lo_ulb/67-REV.usfm

861 lines
179 KiB
Plaintext

\id REV
\ide UTF-8
\h ພຣະນິມິດ
\toc1 ພຣະນິມິດ
\toc2 ພຣະນິມິດ
\toc3 rev
\mt ພຣະນິມິດ
\s5
\c 1
\cl ບົດທີ 1
\p
\v 1 ພຣະນິມິດຂອງພະເຢຊູຄຣິດເຈົ້າ ທີ່ພຣະເຈົ້າຊົງປຣະທານໃຫ້ແກ່ພຣະອົງເພື່ອສຳແດງຕໍ່ບັນດາຜູ້ຮັບໃຊ້ຂອງພຣະອົງວ່າຈະຕ້ອງເກີດຫຍັງຂຶ້ນແດ່ອີກບໍ່ຊ້ານີ້. ພຣະອົງຊົງໃຫ້ເປັນທີ່ຮູ້ແຈ້ງໂດຍສົ່ງທູດສະຫວັນຂອງພຣະອົງໄປຫາໂຢຮັນຜູ້ຮັບໃຊ້ຂອງພຣະອົງ.
\v 2 ໂຢຮັນໄດ້ເປັນພະຍານກ່ຽວກັບຖ້ອຍຄຳທີ່ມາຈາກພຣະເຈົ້າ ແລະ ກ່ຽວກັບຄຳພະຍານຂອງພຣະເຢຊູຄຣິດເຈົ້າ, ຄືທຸກສິ່ງທີ່ທ່ານເຫັນ.
\v 3 ຄວາມສຸກຈິ່ງມີແກ່ບັນດາຜູ້ທີ່ອ່ານພຣະທັມເຫລັ້ມນີ້ອອກສຽງດັງ, ແລະ ແກ່ບັນດາຜູ້ທີ່ຮັບຟັງຖ້ອຍຄຳແຫ່ງຄຳທຳນວາຍນີ້, ແລະ ບັນດາຜູ້ທີ່ເຊື່ອຟັງຕາມສິ່ງທີ່ຂຽນໄວ້ໃນພຣະທັມເຫລັ້ມນີ້, ເພາະວ່າເວລານັ້ນໃກ້ເຂົ້າມາແລ້ວ.
\s5
\v 4 ຈາກໂຢຮັນ, ເຖິງຄຣິສຕະຈັກທັງເຈັດໃນແຂວງເອເຊຍ: ຂໍໃຫ້ທ່ານທັງຫລາຍໄດ້ຮັບພຣະຄຸນ ແລະ ສັນຕິສຸກຈາກພຣະອົງຜູ້ຊົງດຳຣົງຢູ່, ຜູ້ໄດ້ດຳຣົງຢູ່ ແລະ ຜູ້ທີ່ຈະສະເດັດມາ, ແລະຈາກພຣະວິນຍານທັງເຈັດທີ່ຢູ່ຕໍ່ໜ້າພຣະທີ່ນັ່ງຂອງພຣະອົງ,
\v 5 ແລະ ຈາກພຣະເຢຊູຄຣິດເຈົ້າ, ຜູ້ຊົງເປັນພະຍານທີ່ສັດຊື່ ແລະ ຊົງເປັນຜູ້ທຳອິດທີ່ໄດ້ເປັນຂຶ້ນມາຈາກຕາຍ, ແລະ ເປັນຜູ້ຊົງຄອບຄອງເຫນືອບັນດາກະສັດໃນໂລກ. ແຕ່ພຣະອົງຊົງຮັກພວກເຮົາ ແລະໄດ້ປົດປ່ອຍພວກເຮົາຈາກຄວາມບາບ ດ້ວຍພຣະໂລຫິດຂອງພຣະອົງ.
\v 6 ພຣະອົງຊົງຕັ້ງເຮົາໃຫ້ເປັນອານາຈັກຫນຶ່ງ ແລະ ເປັນພວກປະໂລຫິດຂອງພຣະເຈົ້າ ແລະ ພຣະບິດາຂອງພຣະອົງ ຂໍພຣະກຽດ ແລະ ຣິດທານຸພາບຈົ່ງເປັນຂອງພຣະເຢຊູຄຣິດເຈົ້າຕະຫລອດໄປເປັນນິດເຖີ້ນ. ອາແມນ.
\s5
\v 7 ເບິ່ງແມ, ພຣະອົງກຳລັງສະເດັດມາເທິງເມກ; ຕາທຸກດວງຈະເຫັນພຣະອົງ, ລວມເຖິງຄົນທັງຫລາຍທີ່ແທງພຣະອົງຈະເຫັນພຣະອົງເຫມືອນກັນ. ມະນຸດທຸກເຜົ່າພັນທົ່ວໂລກຈະຮ້ອງໄຫ້ຮໍ່າໄຮເພາະພຣະອົງ. ຈະເປັນໄປຢ່າງນັ້ນ, ອາແມນ.
\v 8 "ເຮົາເປັນອາລະຟາ ແລະ ໂອເມຄາ," ພຣະຜູ້ເປັນເຈົ້າຊົງກ່າວວ່າ, "ຜູ້ຊົງເປັນຢູ່, ຜູ້ເຄີຍເປັນຢູ່ ແລະ ຜູ້ທີ່ຈະສະເດັດມາ ຜູ້ຊົງຣິດອຳນາດຍິ່ງໃຫຍ່ສູງສຸດ.
\s5
\v 9 ຂ້າພຣະເຈົ້າ, ຄືໂຢຮັນພີ່ນ້ອງຂອງທ່ານທັງຫລາຍ ແລະ ຜູ້ມີສ່ວນຮ່ວມໃນຄວາມຍາກລຳບາກ ແລະ ໃນຣາຊອານາຈັກ ແລະ ໃນຄວາມພຽນອົດທົນຊຶ່ງເປັນປະສົບການໃນອົງພຣະເຢຊູຄຣິດເຈົ້າ ຂ້າພຣະເຈົ້າຢູ່ທີ່ເກາະປາຕາໂມເພາະເຫດພຣະຄັມຂອງພຣະເຈົ້າ ແລະ ຄຳພະຍານກ່ຽວກັບພຣະເຢຊູເຈົ້າ.
\v 10 ຂ້າພຣະເຈົ້າໄດ້ຢູ່ໃນພຣະວິນຍານໃນວັນຂອງອົງພຣະຜູ້ເປັນເຈົ້າ. ຂ້າພຣະເຈົ້າໄດ້ຍິນພຣະສຸຣະສຽງດັງເຫມືອນຢ່າງສຽງແກມາຈາກເບື້ອງຫລັງຂອງຂ້າພຣະເຈົ້າ.
\v 11 ໄດ້ກ່າວວ່າ "ຈົ່ງຂຽນສິ່ງທີ່ທ່ານເຫັນລົງໄປໃນປຶ້ມ, ແລະ ສົ່ງໄປໃຫ້ຄຣິສຕະຈັກທັງເຈັດ ຄືຄຣິສຕະຈັກທີ່ເມືອງເອເຟໂຊ, ເມືອງຊະມີນາ, ເມືອງເປຄາໂມ, ເມືອງທົວເຕຣາ, ເມືອງຊາເດ, ເມືອງຟີລາເດັນເຟັຍ ແລະເມືອງລາວດີເກອາ".
\s5
\v 12 ແລ້ວຂ້າພຣະເຈົ້າກໍ່ຫັນກັບມາເບິ່ງວ່າເປັນພຣະສຸຣະສຽງຂອງຜູ້ໃດກ່າວກັບຂ້າພຣະເຈົ້າ ແລະ ເມື່ອຫັນກັບມາແລ້ວຂ້າພຣະເຈົ້າກໍ່ເຫັນຄັນຕະກຽງເປັນຄຳເຈັດອັນ
\v 13 ໃນທ່າມກາງຄັນຕະກຽງເຫລົ່ານັ້ນມີຜູ້ຫນຶ່ງເຫມືອນບຸດມະນຸດ ນຸ່ງເສື້ອລ່າມກວມຕີນ ແລະ ມີຜ້າບ່ຽງຄຳຄຽນເອິກຂອງພຣະອົງ.
\s5
\v 14 ຫົວ ແລະ ຜົມຂອງພຣະອົງຂາວເຫມືອນຂົນແກະສີຂາວ - ເຫມືອນດັ່ງຫິມະ, ຕາຂອງພຣະອົງເຫມືອນດັ່ງແປວໄຟ.
\v 15 ຕີນຂອງພຣະອົງເຫລື້ອມເຫມືອນດັ່ງທອງເຫລືອງກ້ຽງ ທີ່ຖືກຫລອມໃຫ້ບໍຣິສຸດໃນເຕົາຫລອມແລ້ວ, ແລະ ສຽງຂອງພຣະອົງເຫມືອນດັ່ງສຽງນໍ້າຕົກຕາດໃຫຍ່.
\v 16 ພຣະອົງຊົງຖືດວງດາວເຈັດດວງໄວ້ໃນມືຂວາຂອງພຣະອົງ ແລະ ມີດາບສອງຄົມອອກມາຈາກປາກຂອງພຣະອົງ ໃບໜ້າຂອງພຣະອົງເຫລື້ອມເຫມືອນດັ່ງຕາເວັນທີ່ສ່ອງແສງແຮງກ້າທີ່ສຸດ.
\s5
\v 17 ເມື່ອຂ້າພຣະເຈົ້າເຫັນພຣະອົງ, ຂ້າພຣະເຈົ້າກໍ່ລົ້ມລົງໃກ້ຕີນຂອງພຣະອົງເຫມືອນດັ່ງຄົນຕາຍ. ແຕ່ພຣະອົງຊົງວາງມືເທິງຕົວຂອງຂ້າພະເຈົ້າ ແລະ ໄດ້ກ່າວວ່າ "ຢ່າຢ້ານເລີຍ ເຮົາເປັນຜູ້ຕົ້ນ ແລະ ເປັນຜູ້ປາຍ,
\v 18 ແລະ ເປັນຜູ້ມີຊີວິດຢູ່. ເຮົາໄດ້ຕາຍແລ້ວ, ແຕ່ເບິ່ງແມ, ເຮົາຍັງມີຊິີວິດຢູ່ຕະຫລອດໄປເປັນນິດ! ແລະ ເຮົາຖືລູກກະແຈແຫ່ງຄວາມຕາຍ ແລະ ແດນມໍຣະນາ.
\s5
\v 19 ສະນັ້ນ ຈົ່ງຂຽນສິ່ງທີ່ເຈົ້າເຫັນແລ້ວ, ຄືສິ່ງທີ່ກຳລັງເປັນຢູ່ໃນຂະນະນີ້, ແລະ ສິ່ງທີ່ຈະເກີດຂຶ້ນຫລັງຈາກນີ້.
\v 20 ນີ້ແມ່ນຄວາມເລິກລັບຂອງດາວທັງເຈັດດວງຊຶ່ງເຈົ້າເຫັນໃນມືຂວາຂອງເຮົາ ແລະ ຄັນຕະກຽງເປັນຄຳທັງເຈັດອັນນັ້ນກໍຄື ດາວເຈັດດວງໄດ້ແກ່ບັນດາທູດສະຫວັນແຫ່ງຄຣິສຕະຈັກທັງເຈັດ ແລະ ຄັນຕະກຽງຄຳເຈັດອັນນັ້ນກໍ່ຄື: ຄຣີສຕະຈັກທັງເຈັດ."
\s5
\c 2
\cl ບົດທີ 2
\p
\v 1 "ຈົ່ງຂຽນເຖິງທູດສະຫວັນຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງເອເຟໂຊວ່າ: 'ພຣະອົງຜູ້ຊົງຖືດາວທັງເຈັດດວງໄວ້ໃນພຣະຫັດຂວາ ແລະ ຊົງດຳເນີນຢູ່ທ່າມກາງຄັນຕະກຽງທອງຄຳທັງເຈັດນັ້ນກ່າວດັ່ງນີ້່,
\v 2 ວ່າ "ເຮົາຮູ້ຈັກການກະທຳຂອງເຈົ້າ ແລະເຮົາຮູ້ຈັກພາຣະກິດອັນຍາກລຳບາກ ແລະ ຄວາມພຽນອົດທົນຂອງເຈົ້າ ເຮົາຮູ້ວ່າເຈົ້າບໍ່ຍອມທົນຕໍ່ພວກຄົນຊົ່ວຮ້າຍ ເຮົາຮູ້ວ່າເຈົ້າໄດ້ທົດສອບພວກທີ່ອ້າງຕົນວ່າເປັນອັກຄະສາວົກ ແຕ່ບໍ່ເປັນຄວາມຈິງ ແລະ ເຈົ້າກໍ່ພົບວ່າພວກເຂົາເປັນຄົນຂີ້ຕົວະ.
\s5
\v 3 ເຮົາຮູ້ວ່າພວກເຈົ້າມີຄວາມອົດທົນ ແລະພວກເຈົ້າຕ້ອງທົນທຸກຢ່າງຫລວງຫລາຍເພາະນາມຂອງເຮົາ ແລະບໍ່ໄດ້ທໍ້ຖ້ອຍ
\v 4 ແຕ່ເຮົາມີຂໍ້ທີ່ຈະຕິຕຽນພວກເຈົ້າຄື: ເຈົ້າໄດ້ປະຖິ້ມຄວາມຮັກຄັ້ງທຳອິດຂອງເຈົ້າ.
\v 5 ເພາະສະນັ້ນຈົ່ງລະນຶກ ເຖິງສະພາບດັ້ງເດີມທີ່ເຈົ້າຕົກລົງມາແລ້ວນັ້ນ. ຈົ່ງກັບໃຈເສຍໃຫມ່ ແລະ ກະທຳຕາມສິ່ງທີ່ເຈົ້າໄດ້ເຄີຍເຮັດມາໃນຕອນຕົ້ນນັ້ນ ຖ້າບໍ່ດັ່ງນັ້ນເຮົາຈະມາຫາເຈົ້າ ແລະ ເຮົາຈະຍ້າຍຄັນຕະກຽງຂອງເຈົ້າອອກຈາກທີ່ຂອງມັນ ເວັ້ນໄວ້ແຕ່ເຈົ້າຈະກັບໃຈເສຍໃຫມ່.
\s5
\v 6 ແຕ່ວ່າເຈົ້າຍັງມີຂໍ້ດີຢູ່ຄື: ເຈົ້າກຽດຊັງຄວາມປະພຶດຂອງພວກນິໂກລາຍເຕ, ທີ່ເຮົາເອງກໍ່ກຽດຊັງ​ເຫມືອນກັນ.
\v 7 ໃຜມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານກ່າວກັບຄຣິສຕະຈັກທັງຫລາຍ. ຜູ້ໃດທີ່ມີຊັຍຊະນະ ເຮົາຈະໃຫ້ຜູ້ນັ້ນມີສິດກິນຜົນຈາກຕົ້ນໄມ້ແຫ່ງຊີວິດ ທີ່ມີຢູ່ໃນເມືອງສຸຂະເສີມຂອງພຣະເຈົ້າ.
\s5
\v 8 ຈົ່ງຂຽນເຖິງທູດສະຫວັນຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງຊະມີນາວ່າ: 'ເຫລົ່ານີ້ເປັນຖ້ອຍຄຳຈາກພຣະອົງ ທີ່ເປັນຜູ້ຕົ້ນ ແລະ ເປັນຜູ້ປາຍ ຜູ້ຊົງສິ້ນພຣະຊົນແລ້ວ ແລະ ກັບມີຊີວິດອີກຊົງ ກ່າວດັ່ງນີ້:
\v 9 ເຮົາຮູ້ຈັກຄວາມຍາກລຳບາກ ແລະຍາກຈົນຂອງເຈົ້າ, ແຕ່ແທ້ຈິງແລ້ວເຈົ້າກໍຮັ່ງມີ. ເຮົາຮູ້ຈັກການກ່າວຮ້າຍຂອງພວກທີ່ອ້າງຕົົນວ່າເປັນຢິວ, ແຕ່ພວກເຂົາບໍ່ໄດ້ເປັນແທ້ ພວກເຂົາເປັນພັກພວກຂອງມານຊາຕານ.
\s5
\v 10 ຢ່າຢ້ານຄວາມທົນທຸກທີ່ເຈົ້າຈະໄດ້ຮັບນັ້ນ. ເບີ່ງແມ! ມານຮ້າຍກຳລັງຈະຈັບພວກເຈົ້າບາງຄົນໃສ່ຄຸກເພື່ອທົດລອງໃຈພວກເຈົ້າ, ແລະເ ຈົ້າທັງຫລາຍຈະທົນທຸກລຳບາກເປັນເວລາສິບວັນ. ເຈົ້າຈົ່ງສັດຊື່ຈົນເຖິງວັນຕາຍ ແລະ ເຮົາຈະມອບມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ.
\v 11 ໃຜມີຫູຟັງ ກໍ່ໃຫ້ຟັງຂໍ້ຄວາມທີ່ພຣະວິນຍານກ່າວກັບຄຣິສຕະຈັກທັງຫລາຍ. ຜູ້ທີ່ມີຊັຍຊະນະຈະບໍ່ໄດ້ຮັບອັນຕະຣາຍຈາກຄວາມຕາຍຄັ້ງທີສອງເລີຍ.
\s5
\v 12 ຈົ່ງຂຽນເຖິງທູດສະຫວັນຂອງພຣະເຈົ້າໃນຄຣິສຕະຈັກທີ່ເມື່ອງເປຄາໂມວ່າ: 'ເຫລົ່ານີ້ເປັນຖ້ອຍຄຳຈາກພຣະອົງຜູ້ຖືດາບສອງຄົມ:
\v 13 "ເຮົາຮູ້ຈັກທີ່ຢູ່ຂອງເຈົ້າ ຊິ່ງເປັນບັນລັງຂອງຊາຕານຢູ່ທີ່ນັ້ນ, ເຖິງປານນັ້ນເຈົ້າກໍ່ຕັ້ງຫມັ້ນໃນນາມຂອງເຮົາ. ເຮົາຮູ້ຈັກວ່າເຈົ້າບໍ່ໄດ້ປະຕິເສດຄວາມເຊື່ອໃນເຮົາ ເຖິງວ່າໃນເວລາທີ່ ອັນຕິປາຜູ້ເປັນພະຍານທີ່ສັດຊື່ຂອງເຮົາໄດ້ຖືກຂ້າທ່າມກາງພວກເຈົ້າໃນບ່ອນທີ່ມານຊາຕານຢູ່.
\s5
\v 14 ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າບາງຂໍ້ຄື: ທີ່ນັ້ນມີບາງຄົນໃນພວກເຈົ້າຍຶດຖືຄຳສອນຂອງບາລາອາມ ຜູ້ທີ່ໄດ້ສອນບາຫລາກໃຫ້ວາງສິ່ງສະດຸດຕໍ່ຫນ້າເຊື້ອສາຍຂອງອິສະຣາເອນໃຫ້ເຮັດບາບ ຄືຊັກຊວນໃຫ້ພວກເຂົາກິນອາຫານທີ່ບູຊາຮູບເຄົາຣົບແລະ ເຮັດຜິດສິລະທັມທາງເພດລ່ວງປະເວນີ.
\v 15 ເຊັ່ນດຽວກັນ, ມີຄົນໃນພວກເຈົ້າທີ່ຢຶດຄຳສອນຂອງພວກນິໂກລາຍເຕດ້ວຍ.
\s5
\v 16 ເພາະສະນັ້ນຈົ່ງກັບໃຈເສຍໃຫມ່, ຖ້າບໍ່ດັ່ງນັ້ນ ເຮົາຈະມາຫາເຈົ້າໂດຍໄວ, ແລະ ເຮົາຈະຕໍ່ສູ້ກັບຄົນເຫລົ່ານັ້ນດ້ວຍດາບທີ່ອອກຈາກປາກຂອງເຮົາ.
\v 17 ໃຜມີຫູຟັງ ກໍ່ໃຫ້ຟັງຂໍ້ຄວາມທີ່ພຣະວິນຍານກ່າວກັບຄຣິສຕະຈັກທັງຫລາຍ. ສຳລັບຜູ້ທີ່ມີຊັຍຊະນະ, ເຮົາຈະໃຫ້ມານາທີ່ເຊື່ອງໄວ້ ແລະ ຈະໃຫ້ຫີນຂາວທີ່ມີຊື່ໃຫມ່ຈາຣຶກໄວ້ເທິງກ້ອນຫີນນັ້ນ ເປັນຊື່ຊຶ່ງບໍ່ມີໃຜຮູ້ເລີຍນອກຈາກຜູ້ທີ່ໄດ້ຮັບເທົ່ານັ້ນ.
\s5
\v 18 ຈົ່ງຂຽນເຖິງທູດສະຫວັນຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງທົວເຕຣາວ່າ: 'ເຫລົ່ານີ້ເປັນຖ້ອຍຄຳຈາກພຣະບຸດຂອງພຣະເຈົ້າ, ຜູ້ຊົງມີດວງຕາເຫມືອນຢ່າງແປວໄຟ ແລະ ຊົງມີຕີນເຫມືອນດັ່ງທອງເຫລືອງກ້ຽງໄດ້ກ່າວດັ່ງນີ້ວ່າ:
\v 19 "ເຮົາຮູ້ຈັກເຖິງສິ່ງທີ່ເຈົ້າໄດ້ກະທຳໄປ ທັງຄວາມຮັກ ແລະ ຄວາມເຊື່ອ ແລະ ການປະຕິບັດ ແລະຄວາມອົດທົນຂອງເຈົ້າ ແລະ ຮູ້ວ່າສິ່ງທີ່ເຈົ້າໄດ້ເຮັດເມື່ອບໍ່ດົນມານີ້ດີກວ່າສິ່ງທີ່ເຈົ້າໄດ້ເຮັດມາແຕ່ຕອນທຳອິດ.
\s5
\v 20 ແຕ່ເຮົາມີຂໍ້ຕິຕຽນເຈົ້າແດ່ຄື: ເຈົ້າຍອມທົນຟັງຍິງທີ່ຊື່ວ່າເຢເຊເບນ ຜູ້ທີ່ອ້າງຕົນເອງວ່າເປັນຜູ້ປະກາດພຣະຄັມຂອງພຣະເຈົ້າ ນາງສອນແລະລໍ້ລວງບັນດາຜູ້ຮັບໃຊ້ຂອງເຮົາໃຫ້ລ່ວງປະເວນີ ແລະ ກິນອາຫານທີ່ໄດ້ບູຊາຮູບເຄົາຣົບແລ້ວ.
\v 21 ເຮົາໃຫ້ໂອກາດນາງເພື່ອຈະໄດ້ກັບໃຈໃຫມ່, ແຕ່ນາງກໍ່ບໍ່ປະສົງຈະກັບໃຈຈາກການລ່ວງປະເວນີຂອງນາງ.
\s5
\v 22 ເບິ່ງແມ! ເຮົາຈະຖິ້ມນາງລົງໃນຕຽງນອນຂອງຄົນປ່ວຍ, ແລະ ຖິ້ມພວກທີ່ລ່ວງປະເວນີກັບນາງໄວ້ໃນຄວາມລຳບາກຍິ່ງໃຫຍ່, ນອກຈາກວ່າພວກເຂົາຈະກັບໃຈຈາກການປະພຶດຊົ່ວທີ່ພວກເຂົາໄດ້ເຮັດນຳກັນກັບນາງ
\v 23 ເຮົາຈະປະຫານລູກໆຂອງນາງໃຫ້ຕາຍ, ແລ້ວຄຣິສຕະຈັກທັງຫລາຍກໍຈະຮູ້ວ່າເຮົາເປັນຜູ້ກວດສອບຄວາມຄິດ ແລະ ຈິດໃຈຂອງມະນຸດທຸກຄົນ ແລະ ເຮົາຈະໃຫ້ກັບເຈົ້າທັງຫລາຍແຕ່ລະຄົນຕາມຄວາມປະພຶດຂອງພວກເຈົ້າ.
\s5
\v 24 ສຳລັບພວກເຈົ້າທີ່ເຫລືອຢູໃນເມືອງທົວເຕຣາ ຄືຜູ້ບໍ່ຖືຄຳສອນນີ້, ແລະບໍ່ຮູ້ຈັກສິ່ງທີ່ເຂົາເອີ້ນຄວາມລັບເລິກຂອງຊາຕານ ເຮົາຈະບອກແກ່ເຈົ້າວ່າ 'ເຮົາຈະບໍ່ມອບພາຣະອື່ນແກ່ພວກເຈົ້າ ເຖິງຢ່າງໃດກໍ່ດີ
\v 25 ຈົ່ງຢຶດຫມັ້ນສິ່ງທີ່ພວກເຈົ້າມີຢູ່ແລ້ວໄວ້ຈົນກວ່າເຮົາຈະມາ.
\s5
\v 26 ແລະ ຄົນທີ່ມີຊັຍຊະນະ ແລະ ຜູ້ທີ່ໄດ້ກະທຳຕາມສິ່ງທີ່ເຮົາໄດ້ກະທຳຈົນເຖິງທີ່ສຸດ ເຮົາຈະປະທານສິດທິອຳນາດເຫນືອບັນດາປະຊາຊາດກັບເຂົາ.
\v 27 ແລະ ຜູ້ນັ້ນຈະບັງຄັບບັນຊາພວກເຂົາດ້ວຍຄ້ອນເຫລັກເຫມືອນຢ່າງຊ່າງຫມໍ້ດິນທີ່ທຳລາຍຫມໍ້ດິນໃຫ້ແຕກຫມຸ່ນເສຍ.
\v 28 ເຫມືອນຢ່າງທີ່ເຮົາໄດ້ຮັບອຳນາດຈາກພຣະບິດາເຈົ້າຂອງເຮົາແລ້ວ ແລະ ເຮົາຈະມອບດາວເພັກ(ປະຈຳຮຸ່ງອາລຸນ) ໃຫ້ກັບເຂົາດ້ວຍ.
\v 29 ໃຜມີຫູຟັງກໍ່ໃຫ້ຟັງຂໍ້ຄວາມທີ່ພຣະວິນຍານກ່າວກັບຄຣິສຕະຈັກທັງຫລາຍ.
