂອງ​ເບັນຢາມິນ.
\v 13 ດັ່ງນັ້ນພວກເຂົາ​ຈຶ່ງ​ໄດ້ຈີກ​ເສື້ອ​ຜ້າຂອງພວກເຂົາ. ຜູ້ຊາຍແຕ່ລະຄົນໄດ້ເອົາ​ກະສອບ​ບັນທຸກຂຶ້ນ​ຫລັງ​ລໍ​ຂອງເຂົາ ແລະ ​ກັບ​ເຂົ້າ​ເມືອງ.
\s5
\v 14 ເມື່ອຢູດາ ແລະອ້າຍນ້ອງຂອງລາວໄດ້ມາຮອດເຮືອນຂອງໂຢເຊັບ. ເພິ່ນ​​ຍັງ​ຢູ່ທີ່ນັ້ນ​, ແລະພວກເຂົາ​ໄດ້ພາກັນ​ກົ້ມ​ຂາບລົງ​ຕໍ່ຫນ້າ​ເພິ່ນເຖິງພື້ນ.
\v 15 ໂຢເຊັບ​ໄດ້ກ່າວ​ກັບພວກເຂົາ​ວ່າ,"ພວກເຈົ້າ​ໄດ້​ເຮັດ​ຫຍັງລົງໄປ? ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄົນ​ເຊັ່ນ​ເຮົາ​ນີ້​ທຳນວາຍ​ໄດ້?"
\s5
\v 16 ຢູດາເວົ້າວ່າ, "ເຈົ້ານາຍຂອງຂ້ານ້ອຍພວກເຮົາຈະສາມາດ​ເວົ້າ​​ຢ່າງ​ໃດ​ໄດ້ອີກ? ​ຫລືວ່າ​ພວກເຮົາຈະ​ພິສູດ​ຕົວເຮົາເອງໄດ້​ຢ່າງ​ໃດ? ພຣະເຈົ້າ​ໄດ້​ພົບ​ຄວາມຊົ່ວຮ້າຍຂອງ​ພວກຄົນຮັບໃຊ້ຂອງທ່ານ. ບັດນີ້, ພວກເຮົາ​ເປັນ​ທາດ​​ຂອງເຈົ້ານາຍທ່ານຂອງຂ້ານ້ອຍ, ທັງພວກເຮົາ ແລະ ເຂົາຜູ້​ທີ່​ທ່ານ​ໄດ້​ພົບ​ຈອກ​ຢູ່ໃນມືຂອງເຂົາ."
\v 17 ໂຢເຊັບໄດ້​ເວົ້າ​ວ່າ, "ຂໍໃຫ້ມັນຢູ່ຫ່າງໄກຈາກເຮົາ! ທີ່ຈະ​ເຮັດ​ຢ່າງນັ້ນ. ​ຜູ້ຊາຍຄົນນັ້ນຜູ້ທີ່ໄດ້​ພົບ​ຈອກ​ຢູ່ໃນມືຂອງເຂົາ, ຄົນ​ນັ້ນ ຈະ​ເປັນ​ທາດ​ຂອງເຮົາ, ແຕ່ສຳລັບພວກເຈົ້າທັງຫລາຍທີ່ເຫລືອ, ຈົ່ງ​ລຸກຂຶ້ນກັບ​ເມືອ​ຫາ​ພໍ່​ຂອງ​ພວກເຈົ້າ​ຢ່າງ​​ສັນຕິເຖີດ."
\s5
\v 18 ຈາກນັ້ນຢູດາ​ໄດ້​ເຂົ້າ​ມາ​ໃກ້ເພິ່ນ ແລະ ​ໄດ້ເວົ້າ​ວ່າ, "ຂໍຄວາມກະລຸນາ​ເຖີດ, ເຈົ້ານາຍຂອງ​ຂ້ານ້ອຍ​ ຂໍໃຫ້ຄົນຮັບໃຊ້ຂອງທ່ານເວົ້າ​ຈັກຄຳໃຫ້​ທ່ານ​ຟັງ​, ແລະ ໃຫ້ຄວາມຮ້າຍ​ຂອງທ່ານຕົກຢູ່ກັບຄົນຮັບໃຊ້ຂອງທ່ານ, ເພາະທ່ານເປັນ​ເຫມືອນຟາໂຣ.
\v 19 ເຈົ້ານາຍຂອງຂ້ານ້ອຍໄດ້​ຖາມ​ຄົນຮັບໃຊ້ຂອງເຂົາກ່າວ​​ວ່າ, "ເຈົ້າ​ມີ​ພໍ່​ ແລະ​ ນ້ອງ​ຊາຍຫລື​ບໍ່?"
\s5
\v 20 ພວກ​ຂ້ານ້ອຍ​ໄດ້ຕອບ​ວ່າ, "ພວກ​ຂ້ານ້ອຍ​ມີ​ພໍ່​ທີ່​ເຖົ້າແກ່​ຫລາຍ, ແລະ​ ຍັງ​ມີ​ນ້ອງຊາຍ​ຜູ້ຫນຶ່ງ, ທີ່​ເກີດ​​ເມື່ອ​ເພິ່ນ​ເຖົ້າແກ່​ແລ້ວ. ອ້າຍ​ຂອງ​ເດັກ​ຜູ້​ນີ້​ໄດ້​ຕາຍໄປ​ແລ້ວ, ແລະ ​ລາວ​ຜູ້​ດຽວ​ເທົ່ານັ້ນທີ່​ເກີດ​ຮ່ວມ​ທ້ອງ​ແມ່​ດຽວກັນ ທີ່​ຍັງ​ມີ​ຊີວິດ​ຢູ່, ແລະ ພໍ່​​ຂອງ​ລາວຈຶ່ງ​ຮັກ​ລາວ​ຫລາຍ."
\v 21 ຈາກນັ້ນທ່ານໄດ້ເວົ້າກັບພວກຄົນຮັບໃຊ້ຂອງທ່ານ, "ຈົ່ງນຳເຂົາ​ລົງມາ​ຫາເຮົາເພື່ອ​ທີ່ເຮົາ​ຈະ​ພົບ​ເຂົາ."
\v 22 ຫລັງຈາກ​ນັ້ນ, ​ເຮົາໄດ້ເວົ້າ​ກັບ​ເຈົ້ານາຍຂອງເຮົາ, "ເດັກ​ຄົນນັ້ນບໍ່ສາມາດຈາກ​ພໍ່​ຂອງ​ລາວ​ມາ​ບໍ່ໄດ້. ເພາະວ່າຖ້າ​ເຂົາປະຖິ້ມພໍ່​ຂອງ​ເຂົາ ພໍ່ຂອງເຂົາ​ຕ້ອງ​ຕາຍ​."
\s5
\v 23 ຈາກນັ້ນທ່ານ​ໄດ້​ເວົ້າ​ກັບຄົນຮັບໃຊ້ຂອງທ່ານວ່າ, "ຖ້າ​​ນ້ອງຊາຍ​ຄົນສຸດທ້ອງບໍ່ລົງມາກັບພວກເຈົ້າ​, ພວກເຈົ້າຈະບໍ່ໄດ້ພົບຫນ້າເຮົາອີກ."
\v 24 ແລະເມື່ອ​ເຫດການໄດ້ເກີດຂຶ້ນພວກ​ຂ້ານ້ອຍ​ໄດ້ຂຶ້ນ​ໄປ​ພົບພໍ່, ຂອງ​ຂ້ານ້ອຍ​ຄົນຮັບໃຊ້ຂອງທ່ານ ພວກເຮົາໄດ້​ບອກເຂົາເຖິງຖ້ອຍຄຳຂອງເຈົ້ານາຍຂອງຂ້ານ້ອຍ.
\v 25 ພໍ່ຂອງພວກເຮົາໄດ້ເວົ້າວ່າ, "ຈົ່ງໄປອີກຄັ້ງ, ຊື້​ອາຫານ​ໃຫ້ເຮົາ."
\v 26 ຈາກນັ້ນພວກ​ຂ້ານ້ອຍ​ຈຶ່ງ​ຕອບ​ເພິ່ນ​ວ່າ, "ພວກເຮົາບໍ່ສາມາດ​​ໄປ​ໄດ້. ຖ້າ​ນ້ອງຄົນສຸດທ້ອງຂອງ​ພວກເຮົາ​ບໍ່ໄປກັບເຮົາ, ຈາກນັ້ນ ພວກເຮົາ​ຈະລົງ​ໄປ​ເພາະພວກເຮົາຈະບໍ່ສາມາດພົບຫນ້າຜູ້ຊາຍຄົນນັ້ນໄດ້ ນອກຈາກນ້ອງຊາຍ​ຄົນສຸດທ້ອງຈະ​ໄປ​ກັບເຮົາ.'
\s5
\v 27 ພໍ່​ຂອງ​ພວກ​ຂ້ານ້ອຍ, ຄົນຮັບໃຊ້ຂອງທ່ານໄດ້ເວົ້າກັບພວກເຮົາ​ວ່າ, "ພວກເຈົ້າ​​ຮູ້​​ວ່າ​ ເມຍ​ຂອງເຮົາ ໄດ້​ເກີດ​ລູກຊາຍ​ສອງ​ຄົນ​ເເກ່ເຮົາ.
\v 28 ຄົນທີ​ຫນຶ່ງໃນພວກເຂົາໄດ້​ໄປຈາກເຮົາ​ແລະເຮົາໄດ້ເວົ້າວ່າ. "ແນ່ນອນເຂົາໄດ້ຖືກຈີກເປັນຕ່ອນໆ, ເພາະ​ຂ້ອຍ​ບໍ່ໄດ້​ເຫັນ​ລາວ​ນັບ​ຕັ້ງແຕ່​ນັ້ນມາ."
\v 29 ບັດນີ້ຖ້າ​ພວກເຈົ້າ​ນຳຄົນນີ້​ໄປ​ຈາກ​ເຮົາອີກ, ແລະເກີດອັນຕະລາຍກັບເຂົາ​, ​ພວກເຈົ້າຈະນຳຜົມຫງອກຂອງເຮົາກັບຄວາມ​ໂສກເສົ້າລົງ​ສູ່ແດນຄົນຕາຍ.""
\s5
\v 30 ຢູດາໄດ້ເວົ້າຕໍ່ໄປວ່າ, "ທ່ານເອີຍ ຖ້າຂ້ານ້ອຍກັບເມືອຫາພໍ່, ໂດຍບໍ່ມີນ້ອງຄົນນີ້ກັບເມືອນຳແລ້ວ ພໍພໍ່ເຫັນວ່າບໍໍ່ມີລາວມານຳເພິ່ນກໍຈະທໍຣະມານຕາຍ ແລະມັນກໍໄດເກີດຂຶ້ນ, ເມື່ອເຂົາເຫັນເດັກນັ້ນບໍ່ຢູ່ກັບ​ພວກເຮົາ​ ເພິ່ນ​ຈະ​​ຕາຍ.
\v 31 ພວກຄົນຮັບໃຊ້ຂອງທ່ານ, ຈະນຳຜົມຫງອກ​ຂອງ​ພໍ່ຂອງພວກເຮົາ. ຄົນຮັບໃຊ້ຂອງທ່ານກັບຄວາມໂສກເສົ້າລົງສູ່ແດນຄົນຕາຍ.
\v 32 ເພາະຄົນຮັບໃຊ້ຂອງທ່ານ​ໄດ້ເ​​ປັນຄົນປະກັນ​ສຳລັບ​ເດັກ​ນ​ັ້ນກັບພໍ່ຂອງຂ້ານ້ອຍ, ແລະໄດ້ບອກ​ເພິ່ນ​ວ່າ, "ຖ້າ​ຂ້ານ້ອຍ​ບໍ່​ໄດ້ນຳ​ເຂົາ​ກັບມາ​ໃຫ້ເພິ່ນ, ຈາກນັ້ນຂ້ານ້ອຍ​ກໍ​ຈະ​ຍອມຮັບຜິດຕໍ່​ພໍ່ຂອງຂ້ານ້ອຍ​ຕະຫລອດໄປ."
\s5
\v 33 ດັ່ງນັ້ນບັດນີ້​, ຂໍກາລຸນາໃຫ້ຄົນ​ຮັບໃຊ້​ຂອງທ່ານຢູ່ເປັນທາດກັບເຈົ້ານາຍຂອງຂ້ານ້ອຍ​ແທນ​ເດັກຄົນນັ້ນ​, ແລະອະນຸຍາ​ດໃຫ້​ເດັກນັ້ນ​ກັບຂຶ້ນໄປ​ກັບ​ພວກອ້າຍ​ຂອງ​ເຂົາ.
