lo_ulb/63-1JN.usfm

210 lines
37 KiB
Plaintext

\id 1JN
\ide UTF-8
\h 1 ໂຢຮັນ
\toc1 1 ໂຢຮັນ
\toc2 1 ໂຢຮັນ
\toc3 1jn
\mt 1 ໂຢຮັນ
\s5
\c 1
\cl ບົດທີ 1
\p
\v 1 ສິ່ງຊຶ່ງທີ່ມີມາແຕ່ປະຖົມມະການ - ຊຶ່ງເຮົາໄດ້ຍິນ, ຊຶ່ງເຮົາໄດ້ເຫັນກັບຕາ, ຊຶ່ງເຮົາໄດ້ເບິ່ງ, ແລະ ສຳພັດດ້ວຍມືຂອງເຮົາ - ນັ້ນຄືພຣະທຳອັນຊົງຊີວິດ.
\v 2 ເເລະຊີວິດທີ່ເຮົາໄດ້ຮູ້ຈັກ, ທີ່ເຮົາໄດ້ເຫັນ ແລະ ເປັນພະຍານ. ພວກເຮົາປະກາດຊີວິດນິຣັນດອນນີ້ແກ່ທ່ານ, ຊຶ່ງເປັນຊີວິດທີ່ຢູ່ກັບພຣະບິດາເຈົ້າ, ແລະ ໄດ້ປາກົດແກ່ພວກເຮົາ.
\s5
\v 3 ສິ່ງທີ່ເຮົາໄດ້ເຫັນ ແລະ ໄດ້ຍິນນັ້ນເຮົາກໍປະກາດໃຫ້ທ່ານຊາບ, ເພື່ອທ່ານຈະເຂົ້າຮ່ວມສາມັກຄີທຳກັບເຮົາ. ການສາມັກຄີທໍາຂອງພວກເຮົາແມ່ນສາມັກຄີທຳຮ່ວມກັບພຣະບິດາເຈົ້າ ແລະ ພຣະເຢຊູຄຣິດເຈົ້າ, ພຣະບຸດຂອງພຣະອົງ.
\v 4 ແລະ ເຮົາຂຽນສິ່ງເຫລົ່ານີ້ ໃຫ້ແກ່ທ່ານເພື່ອຄວາມຊົມຊື່ນຍິນດີຂອງເຮົາຈະໄດ້ສົມບູນ.
\s5
\v 5 ນີ້ເປັນຖ້ອຍຄຳທີ່ເຮົາໄດ້ຍິນຈາກພຣະອົງ ແລະ ປະກາດແກ່ທ່ານວ່າ: ພຣະເຈົ້າ ຊົງເປັນຄວາມສະຫວ່າງ, ແລະ ໃນພຣະອົງບໍ່ມີຄວາມມືດເລີຍ.
\v 6 ຖ້າເຮົາກ່າວວ່າ ເຮົາຮ່ວມສາມັກຄີທຳກັບພຣະອົງ ແລະ ຍັງດໍາເນີນຊີວິດຢູ່ໃນຄວາມມືດ, ເຮົາກໍກຳລັງເວົ້າຕົວະ ແລະ ບໍ່ໄດ້ດຳເນີນຊີວິດຕາມຄວາມຈິງ.
\v 7 ແຕ່ຖ້າເຮົາດໍາເນີນຊີວິດຢູ່ໃນຄວາມສະຫວ່າງ ເໝືອນດັ່ງ ພຣະອົງທີ່ຊົງສະຖິດໃນຄວາມສະຫວ່າງ, ເຮົາກໍຮ່ວມສາມັກຄີທຳ ຊຶ່ງກັນແລະ ກັນ, ແລະ ພຣະໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງກໍຊຳລະເຮົາ ຈາກຄວາມຜິດບາບທັງສິ້ນ.
\s5
\v 8 ຖ້າເຮົາເວົ້າວ່າເຮົາບໍ່ມີບາບ, ເຮົາກໍຫລອກລວງຕົນເອງ, ແລະ ຄວາມຈິງກໍບໍ່ມີໃນຕົວເຮົາເລີຍ.
\v 9 ແຕ່ຖ້າເຮົາສາລະພາບບາບຂອງເຮົາ, ພຣະອົງຊົງສັດຊື່ ແລະ ທ່ຽງທຳກໍຈະຊົງໂຜດຍົກໂທດຄວາມບາບຂອງເຮົາ ແລະ ຊຳລະເຮົາຈາກການອະທຳໝົດສິ້ນ.
\v 10 ຖ້າເຮົາເວົ້າວ່າເຮົາບໍ່ມີບາບ, ເຮົາກໍເຮັດໃຫ້ພຣະເຈົ້າເປັນຜູ້ຕົວະ, ແລະ ພຣະທຳຂອງພຣະອົງກໍບໍ່ໄດ້ຢູ່ໃນເຮົາ.