\s5
\c 3
\cl ບົດທີ 3
\p
\v 1 ຈົ່ງຂຽນເຖິງທູດສະຫວັນຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງຊາເດ ວ່າ: 'ເຫລົ່ານີ້ເປັນຖ້ອຍຄຳຂອງພຮະອົງຜູ້ຊົງມີພຣະວິນຍານທັງເຈັດຂອງພຣະເຈົ້າ ແລະ ຊົງມີດາວເຈັດດວງນັ້ນ ກ່າວວ່າ "ເຮົາຮູ້ຈັກເຖິງສິ່ງທີ່ເຈົ້າໄດ້ກະທຳໄປຄື: ເຈົ້າໄດ້ຊື່ວ່າມີຊີວິດຢູ່ເຖິງແມ່ນວ່າເຈົ້າຕາຍແລ້ວກໍຕາມ.
\v 2 ເຈົ້າຈົ່ງຕື່ນຂຶ້ນ ແລະ ຈົ່ງເສີມກຳລັງໃຫ້ກັບສ່ວນທີ່ເຫລືອຢູ່ຊຶ່ງໃກ້ຈະຕາຍແລ້ວນັ້ນ, ເພາະເຮົາພົບວ່າການກະທຳຂອງເຈົ້ານັ້ນຍັງບໍ່ຄົບບໍຣິບູນໃນສາຍຕາຂອງພຣະເຈົ້າຂອງເຮົາ.
\s5
\v 3 ເຫດສະນັ້ນ, ເຈົ້າຈົ່ງລະນຶກເຖິງສິ່ງທີ່ເຈົ້າເຄີຍໄດ້ຮັບ ແລະ ໄດ້ຍິນ. ຈົ່ງເຊື່ອຟັງ, ແລະ ຈົ່ງກັບໃຈໃຫມ່. ເພາະຖ້າເຈົ້າບໍ່ຕື່ນຂຶ້ນ, ເຮົາຈະມາເຫມືອນດັ່ງຂະໂມຍ ແລະເຈົ້າຈະບໍ່ຮູ້ວ່າຍາມໃດເຮົາຈະມາຫາເຈົ້າ.
\v 4 ແຕ່ຍັງມີບາງຄົນໃນພວກເຈົ້າທີ່ເມືອງຊາເດທີ່ບໍ່ໄດ້ເຮັດໃຫ້ເສື້ອຜ້າຂອງຕົນສົກກະປົກ ແລະ ພວກເຂົາຈະເດີນໄປກັບເຮົາ ນຸ່ງຊຸດສີຂາວ ເພາະວ່າເຂົາເປັນຄົນທີ່ເຫມາະສົມ.
\s5
\v 5 ຄົນທີ່ມີຊັຍຊະນະກໍ່ຈະນຸ່ງເສື້ອສີຂາວ, ແລະ ເຮົາຈະບໍ່ລົບຊື່ຂອງເຂົາອອກຈາກຫນັງສືແຫ່ງຊີວິດ, ແລະ ເຮົາຈະຮັບຮອງຊື່ຂອງເຂົາຊ້ອງຫນ້າພຣະບິດາເຈົ້າຂອງເຮົາ, ແລະ ຕໍ່ຫນ້າບັນດາທູດສະຫວັນຂອງພຣະອົງ.
\v 6 ໃຜມີຫູຟັງກໍ່ໃຫ້ຟັງຂໍ້ຄວາມທີ່ພຣະວິນຍານກ່າວກັບຄຣິສຕະຈັກທັງຫລາຍ.
\s5
\v 7 ຈົ່ງຂຽນເຖິງທູດສະຫວັນ ຂອງພຣະເຈົ້າໃນຄຣິສຕະຈັກ ທີ່ເມືອງຟິລາເດັນເຟຍວ່າ: ເຫລົ່ານີ້ຄືຖ້ອຍຄຳຈາກພຣະອົງຜູ້ບໍຣິສຸດ ແລະ ຜູ້ຊົງສັດຈິງ ຜູ້ຊົງຖືລູກກະແຈຂອງດາວິດ, ຜູ້ຊົງເປີດແລ້ວຈະບໍ່ມີຜູ້ໃດປິດໄດ້, ຜູ້ຊົງປິດແລ້ວຈະບໍ່ມີຜູ້ເປີດໄດ້ນັ້ນ ກ່າວດັ່ງນີ້ວ່າ.
\v 8 "ເຮົາຮູ້ຈັກສີ່ງທີເຈົ້າໄດ້ກະທຳໄປ. ເບິ່ງແມ, ເຮົາວາງປະຕູທີ່ເປີດໄວ້ ແລະ ບໍ່ມີໃຜປິດໄດ້ໄວ້ຕໍ່ຫນ້າພວກເຈົ້າ. ເຮົາຮູ້ວ່າເຈົ້າມີກຳລັງພຽງຫນ້ອຍດຽວ ແຕ່ເຖິງປານນັ້ນເຈົ້າກໍ່ຖືຮັກສາຖ້ອຍຄຳຂອງເຮົາ ແລະບໍ່ໄດ້ປະຕິເສດນາມຂອງເຮົາ.
\s5
\v 9 ເບິ່ງແມ! ບັນດາຄົນທີ່ເປັນພັກພວກຂອງມານຊາຕານ, ພວກທີ່ອ້າງວ່າ ພວກເຂົາເປັນຢີວ ແຕ່ບໍ່ແມ່ນຄວາມຈິງ; ພວກເຂົາກຳລັງຂີ້ຕົ໋ວະຢູ່​. ເຮົາຈະເຮັດໃຫ້ພວກເຂົາມາກາບລົງທີ່ຕີນຂອງເຈົ້າ ແລະ ໃຫ້ເຂົາຮູ້ວ່າເຮົາຮັກເຈົ້າ.
\v 10 ເພາະວ່າເຈົ້າຖືຮັກສາຄຳສັ່ງ ຂອງເຮົາດ້ວຍຄວາມອົດທົນ, ເຮົາຈະເຝົ້າຮັກສາເຈົ້າໃຫ້ພົ້ນຈາກຊ່ວງເວລາແຫ່ງການທົດລອງຊຶ່ງຈະມາເຖິງຄົນທົ່ວທັງໂລກ, ເພື່ອຈະທົດລອງຄົນທັງຫລາຍທີ່ຢູ່ໃນໂລກ.
\v 11 ເຮົາຈະມາໄວໆນີ້. ຈົ່ງຢຶດຫມັ້ນໃນສິ່ງທີ່ເຈົ້າມີຢູ່ນັ້ນ ເພື່ອວ່າຈະບໍ່ໃຫ້ໃຜຊີງເອົາມົງກຸດແຫ່ງຊັຍຊະນະຂອງເຈົ້າໄປຈາກເຈົ້າໄດ້.
\s5
\v 12 ເຮົາຈະຕັ້ງຜູ້ທີ່ຊັຍຊະນະ ໃຫ້ເປັນເສົາຫລັກຢູ່ໃນພຣະວິຫານຂອງພຣະເຈົ້າຂອງເຮົາ ແລະ ເຂົາຈະບໍ່ອອກໄປຈາກພຣະວິຫານອີກເລຍ ເຮົາຈະຈາຣຶກພຣະນາມແຫ່ງພຣະເຈົ້າຂອງເຮົາໄວ້ເທິງຕົວເຂົາ ແລະຊື່ເມືອງຂອງພຣະເຈົ້າຂອງເຮົາ (ຄືນະຄອນເຢຣູຊາເລັມໃຫມ່, ທີ່ລົງມາຈາກສະຫວັນຈາກພຣະເຈົ້າຂອງເຮົາ), ແລະ ນາມໃຫມ່ຂອງເຮົາດ້ວຍ.
\v 13 ໃຜມີຫູຟັງກໍ່ໃຫ້ຟັງຂໍ້ຄວາມ ທີ່ພຣະວິນຍານກ່າວກັບຄຣິສຕະຈັກທັງຫລາຍ.
\s5
\v 14 ຈົ່ງຂຽນເຖິງທູດສະຫວັນຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງລາວດີເກອາວ່າ: 'ເຫລົ່ານີ້ເປັນຖ້ອຍຄຳຂອງພຣະອົງຜູ້ເປັນອາແມນ, ພຣະອົງຊົງເປັນພະຍານທີ່ສັດຊື່ ແລະ ຍຸດຕິທັມຊົງເປັນຜູ້ຄອບຄອງເຫນືອສິ່ງສາຣະພັດທີ່ພຣະເຈົ້າຊົງສ້າງນັ້ນ, ກ່າວວ່າ
\v 15 ເຮົາຮູ້ເຖິງສິ່ງທີ່ເຈົ້າໄດ້ເຮັດໄປ ຄືວ່າເຈົ້າບໍ່ເຢັນ ແລະ ບໍ່ຮ້ອນ ເຮົາຢາກໃຫ້ເຈົ້າເຢັນ ຫລື ຮ້ອນ!
\v 16 ເພາະວ່າເຈົ້າເປັນແຕ່ອຸ່ນໆ ບໍ່ເຢັນ ແລະ ບໍ່ຮ້ອນດັ່ງນັ້ນເຮົາຈະຄາຍເຈົ້າອອກຈາກປາກຂອງເຮົາເສຍ.
\s5
\v 17 ເພາະເຈົ້າເວົ້າວ່າ ຂ້ອຍຮັ່ງມີ, ຂ້ອຍມີຊັບສົມບັດຫລວງຫລາຍ, ແລະ ຂ້ອຍບໍ່ຕ້ອງການສິ່ງໃດເລີຍ. ແຕ່ເຈົ້າບໍ່ຮູ້ບໍ່ວ່າເຈົ້າເປັນຄົນທຸກໄຮ້ເຂັນໃຈ, ເປັນຄົນຫນ້າສົງສານຊ່ຳໃດ, ເຈົ້າຍາກຈົນ, ຕາບອດ, ແລະ ເປືອຍກາຍຢູ່.
\v 18 ຈົ່ງຟັງຄຳແນະນຳຂອງເຮົາ: ໃຫ້ໄປຊື້ຄຳທີ່ຫລອມດ້ວຍໄຟຈາກເຮົາ ເພື່ອເຈົ້າຈະໄດ້ຮັ່ງມີ, ແລະໃຫ້ຊື້ເສື້ອຜ້າສີຂາວສົດໃສເພື່ອຈະໄດ້ນຸ່ງໃຫ້ພົ້ນຈາກຄວາມອັບອາຍທີ່ຕ້ອງເປືອຍກາຍ, ແລະ ຊື້ຢາມາຢອດຕາຂອງເຈົ້າເພື່ອເຈົ້າຈະໄດ້ເຫັນຮຸ່ງ.
\s5
\v 19 ເຮົາແອບສອນທຸກຄົນທີ່ເຮົາຮັກ, ແລະ ເຮົາສອນວ່າພວກເຂົາຄວນມີຊິວິດແນວໃດ. ເພາະສະນັ້ນ, ຈົ່ງມີຄວາມກະຕືລືລົ້ນ ແລະ ກັບໃຈໃຫມ່.
\v 20 ເບີ່ງແມ, ເຮົາຢືນເຄາະຢູ່ທີ່ປະຕູ. ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ ແລະ ເປີດປະຕູ, ເຮົາຈະເຂົ້າໄປໃນບ້ານຂອງເຂົາ ແລະ ຈະຮັບປະທານອາຫານຮ່ວມກັບເຂົາ, ແລະເຂົາຈະຮັບປະທານອາຫານຮ່ວມກັບເຮົາ.
\s5
\v 21 ບຸກຄົນທີ່ຊັຍຊະນະ, ເຮົາຈະໃຫ້ເຂົາມີສິດທິນັ່ງກັບເຮົາເທິງພຣະທີ່ນັ່ງຂອງເຮົາ ເຫມືອນຢ່າງທີ່ເຮົາມີຊັຍຊະນະແລ້ວ, ແລະໄດ້ນັ່ງກັບພຣະບິດາເຈົ້າຂອງເຮົາເທິງບັນລັງຂອງພຣະອົງ.
\v 22 ໃຜມີຫູຟັງກໍ່ໃຫ້ຟັງຂໍ້ຄວາມທີ່ພຣະວິນຍານໄດ້ກ່າວກັບຄຣິສຕະຈັກທັງຫລາຍ.
\s5
\c 4
\cl ບົດທີ 4
\p
\v 1 ຫລັງຈາກນັ້ນ ຂ້າພຣະເຈົ້າກໍໄດ້ເຫັນນິມິດຢ່າງຫນຶ່ງເຫັນປະຕູທີ່ເປີດອອກຢູ່ໃນສະຫວັນ. ແລະ ພຣະສຸຣະສຽງທຳອິດ ທີ່ຂ້າພຣະເຈົ້າໄດ້ຍິນກ່າວ ກັບຂ້າພຣະເຈົ້າ ເຫມືອນຢ່າງສຽງແກວ່າ "ຈົ່ງຂຶ້ນມາທີ່ນີ້ ແລະ ເຮົາຈະສະແດງໃຫ້ເຈົ້າເຫັນສິ່ງທີ່ຈະຕ້ອງເກີດຂື້ນໃນພາຍຫນ້າ."
\v 2 ໃນທັນໃດນັ້ນຂ້າພຣະເຈົ້າກໍ່ຢູ່ໃນພຣະວິນຍານ, ແລະ ຂ້າພຣະເຈົ້າໄດ້ເຫັນຣາຊບັນລັງຕັ້ງຢູ່ໃນສະຫວັນ, ແລະ ມີທ່ານຜູ້ຫນຶ່ງປະທັບເທິງພຣະທີ່ນັ່ງນັ້ນ.
\v 3 ໃບຫນ້າຂອງພຣະອົງເປັນແກ້ວມະນີໂຊດ ແລະ ແກ້ວພິລາ. ອ້ອມຮອບບັນລັງນ້້ນມີຮຸ້ງກິນນໍ້າສີຄ້າຍຄືແສງແກ້ວມໍຣະກົດ.
\s5
\v 4 ອ້ອມຮອບພຣະທີ່ນັ່ງນັ້ນມີບັນລັງອີກຊາວສີ່ບັນລັງ, ມີຜູ້ອາວຸໂສຊາວສີ່ທ່ານນັ່ງຢູ່ເທິງບັນລັງເຫລົ່ານັ້ນ, ນຸ່ງເສື້ອລ່າມສີຂາວ, ແລະ ສວມມົງກຸດຄຳເທິງຫົວຂອງພວກເພິ່ນ.
\v 5 ຈາກບັນລັງນັ້ນມີຟ້າແມບເຫລື້ອມທັງສຽງຟ້າຮ້ອງດັງສະຫນັ່ນຢູ່ບໍ່ຂາດ. ຕໍ່ຫນ້າບັນລັງມີຕະກຽງໄຕ້ໄວ້ຢູ່ເຈັດໜ່ວຍ, ເຊິ່ງແມ່ນວິນຍານທັງເຈັດຂອງພຣະເຈົ້າ.
\s5
\v 6 ຕໍ່ຫນ້າພຣະທີ່ນັ່ງນັ້ນເປັນເຫມືອນຢ່າງທະເລແກ້ວມະນີ. ໃນລະຫວ່າງກາງບັນລັງແລະ ອ້ອມຮອບບັນລັງນັ້ນ ມີສິ່ງທີ່ມີຊີວິດສີ່ໂຕ, ທີ່ມີຕາເຕັມໂຕທັງຂ້າງຫນ້າ ແລະຂ້າງຫລັງ.
\s5
\v 7 ສິ່ງທີ່ມີຊີວິດຕົນທີ່ຫນຶ່ງເຫມືອນສິງ, ຕົນທີສອງນັ້ນເຫມືອນງົວນ້ອຍ, ຕົນທີສາມນັ້ນມີຫນ້າເຫມືອນມະນຸດ, ຕົນທີສີ່ເຫມືອນນົກອິນຊີທີ່ກຳລັງບິນຢູ່.
\v 8 ສິ່ງມີຊີວິດທັງສີ່ຕົນ ແຕ່ລະຕົນມີປີກຫົກປີກ ແລະ ມີຕາເຕັມທັງຂ້າງນອກ ແລະ ຂ້າງໃນ ແລະ ພວກເພິ່ນຮ້ອງຕະຫລອດເວັນ ແລະ ຄືນຢ່າງບໍ່ເຊົາບໍ່ຂາດວ່າ "ບໍຣິສຸດ ບໍຣິສຸດ ບໍຣິສຸດ ຄືອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່ ອົງທີ່ໄດ້ດຳຣົງຢູ່, ອົງທີ່ດຳຣົງຢູ່, ແລະ ອົງທີ່ຈະສະເດັດມາ."
\s5
\v 9 ເມື່ອໃດກໍ່ຕາມສິ່ງທີ່ມີຊີວິດເຫລົ່ານັ້ນເປັ່ງສຽງຍົກຍ້ອງສະຫງ່າຣາສີ, ພຣະກຽດ, ແລະ ຂອບພຣະຄຸນແກ່ພຣະອົງຜູ້ປະທັບເທິງຣາຊບັນລັງ ແລະ ຜູ້ຊົງມີພຣະຊົນຢູ່ຕະຫລອດໄປເປັນນິດນັ້ນ,
\v 10 ຜູ້ອາວຸດໂສທັງຊາວສີ່ທ່ານກໍ່ຂາບລົງຊ້ອງຫນ້າພຣະອົງຜູ້ປະທັບເທິງຣາຊບັນລັງນັ້ນ ນະມັດສະການພຣະອົງຜູ້ຊົງພຣະຊົນຢູ່ຕະຫລອດໄປເປັນນິດ ແລະ ຖອດມົງກຸດອອກວາງຕໍ່ຫນ້າຣາຊບັນລັງຮ້ອງວ່າ,
\v 11 "ຂ້າແດ່ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຂອງຂ້ານ້ອຍທັງຫລາຍພຣະອົງສົມຄວນທີ່ຈະໄດ້ຮັບສະຫງ່າຣາສີ ພຣະກຽດ ແລະ ຣິດອຳນາດ ດ້ວຍວ່າພຣະອົງໄດ້ສ້າງສັພະທຸກສິ່ງທັງປວງຂຶ້ນແລ້ວໂດຍພຣະປະສົງ ແລະ ສັພະທຸກສິ່ງເຫລົ່ານີ້ກໍ່ດຳຣົງຢູ່ ແລະ ມີຊີວິດຢູ່."
\s5
\c 5
\cl ບົດທີ 5
\p
\v 1 ແລະ ໃນມືຂວາຂອງພຣະອົງຜູ້ປະທັບເທິງບັນລັງນັ້ນ, ຂ້າພຣະເຈົ້າເຫັນຫນັງສືມ້ວນຫນຶ່ງ ທີ່ມີຄຳຂຽນໄວ້ທັງຂ້າງໃນ ແລະຂ້າງນອກ. ຊຶ່ງມີຕຣາປະທັບທັງເຈັດດວງ.
\v 2 ຂ້າພຣະເຈົ້າໄດ້ເຫັນທູດສະຫວັນທີ່ມີຣິດຕົນຫນຶ່ງ ປະກາດດ້ວຍສຽງດັງວ່າ "ໃຜເປັນຜູ້ສົມຄວນເປີດຫນັງສືມ້ວນນີ້ ແລະ ແກະຕຣາປະທັບນັ້ນອອກ?
\s5
\v 3 ບໍ່ມີຜູ້ໃດໃນສະຫວັນ ຫລື ເທິງແຜ່ນດິນໂລກ ຫລື ໃຕ້ແຜ່ນດິນໂລກທີ່ສາມາດເປີດຫນັງສືມ້ວນນັ້ນອອກ ຫລືອ່ານຫນັງສືນັ້ນໄດ້.
\v 4 ແລ້ວຂ້າພຣະເຈົ້າກໍຮ້ອງໃຫ້ຢ່າງຂົ່ມຂື່ນເພາະບໍ່ມີຜູ້ໃດສົມຄວນເປີດຫນັງສືມ້ວນນັ້ນອອກອ່ານໄດ້.
\v 5 ແລ້ວມີທ່ານຜູ້ຫນຶ່ງໃນພວກຜູ້ອາວຸໂສບອກກັບຂ້າພຣະເຈົ້າວ່າ "ຢ່າຮ້ອງໄຫ້ເລີຍ ເບິ່ງແມ! ສິງແຫ່ງເຜົ່າຢູດາ ຊຶ່ງເປັນຮາກເຫງົ້າຂອງດາວິດ ຊົງມີຊັຍຊະນະແລ້ວ ພຣະອົງຈຶ່ງຊົງສາມາດເປີດຫນັງສື ແລະ ແກະຕຣາທັງເຈັດດວງໄດ້."
\s5
\v 6 ຂ້າພຣະເຈົ້າໄດ້ເຫັນພຣະເມສານ້ອຍຢືນຢູ່ລະຫວ່າງບັນລັງກັບສິ່ງທີ່ມີຊີວິດທັງສີ່ຕົນ ແລະ ທ່າມກາງພວກຜູ້ອາວຸໂສ. ພຣະເມສານ້ອຍນີ້ເບິ່ງຄືວ່າຖືກຂ້າແລ້ວ. ພຣະເມສານ້ອຍນັ້ນມີເຂົາເຈັດເຂົາ ແລະ ມີດວງຕາເຈັດດວງ; ເຊິ່ງເປັນພຣະວິນຍານທັງເຈັດຂອງພຣະເຈົ້າທີ່ຖືກສົ່ງອອກໄປທົ່ວແຜ່ນດິນໂລກ.
\v 7 ພຣະເມສານ້ອຍຊົງເຂົ້າມາ ແລະ ຊົງຮັບມ້ວນຫນັງສືຈາກມືຂວາຂອງພຣະອົງຜູ້ປະທັບເທິງບັນລັງນັ້ນ.
\s5
\v 8 ເມື່ອພຣະເມສານ້ອຍຮັບຫນັງສືມ້ວນນັ້ນແລ້ວ, ສິ່ງມີຊີວິດທັງສີ່ ແລະ ຜູ້ອາວຸໂສຊາວສີ່ທ່ານນັ້ນ ກໍ່ຂາບລົງທີ່ຕີນຂອງພຣະເມສານ້ອຍນັ້ນແຕ່ລະຄົນຖືພິນ ແລະຂັນຄຳທີ່ບັນຈຸເຄື່ອງຫອມ ຊຶ່ງເປັນຄຳອະທິຖານຂອງບັນດາຜູ້ເຊື່ອ.
\s5
\v 9 ພວກເຂົາຮ້ອງເພງບົດໃຫມ່ວ່າ: "ພຣະອົງຊົງເປັນຜູ້ສົມຄວນຈະຮັບຫນັງສືມ້ວນ ແລະ ຊົງແກະຕຣາປະທັບຫນັງສືນັ້ນອອກ. ເພາະພຣະອົງຊົງຖືກຂ້າແລ້ວ, ແລະ ຊົງໄຖ່ຄົນດ້ວຍພຣະໂລຫິດເພື່ອຖວາຍພຣະເຈົ້າ ຄືຄົນຈາກທຸກເຜົ່າ ທຸກພາສາ, ທຸກຊົນຊາດ ແລະ ທຸກປະຊາຊາດ.
\v 10 ພຣະອົງຊົງເຮັດໃຫ້ເຂົາເປັນອານາຈັກ ແລະ ເປັນປະໂລຫິດເພື່ອຮັບໃຊ້ພຣະເຈົ້າຂອງເຮົາ ແລະພວກເຂົາເຫລົ່ານັ້ນຈະໄດ້ຄອບຄອງເທິງແຜ່ນດິນໂລກ."
\s5
\v 11 ແລ້ວຂ້າພຣະເຈົ້າກໍ່ໄດ້ເຫັນ ແລະ ໄດ້ຍິນສຽງຂອງຝູງທູດສະຫວັນຢ່າງຫລວງຫລາຍເປັນໂກດໆແສນໆຢູ່ຮອບພຣະຣາຊບັນລັງ ອ້ອມຮອບສິ່ງມີຊີວິດທັງສີ່ ແລະ ອ້ອມຮອບບັນດາຜູ້ອາວຸໂສນັ້ນ.
\v 12 ພວກເຂົາຮ້ອງສຽງດັງວ່າ "ພຣະເມສານ້ອຍຜູ້ຖືກຂ້າແລ້ວນັ້ນ ຊົງສົມຄວນໄດ້ຮັບຣິດອຳນາດ, ຊັບສົມບັດ, ສະຕິປັນຍາ, ພະລັງອຳນາດ, ກຽດສັກສີ, ສະຫງ່າຣາສີ ແລະ ຄຳສັນຣະເສີນ."
\s5
\v 13 ແລ້ວຂ້າພຣະເຈົ້າໄດ້ຍິນສຽງສິ່ງຊົງສ້າງທັງໝົດ ທັງໃນສະຫວັນ ແລະ ເທິງແຜ່ນດີນໂລກ ແລະ ໃຕ້ແຜ່ນດິນໂລກ ໃນມະຫາສະຫມຸດ, ທຸກສິ່ງຊຶ່ງຢູ່ໃນທີ່ນັ້ນຮ້ອງວ່າ "ຂໍໃຫ້ຄຳສັນຣະເສີນ, ກຽດສັກສີ, ສະຫງ່າຣາສີ, ແລະອຳນາດທີ່ຈະຄອບຄອງ ຈົ່ງມີແກ່ພຣະອົງຜູ້ຊົງປະທັບເທິງຣາຊບັນລັງ ແລະ ແກ່ພຣະເມສານ້ອຍຕະລອດໄປເປັນນິດເຖີ້ນ."
\v 14 ແລະສິ່ງມີຊີວິດທັງສີ່ນັ້ນກໍ່ຮ້ອງວ່າ "ອາແມນ!" ແລະບັນດາຜູ້ອາວຸໂສກໍ່ຂາບລົງ ແລະ ນະມັດສະການ.
\s5
\c 6
\cl ບົດທີ 6
\p
\v 1 ແລະຂ້າພຣະເຈົ້າເຫັນພຣະເມສານ້ອຍແກະຕຣາປະທັບດວງທີຫນຶ່ງໃນເຈັດດວງນັ້ນ, ແລະຂ້າພຣະເຈົ້າໄດ້ຍິນສິ່ງມີຊີວິດຕົນທີຫນຶ່ງໃນສີ່ໂຕນັ້ນຮ້ອງສຽງດັງເຫມືອນຢ່າງສຽງຟ້າຮ້ອງວ່າ "ມາ!"