\v 34 ເພາະຂ້ານ້ອຍ​ຈະ​ກັບໄປພົບ​ພໍ່ຂອງຂ້ານ້ອຍ​ໄດ້​ຢ່າງ​ໃດ ຖ້າເດັກ​ນ​ັ້ນບໍ່ຢູ່ກັບຂ້ານ້ອຍ? ຂ້ານ້ອຍ​ເກງວ່າຈະເຫັນຄວາມຊົ່ວຮ້າຍ​ມາສູ່ພໍ່ຂອງຂ້ານ້ອຍ."
\s5
\c 45
\cl ​ບົດ​ທີ 45
\p
\v 1 ແລ້ວໂຢເຊັບກໍ​ບໍ່​ສາມາດ​ບັງຄັັບຕົວເອງເອົາໄວ້ໄດ້​ຕໍ່ຫນ້າ​ຄົນ​ຮັບໃຊ້​ທີ່ຢືນກັບລາວ. ລາວຈຶ່ງ​ເວົ້າຢ່າງດັງວ່າ, "ທຸກຄົນຕ້ອງຈາກເຮົາ​ໄປ​." ສະນັ້ນບໍ່ມີໃຜເລີຍທີ່ຢືນຢູ່ກັບ​ໂຢເຊັບ​ ລາວບອກ​ພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ ລາວ​ແມ່ນ​ໃຜ​ນັ້ນ.
\v 2 ລາວໄດ້​ໄຫ້​ສະອື້ນ​ສຽງດັງ​, ຈົນ​ຊາວ​ອີຢິບ​ໄດ້ຍິນ, ແລະ ​ຂ່າວ​ຈຶ່ງ​ແຜ່​ໄປ​ເຖິງ​ຣາຊວັງຂອງຟາໂຣ.
\v 3 ໂຢເຊັບໄດ້​ກ່າວ​ແກ່​ພວກ​ອ້າຍ​ນ້ອງ​ຂອງຕົນ​ວ່າ, "ຂ້ອຍ​ແມ່ນ​ໂຢເຊັບເອງ. ພໍ່​ຂອງຂ້ອຍ​ຍັງ​ມີ​ຊີວິດ​ຢູ່​ບໍ?" ແຕ່​ພໍ​ເມື່ອ​ໄດ້ຍິນ​ເຊັ່ນນັ້ນ ພວກ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ບໍ່​ສາມາດ​ຕອບລາວໄດ້, ເພາະພວກເຂົາຕົກໃຈທີ່ສຸດໃນການມີຊີວິດຢູ່ຂອງລາວ.
\s5
\v 4 ແລ້ວໂຢເຊັບກໍເວົ້າຕໍ່ໄປວ່າ, "ກະຣຸນາ​ຫຍັບ​ເຂົ້າ​ມາ​ໃກ້ໆ​ຂ້ອຍ​ເຖີ້ນ." ພວກເຂົາ​ຈຶ່ງ​ຫຍັບ​ເຂົ້າ. ລາວໄດ້​ເວົ້າ​ອີກວ່າ, "ຂ້ອຍ​ແມ່ນ​ໂຢເຊັບ, ​ນ້ອງຊາຍ​ຂອງ​ພວກເຈົ້າ ຜູ້​ທີ່​ພວກເຈົ້າ​ໄດ້​ຖືກຂາຍ​ມາ​ທີ່​ປະເທດ​ອີຢິບ.
\v 5 ຢ່າ​ທຸກໃຈ​ ຫລື​ ໃຈຮ້າຍໃຫ້​ຕົວພວກເຈົ້າເອງເລີຍ​ທີ່​ໄດ້​ຂາຍ​ຂ້ອຍ​ມາ​ທີ່​ນີ້, ເພາະ​ພຣະເຈົ້າ​ໄດ້​ສົ່ງ​ຂ້ອຍ​ມາ​ນີ້​ກ່ອນພວກເຈົ້າ ​ເພື່ອ​ຊ່ວຍ​ຊີວິດຄົນ.
\v 6 ​ສອງປີແລ້ວທີ່​​ການ​ອຶດຢາກ​ໄດ້ມາທີ່​ດິນແດນ​ແຫ່ງນີ້​, ແລະ ຈະ​ມີ​ອີກ​ຫ້າ​ປີ​ຊຶ່ງຈະ​ບໍ່ມີ​ການ​ປູກຝັງ​ ແລະ ການ​ເກັບກ່ຽວເລີຍ.
\s5
\v 7 ພຣະເຈົ້າ​ໄດ້​ສົ່ງ​ຂ້ອຍ​ມາ​ກ່ອນພວກເຈົ້າ ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ ​ດັ່ງຄົນທີ່ຍັງເຫລືອໄວ້ໃນໂລກນີ້, ແລະ ​ເພື່ອ​ຮັກສາໃຫ້ພວກເຈົ້າຈະ​ມີ​ຊີວິດ​ຢູ່ດ້ວຍການປົດປ່ອຍທີ່ຍິ່ງໃຫຍ່.
\v 8 ດັ່ງນັ້ນບັດນີ້ ມັນຈຶ່ງ​ບໍ່ແມ່ນ​ພວກເຈົ້າ​ທີ່​ໄດ້​ສົ່ງ​ຂ້ອຍ​ມາ​ທີ່​ນີ້ ແຕ່​ແມ່ນອົງ​ພຣະຜູ້ເປັນເຈົ້າ​ຕ່າງຫາກ​ທີ່​ໄດ້​ສົ່ງ​ຂ້ອຍ​ມາ, ແລະ ພຣະອົງ​ໄດ້ເຮັດ​ໃຫ້​ຂ້ອຍ​ເປັນພໍ່ຂອງ​ກະສັດຟາໂຣ, ​ເປັນ​ຜູ້​ຮັບຜິດຊອບ​ປະເທດ​ທັງຫມົດ​ຂອງ​ເພິ່ນ, ແລະ ເປັນ​ຜູ້ປົກຄອງ​ດິນແດນປະເທດ​ອີຢິບ​ທັງຫມົດ.
\s5
\v 9 ຈົ່ງຟ້າວ​ກັບ​ເມືອ​ ແລະ ໄປຫາ​ພໍ່​ຂອງຂ້ອຍ ແລະ​ ບອກແກ່​ເພິ່ນ​ວ່າ, 'ນີ້​ແມ່ນ​ຄຳເວົ້າ​ຂອງ​ໂຢເຊັບ​ລູກຊາຍ​ຂອງເຈົ້າໄດ້ກ່າວວ່າ, "ພຣະເຈົ້າ​ໄດ້​ບັນດານ​ໃຫ້​ຂ້ອຍ ເປັນ​ຜູ້ປົກຄອງ​ປະເທດ​ອີຢິບ​ທັງຫມົດ. ຂໍ​ພໍ່​ມາ​ຫາ​ຂ້ອຍ, ​ຢ່າໄດ້ຊັກຊ້າເລີຍ.
\v 10 ພໍ່ຈະໄດ້ອາໄສຢູ່ໃນດິນແດນ​ໂກເຊັນ​, ແລະ ພໍ່ຈະຢູ່ໃກ້ຂ້ອຍ, ພໍ່ ແລະ ​ລູກຫລານຂອງພໍ່, ແລະ ​ຝູງແກະ ແລະ ຝູງງົວ ແລະ​ ທຸກໆ​ສິ່ງ​ທີ່​ພໍ່​ມີ​ຢູ່.
\v 11 ຂ້ອຍຈະຈັດຕຽມສຳລັບພໍ່, ເພາະຄວາມ​ອຶດຫິວ​ຍັງ​ຈະ​ມີ​ອີກ​ຫ້າ​ປີ, ສະນັ້ນພໍ່, ຄົວເຮືອນຂອງພໍ່, ແລະ ທຸກສິ່ງທີ່ພໍ່ມີຈະບໍ່ອຶດຍາກລຳບາກ."'
\s5
\v 12 ເບິ່ງແມ, ຕາຂອງພວກເຈົ້າຈົ່ງແນມເບິ່ງ, ແລະ ຕາຂອງເບັນຈາມິນນ້ອງຊາຍຂອງຂ້ອຍເອີຍ, ນີ້ແມ່ນປາກຂອງຂ້ອຍເອງທີ່ເວົ້າກ່າວຕໍ່ພວກເຈົ້າ.
\v 13 ເຈົ້າຈົ່ງເລົ່າໃຫ້ພໍ່ຂອງຂ້ອຍຟັງເທີດ ເຖິງກຽຕສັກສີທັງຫມົດທີ່ຂ້ອຍມີໃນ​ປະເທດ​ອີຢິບ​ນີ້​ ແລະ​ ໃນທຸກໆ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​. ເຈົ້າ​ຈົ່ງ​ຟ້າວໄປ ແລະ ​ພາພໍ່ຂອງຂ້ອຍມາ​ຢູ່​ທີ່ນີ້."
\s5
\v 14 ລາວໄດ້​ກອດຄໍ​ເບັນຢາມິນ​ນ້ອງຊາຍ​ຂອງລາວພ້ອມ​ທັງ​ຮ້ອງໄຫ້, ແລະ ເບັນຢາມິນ​ກໍ​ໄດ້ຮ້ອງໄຫ້​ເທິງຄໍຂອງລາວ.
\v 15 ລາວໄດ້ຈູບພວກອ້າຍ​ທຸກໆ​ຄົນ ​ແລະ​ ຮ້ອງໄຫ້ໃສ່ພວກເຂົາ. ຫລັງຈາກ​ນັ້ນອ້າຍ​ນ້ອງລາວ​ກໍ​ໄດ້ລົມ​ກັບລາວ.
\s5
\v 16 ເມື່ອ​ຂ່າວ​ໄດ້​ແຜ່​ໄປ​ເຖິງ​ຣາຊວັງ​ຂອງ​ຟາໂຣ​ວ່າ: "ບັນດາ​ອ້າຍ ​ແລະ​ ນ້ອງ​ຂອງ​ໂຢເຊັບ​ໄດ້​ມາ." ກະສັດ​ຟາໂຣ ແລະ ບັນດາ​ຂ້າຣາຊການ​ຂອງພະອົງຕ່າງກໍ​ມີ​ຄວາມ​ຍິນດີເປັນຢ່າງຫລາຍ.
\v 17 ຟາໂຣໄດ້​ກ່າວ​ຕໍ່​ໂຢເຊັບ​ວ່າ, "ຈົ່ງ​ບອກ​ໃຫ້​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າ, ເຮັດສິ່ງນີ້: ເກັບ​ເອົາ​ສັດຂອງເຈົ້າ ແລະ ໄປທີ່ການາອານ.
\v 18 ໃຫ້​ໄປ​ເອົາ​ພໍ່ ແລະ ​ຄອບຄົວ​ຂອງ​ພວກເຈົ້າກັບ​ມາ​ຫາເຮົາທີ່​ນີ້. ເຮົາ​ຈະ​ມອບ​ທີ່ດິນ​ທີ່ດີໃນ​ດິນແດນແຫ່ງປະເທດ​ເອຢິບ​ໃຫ້​ພວກເຈົ້າ, ແລະ​ ພວກເຈົ້າຈະ​ມີຢູ່​ມີກິນ​ຈົນ​ອິມຫນຳສຳລານໃນແຜ່ນດິນນີ້.'
\s5
\v 19 ບັດນີ້ພວກເຈົ້າໄດ້ຖືກສັ່ງວ່າ, 'ໃຫ້ເຮັດສິ່ງນີ້, ໃຫ້​ເອົາ​ກວຽນ​ອອກຈາກອີຢິບໄປ ເພື່ອໄປ​ຂົນ​ເອົາລູກຫລານຂອງພວກເຈົ້າ ແລະ ​ເມຍຂອງພວກເຈົ້າ ແລະ​ ພໍ່ຂອງພວກເຈົ້າ ແລ້ວ ກັບຄືນມາພີ້​.
\v 20 ຢ່າ​ພາກັນເປັນ​ຫ່ວງ​ຊັບ​ສິ່ງຂອງ​ ຂອງ​ພວກເຈົ້າ​ນັ້ນ, ເພາະ​ສິ່ງ​ດີທີ່ສຸດ​ຢູ່​ໃນ​ປະເທດ​ອີຢິບ​ທັງຫມົດ ຈະ​ເປັນ​ຂອງ​ພວກເຈົ້າ.'"
\s5
\v 21 ເຫລົ່າລູກຊາຍ​ຂອງ​ອິສະຣາເອນ​ກໍ​ປະຕິບັດ​ຕາມ​ຄຳສັ່ງ​ນັ້ນ. ໂຢເຊັບ​ໄດ້​ເອົາ​ກວຽນ​ຫລາຍ​ຄັນ​ໃຫ້​ພວກເຂົາ, ຕາມ​ຄຳສັ່ງ​ຂອງ​ກະສັດຟາໂຣ, ແລະ ​ໄດ້ເອົາ​ອາຫານ​ໃຫ້ພວກເຂົາຖື​ໄປ​ກິນ​ຕາມ​ທາງ​.