\s5
\c 2
\cl ບົດທີ 2
\p
\v 1 ລູກນ້ອຍເອີຍ, ຂ້າພະເຈົ້າຂຽນຂໍ້ຄວາມເຫຼົ່ານີ້ມາເຖິງທ່ານທັງຫລາຍເພື່ອທ່ານຈະບໍ່ໄດ້ເຮັດບາບ. ແຕ່ຖ້າມີຜູ້ໃດເຮັດບາບ, ເຮົາກໍມີອົງພຣະເຢຊູຄຣິດເຈົ້າ ຜູ້ຊົງທ່ຽງທຳທີ່ສະຖິດຢູ່ກັບພຣະບິດາເຈົ້າ.
\v 2 ພຣະອົງຊົງເປັນຜູ້ລົບລ້າງບາບຂອງເຮົາ, ແລະ ບໍ່ແມ່ນແຕ່ບາບຂອງເຮົາເທົ່ານັ້ນ, ແຕ່ສຳລັບຄົນທັງໂລກດ້ວຍ.
\v 3 ດ້ວຍເຫດນີ້ເຮົາຮູ້ວ່າເຮົາຮູ້ຈັກພຣະອົງ: ຖ້າຫາກເຮົາປະຕິບັດຕາມກົດບັນຍັດຂອງພຣະອົງ.
\s5
\v 4 ຜູ້ທີ່ກ່າວວ່າ, “ ຂ້າພະເຈົ້າຮູ້ຈັກພຣະເຈົ້າ,” ແຕ່ບໍ່ໄດ້ປະຕິບັດຕາມກົດບັນຍັດ ຂອງພຣະອົງ, ກໍເປັນຄົນເວົ້າຕົວະ, ແລະ ຄວາມຈິງກໍບໍ່ມີຢູ່ໃນຕົວເຂົາ.
\v 5 ແຕ່ຜູ້ໃດ ປະຕິບັດຕາມພຣະທຳຂອງພຣະອົງ, ຢ່າງແນ່ນອນ, ໃນຄົນນັ້ນກໍມີຄວາມຮັກຂອງພຣະເຈົ້າຢູ່ຢ່າງບໍຣິບູນ. ດ້ວຍເຫດນີ້ເຮົາຈຶ່ງຮູ້ວ່າເຮົາຢູ່ໃນພຣະອົງ.
\v 6 ຜູ້ໃດທີ່ເວົ້າວ່າ, “ຕົນຢູ່ໃນພຣະເຈົ້າ” ກໍຄວນດຳເນີນຊີວິດຢ່າງທີ່ພຣະເຢຊູຄຣິດເຈົ້າຊົງດຳເນີນນັ້ນ.
\s5
\v 7 ທ່ານທີ່ຮັກ, ຂ້າພະເຈົ້າບໍ່ໄດ້ຂຽນກົດບັນຍັດໃໝ່ແກ່ທ່ານ, ແຕ່ເປັນກົດບັນຍັດ ເກົ່າຊຶ່ງທ່ານມີຢູ່ຕັ້ງແຕ່ເລີ້ມຕົ້ນ. ກົດບັນຍັດເກົ່ານັ້ນຄືພຣະທຳທີ່ທ່ານທັງຫລາຍໄດ້ຍິນ ມາແລ້ວ.
\v 8 ຂ້າພະເຈົ້າຂຽນກົດບັນຍັດໃໝ່ແກ່ທ່ານ, ເຊິ່ງເປັນຄວາມຈິງໃນ ພຣະຄຣິດເຈົ້າ ແລະ ໃນທ່ານ, ເພາະວ່າຄວາມມືດກຳລັງຜ່ານພົ້ນໄປ, ແລະ ແສງແຫ່ງຄວາມຈິງກໍສ່ອງຢູ່ແລ້ວ.
\s5
\v 9 ຜູ້ທີ່ເວົ້າວ່າຕົນຢູ່ໃນຄວາມສະຫວ່າງ ແລະ ຍັງກຽດຊັງພີ່ນ້ອງຂອງຕົນຜູ້ນັ້ນກໍ ຍັງຢູ່ໃນຄວາມມືດຈົນເຖິງບັດນີ້.
\v 10 ຜູ້ທີ່ຮັກພີ່ນ້ອງຂອງຕົນ ກໍຕັ້ງຢູ່ໃນຄວາມສະຫວ່າງ ແລະ ໃນຄວາມສະຫວ່າງນັ້ນບໍ່ມີອັນໃດເຮັດໃຫ້ເຂົາສະດຸດ.
\v 11 ແຕ່ຜູ້ ທີ່ກຽດຊັງພີ່ນ້ອງຂອງຕົນກໍຍັງຢູ່ໃນຄວາມມືດ ແລະ ເດີນໃນຄວາມມືດ; ເຂົາບໍ່ຮູ້ວ່າ ຕົນກຳລັງຈະໄປໃສ, ເພາະຄວາມມືດໄດ້ໃຫ້ຕາຂອງເຂົາບອດເສຍ.
\s5
\v 12 ຂ້າພະເຈົ້າຂຽນຈົດໝາຍມາເຖິງທ່ານ, ຜູ້ເປັນລູກ, ເພາະວ່າຄວາມບາບຂອງທ່ານໄດ້ຮັບການອະໄພເພາະພຣະນາມຂອງພຣະອົງ.