\v 2 ຂ້າພຣະເຈົ້າກໍ່ເບິ່ງ ແລະ ມີມ້າສີຂາວຕົວຫນຶ່ງອອກມາ. ຜູ້ທີ່ຂີ່ມ້າຕົວນັ້ນຖືລູກທະນູ, ແລະ ທ່ານໄດ້ຮັບມົງກຸດ ແລ້ວທ່ານກໍ່ອອກໄປຢ່າງຜູ້ມີຊັຍ ແລະ ເພື່ອກຳເອົາຊັຍຊະນະ.
\s5
\v 3 ເມື່ອພຣະເມສານ້ອຍຊົງແກະຕຣາປະທັບດວງທີສອງ, ຂ້າພຣະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສອງຮ້ອງວ່າ "ມາ!"
\v 4 ແລະ ມ້າອີກຕົວຫນຶ່ງອອກມາເປັນມ້າສີແດງເຂັ້ມຜູ້ທີ່ຂີ່ມ້າຕົວນີ້ໄດ້ຮັບມອບຫມາຍໃຫ້ເອົາສັນຕິສຸກໄປຈາກແຜ່ນດິນໂລກ, ເພື່ອໃຫ້ມະນຸດທັງປວງສູ້ຮົບຂ້າຟັນກັນ ແລະ ທ່ານຜູ້ນີ້ໄດ້ຮັບມອບດາບໃຫຍ່ດວງຫນຶ່ງ.
\s5
\v 5 ເມື່ອພຣະເມສານ້ອຍແກະຕຣາປະທັບດວງທີ່ສາມ ຂ້າພຣະເຈົ້າກໍ່ໄດ້ຍິນສິ່ງທີ່ມີຊີວິດຕົນທີສາມຮ້ອງວ່າ "ມາ!" ແລ້ວຂ້າພຣະເຈົ້າເຫັນມ້າສີດຳຕົວຫນຶ່ງ ແລະ ຜູ້ທີ່ຂີ່ມ້າຕົວນີ້ຖືຕາຊັ່ງ
\v 6 ແລ້ວຂ້າພຣະເຈົ້າກໍ່ໄດ້ຍິນສຽງເຫມືອນຢ່າງສຽງເວົ້າດັງອອກມາຈາກທ່າມກາງສິ່ງມີຊີວິດທັງສີ່ນັ້ນວ່າ "ເຂົ້າບາເລລິດຫນຶ່ງຕໍ່ແຮງງານມື້ຫນຶ່ງ ແລະເຂົ້າເດືອຍສາມລິດຕໍ່ແຮງງານມື້ຫນຶ່ງ. ແຕ່ຢ່າເຮັດໃຫ້ນໍ້າມັນຫມາກກອກ ແລະ ເຫລົ້າອະງຸ່ນເສຍຫາຍ."
\s5
\v 7 ເມື່ອພຣະເມສານ້ອຍແກະຕຣາປະທັບດວງທີສີ່, ຂ້າພຣະເຈົ້າກໍ່ໄດ້ຍິນສຽງສິ່ງມີຊີວິດຕົນທີສີ່ຮ້ອງວ່າ "ມາ!"
\v 8 ແລ້ວຂ້າພຣະເຈົ້າເຫັນມ້າສີຂຽວອ່ອນຕົວຫນຶ່ງ ຜູ້ທີ່ຂີ່ມ້ານີ້ມີຊື່ວ່າມັດຈຸຣາດ ແລະ ແດນມໍຣະນາກໍ່ຕິດຕາມມາດ້ວຍ ພຣະອົງຊົງໃຫ້ທັງສອງນີ້ມີອຳນາດເຫນືອແຜ່ນດິນໂລກຫນຶ່ງໃນສີ່ສ່ວນ ທີ່ຈະທຳລາຍດ້ວຍຄົມດາບ ດ້ວຍຄວາມອຶດຢາກ ດ້ວຍໂຣກລະບາດ ແລະ ດ້ວຍສັດຮ້າຍແຫ່ງແຜ່ນດິນ.
\s5
\v 9 ເມື່ອພຣະເມສານ້ອຍແກະຕຣາປະທັບດວງທີຫ້າ, ຂ້າພຣະເຈົ້າກໍເຫັນດວງວິນຍານທີ່ໄຕ້ແທ່ນບູຊາ ເຊິ່ງເປັນວິນຍານຂອງຄົນທັງຫລາຍທີ່ຖືກຂ້າເພາະປະກາດພຣະຄັມຂອງພຣະເຈົ້າ ແລະ ເພາະຄຳພະຍານທີ່ເຂົາຢຶດຖືນັ້ນ.
\v 10 ເຂົາທັງຫລາຍຮ້ອງສຽງດັງວ່າ "ຂ້າແດ່ທ່ານຜູ້ປົກຄອງສູງສຸດ, ຜູ້ບໍຣິສຸດ ແລະ ສັດຊື່ ອີກດົນປານໃດພຣະອົງ ຈຶ່ງຈະຊົງພິພາກສາຄົນທີ່ຢູ່ເທິງແຜ່ນດິນໂລກ ແລະ ແກ້ແຄ້ນແທນເລືອດຂອງພວກຂ້ານ້ອຍ?"
\v 11 ແລ້ວພຣະອົງປຣະທານເສື້ອຄຸມສີຂາວແກ່ພວກເຂົາແຕ່ລະຄົນ, ແລະຊົງບອກເຂົາໃຫ້ລໍຖ້າຕໍ່ໄປອີກຫນ້ອຍຫນຶ່ງ ຈົນກວ່າຜູ້ຮ່ວມຮັບໃຊ້ ແລະ ພີ່ນ້ອງຊາຍຍິງຂອງເຂົາຈະຖືກຂ້າເຫມືອນຢ່າງພວກເຂົາຄົບຈຳນວນແລ້ວ.
\s5
\v 12 ເມື່ອພຣະເມສານ້ອຍແກະຕຣາປະທັບດວງທີຫົກ, ຂ້າພຣະເຈົ້າເຫັນແຜ່ນດິນໄຫວຢ່າງໃຫຍ່ ດວງຕາເວັນກາຍເປັນສີດຳມືດຄືເຄື່ອງໄວ້, ແລະ ດວງເດືອນເຕັມດວງກໍ່ກາຍເປັນສີແດງຄືເລືອດ.
\v 13 ແລະ ດວງດາວທັງຫລາຍເທິງທ້ອງຟ້າກໍ່ຕົກລົງມາເທິງແຜ່ນດິນ ດັ່ງຫມາກເດື່ອດິບຕົກລົງຈາກຕົ້ນເພາະລົມແຮງພັດ.
\v 14 ທ້ອງຟ້າກໍ່ຫົດເຂົ້າເຫມືອນກັບຫນັງສືທີ່ຖືກມ້ວນໄວ້ ແລະ ພູທັງຫລາຍ ແລະ ເກາະທຸກເກາະກໍ່ຖືກເລື່ອນໄປຈາກບ່ອນເກົ່າ.
\s5
\v 15 ແລ້ວກະສັດທັງຫລາຍໃນໂລກ ແລະ ພວກຄົນທີ່ສຳຄັນ, ແລະ ບັນດານາຍທະຫານໃຫຍ່, ພວກເສດຖີ, ພວກຜູ້ມີອຳນາດ ແລະ ທຸກຄົນທັງທີ່ເປັນທາດຫລືເປັນອິສຣະ, ຕ່າງກໍ່ໄປລີ້ຢູ່ໃນຖໍ້າ ແລະ ລີ້ຢູ່ໃຕ້ໂງ່ນຫີນຕາມພູຕ່າງໆ.
\v 16 ພວກເຂົາຮ້ອງບອກກັບພູ ແລະ ໂງ່ນຫີນວ່າ, "ຈົ່ງເຈື່ອນລົງເທິງພວກເຮົາ! ແລະ ບັງພວກເຮົາໄວ້ ໃຫ້ພົ້ນຈາກສາຍຕາຂອງພຣະອົງຜູ້ນັ່ງເທິງບັນລັງ ແລະ ພົ້ນຈາກຄວາມໂກດຮ້າຍຂອງພຣະເມສານ້ອຍແນ່ຖ້ອນ.
\v 17 ເພາະວ່າມື້ສຳຄັນແຫ່ງຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງມາເຖິງແລ້ວ ແລະ ໃຜຈະສາມາດທົນໄດ້ແດ່?"
\s5
\c 7
\cl ບົດທີ 7
\p
\v 1 ຫລັງຈາກນັ້ນ ຂ້າພຣະເຈົ້າເຫັນທູດສະຫວັນສີ່ອົງຢືນຢູ່ທີ່ມູມທັງສີ່ຂອງແຜ່ນດິນໂລກ, ຢັບຢັ້ງລົມທັງສີີ່ຂອງແຜ່ນດິນໂລກໄວ້ ເພື່ອບໍ່ໃຫ້ລົມພັດເທິງບົກ ເທິງທະເລ ຫລືເທິງຕົ້ນໄມ້ທຸກຕົ້ນ
\v 2 ແລ້ວຂ້າພຣະເຈົ້າເຫັນທູດສະຫວັນອົງຫນຶ່ງປາກົດຂຶ້ນມາຈາກທິດຕາເວັນອອກ ຄືຕຣາປະທັບຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ແລະທ່ານຮ້ອງດ້ວຍສຽງດັງຕໍ່ທູດສະຫວັນທັງສີ່ຜູ້ຊຶ່ງໄດ້ຮັບອະນຸຍາດໃຫ້ເພື່ອທຳອັນຕະຣາຍແຜ່ນດິນແລະທະເລນັ້ນວ່າ
\v 3 "ຈົ່ງຢ່າທຳອັນຕະຣາຍແກ່ແຜ່ນດິນໂລກ, ທະເລ, ຫລືຕົ້ນໄມ້ ຈົນກວ່າເຮົາຈະໄດ້ປະທັບຕຣາໃສ່ເທິງຫນ້າຜາກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຂອງເຮົາ."
\s5
\v 4 ຂ້າພຣະເຈົ້າໄດ້ຍິນວ່າຈຳນວນຜູ້ທີ່ໄດ້ຮັບການປະທັບຕຣາມີ: ແສນສີ່ຫມື່ນສີ່ພັນຄົນ, ທີ່ໄດ້ຮັບການປະທັບຕຣາແລ້ວມາຈາກສິບສອງເຜົ່າໃນອິສະຣາເອນ:
\v 5 ພວກທີ່ມາຈາກເຜົ່າຢູດາທີ່ໄດ້ຮັບການປະທັບຕຣາມີຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າຣູເບັນມີຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າກາດມີຫນຶ່ງຫມື່ນສອງພັນຄົນ,
\v 6 ພວກທີ່ມາຈາກເຜົ່າອາເຊ ຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າເນັບທາລີມີ ຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າມານາເຊມີ ຫນຶ່ງຫມື່ນສອງພັນຄົນ.
\s5
\v 7 ພວກທີ່ມາຈາກເຜົ່າຊີເມໂອນມີ ຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າເລວີມີ ຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າອິດຊາຄາມີ ຫນຶ່ງຫມື່ນສອງພັນຄົນ,
\v 8 ພວກທີ່ມາຈາກເຜົ່າເຊບູໂລນມີ ຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າໂຢເຊັບມີ ຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າເບັນຢາມິນທີ່ໄດ້ຮັບການປະທັບຕາມີ ຫນຶ່ງຫມື່ນສອງພັນຄົນ.
\s5
\v 9 ຫລັງຈາກນັ້ນມາ ຂ້າພຣະເຈົ້າກໍ່ເບິ່ງເຫັນ, ແລະ ມີຜູ້ຄົນຢ່າງຫລວງຫລາຍທີ່ບໍ່ມີໃຜນັບຈຳນວນໄດ້ ທີ່ມາຈາກປະຊາຊາດ, ທຸກເຜົ່າ, ທຸກຊົນຊາດ ແລະ ທຸກພາສາ ຢືນຢູ່ຕໍ່ຫນ້າບັນລັງ ແລະ ຕໍ່ຫນ້າພຣະເມສານ້ອຍ.
\v 10 ພວກເຂົານຸ່ງເສື້ອຄຸມສີຂາວ ແລະ ຖືໃບຕານຢູ່ໃນມື ພວກເຂົາຮ້ອງສຽງດັງວ່າ "ຄວາມລອດພົ້້ນເປັນຂອງພຣະເຈົ້າຂອງເຮົາຜູ້ປະທັບເທິງບັນລັງ ແລະ ເປັນຂອງພຣະເມສານ້ອຍ!"
\s5
\v 11 ທູດສະຫວັນທັງຫມົດທີ່ຢືນຢູ່ຮອບພຣະຣາຊບັນລັງຮອບຜູ້ອາວຸໂສ ແລະຮອບສິ່ງມີຊີວິດທັງສີ່ນັ້ນ, ກໍ່ຂາບລົງຕໍ່ຫນ້າພຣະບັນລັງ ແລະ ນະມັດສະການພຣະເຈົ້າ
\v 12 ແລະກ່າວວ່າ "ອາແມນ! ຄຳສັນຣະເສີນ, ພຣະສະຫງ່າຣາສີ, ພຣະປັນຍາ, ຄຳໂມທະນາຂອບພຣະຄຸນ, ພຣະກຽດ, ຣິດທານຸພາບ, ແລະ ພຣະກຳລັງ ຈົ່ງມີແດ່ພຣະເຈົ້າຂອງເຮົາຕະຫລອດໄປເປັນນິດ ອາແມນ!"
\s5
\v 13 ແລ້ວຄົນຫນຶ່ງໃນພວກຜູ້ອາວຸໂສນັ້ນ, ຖາມຂ້າພຣະເຈົ້າວ່າ "ຄົນທີ່ສວມເສື້ອຄຸມສີຂາວເຫລົ່ານີ້ຄືໃຜ? ແລະ ພວກເຂົາມາຈາກໃສ?"
\v 14 ຂ້າພຣະເຈົ້າຕອບທ່ານວ່າ "ທ່ານເອີຍ, ທ່ານເອງກໍ່ຊົງຮູ້ຢູ່ແລ້ວ" ແລະ ທ່ານຈຶ່ງບອກຂ້າພຣະເຈົ້າວ່າ "ຄົນເຫລົ່ານີ້ເປັນຄົນທີ່ມາຈາກຄວາມຍາກລຳບາກຄັ້ງຍິ່ງໃຫຍ່ ພວກເຂົາຊຳຣະເສື້ອຜ້າຂອງເຂົາດ້ວຍເລືອດຂອງພຣະເມສານ້ອຍຈົນຂາວສະອາດ.
\s5
\v 15 ເພາະເຫດນີ້, ເຂົາທັງຫລາຍຈຶ່ງໄດ້ຢືນຢູ່ຕໍ່ຫນ້າພຣະຣາຊບັນລັງຂອງພຣະເຈົ້າ, ແລະ ນະມັດສະການພຣະອົງໃນພຣະວິຫານຂອງພຣະອົງທັງກາງເວັນ ແລະ ກາງຄືນ ແລະ ພຣະອົງຜູ້ປະທັບເທິງຣາຊບັນລັງນັ້ນຊົງຄຸ້ມຄອງພວກເຂົາ.
\v 16 ພວກເຂົາຈະບໍ່ອຶດເຂົ້າຢາກນໍ້າອີກຕໍ່ໄປເລີຍ ຕາເວັນຫລືແສງແດດອັນຮ້ອນກ້າຈະບໍ່ເຜົາໃຫມ້ພວກເຂົາ.
\v 17 ເພາະພຣະເມສານ້ອຍຜູ້ຊົງປະທັບຢູ່ທ່າມກາງຣາຊບັນລັງນັ້ນຈະຊົງເປັນພຣະຜູ້ລ້ຽງດູພວກເຂົາ ແລະ ຈະຊົງນຳພວກເຂົາໄປຍັງນໍ້າພຸແຫ່ງຊີວິດ, ແລະ ຈະຊົງເຊັດນໍ້າຕາທຸກຢົດຈາກຕາຂອງເຂົາທັງຫລາຍ."
\s5
\c 8
\cl ບົດທີ 8
\p
\v 1 ເມື່ອພຣະເມສານ້ອຍແກະຕາປະທັບດວງທີເຈັດ, ຟ້າສະຫວັນກໍ່ງຽບສະຫງັດປະມານເຄິ່ງຊົ່ວໂມງ.
\v 2 ຈາກນັ້ນຂ້າພຣະເຈົ້າເຫັນທູດສະຫວັນເຈັດອົງຢືນຢູ່ຕໍ່ຫນ້າພຣະເຈົ້າ, ແລະ ແກເຈັດອັນໄດ້ຖືກມອບໃຫ້ທູດສະຫວັນເຫລົ່ານັ້ນ.
\s5
\v 3 ມີທູດສະຫວັນອີກອົງຫນຶ່ງ, ຖືຫມໍ້ຄຳໃສ່ເຄື່ອງຫອມບູຊາ, ເຂົາມາຢືນຢູ່ຕໍ່ຫນ້າແທ່ນຖວາຍເຄື່ອງຫອມບູຊາ. ບັນດາເຄື່ອງຫອມບູຊາຫລວງຫລາຍໄດ້ຖືກມອບໃຫ້ແກ່ເຂົາເພື່ອເຂົາຈະມອບຖວາຍພ້ອມຄຳອະທິຖານທັງຫມົດຂອງບັນດາຜູ້ເຊື່ອເທິງແທ່ນຖວາຍເຄື່ອງຫອມບູຊາທອງຄຳຕໍ່ຫນ້າບັນລັງຂອງພຣະເຈົ້າ.
\v 4 ຄວັນຂອງເຄື່ອງຫອມບູຊາພ້ອມກັບຄຳອະທິຖານຂອງບັນດາຜູ້ເຊື່ອກໍ່ລອຍຈາກມືຂອງທູດສະຫວັນຂຶ້ນ ໄປຕໍ່ຫນ້າພຣະເຈົ້າ.
\v 5 ທູດສະຫວັນນຳເອົາຫມໍ້ບັນຈຸເຄື່ອງຫອມບູຊາມາ ແລະ ຕື່ມໄຟຈາກແທ່ນບູຊາລົງໄປໃນຫມໍ້ນັ້ນຈົນເຕັມ ຈາກນັ້ນເຂົາຈຶ່ງເທມັນລົງມາເທິງໂລກນີ້ ເຮັດໃຫ້ເກີດສຽງຟ້າຮ້ອງສະນັ່ນ ເກີດຟ້າແມບສະຫວ່າງຈ້າ ແລະເກີດແຜ່ນດິນໄຫວ.
\s5
\v 6 ທູດສະຫວັນທັງເຈັດທີ່ມີແກເຈັດອັນຕຽມພ້ອມທີ່ຈະເປົ່າແກ.
\v 7 ເມື່ອທູດສະຫວັນອົງທີ່ຫນຶ່ງເປົ່າແກຂຶ້ນກໍ່ມີພາຍຸເຫັບ ແລະ ລູກໄຟປະສົມກັນກັບເລືອດ ຖືກເທລົງມາເທິງແຜ່ນດິນໂລກເພື່ອຈະເຜົາຫນຶ່ງສ່ວນສາມຂອງໂລກ ຫນຶ່ງສວນສາມຂອງຕົ້ນໄມ້ຖືກເຜົາໃຫມ້ ແລະ ພືດສີຂຽວກໍຖືກເຜົາໃຫມ້ໄປຫມົດ.
\s5
\v 8 ທູດສະຫວັນອົງທີສອງເປົ່າແກຂອງເຂົາ, ມີບາງສິ່ງທີ່ເຫມືອນກັບພູທີ່ລຸກເປັນໄຟຖືກຖິ້ມລົງມາທີ່ທະເລ ຫນຶ່ງສ່ວນສາມຂອງທະເລກາຍເປັນເລືອດ,
\v 9 ຫນຶ່ງສ່ວນສາມຂອງສິ່ງຊົງສ້າງທີ່ມີຊີວິດໃນທະເລຖືກຂ້າໃຫ້ຕາຍ, ຫນຶ່ງສ່ວນສາມຂອງເຮືອໃຫຍ່ຖືກທຳລາຍ.
\s5
\v 10 ທູດສະຫວັນອົງທີສາມເປົ່າແກຂອງເຂົາ, ມີດາວໃຫຍ່ດວງຫນຶ່ງສະຫວ່າງ ເຫມືອນກະບອງຈາກຟ້າຕົກລົງມາເທິງແມ່ນໍ້າ, ຫນຶ່ງສ່ວນສາມ ແລະໃນບໍ່ນໍ້າພຸທັງຫລາຍ
\v 11 ດວງດາວນີ້ ມີຊື່ວ່າ "ຂົມ". ຫນຶ່ງສ່ວນສາມຂອງນໍ້າທັງຫມົດກາຍເປັນນໍ້າຂົມ ແລະ ຄົນຈຳນວນຫລວງຫລາຍຕ້ອງຕາຍສາເຫດເພາະນໍ້າຂົມນີ້.
\s5
\v 12 ທູດສະຫວັນອົງທີສີ່ເປົ່າແກຂອງເຂົາ, ຫນຶ່ງສ່ວນສາມຂອງຕາເວັນຖືກໂຈມຕີ ລວມເຖິງຫນຶ່ງສ່ວນສາມຂອງດວງຈັນ ແລະ ດວງດາວເຫລົ່ານີ້ຈື່ງຖືກເຮັດໃຫ້ມືດໄປ ຫນຶ່ງສ່ວນສາມຂອງກາງເວັນ ແລະ ຫນຶ່ງສ່ວນສາມຂອງກາງຄືນຈຶ່ງບໍ່ມີຄວາມສະຫວ່າງ.
\s5
\v 13 ຂ້າພຣະເຈົ້າເບິ່ງ, ແລະ ຂ້າພຣະເຈົ້າໄດ້ຍິນສຽງນົກອິນຊີຕົວຫນຶ່ງທີ່ກຳລັງບິນຢູ່ໃນທ້ອງຟ້າ ແລະ ຮ້ອງສຽງດັງວ່າ "ວິບັດ, ວິບັດ, ວິບັດ, ແກ່ຄົນເຫລົ່ານັ້ນທີ່ອາໄສຢູ່ເທິງແຜ່ນດິນໂລກ ເພາະແກທີ່ເຫລືອຢູ່ກຳລັງຈະຖືກເປົ່າໂດຍທູດສະຫວັນທັງສາມອົງ"
\s5
\c 9
\cl ບົດທີ 9
\p
\v 1 ຈາກນັ້ນທູດສະຫວັນອົງທີຫ້າກໍ່ເປົ່າແກ. ຂ້າພຣະເຈົ້າໄດ້ເຫັນດາວດວງຫນຶ່ງຕົກລົງມາຈາກທ້ອງຟ້າມາຍັງແຜ່ນດິນໂລກ. ດາວດວງນັ້ນໄດ້ຮັບມອບກະແຈເພື່ອໄຂເປີດຊ່ອງນາຣົກຂຸມເລິກ.
\v 2 ເຂົາໄຂເປີດຊ່ອງນາຣົກຂຸມເລິກນັ້ນ, ແລະ ມີຄວັນໄຟພຸ່ງອອກມາເຫມືອນຄວັນຈາກເຕົາຫລອມຂະຫນາດໃຫຍ່ ຕາເວັນ ແລະ ຟ້າອາກາດກໍ່ມືດໄປເພາະຄວັນທີ່ພຸ່ງອອກຈາກນາຣົກນັ້ນ.
\s5
\v 3 ມີຝູງຕັກແຕນອອກມາຈາກຄວັນນັ້ນເພື່ອອອກມາສູ່ແຜ່ນດິນໂລກ, ແລະ ພວກມັນໄດ້ຮັບອຳນາດໃຫ້ຕອດໄດ້ເຫມືອນກັບເຫລົ່າແມງງອດເທິງແຜ່ນດິນໂລກນີ້.
\v 4 ພວກມັນຖືກຫ້າມບໍ່ໃຫ້ທຳລາຍຕົ້ນຫຍ້າ, ພືດ ແລະ ຕົ້ນໄມ້ໃດໆເທິງແຜ່ນດິນໂລກ ນອກຈາກທຳລາຍຄົນທີ່ບໍ່ມີຕຣາປະທັບຂອງພຣະເຈົ້າທີ່ເທິງໜ້າຜາກຂອງພວກເຂົາເທົ່ານັ້ນ.
\s5
\v 5 ພວກມັນບໍ່ໄດ້ຮັບອະນຸຍາດໃຫ້ຂ້າຄົນເຫລົ່ານັ້ນ, ແຕ່ໃຫ້ທໍຣະມານພວກເຂົາເປັນເວລາຫ້າເດືອນ ເປັນຄວາມເຈັບປວດທໍຣະມານເຫມືອນຖືກແມງງອດຕອດ.
\v 6 ໃນວັນເຫລົ່ານັ້ນຄົນຈະຊອກຫາຄວາມຕາຍ, ແຕ່ພວກເຂົາຈະຊອກຫາບໍ່ພົບ. ພວກເຂົາຈະປາຖນາຄວາມຕາຍຫລາຍທີ່ສຸດ ແຕ່ຄວາມຕາຍຈະປົບຫນີໄປຈາກພວກເຂົາ.
\s5
\v 7 ຝູງຕັກແຕນເປັນເຫມືອນຝູງມ້າທີ່ພ້ອມສຳລັບທຳສົງຄາມ. ເທິງຫົວຂອງພວກມັນມີບາງສິ່ງທີ່ເຫມືອນກັບມົງກຸດທອງຄຳ, ແລະ ໃບຫນ້າຂອງພວກມັນກໍ່ເຫມືອນກັບໃບຫນ້າຂອງມະນຸດ.
\v 8 ພວກມັນມີເສັ້ນຜົມເຫມືອນກັບຜູ້ຍິງ, ແລະ ແຂ້ວຂອງພວກມັນເຫມືອນກັບແຂ້ວຂອງສິງ.
\v 9 ພວກມັນນຸ່ງເສື້ອເກາະເຫລັກ ສຽງປີກຂອງພວກມັນເຫມືອນສຽງຂອງລົດມ້າສົງຄາມ ແລະຝູງມ້າທີ່ກຳລັງແລ່ນເຂົ້າສູ່ສົງຄາມ.
\s5
\v 10 ພວກມັນມີຫາງທີ່ໃຊ້ຕອດເຫມືອນແມງງອດ; ໃນຫາງຂອງພວກມັນມີອຳນາດທີ່ຈະທຳຮ້າຍຄົນໃຫ້ບາດເຈັບເປັນເວລາຫ້າເດືອນ.