\v 22 ພວກເຂົາແຕ່ລະຄົນ ໄດ້​ຮັບເຄື່ອງນຸ່ງ​ໃຫມ່​ຜູ້​ລະ​ຊຸດ, ແຕ່​ເບັນຢາມິນ​ນັ້ນ ເພິ່ນ​ໄດ້​ເອົາ​ເງິນ​ສາມຮ້ອຍ​ຫລຽນ ແລະ​ ເຄື່ອງນຸ່ງໃຫມ່ໃຫ້​ເຂົາເປັນ​ພິເສດຫ້າ​ຊຸດ.
\v 23 ສຳລັບພໍ່ຂອງເພິ່ນແລ້ວເພິ່ນໄດ້ສົ່ງສິ່ງນີ້ໃຫ້ຄື: ລໍ​ສິບ​ໂຕທີ່​ຕາງ​ສິ່ງທີ່ດີ​​ຂອງ​ປະເທດ​ອີຢິບ​; ແລະ​ ມີ​ລໍແມ່​ອີກ​ສິບ​ໂຕ​ຕາງ​ເຂົ້າ​ສານ, ເຂົ້າຈີ່, ແລະ ສິ່ງໆອື່ນໆອີກ ສຳລັບ​ພໍ່​ຂອງຕົນ​ເພື່ອ​ໃນການ​ເດີນທາງ.
\s5
\v 24 ດັ່ງນັ້ນລາວໄດ້​​ສົ່ງ​ພວກ​ອ້າຍ​ນ້ອງ​ຂອງຕົນອອກ​ເດີນທາງໄປ. ລາວໄດ້​ເວົ້າກັບ​ພວກເຂົາ​ວ່າ, "ເບິ່ງເດີ ພວກເຈົ້າຢ່າໄດ້​ຜິດຖຽງ​ກັນ ໃນ​ເວລາ​ເດີນທາງ​ກັບ."
\v 25 ພວກເຂົາ​ໄດ້​ອອກ​ເດີນທາງອອກຈາກອີຢິບ ແລະ ໄດ້ມາເຖິງດິນແດນ​ການາອານ, ​ໄປ​ຫາ​ຢາໂຄບ​ພໍ່​ຂອງ​ພວກເຂົາ​.
\v 26 ພວກເຂົາ​ຈຶ່ງ​ຟ້າວ​ບອກ​ພໍ່ວ່າ, "ໂຢເຊັບ​ຍັງ​ມີ​ຊີວິດ​ຢູ່! ແລະ ລາວກໍເປັນ​ຜູ້ປົກຄອງ​ປະເທດ​ອີຢິບ​ທັງຫມົດ." ຫົວໃຈຂອງຢາໂຄບ​ກໍ​ເຕັມດ້ວຍຄວາມປະຫລາດໃຈ, ເພາະເພິ່ນ​ບໍ່ອາດ​ເຊື່ອ​ຄຳເວົ້າ​ຂອງ​ພວກເຂົາ​ໄດ້.
\s5
\v 27 ​ພວກເຂົາກໍ​ໄດ້​ເລົ່າ​ຄຳ​ເວົ້າ​ທັງຫມົດຂອງ​ໂຢເຊັບໄດ້ເວົ້າກັບພວກເຂົາ​ສູ່​ເພິ່ນ​ຟັງ. ເມື່ອຢາໂຄບໄດ້ເຫັນ​ກວຽນ​ທີ່​ໂຢເຊັບ​ໄດ້​ສົ່ງ​ມາ​ຮັບ​ເພິ່ນນັ້ນ, ຈິດວິນຍານຂອງຢາໂຄບພໍ່ຂອງພວກເຂົາ​ກໍຟື້ນຟູຂຶ້ນມາອີກ.
\v 28 ອິສະຣາເອນໄດ້​ເວົ້າ​ວ່າ, "ພຽງພໍ​ແລ້ວ​! ໂຢເຊັບ​ລູກຊາຍ​ຂອງເຮົາ​ຍັງ​ມີ​ຊີວິດ​ຢູ່. ຂ້ອຍ​ຈະ​ໄປ​ ແລະ ພົບ​ລາວ ກ່ອນ​ທີ່​ຂ້ອຍ​ຈະ​ຕາຍ."
\s5
\c 46
\cl ​ບົດ​ທີ 46
\p
\v 1 ອິສະຣາເອນໄດ້ມ້ຽນ​ເອົາ​ສິ່ງຂອງ​ທັງຫມົດ​ທີ່ເພິ່ນ​ມີ​ ແລະ​ ໄດ້ໄປ​ທີ່ເມືອງ​ເບເອນເຊບາ. ບ່ອນ​ທີ່​ເພິ່ນ​ໄດ້​ຖວາຍບູຊາ​ແກ່​ພຣະເຈົ້າ​ຂອງ​ອີຊາກ​ພໍ່​ຂອງເພິ່ນ.
\v 2 ພຣະເຈົ້າ​ໄດ້ເວົ້າ​ກັບ​ຢາໂຄບ​ທາງ​ຄວາມຝັນໃນ​ຄືນ​ນັ້ນ​ວ່າ, "ຢາໂຄບ, ຢາໂຄບ​ເອີຍ." ເພິ່ນ​ກ່າວ​ວ່າ, "ໂດຍ ຂ້ານ້ອຍ​ຢູ່ທີ່ນີ້,"
\v 3 ພຣະອົງ​ກ່າວ​ວ່າ, "ເຮົາ​ຄື​ພຣະເຈົ້າ, ພຣະເຈົ້າ​ຂອງ​ພໍ່​ເຈົ້າ. ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ລົງໄປ​ປະເທດ​ອີຢິບ, ຢູ່​ໃນ​ທີ່ນັ້ນເຮົາ​ຈະ​ເຮັດ​ໃຫ້​​ເຈົ້າ​​ເປັນ​ຊົນຊາດ​ໃຫຍ່​.
\v 4 ເຮົາ​ຈະ​ໄປ​ປະເທດ​ອີຢິບ​ກັບ​ເຈົ້າ, ແລະ ​ເຮົາ​ຈະ​ນຳ​ເອົາເຈົ້າ ກັບຄືນ​ມາ​ສູ່​ດິນແດນ​ນີ້​ອີກ ແລະ ໂຢເຊັບ​ຈະ​ປິດຕາເຈົ້າດ້ວຍມືຂອງລາວເອງ."
\s5
\v 5 ຢາໂຄບ​ກໍ​ລຸກຂຶ້ນຈາກ​ເມືອງ​ເບເອນເຊບາ. ພວກ​ລູກຊາຍ​ຂອງອິສະຣາເອນໄດ້​ເອົາ​ພໍ່​ຂອງ​ພວກເຂົາ, ພວກ​ເດັກນ້ອຍ, ແລະ ​ເມຍ​ຂອງ​ພວກເຂົາ, ຂຶ້ນ​ຂີ່​ກວຽນ​ທີ່​ຟາໂຣໄດ້​ສົ່ງ​ມາ​ຮັບເພິ່ນ.
\v 6 ພວກເຂົາ​ເອົາ​ຝູງສັດ​ກັບ​ຊັບສົມບັດ​ທັງຫມົດ​ທີ່​ມີ​ໃນ​ການາອານ ອອກ​ເດີນທາງ​ໄປ​ສູ່​ປະເທດ​ອີຢິບ.
\v 7 ຢາໂຄບ​ໄດ້​ນຳ​ເອົາ​ເຊື້ອສາຍ​ທັງຫມົດ​ຂອງຕົນ​ໄປ​ນຳ​ດັ່ງນີ້: ບັນດາ​ລູກຊາຍ​ຂອງ​ເພິ່ນ, ບັນດາ​ຫລານຊາຍ​ຂອງ​ເພິ່ນ, ບັນດາ​ລູກສາວ​ຂອງ​ເພິ່ນ ແລະ​ບັນດາ​ຫລານສາວ​ຂອງ​ເພິ່ນ.
\s5
\v 8 ເຊື້ອສາຍ​ຂອງ​ຢາໂຄບ​ທີ່​ໄປ​ປະເທດ​ອີຢິບ​, ກັບ​ເພິ່ນ​ມີ​ຣູເບັນ​ລູກຊາຍ​ກົກ​ຂອງ​ເພິ່ນ
\v 9 ແລະ​ພວກ​ລູກຊາຍ​ຂອງ​ຣູເບັນ​ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ, ແລະ​ການໝີ.
\v 10 ຊີເມໂອນ ​ແລະ​ພວກ​ລູກຊາຍ​ຂອງຕົນ: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ, ແລະ​ລູກ​ທີ່​ເກີດ​ຈາກ​ຍິງ​ຊາວ​ການາອານ​ຊື່​ວ່າ ຊາອູນ.
\v 11 ເລວີ​ ແລະ​ລູກຊາຍ​ຂອງຕົນ: ເກໂຊນ, ໂກຮາດ, ແລະ​ເມຣາຣີ.
\s5
\v 12 ຢູດາ ​ແລະ​ພວກ​ລູກຊາຍ​ຂອງຕົນ: ເອຣະ, ໂອນານ, ເຊລາ, ເປເຣັດ, ແລະ​ເຊຣາ. (ສ່ວນ​ເອຣະ​ກັບ​ໂອນານ ລູກຊາຍ​ສອງ​ຄົນ​ຂອງ​ຢູດາ​ນັ້ນ ຕາຍ​ທີ່​ການາອານ). ພ້ອມ​ດ້ວຍ​ລູກຊາຍ​ຂອງ​ເປເຣັດ​ຊື່​ວ່າ ເຮຊະໂຣນ, ແລະ​ຮາມູນ.
\v 13 ອິດຊາຄາ​ກັບ​ພວກ​ລູກຊາຍ​ຂອງຕົນ: ໂຕລາ, ປູອາ, ຢາຊຸບ, ແລະ​ຊີມໂຣນ.
\v 14 ເຊບູໂລນ​ກັບ​ພວກ​ລູກຊາຍ​ຂອງຕົນ: ເສເຣັດ, ເອໂລນ ແລະ​ຢາເລເອນ.
\v 15 ຄົນ​ເຫລົ່ານັ້ນ​ແມ່ນ​ລູກຊາຍ​ຂອງ​ນາງ​ເລອາ ທີ່​ໄດ້​ເກີດ​ໃຫ້​ຢາໂຄບ​ໃນເມໂຊໂປຕາເມຍ ລວມທັງ​ນາງ​ດີນາ​ລູກສາວ​ຂອງຕົນ​ດ້ວຍ. ເມື່ອ​ນັບ​ລວມ​ທັງຫມົດ​ແລ້ວ ເຊື້ອສາຍ​ທີ່​ສືບ​ມາ​ຈາກ​ນາງ​ເລອາ ມີ​ຢູ່ 33 ຄົນ.
\s5
\v 16 ກາດ ​ແລະ​ບັນດາ​ລູກຊາຍ​ຂອງຕົນ: ເຊໂຟນ, ຮັກກີ, ຊູນີ, ເອຊະໂບນ, ເອຣີ, ອາໂຣດ, ແລະ​ອາເຣລີ.
\v 17 ອາເຊ ​ແລະ​ພວກ​ລູກຊາຍ​ຂອງຕົນ: ອີມນາ, ອີຊະວາ, ອີຊະວີ, ເບຣິຢາ, ແລະ​ນາງ​ເສຣາ​ລູກສາວ​ຂອງ​ລາວ ພ້ອມ​ທັງ​ລູກຊາຍ​ຂອງ​ເບຣິຢາ: ເຮເບ, ​ແລະ​ມັນກີເອນ.
\v 18 ພວກ 16 ຄົນ​ນີ້​ແມ່ນ​ເຊື້ອສາຍ​ຂອງ​ຢາໂຄບ, ທີ່​ສືບ​ມາ​ຈາກ​ນາງ​ຊີລະປາ ເອື້ອຍ​ລ້ຽງ​ທີ່​ລາບານ​ໄດ້​ມອບ​ໃຫ້​ນາງ​ເລອາ ລູກສາວ​ຂອງຕົນ.
\s5
\v 19 ສ່ວນ​ຣາເຊັນ ເມຍ​ຂອງ​ຢາໂຄບ ມີ​ລູກຊາຍ​ສອງ​ຄົນ: ໂຢເຊັບ​ ແລະ​ເບັນຢາມິນ.
\v 20 ຢູ່​ໃນ​ປະເທດ​ອີຢິບ ໂຢເຊັບ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ມານາເຊ ​ແລະ​ເອຟຣາອິມ ທີ່​ໄດ້​ນຳ​ນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ​ປະໂລຫິດ​ແຫ່ງ​ເມືອງ​ເຮລີໂອໂປລີ.
\v 21 ລູກຊາຍ​ຂອງ​ເບັນຢາມິນ ມີ​ດັ່ງນີ້: ເບລາ, ເບເຄ, ອັດຊະເບນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮຸບປິມ, ແລະ​ອາກເດ.
