lo_ulb/66-JUD.usfm

58 lines
11 KiB
Plaintext

\id JUD
\ide UTF-8
\h ຢູດາ
\toc1 ຢູດາ
\toc2 ຢູດາ
\toc3 jud
\mt ຢູດາ
\s5
\c 1
\cl ບົດທີ 1
\p
\v 1 ຈາກຢູດາ, ຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ, ແລະ ນ້ອງຊາຍຂອງຢາໂກໂບ. ເຖິງຄົນທັງຫລາຍທີ່ໄດ້ຮັບການຊົງເອີ້ນ, ຜູ້ເປັນທີ່ຮັກໃນພຣະເຈົ້າພຣະບິດາ, ແລະ ໄດ້ຮັບການຮັກສາໄວ້ເພື່ອພຣະເຢຊູຄຣິດເຈົ້າ:
\v 2 ຂໍພຣະເມດຕາຄຸນ ແລະ ສັນຕິສຸກ ແລະ ຄວາມຮັກເພີ່ມທະວີຄູນຍິ່ງຂຶ້ນແກ່ທ່ານດ້ວຍ.
\s5
\v 3 ທ່ານທີ່ຮັກທັງຫລາຍ, ຂະນະທີ່ຂ້າພະເຈົ້າພຽນພະຍາຍາມຂຽນເຖິງທ່ານ ກ່ຽວກັບຄວາມພົ້ນທົ່ວໄປຂອງເຮົານັ້ນ, ຂ້າພະເຈົ້າຈຳເປັນຕ້ອງຂຽນເຕືອນສະຕິທ່ານ ໃຫ້ຕໍ່ສູ້ຢ່າງຈິງຈັງເພື່ອຄວາມເຊື່ອຊຶ່ງຄັ້ງຫນຶ່ງໄດ້ຊົງໂຜດມອບໄວ້ແກ່ຜູ້ເຊື່ອທັງຫລາຍແລ້ວ.
\v 4 ເພາະມີບາງຄົນໄດ້ແອບແຝງເຂົ້າມາຢູ່ໃນທ່າມກາງພວກເຂົາຢ່າງລັບໆ. ຄົນເຫລົ່ານີ້ຖືກເລັງໄວ້ເພື່ອການພິພາກສາພວກເຂົາ. ເປັນຄົນອະທຳທີ່ບິດເບືອນພຣະຄຸນພຣະເຈົ້າຂອງເຮົາເຂົ້າສູ່ການຊົ່ວຊ້າລາມົກ, ແລະ ໄດ້ປະຕິເສດຈອມເຈົ້ານາຍ ແລະ ອົງພຣະຜູ້ເປັນເຈົ້າອົງດຽວຂອງເຮົາຄືພຣະເຢຊູຄຣິດເຈົ້າ.
\s5
\v 5 ບັດນີ້ຂ້າພະເຈົ້າປາຖະຫນາຢ້ຳເຕືອນທ່ານວ່າ - ແມ່ນວ່າຄັ້ງຫນຶ່ງທ່ານໄດ້ຮູ້ຢູ່ແລ້ວວ່າ - ອົງພຣະຜູ້ເປັນເຈົ້າໄດ້ຊົງຊ່ວຍຜູ້ຄົນອອກຈາກປະເທດເອຢິບ, ແຕ່ພາຍຫລັງພະອົງໄດ້ຊົງທຳລາຍຄົນເຫຼົ່ານັ້ນທີ່ບໍ່ເຊື່ອພຣະອົງ.
\v 6 ແລະ ບັນດາເທວະດາທີ່ບໍ່ໄດ້ຮັກສາສະຖານະການສິດອຳນາດຂອງຕົນ, ແຕ່ໄດ້ປະຖິ້ມບ່ອນຢູ່ອາໄສຂອງຕົນນັ້ນ - ພຣະອົງໄດ້ຊົງຈອງຈຳພວກເຂົາດ້ວຍໂສ້ທວນອັນເປັນນິລັນໄວ້ໃນທີ່ມືດ, ເພື່ອການເພື່ອການພິພາກສາໃນວັນຍິ່ງໃຫຍ່ນັ້ນ.
\s5
\v 7 ເຊັ່ນດຽວກັບເມືອງໂຊໂດມ ແລະ ເມືອງໂກໂມຣາ ແລະ ເມືອງທັງຫລາຍທີ່ຢູ່ລອບໆພວກເຂົາ, ທີ່ໄດ້ຫລົງຕົນໄປກັບການຜິດປະເວນີ ແລະ ຄວາມປາຖະຫນາໃນການຜິດສິນທຳທາງເພດ. ພວກເຂົາຖືກສະແດງໃຫ້ເປັນຕົວຢ່າງຂອງຜູ້ທົນທຸກຈາກການລົງໂທດໃນໄຟໄໝ້ຢູ່ຕະຫລອດໄປເປັນນິດ.