\v 11 ພວກມັນມີຫົວຫນ້າຝູງທີ່ເປັນທູດຈາກຂຸມນາຣົກເລິກ. ຊື່ເປັນພາສາເຮັບເຣີຂອງທູດນັ້ນຄືອາບັດໂດນ ແລະ ຊື່ໃນພາສາກຣີກຄືອາໂປລິໂອນ.
\v 12 ວິບັດຢ່າງທຳອິດຜ່ານພົ້ນໄປແລ້ວ. ເບິ່ງແມ! ຈະຍັງຄົງມີວິບັດອີກສອງຢ່າງຈະເກີດຂຶ້ນພາຍຫນ້າ.
\s5
\v 13 ທູດສະຫວັນອົງທີຫົກເປົ່າແກ, ຂ້າພຣະເຈົ້າໄດ້ຍິນສຽງມາຈາກສີ່ແຈຂອງແທ່ນບູຊາຄຳທີ່ຕັ້ງຢູ່ຕໍ່ຫນ້າຂອງພຣະເຈົ້າ.
\v 14 ມີສຽງເວົ້າກັບທູດສະຫວັນອົງທີຫົກທີ່ເປົ່າແກນັ້ນວ່າ "ຈົ່ງປ່ອຍທູດສະຫວັນທັງສີ່ທີ່ຖືກມັດໄວ້ທີ່ແມ່ນໍ້າເອີຟຣັດນັ້ນເສຍ"
\v 15 ທູດສະຫວັນທັງສີ່ທີ່ຖືກຕຽມເອົາໄວ້ສຳລັບຊົ່ວໂມງນັ້ນ, ວັນນັ້ນ, ເດືອນນັ້ນ, ແລະປີນັ້ນ ໄດ້ຖືກປ່ອຍມາເພື່ອຂ້າມວນມະນຸດຈຳນວນຫນຶ່ງສ່ວນສາມ.
\s5
\v 16 ຂ້າພຣະເຈົ້າໄດ້ຍິນເຖິງຈຳນວນພົນທະຫານທີ່ນັ່ງດ້ານຫລັງມ້າວ່າມີສອງຮ້ອຍລ້ານຄົນ (200,000,000.)
\v 17 ນີ້ຄືນິມິດທີ່ຂ້າພຣະເຈົ້່າໄດ້ເຫັນກ່ຽວກັບເຫລົ່າມ້າ ແລະ ບັນດາຜູ້ຂີ່ມ້າເຫລົ່ານັ້ນ ເສື້ອເກາະຂອງພວກເຂົາເປັນສີແດງຄືໄຟ ສີຟ້າເຂັ້ມ ແລະສີເຫລືອງຄືມາດ ຫົວຂອງມ້າເຫລົ່ານັ້ນດັ່ງຫົວສິິງ, ມີໄຟ, ຄວັນ, ແລະມາດພຸ່ງອອກມາຈາກປາກຂອງພວກມັນ.
\s5
\v 18 ຈຳນວນຫນຶ່ງສ່ວນສາມຂອງມະນຸດຖືກຂ້າໂດຍພັຍພິບັດທັງສາມຢ່າງນີ້ຄື ໄຟ, ຄວັນ, ແລະ ມາດທີ່ອອກມາຈາກປາກຂອງພວກມັນ.
\v 19 ເພາະອຳນາດຂອງມ້າເຫລົ່ານັ້ນຢູ່ໃນປາກ ແລະ ຫາງຂອງພວກມັນ ຫາງຂອງພວກມັນເຫມືອນງູ ພວກມັນມີຫົວຫລາຍຫົວເພື່ອໃຊ້ທຳຮ້າຍຄົນ.
\s5
\v 20 ສຳລັບມະນຸດທີ່ຍັງເຫລືອຢູ່, ບໍ່ໄດ້ຖືກຂ້າໂດຍພັຍພິບັດທັງສາມຢ່າງນີ້ ຄືພວກຄົນທີ່ບໍ່ໄດ້ກັບໃຈເສັຍໃຫມ່ຈາກການກະທຳຂອງຕົນ ຫລື ບໍ່ຢຸດນະມັດສະການວິນຍານຊົ່ວກັບພວກຮູບເຄົາຣົບທີ່ ເຮັດມາຈາກຄຳ, ເງິນ, ກ້ອນຫີນ, ແລະໄມ້ ຄືສິ່ງຕ່າງໆທີ່ບໍ່ສາມາດເບິ່ງເຫັນ ໄດ້ຍິນ ຫລືເດີນໄດ້.
\v 21 ພວກຄົນທີ່ຍັງບໍ່ໄດ້ກັບໃຈຈາກການຂ້າຟັນກັນ ຈາກການໃຊ້ເວດມົນຄາຖາ, ຈາກການຜິດສິລະທັມທາງເພດ, ຫລືຈາກການຂີ້ລັກຂອງພວກເຂົາ.
\s5
\c 10
\cl ບົດທີ 10
\p
\v 1 ຈາກນັ້ນຂ້າພຣະເຈົ້າໄດ້ເຫັນທູດສະຫວັນທີ່ມີຣິດອຳນາດອີກຕົນຫນຶ່ງລົງມາຈາກສະຫວັນ ເຂົາມີເມກເປັນເສື້ອລ່າມ ແລະມີສາຍຮຸ້ງຢູ່ເຫນືອຫົວຂອງເຂົາ ໃບຫນ້າຂອງເພິ່ນເຫມືອນດັ່ງຕາເວັນ ແລະຂາເຫມືອນດັ່ງເຕົາໄຟ
\v 2 ມືຂອງເພິ່ນຖືຫນັງສືມ້ວນນ້ອຍເຫລັ້ມຫນຶ່ງທີ່ຖືກເປີດອອກ ເພິ່ນວາງຕີນຂວາຢຽບລົງເທີງທະເລ ແລະວາງຕີນຊ້າຍຢຽບເທິງແຜ່ນດິນໂລກ
\s5
\v 3 ແລ້ວເພິ່ນຈຶ່ງຮ້ອງສຽງດັງເຫມືອນກັບໂຕສິງແຜດສຽງ ເມື່ອເຂົາຮ້ອງສຽງດັງກໍ່ມີສຽງຟ້າຮ້ອງທັງເຈັດເວົ້າອອກມາ
\v 4 ເມື່ອສຽງຟ້າຮ້ອງທັງເຈັດເວົ້າອອກມາ ຂ້າພຣະເຈົ້າກຳລັງຈະລົງມືຂຽນ ແຕ່ຂ້າພຣະເຈົ້າໄດ້ຍິນສຽງຈາກສະຫວັນກ່າວວ່າ "ຈົ່ງເກັບໄວ້ເປັນຄວາມລັບກ່ຽວກັບສິ່ງທີ່ຟ້າຮ້ອງທັງເຈັດເວົ້ານັ້ນ ຈົ່ງຢ່າຂຽນບັນທຶກ"
\s5
\v 5 ຈາກນັ້ນທູດສະຫວັນອົງທີ່ຂ້າພຣະເຈົ້າໄດ້ເຫັນວ່າກຳລັງຢືນຢູ່ເທິງທະເລ ແລະແຜ່ນດິນກໍ່ຍົກມືຂວາຂອງເພິ່ນຂຶ້ນສູ່ສະຫວັນ
\v 6 ເເລະສາບານໂດຍອ້າງຜູ້ຫນຶ່ງເຊີ່ງເປັນຢູ່ນິຣັນດອນ ຜູ້ສ້າງຟ້າສະຫວັນ ແລະທຸກສິ່ງທີ່ຢູ່ໃນນັ້ນ ຜູ້ສ້າງແຜ່ນດິນໂລກ ແລະທຸກສິ່ງທີ່ຢູ່ໃນນັ້ນ ຜູ້ສ້າງທະເລແລະທຸກສິ່ງທີ່ຢູ່ໃນນັ້ນ ແລະທູດສະຫວັນອົງນັ້ນໄດ້ກ່າວວ່າ "ຈະບໍ່ມີການຊັກຊ້າອີກຕໍ່ໄປ
\v 7 ເມື່ອເຖິງວັນນັ້ນທີ່ທູດສະຫວັນອົງທີເຈັດເປົ່າແກຂອງເຂົາ ຄວາມເລິກລັບຂອງພຣະເຈົ້າຈະຖືກເຮັດໃຫ້ສົມບູນ ເຫມືອນຢ່າງທີ່ພຣະອົງໄດ້ປະກາດຕໍ່ບັນດາຜູ້ທຳນວາຍທີ່ເປັນຜູ້ຮັບໃຊ້ຂອງພຣະອົງນັ້ນ.
\s5
\v 8 ຂ້າພຣະເຈົ້າໄດ້ຍິນສຽງນັ້ນຈາກຟ້າສະຫວັນກ່າວກັບຂ້າພຣະເຈົ້າອີກວ່າ "ຈົ່່ງໄປແລະເປີດຫນັງສືມ້ວນທີ່ຢູ່ໃນມືຂອງທູດສະຫວັນອົງນັ້ນທີ່ກຳລັງຢືນຢູ່ເທິງທະເລແລະແຜ່ນດິນ."
\v 9 ຂ້າພຣະເຈົ້າຈຶ່ງໄປຫາທູດສະຫວັນອົງນັ້ນແລະບອກໃຫ້ເພິ່ນມອບຫນັງສືມ້ວນໃຫ້ແກ່ຂ້າພຣະເຈົ້າ, ເພິ່ນເວົ້າກັບຂ້າພຣະເຈົ້າວ່າ "ຈົ່ງຮັບຫນັງສືມ້ວນນີ້ແລະກິນເຂົ້າໄປ ມັນຈະຂົມຢູ່ທ້ອງຂອງທ່ານ, ແຕ່ເມື່ອຢູ່ໃນປາກຂອງທ່ານມັນຈະມີລົດຊາດຫວານເຫມືອນນໍ້າເຜິ້ງ.
\s5
\v 10 ຂ້າພຣະເຈົ້າຮັບຫນັງສືມ້ວນນ້ອຍຈາກມືຂອງທູດສະຫວັນ ແລະກິນເຂົ້າໄປ ເມື່ອຢູ່ໃນປາກຂອງຂ້າພຣະເຈົ້າມັນຫວານ ເຫມືອນນໍ້າເຜິ້ງ ແຕ່ເມື່ອຂ້າພຣະເຈົ້າກືນລົງ ມັນກັບກາຍເປັນຂົມຢູ່ໃນທ້ອງຂອງຂ້າພຣະເຈົ້າ
\v 11 ຈາກນັ້ນມີຄົນບາງຄົນທີ່ເວົ້າກັບຂ້າພຣະເຈົ້າວ່າ "ທ່ານຈະຕ້ອງປະກາດພຣະຄັມກ່ຽວກັບຜູ້ຄົນຕ່າງໆ ຊົນຊາດຕ່າງໆ ພາສາຕ່າງໆ ແລະກະສັດຈຳນວນຫລວງຫລາຍ."
\s5
\c 11
\cl ບົດທີ 11
\p
\v 1 ຂ້າພຣະເຈົ້າໄດ້ຮັບໄມ້ອໍ້ອັນຫນຶ່ງເພື່ອໃຊ້ເປັນເຫມືອນໄມ້ວັດແທກ ຂ້າພຣະເຈົ້າໄດ້ຮັບຄຳບອກວ່າ "ລຸກຂື້ນແລະວັດຂະຫນາດຂອງພຣະວິຫານຂອງພຣະເຈົ້າກັບແທ່ນບູຊາ ແລະນັບຈຳນວນຄົນທີ່ມານະມັດສະການໃນວິຫານນັ້ນ
\v 2 ແຕ່ບໍ່ຕ້ອງວັດແທກລານດ້ານນອກຂອງພຣະວິຫານ ເພາະໄດ້ມອບສ່ວນນັ້ນໃຫ້ກັບຄົນທີ່ບໍ່ນັບຖືພຣະເຈົ້າແລ້ວ ພວກເຂົາຈະຢຽບຢໍ່ານະຄອນອັນບໍຣິສຸດເປັນເວລາສີ່ສິບສອງເດືອນ.
\s5
\v 3 ເຮົາຈະໃຫ້ສິດທິອຳນາດແກ່ພະຍານທັງສອງຂອງເຮົາທີ່ນຸ່ງເຄື່ອງໄວ້ທຸກເພື່ອປະກາດພຣະຄັມເປັນເວລາຫນຶ່ງພັນສອງຮ້ອຍຫົກສິບວັນ
\v 4 ພະຍານເຫລົ່ານີ້ຄືຕົ້ນຫມາກກອກເທດສອງຕົ້ນ ແລະເຄື່ອງຮອງຕີນຕະກຽງຄຳສອງອັນທີ່ຕັ້ງຢູ່ຕໍ່ຫນ້າອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກ
\v 5 ຖ້າຜູ້ໃດເລືອກທີ່ຈະທຳລາຍພວກເພິ່ນຈະມີໄຟອອກມາຈາກປາກຂອງພວກເພິ່ນແລະເຜົາຜານສັດຕຣູ ໃຜກໍ່ຕາມທີ່ປາຖນາທີ່ຈະທຳລາຍພວກເພິ່ນຈະຕ້ອງຖືກຂ້າເຊັ່ນນັ້ນ
\s5
\v 6 ພະຍານເຫລົ່ານີ້ມີສິດທິອຳນາດໃນການປິດທ້ອງຟ້າເພື່ອບໍ່ໃຫ້ຝົນຕົກໃນຊ່ວງເວລາທີ່ພວກເພິ່ນປະກາດພຣະຄັມ ພວກເພິ່ນມີອຳນາດທີ່ຈະປ່ຽນແປງນໍ້າໃຫ້ກາຍເປັນເລືອດໄດ້ ແລະໂຈມຕີແຜ່ນດິນໂລກດ້ວຍພັຍພິບັດທຸກຊະນິດຕາມທີ່ພວກເພິ່ນຕ້ອງການ
\v 7 ເມື່ອພວກເພິ່ນໃກ້ເຮັດສຳເລັດໃນການເປັນພະຍານ ກໍ່ມີສັດຮ້າຍທີ່ຂຶ້ນມາຈາກຂຸມນາຣົກເລິກທີ່ຈະທຳສົງຄາມຕໍ່ສູ້ກັບພວກເພິ່ນ ສັດຮ້າຍນັ້ນຈະເອົາຊະນະ ແລະຂ້າພວກເຂົາເສຍ.
\s5
\v 8 ສົບຂອງທ່ານທັງສອງຈະຖືກຖິ້ມໄວ້ກາງທາງຂອງນະຄອນໃຫຍ່ນັ້ນ (ອັນເປັນສັນຍາລັກຂອງນະຄອນນີ້ຊື່ວ່າ ເມືອງໂຊໂດມແລະເມືອງອີຢີບ) ເປັນທີ່ຊຶ່ງອົງພຣະຜູ້ເປັນເຈົ້າຖືກຄຶງໄວ້ທີ່ໄມ້ກາງເເຂນ
\v 9 ຈະມີບາງຄົນຈາກຜູ້ຄົນທັງຫມົດ ຈາກຄົນທຸກເຜົ່າ ຈາກທຸກພາສາ ແລະຈາກທຸກຊົນຊາດ ເຝົ້າເບິ່ງຊາກສົບຂອງພວກເພິ່ນເປັນເວລາສາມວັນເຄິ່ງ ແລະຈະບໍ່ຍອມໃຫ້ສົບຂອງພວກເພິ່ນຖືກຝັງໄວ້ໃນອຸໂມງ.
\s5
\v 10 ຄົນເຫລົ່ານັ້ນທີ່ອາໄສຢູ່ເທິງແຜ່ນດິນໂລກຈະຊື່ນຊົມຍິນດີດ້ວຍເລື່ອງພວກເພິ່ນ ແລະສະເຫລີມສະຫລອງ ພວກເຂົາສົ່ງຂອງຂວັນໃຫ້ແກ່ກັນເພາະວ່າຜູ້ປະກາດພຣະຄັມທັງສອງເຫລົ່ານີ້ໄດ້ທໍຣະມານບັນດາຄົນເຫລົ່ານັ້ນທີ່ອາໄສຢູ່ເທິງແຜ່ນດິນໂລກ
\v 11 ແຕ່ຫລັງຈາກກາຍເວລາສາມວັນເຄິ່ງແລ້ວ ລົມຫາຍໃຈແຫ່ງຊີວິດຈາກພຣະເຈົ້າຈະເຂົ້າໄປພາຍໃນຊາກສົບຂອງພວກເພິ່ນ ແລະພວກເພິ່ນຈະຢືນຂຶ້ນ ຄວາມຢ້ານອັນຍິ່ງໃຫຍ່ຈະບັງເກີດຂື້ນກັບພວກຄົນທີ່ໄດ້ເບິ່ງເຫັນພວກເພິ່ນ
\v 12 ຈາກນັ້ນຜູ້ປະກາດພຣະທັມທັງສອງໄດ້ຍິນສຽງດັງຈາກຟ້າສະຫວັນເວົ້າກັບພວກເພິ່ນວ່າ "ຈົ່ງຂຶ້ນມາທີ່ນີ້" ແລ້ວພວກເພິ່ນຈະຂຶ້ນໄປໃນສະຫວັນທ່າມກາງຫມູ່ເມກໃນຂະນະທີ່ພວກສັດຕຣູກໍ່ຈ້ອງເບິ່ງຢູ່ນັ້ນ.
\s5
\v 13 ໃນຊົ່ວໂມງນັ້ນເອງຈະເກີດແຜ່ນດິນໄຫວໃຫຍ່ ແລະຫນຶ່ງສ່ວນສິບຂອງນະຄອນຈະຍຸບຫາຍໄປ ຄົນເຈັດພັນຄົນຈະຖືກຂ້າເນື່ອງຈາກແຜ່ນດິນໄຫວນັ້ນ ແລະບັນດາຄົນທີ່ລອດຊີວິດຈະຕົກໃຈຢ້ານ ແລະຖວາຍກຽດພຣະເຈົ້າແຫ່ງຟ້າສະຫວັນ
\v 14 ວິບັດຢ່າງທີສອງຜ່ານໄປ ເບີ່ງແມ ວິບັດຢ່າງທີສາມກຳລັງຈະມາຢ່າງໄວວາ.
\s5
\v 15 ແລ້ວທູດສະຫວັນອົງທີເຈັດກໍ່ເປົ່າແກຂອງຕົນ ແລະມີສຽງອັນດັງໃນຟ້າສະຫວັນກ່າວວ່າ "ອານາຈັກແຫ່ງໂລກນີ້ໄດ້ກາຍມາເປັນອານາຈັກຂອງອົງພຣະຜູ້ເປັນເຈົ້າ ແລະຂອງພຣະຄຣິດເຈົ້າຂອງພວກເຮົາ ພຣະອົງຈະຄອບຄອງຕະຫລອດໄປເປັນນິດ.
\s5
\v 16 ແລ້ວບັນດາຜູ້ປົກຄອງທັງຊາວສີ່ທ່ານທີ່ກຳລັງນັ່ງຢູ່ເທິງບັນລັງຂອງພວກຕົນໃນທ່າມກາງການສະຖິດຢູ່ຂອງພຣະເຈົ້າ ກໍ່ຂາບລົງພື້ນດິນ ພວກເພິ່ນນະມັດສະການພຣະເຈົ້າ
\v 17 ພວກເພິ່ນເວົ້າວ່າ "ຂ້າຂອບພຣະຄຸນພຣະອົງ ອົງພຣະຜູ້ເປັນເຈົ້າຊົງຣິດ ຜູ້ເປັນຢູ່ໃນວັນນີ້ ແລະໃນອະດີດ ເພາະພຣະອົງໄດ້ຮັບສິດທິອຳນາດອັນຍິ່ງໃຫຍ່ ແລະໄດ້ເລີ່ມຕົ້ນຄອບຄອງແລ້ວ.
\s5
\v 18 ປະຊາຊາດຕ່າງໆຈະຄຽດແຄ້ນ ແຕ່ຄວາມໂກດຮ້າຍຂອງພຣະເຈົ້າໄດ້ມາເຖິງແລ້ວ ເວລາທີ່ຄົນຕາຍຈະໄດ້ຮັບການພິພາກສາກໍ່ມາເຖິງແລ້ວ ແລະເປັນເວລາທີ່ພຣະອົງຈະປຣະທານລາງວັນໃຫ້ແກ່ຜູ້ປະກາດພຣະຄັມທີ່ເປັນຜູ້ຮັບໃຊ້ຂອງພຣະອົງ ແກ່ຄົນທັງຫລາຍທີ່ເປັນຜູ້ເຊື່ອ ແລະແກ່ຄົນທັງຫລາຍທີ່ຢໍາເກງພຣະນາມຂອງພຣະອົງທັງຄົນທີ່ບໍ່ສຳຄັນ ແລະຄົນທີ່ຍິ່ງໃຫຍ່ ແລະເວລາກໍ່ມາເຖິງເພື່ອພຣະອົງຈະທຳລາຍຄົນເຫລົ່ານັ້ນທີ່ກຳລັງທຳລາຍແຜ່ນດິນໂລກຢູ່.
\s5
\v 19 ຈາກນັ້ນພຣະວິຫານຂອງພຣະເຈົ້າກໍ່ຖືກເປີດອອກໃນສະຫວັນ ແລະເບິ່ງເປັນຫີບແຫ່ງພັນທະສັນຍາຂອງພຣະອົງທີ່ຕັ້ງໃນພຣະວິຫານ ຟ້າກໍ່ແມບ ມີສຽງດັງ ສຽງຟ້າຮ້ອງກໍ່ກຶກກ້ອງ ແຜ່ນດິນໄຫວ ແລະມີພາຍຸຫມາກເຫັບຕົກຢ່າງຫລວງຫລາຍ.
\s5
\c 12
\cl ບົດທີ 12
\p
\v 1 ມີຫມາຍສຳຄັນອັນໃຫຍ່ປາກົດຂຶ້ນໃນສະຫວັນ ຄືມີຜູ້ຍິງຄົນຫນຶ່ງທີ່ມີດວງອາທິດປົກຄຸມໂຕເປັນເສື້ອຜ້າ ແລະດວງເດືອນຮອງຕີນຂອງນາງ ແລະມີດາວທັງສິບສອງດວງເປັນມົງກຸດສວມຢູ່ເທິງຫົວ
\v 2 ຍິງນັ້ນຖືພາ, ແລະລາວໄດ້ຮ້ອງໄຫ້ຄວນຄາງອອກມາ ກຳລັງຈະເກີດລູກ.
\s5
\v 3 ຈາກນັ້ນຈຶ່ງມີອີກຫມາຍສຳຄັນຫນຶ່ງເກີດຂຶ້ນໃນສະຫວັນ ເບິ່ງແມ ມີພະຍານາກໃຫຍ່ຕົວຫນຶ່ງທີ່ມີເຈັດຫົວ ມີສິບເຂົາ ແລະມີມົງກຸດເຈັດອັນຢູ່ເທິງແຕ່ລະຫົວຂອງມັນ
\v 4 ຫາງຂອງມັນກວາດເອົາດວງດາວຫນຶ່ງສ່ວນສາມຂອງຟ້າສະຫວັນ ແລະຖິ້ມດາວເລົ່ານັ້ນເທິງແຜ່ນດິນໂລກ ພະຍານາກໂຕນັ້ນຢືນຢູ່ຕໍ່ຫນ້າຜູ້ຍິງທີ່ກຳລັງຈະເກີດລູກ ເພື່ອວ່າເມື່ອຜູ້ຍິງຄົນນັ້ນເກີດລູກອອກມາ ມັນຈະທຳຮ້າຍລູກຂອງນາງ.
\s5
\v 5 ນາງເກີດລູກຊາຍ ເປັນເດັກນ້ອຍຜູ້ຊາຍທີ່ຈະປົກຄອງທຸກຊົນຊາດດ້ວຍໄມ້ຄ້ອນເຫລັກ ເດັກຄົນນັ້ນຖືກຮັບອອກມາຫາພຣະເຈົ້າ ແລະນຳໄປທີ່ບັນລັງຂອງພຣະອົງ
\v 6 ສ່ວນຍິງນັ້ນຫນີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານຊຶ່ງພຣະເຈົ້າໄດ້ຈັດຕຽມສະຖານທີ່ເອົາໄວ້ທີ່ນັ້ນເພື່ອນາງຈະໄດ້ຮັບການດູແລເປັນເວລາຫນຶ່ງພັນສອງຮ້ອຍຫົກສິບມື້.
\s5
\v 7 ບັດນີ້ມີສົງຄາມເກີດຂຶ້ນໃນຟ້າສະຫວັນ ມີຄາເອນແລະເຫລົ່າທູດສະຫວັນຂອງຕົນຕ່າງກໍ່ຕໍ່ສູ້ກັບພະຍານາກນັ້ນ ພະຍານາກແລະເຫລົ່າສະຫມຸມຂອງມັນກໍ່ຕໍ່ສູ້ຄືນ
\v 8 ແຕ່ພະຍານາກບໍ່ແຂງແຮງພໍທີ່ຈະຮົບຊະນະໄດ້ ບໍ່ມີທີ່ຫວ່າງໃນສະຫວັນສຳລັບມັນແລະເຫລົ່າສະຫມຸນຂອງມັນ
\v 9 ດັ່ງນັ້ນພະຍານາກໃຫຍ່ ຄືງູດຶກດຳບັນທີ່ມີຊື່ວ່າມານຮ້າຍ ຫລືຊາຕານ ຜູ້ທີ່ຫລອກລວງໂລກທັງໂລກນີ້ ຈຶ່ງຖືກຖິ້ມລົງມາເທິງແຜ່ນດິນໂລກພ້ອມກັບເຫລົ່າສະຫມຸນຂອງມັນທັງໝົດ.
\s5
\v 10 ແລ້ວຂ້າພຣະເຈົ້າໄດ້ຍິນສຽງອັນດັງໃນສະຫວັນວ່າ: ບັດນີ້ຄວາມລອດພົ້ນ, ຣິດອຳນາດ, ຣາຊອານາຈັກຂອງພຣະເຈົ້າ ແລະສິດທິອຳນາດຂອງພຣະຄຣິດໄດ້ມາເຖິງແລ້ວ. ເພາະຜູ້ກ່າວໂທດພີ່ນ້ອງຂອງເຮົາໄດ້ຖືກຖິ້ມລົງໄປແລ້ວ ຄືຜູ້ກ່າວໂທດພວກເຂົາຕໍ່ຫນ້າພຣະເຈົ້າທັງກາງເວັນແລະກາງຄືນ.