\v 22 ພວກ​ສິບສີ່​ຄົນ​ນີ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ ທີ່​ສືບ​ມາ​ຈາກ​ນາງ​ຣາເຊັນ.
\s5
\v 23 ດານ​ ແລະ​ ລູກຊາຍ​ຂອງຕົນ​ຊື່​ວ່າຮູຊິມ.
\v 24 ເນັບທາລີ ​ແລະ​ລູກຊາຍ​ຂອງຕົນ ມີ​ດັ່ງນີ້: ຢາເຊເອນ, ກູນີ, ເຢເຊ, ແລະ​ ຊິນເລັມ.
\v 25 ພວກ​ເຈັດ​ຄົນ​ນີ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ທີ່​ສືບ​ມາ​ຈາກ​ນາງ​ບິນຮາ, ເອື້ອຍ​ລ້ຽງ​ທີ່​ລາບານ​ໄດ້​ມອບ​ໃຫ້​ນາງ​ຣາເຊັນ​ລູກສາວ​ຂອງຕົນ.
\s5
\v 26 ຈຳນວນ​ເຊື້ອສາຍ​ແທ້ໆ​ທັງຫມົດ​ຂອງ​ຢາໂຄບ,​ທີ່​ໄປ​ຢູ່​ໃນ​ປະເທດ​ອີຢິບ​ມີ 66 ຄົນ; ໂດຍ​ບໍ່​ນັບ​ເມຍ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ.
\v 27 ໂຢເຊັບ​ມີ​ລູກຊາຍ​ທີ່​ເກີດ​ຢູ່​ໃນ​ປະເທດ​ອີຢິບ​ສອງ​ຄົນ, ເມື່ອ​ຮວບຮວມ​ຄອບຄົວ​ຂອງ​ຢາໂຄບ​ທັງຫມົດ ທີ່​ໄປ​ຢູ່​ໃນ​ປະເທດ​ອີຢິບ​ແລ້ວ​ມີ 70 ຄົນ.
\s5
\v 28 ຢາໂຄບ​ໄດ້​ສົ່ງ​ຢູດາ​ໄປ​ບອກ​ໂຢເຊັບ​ລ່ວງຫນ້າ ເພື່ອ​ໃຫ້​ມາ​ພົບ​ພໍ່​ຂອງຕົນ​ທີ່​ເຂດ​ໂກເຊັນ. ເມື່ອ​ພວກເຂົາ​ມາ​ຮອດ.
\v 29 ໂຢເຊັບ​ຈຶ່ງ​ຂີ່​ລົດມ້າ​ອອກ​ໄປ​ພົບ​ພໍ່​ຂອງຕົນ​ທີ່​ເຂດ​ໂກເຊັນ​ທັນທີ. ເມື່ອ​ທັງສອງ​ພົບ​ກັນ ໂຢເຊັບ​ຈຶ່ງ​ຟ້າວ​ກອດ​ຄໍ​ພໍ່​ຂອງຕົນ​ໄຫ້​ສະອື້ນ​ເປັນ​ເວລາ​ນານ.
\v 30 ຢາໂຄບ​ເວົ້າ​ກັບ​ໂຢເຊັບ​ວ່າ, "ບັດນີ້ ພໍ່​ພ້ອມ​ແລ້ວ​ທີ່​ຈະ​ຕາຍ, ເມື່ອ​ໄດ້​ເຫັນ​ຫນ້າ​ລູກ, ​ແລະ​ຮູ້​ວ່າ​ລູກ​ຍັງ​ມີ​ຊີວິດ​ຢູ່."
\s5
\v 31 ແລ້ວ​ໂຢເຊັບ​ກໍ​ກ່າວ​ຕໍ່​ພວກ​ອ້າຍ ຕະຫລອດ​ທັງ​ຄອບຄົວ​ທັງຫມົດ​ຂອງ​ພໍ່​ຕົນ​ວ່າ, "ຂ້ອຍ​ຕ້ອງ​ໄປ​ບອກ​ໃຫ້​ກະສັດ​ຮູ້​ວ່າ, ພວກ​ອ້າຍ​ນ້ອງ​ກັບ​ຄອບຄົວ​ທັງຫມົດ​ຂອງ​ພໍ່​ຂ້ອຍ, ທີ່​ໄດ້​ອາໄສ​ຢູ່​ໃນ​ການາອານ​ນັ້ນ​, ມາ​ຮອດ​ແລ້ວ.
\v 32 ຂ້ອຍ​ຈະ​ບອກ​ເພິ່ນ​ວ່າ, ພວກເຈົ້າ​ເປັນ​ຄົນລ້ຽງແກະ​ແລະ​ລ້ຽງ​ງົວ. ແລະ​ພວກເຈົ້າ​ໄດ້​ເອົາ​ຝູງແກະ​, ກັບ​ຝູງງົວ​ພ້ອມ​ທຸກສິ່ງ​ທີ່​ມີ​ນັ້ນ​ມາ​ນຳ.
\s5
\v 33 ເມື່ອ​ກະສັດ​ເອີ້ນ​ພວກເຈົ້າ​ໄປ​ຖາມ,​ເຖິງ​ວິຊາ​ອາຊີບ​ຂອງ​ພວກເຈົ້າ,
\v 34 ໃຫ້​ພວກເຈົ້າ​ຕອບ​ວ່າ, "ພວກເຈົ້າ​ລ້ຽງ​ສັດ​ເປັນ​ອາຊີບ​ເຫມືອນ​ດັ່ງ​ບັນ​ພະບຸຣຸດ​ຂອງ​ພວກເຮົາ, ໂດຍ​ວິທີ​ນີ້​ກະສັດ​ກໍ​ຈະ​ອະນຸຍາດ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ເຂດ​ໂກເຊັນ​ໄດ້." ໂຢເຊັບ​ແນະນຳ​ເຊັ່ນນີ້, ເພາະ​ຊາວ​ອີຢິບ​ບໍ່​ມັກ​ພວກ​ລ້ຽງແກະ."
\s5
\c 47
\cl ​ບົດ​ທີ 47
\p
\v 1 ດັ່ງນັ້ນ ໂຢເຊັບ​ຈຶ່ງ​ພາ​ອ້າຍ​ຫ້າ​ຄົນ​ຂອງຕົນ​ໄປ​ພົບ​ກະສັດ. ເພິ່ນ​ບອກ​ກະສັດ​ວ່າ, "ພໍ່ ​ແລະ​ພວກ​ອ້າຍນ້ອງ​ຂອງ​ຂ້ານ້ອຍ​, ໄດ້​ມາ​ແຕ່​ການາອານ​ແລ້ວ, ພ້ອມ​ກັບ​ຝູງແກະ​ ແລະ​ຝູງງົວ ຕະຫລອດ​ທັງ​ທຸກສິ່ງ​ທີ່​ພວກເຂົາ​ມີ​ຢູ່. ດຽວ​ນີ້,​ພວກ​ເຂົາເຈົ້າ​ອາໄສ​ຢູ່​ເຂດ​ໂກເຊັນ."
\v 2 ແລ້ວ​ໂຢເຊັບ​ກໍ​ແນະນຳ​ພວກ​ອ້າຍ​ຂອງຕົນ​ຕໍ່​ກະສັດ.
\s5
\v 3 ກະສັດ​ຖາມ​ວ່າ, "ພວກເຈົ້າ​ມີ​ອາຊີບ​ຫຍັງ?" ພວກເຂົາ​ຕອບ​ວ່າ, "ທ່ານເອີຍ ພວກ​ຂ້ານ້ອຍ​ມີ​ອາຊີບ​ເປັນ​ຜູ້​ລ້ຽງສັດ, ຄື​ກັບ​ບັນພະບຸຣຸດ​ຂອງ​ພວກ​ຂ້ານ້ອຍ."
\v 4 ພວກ​ຂ້ານ້ອຍ​ມາ​ຂໍ​ອາໄສ​ຢູ່​ປະເທດ​ນີ້, "ເພາະ​ໃນ​ການາອານ​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ. ຈົນ​ບໍ່ມີ​ທົ່ງຫຍ້າ​ສຳລັບ​ລ້ຽງ​ຝູງສັດ. ກະລຸນາ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ໄດ້​ອາໄສ​ຢູ່​ໃນ​ເຂດ​ໂກເຊັນ​ນັ້ນ​ເຖີດ."
\s5
\v 5 ກະສັດ​ກ່າວ​ແກ່​ໂຢເຊັບ​ວ່າ, "ບັດນີ້ ພໍ່​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າ​ໄດ້​ມາຮອດ​ແລ້ວ.
\v 6 ດິນແດນ​ຂອງ​ປະເທດ​ອີຢິບ​ກໍ​ເປັນ​ຂອງ​ພວກເຂົາ​ຄືກັນ. ພວກເຂົາ​ຕັ້ງ​ຫລັກແຫລ່ງ​ຢູ່​ໃນ​ເຂດ​ໂກເຊັນ​ໄດ້ ບ່ອນ​ທີ່​ມີ​ດິນ​ດີທີ່ສຸດ​ໃນ​ປະເທດ​ນີ້. ນອກຈາກນີ້ ຖ້າ​ເຈົ້າ​ຮູ້​ວ່າ ໃນ​ພວກເຂົາ​ຜູ້ຫນຶ່ງ​ຜູ້ໃດ​ມີ​ຄວາມ​ສາມາດ, ກໍ​ໃຫ້​ຮັບ​ລ້ຽງ​ຝູງສັດ​ຂອງເຮົາ​ດ້ວຍ."
\s5
\v 7 ແລ້ວ​ໂຢເຊັບ​ກໍໄດ້​ພາ​ຢາໂຄບ​ພໍ່​ຂອງຕົນ​ເຂົ້າ​ໄປ​ພົບ​ກະສັດ. ຢາໂຄບ​ອວຍພອນ​ກະສັດ.
\v 8 ແລະ​ກະສັດ​ໄດ້​ຖາມ​ຢາໂຄບ​ວ່າ, "ເຈົ້າ​ອາຍຸ​ໄດ້​ຈັກ​ປີ​ແລ້ວ?"
\v 9 ຢາໂຄບ​ຕອບ​ວ່າ, "ຊີວິດ​ທີ່​ທ່ອງທ່ຽວ​ໄປມາ​ຂອງ​ຂ້ານ້ອຍ ມີ​ຢູ່ 130 ປີ. ເປັນ​ເວລາສັ້ນ ​ແລະ​ລຳບາກ. ບໍ່​ຄື​ຊີວິດ​ທີ່​ທ່ອງທ່ຽວ​ໄປມາ​ຂອງ​ບັນພະບຸຣຸດ​ຂອງ​ຂ້ານ້ອຍ."
\v 10 ຢາໂຄບ​ອວຍພອນ​ກະສັດ​ ແລະ​ອຳລາ​ກັບ​ໄປ.
\s5
\v 11 ໂຢເຊັບ​ໄດ້​ຈັດ​ທີ່ດິນ​ໃຫ້​ພໍ່​ກັບ​ພວກ​ອ້າຍ​ຂອງຕົນ​ຢູ່​ໃນ​ປະເທດ​ອີຢິບ, ໂດຍ​ເລືອກ​ເອົາ​ດິນ​ຕອນ​ດີທີ່ສຸດ​ຢູ່​ໃກ້​ກັບ​ເມືອງ​ຣາມາເຊັດ, ໃຫ້​ເປັນ​ສົມບັດ​ຂອງ​ພວກເຂົາ​ຕາມ​ທີ່​ກະສັດ​ໄດ້​ສັ່ງ.
\v 12 ໂຢເຊັບ​ໄດ້​ຈັດ​ຫາ​ສະບຽງ​ອາຫານ​ໃຫ້​ພໍ່, ບັນດາ​ອ້າຍ​ນ້ອງ, ແລະ​ຄອບຄົວ​ຂອງ​ພວກເຂົາ​ທຸກໆ​ຄົນ, ຕະຫລອດ​ທັງ​ພວກ​ເດັກນ້ອຍ​ທີ່​ໄດ້​ຕິດຕາມ​ມາ​ນຳ​ນັ້ນ.
\s5
\v 13 ການ​ອຶດຢາກ​ຄັ້ງ​ນີ້​ຮ້າຍແຮງ​ທີ່ສຸດ; ຈົນ​ວ່າ​ຢູ່​ໃນ​ປະເທດ​ອື່ນໆ​ບໍ່ມີ​ອາຫານ​ກິນ ແລະ​ປະຊາຊົນ​ອີຢິບ​ກັບ​ຊາວ​ການາອານ​ກໍ​ອ່ອນເພຍ​ຍ້ອນ​ການ​ອຶດຢາກ.
\v 14 ໂຢເຊັບ​ທ້ອນໂຮມ​ເອົາ​ເງິນ​ທັງຫມົດ​ທີ່​ໄດ້​ມາ​ຈາກ​ການ​ຂາຍ​ເຂົ້າ, ນຳ​ໄປ​ຖອກ​ທີ່​ຄັງ​ຂອງ​ຣາຊວັງ.
