lo_ulb/65-3JN.usfm

36 lines
5.6 KiB
Plaintext

\id 3JN
\ide UTF-8
\h 3 ໂຢຮັນ
\toc1 3 ໂຢຮັນ
\toc2 3 ໂຢຮັນ
\toc3 3jn
\mt 3 ໂຢຮັນ
\s5
\c 1
\cl ບົດທີ 1
\p
\v 1 ຈາກ ຂ້າພະເຈົ້າຜູ້ເຖົ້າແກ່ ຮຽນ ທ່ານຄາໂຢທີ່ຮັກ ຜູ້ຊື່ງທີ່ຂ້າພະເຈົ້າຮັກເນື່ອງດ້ວຍຄວາມຈິງ.
\v 2 ທ່ານທີ່ຮັກເອີຍ, ຂ້າພະເຈົ້າອ້ອນວອນຂໍໃຫ້ທ່ານຈະເລີນດີຂື້ນໃນທຸກສີ່ງ ແລະ ມີສຸກຂະພາບແຂງແຮງ, ເໝືອນຢ່າງຈິດວິນຍານຂອງທ່ານທີ່ຈະເລີນດີຢູ່ນັ້ນ.
\v 3 ເພາະວ່າຂ້າພະເຈົ້າມີຄວາມຍິນດີຫລາຍ ເມື່ອພວກພີ່ນ້ອງບາງຄົນໄດ້ມາ ແລະ ເປັນ ພະຍານເຖິງຄວາມສັດຈິງຂອງທ່ານ, ເໝືອນຢ່າງທ່ານໄດ້ປະຕິບັດຕາມຄວາມສັດຈິງນັ້ນ.
\v 4 ບໍ່ມີສິ່ງໃດທີ່ຈະເຮັດໃຫ້ຂ້າພະເຈົ້າຍິນດີໄປຫລາຍກວ່ານີ້, ຄືທີ່ໄດ້ຍິນວ່າ ລູກທັງຫລາຍຂອງຂ້າພະເຈົ້າປະຕິບັດຕາມຄວາມຈິງ.
\s5
\v 5 ທ່ານທີ່ຮັກເອີຍ, ເມື່ອທ່ານສລະເຫື່ອແຮງໃຫ້ພວກພີ່ນ້ອງ ເປັນຕົ້ນວ່າໃຫ້ແຂກທີ່ມາເຮືອນ ກໍເປັນທີ່ສະແດງເຖີງຄວາມຈົງຮັກພັກດີຂອງທ່ານ.
\v 6 ເຂົາເຫລົ່ານັ້ນໄດ້ເປັນພະຍານຕໍ່ຄຣິສຕະຈັກ, ໃນເຣື່ອງຄວາມຮັກຂອງທ່ານ ຖ້າທ່ານຈະຊ່ວຍສົ່ງເຂົາເຫລົ່ານັ້ນໃຫ້ສົມກັບການປະຕິບັດພຣະເຈົ້າ ທ່ານກໍເຮັດດີ.
\v 7 ເພາະການທີ່ພວກເຂົາອອກໄປນີ້ກໍເພື່ອເຫັນແກ່ພຣະນາມຂອງພຣະອົງ ໂດຍບໍ່ຮັບສິ່ງໃດຈາກຄົນຕ່າງຊາດ.
\v 8 ສະນັ້ນ, ຝ່າຍເຮົາທັງຫລາຍ ຈໍາເປັນຕ້ອງສະນັບສະນຸນອູ້ມຊູຄົນຢ່າງນັ້ນ, ເພື່ອວ່າພວກເຮົາຈະກາຍເປັນຜູ້ຮ່ວມງານກັນໃນຄວາມຈິງ.
\s5
\v 9 ຂ້າພະເຈົ້າໄດ້ຂຽນບາງສີ່ງບາງຢ່າງເຖິງຄຣິສຕະຈັກ, ແຕ່ດີໂອເທເຟ, ຜູ້ມັກຕັ້ງຕົວຢາກຈະເປັນໃຫຍ່ເໜືອໝູ່ ກໍບໍ່ຍອມຮັບເຮົາ.
\v 10 ສະນັ້ນ, ຖ້າຂ້າພະເຈົ້າມາ ຂ້າພະເຈົ້າຈະ ເຜີຍການທີ່ລາວເຮັດ, ຄືທີ່ລາວໄດ້ກ່າວໃສ່ຮ້າຍຕໍ່ຂ້າພະເຈົ້າດ້ວຍຄວາມບໍ່ມີແກ່ນສານແລະເທົ່ານັ້ນຍັງບໍ່ສົມໃຈ ຊໍ້າບໍ່ໜໍາ ລາວຍັງປະຕິເສດ, ບໍ່ຍອມຮັບຕ້ອນພີ້ນ້ອງເຫລົ່ານັ້ນ ແລ້ວຍັງກີດກັ້ນຄົນທັງຫລາຍ ທີ່ຢາກຮັບຕ້ອນເຂົາ ກັບທັງຕັດເຂົາອອກເສັຽຈາກຄຣິສຕະຈັກ.
\s5
\v 11 ທ່ານທີ່ຮັກເອີຍ, ຢ່າເອົາການຊົ່ວຮ້າຍເປັນແບບຢ່າງ ແຕ່ຈົ່ງເອົາການດີງາມ ຜູ້ທີ່ເຮັດດີ ກໍເປັນຂອງພຣະເຈົ້າ; ຜູ້ທີ່ເຮັດການຊົ່ວກໍບໍ່ໄດ້ເຫັນພຣະເຈົ້າ.
\v 12 ສ່ວນເດເມທິໂອນັ້ນ ທຸກຄົນກໍເປັນພະຍານວ່າ ເພິ່ນເປັນຄົນດີ ແລະ ຄວາມຈິງເອງກໍເປັນຍານ, ຝ່າຍຂ້າພະເຈົ້າກໍເປັນພະຍານເໝືອນກັນ ແລະທ່ານຮູ້ແລ້ວວ່າຄໍາພະຍານຂອງຂ້າພະເຈົ້າກໍເປັນຈິງ.
\s5
\v 13 ຂ້າພະເຈົ້າມີຂໍ້ຄວາມຫລາຍຂໍ້ທີ່ຈະຂຽນມາເຖິງທ່ານ, ແຕ່ບໍ່ຢາກຂຽນດ້ວຍປາກກາ ແລະນໍ້າຫມຶກ.
\v 14 ຂ້າພະເຈົ້າຫວັງວ່າຈະໄດ້ພົບທ່ານໃນໄວ ໆ ນີ້, ແລະ ຈະໄດ້ເວົ້າກັນປາກຕໍ່ປາກ.
\v 15 ຂໍສັນຕິສຸກຈົ່ງມີແກ່ທ່ານ ບັນດາເພື່ອນ ໆ ທາງນີ້ກໍຝາກຄວາມຄິດເຖິງມາຍັງທ່ານ ຂໍທ່ານໄດ້ຝາກຄວາມຄິດເຖິງນີ້ແກ່ບັນດາເພື່ອນ ໆ ທາງພຸ້ນດ້ວຍອອກຊື່ຂອງທຸກຄົນ.