\s5
\v 11 ພວກເຂົາຊະນະມັນໄດ້ໂດຍພຣະໂລຫິດຂອງພຣະເມສານ້ອຍ ແລະໂດຍຖ້ອຍຄຳແຫ່ງການເປັນພະຍານຂອງພວກເຂົາ ເພາະພວກເຂົາບໍ່ໄດ້ຮັກຊີວິດຂອງຕົນເອງແຕ່ຍອມຕາຍໄດ້.
\v 12 ດ້ວຍເຫດນີ້, ເຫລົ່າຟ້າສະຫວັນ, ຕະຫລອດຈົນທັງສິ້ນທີ່ອາໄສຢູ່ໃນນັ້ນ, ຈົ່ງຊື່ນຊົມຍິນດີເຖີ້ນ ແຕ່ວິບັດຈົ່ງເກີດແກ່ແຜ່ນດິນໂລກ, ແລະທະເລເພາະມານຮ້າຍໄດ້ລົງໄປຫາພວກເຈົ້າແລ້ວ. ມັນເຕັມໄປດ້ວຍຄວາມຄຽດແຄ້ນໂມໂຫ ເພາະມັນຮູ້ວ່າເວລາຂອງມັນເຫລືອຫນ້ອຍເຕັມທີ.
\s5
\v 13 ເມື່ອພະຍານາກນັ້ນຮູ້ວ່າມັນໄດ້ຖິ້ມລົງມາເທິງແຜ່ນດິນໂລກ, ມັນຈຶ່ງຕາມຫາຜູ້ຍິງຄົນນັ້ນທີ່ເກີດລູກຊາຍນັ້ນ.
\v 14 ແຕ່ຜູ້ຍິງຄົນນັ້ນໄດ້ຮັບປີກຂອງນົກອິນຊີໃຫຍ່ສອງປີກ, ດັ່ງນັ້ນນາງຈຶ່ງສາມາດຫນີໄປຍັງສະຖານທີ່ໆໄດ້ຈັດຕຽມເອົາໄວ້ສຳລັບນາງໃນຖິ່ນແຫ້ງແລ້ງກັນດານໃນບ່ອນນັ້ນນາງຈະໄດ້ຮັບການດູແລເອົາໃຈໃສ່ໃຫ້ພົ້ນໄພຈາກງູໃຫຍ່ເປັນເວລາຫນຶ່ງວາລະ ສອງວາລະ ແລະອີກເຄິ່ງວາລະ.
\s5
\v 15 ງູໃຫຍ່ນັ້ນໄດ້ເປົ່ານໍ້າອອກມາຈາກປາກຂອງມັນເຫມືອນກັບແມ່ນໍ້າສາຍຫນຶ່ງ, ເພື່ອຈະເຮັດໃຫ້ເກີດນໍ້າຖ້ວມທີ່ພັດພາເອົາຍິງຄົນນັ້ນໄປ.
\v 16 ແຜ່ນດິນໂລກໄດ້ເປີດປາກອອກ ແລະສູບເອົາແມ່ນໍ້າທີ່ພະຍານາກໄດ້ເປົ່າອອກມາຈາກປາກຂອງມັນລົງໄປເສຍ.
\v 17 ພະຍານາກນັ້ນຈຶ່ງຄຽດແຄ້ນຜູ້ຍິງຄົນນັ້ນຫລາຍ, ມັນຈຶ່ງໄປທຳສົງຄາມຕໍ່ສູ້ກັບເຊື້ອສາຍທີ່ເຫລືອທັງຫມົດຂອງນາງ, ຄືບັນດາຄົນທີ່ເຊື່ອຟັງຄຳບັນຊາຂອງພຣະເຈົ້າ, ແລະຢຶດຫມັ້ນໃນຄຳພະຍານຂອງພວກເຂົາກ່ຽວກັບພຣະເຢຊູເຈົ້າ.
\v 18 ຈາກນັ້ນພະຍານາກນັ້ນຈຶ່ງຢືນຂຶ້ນເທິງຫາດຊາຍແຄມທະເລ.
\s5
\c 13
\cl ບົດທີ 13
\p
\v 1 ແລ້ວຂ້າພຣະເຈົ້າເຫັນສັດຮ້າຍໂຕຫນຶ່ງຂຶ້ນມາຈາກທະເລ. ມັນມີເຂົາສິບເຂົາ ແລະຫົວເຈັດຫົວ. ເທິງເຂົາທັງສິບຂອງມັນມີມົງກຸດເທິງຫົວຂອງແຕ່ລະຫົວຂອງມັນມີຊື່ເປັນຄຳຫມິ່ນປະຫມາດພຣະເຈົ້າ.
\v 2 ສັດຮ້າຍທີ່ຂ້າພຣະເຈົ້າໄດ້ເຫັນນີ້ມີລັກສະນະຄືກັບເສືອດາວໂຕຫນຶ່ງ, ຕີນຂອງມັນເຫມືອນຕີນຂອງຫມີ, ແລະປາກຂອງມັນເຫມືອນສິງ, ພະຍານາກນັ້ນໃຫ້ອຳນາດບັນລັງແລະສິດທິອຳນາດອັນຍິ່ງໃຫຍ່ແກ່ມັນເພື່ອຈະຄອບຄອງ.
\s5
\v 3 ຫົວຫນຶ່ງຂອງສັດຮ້າຍນີ້ມີຮອຍບາດແຜທີ່ເຫມືອນເຄີຍຖືກຂ້າເຖີງຕາຍແລ້ວ, ແຕ່ກັບໄດ້ຮັບການຮັກສາໃຫ້ຫາຍດີ, ແລະໂລກທັງໂລກຕ່າງກໍ່ແຕກຕື່ນໃນຂະນະທີ່ພວກເຂົາຕິດຕາມສັດຮ້າຍນັ້ນ.
\v 4 ພວກເຂົາຍັງນະມັດສະການພະຍານາກນັ້ນ, ແລະ ເພາະພະຍານາກມອບສິດທິອຳນາດຂອງມັນໃຫ້ແກ່ສັດຮ້າຍໂຕນັ້ນ ພວກເຂົາຈຶ່ງນະມັດສະການສັດຮ້າຍໂຕນັ້ນ ແລະເວົ້າກັນບໍ່ຢຸດວ່າ, "ໃຜຈະເປັນເຫມືອນສັດຮ້າຍນີ້?" ແລະ "ໃຜຈະຕໍ່ສູ້ມັນໄດ້."
\s5
\v 5 ພຣະເຈົ້າຊົງອະນຸຍາດໃຫ້ສັດນັ້ນມີນັ້ນປາກທີ່ກ່າວໂອ້ອວດ ແລະຫມິ່ນປະຫມາດພຣະເຈົ້າ. ແລະໃຫ້ມີສິດທິອຳນາດເຮັດຢ່າງນັ້ນສີ່ສີບສອງເດືອນ.
\v 6 ດັ່ງນັ້ນສັດຮ້າຍນັ້ນຈຶ່ງເປີດປາກຂອງມັນກ່າວຕໍ່ຕ້ານພຣະເຈົ້າ: ຫມິ່ນປະມາດພຣະນາມຂອງພຣະອົງ, ຫມິ່ນປະຫມາດທີ່ບັນລັງ ແລະບັນດາຜູ້ທີ່ຢູ່ເທິງສະຫວັນທັງຫມົດ.
\s5
\v 7 ສັດຮ້າຍນັ້ນໄດ້ຮັບອະນຸຍາດໃຫ້ເຮັດສົງຄາມກັບບັນດາຜູ້ເຊື່ອ ແລະເອົາຊະນະພວກເຂົາໄດ້. ມັນຍັງໄດ້ຮັບສິດທິອຳນາດເຫນືອຄົນທຸກເຜົ່າ ທຸກຄົນ ທຸກພາສາ ແລະທຸກຊົນຊາດ.
\v 8 ທຸກຄົນທີ່ອາໄສຢູ່ໃນໂລກນີ້ຈະນະມັດສະການມັນ, ຄືທຸກຄົນທີ່ຊື່ຂອງເຂົາບໍ່ຖືກຈົດບັນທຶກເອົາໄວ້ໃນຫນັງສືແຫ່ງຊີວິດຂອງພຣະເມສານ້ອຍຜູ້ຖືກຂ້ານັບຕັ້ງແຕ່ຊົງສ້າງໂລກ.
\s5
\v 9 ໃຜມີຫູຟັງ ຈົ່ງຟັງເອົາເທີ້ນ, ຖ້າໃຜຖືກຄາດຫມາຍໄວ້ໃຫ້ເປັນຊະເລີຍ ເຂົາກໍ່ຈະຕ້ອງເປັນຊະເລີຍ.
\v 10 ຖ້າໃຜຖືກຄາດຫມາຍໄວ້ໃຫ້ຖືກຂ້າດ້ວຍດາບ ເຂົາກໍ່ຈະຖືກຂ້າດ້ວຍດາບ ນີ້ຄືການຊົງເອີ້ນເພື່ອໃຫ້ມີຄວາມອົດທົນຢືນຢັດ ແລະມີຄວາມເຊື່ອສຳລັບຜູ້ທີ່ບໍຣິສຸດທັງຫລາຍ.
\s5
\v 11 ຈາກນັ້ນຂ້າພຣະເຈົ້າເຫັນສັດຮ້າຍອີກໂຕຫນຶ່ງຂື້ນມາຈາກແຜ່ນດີນໂລກ. ມັນມີສອງເຂົາເຫມືອນແກະໂຕຫນຶ່ງ ແລະມັນເວົ້າຄືກັບພະຍານາກ.
\v 12 ໃນການປາກົດຕົວຂອງມັນນັ້ນ ມັນໃຊ້ສິດທິອຳນາດທັງຫມົດຂອງສັດຮ້າຍໂຕທຳອິດ, ມັນເຮັດໃຫ້ແຜ່ນດິນໂລກແລະທຸກສິ່ງທີ່ຢູ່ໃນນັ້ນນະມັດສະການສັດຮ້າຍໂຕທຳອິດທີ່ມີບາດແຜຂອງມັນ ແຕ່ໄດ້ຮັບການຮັກສາໃຫ້ຫາຍແລ້ວ.
\s5
\v 13 ມັນເຮັດການອັດສະຈັນອັນຍິ່ງໃຫຍ່. ແມ່ນແຕ່ເຮັດໃຫ້ໄຟຕົກລົງມາຈາກສະຫວັນເທິງແຜ່ນດິນໂລກຕໍ່ຫນ້າຕໍ່ຕາຄົນທັງຫລາຍ.
\v 14 ມັນໄດ້ຮັບອະນຸຍາດໃຫ້ເຮັດຫມາຍສຳຄັນຕ່າງໆໄດ້ ມັນຫລອກຫລວງຄົນທີ່ຢູ່ໃນໂລກ. ມັນບອກໃຫ້ພວກເຂົາສ້າງຮູບປັ້ນຂອງສັດຮ້າຍທີ່ມີບາດແຜຈາກດາບ ແຕ່ຍັງມີຊີວິດຢູ່ເພື່ອຍົກຍ້ອງໃຫ້ກຽດ.
\s5
\v 15 ມັນໄດ້ຮັບອະນຸຍາດເພື່ອໃຫ້ລົມຫາຍໃຈແກ່ຮູບປັ້ນສັດຮ້າຍນັ້ນ ເພື່ອມັນຈະສາມາດເວົ້າໄດ້ ແລະໃຜປະຕິເສດທີ່ຈະນະມັດສະການສັດຮ້າຍນັ້ນຈະຕ້ອງຖືກຂ້າຕາຍ.
\v 16 ບໍ່ວ່າຈະເປັນຄົນສຳຄັນ, ຫລືບໍ່ສຳຄັນ, ຄົນຮັ່ງມີຫລືຄົນຈົນ, ບໍ່ວ່າຈະເປັນອິສຣະຫລືທາດ, ໃຫ້ເຮັດສັນຍາລັກທີ່ມືຂວາ ຫລືເທິງຫນ້າຜາກ.
\v 17 ຜູ້ຄົນບໍ່ສາມາດຊື້ຂາຍໃດໆໄດ້ຖ້າຫາກບໍ່ມີສັນຍາລັກຂອງສັດຮ້າຍນີ້ທີ່ໃຫ້ຕົວເລກແທນຊື່ຂອງມັນ.
\s5
\v 18 ເລື່ອງນີ້ຕ້ອງໃຊ້ສະຕິປັນຍາ ຫາກຜູ້ໃດມີຄວາມເຂົ້າໃຈ ກໍໃຫ້ເຂົາຄິດຄາດະເນຕົວເລກຂອງສັດຮ້າຍນັ້ນ. ເພາະມັນເປັນເລກແທນບຸກຄົນຫນຶ່ງ ເລກຂອງມັນຄືຫົກຮອ້ຍຫົກສິບຫົກ.
\s5
\c 14
\cl ບົດທີ 14
\p
\v 1 ຂ້າພຣະເຈົ້າເບິ່ງແລະເຫັນພຣະເມສານ້ອຍກຳລັງຢືນຢູ່ເທິງພູເຂົາຊີໂອນ. ມີແສນສີ່ຫມື່ນສີ່ພັນຄົນ ຢູ່ຮ່ວມກັບພຣະອົງຄືບັນດາຄົນທີ່ເທິງຫນ້າຜາກຂອງພວກເຂົາຈາຣຶກພຣະນາມຂອງພຣະອົງ ແລະພຣະນາມຂອງພຣະບິດາຂອງພຣະອົງ.
\v 2 ຂ້າພຣະເຈົ້າໄດ້ຍິນສຽງຈາກສະຫວັນດັງຂຶ້ນເຫມືອນສຽງຄື້ນຢ່າງຫລວງຫລາຍ ແລະສຽງຟ້າຮ້ອງສະຫນັ່ນ. ສຽງທີ່ຂ້າພຣະເຈົ້າໄດ້ຍິນນັ້ນເປັນເຫມືອນສຽງພິນທີ່ບັນດານັກດີດພິນກຳລັງບັນເລງ.
\s5
\v 3 ພວກເຂົາຮ້ອງເພງບົດໃຫມ່ຕໍ່ຫນ້າພຣາຊບັນລັງ ຕໍ່ຫນ້າສິ່ງທີ່ມີຊີວິດທັງສີ່ ແລະຕໍ່ຫນ້າບັນດາຜູ້ອາວຸໂສ ບໍ່ມີໃຜສາມາດຝຶກຮ້ອງເພງນັ້ນໄດ້ນອກຈາກຄົນແສນສີ່ຫມື່ນສີ່ພັນຄົນນັ້ນ ຄົນເຫລົ່ານນີ້ຊົງໄຖ່ໄວ້ແລ້ວຈາກແຜ່ນດິນໂລກ.
\v 4 ຄົນເຫລົ່ານີ້ຄືບັນດາຄົນທີ່ບໍ່ໄດ້ເຮັດໃຫ້ຕົນເອງເປັນມົນທິນເພາະຜູ້ຍິງ, ພວກເຂົາຮັກສາຕົວເອງໃຫ້ມີຄວາມບໍຣິສຸດທາງເພດ ຄົນເຫລົ່ານີ້ຄືຄົນທີ່ຕິດຕາມພຣະເມສານ້ອຍໄປໃນທຸກບ່ອນທີ່ພຣະອົງໄປ, ຄົນເຫລົ່ານີ້ຖືກນຳອອກມາຈາກມວນມະນຸດເປັນຜົນທຳອິດທີ່ມອບຖວາຍໃຫ້ກັບພຣະເຈົ້າແລະກັບພຣະເມສານ້ອຍ.
\v 5 ບໍ່ມີຄຳເວົ້າຂີ້ຕົວະໃດໆອອກມາຈາກປາກຂອງພວກເຂົາ; ພວກເຂົາບໍ່ມີທີ່ຕິເລີຍ.
\s5
\v 6 ຂ້າພຣະເຈົ້າໄດ້ເຫັນທູດສະຫວັນອີກອົງຫນຶ່ງ, ບິນມາກາງອາກາດ ເຂົາມີຖ້ອຍຄຳອັນຕະຫລອດໄປເປັນນິດແຫ່ງຂ່າວປະເສີດເພື່ອປະກາດແກ່ບັນດາຄົນທີ່ຢູ່ເທິງແຜ່ນດິນໂລກຄື ທຸກຊົນຊາດ ທຸກເຜົ່າ ທຸກພາສາ ແລະທຸກຄົນ.
\v 7 ເຂົາຮ້ອງດ້ວຍສຽງດັງວ່າ "ຈົ່ງຢໍາເກງພຣະເຈົ້າ ແລະຖວາຍກຽດແກ່ພຣະອົງ. ເພາະຊົ່ວໂມງແຫ່ງການພິພາກສາໄດ້ມາເຖິງແລ້ວ ຈົ່ງນະມັດສະການພຣະອົງ ຜູ້ດຽວທີ່ສ້າງຟ້າສະຫວັນ, ແຜ່ນດິນໂລກ ທະເລ, ແລະນໍ້າພຸທັງຫລາຍ."
\s5
\v 8 ແລ້ວທູດສະຫວັນອີກອົງຫນຶ່ງຄື ທູດສະຫວັນອົງທີສອງຕາມມາ ແລະກ່າວວ່າ "ຫລົ້ມຈົມແລ້ວ ບາບີໂລນມະຫານະຄອນຫລົ້ມຈົມແລ້ວ, ຜູ້ທີ່ຊັກຈູງທຸກຊົນຊາດໃຫ້ດື່ມເຫລົ້າອະງຸ່ນແຫ່ງຣາຄະຕັນຫາຂອງນາງ."
\s5
\v 9 ທູດສະຫວັນອີກອົງຫນຶ່ງຄື ອົງທີສາມທີ່ຕາມພວກເຂົາມາໄດ້ເວົ້າດ້ວຍສຽງດັງວ່າ, "ຜູ້ໃດທີ່ນະມັດສະການສັດຮ້າຍ ແລະຮູບປັ້ນຂອງມັນ ແລະໄດ້ຮັບສັນຍາລັກທີ່ຫນ້າຜາກຫລືມືຂອງເຂົາ.
\v 10 ເຂົາຈະໄດ້ດື່ມເຫລົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າດ້ວຍເຊັ່ນກັນ, ເຫລົ້າອະງຸ່ນທີ່ຖືກເທລົງໃນຖ້ວຍແຫ່ງຄວາມໂກດຮ້າຍໂດຍບໍ່ເຈືອປົນສິ່ງໃດ. ຄົນທີ່ດື່ມຈະທົນທຸກທໍຣະມານດ້ວຍໄຟມາດຕໍ່ຫນ້າທູດສະຫວັນບໍຣິສຸດຂອງພຣະເຈົ້າ ແລະຕໍ່ພຣະພັກພຣະເມສານ້ອຍ."
\s5
\v 11 ຄວັນຈາກການທໍຣະມານຂອງພວກເຂົາຈະລອຍຂຶ້ນຕະຫລອດໄປເປັນນິດ, ແລະພວກເຂົາຈະບໍ່ໄດ້ຢຸດພັກ ບໍ່ວ່າຈະກາງເວັນຫລືກາງຄືນ ພວກເຂົາຄືຄົນທີ່ນະມັດສະການສັດຮ້າຍ ກັບຮູບປັ້ນຂອງມັນ, ແລະທຸກຄົນທີ່ໄດ້ຮັບສັນຍາລັກທີ່ເປັນຊື່ຂອງມັນ.
\v 12 ຜູ້ທີ່ເຊື່ອຟັງຄຳບັນຊາຂອງພຣະເຈົ້າ ແລະຜູ້ທີ່ມີຄວາມເຊື່ອຝ່າຍພຣະເຢຊູເຈົ້າກໍຕ້ອງໃຊ້ຄວາມພຽນອົດທົນ."
\s5
\v 13 ຂ້າພຣະເຈົ້າໄດ້ຍິນສຽງຈາກຟ້າສະຫວັນກ່າວວ່າ, "ຈົ່ງຂຽນບັນທຶກສິ່ງນີ້ ຄວາມສຸກເປັນຂອງຄົນທີ່ຕາຍໃນອົງພຣະຜູ້ເປັນເຈົ້າ." ພຣະວິນຍານກ່າວວ່າ "ແມ່ນແລ້ວ, ເພື່ອພວກເຂົາຈະໄດ້ຢຸດພັກຈາກການງານອັນຫນັກ, ແລະການກະທຳຂອງພວກເຂົາຈະຕິດຕາມພວກເຂົາໄປ."
\s5
\v 14 ຂ້າພຣະເຈົ້າເບິ່ງ ແລະມີເມກສີຂາວກ້ອນຫນຶ່ງ. ຜູ້ທີ່ນັ່ງຢູ່ເທິງເມກນັ້ນມີລັກສະນະເຫມືອນບຸດມະນຸດ. ພຣະອົງສວມມົງກຸດຄຳເທິງຫົວ ແລະໃນມືຊົງຖືກ່ຽວທີ່ຄົມຫລາຍ.
\v 15 ຈາກນັ້ນຈຶ່ງມີທູດສະຫວັນອີກອົງຫນຶ່ງອອກມາຈາກພຣະວິຫານ ແລະຮຽກຮ້ອງຜູ້ນັ່ງຢູ່ເທິງເມກດ້ວຍສຽງດັ່ງວ່າ: "ໃຊ້ກ່ຽວຂອງທ່ານແລະເລີ່ມຕົ້ນເກັບກ່ຽວ ເພາະເຖິງເວລາແຫ່ງການເກັບກ່ຽວແລ້ວ, ເນື່ອງຈາກຜົນທີ່ຈະເກັບກ່ຽວເທິງແຜ່ນດິນໂລກກໍ່ສຸກງອມແລ້ວ."
\v 16 ແລ້ວຜູ້ທີ່ນັ່ງຢູ່ເທິງເມກຈຶ່ງແກວ່ງກ່ຽວຂອງພຣະອົງລົງແຜ່ນດິນໂລກ, ແລ້ວແຜ່ນດິນໂລກກໍ່ໄດ້ຮັບການເກັບກ່ຽວ.
\s5
\v 17 ມີທູດສະຫວັນອົງຫນຶ່ງອອກມາຈາກພຣະວິຫານໃນສະຫວັນ; ເຂົາມີກ່ຽວທີ່ຄົມຫລາຍດ້ວຍເຊັ່ນກັນ.
\v 18 ຍັງມີທູດສະຫວັນອີກອົງຫນຶ່ງ, ຜູ້ມີສິດທິດອຳນາດເຫນືອໄຟ. ໄດ້ອອກມາຈາກແທ່ນເຜົາເຄື່ອງຫອມບູຊາ. ເຂົາຮ້ອງດ້ວຍສຽງດັງຕໍ່ຜູ້ນັ້ນທີ່ກ່ຽວວ່າ "ໃຊ້ກ່ຽວທີ່ຄົມຫລາຍຂອງທ່ານເພື່ອເກັບກ່ຽວພວງອະງຸ່ນທັງຫລາຍຈາກເຄືອອະງຸ່ນທີ່ເທິງແຜ່ນດີິນໂລກ ເພາະຫມາກອະງຸ່ນກໍ່ສຸກງອມແລ້ວ."
\s5
\v 19 ທູດສະຫວັນອົງນັ້ນຈຶ່ງແກວ່ງກ່ຽວລົງເທິງແຜ່ນດິນໂລກ ແລະເກັບກ່ຽວຫມາກອະງຸ່ນຈາກແຜ່ນດິນໂລກ. ເຂົາໂຍນຫມາກອະງຸ່ນເຫລົ່ານັ້ນລົງໄປໃນອ່າງບີບອະງຸ່ນຂະໜາດໃຫຍ່ຊຶ່ງເປັນອ່າງແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ.
\v 20 ອ່າງບີບອະງຸ່ນນັ້ນຖືກບີບທີ່ນອກເມືອງ ມີເລືອດໄຫລອອກມາຈາກອ່າງນັ້ນເລິກເກືອບເຖິງສອງແມັດແລະໄຫລຍາວເປັນສາຍນ້ຳປະມານສາມຮ້ອຍກິໂລແມັດ.
\s5
\c 15
\cl ບົດທີ 15
\p
\v 1 ແລ້ວຂ້າພຣະເຈົ້າເຫັນຫມາຍສຳຄັນໃນສະຫວັນ, ອີກຢ່າງຫນຶ່ງທີ່ຍິ່ງໃຫຍ່ ແລະອັດສະຈັນ ຄືມີທູດສະຫວັນເຈັດອົງຖືພັຍພິບັດເຈັດຢ່າງ, ເຊິ່ງເປັນພັຍພິບັດສຸດທ້າຍ, ເພາະວ່າຄວາມໂກດຮ້າຍຂອງພຣະເຈົ້າຈະສິ້ນສຸດລົງດ້ວຍພັຍພິບັດເຫລົ່ານັ້ນ.
\s5
\v 2 ຂ້າພຣະເຈົ້າເຫັນສິ່ງທີ່ເບິ່ງຄືເປັນທະເລແກ້ວປົນກັບໄຟ. ຄົນເຫລົ່ານັ້ນທີ່ຢືນຢູ່ແຄມທະເລຄືບັນດາຄົນທີ່ມີຊັຍຊະນະຕໍ່ສັດຮ້າຍ ແລະຕໍ່ຮູບຂອງມັນ ແລະຕໍ່ຕົວເລກທີ່ສະແດງເຖິງຊື່ຂອງມັນ. ພວກເຂົາທັງຫລາຍຖືພິນທີ່ພຣະເຈົ້າປຣະທານໃຫ້.
\s5
\v 3 ພວກເຂົາຮ້ອງເພງຂອງໂມເຊ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະຮ້ອງເພງຂອງພຣະເມສານ້ອຍວ່າ: "ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ, ພຣະຣາຊກິດຂອງພຣະອົງຍີ່ງໃຫຍ່ແລະອັດສະຈັນ, ຂ້າແດ່ອົງພຣະມະຫາກະສັດແຫ່ງບັນດາປະຊາຊາດ, ວິຖີທາງຂອງພຣະອົງກໍ່ຖືກຕ້ອງແລະສັດຈິງ.