\s5
\v 15 ເມື່ອ​ຊາວ​ອີຢິບ​ ແລະ​ຊາວ​ການາອານ​ຈ່າຍ​ເງິນ​ໝົດ​ແລ້ວ, ຊາວ​ເອຢິບ​ຈຶ່ງ​ຫຸ້ມ​ກັນ​ມາ​ຫາ​ໂຢເຊັບ ແລະ​ເວົ້າ​ວ່າ, "ຂໍ​ອາຫານ​! ໃຫ້​ພວກ​ຂ້ານ້ອຍ​ກິນ​ແດ່ທ້ອນ ຢ່າ​ປະ​ໃຫ້​ພວກ​ຂ້ານ້ອຍ​ຕ້ອງ​ຫິວ​ຕາຍ​ເລີຍ. ກະລຸນາ​ຫາ​ທາງ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ເພາະ​ເງິນ​ຂອງ​ພວກ​ຂ້ານ້ອຍ​ກໍໄດ້​ຈ່າຍ​ໄປ​ຈົນ​ຫມົດ​ແລ້ວ."
\v 16 ໂຢເຊັບ​ຈຶ່ງ​ຕອບ​ວ່າ, "ຖ້າ​ພວກເຈົ້າ​ຫມົດ​ເງິນ​ແທ້, ໃຫ້​ນຳ​ສັດ​ມາ​ແລກ​ປ່ຽນ​ເອົາ​ເຂົ້າ."
\v 17 ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ສັດ​ຂອງຕົນ​ມາ​ໃຫ້​ໂຢເຊັບ. ແລະ​ເພິ່ນ​ກໍ​ເອົາ​ອາຫານ​ແລກ​ປ່ຽນ​ເອົາ​ສັດ ເປັນ​ຕົ້ນ: ມ້າ, ແກະ, ແບ້, ງົວ, ແລະ​ລໍ. ໃນ​ປີ​ນັ້ນ ເພິ່ນ​ໄດ້​ຈ່າຍ​ອາຫານ​ໃຫ້​ແກ່​ປະຊາຊົນ ໂດຍ​ວິທີ​ແລກ​ປ່ຽນ​ກັບ​ສັດ​ຕ່າງໆ​ຂອງ​ພວກເຂົາ.
\s5
\v 18 ປີ​ຕໍ່ມາ ພວກເຂົາ​ກໍ​ພາກັນ​ມາ​ຫາ​ໂຢເຊັບ​ອີກ, ແລະ​ເວົ້າ​ວ່າ, "ທ່ານເອີຍ ພວກ​ຂ້ານ້ອຍ​ຂໍ​ເວົ້າ​ຄວາມຈິງ​ສູ່​ທ່ານ​ຟັງ, ໂດຍ​ບໍ່ໄດ້​ປິດບັງ​ຫຍັງ​ເລີຍ​ຄື: ເງິນ​ຂອງ​ພວກ​ຂ້ານ້ອຍ​ກໍ​ຫມົດ​ແລ້ວ ແລະ​ສັດ​ຂອງ​ພວກ​ຂ້ານ້ອຍ​ກໍ​ເປັນ​ຂອງທ່ານ​ແລ້ວ. ດຽວນີ້ ພວກ​ຂ້ານ້ອຍ​ບໍ່​ເຫລືອ​ຫຍັງ​, ພໍ​ເອົາ​ມາ​ໃຫ້​ທ່ານ​ແລກ​ປ່ຽນ ນອກຈາກ​ພວກ​ຂ້ານ້ອຍ​ເອງ​ກັບ​ທີ່ດິນ​ເທົ່ານັ້ນ.
\v 19 ຢ່າ​ປ່ອຍ​ໃຫ້​ພວກ​ຂ້ານ້ອຍ​ຕ້ອງ​ອຶດຕາຍ​ເທາະ, ກະລຸນາ​ຫາ​ທາງ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ຖ້ອນ ຢ່າ​ປ່ອຍ​ໃຫ້​ທີ່ດິນ​ຂອງ​ພວກ​ຂ້ານ້ອຍ​ຫວ່າງເປົ່າ​ລ້າໆ​ເລີຍ. ຂໍ​ທ່ານ​ຈົ່ງ​ຊື້​ທີ່ດິນ​ຂອງ​ພວກ​ຂ້ານ້ອຍ​ເພື່ອ​ແລກ​ເອົາ​ອາຫານ. ພວກ​ຂ້ານ້ອຍ​ຍິນດີ​ຍອມ​ເປັນ​ຄົນ​ຮັບໃຊ້​ຂອງ​ກະສັດ, ແລະ​ທີ່ດິນ​ຂອງ​ພວກ​ຂ້ານ້ອຍ​ກໍ​ໃຫ້​ເປັນ​ຂອງ​ເພິ່ນ​ດ້ວຍ. ຈົ່ງ​ເອົາ​ເຂົ້າ​ໃຫ້​ພວກ​ຂ້ານ້ອຍ​ເພື່ອ​ພວກ​ຂ້ານ້ອຍ​ຈະ​ບໍ່​ອຶດຕາຍ, ແລະ​ເອົາ​ເຂົ້າປູກ​ໃຫ້​ພວກ​ຂ້ານ້ອຍ​ເພື່ອ​ທີ່ດິນ​ຈະ​ບໍ່​ຖືກ​ປະປ່ອຍ​ໃຫ້​ວ່າງເປົ່າ​ລ້າໆ."
\s5
\v 20 ໂຢເຊັບ​ໄດ້​ຊື້​ເອົາ​ທີ່ດິນ​ທັງຫມົດ​ໃນ​ປະເທດ​ອີຢິບ​ໃຫ້​ກະສັດ. ຊາວ​ອີຢິບ​ທຸກຄົນ​ຈຳເປັນ​ຕ້ອງ​ຂາຍ​ທີ່ດິນ​ຂອງຕົນ, ຍ້ອນ​ວ່າ​ການ​ອຶດຢາກ​ເທື່ອ​ນີ້​ຮ້າຍແຮງ​ທີ່ສຸດ. ແລະ​ທີ່ດິນ​ທັງຫມົດ,​ໃນ​ປະເທດ​ອີຢິບ​ກໍ​ກາຍເປັນ​ຂອງ​ກະສັດ.
\v 21 ໂຢເຊັບ​ໄດ້​ນຳພາ​ຊາວ​ອີຢິບ​ມາ​ເປັນ​ຄົນ​ຮັບໃຊ້, ແລະ​ເຂດແດນ​ຈາກ​ສົ້ນສຸດ​ຂອງ​ປະເທດ​ເບື້ອງ​ນີ້​ຈຸ​ເບື້ອງ​ອື່ນ.
\v 22 ຍັງ​ແຕ່​ທີ່ດິນ​ຂອງ​ພວກ​ປະໂລຫິດ​ເທົ່ານັ້ນ​ທີ່​ເພິ່ນ​ບໍ່ໄດ້​ຊື້​ເອົາ. ພວກ​ປະໂລຫິດ​ບໍ່ໄດ້​ຂາຍ​ທີ່ດິນ​ຂອງ​ພວກ​ຕົນ. ເພາະ​ກະສັດ​ໃຫ້​ເງິນ​ອຸດຫນູນ​ແກ່​ພວກເຂົາ.
\s5
\v 23 ໂຢເຊັບ​ກ່າວ​ແກ່​ປະຊາຊົນ​ວ່າ, "ພວກເຈົ້າ​ເຫັນ​ແລ້ວ​ວ່າ, ມື້ນີ້​ຂ້ອຍ​ໄດ້​ຊື້​ເອົາ​ພວກເຈົ້າ ພ້ອມ​ທີ່ດິນ​ຂອງ​ພວກເຈົ້າ​ມາ​ເປັນ​ຂອງ​ກະສັດ. ອັນ​ນີ້​ແມ່ນ​ເຂົ້າປູກ​, ເພື່ອ​ໃຫ້​ພວກເຈົ້າ​ເອົາ​ໄປ​ຫວ່ານ​ໃນ​ນາ.
\v 24 ເມື່ອ​ຮອດ​ລະດູ​ເກັບກ່ຽວ, ພວກເຈົ້າ​ຕ້ອງ​ເອົາ​ຜົນລະປູກ​ຫນຶ່ງ​ສ່ວນ​ຫ້າ​ໃຫ້​ກະສັດ, ສ່ວນ​ທີ່​ເຫລືອ​ນັ້ນ ໃຫ້​ເປັນ​ຂອງ​ພວກເຈົ້າ​ເພື່ອ​ເປັນ​ເຂົ້າປູກ ແລະ​ສຳລັບ​ກິນ​ໃນ​ຄອບຄົວ."
\s5
\v 25 ພວກເຂົາ​ຕອບ​ວ່າ, "ທ່ານ​ໄດ້​ເຮັດ​ດີ.​ຕໍ່​ພວກ​ຂ້ານ້ອຍ​ໂດຍ​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກ​ຂ້ານ້ອຍ​ໄວ້. ພວກ​ຂ້ານ້ອຍ​ຍິນດີ​ເປັນ​ຄົນ​ຮັບໃຊ້​ຂອງ​ກະສັດ."
\v 26 ດັ່ງນັ້ນ ໂຢເຊັບ​ຈຶ່ງ​ໄດ້​ແຕ່ງ​ກົດຫມາຍ​ປົກຄອງ​ທີ່ດິນ​ໄວ້​ໃນ​ປະເທດ​ອີຢິບ​ຄື: ຜົນລະປູກ​ຫນຶ່ງ​ສ່ວນ​ຫ້າ​ເປັນ​ຂອງ​ກະສັດ. ກົດຫມາຍ​ນີ້​ຍັງ​ໃຊ້​ກັນ​ຈົນເຖິງ​ທຸກ​ວັນນີ້. ມີ​ແຕ່​ທີ່ດິນ​ຂອງ​ພວກ​ປະໂລຫິດ​ເທົ່ານັ້ນ​ທີ່​ບໍ່​ເປັນ​ຂອງ​ກະສັດ.
\s5
\v 27 ຊາວ​ອິສະຣາເອນ​ທີ່​ອາໄສ​ໃນ​ປະເທດ​ອີຢິບ​ຢູ່​ໃນ​ເຂດ​ໂກເຊັນ. ໄດ້​ຮັ່ງມີ​ເປັນ​ດີ​ຂຶ້ນ​ພ້ອມ​ທັງ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ.
\v 28 ຢາໂຄບ​ອາໄສ​ຢູ່​ໃນ​ປະເທດ​ອີຢິບ​ສິບເຈັດ​ປີ, ຈົນ​ເພິ່ນ​ມີ​ອາຍຸ​ຫນຶ່ງຮ້ອຍ​ສີ່ສິບເຈັດ​ປີ.
\s5
\v 29 ເມື່ອ​ຢາໂຄບ​ຮູ້ສຶກ​ວ່າ​ຕົນເອງ​ໃກ້​ຈະ​ຕາຍ​ແລ້ວ, ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ໂຢເຊັບ​ລູກຊາຍ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, "ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງ​ພໍ່ ແລະ​ສາບານ​ຢ່າງ​ຫນັກແຫນ້ນ​ວ່າ, ເຈົ້າ​ຈະ​ບໍ່​ຝັງ​ພໍ່​ໄວ້​ໃນ​ປະເທດ​ອີຢິບ​ນີ້.
\v 30 ພໍ່​ຕ້ອງການ​ໃຫ້​ລູກ​ຝັງສົບ​ຂອງ​ພໍ່​ໄວ້​ຢູ່​ໃນ​ບ່ອນ​ຝັງສົບ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ, ຈົ່ງ​ເອົາ​ຊາກສົບ​ຂອງ​ພໍ່​ອອກ​ຫນີ​ຈາກ​ປະເທດ​ອີຢິບ ແລະ​ຝັງ​ໄວ້​ຢູ່​ໃນ​ຖໍ້າ​ຂອງ​ບັນພະບຸຣຸດ​ຂອງ​ພວກເຮົາ." ໂຢເຊັບ​ຕອບ​ວ່າ, "ລູກ​ຈະ​ເຮັດ​ຕາມ​ທີ່​ພໍ່​ຕ້ອງການ."
\v 31 ຢາໂຄບ​ເວົ້າ​ວ່າ, "ຈົ່ງ​ສາບານ​ຕໍ່​ພໍ່​ວ່າ​ລູກ​ຈະ​ເຮັດ​ດັ່ງນັ້ນ." ໂຢເຊັບ​ໄດ້​ສາບານ. ແລ້ວ​ຢາໂຄບ​ກໍ​ໂມທະນາ​ຂອບພຣະຄຸນ ໂດຍ​ກົ້ມ​ຂາບລົງ​ເທິງ​ທີ່​ຫົວ​ຕຽງນອນ​ຂອງຕົນ.