\v 8 ເຖິງປານນັ້ນໃນທາງດຽວກັນ, ພວກເຫຼົ່ານີ້ກໍຍັງມົວຝັນເຮັດໃຫ້ຮ່າງກາຍຂອງຕົນຊົ່ວມົວໝອງ. ພວກເຂົາໝິ່ນປະໝາດສິດອຳນາດ, ແລະ ພວກເຂົາດ່າວ່າເຖິງບັນດາສິ່ງທີ່ມີກຽດສັກສີຢູ່ເບື້ອງເທິງ.
\s5
\v 9 ແມ່ນແຕ່ທູດສະຫວັນມີຄາເອນ, ເມື່ອທ່ານໄດ້ຜິດຖຽງ ແລະ ໂຕ້ຖຽງກັບມານເລື່ອງຊາກສົບຂອງໂມເຊ, ທ່ານເອງກໍຍັງບໍ່ກ້າພິພາກສາຫມິ່ນປະຫມາດເຂົາ. ທ່ານພຽງກ່າວວ່າ, “ຂໍອົງພຣະຜູ້ເປັນເຈົ້າເປັນຜູ້ຕິຕຽນເຈົ້າເທີ້ນ!”
\v 10 ແຕ່ຄົນເຫຼົ່ານີ້ກ່າວໂຈມຕີເຖິງສິ່ງທີ່ພວກເຂົາເອງບໍ່ເຂົ້າໃຈ. ແລະ ສິ່ງທີ່ພວກເຂົາເຂົ້າໃຈຄວາມຮູ້ສຶກຕາມນິໄສຂອງສັດຮ້າຍທີ່ບໍ່ມີຄວາມຄິດ - ສິ່ງເຫລົ່ານີ້ເປັນສິ່ງທຳລາຍພວກເຂົາເອງ.
\v 11 ວິບັດຈົ່ງມີແກ່ພວກເຂົາ! ເພາະພວກເຂົາໄດ້ດຳເນີນໃນທາງຂອງກາອິນ, ແລະ ກະທຳຄວາມຜິດພາດເພາະເຫັນແກ່ລາງວັນກຳໄລຂອງບາລາອາມ. ພວກເຂົາຈິບຫາຍໄປໃນການກະບົດຕາມຢ່າງຂອງໂກຣາ.
\s5
\v 12 ຄົນເຫລົ່ານີ້ເປັນຫີນໂສໂຄກທີ່ເຊື່ອງຕົວຢູ່ໃນງານລ້ຽງແຫ່ງຄວາມຮັກຂອງທ່ານ. ພວກເຂົາຊີມລົດອາຫານສະເພາະສຳລັບຕົນເອງຢ່າງບໍ່ອາຍ. ພວກເຂົາເປັນ ເມກທີ່ບໍ່ມີນຳ້ທີ່ລອຍໄປຕາມລົມ. ພວກເຂົາເປັນດັ່ງຕົ້ນໄມ້ໃນລະດູໃບໄມ້ລົ່ນທີ່ບໍ່ມີຜົນ - ຊຶ່ງຕາຍມາສອງຄັ້ງແລ້ວເພາະຖືກຖອນທັງຮາກ.
\v 13 ພວກເຂົາເປັນດັ່ງຄື້ນຟອງນໍ້າອັນຮ້າຍແຮງໃນມະຫາສະໝຸດທີ່ຊັດຟອງຄວາມອັບປະໂຫຍດຂອງຕົນອອກ. ພວກເຂົາເປັນດາວທີ່ລອຍລັບເປັນຜູ້ທີ່ຕົກຢູ່ໃນຄວາມມືດຕຶບນິຣັນດອນ.
\s5
\v 14 ເອໂນກ, ເຊື້ອສາຍຜູ້ທີເຈັດນັບແຕ່ອາດາມ, ໄດ້ທຳນວາຍເຖິງພວກເຂົາວ່າ, “ເບິ່ງແມ! ອົງພຣະຜູ້ເປັນເຈົ້າກຳລັງສະເດັດມາພ້ອມກັບຜູ້ບໍຣິສຸດ ເປັນ​ພັນໆຂອງພຣະອົງ. ພຣະອົງສະເດັດມາເພື່ອການດຳເນີນການພິພາກສາທຸກຄົນ.