\v 4 ຂ້າແດ່ອົງພຣະຜູ້ເປັນເຈົ້າ, ມີໃຜແດ່ບໍ່ຢ້ານພຣະອົງ, ແລະຖວາຍກຽດແດ່ພຣະນາມຂອງພຣະອົງ? ເພາະພຣະອົງຜູ້ດຽວຊົງບໍຣິສຸດ ບັນດາປະຊາຊາດທັງຫລາຍຈະມານະມັດສະການຕໍ່ຫນ້າພຣະອົງ ເພາະກິດຈະການອັນຊອບທັມຂອງພຣະອົງໄດ້ປາກົດໃຫ້ເຫັນແລ້ວ."
\s5
\v 5 ຫລັງຈາກສິ່ງເຫລົ່ານີ້ເກີດຂຶ້ນແລ້ວ, ຂ້າພຣະເຈົ້າເບິ່ງເຫັນພຣະວິຫານຊຶ່ງມີຫໍເຕັນສັກສິດແຫ່ງຄຳພະຍານໄດ້ເປີດອອກໃນສະຫວັນ.
\v 6 ແລະທູດສະຫວັນທັງເຈັດອົງທີ່ຖືພັຍພິບັດທັງເຈັດຢ່າງ ໄດ້ອອກມາຈາກສະຖານສັກສິດທີ່ສຸດ ທູດສະຫວັນເຫລົ່ານັ້ນນຸ່ງຫົ່ມຜ້າປ່ານບໍຣິສຸດເສາະໃສ ແລະໃສ່ສາຍຮັດຫນ້າເອິກທີ່ເຮັດດ້ວຍຄຳ.
\s5
\v 7 ຫນຶ່ງໃນສິ່ງມີຊີວິດທັງສີ່ຕົນນັ້ນ ໄດ້ມອບຂັນຄຳເຈັດຫນ່ວຍທີ່ເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະເຈົ້າ, ຜູ້ຊົງພຣະຊົນຢູ່ເປັນນິດໃຫ້ແກ່ທູດສະຫວັນທັງເຈັດອົງນັ້ນ.
\v 8 ແລ້ວພຣະວິຫານກໍ່ເຕັມໄປດ້ວຍຄວັນຊຶ່ງມາຈາກພຣະສະຫງ່າຣາສີຂອງພຣະເຈົ້າ ແລະມາຈາກຣິດອຳນາດຂອງພຣະອົງ ບໍ່ມີໃຜສາມາດເຂົ້າໄປໃນພຣະວິຫານນັ້ນ ຈົນກວ່າພັຍພິບັດທັງເຈັດຂອງທູດສະຫວັນເຈັດອົງນັ້ນຈະສຳເລັດລົງ.
\s5
\c 16
\cl ບົດທີ 16
\p
\v 1 ຂ້າພຣະເຈົ້າໄດ້ຍິນສຽງດັງອອກມາຈາກພຣະວິຫານ ສັ່ງທູດສະຫວັນທັງເຈັດອົງນັ້ນວ່າ, "ຈົ່ງອອກໄປແລ້ວເທຂັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າທັງເຈັດຫນ່ວຍລົງເທິງແຜ່ນດິນໂລກ."
\s5
\v 2 ທູດສະຫວັນອົງທຳອິດຈຶ່ງອອກໄປ ແລະເທຂັນຂອງຕົນລົງເທິງແຜ່ນດິນໂລກ; ແລ້ວຄົນທັງຫລາຍທີ່ມີເຄື່ອງຫມາຍຂອງສັດຮ້າຍ ແລະພວກທີ່ບູຊາຮູບຂອງມັນກໍ່ມີບາດແຜຮ້າຍທີ່ຫນ້າກຽດຊັງ, ແລະເຈັບປວດເກີດຂຶ້ນຕາມຕົນຕົວ.
\s5
\v 3 ທູດສະຫວັນອົງທີສອງເທຂັນຂອງຕົນລົງໃນທະເລແລະທະເລກໍ່ກາຍເປັນເລືອດເຫມືອນເລືອດຂອງຄົນຕາຍ, ແລະສິ່ງມີຊີວິດທັງຫມົດຊຶ່ງຢູ່ໃນທະເລນັ້ນກໍ່ຕາຍໄປຫມົດ.
\s5
\v 4 ທູດສະຫວັນອົງທີສາມເທຂັນຂອງຕົນລົງໄປໃນແມ່ນໍ້າແລະນໍ້າພຸທັງຫລາຍ, ແລະນໍ້່າເຫລົ່ານັ້ນກໍ່ກາຍເປັນເລືອດ.
\v 5 ຂ້າພຣະເຈົ້າໄດ້ຍິນທູດສະຫວັນແຫ່ງຫນ້ານໍ້າຕ່າງໆກ່າວວ່າ, "ພຣະອົງຊົງຊອບທັມ ຜູ້ຊົງເປັນຢູ່ແລະເຄີຍເປັນຢູ່, ແລະຜູ້ຊົງບໍຣິສຸດ, ເພາະພຣະອົງໄດ້ຊົງພິພາກສາສິ່ງເຫລົ່ານີ້ແລ້ວ.
\v 6 ເພາະພວກເຂົາເຮັດໃຫ້ເລືອດຂອງບັນດາຜູ້ເຊື່ອ ແລະຜູ້ປະກາດພຣະຄັມໄຫລອອກ, ແລະພຣະອົງຊົງໃຫ້ເຂົາດື່ມເລືອດຊຶ່ງເປັນສິ່ງທີ່ພວກເຂົາສົມຄວນໄດ້ຮັບແລ້ວ."
\v 7 ແລ້ວຂ້າພຣະເຈົ້າໄດ້ຍິນແທ່ນບູຊາຕອບວ່າ, "ຖືກແລ້ວ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່, ການພິພາກສາຂອງພຣະອົງສັດຈິງ ແລະຊອບທັມ."
\s5
\v 8 ທູດສະຫວັນອົງທີສີ່ເທຂັນຂອງຕົນລົງໄປທີ່ຕາເວັນ, ແລະອະນຸຍາດໃຫ້ຕາເວັນເຜົາໄຫມ້ມະນຸດດ້ວຍຄວາມຮ້ອນອັນແຮງກ້າ.
\v 9 ຄວາມຮ້ອນແຮງຂອງແສງແດດກ້າກໍ່ເຜົາໄຫມ້ມະນຸດ ແລະພວກເຂົາກໍ່ສາບແຊ່ງພຣະນາມຂອງພຣະເຈົ້າຜູ້ຊົງຣິດເຫນືອພັຍພິບັດເຫລົ່ານີ້. ພວກເຂົາບໍ່ຍອມກັບໃຈໃຫມ່ເພື່ອຖວາຍກຽດແດ່ພຣະອົງ.
\s5
\v 10 ຫລັງຈາກນັ້ນ ທູດສະຫວັນອົງທີຫ້າເທຂັນຂອງຕົນລົງເທິງບັນລັງຂອງສັດຮ້າຍ, ແລ້ວຄວາມມືດກໍ່ປົກຄຸມອານາຈັກຂອງສັດຮ້າຍ ຄົນເຫລົ່ານັ້ນກໍ່ກັດລີ້ນຂອງຕົນເອງເພາະຄວາມເຈັບປວດ.
\v 11 ແລະພວກເຂົາສາບແຊ່ງພຣະເຈົ້າແຫ່ງຟ້າສະຫວັນ ເພາະຄວາມເຈັບປວດ ແລະເພາະບາດແຜຕາມຮ່າງກາຍຂອງພວກເຂົາ, ແຕ່ພວກເຂົາຍັງບໍ່ຍອມກັບໃຈຈາກການກະທຳຂອງຕົນ.
\s5
\v 12 ທູດສະຫວັນອົງທີຫົກເທຂັນຂອງຕົນລົງໄປທີ່ແມ່ນໍ້າໃຫຍ່ ຄືແມ່ນໍ້າເອີຟຣັດ. ເຮັດໃຫ້ນໍ້ານັ້ນແຫ້ງ ເພື່ອຕຽມທາງໄວ້ສຳລັບບັນດາກະສັດທີ່ຈະມາຈາກທິດຕາເວັນອອກ.
\v 13 ແລ້ວຂ້າພຣະເຈົ້າເຫັນວິນຍານຊົ່ວຮ້າຍສາມດວງຊຶ່ງມີຮູບຮ່າງເຫມືອນໂຕກົບອອກມາຈາກປາກຂອງພະຍານາກ, ຈາກປາກສັດຮ້າຍ ແລະຈາກປາກຜູ້ປະກາດພຣະຄັມປອມ.
\v 14 ເພາະວ່າພວກມັນເປັນວິນຍານແຫ່ງຜີມານຮ້າຍທີ່ເຮັດຫມາຍສຳຄັນການອັດສະຈັນ, ພວກມັນອອກໄປຫາບັນດາກະສັດທົ່ວໂລກ ເພື່ອລວບລວມເອົາບັນດາກະສັດເຫລົ່ານັ້ນໄປ ເຮັດສົງຄາມໃນວັນອັນໃຫຍ່ຫລວງຂອງພຣະເຈົ້າຜູ້ຊົງຍິ່ງໃຫຍ່ສູງສຸດ.
\s5
\v 15 (ເບິ່ງແມ! ເຮົາກຳລັງມາເຫມືອນຂະໂມຍ ຄົນທີ່ເຝົ້າຣະວັງຢູ່ແລະສວມເສື້ອຜ້າຂອງຕົນໄວ້ກໍ່ເປັນສຸກ ເພາະວ່າເຂົາຈະບໍ່ຕ້ອງອອກໄປແບບເປືອຍກາຍໃຫ້ຄົນທັງຫລາຍເຫັນສະພາບອັນອັບອາຍຂອງເຂົາ).
\v 16 ແລ້ວວິນຍານທັງສາມໄດ້ຮວບຮວມບັນດາກະສັດເຫລົ່ານັ້ນໄປສະຖານທີ່ຫນຶ່ງເອີ້ນຕາມພາສາເຮັບເຣີວ່າ ອາມາເຄໂດນ.
\s5
\v 17 ຫລັງຈາກນັ້ນ ທູດສະຫວັນອົງທີເຈັດເທຂັນຂອງຕົນລົງໄປໃນອາກາດ. ແລະມີພຣະສຸຣະສຽງດັງອອກມາຈາກບັນລັງໃນພຣະວິຫານນັ້ນວ່າ "ສຳເລັດແລ້ວ."
\v 18 ແລ້ວເກີດມີຟ້າແມບ ສຽງແຕກດັງສະນັ່ນ, ສຽງຟ້າຮ້ອງ ແລະແຜ່ນດິນໄຫວຮຸນແຮງ, ຊຶ່ງເປັນແຜ່ນດິນໄຫວທີ່ຮຸນແຮງກວ່າແຜ່ນດິນໄຫວໃດໆທີ່ເຄີຍເກີດຂຶ້ນຕັ້ງແຕ່ມະນຸດເກີດຂຶ້ນມາເທິງແຜ່ນດິນໂລກ, ແຜ່ນດິນໄຫວຄັ້ງນີ້ຮຸນແຮງຫລາຍ.
\v 19 ມະຫານະຄອນນັ້ນກໍ່ແຍກອອກເປັນສາມສ່ວນ ແລະເມືອງທັງຫລາຍຂອງບັນດາປະຊາຊາດກໍ່ພັງລົງ ແລ້ວພຣະເຈົ້າຊົງຣະນຶກເຖິງມະຫານະຄອນບາບີໂລນ ແລະພຣະອົງຊົງໃຫ້ນະຄອນນີ້ດື່ມເຫລົ້າອະງຸ່ນທີ່ເຮັດມາຈາກຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ.
\s5
\v 20 ແລ້ວເກາະທັງຫມົດກໍ່ສູນຫາຍໄປ ແລະພູທັງໝົດກໍ່ຫາບໍ່ພົບ.
\v 21 ຫມາກເຫັບໃຫຍ່ຊຶ່ງມີນໍ້າຫນັກກ້ອນລະຫ້າສິບກິໂລກໍ່ຕົກຈາກຟ້າລົງມາຖືກຄົນທັງຫລາຍ, ພວກເຂົາກໍ່ສາບແຊ່ງພຣະເຈົ້າເນື່ອງດ້ວຍພັຍພິບັດທີ່ເກີດຈາກຫມາກເຫັບນັ້ນ ເພາະພັຍພິບັດນັ້ນຮຸນແຮງຫລາຍ.
\s5
\c 17
\cl ບົດທີ 17
\p
\v 1 ທູດສະຫວັນອົງຫນຶ່ງໃນເຈັດອົງທີ່ຖືຂັນເຈັດອັນນັ້ນ ກໍ່ມາເວົ້າກັບຂ້າພຣະເຈົ້າວ່າ, "ຈົ່ງມາເທາະ ເຮົາຈະໃຫ້ທ່ານເບິ່ງການລົງໂທດຍິງແມ່ຈ້າງຄົນສຳຄັນທີ່ນັ່ງຢູ່ເທິງນໍ້າຕົກຕາດ.
\v 2 ຄືຍິງທີ່ບັນດາກະສັດແຫ່ງແຜ່ນດິນໂລກລ່ວງປະເວນີນຳນາງ ແລະຄົນທັງຫລາຍທີ່ຢູ່ເທິງແຜ່ນດິນໂລກກໍ່ເມົາດ້ວຍເຫລົ້າອະງຸ່ນແຫ່ງການລ່ວງປະເວນີຂອງນາງ."
\s5
\v 3 ແລ້ວທູດສະຫວັນນັ້ນກໍ່ນໍາຂ້າພຣະເຈົ້າໄປໃນຖິ່ນແຫ້ງແລ້ງກັນດານໂດຍພຣະວິນຍານ, ແລະຂ້າພຣະເຈົ້າເຫັນຍິງຄົນຫນຶ່ງນັ່ງຢູ່ເທິງສັດຮ້າຍສີແດງເຂັ້ມໂຕຫນຶ່ງ ຊຶ່ງເຕັມໄປດ້ວຍຊື່ເປັນຄຳຫມິ່ນປະມາດພຣະເຈົ້າ. ສັດຮ້າຍນັ້ນມີເຈັດຫົວແລະສິບເຂົາ.
\v 4 ຍິງຄົນນັ້ນສວມຊຸດສີມ່ວງແລະແດງເຂັ້ມ ແລະປະດັບດ້ວຍຄໍາ ເຄື່ອງປະດັບຕ່າງໆ ແລະໄຂ່ມຸກ, ໃນມືຂອງນາງຖືຖ້ວຍຄຳທີ່ເຕັມໄປດ້ວຍສິ່ງທີ່ຫນ້າກຽດຫນ້າຊັງ ແລະສິ່ງທີ່ເປັນມົນທິນຈາກການລ່ວງປະເວນີຂອງນາງ.
\v 5 ເທິງຫນ້າຜາກຂອງນາງມີຊື່ທີ່ມີຄວາມຫມາຍເລິກລັບຂຽນໄວ້ວ່າ "ບາບີໂລນນະຄອນໃຫຍ່ ແມ່ຂອງຍິງແມ່ຈ້າງທັງຫລາຍ ແລະແມ່ຂອງບັນດາສິ່ງຫນ້າກຽດຫນ້າຊັງແຫ່ງແຜ່ນດິນໂລກ."
\s5
\v 6 ຂ້າພຣະເຈົ້າເຫັນຍິງນັ້ນເມົາດ້ວຍເລືອດຂອງບັນດາຜູ້ເຊື່ອ ແລະເລືອດຂອງບັນດາຜູ້ສະຫລະຊີວິດເພາະເປັນພະຍານຝ່າຍພຣະເຢຊູເຈົ້າ. ເມື່ອຂ້າພຣະເຈົ້າເຫັນນາງ ຂ້າພຣະເຈົ້າກໍ່ອັດສະຈັນໃຈຫລາຍ.
\v 7 ແຕ່ທູດສະຫວັນອົງນັ້ນກ່າວກັບຂ້າພຣະເຈົ້າວ່າ "ຍ້ອນຫຍັງທ່ານຈຶ່ງອັດສະຈັນໃຈ? ເຮົາຈະບອກໃຫ້ທ່ານຮູ້ເຖິງຄວາມຫມາຍອັນເລິກລັບຂອງຍິງນັ້ນແລະສັດຮ້າຍທີ່ມີເຈັດຫົວແລະສິບເຂົາທີ່ເປັນພາຫະນະຂອງນາງ.
\s5
\v 8 ສັດຮ້າຍທີ່ທ່ານເຫັນນັ້ນ ມັນເຄີຍເປັນຢູ່ໃນຄາວກ່ອນ ແຕ່ບໍ່ໄດ້ເປັນຢູ່ໃນຂະນະນີ້, ມັນກຳລັງຈະຂຶ້ນມາຈາກເຫວເລິກ, ແລ້ວໄປສູ່ຄວາມພິນາດ, ຄົນທັງຫລາຍທີ່ຢູເທິງແຜ່ນດິນໂລກຊື່ງບໍ່ມີຊື່ຈົດໄວ້ໃນຫນັງສືແຫ່ງຊີວິດຕັ້ງແຕ່ເລີ້ມຕົ້ນເນຣະມິດສ້າງໂລກ ກໍ່ຈະອັດສະຈັນໃຈເມື່ອເຫັນສັດຮ້າຍຊຶ່ງເຄີຍເປັນຢູ່, ແຕ່ບໍ່ໄດ້ເປັນຢູ່ໃນຂະນະນີ້, ແລະກຳລັງຈະມາປາກົດອີກ.
\s5
\v 9 ສິ່ງນີ້ຕ້ອງໃຊ້ຄວາມຄິດຢ່າງມີປັນຍາ ຫົວທັງເຈັດນັ້ນຄືເນີນເຂົາເຈັດຫນ່ວຍທີ່ຍິງນັ້ນນັ່ງຢູ່
\v 10 ແລະຫມາຍເຖິງກະສັດເຈັດອົງ. ຫ້າອົງໄດ້ລ່ວງລັບໄປແລ້ວ, ອົງຫນຶ່ງກຳລັງເປັນຢູ່, ສ່ວນອີກອົງຫນຶ່ງຍັງບໍ່ໄດ້ສະເດັດມາ, ຖ້າມາແລ້ວກໍ່ຈະຢູ່ໄດ້ພຽງໄລຍະສັ້ນໆເທົ່ານັ້ນ.
\s5
\v 11 ສັດຮ້າຍທີ່ເຄີຍເປັນຢູ່ ແຕ່ບໍ່ໄດ້ເປັນຢູ່ໃນຂະນະນີ້ ເປັນກະສັດອົງທີແປດ; ແຕ່ກໍ່ຍັງເປັນຫນຶ່ງໃນກະສັດເຈັດອົງນັ້ນ ແລະກຳລັງໄປສູ່ຄວາມພິນາດ.
\s5
\v 12 ເຂົາທັງສິບເຂົາທີ່ທ່ານເຫັນນັ້ນຄືກະສັດສິບອົງທີ່ຍັງບໍ່ໄດ້ຮັບຣາຊອານາຈັກ, ແຕ່ຈະຮັບສິດທິອຳນາດເຫມືອນຢ່າງກະສັດດ້ວຍກັນກັບສັດຮ້າຍໂຕນັ້ນຫນຶ່ງຊົ່ວໂມງ.
\v 13 ກະສັດເຫລົ່ານີ້ມີຄວາມເຫັນອັນດຽວກັນ, ແລະຈະມອບຣິດອຳນາດ ແລະສິດທິອຳນາດຂອງຕົນແກ່ສັດຮ້າຍນັ້ນ.
\v 14 ພວກເຂົາຈະຕໍ່ສູ້ກັບພຣະເມສານ້ອຍ. ແຕ່ພຣະເມສານ້ອຍຈະເອົາຊະນະເຂົາ ເພາະວ່າພຣະອົງຊົງເປັນເຈົ້ານາຍເຫນືອເຈົ້ານາຍທັງຫມົດ, ແລະຊົງເປັນມະຫາກະສັດເຫນືອກະສັດທັງຫມົດ ແລະບັນດາຜູ້ທີ່ຢູ່ກັບພຣະອົງນັ້ນ ກໍ່ເປັນຜູ້ທີ່ໄດ້ຮັບການຊົງເອີ້ນ ໄດ້ຮັບການຊົງເລືອກ ແລະເປັນຜູ້ທີ່ສັດຊື່"ກໍຈະມີໄຊດ້ວຍກັນກັບພຣະອົງ.
\s5
\v 15 ທູດສະຫວັນອົງນັ້ນບອກຂ້າພຣະເຈົ້າວ່າ "ແມ່ນໍ້າທັງຫລາຍທີ່ທ່ານເຫັນຊຶ່ງເປັນບ່ອນທີ່ຍິງແມ່ຈ້າງນັ່ງຢູ່ນັ້ນ, ຄືຄົນທັງຫລາຍ, ເຫລົ່າຝູງຊົນ, ບັນດາປະຊາຊາດ ແລະພາສາຕ່າງໆ.
\s5
\v 16 ເຂົາສິບເຂົາທີ່ທ່ານເຫັນ ແລະສັດຮ້າຍນັ້ນຈະກຽດຊັງຍິງແມ່ຈ້າງນັ້ນ. ພວກມັນຈະເຮັດໃຫ້ນາງເປົ່າປ່ຽວ ແລະເປືອຍກາຍ ພວກມັນຈະຫຸ້ມກິນຊີ້ນຂອງນາງ, ແລະເອົາໄຟເຜົານາງຈົນບໍ່ເຫລືອຊາກ.
\v 17 ເພາະວ່າພຣະເຈົ້າຊົງບັນດານໃຈພວກມັນໃຫ້ເຮັດຕາມຄຳສັ່ງຂອງພຣະອົງ ໂດຍມີຄວາມເຫັນຢ່າງດຽວກັນໃນການມອບອຳນາດໃນການປົກຄອງຂອງພວກມັນໃຫ້ແກ່ສັດຮ້າຍນັ້ນຈົນກວ່າພຣະຄັມຂອງພຣະເຈົ້າຈະສຳເລັດ.
\s5
\v 18 ແລະຍິງທີ່ທ່ານເຫັນນັ້ນຄືນະຄອນທີ່ປົກຄອງຢູ່ເຫນືອບັນດາກະສັດຂອງແຜ່ນດິນໂລກ."
\s5
\c 18
\cl ບົດທີ 18
\p
\v 1 ຫລັງຈາກນັ້ນ ຂ້າພຣະເຈົ້າເຫັນທູດສະຫວັນອີກອົງຫນຶ່ງລົງມາຈາກສະຫວັນ, ທ່ານມີສິດທິອຳນາດຍິ່ງໃຫຍ່, ແລະຣັດສະຫມີຂອງທ່ານເຮັດໃຫ້ແຜ່ນດິນໂລກແຈ້ງສະຫວ່າງ.
\v 2 ທ່ານຮ້ອງປະກາດດ້ວຍສຽງອັນດັງວ່າ, "ບາບີໂລນນະຄອນໃຫຍ່ຫລົ້ມຈົມແລ້ວ, ຫລົ້ມຈົມແລ້ວກາຍເປັນທີ່ອາໄສຂອງພວກຜີມານຮ້າຍ ເປັນທີ່ຢູ່ຂອງວິນຍານຊົ່ວຮ້າຍທຸກຊະນິດ, ແລະເປັນທີ່ຢູ່ຂອງນົກທີ່ສົກກະປົກ, ແລະຫນ້າກຽດຫນ້າຊັງທຸກຊະນິດ.
\v 3 ເພາະປະຊາຊາດທັງຫມົດໄດ້ດື່ມເຫລົ້າອະງຸ່ນແຫ່ງຣາຄະຕັນຫາໃນການລ່ວງປະເວນີຂອງນະຄອນນັ້ນ. ບັນດາກະສັດແຫ່ງແຜ່ນດິນໂລກໄດ້ລ່ວງປະເວນີກັບນະຄອນນັ້ນ. ແລະພໍ່ຄ້າທັງຫລາຍແຫ່ງແຜ່ນດິນໂລກກໍ່ຮັ່ງມີຂຶ້ນຈາກອຳນາດແຫ່ງການໃຊ້ຊີວິດດ້ວຍຊັບອັນຟຸມເຟືອຍຂອງນະຄອນນັ້ນ."
\s5
\v 4 ແລ້ວຂ້າພຣະເຈົ້າໄດ້ຍິນອີກສຽງຫນຶ່ງຈາກສະຫວັນວ່າ "ຈົ່ງອອກມາຈາກມະຫານະຄອນນັ້ນເສັຍ, ປະຊາຊົນຂອງເຮົາເອີຍ ເພື່ອເຈົ້າຈະບໍ່ມີສ່ວນໃນຄວາມບາບຂອງນະຄອນນັ້ນ, ແລະເພື່ອເຈົ້າຈະບໍ່ຕ້ອງຮັບພັຍພິບັດໃດໆຂອງນະຄອນນັ້ນ.
\v 5 ບາບຂອງນະຄອນນັ້ນກອງສູງຂຶ້ນພຽງຟ້າແລ້ວ, ແລະພຣະເຈົ້າໄດ້ຊົງຈົດຈຳຄວາມປະພຶດຊົ່ວຮ້າຍຂອງນະຄອນນັ້ນແລ້ວ.
\v 6 ຈົ່ງຕອບສະຫນອງນະຄອນນັ້ນເຫມືອນຢ່າງທີ່ນະຄອນນັ້ນເຄີຍຕອບສະຫນອງຄົນອື່ນໆ, ແລະຈົ່ງຕອບສະຫນອງການກະທຳຂອງນະຄອນນັ້ນເປັນສອງເທົ່າໃນສິ່ງທີ່ນະຄອນນັ້ນໄດ້ກະທຳ; ໃນຖ້ວຍທີ່ນະຄອນນັ້ນໄດ້ປະສົມໄວ້ ກໍ່ຈົ່ງປະສົມລົງໄປເປັນສອງເທົ່າໃຫ້ນະຄອນນັ້ນ.