\s5
\c 48
\cl ​ບົດ​ທີ 48
\p
\v 1 ຫລັງຈາກສິ່ງທັງຫລາຍເຫລົ່ານີ້ໄດ້ເກິດຂຶ້ນ, ມີຄົນຫນຶ່ງໄດ້ມາບອກໂຢເຊັບວ່າ, "ເບິ່ງເຖີດພໍ່ຂອງທ່ານປ່ວຍ." ດັ່ງນັ້ນເຂົາຈຶ່ງໄດ້ນຳເອົາລູກຊາຍທັງສອງຄົນຂອງເຂົາໄປກັບເຂົາ, ຄືມານາເຊ ເເລະເອຟຣາອິມ.
\v 2 ເມຶ່ອຢາໂຄບໄດ້ຮັບການບອກກ່າວ, "ເບິ່ງເຖີດ, ໂຢເຊັບລູກຊາຍຂອງທ່ານໄດ້ມາເຖິ່ງເພຶ່ອຈະຢ້ຽມທ່ານ," ອິສາຣາເອນໄດ້ຮວບຮວມກຳລັງ ເເລະໄດ້ລຸກຂຶ້ນນັ່ງເທິງຕຽງ.
\s5
\v 3 ຢາໂຄບໄດ້ເວົ້າກັບໂຢເຊັບວ່າ, "ພຣະເຈົ້າຜູ້ຊົງຣິດອຳນາດໄດ້ປາກົດເເກ່ພໍ່ທີ່ເມືອງລູເຊໃນເເຜ່ນດິນການາອານ. ພຣະອົງໄດ້ຊົງອວຍພຣະພອນພໍ່
\v 4 ເເລະໄດ້ກ່າວກັບພໍ່ວ່າ, 'ເບິ່ງເຖີດເຮົາຈະເຮັດໃຫ້ເຈົ້າເກີດຜົນ, ເເລະເພີ່ມພຸນຂຶ້ນຍ່າງມາກມາຍເຮົາຈະເຮັດໃຫ້ເຈົ້າເປັນຊຸມນຸມຂອງບັນດາປະຊາຊາດ. ເຮົາຈະປຣະທານເເຜ່ນດິນນີ້ເເກ່ເຊື້ອສາຍທັງຫລາຍຂອງເຈົ້າເປັນກຳມະສິດຕະຫລອດໄປ."
\s5
\v 5 ບັດນີ້ລູກຊາຍທັງສອງຄົນຂອງລູກ, ຜູ້ຊຶ່ງໄດ້ບັງເກີດເເກ່ລູກໃນເເຜ່ນດິນອີຢິບ ພວກເຂົາເປັນຂອງພໍ່ເອຟຣາອິມ ເເລະມານາເຊຈະເປັນຂອງພໍ່ເມຶ່ອທີ່ຮູເບນ ເເລະຊີເມໂອນ.
\v 6 ເປັນຂອງພໍ່ພວກລູກທີ່ລູກມີຫລັງຈາກ; ພວກເຂົາທັງຫລາຍຈະເປັນຂອງລູກພວກເຂົາຈະຖືກຈົດຊື່ໄວ້ພາຍໃຕ້ຊື່ຂອງພີ່ນ້ອງຂອງພວກເຂົາໃນມໍຣະດົກຂອງພວກເຂົາ.
\v 7 ເເຕ່ສຳຫລັບພໍ່, ເມຶ່ອໄດ້ມາຈາກປັດດານຄວາມໂສກເສົ້າຂອງພໍ່ ຕໍ່ສາລາທີ່ໄດ້ເສຍຊີວິດລະຫວ່າງທາງ ທີ່ຈະໄປເເຜ່ນດິນການາອານໃນຂະນະທີ່ຍັງຢູ່ຫ່າງໃກຈາກເອຟຣາທາ. ພໍ່ໄດ້ຝັງນາງໄວ້ລະຫວ່າງທາງທີ່ຈະໄປຍັງເອຟຣາທາ"(ນັ້ນຄື, ເບັດເລເຮັມ).
\s5
\v 8 ເມຶ່ອອິສະຣາເອນໄດ້ເຫັນພວກລູກຊາຍຂອງໂຢເຊັບ, ເຂົາໄດ້ເວົ້າ, "ຄົນເຫລົ່ານີ້ເປັນຂອງໃຜ?"
\v 9 ໂຢເຊັບໄດ້ເວົ້າກັບພໍ່ຂອງເຂົາວ່າ, "ພວກເຂົາຄືລູກຊາຍທັງຫລາຍຂອງລູກ, ຜູ້ເຊິ່ງພຣະເຈົ້າໄດ້ປຣະທານໄຫ້ແກ່ລູກທີ່ນີ້, "ຈົ່ງນຳພວກເຂົາເຂົ້າມາຫາພໍ່ເພຶ່ອທີ່ພໍ່ຈະໄດ້ອວຍພອນພວກເຂົາ."
\v 10 ບັດນີ້ດວງຕາຂອງອິສະຣາເອນໄດ້ມືດມົວ, ເພາະຄວາມມີອາຍຸຫລາຍຂອງເຂົາດັ່ງນັ້ນເຂົາຈຶ່ງແນມບໍ່ເຫັນ, ແລະເຂົາໄດ້ຈູບພວກເຂົາ ແລະ ໄດ້ໂອບກອດພວກເຂົາ.
\s5
\v 11 ອິສະຣາເອນໄດ້ກ່າວກັບໂຢເຊັບວ່າ, "ພໍ່ບໍ່ເຄີຍຄາດຫວັງວ່າທີ່ໄດ້ເຫັນຫນ້າຂອງລູກອີກ, ແຕ່ພຣະເຈົ້າໄດ້ຊົງອະນຸຍາດໃຫ້ພໍ່ໄດ້ເຫັນລູກທັງຫລາຍຂອງລູກ."
\v 12 ໂຢເຊັບໄດ້ນຳພວກເຂົາອອກຈາກລະຫວ່າງຫົວເຂົ່າຂອງອິສະຣາເອນ, ແລະຈາກນັ້ນເຂົາ ໄດ້ກົ້ມຫນ້າລົງພື້ນ.
\v 13 ໂຢເຊັບໄດ້ນຳທັງສອງຄືເອຟຣາອິມ, ຢູ່ທາງຂວາມືຂອງເຂົາ ຄືຢູ່ທາງຊ້າຍມືຂອງເຂົາ ຄືຢູ່ທາງຂວາມືຂອງ ອິສະຣາເອນ, ແລະໄດ້ນຳພວກເຂົາເຂົ້າມາໃກ້ເຂົາ.
\s5
\v 14 ອິສະຣາເອນໄດ້ຍື່ນມືຂວາອອກ ແລະວາງເທິງຫົວຂອງເອຟຣາອິມ, ຜູ້ຊຶ່ງເປັນນ້ອງ, ແລະມືຊ້າຍຂອງເຂົາເທີງຫົວຂອງມານາເຊ. ເຂົາໄດ້ໄຂ່ວມືຂອງເຂົາເພາະວ່າມານາເຊເປັນລູກຫົວປີ.
\v 15 ອິສະຣາເອນໄດ້ອວຍພອນໂຢເຊັບ, ກ່າວວ່າ, "ຕໍ່ພຣະພັກພຣະເຈົ້າຜູ້ທີ່ເປັນບັນພຣະບຸຣຸດຂອງຂ້າພຣະອົງ ອັບຣາຮາມ ແລະອິສະຣາເອັນໄດ້ຕິດຕາມ, ພຣະເຈົ້າຜູ້ທີ່ໄດ້ເບິ່ງຂ້າພຣະອົງຈົນເຖິງວັນນີ້,
\v 16 ຂໍໃຫ້ເທວະດາຜູ້ທີ່ປົກປັກຮັກສາຂ້າພຣະອົງຈາກອັນຕະລາຍທັງຫມົດ. ຂໍໃຫ້ພຣະອົງຊົງອວຍພຣະພອນເດັກເຫລົ່ານີ້ ຂໍໃຫ້ຊື່ຂອງຂ້າພຣະອົງເປັນຊື່ຂອງພວກເຂົາ, ເເລະຊື່ຂອງບັນພະບຸຣຸດຂອງຂ້າພຣະອົງຄື ອັບຣາຮາມ ເເລະອິສະຣາເອນ. ຂໍໃຫ້ພວກເຂົາເຕີບໂຕຂຶ້ນ ທະວີຂຶ້ນເທິງເເຜ່ນດິນ."
\s5
\v 17 ເມຶ່ອໂຢເຊັບໄດ້ເຫັນພໍ່ຂອງເຂົາວາງມືຂວາເທິງຫົວຂອງເອຟຣາອິມ, ເຂົາຮູ້ສຶກບໍ່ສະບາຍໃຈ. ເຂົາໄດ້ຈັບມືຂອງພໍ່ຂອງເຂົາຍ້າຍຈາກເທິງຫົວເອຣາອິມໄປຍັງເທິງຫົວຂອງມານາເຊ.
\v 18 ໂຢເຊັບໄດ້ເວົ້າກັບພໍ່ຂອງເຂົາ, "ບໍ່ແມ່ນຢ່າງນີ້ ພໍ່ຂອງລູກ; ເພາະວ່ານີ້ເເມ່ນບຸດຫົວປີ. ວາງມືຂວາຂອງພໍ່ເທິງຫົວຂອງເຂົາເຖີດ."
\s5
\v 19 ພໍ່ຂອງເຂົາໄດ້ປະຕິເສດ ເເລະໄດ້ເວົ້າວ່າ, "ພໍ່ຮູ້ລູກເອີຍ, ພໍ່ຮູ້. ເຂົາຈະກາຍເປັນຊົນຊາດ, ເເລະເຂົາຈະຍິ່ງໃຫ່ຍດ້ວຍ ນ້ອງຊາຍຂອງເຂົາຈະຍິ່ງໃຫ່ຍກວ່າເຂົາ, ເເລະເຊື້ອສາຍທັງຫລາຍຂອງເຂົາຈະທະວີຄູນກາຍເປັນປະຊາຊາດ."
\v 20 ອິສະຣາເອນໄດ້ອວຍພອນພວກເຂົາໃນວັນນັ້ນ ດ້ວຍຄຳເຫລົ່ານີ້, "ປະຊາຊົນຂອງອິສະຣາເອນອາດຈະປະກາດຂ່າວປະເສີດອວຍພອນໂດຍຊື່ຂອງເຈົ້າ ລາວວ່າ, 'ຂໍພຣະເຈົ້າເຮັດໃຫ້ເຈົ້າເຫມືອນເອຟຣາອິມ ເເລະເຫມືອນມານາເຊ." ດ້ວຍວີທີນີ້ ອິສະຣາເອນໄດ້ຈັດເອຟຣາອິມໄວ້ກ່ອນມານາເຊ.
\s5
\v 21 ອິສະຣາເອນໄດ້ເວົ້າກັບໂຢເຊັບວ່າ, "ເບິ່ງເຖີດພໍ່ກຳລັງຈະຕາຍ, ເເຕ່ພຣະເຈົ້າຈະຊົງຢູ່ກັບລູກ, ເເລະຈະຊົງນຳລູກກັບໄປຍັງດິນເເດນຂອງບັນພະບຸຣຸດທັງຫລາຍຂອງລູກ.
\v 22 ເຖິງລູກເຊຶ່ງເປັນຄົນດຽວທີ່ຢູ່ເມື່ອບັນດາພີ່ນ້ອງ, ພໍ່ມອບທີ່ພູເຂົາທີ່ພໍ່ໄດ້ມາຈາກຄົນອາໂມ ດ້ວຍດາບ ເເລະທະນູຂອງພໍ່ໃຫ້ລູກ."
\s5
\c 49
\cl ​ບົດ​ທີ 49
\p
\v 1 ຈາກນັ້ນຢາໂຄບໄດ້ເອີ້ນຫາລູກຊາຍທັງຫລາຍຂອງເຂົາ, ເເລະໄດ້ກ່າວວ່າ: "ພວກເຈົ້າທັງຫລາຍຈົ່ງມາລວມກັນ ເເລະເຮົາຈະບອກພວກເຈົ້າເຖິງສິ່ງທີ່ຈະເກີດຂຶ້ນກັບໃນພວກເຈົ້າໃນອານາຄົດ.
\v 2 ພວກເຈົ້າຈົ່ງມາຊຸມນຸມກັນ ເເລະຟັງ, ລູກຊາຍທັງຫລາຍຂອງຢາໂຄບ. ຈົ່ງຟັງອິສະຣາເອນ, ພໍ່ຂອງພວກເຈົ້າ.
\s5
\v 3 ຣູເບັນ, ເຈົ້າເປັນລູກຫົວປີຂອງເຮົາ, ເປັນອຳນາດຂອງເຮົາ, ເເລະເປັນຈຸດເລີ່ມຕົ້ນຂອງກໍາລັງຂອງເຮົາ, ເປັນກຽດຕິຍົດຊື່ສຽງທີ່ສຳຄັນຂອງເຮົາ, ແລະເປັນພະລັງທີ່ສຳຄັນຂອງເຮົາ.