\v 15 ພຣະອົງສະເດັດມາເພື່ອພິພາກສາການອະທຳທຸກຢ່າງທີ່ພວກເຂົາໄດ້ເຮັດຢ່າງຊົ່ວຮ້າຍ ແລະ ທຸກຖ້ອຍຄຳທີ່ຫຍາບຊ້າທັງຫລາຍທີ່ຄົນບາບໄດ້ກ່າວຮ້າຍຕໍ່ພຣະອົງ.”
\v 16 ຄົນເຫຼົ່ານີ້ເປັນຄົນມັກຈົ່ມ, ເປັນຄົນໂຄສະນາ ຊົ່ວຊ້າທີ່ດຳເນີນຕາມຄວາມປາຖະຫນາອັນຊົ່ວຮ້າຍຂອງພວກເຂົາ. ພວກເຂົາເວົ້າອວດອ້າງເປັນຄົນຍ້ອງຍໍຄົນອື່ນເພື່ອຫວັງປະໂຫຍດຂອງຕົນ.
\s5
\v 17 ແຕ່ທ່ານທີ່ຮັກ, ຈົ່ງຈົດຈຳຄຳເວົ້າທີ່ກ່າວໄວ້ໃນອະດີດໂດຍເຫລົ່າອັກຄະສາວົກຂອງອົງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງເຮົາ.
\v 18 ຊຶ່ງໄດ້ກ່າວເຖິງທ່ານ ວ່າ, “ໃນຍຸກສຸດທ້າຍຈະມີຄົນເ​ຍາະເຍື້ຍທີ່ດຳເນີນຕາມຄວາມປາຖະໜາອັນຊົ່ວຊ້າ ຂອງພວກເຂົາ”
\v 19 ຄົນເຫລົ່ານີ້ຄືຄົນທີ່ແຍກ, ຕົວອອກມາພວກເຂົາເປັນຂອງ​ຝ່າຍໂລກ ແລະ ບໍ່​ມີພຣະວິນຍານ.
\s5
\v 20 ແຕ່ທ່ານ ຜູ້ເປັນທີ່ຮັກ, ຈົ່ງສ້າງຕົວທ່ານໃນຄວາມເຊື່ອອັນບໍຣິສຸດຂອງທ່ານແລະ ຈົ່ງອະທິຖານໃນພຣະວິນຍານບໍຣິສຸດເຈົ້າ.
\v 21 ຈົ່ງຮັກສາຕົວຂອງທ່ານໄວ້ ໃນຄວາມຮັກຂອງພຣະເຈົ້າ ແລະ ຄອຍຖ້າພຣະກະລຸນາຂອງອົງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງເຮົາທີ່ຊົງນຳຊີວິດນິຣັນດອນມາໃຫ້ແກ່ທ່ານ.
\s5
\v 22 ຈົ່ງເມດຕາຕໍ່ຜູ້ທີ່ສົງໄສ.
\v 23 ຈົ່ງຊ່ວຍຜູ້ອື່ນດ້ວຍດຶງເຂົາອອກຈາກກອງໄຟ, ຈົ່ງເມດຕາຜູ້ອື່ນດ້ວຍຄວາມຢຳເກງ. ຈົ່ງກຽດຊັງແມ່ນແຕ່ເສື້ອຜ້າທີ່ເປື້ອນເປິດ້ວຍຣາຄະຕັນຫາ.
\s5
\v 24 ນີ້​ແມ່ນສຳ​ລັບຜູ້ທີ່ຊົງສາມາດຄຸ້ມຄອງການສະດຸດ ແລະ ເປັນເຫດໃຫ້ທ່ານຢືນຢູ່ ຕໍ່ພຣະພັກ ອັນສະຫງ່າຣາສີຂອງພຣະອົງ ໂດຍປ​າສະຈາກຄວາມຜິດ ແລະ ດ້ວຍຄວາມຍິນດີຢ່າງເຫລືອລົ້ນ.
\v 25 ຕໍ່ພຣະເຈົ້າອົງພຣະຜູ້ ຊ່ວຍໃຫ້ພົ້ນຂອງເຮົາ ອົງດຽວຜ່ານອົງ ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງເຮົາ; ໂດຍພຣະສີຣິ ໂດຍຣິດເດດການ​ຄຸ້ມຄອງ ແລະ ຣິດອຳນາດຕັ້ງແຕ່ບັດນີ້ ແລະ ນິຣັນດອນອາແມນ.