\s5
\v 7 ນະຄອນນັ້ນໃຫ້ກຽດຕົນເອງແລະໃຊ້ຊີວິດຢ່າງຟຸມເຟືອຍຫລາຍເທົ່າໃດ, ກໍ່ຈົງມອບຄວາມທໍຣະມານ ແລະຄວາມໂສກເສົ້າໃຫ້ແກ່ນະຄອນນັ້ນຫລາຍເທົ່ານັ້ນ, ເພາະນະຄອນນັ້ນເວົ້າໃນໃຈວ່າ ເຮົາຢູ່ໃນຕຳແຫນ່ງຣາຊີນີ ເຮົາບໍ່ແມ່ນຍິງຫມ້າຍ ແລະເຮົາຈະບໍ່ມີວັນພົບກັບຄວາມໂສກເສົ້າເລີຍ.
\v 8 ດ້ວຍເຫດນີ້ພັຍພິບັດຕ່າງໆຈະມາເຖິງນະຄອນນັ້ນພາຍໃນວັນດຽວ, ຄືຄວາມຕາຍ, ຄວາມໂສກເສົ້າ ແລະຄວາມອຶດຢາກແລະໄຟຈະເຜົາຜານນະຄອນນັ້ນ, ເພາະອົງພຣະຜູ້ເປັນເຈົ້າພຣະເຈົ້າຊົງຣິດອຳນາດຍິ່ງໃຫຍ່ ແລະພຣະອົງຊົງເປັນຜູ້ພິພາກສານະຄອນນັ້ນ."
\s5
\v 9 ບັນດາກະສັດແຫ່ງແຜ່ນດິນໂລກທີ່ລ່ວງປະເວນີ ແລະໃຊ້ຊີວິດຢ່າງສະຫນຸກສະຫນານກັບນະຄອນນັ້ນ ຈະຮ້ອງໄຫ້ ແລະຮໍ່າໄຮເມື່ອເຫັນຄວັນໄຟທີ່ເຜົາໄຫມ້ນະຄອນນັ້ນ
\v 10 ພວກເຂົາຈະອອກໄປຢືນຢູ່ຫ່າງໆດ້ວຍຄວາມຢ້ານຫລາຍການທໍຣະມານນະຄອນນັ້ນ, ແລະກ່າວວ່າ "ວິບັດ, ວິບັດແກ່ນະຄອນທີ່ຍິ່ງໃຫຍ່, ບາບີໂລນ, ນະຄອນທີ່ເຂັ້ມແຂງ! ເພາະການລົງໂທດມາເຖິງເຈົ້າແລ້ວພາຍໃນຊົ່ວໂມງດຽວ."
\s5
\v 11 ບັນດາພໍ່ຄ້າແຫ່ງແຜ່ນດິນໂລກຈະຮ້ອງໄຫ້ ແລະໂສກເສົ້າເນື່ອງຈາກນະຄອນນັ້ນ, ເພາະບໍ່ມີໃຜຊື້ສິນຄ້າຂອງເຂົາອີກຕໍ່ໄປແລ້ວ.
\v 12 ສິນຄ້າເຫລົ່ານັ້ນຄື ຄຳ ເງິນເພັດພອຍ ຕ່າງໆ ໄຂ່ມຸກ ຜ້າປ່ານເນື້ອລະອຽດດີ ຜ້າສີມ່ວງ ຜ້າໄຫມ ຜ້າສີແດງເຂັ້ມ ໄມ້ຫອມທຸກຊະນິດ ພາຊະນະທຸກຢ່າງທີ່ເຮັດມາຈາກງາຊ້າງ ພາຊະນະທຸກຢ່າງທີ່ເຮັດຈາກໄມ້ລໍ້າຄ່າ ທອງເຫລືອງ ເຫລັກ ຫີນອ່ອນ.
\v 13 ອົບເຊີຍ, ເຄື່ອງເທດ, ເຄື່ອງຫອມ, ນໍ້າມັນເຜົາເຄື່ອງຫອມ, ກຳຍານ, ເຫລົ້າອະງຸ່ນ ນໍ້າມັນຫມາກກອກເທດ, ແປ້ງຢ່າງດີ, ເຂົ້າບະເລ, ງົວແລະແກະ, ມ້າແລະລົດມ້າ, ລວມເຖິງຂ້ອຍໃຊ້ແລະຊີວິດຈິດໃຈມະນຸດດ້ວຍ.
\s5
\v 14 ຜົນທຸກຢ່າງທີ່ເຈົ້າປາຖະຫນາດ້ວຍສຸດໃຈນັ້ນກໍ່ຫາຍໄປຈາກເຈົ້າ. ສິ່ງທີ່ຫລູຫລາ ແລະງາມສະຫງ່າທັງຫມົດຂອງເຈົ້າກໍ່ຫາຍໄປ, ບໍ່ມີໃຜໄດ້ພົບເຫັນອີກເລີຍ.
\s5
\v 15 ບັນດາພໍ່ຄ້າທີ່ຂາຍສິນຄ້າເຫລົ່ານີ້ຊຶ່ງຮັ່ງມີຂຶ້ນມາເພາະນະຄອນນັ້ນ ຈະຢືນຢູ່ຫ່າງໆ ເພາະຢ້ານຕໍ່ການທໍລະມານນະຄອນນັ້ນ ພວກເຂົາຈະຮ້ອງໄຫ້ແລະໂສກເສົ້າຢ່າງຫນັກ.
\v 16 ແລະກ່າວວ່າ ວິບັດ, ວິບັດແກ່ນະຄອນຍິ່ງໃຫຍ່ທີ່ສວມໃສ່ຜ້າປ່ານເນື້ອລະອຽດດີ ຜ້າສີມ່ວງ ແລະຜ້າສີແດງເຂັ້ມ ແລະປະດັບດ້ວຍຄຳ ເຄື່ອງປະດັບ ແລະໄຂ່ມຸກນັ້ນ.
\v 17 ພາຍໃນຊົ່ວໂມງດຽວ ຊັບສົມບັດທັງຫມົດນັ້ນກໍ່ໄດ້ຫມົດກ້ຽງໄປ. ນາຍສະເພົາທຸກຄົນແລະໂດຍສານພວກລູກເຮືອ, ແລະທຸກຄົນທີມີອາຊີບຫາກິນທາງທະເລ ພວກເຫລົ່ານີ້ຕ່າງກໍ່ຢືນຢູ່ຫ່າງ ໆ.
\s5
\v 18 ພວກເຂົາສົ່ງສຽງຮ້ອງເມື່ອເຫັນຄວັນໄຟທີ່ເຜົາໄຫມ້ນະຄອນນັ້ນ. ແລະກ່າວວ່າ "ນະຄອນໃດຈະເຫມືອນນະຄອນນີ້?"
\v 19 ແລະສົ່ງສຽງຮ້ອງໄຫ້ໂສກເສົ້າວ່າ, "ວິບັດ, ວິບັດແກ່ນະຄອນຍິ່ງໃຫຍ່ທີ່ຊຶ່ງທຸກຄົນທີ່ມີເຮືອທາງທະເລຕ່າງກໍ່ຮັ່ງມີຂຶ້ນຈາກຄວາມມັ່ງຄັ່ງຂອງນະຄອນນັ້ນ, ເພາະພາຍໃນຊົ່ວໂມງດຽວ ນະຄອນນັ້ນກໍ່ຖືກທຳລາຍລົງ."
\v 20 "ຈົ່ງຊື່ນຊົມຍິນດີເພາະນະຄອນນັ້ນເທາະ, ເມືອງສະຫວັນ, ເຈົ້າຜູ້ເຊື່ອທັງຫລາຍ, ອັກຄະສາວົກທັງຫລາຍ, ແລະບັນດາຜູ້ປະກາດພຣະຄັມ ເພາະພຣະເຈົ້າຊົງພິພາກສາລົງໂທດນະຄອນນັ້ນໃຫ້ກັບເຈົ້າທັງຫລາຍແລ້ວ."
\s5
\v 21 ທູດສະຫວັນອົງຫນຶ່ງທີ່ມີຣິດອຳນາດກໍ່ຍົກຫີນກ້ອນຫນຶ່ງທີ່ເຫມືອນຫີນໂມ້ແປ້ງຂະຫນາດໃຫຍ່ຂື້ນມາ, ແລະໂຍນລົງໄປໃນທະເລແລ້ວກ່າວວ່າ, "ບາບີໂລນ, ນະຄອນທີ່ຍິ່ງໃຫຍ່, ຈະຖືກໂຍນລົງຢ່າງຮຸນແຮງເຊັ່ນນີ້ ແລະຈະບໍ່ມີໃຜໄດ້ພົບເຫັນນະຄອນນັ້ນອີກເລີຍ.
\v 22 ຈະບໍ່ມີໃຜໄດ້ຍິນສຽງນັກດີດພິນ ນັກດົນຕຣີ ນັກເປົ່າຂຸ່ຍ ແລະນັກເປົ່າແກ, ໃນຕົວເຈົ້າອີກຕໍ່ໄປ, ຈະບໍ່ມີໃຜໄດ້ພົບເຫັນຊ່າງຝີມືໃດໆໃນຕົວເຈົ້າອີກຕໍ່ໄປ. ຈະບໍ່ມີໃຜໄດ້ຍິນສຽງໂມ້ແປ້ງໃນຕົວເຈົ້າອີກຕໍ່ໄປ.
\s5
\v 23 ຈະບໍ່ມີແສງໂຄມໄຟສ່ອງສະຫວ່າງໃນຕົວເຈົ້າອີກຕໍ່ໄປ. ຈະບໍ່ມີໃຜໄດ້ຍິນສຽງຂອງເຈົ້າບ່າວ, ແລະເຈົ້າສາວໃນຕົວເຈົ້າອີກຕໍ່ໄປ, ເພາະພວກພໍ່ຄ້າຂອງເຈົ້າເຄີຍເປັນຄົນໃຫຍ່ຄົນໂຕເທິງແຜ່ນດິນໂລກ ແລະບັນດາປະຊາຊາດກໍ່ຖືກລໍ້ລວງໂດຍເວດມົນຂອງເຈົ້າ.
\v 24 ໃນນະຄອນນັ້ນກໍ່ພົບເລືອດຂອງບັນດາຜູ້ປະກາດພຣະຄັມ ແລະຜູ້ເຊື່ອທັງຫລາຍ, ແລະເລືອດຂອງທຸກຄົນທີ່ຖືກຂ້າເທິງແຜ່ນດິນໂລກນັ້ນ."
\s5
\c 19
\cl ບົດທີ 19
\p
\v 1 ຫລັງຈາກນັ້ນ ຂ້າພຣະເຈົ້າໄດ້ຍິນເຫມືອນກັບສຽງດັງສະນັ່ນຂອງປະຊາຊົນຢ່າງຫລວງຫລາຍໃນສະຫວັນ ກ່າວວ່າ "ຮາເລລູຢາ ຄວາມລອດພົ້ນ ພຣະສະຫງ່າຣາສີແລະຣິດອຳນາດຍິ່ງໃຫຍ່ເປັນຂອງພຣະເຈົ້າຂອງເຮົາທັງຫລາຍ.
\v 2 ການພິພາກສາຂອງພຣະອົງຖືກຕ້ອງແລະຍຸດຕິທັມ, ເພາະພຣະອົງໄດ້ຊົງພິພາກສາຍິງໂສເພນີຄົນສຳຄັນທີ່ເຮັດໃຫ້ແຜ່ນດິນໂລກເສື່ອມຊາມດ້ວຍການລ່ວງປະເວນີຂອງນາງ. ພຣະອົງຊົງແກ້ແຄ້ນຍິງຄົນນັ້ນທີ່ເຮັດໃຫ້ເລືອດຂອງບັນດາຜູ້ຮັບໃຊ້ຂອງພຣະອົງຫລັ່ງອອກມາ."
\s5
\v 3 ແລ້ວຄົນເຫລົ່ານັ້ນຮ້ອງຂຶ້ນເປັນຄັ້ງທີສອງວ່າ "ຮາເລລູຢາ ຄວັນຈາກແປວໄຟທີ່ເຜົາໄຫມ້ນະຄອນນັ້ນກໍ່ພຸ່ງຂຶ້ນຕະຫລອດໄປເປັນນິດ"
\v 4 ພວກຜູ້ອາວຸໂສທັງຊາວສີ່ທ່ານແລະສິ່ງທີ່ມີຊີວິດທັງສີ່ກໍ່ກົ້ມຂາບລົງນະມັດສະການພຣະເຈົ້າຜູ້ປະທັບເທິງບັນລັງນັ້ນ ພວກເພິ່ນຮ້ອງວ່າ "ອາແມນ ຮາເລລູຢາ"
\s5
\v 5 ແລ້ວມີສຽງອອກມາຈາກບັນລັງວ່າ "ເຈົ້າຜູ້ຮັບໃຊ້ທຸກຄົນຂອງພຣະເຈົ້າ. ເຈົ້າທັງຫລາຍທີ່ຢຳເກງພຣະອົງ ທັງຄົນເລັກນ້ອຍ ແລະຄົນມີອຳນາດ, ຈົ່ງສັນຣະເສີນແດ່ພຣະເຈົ້າຂອງເຮົາທັງຫລາຍ."
\s5
\v 6 ແລ້ວຂ້າພຣະເຈົ້າໄດ້ຍິນເຫມືອນຢ່າງສຽງຂອງຄົນຈຳນວນຫລວງຫລາຍເຫມືອນສຽງກ້ອງກັງວານຂອງນໍ້າຕົກຕາດທັງຫລາຍ, ແລະເຫມືອນຢ່າງສຽງຟ້າຮ້ອງດັງສະນັ່ນວ່າ "ຮາເລລູຢາ ເພາະອົງພຣະຜູ້ເປັນເຈົ້າຊົງຄອບຄອງຢູ່, ຄືພຣະເຈົ້າຊົງຣິດອຳນາດຍິ່ງໃຫຍ່ສູງສຸດ.
\s5
\v 7 ຂໍໃຫ້ເຮົາທັງຫລາຍຊື່ນຊົມ ແລະປິຕິຍິນດີຢ່າງໃຫຍ່ ແລະຖວາຍພຣະກຽດແດ່ພຣະອົງ ເພາະເຖິງເວລາແຫ່ງການສົມຣົດຂອງພຣະເມສານ້ອຍແລ້ວ, ແລະເຈົ້າສາວຂອງພຣະອົງກໍ່ຕຽມຕົວພ້ອມແລ້ວ.
\v 8 ເຈົ້າສາວນັ້ນໄດ້ຮັບອະນຸຍາດໃຫ້ສວມໃສ່ຜ້າປ່ານເນື້ອລະອຽດສະຫວ່າງເສາະໃສແລະສະອາດ" (ເພາະວ່າຜ້າປ່ານເນື້ອລະອຽດນັ້ນຄືການປະພຶດອັນຊອບທັມຂອງຜູ້ບໍຣິສຸດ).
\s5
\v 9 ທູດສະຫວັນອົງນັ້ນບອກຂ້າພຣະເຈົ້າວ່າ, "ຈົ່ງຂຽນລົງໄປຢ່າງນີ້ວ່າ ຄົນທັງຫລາຍທີ່ໄດ້ຮັບເຊີນມາງານລ້ຽງສົມຣົດຂອງພຣະເມສານ້ອຍກໍ່ເປັນສຸກ," ທ່ານບອກອີກວ່າ "ຖ້ອຍຄຳເຫລົ່ານີ້ເປັນຄຳສັດຈິງຂອງພຣະເຈົ້າ."
\v 10 ແລ້ວຂ້າພຣະເຈົ້າກໍ່ກົ້ມຕົວລົງໃກ້ຕີນຂອງທູດສະຫວັນເພື່ອຈະນະມັດສະການທ່ານ ແຕ່ທ່ານກ່າວກັບຂ້າພຣະເຈົ້າວ່າ, "ຢ່າເຮັດເຊັ່ນນີ້ ເຮົາເປັນຜູ້ຮັບໃຊ້ເຊັ່ນດຽວກັບທ່ານ, ແລະພີ່ນ້ອງຂອງທ່ານທີ່ຢຶດຖືຄຳພະຍານກ່ຽວກັບພຣະເຢຊູເຈົ້າຈົ່ງນະມັດສະການພຣະເຈົ້າເຖີ້ນ, ເພາະວ່າຄຳພະຍານກ່ຽວກັບພຣະເຢຊູເຈົ້ານັ້ນເປັນຫົວໃຈຂອງການເປີດເຜີຍພຣະຄັມ."
\s5
\v 11 ແລ້ວຂ້າພຣະເຈົ້າເຫັນສະຫວັນເປີດອອກ ແລະຂ້າພຣະເຈົ້າເບິ່ງໄປເຫັນມ້າສີຂາວໂຕຫນຶ່ງ. ພຣະອົງຜູ້ປະທັບເທິງຫລັງມ້ານັ້ນມີພຣະນາມວ່າສັດຊື່ແລະທ່ຽງແທ້. ພຣະອົງຊົງພິພາກສາແລະຊົງຕໍ່ສູ້ດ້ວຍຄວາມຊອບທັມ.
\v 12 ດວງຕາຂອງພຣະອົງເປັນເຫມືອນແປວໄຟ ແລະມີມົງກຸດຫລາຍອັນທີ່ເທິງຫົວຂອງພຣະອົງ, ພຣະອົງຊົງມີພຣະນາມຈາຣຶກໄວ້ເທິງພຣະກາຍຂອງພຣະອົງຊຶ່ງບໍ່ມີໃຜຮູ້ຈັກເລີຍນອກຈາກພຣະອົງເອງ.
\v 13 ພຣະອົງຊົງນຸ່ງເສື້ອຄຸມທີ່ໄດ້ຈຸ່ມໃນເລືອດ ແລະພຣະນາມທີ່ເອີ້ນພຣະອົງນັ້ນຄືພຣະຄັມຂອງພຣະເຈົ້າ.
\s5
\v 14 ກອງທັບທັງຫລາຍໃນສະຫວັນຂີ່ມ້າຂາວຕາມພຣະອົງໄປ ຕ່າງກໍ່ສວມໃສ່ຜ້າປ່ານເນື້ອລະອຽດ, ສີຂາວແລະສະອາດ.
\v 15 ມີດາບຄົມດວງຫນຶ່ງອອກມາຈາກປາກຂອງພຣະອົງຊຶ່ງໃຊ້ຟາດຟັນປະຊາຊາດຕ່າງໆ, ແລະພຣະອົງຈະຊົງປົກຄອງພວກເຂົາທັງຫລາຍດ້ວຍໄມ້ຄ້ອນເຫລັກທີ່ມີອຳນາດ, ພຣະອົງຊົງບີບນ້ຳອະງຸ່ນໃນອ່າງແຫ່ງຄວາມໂກດຮ້າຍອັນຮຸນແຮງຂອງພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່ສູງສຸດ.
\v 16 ພຣະອົງຊົງມີພຣະນາມຈາຣຶກເທິງເສື້ອຄຸມຂອງພຣະອົງ ແລະທີ່ຕົ້ນຂາຂອງພຣະອົງວ່າ "ກະສັດເຫນືອກະສັດທັງຫລາຍ ແລະເຈົ້ານາຍເຫນືອເຈົ້ານາຍທັງຫລາຍ."
\s5
\v 17 ແລ້ວຂ້າພຣະເຈົ້າເຫັນທູດສະຫວັນອົງຫນຶ່ງຢືນຢູ່ເທິງຕາເວັນ ທ່ານຮ້ອງປະກາດດ້ວຍສຽງດັງແກ່ນົກທັງຫມົດທີີ່ບິນໄປມາຢູ່ກາງອາກາດວ່າ, "ຈົ່ງມາໂຮມກັນໃນງານກິນລ້ຽງຂອງພຣະເຈົ້າອັນຍິ່ງໃຫຍ່.
\v 18 ມາກິນຊີ້ນຂອງບັນດາກະສັດ, ຊີ້ນຂອງຜູ້ບັນຊາການທະຫານ, ຊີ້ນຂອງຄົນທີ່ມີອິດທິພົນຫລາຍ, ຊີ້ນຂອງມ້າແລະຄົນທີ່ຂີ່ມັນ, ແລະຊີ້ນຂອງມະນຸດທຸກຄົນ, ທັງຄົນເປັນອິສຣະ ແລະເປັນທາດ ທັງຄົນເລັກນ້ອຍແລະຄົນມີອຳນາດດ້ວຍ."
\s5
\v 19 ຂ້າພຣະເຈົ້າເຫັນສັດຮ້າຍ ແລະບັນດາກະສັດແຫ່ງແຜ່ນດິນໂລກພ້ອມທັງກອງທັບຂອງກະສັດເຫລົ່ານັ້ນ. ພວກເຂົາທັງຫລາຍມາຊຸມນຸມກັນເພື່ອທຳສົງຄາມກັບພຣະອົງຜູ້ປະທັບເທິງຫລັງມ້າ, ແລະກັບກອງທັບຂອງພຣະອົງ.
\v 20 ສັດຮ້າຍໄດ້ຖືກຈັບພ້ອມດ້ວຍຄົນທີ່ປອມຕົວເປັນຜູ້ປະກາດພຣະທັມທີ່ເຮັດຫມາຍສຳຄັນຕໍ່ຫນ້າມັນ ແລະໃຊ້ຫມາຍສຳຄັນລໍ້ລວງຄົນເຫລົ່ານັ້ນທີ່ໄດ້ຮັບເຄື່ອງຫມາຍຂອງສັດຮ້າຍ. ຄົນເຫລົ່ານັ້ນທີ່ບູຊາຮູບຂອງມັນ ທັງສອງຖືກໂຍນລົງທັງເປັນໃນບຶງໄຟທີ່ລຸກໄຫມ້ຢູ່ດ້ວຍມາດ.
\s5
\v 21 ຄົນທີ່ເຫລືອຢູ່ກໍຖືກຂ້າດ້ວຍດາບທີ່ອອກມາຈາກປາກຂອງພຣະອົງຜູ້ປະທັບເທິງຫລັງມ້ານັ້ນ ນົກທຸກໂຕກໍ່ກິນຊີ້ນຄົນເຫລົ່ານັ້ນທີ່ຕາຍແລ້ວ.
\s5
\c 20
\cl ບົດທີ 20
\p
\v 1 ແລ້ວຂ້າພຣະເຈົ້າເຫັນທູດສະຫວັນອົງຫນຶ່ງລົງມາຈາກສະຫວັນ ທ່ານມີກະແຈຂອງເຫວເລິກ, ແລະທ່ານມີໂສ້ເສັ້ນໃຫຍ່ຢູ່ໃນມືຂອງທ່ານ.
\v 2 ທ່ານຈັບພະຍານາກທີ່ເປັນງູດຶກດຳບັນ ຊຶ່ງເປັນມານຮ້າຍແລະມານຊາຕານ ແລ້ວມັດມັນໄວ້ຫນຶ່ງພັນປີ.
\v 3 ທ່ານຈຶ່ງໂຍນມັນລົງໄປໃນເຫວເລິກນັ້ນ, ແລະໃສ່ກະແຈແລະປະທັບຕຣາໄວ້ເພື່ອບໍ່ໃຫ້ມັນລໍ້ລວງປະຊາຊາດທັງຫລາຍໄດ້ອີກຕໍ່ໄປ ຈົນຄົບເວລາຫນຶ່ງພັນປີ ຫລັງຈາກນັ້ນ ມັນຈະຖືກປ່ອຍອອກມາເປັນເວລາສັ້ນໆ.
\s5
\v 4 ແລ້ວຂ້າພຣະເຈົ້າເຫັນບັນລັງຫລາຍບັນລັງ. ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນເປັນຜູ້ທີ່ໄດ້ຮັບມອບສິດທິອຳນາດໃນການພິພາກສາ ຂ້າພຣະເຈົ້າເຫັນວິນຍານຂອງຄົນເຫລົ່ານັ້ນທີ່ຖືກຕັດຫົວເພາະການເປັນພະຍານກ່ຽວກັບພຣະເຢຊູເຈົ້າ ແລະເພາະພຣະຄັມຂອງພຣະເຈົ້າ. ພວກເຂົາບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ, ແລະບໍ່ຍອມຮັບເຄື່ອງຫມາຍຂອງມັນໄວ້ເທິງຫນ້າຜາກ ຫລືທີ່ມືຂອງພວກເຂົາ. ພວກເຂົາທັງຫລາຍກັບມາມີຊີວິດອີກຄັ້ງຫນຶ່ງ ແລະຄອບຄອງຮ່ວມກັບພຣະຄຣິດເຈົ້າເປັນເວລາຫນຶ່ງພັນປີ.
\s5
\v 5 ນອກຈາກຄົນເຫລົ່ານີ້ສ່ວນຄົນອື່ນທີ່ຕາຍໄປແລ້ວບໍ່ໄດ້ກັບມາມີຊີວິດອີກຄັ້ງຈົນກວ່າພັນປີ ນັ້ນລ່ວງໄປແລ້ວ. ໃຜທີ່ມີສ່ວນໃນການເປັນຂຶ້ນມາຈາກຕາຍຄັ້ງທຳອິດກໍ່ເປັນສຸກແລະບໍຣິສຸດ.
\v 6 ຄວາມຕາຍຄັ້ງທີສອງຈະບໍ່ມີອຳນາດເຫນືອພວກເຂົາທັງຫລາຍ. ແຕ່ພວກເຂົາຈະເປັນປະໂລຫິດຂອງພຣະເຈົ້າ ແລະຂອງພຣະຄຣິດເຈົ້າ ແລະຈະຄອບຄອງຮ່ວມກັບພຣະອົງຫນຶ່ງພັນປີ.
\s5
\v 7 ເມື່ອຄົບຫນຶ່ງພັນປີແລ້ວ, ຊາຕານຈະຖືກປ່ອຍອອກມາຈາກຄຸກຂອງມັນ.
\v 8 ມັນຈະອອກໄປລໍ້ລວງປະຊາຊາດຕ່າງໆທີ່ກະຈັດກະຈາຍຢູ່ທົ່ວໂລກ ຄືໂກກແລະມາໂກກ ເພື່ອນຳພວກເຂົາມາຮ່ວມກັນ. ເພື່ອເຂົ້າສູ່ສົງຄາມ ຈຳນວນຂອງພວກເຂົາຈະນັບບໍ່ຖ້ວນເຫມືອນດັ່ງເມັດຊາຍທີ່ທະເລ.