\v 4 ບໍ່ສາມາດຄວບຄຸບໄດ້ເຫມືອນນ້ຳທີ່ໄຫລເເຮງ, ເຈົ້າຈະບໍ່ດີີກວ່າຄົນອື່ນ, ເພາະວ່າເຈົ້າໄດ້ຂຶ້ນໄປເທິງຕຽງຂອງພໍ່ຈາກນັ້ນເຈົ້າ. ໄດ້ເຮັດໃຫ້ມັນເປັນມົນທິນ; ເຈົ້າໄດ້ຂຶ້ນໄປເທິງທີ່ນອນຂອງເຮົາ
\s5
\v 5 ຊີເມໂອນ ເເລະເລວີເປັນພີ່ນອ້ງກັນ. ອາວຸດເເຫ່ງຄວາມຮຸນເເຮງຄື ດາບທັງຫລາຍຂອງພວກເຂົາ.
\v 6 ໂອ້ ຈິດວິນຍານຂອງເຮົາ, ຈະບໍ່ເຂົ້າໄປໃນທີ່ປະຊຸມນຸມຂອງພວກເຂົາ; ເພາະຈິດໃຈຂອງເຮົາມີສັກສີຫລາຍກວ່ານັ້ນ, ເພາະວ່າຄວາມໃຈຮ້າຍຂອງພວກເຂົາ. ພວກເຂົາໄດ້ຂ້າຜູ້ຊາຍທັງຫລາຍ. ມັນເປັນຄວາມພໍໃຈທີ່ພວກເຂົາເຮັດໃຫ້ພວກງົວໂຕຜູ້ທັງຫລາຍພິການ.
\s5
\v 7 ຄວາມໃຈຮ້າຍຂອງພວກເຂົາ, ເຮັດໃຫ້ຖືກເເຊ່ງເພາະວ່າມັນຄືນຄວາມດຸຮ້າຍ ເເລະຄວາມໂມໂຫຮ້າຍຂອງພວກເຂົາເພາະວ່າມັນຄືຄວາມໂຫດຮ້າຍ. ເຮົາເເບ່ງເເຍກພວກເຂົາໃນຢາໂຄບ ເເລະກະຈາຍພວກເຂົາໃນອິສະຣາເອນ.
\s5
\v 8 ຢູດາເອີຍ, ພວກພີ່ນ້ອງຈະສັນຣະເສີນເຈົ້າ. ມືຂອງເຈົ້າຈະຢູ່ເທິງຄໍຂອງເຫລົ່າສັດຕຣູຂອງເຈົ້າ. ລູກຊາຍທັງຫລາຍຂອງພໍ່ເຈົ້າຈະກົ້ມຄຳນັບລົງຕໍ່ຫນ້າເຈົ້າ.
\s5
\v 9 ຢູດາເປັນເຫມືອນລູກສິງໂຕ. ລູກຊາຍຂອງເຮົາເອີຍ ເຈົ້າໄດ້ຂຶ້ນໄປຈາກເຫຍື່ອຂອງເຈົ້າ. ເຂົາໄດ້ກົ້ມລົງ, ເຂົາໄດ້ຫມອບລົງເຫມືອນສິງໂຕ, ເຫມືອນສິງໂຕຕົວເມຍ. ໃຜຈະກ້າປຸກເຂົາ?
\s5
\v 10 ໄມ້ເທົ້າຂອງກະສັດຈະບໍ່ຈາກໄປຈາກຢູດາ, ຫລືໄມ້ເທົ້າຂອງຜູ້ປົກຄອງຈະບໍ່ອອກໄປຈາກລະຫວ່າງເທົ້າຂອງເຂົາ, ຈົນກວ່າຊີໂລຈະມາ. ປະຊາຊາດທັງຫລາຍຈະເຊື່ອຟັງເຂົາ.
\s5
\v 11 ຈົ່ງມັດລວາຂອງເຂົາກັບເຫລົ່າຕົ້ນອະງຸ່ນ, ເເລະລູກລວາໂຕຜູ້ຂອງເຂົາເຂົ້າກັບເຫລົ່າຕົ້ນອະງຸ່ນທີ່ເລືອກໄວ້ ເຂົາໄດ້ຊັກເສືອຜ້າຂອງເຂົາໃນເຫລົ້າອະງຸ່ນ ເເລະເສື້ອຄຸມຂອງເຂົາໃນເລືອດເເຫ່ງອະງຸ່ນ.
\v 12 ດວງຕາຂອງເຂົາຈະມີສີເຂັ້ມຄືເຫລົ້າອະງຸ່ນ, ແລະແຂ້ວຂອງເຂົາຈະຂາວຄືນົມ.
\s5
\v 13 ເຊບູໂລນ ຈະອາໄສຢູ່ແຄມຊາຍທະເລ. ເຂົາຈະເປັນທ່າເຮືອສຳລັບເຮືອທັງຫລາຍ, ແລະອານາເຂດຂອງເຂົາຈະຂະຫຍາຍອອກໄປເຖິງຊີໂດນ.
\s5
\v 14 ອິດຊາຄາເປັນລວາທີ່ມີກຳລັງແຂງແຮງ, ກຳລັງນອນຢູ່ລະຫວ່າງຄອກແກະທັງຫລາຍ.
\v 15 ເຂົາເຫັນທີ່ພັກຜ່ອນທີ່ດີ ແລະແຜ່ນດິນທີ່ ຫນ້າເພິ່ງພໍໃຈ. ເຂົາຈະກົ້ມບ່າຂອງເຂົາລົງຮັບແອກ ແລະກ່ອນເປັນຄົນຮັບໃຊ້ສຳລັບງານນັ້ນ.
\s5
\v 16 ດານຈະພິພາກສາປະຊາຊົນຂອງເຂົາຄືເຜົ່າຫນື່ງຂອງອິສະຣາເອນ.
\v 17 ດານຈະເປັນງູໂຕຫນື່ງທີ່ຢູ່ຂ້າງທາງ, ງູພິດໂຕຫນຶ່ງໃນທາງນັ້ນທີ່ຈະກັດສົ້ນເທົ້າມ້າ, ເຮັດໃຫ້ຜູ້ທີ່ຂີ່ມ້າຫງາຍຫລັງຕົກ.
\v 18 ຂ້າແຕ່ອົງພຣະຢາເວ, ຂ້າພຣະອົງລໍຄອຍການຊວ່ຍກູ້ຂອງພຣະອົງ.
\s5
\v 19 ກາດເອີຍ ຜູ້ກົດຂີ່ຈະຈູ່ໂຈມເຂົາ, ແຕ່ເຂົາຈະໂຈມຕີພວກເຂົາທີ່ສ່ວນຫລັງຂອງພວກເຂົາ.
\v 20 ອາຫານຂອງອາເຊີຈະສົມບູນ, ເເລະເຂົາຈະຈັດອາຫານສຳລັບກະສັດ.
\v 21 ເນັບທາລີຈະເປັນກວາງໂຕເມຍທີ່ຖືກປ່ອຍ; ເຂົາຈະມີລູກກວາງທີ່ສວຍງາມ.
\s5
\v 22 ໂຢເຊັບເປັນງ່າທີ່ເກີດຜົນ, ງ່າທີ່ເກີດຜົນທີ່ຢູ່ໃກ້ຫນອງນໍ້າ, ທີ່ມີງ່າທັງຫລາຍເລືອຢູ່ເທິງກຳເເພງ.
\v 23 ພວກພົນທະນູຈະໂຈມຕີເຂົາເເລະຍິງໄປທີ່ເຂົາ ເເລະຂົມຂູ່ເຂົາ.
\s5
\v 24 ແຕ່ທະນູຂອງເຂົາຍັງຄົງຕັ້ງຊື່, ແລະມືຂອງເຂົາເຕັມໄປດ້ວຍຄວາມສຳລານ ເພາະມືຂອງອົງຜູ້ຊົງມີຣິດຂອງຢາໂຄບ, ເພາະຊື່ຂອງພຣະຜູ້ລ້ຽງ ພຣະສິລາຂອງຂອງອິສະຣາເອນ.
\s5
\v 25 ພຣະເຈົ້າຂອງພໍ່ຂອງເຈົ້າ ຈະຊົງຊ່ວຍເຈົ້າເເລະພຣະເຈົ້າຜູ້ຊົງຣິດອຳນາດຈະຊົງອວຍພອນເຈົ້າດ້ວຍພຣະພອນຂອງທ້ອງຟ້າເບື້ອງເທິງ, ພຣະພອນເເຫ່ງທີ່ເລິກທີ່ຢູ່ຂ້າງໃຕ້, ເເລະພຣະພອນເເຫ່ງເຕົ້ານົມ ແລະທ້ອງ.
\s5
\v 26 ພຣະພອນແຫ່ງພໍ່ຂອງເຈົ້າຍິ່ງໃຫຍ່ກວ່າພຣະພອນແຫ່ງພູເຂົາໂບຮານ ຫລືສິ່ງທັງຫລາຍທີ່ຫນ້າປາຖະະຫນາຂອງເນີນເຂົາໂບຮານທັງຫລາຍ. ໃຫ້ພຣະພອນທັງຫລາຍຢູ່ເທິງຫົວຂອງໂຢເຊັບ, ໃຫ້ພອນນັ້ນປະດັບເທິງທີ່ຫົວຂອງລາວ ທີ່ຫນ້າຜາກຂອງຜູ້ທີ່ຖືກຕັ້ງໄວ້ສະເພາະ ຈາກບັນດາຍາດຕິພີ່ນ້ອງຂອງຕົນນັ້ນ.
\s5
\v 27 ເບັນຢາມິນເປັນຫມາປ່າທີີ່ອຶດຫິວ. ໃນຕອນເຊົ້າເຂົາຈະກືນກິນເຫຍື່ອ, ແລະໃນຕອນແລງເຂົາຈະແບ່ງສິ່ງທີ່ປຸ້ນມາ."
\s5
\v 28 ຄົນເຫລົ່ານີ້ຄື ຄົນອິສະຣາເອນ. ທັງສິບສອງເຜົ່າ ນີ້ຄືສິ່ງທີ່ພໍ່ຂອງພວກເຂົາ ໄດ້ເວົ້າກັບພວກເຂົາ ເມື່ອເຂົາໄດ້ອວຍພອນພວກເຂົາ. ເຂົາໄດ້ອວຍພອນແຕ່ລະຄົນດ້ວຍຄຳອວຍພອນທີ່ເຫມາະສົມ.
\v 29 ຈາກນັ້ນຢາໂຄບໄດ້ສັ່ງພວກເຂົາ ແລະໄດ້ເວົ້າກັບພວກເຂົາ, "ເຮົາກຳລັງຈະໄປຢູ່ກັບລູກຂອງເຮົາ. ຈົ່ງຟັງເຮົາກັບລູກທັງຫລາຍຂອງເຮົາໃນຖ້ຳທີ່ຢູ່ໃນທົ່ງນາຂອງເອຟະໂຣນຄົນຣິດຕີ,
\v 30 ໃນຖ້ຳທີ່ຢູ່ໃນທົ່ງນາຂອງເປລາຊື່ງຢູ່ໃກ້ມັມເຮໃນແຜ່ນດິນການາອານ ທົ່ງນາທີ່ອັບຣາຮາມ ໄດ້ຊື້ເພື່ອເປັນສຸສານຈາກເອຟະໂຣນຮິດຕີ ທີ່ນັ້ນ.
\s5
\v 31 ພວກເຂົາໄດ້ຟັງອັບຣາຮາມ ເເລະຊາຣາເມຍຂອງເຂົາ; ທີ່ນັ້ນພວກເຂົາໄດ້ຟັງອີຊາກ ເເລະເຣເບກາ ເມຍຂອງເຂົາ; ເເລະທີ່ນັ້ນເຮົາໄດ້ຟັງເລອາ.
\v 32 ທົ່ງນາ ເເລະຖ້ຳທີ່ຢູ່ທີ່ນັ້ນໄດ້ຖືກຊື້ຈາກຄົນຮິດຕີ."
\v 33 ເມຶ່ອຢາໂຄບໄດ້ສັ່ງເສຍລູກຊາຍທັງຫລາຍຂອງເຂົາເເລ້ວ, ເຂົາໄດ້ດຶງຕີນຂອງເຂົາຂຶ້ນເທິງຕຽງ, ໄດ້ຫາຍໃຈເຮືອກສຸດທ້າຍ, ເເລະໄດ້ໄປຢູ່ກັບບັນພະບຸຣຸດຂອງເຂົາ.