\s5
\v 9 ພວກເຂົາຈະເດີນທາງອອກໄປທົ່ວແຜ່ນດິນໂລກ ແລະລ້ອມກອງທັບຂອງບັນດາຜູ້ເຊື່ອ, ແລະນະຄອນທີ່ພຣະອົງຊົງຮັກໄວ້. ແຕ່ໄຟໄດ້ຕົກລົງມາຈາກສະຫວັນ ແລະເຜົາຜານພວກເຂົາເສັຍ.
\v 10 ມານທີ່ລໍ້ລວງພວກເຂົາທັງຫລາຍກໍ່ຖືກໂຍນລົງໄປໃນບຶງໄຟປົນມາດ, ທີ່ຊຶ່ງສັດຮ້າຍແລະຜູ້ປະກາດພຣະຄັມປອມໄດ້ຖືກໂຍນລົງໄປນັ້ນ. ພວກມັນຈະຖືກທໍຣະມານທັງກາງເວັນແລະກາງຄືນຕະຫລອດໄປເປັນນິດ.
\s5
\v 11 ແລ້ວຂ້າພຣະເຈົ້າເຫັນພຣະບັນລັງໃຫຍ່ສີຂາວ ແລະພຣະອົງຜູ້ປະທັບເທິງບັນລັງນັ້ນ. ເມື່ອພຣະອົງຊົງປາກົດ ແຜ່ນດິນໂລກ ແລະສະຫວັນກໍ່ຫາຍໄປຈາກພຣະພັກຂອງພຣະອົງ, ແຕ່ພວກມັນບໍ່ມີທີ່ໄປ.
\v 12 ຂ້າພຣະເຈົ້າເຫັນບັນດາຄົນຕາຍ ທັງຄົນມີອິດທິພົນ ແລະຄົນເລັກນ້ອຍຢືນຢູ່ຫນ້າພຣະບັນລັງນັ້ນ, ແລະຫນັງສືກໍຖືກເປີດອອກ ແລ້ວປື້ມອີກເຫລັ້ມຫນຶ່ງກໍ່ຖືກເປີດອອກດ້ວຍ, ຄືປື້ມແຫ່ງຊີວິດ. ຄົນຕາຍກໍ່ຖືກພິພາກສາຕາມການກະທຳຂອງພວກເຂົາທີ່ມີບັນທຶກໄວ້ໃນໜັງສືເຫລົ່ານັ້ນ.
\s5
\v 13 ທະເລກໍ່ສົ່ງຄົນຕາຍທີ່ຢູ່ໃນທະເລຄືນມາ. ຄວາມຕາຍແລະແດນຄົນຕາຍກໍ່ສົ່ງຄົນຕາຍທີ່ຢູ່ໃນນັ້ນຄືນມາເຫມືອນກັນ, ແລະພວກເຂົາທັງຫມົດກໍຖືກພິພາກສາຕາມສິ່ງທີ່ພວກເຂົາໄດ້ກະທຳນັ້ນ.
\v 14 ຄວາມຕາຍແລະແດນມໍຣະນາກໍໄດ້ຖືກຖິ້ມລົງໃນບຶງໄຟ. ບຶງໄຟນີ້ຄືຄວາມຕາຍຄັ້ງທີສອງ.
\v 15 ຖ້າຊື່ຂອງໃຜບໍ່ໄດ້ມີຈົດໄວ້ໃນປື້ມແຫ່ງຊີວິດ, ເຂົາກໍ່ຈະຖືກໂຍນລົງໄປໃນບຶງໄຟ.
\s5
\c 21
\cl ບົດທີ 21
\p
\v 1 ແລ້ວຂ້າພຣະເຈົ້າເຫັນສະຫວັນໃຫມ່ແລະແຜ່ນດິນໂລກໃຫມ່, ເພາະວ່າຟ້າສະຫວັນເດີມ ແລະແຜ່ນດິນໂລກເດີມນັ້ນໄດ້ຜ່ານພົ້ນໄປແລ້ວ, ແລະທະເລກໍ່ບໍ່ມີອີກຕໍ່ໄປ.
\v 2 ຂ້າພຣະເຈົ້າໄດ້ເຫັນນະຄອນບໍຣິສຸດ ຄືນະຄອນເຢຣູຊາເລັມໃຫມ່ຊຶ່ງລົງມາຈາກສະຫວັນແລະຈາກພຣະເຈົ້າ ຊຶ່ງໄດ້ຮັບການຕຽມພ້ອມເຫມືອນຢ່າງເຈົ້າສາວທີ່ປະດັບກາຍໄວ້ສຳລັບເຈົ້າບ່າວຂອງຕົນ.
\s5
\v 3 ຂ້າພຣະເຈົ້າໄດ້ຍິນສຽງດັງຈາກພຣະຣາຊບັນລັງວ່າ "ເບິ່ງແມ ທີ່ປະທັບຂອງພຣະເຈົ້າຢູ່ກັບມະນຸດແລ້ວ, ແລະພຣະອົງຈະຢູ່ກັບພວກເຂົາທັງຫລາຍ. ພວກເຂົາຈະເປັນຊົນຊາດຂອງພຣະອົງ, ແລະພຣະເຈົ້າເອງສະຖິດກັບພວກເຂົາ ແລະພຣະອົງຈະຊົງເປັນພຣະເຈົ້າຂອງພວກເຂົາ.
\v 4 ພຣະເຈົ້າຈະຊົງເຊັດນໍ້າຕາທຸກຢົດຈາກຕາຂອງພວກເຂົາທັງຫລາຍ, ແລະຈະບໍ່ມີຄວາມຕາຍ, ຫລືຄວາມໂສກເສົ້າ, ຫລືການຮ້ອງໄຫ້, ຫລືການເຈັບປວດອີກຕໍ່ໄປ ເພາະສິ່ງເດີມໆນັ້ນໄດ້ຜ່ານໄປແລ້ວ.
\s5
\v 5 ແລ້ວພຣະອົງຜູ້ປະທັບເທິງພຣະຣາຊບັນລັງກ່າວວ່າ "ເບິ່ງແມ ເຮົາສ້າງທຸກສິ່ງຂຶ້ນມາໃຫມ່." ພຣະອົງກ່າວອີກວ່າ "ຈົ່ງຂຽນລົງໄປເຖີດ ເພາະວ່າຖ້ອຍຄຳເຫລົ່ານີ້ເປັນຄຳທີ່ເຊື່ອຖືໄດ້ແລະສັດຈິງ."
\v 6 ພຣະອົງກ່າວກັບຂ້າພຣະເຈົ້າວ່າ "ສິ່ງເຫລົ່ານີ້ສຳເລັດແລ້ວ ເຮົາເປັນອາລະຟາແລະໂອເມຄາ ເປັນເບື້ອງຕົ້ນແລະເປັນເບື້ອງປາຍ ເຮົາຈະໃຫ້ຜູ້ທີ່ຫີວນໍ້າ ດື່ມນໍ້າຈາກບໍ່ນໍ້າພຸແຫ່ງຊີວິດໂດຍບໍ່ຕ້ອງຈ່າຍອັນໃດເລີຍ."
\s5
\v 7 ຄົນທີ່ໄດ້ຊັຍຊະນະຈະໄດ້ຮັບສິ່ງເຫລົ່ານີ້ເປັນມໍຣະດົກ ແລະເຮົາຈະເປັນພຣະເຈົ້າຂອງເຂົາ, ແລະເຂົາຈະເປັນລູກຂອງເຮົາ.
\v 8 ແຕ່ພວກທີ່ຂີ້ຢ້ານ ພວກທີ່ບໍ່ເຊື່່ອ ພວກທີ່ປະພຶດຕົນຢ່າງຫນ້າຂີ້ດຽດ, ພວກຂ້າຄົນ, ພວກລ່ວງປະເວນີ, ພວກໃຊ້ເວດມົນຄາຖາ, ພວກບູຊາຮູບເຄົາຣົບ, ແລະທຸກຄົນທີ່ຂີ້ຕົວະນັ້ນ ສ່ວນທີ່ພວກເຂົາຈະໄດ້ຮັບຢູ່ໃນບຶງໄຟປົນມາດທີ່ລຸກໄຫມ້ຢູ່ນັ້ນເປັນຄວາມຕາຍຄັ້ງທີສອງ.
\s5
\v 9 ແລ້ວທູດສະຫວັນອົງຫນຶ່ງໃນເຈັດອົງທີ່ຖືຂັນເຈັດຫນ່ວຍອັນເຕັມໄປດ້ວຍພັຍພິບັດສຸດທ້າຍເຈັດຢ່າງນັ້ນ, ມາເວົ້າກັບຂ້າພຣະເຈົ້າວ່າ "ມາທີ່ນີ້ ເຮົາຈະໃຫ້ທ່ານເບິ່ງເຈົ້າສາວທີ່ເປັນມະເຫສີຂອງພຣະເມສານ້ອຍ.
\v 10 ແລ້ວທ່ານນຳຂ້າພຣະເຈົ້າໂດຍພຣະວິນຍານຂຶ້ນໄປເທິງພູເຂົາສູງຫນ່ວຍໃຫຍ່ແລະສະແດງໃຫ້ຂ້າພຣະເຈົ້າເຫັນນະຄອນບໍຣິສຸດຄືນະຄອນເຢຣູຊາເລັມ, ຊຶ່ງລົງມາຈາກສະຫວັນແລະຈາກພຣະເຈົ້າ.
\s5
\v 11 ເຢຣູຊາເລັມເຕັມໄປດ້ວຍພຣະສິຣິຂອງພຣະເຈົ້າ, ແລະແສງສະຫວ່າງອັນຮຸ່ງເຮືອງຂອງນະຄອນນັ້ນເຫມືອນເພັດພອຍ, ເຫມືອນດັ່ງແກ້ວມະນີໂຊດອັນເສາະໃສ.
\v 12 ນະຄອນນັ້ນມີກຳແພງໃຫຍ່ແລະສູງມີປະຕູສິບສອງປະຕູ, ແລະທີ່ປະຕູມີທູດສະຫວັນສິບສອງອົງ ເທິງປະຕູມີຊື່ເຜົ່າຂອງປະຊາກອນອິສະຣາເອນສິບສອງເຜົ່າຈາຣຶກໄວ້.
\v 13 ກຳແພງແຕ່ລະດ້ານມີປະຕູຢູ່ສາມປ່ອງ, ຄືທິດຕາເວັນອອກມີສາມປ່ອງ, ທາງດ້ານເຫນືອມີສາມປ່ອງ, ທາງດ້ານໃຕ້ມີສາມປ່ອງ, ແລະທາງດ້ານຕາເວັນຕົກສາມປ່ອງ.
\s5
\v 14 ກຳແພງຂອງນະຄອນນັ້ນມີຖານສິບສອງຖານ, ແລະເທິງຖານເຫລົ່ານັ້ນມີຊື່ສິບສອງຊື່ຂອງອັກຄະສາວົກສິບສອງທ່ານຂອງພຣະເມສານ້ອຍ.
\v 15 ອົງທີ່ເວົ້າກັບຂ້າພຣະເຈົ້ານັ້ນມີໄມ້ວັດແທກທີ່ເຮັດດ້ວຍຄຳ ເພື່ອຈະແທກນະຄອນ ປະຕູແລະກຳແພງຂອງນະຄອນນັ້ນ.
\s5
\v 16 ນະຄອນນັ້ນເປັນຮູບສີ່ຫລ່ຽມຈະຕຸຣັດ; ຄວາມຍາວນັ້ນເທົ່າກັນກັບຄວາມກວ້າງ, ທ່ານແທກນະຄອນນັ້ນດ້ວຍໄມ້ວັດແທກໄດ້ດັ່ງນີ້, ສອງພັນສີ່ຮ້ອຍກິໂລແມັດ (ຄວາມຍາວ ຄວາມກວ້າງແລະຄວາມສູງຂອງນະຄອນນັ້ນເທົ່າກັນ).
\v 17 ທ່ານຍັງແທກກຳແພງນະຄອນນັ້ນໄດ້, ຫນາຫົກສິບແມັດຕາມມາດຕາວັດແທກຂອງມະນຸດ(ຊຶ່ງເປັນເຫມືອນເຄື່ອງແທກຂອງທູດສະຫວັນເຊັ່ນກັນ).
\s5
\v 18 ກໍາແພງນັ້ນສ້າງດ້ວຍແກ້ວມະນີໂຊດ, ແລະນະຄອນນັ້ນສາ້ງດ້ວຍຄຳບໍຣິສຸດທີ່ເສາະໃສເຫມືອນແກ້ວ.
\v 19 ຖານຂອງນະຄອນນັ້ນປະດັບປະດາດ້ວຍເພັດພອຍທຸກຊະນິດ. ອັນທຳອິດເປັນແກ້ວມະນີໂຊດ, ສອງເປັນໄພທູນ, ອັນທີສາມເປັນໂມຣາ, ອັນທີສີ່ມໍຣະກົດ,
\v 20 ອັນທີຫ້າບຸດ, ອັນທີຫົກພິລາ, ອັນທີ່ເຈັດເປັນບຸດສະບາຄຳນໍ້າແກ່, ອັນທີແປດແມ່ນເພທາຍ, ອັນທີເກົ້າເປັນບຸດສະບາຄຳນໍ້າອ່ອນ, ອັນທີສິບເປັນຢົກ, ອັນທີສິບເອັດນິນ, ແລະອັນທີສິບສອງເປັນແກ້ວເພທາຍສີ່ມ່ວງ.
\s5
\v 21 ປະຕູທັງສິບສອງນັ້ນ ເຮັດດ້ວຍໄຂ່ມຸກສິບສອງຫນ່ວຍ; ປະຕູລະຫນ່ວຍແລະຖະຫນົນໃນນະຄອນນັ້ນ ເປັນຄຳບໍຣິສຸດເສາະໃສເຫມືອນແກ້ວ.
\v 22 ຂ້າພຣະເຈົ້າບໍ່ໄດ້ເຫັນພຣະວິຫານໃນນະຄອນນັ້ນ ເພາະວ່າອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່ສູງສຸດ ແລະພຣະເມສານ້ອຍເປັນພຣະວິຫານນະຄອນນັ້ນ.
\s5
\v 23 ນະຄອນນັ້ນບໍ່ຈຳເປັນຕ້ອງມີຕາເວັນ ຫລືເດືອນເພື່ອທີ່ຈະສ່ອງແສງໃຫ້ແກ່ນະຄອນນັ້ນແລ້ວ, ແລະ ໂຄມຂອງນະຄອນນັ້ນຄືພຣະເມສານ້ອຍ.
\v 24 ປະຊາຊາດທັງຫມົດໃນໂລກຈະທຽວໄປມາໃນທ່າມກາງແສງສະຫວ່າງຂອງນະຄອນນັ້ນ. ບັນດາກະສັດແຫ່ງແຜ່ນດິນໂລກຈະນຳສະຫງ່າຣາສີຂອງພວກເຂົາເຂົ້າມາໃນນະຄອນນັ້ນ.
\v 25 ປະຕູຕ່າງໆຈະເປີດຢູ່ຕະຫລອດວັນຈະບໍ່ຖືກປິດຈັກເທື່ອ ແລະຈະບໍ່ມີເວລາກາງຄືນທີ່ນັ້ນ.
\s5
\v 26 ພວກເຂົາຈະນຳສະຫງ່າຣາສີ ແລະກຽດຂອງບັນດາປະຊາຊາດເຂົ້າມາໃນນະຄອນນັ້ນ,
\v 27 ແລະສິ່ງໃດທີ່ເປັນມົນທິນຈະບໍ່ສາມາດເຂົ້າໃນນະຄອນນັ້ນໄດ້ເລີຍ. ຫລືຄົນໃດທີ່ເຮັດການອັນຫນ້າອັບອາຍ ຫລືຫລອກລວງກໍ່ຈະບໍ່ສາມາດເຂົ້າໄປໄດ້ເຊັ່ນກັນນອກຈາກຄົນເຫລົ່ານັ້ນທີ່ມີຊື່ຈົດໄວ້ໃນປື້ມແຫ່ງຊີວິດຂອງພຣະເມສານ້ອຍເທົ່ານັ້ນ.
\s5
\c 22
\cl ບົດທີ 22
\p
\v 1 ແລ້ວທູດສະຫວັນສະແດງໃຫ້ຂ້າພຣະເຈົ້າເຫັນສາຍນໍ້າທີ່ມີຊີວິດຊຶ່ງໃສເຫມືອນແກ້ວ ໄຫລອອກມາຈາກພຣະບັນລັງຂອງພຣະເຈົ້າ ແລະຂອງພຣະເມສານ້ອຍ
\v 2 ນ້ຳນັ້ນໄຫລລົງຜ່ານກາງທາງຂອງນະຄອນນັ້ນ. ແຕ່ລະຝັ່ງຂອງແມ່ນໍ້າມີຕົ້ນໄມ້ແຫ່ງຊີວິດທີ່ອອກຫມາກສິບສອງຊະນິດ, ແລະເກີດຫມາກທຸກເດືອນ ໃບຂອງຕົ້ນໄມ້ນັ້ນມີໄວ້ເພື່ອປິ່ນປົວບັນດາປະຊາຊາດທັງຫລາຍໃຫ້ດີ.
\s5
\v 3 ຄຳສາບແຊ່ງຈະບໍ່ມີອີກຕໍ່ໄປ ພຣະບັນລັງຂອງພຣະເຈົ້າແລະຂອງພຣະເມສານ້ອຍຈະຢູ່ໃນເມືອງນັ້ນ, ແລະບັນດາຜູ້ຮັບໃຊ້ຂອງພຣະອົງຈະຮັບໃຊ້ພຣະອົງ.
\v 4 ພວກເຂົາຈະເຫັນພຣະພັກຂອງພຣະອົງ ແລະພຣະນາມຂອງພຣະອົງຈະຕິດຢູ່ທີ່ຫນ້າຜາກຂອງພວກເຂົາ.
\v 5 ກາງຄືນຈະບໍ່ມີອີກຕໍ່ໄປ ພວກເຂົາບໍ່ຈຳເປັນຕ້ອງມີແສງຈາກຕະກຽງຫລືຈາກຕາເວັນ ເພາະວ່າອົງພຣະຜູ້ເປັນເຈົ້າຄືພຣະເຈົ້າຈະຊົງສ່ອງແສງສະຫວ່າງແກ່ພວກເຂົາ ແລະພວກເຂົາຈະຄອບຄອງຕະຫລອດໄປເປັນນິດ.
\s5
\v 6 ທູດສະຫວັນອົງນັ້ນເວົ້າກັບຂ້າພຣະເຈົ້າວ່າ "ຖ້ອຍຄຳເຫລົ່ານີ້ເປັນຄຳທີ່ເຊື່ອຖືໄດ້ແລະສັດຈິງ. ອົງພຣະຜູ້ເປັນເຈົ້າຄືພຣະເຈົ້າແຫ່ງວິນຍານຂອງຜູ້ປະກາດພຣະຄັມ ໄດ້ຊົງສົ່ງທູດສະຫວັນຂອງພຣະອົງມາສະແດງເຖິງສິ່ງທີ່ຈະຕ້ອງເກີດຂຶ້ນໃນບໍ່ຊ້ານີ້ແກ່ບັນດາຜູ້ຮັບໃຊ້ຂອງພຣະອົງ."
\v 7 "ເບິ່ງແມ ເຮົາຈະມາໃນໄວໆນີ້ ຄົນທີ່ເຮັດຕາມຄຳທໍານວາຍຂອງຫນັງສືເຫລັ້ມນີ້ກໍ່ເປັນສຸກ."
\s5
\v 8 ຂ້າພຣະເຈົ້າຄືໂຢຮັນ ເປັນຜູ້ທີ່ໄດ້ຍິນແລະໄດ້ເຫັນເຖິງສິ່ງເຫລົ່ານີ້ເມື່ອຂ້າພຣະເຈົ້າໄດ້ຍິນ ແລະໄດ້ເຫັນແລ້ວ ຂ້າພຣະເຈົ້າກໍ່ໂນ້ມຕົວລົງນະມັດສະການໃກ້ຕີນຂອງເຫລົ່າທູດສະຫວັນທີ່ສະແດງສິ່ງເຫລົ່ານີ້ແກ່ຂ້າພຣະເຈົ້າ.
\v 9 ທ່ານເວົ້າກັບຂ້າພຣະເຈົ້າວ່າ, "ຢ່າເຮັດແນວນັ້ນ ເຮົາເປັນຜູ້ຮ່ວມຮັບໃຊ້ກັບທ່ານ, ກັບພວກພີ່ນ້ອງຂອງທ່ານຊຶ່ງເປັນຜູ້ປະກາດພຣະຄັມ, ແລະກັບຄົນເຫລົ່ານັ້ນທີ່ເຮັດຕາມຖ້ອຍຄຳໃນຫນັງສືເຫລັ້ມນີ້ ຈົ່ງນະມັດສະການພຣະເຈົ້າເຖີດ!"
\s5
\v 10 ທ່ານເວົ້າກັບຂ້າພຣະເຈົ້າວ່າ "ຢ່າປົກປິດຖ້ອຍຄຳແຫ່ງຄຳທຳນວາຍ ໃນປື້ມນີ້ໄວ້ເປັນຄວາມລັບ, ເພາະວ່າເວລານັ້ນໃກ້ເຂົ້າມາແລ້ວ.
\v 11 ຈົ່ງໃຫ້ຄົນຊົ່ວເຮັດຊົ່ວຕໍ່ໄປ ຈົ່ງໃຫ້ຄົນຊົ່ວຊ້າເຮັດການຊົ່ວຊ້າຕໍ່ໄປ, ຈົ່ງໃຫ້ຄົນຊອບທັມເຮັດສິ່ງຊອບທັມຕໍ່ໄປ, ຈົ່ງໃຫ້ຄົນບໍຣິສຸດເປັນຄົນບໍຣິສຸດຕໍ່ໄປ."
\s5
\v 12 "ເບິ່ງແມ ເຮົາຈະມາໄວໆນີ້. ພ້ອມກັບບໍາເຫນັດຂອງເຮົາມານຳ, ເພື່ອທີ່ຈະຕອບແທນແຕ່ລະຄົນຕາມການກະທຳຂອງເຂົາ.
\v 13 ເຮົາຄືອາລາຟາແລະໂອເມຄາ ເປັນເບື້ອງຕົ້ນແລະເປັນເບື້ອງປາຍ, ເປັນປະຖົມມະການແລະເປັນອາວະສານ.
\s5
\v 14 ຄົນເຫລົ່ານັ້ນທີ່ລ້າງເສື້ອຜ້າຂອງຕົນເອງກໍ່ເປັນສຸກ ເພື່ອວ່າພວກເຂົາຈະມີສິດໃນການກິນຜົນຈາກຕົ້ນໄມ້ແຫ່ງຊີວິດ ແລະເຂົ້າໄປໃນນະຄອນນັ້ນທາງປະຕູໄດ້
\v 15 ດ້ານນອກມີພວກຫມາ ພວກໃຊ້ເວດມົນຄາຖາ, ພວກລ່ວງປະເວນີ, ພວກຂ້າຄົນ, ພວກບູຊາຮູບເຄົາຣົບ ແລະທຸກຄົນທີ່ຮັກແລະເຮັດໃນສິ່ງທີ່ຫລອກລວງ.
\s5
\v 16 ເຮົາ, ຄືເຢຊູ, ຜູ້ສົ່ງທູດສະຫວັນຂອງເຮົາໃຫ້ໄປເປັນພະຍານແກ່ທ່ານກ່ຽວກັບສິ່ງເຫລົ່ານີ້ສຳຫລັບຄຣິສຕະຈັກທັງຫລາຍ. ເຮົາເປັນກົກເຄົ້າແລະເຊື້ອສາຍຂອງດາວິດ, ແລະເປັນດາວເພັກດວງໃສຮຸ່ງເຮືອງ.
\s5
\v 17 "ມາເຖີດ" ໃຫ້ຄົນທີ່ໄດ້ຍິນກ່າວວ່າ "ມາເຖີດ" "ຜູ້ໃດກໍ່ຕາມທີ່ຫີວນໍ້າກໍ່ໃຫ້ເຂົາເຂົ້າມາ! ແລະຜູ້ໃດກໍ່ຕາມທີ່ມີຄວາມປາຖະໜາ ກໍ່ໃຫ້ເຂົາມາຮັບນ້ຳແຫ່ງຊີວິດ, ໂດຍບໍ່ຕ້ອງເສຍຄ່າອັນໃດເລີຍ."
\s5
\v 18 ຂ້າພຣະເຈົ້າເປັນພະຍານແກ່ທຸກຄົນທີ່ໄດ້ຍິນຄຳທຳນວາຍໃນປຶ້ມເຫລັ້ມນີ້ວ່າ ຖ້າຜູ້ໃດເພີ້ມຕື່ມສິ່ງໃດເຂົ້າໄປໃນຖ້ອຍຄຳເຫລົ່ານີ້ ພຣະເຈົ້າກໍ່ຈະຊົງເພີ່ມຕື່ມພັຍພິບັດທີ່ມີຂຽນໄວ້ໃນປື້ມເຫລັ້ມນີ້ແກ່ຜູ້ນັ້ນດ້ວຍ.
\v 19 ຖ້າຜູ້ໃດຕັດຖ້ອຍຄຳອອກໄປຈາກຫນັງສືຄຳທຳນວາຍເຫລັ້ມນີ້, ພຣະເຈົ້າກໍ່ຈະຊົງຕັດສ່ວນແບ່ງຂອງເຂົາໃນຕົ້ນໄມ້ແຫ່ງຊີວິດແລະນະຄອນບໍຣິສຸດຊຶ່ງມີຂຽນໄວ້ໃນປຶ້ມເຫລັ້ມນີ້ອອກໄປດ້ວຍ.
\s5
\v 20 ພຣະອົງຜູ້ຊົງເປັນພະຍານໃນສິ່ງເຫລົ່ານີ້ກ່າວວ່າ "ແນ່ນອນ ເຮົາຈະມາໃນບໍ່ຊ້ານີ້" ອາແມນ! ຂໍໂຜດສະເດັດມາເຖີດພຣະເຢຊູອົງພຣະຜູ້ເປັນເຈົ້າ!
\v 21 ຂໍໃຫ້ພຣະຄຸນແຫ່ງພຣະເຢຊູພຣະຜູ້ເປັນເຈົ້າ ຈົ່ງສະຖິດຢູ່ກັບໄພ່ພົນຂອງພຣະອົງທຸກຄົນເຖີ້ນ. ອາແມນ.