\s5
\c 50
\cl ​ບົດ​ທີ 50
\p
\v 1 ແລ້ວໂຢເຊັບກໍໄດ້ໂສກເສົ້າເສຍໃຈເປັນຢ່າງຫລາຍ ເຂົາໄດ້ກົ້ມລົງເທິງໃບຫນ້າຂອງພໍ່ຂອງເຂົາ, ເເລະເຂົາໄດ້ຮ້ອງໄຫ້ເທິງຮ່າງກາຍຂອງພໍ່ເຂົາເເລະໄດ້ຈູບເຂົາ.
\v 2 ໂຢເຊັບໄດ້ສັ່ງຄົນຮັບໃຊ້ຂອງເຂົາ ເຊຶ່ງເປັນເເພດໃຫ້ອາບນໍ້າຢາຮັກສາຊາກສົບຂອງພໍ່ຂອງເຂົາ. ດັ່ງນັ້ນພວກເເພດຈຶ່ງໄດ້ອາບນ້ຳຢາອິດສະຣາເອນ.
\v 3 ພວກເຂົາໃຊ້ເວລາສີ່ສິບວັນ, ເພື່ອດອງສົບ ເເລ້ວຊາວອີຢິບທັງຫລາຍໄດ້ໄວ້ທຸກເພື່ອເຂົາເປັນເວລາເຈັດສິບວັນ.
\s5
\v 4 ເມື່ອເວລາການໄວ້ທຸກໄດ້ຜ່ານໄປ, ໂຢເຊັບໄດ້ເວົ້າກັບຂ້າຣາຊະສຳນັກຂອງຟາໂຣກ່າວວ່າ, "ຖ້າບັດນີ້ ຂ້າພະເຈົ້າໄດ້ເປັນທີ່ຊອບໃນສາຍຕາຂອງພວກທ່ານ, ຂໍໄດ້ໂປດທູນຟາໂຣວ່າ,
\v 5 ພໍ່ຂອງເຂົາໄດ້ໃຫ້ເຂົາສາບານວ່າ, "ເບິ່ງເຖີດ, ເຮົາກຳລັງຈະຕາຍ. ຈົ່ງຝັງເຮົາໄດ້ສຳລັບຕົວເຮົາເອງໃນເເຜ່ນດິນການາອານ. ພວກເຈົ້າຈົ່ງຝັງເຮົາໄວ້ທີ່ນັ້ນ." ບັດນີ້ຂໍໃຫ້ເຮົາໄດ້ຂຶ້ນໄປ ເເລະຝັງພໍ່ຂອງເຮົາ, ແລະຈາກນັ້ນເຮົາຈະກັບມາ.""
\v 6 ຟາໂຣໄດ້ຕອບ, "ໄປເຖີດ ແລະຈົ່ງຝັງພໍ່ຂອງເຈົ້າ, ດັ່ງທີ່ເຂົາໄດ້ໃຫ້ສາບານໄວ້."
\s5
\v 7 ໂຢເຊັບໄດ້ຂຶ້ນໄປຝັງສົບພໍ່ຂອງຕົນ. ຂ້າຣາຊະການທັງຫມົດຂອງຟາໂຣກໍໄດ້ໄປກັບເຂົາຄືຂ້າຣາຊະສຳນັກທັງຫລາຍຂອງຟາໂຣ, ຂ້າຣາຊະການຜູ້ໃຫ່ຍທັງຫມົດຂອງເເຜ່ນດິນອີຢິບ,
\v 8 ພ້ອມດ້ວຍຄົວເຮືອນທັງຫມົດຂອງໂຢເຊັບ, ເເລະພວກພີ່ນ້ອງຂອງເຂົາ, ເເລະຄົວເຮືອນຂອງພໍ່ຂອງເຂົາ ຍົກເວັ້ນທັງຫລາຍຂອງພວກເຂົາໄດ້ຖືກປະຖິ້ມທີ່ເເຜ່ນດິນເມືອງໂກເຊນ.
\v 9 ຂະບວນລົດຮົບທັງຫລາຍ ເເລະນັກຮົບທັງຫລາຍ. ກໍໄດ້ໄປກັບເຂົາດ້ວຍນັບເປັນຄົນກຸ່ມໃຫ່ຍ.
\s5
\v 10 ເມື່ອພວກເຂົາໄດ້ມາຮອດລານນວດເຂົ້່າເເຫ່ງອາທາດ ເທິງອີກຝັ່ງຫນຶ່ງຂອງເເມ່ນໍ້າຈໍເເດນ, ພວກເຂົາໄດ້ຮ້ອງຄ່ຳຄວນຢ່າງຫລາຍເເລະໂສກເສົ້າເສຍໃຈຢ່າງຍິ່ງ. ທີ່ນັ້ນໂຢເຊັບໄດ້ໃຫ້ມີການຄ່ຳຄວນເພື່ອພໍ່ຂອງເຂົາ.
\v 11 ເປັນເວລາເຈັດວັນ, ເມື່ອຄົນການາອານ, ທີ່ອາໄສຢູ່ໃນເເຜ່ນດິນໄດ້ຄ່ຳຄວນທີ່ລານນວດເຂົ້າເເຫ່ງອາທາດ, ພວກເຂົາໄດ້ເວົ້າວ່າ, "ນີ້ຄືວາລະເເຫ່ງຄວາມເສຍໃຈຢ່າງຍິ່ງສຳລັບຄົນອີຢິບທັງຫລາຍ." ນັ້ນຄືສາເຫດທີ່ເອີ້ນສະຖານທີ່ນັ້ນເຊິ່ງຢູ່ອີິກພາກຫນື່ງຂອງເເມ່ນ້ຳຈໍເເດນວ່າ, ອາເບັນມິຊະຣາອີມ.
\s5
\v 12 ດັ່ງນັ້ນລູກຊາຍທັງຫລາຍພວກລູກຫລານຂອງເຂົາ.
\v 13 ໄດ້ກະທຳເພື່ອຢາໂຄບຕາມທີ່ໄດ້ສັ່ງພວກເຂົາໄວ້ ລູກຊາຍທັງຫລາຍຂອງເຂົາໄດ້ນໍາເຂົາມາຍັງເເຜ່ນດິນການານອານ ເເລະໄດ້ຝັງເຂົາໃນຖ້ຳໃນທົ່ງນາຂອງມັດເປລາ, ໃກ້ມັນເຣ. ອັບຣາຮາມໄດ້ຊື້ຖ້ຳນັ້ນກັບທົ່ງນາເພື່ອເປັນສຸສານ ເຂົາໄດ້ຊື້ຈາກເອຟະໂລນຄົນຮິດຕີ.
\v 14 ຫລັງຈາກທີ່ເຂົາຝັງພໍ່ຂອງເຂົາເເລ້ວ, ໂຢເຊັບກໍໄດ້ກັບໄປຍັງອີຢິບ, ເຂົາ, ເເລະພວກພີ່ນ້ອງຂອງເຂົາ, ເເລະທັງຫມົດຜູ້ທີ່ໄດ້ເດີນທາງຮ່ວມໄປກັບເຂົາ ເພື່ອຝັງພໍ່ຂອງເຂົາ.
\s5
\v 15 ເມື່ອພວກອ້າຍຂອງໂຢເຊັບໄດ້ເຫັນວ່າພໍ່ຂອງພວກເຂົາໄດ້ເສຍຊີວິດເເລ້ວ, ພວກເຂົາໄດ້ເວົ້າວ່າ, "ມີຍັງຈະເກີດຂຶ້ນຖ້າໂຢເຊັບຍັງໃຈຮ້າຍໃຫ້ພວກເຮົາ ເເລະຕ້ອງການເເກ້ເເຄ້ນພວກເຮົາຍ່າງເຕັມທີ່ສຳລັບສິ່ງທີ່ຊົ່ວຮ້າຍທີ່ພວກເຮົາໄດ້ກະທຳໄວ້ກັບເຂົາ?"
\v 16 ດັ່ງນັ້ນພວກເຂົາໄດ້ໃຫ້ຄົນໄປຫາໂຢເຊັບ, ກ່າວວ່າ, "ພໍ່ຂອງທ່ານໄດ້ສັ່ງໄວ້ກ່ອນທີ່ທ່ານຈະຕາຍ, ວ່າ,
\v 17 ຈົ່ງບອກໂຢເຊັບດັ່ງນີ້ວ່າ, "ຂໍໃຫ້ຍົກໂທດການລ່ວງລະເມີດຂອງພວກອ້າຍຂອງເຈົ້າ ເເລະຄວາມບາບຂອງພວກເຂົາໄດ້ກະທຳສິ່ງທີ່ຜິດຕໍ່ເຈົ້າ." ບັດນີ້ຂໍໃຫ້ຍົກໂທດພວກຄົນຮັບໃຊ້ຂອງພຣະເຈົ້າຂອງພໍ່ຂອງທ່ານ." ໂຢເຊັບໄດ້ຮ້ອງໄຫ້ເມື່ອພວກເຂົາໄດ້ເວົ້າກັບເຂົາ.
\s5
\v 18 ພວກອ້າຍໄດ້ໄປ ເເລະກົ້ມຫນ້າຕໍ່ໂຢເຊັບດ້ວຍ ພວກເຂົາວ່າ, "ເບິ່ງເຖີດ, ພວກເຮົາເປັນຄົນຮັບໃຊ້ທັງຫລາຍຂອງທ່ານ."
\v 19 ແຕ່ໂຢເຊັບໄດ້ຕອບພວກເຂົາວ່າ, "ຢ່າຢ້ານເລີຍ. ຂ້ອຍຢູ່ໃນຫນ້າທີ່ຂອງພຣະເຈົ້້າບໍ?
\v 20 ສຳລັບພວກອ້າຍ, ພວກອ້າຍໄດ້ມຸ້ງທຳຮ້າຍຕໍ່ນ້ອງ, ເເຕ່ພຣະເຈົ້າໄດ້ສົ່ງເຮັດໃຫ້ເກີດຜົນດີ, ເພື່ອຮັກສາຊີວິດຄົນຈຳນວນຫລາຍ, ດັ່ງທີ່ພວກອ້າຍໆເຫັນທຸກມື້ນີ້.
\v 21 ດັ່ງນັ້ນ ບັດນີ້ຢ່າຢານເລີຍ. ນ້ອງຈະຈັດການດູເເລພວກອ້າຍໆ ເເລະລູກທັງຫລາຍຂອງພວກອ້າຍ." ເຂົາໄດ້ປອບໃຈພວກເຂົາດ້ວຍວິທີນີ້ເເລະໄດ້ເວົ້າຢ່າງເມດຕາຕໍ່ຈິດໃຈຂອງພວກເຂົາ.
\s5
\v 22 ໂຢເຊັບໄດ້ໃຊ້ຊີວິດຢູ່ໃນອີຢິບ, ກັບຄອບຄົວຂອງພໍ່ຂອງເຂົາ. ໄດ້ມີຊີວິດຫນຶ່ງຮ້ອຍສິບປີ.
\v 23 ໂຢເຊັບໄດ້ເຫັນລູກທັງຫລາຍຂອງເອຟຣາອິມຮອດຮຸ້ນທີ່ສາມ. ເຂົາໄດ້ເຫັນລູກທັງຫລາຍຂອງມາກີ ລູກຊາຍຂອງມັດເສ, ຜູ້ເຊິ່ງຖືກວາງເທິງເຂົາຂອງໂຢເຊັບ.
\s5
\v 24 ໂຢເຊັບໄດ້ເວົ້າກັບພວກພີ່ນ້ອງເຂົາວ່າ, "ເຮົາກຳລັງຈະຕາຍ; ເເຕ່ເເນ່ນອນພຣະເຈົ້າຈະມາຍາມພວກທ່ານ ເເລະນໍາພວກທ່ານອອກໄປຈາກເເຜ່ນດິນນີ້ ໄປຍັງເເຜ່ນດິນທີ່ພຣະອົງຊົງສັນຍາທີ່ປຣະທານໃຫ້ເເກ່ອັບຣາຮາມ, ເເກ່ອີຊາກ, ເເລະຢາໂຄບ."
\v 25 ແລ້ວໂຢເຊັບກໍໄດ້ໃຫ້ຄົນອິສະຣາເອນໃຫ້ຄຳສັດຈະສາບານ. ເຂົາໄດ້ເວົ້າ, "ເເນ່ນອນພຣະເຈົ້າຈະມາຢາມພວກທ່ານ. ໃນເວລານັ້ນພວກທ່ານຕ້ອງນຳກະດູກຂອງເຮົາໄປຈາກທີ່ນີ້."
\v 26 ດັ່ງນັ້ນໂຢເຊັບໄດ້ເສຍຊີວິດ, ເມຶ່ອອາຍຸໄດ້ 110 ປີ. ພວກເຂົາໄດ້ອາບນໍ້າຢາຮັກສາຊາກສົບເຂົາ ເເລະເຂົາໄດ້ຖືກໃຊ້ໄວ້ໃນໂລງໃນອີຢິບ.