\v 13 ຂ້າພະເຈົ້າກຳລັງຂຽນຈົດໝາຍມາເຖິງທ່ານທັງຫລາຍ, ທີ່ເປັນບິດາ, ເພາະທ່ານຮູ້ຈັກພຣະອົງ ຜູ້ດຳລົງຢູ່ຕັ້ງແຕ່ຕົ້ນ. ຂ້າພະເຈົ້າຂຽນຈົດຫມາຍເຖິງທ່ານທັງຫລາຍ, ທີ່ເປັນຄົນໜຸ່ມ, ເພາະໄດ້ຊະນະມານຊົ່ວຮ້າຍນັ້ນ. ຂ້າພະເຈົ້າຂຽນຈົດໝາຍເຖິງທ່ານທັງຫລາຍ, ທີ່ເປັນຄົນໜຸ່ມ, ເພາະທ່ານຮູ້ຈັກພຣະບິດາ.
\v 14 ຂ້າພະເຈົ້າໄດ້ຂຽນຈົດໝາຍເຖິງທ່ານທັງຫລາຍ, ທີ່ເປັນພໍ່, ເພາະທ່ານຮູ້ຈັກພຣະອົງ ຜູ້ດຳລົງຢູ່ຕັ້ງແຕ່ຕົ້ນ. ຂ້າພະເຈົ້າຂຽນຈົດຫມາຍເຖິງທ່ານທັງຫລາຍ, ທີ່ເປັນຄົນໜຸ່ມ, ເພາະທ່ານມີກຳລັງແຂງແຮງ, ແລະ ພຣະທຳຂອງພຣະເຈົ້າດຳລົງຢູ່ໃນທ່ານທັງຫລາຍ, ແລະ ທ່ານໄດ້ຊະນະມານທີ່ຊົ່ວຮ້າຍແລ້ວ.
\s5
\v 15 ຢ່າຮັກໂລກ ຫລື ສິ່ງຂອງໃນໂລກ. ຖ້າຜູ້ໃດຮັກໂລກ, ຄວາມຮັກຂອງ ພຣະບິດາເຈົ້າກໍບໍ່ຢູ່ໃນຜູ້ນັ້ນ.
\v 16 ສຳລັບທຸກສິ່ງທີ່ມີ ຢູ່ໃນໂລກ - ຄືຕັນຫາຂອງເນື້ອກາຍ, ຕັນຫາຂອງຕາ, ແລະ ຄວາມອວດອ້າງຂອງຊີວິດ - ທີ່ບໍ່ໄດ້ມາຈາກ ພຣະບິດາເຈົ້າແຕ່ມາຈາກໂລກ.
\v 17 ໂລກກັບຕັນຫາຂອງໂລກ ກຳລັງເສື່ອມສູນ ໄປ. ແຕ່ຜູ້ທີ່ເຮັດຕາມນໍ້າພຣະໄທຂອງພຣະເຈົ້າຈະຕັ້ງຢູ່ຕະຫລອດໄປເປັນນິດ.
\s5
\v 18 ລູກນ້ອຍທັງຫລາຍເອີຍ, ບັດນີ້ເປັນເວລາສຸດທ້າຍແລ້ວ. ພຽງແຕ່ທ່ານໄດ້ຍິນມາວ່າຜູ້ຕໍ່ສູ້ພຣະຄຣິດກຳລັງມາ, ບັດນີ້ຜູ້ຕໍ່ສູ້ພຣະຄຣິດຫລວງຫລາຍໄດ້ເຂົ້າມາແລ້ວ. ສະນັ້ນເຮົາຈຶ່ງຮູ້ວ່າເປັນເວລາສຸດທ້າຍ.
\v 19 ພວກເຂົາໄດ້ອອກໄປຈາກເຮົາ, ແຕ່ ພວກເຂົາບໍ່ໄດ້ມາຈາກເຮົາ. ເພາະວ່າຖ້າພວກເຂົາມາຈາກເຮົາພວກເຂົາກໍຈະຢູ່ກັບເຮົາຕໍ່ໄປ, ແຕ່ເມື່ອພວກເຂົາອອກໄປແລ້ວ, ນັ້ນສະແດງໃຫ້ເຫັນວ່າພວກເຂົາບໍ່ໄດ້ມາຈາກເຮົາ.
\s5
\v 20 ແຕ່ພວກທ່ານໄດ້ຮັບການຊົງຫົດສົງຈາກພຣະອົງຜູ້ບໍຣິສຸດແລ້ວ, ແລະ ທ່ານທັງຫລາຍກໍຮູ້ຄວາມຮູ້ຈິງ.
\v 21 ເຮົາບໍ່ໄດ້ຂຽນເຖິງພວກທ່ານບໍ່ແມ່ນເພາະທ່ານບໍ່ຮູ້ຄວາມຈິງ, ແຕ່ເພາະທ່ານທັງຫລາຍຮູ້ແລ້ວ ແລະ ເພາະວ່າຄວາມຕົວະບໍ່ໄດ້ມາຈາກຄວາມຈິງ.
\s5
\v 22 ຜູ້ໃດເປັນຜູ້ເວົ້າຕົວະ ຄືຜູ້ທີ່ປະຕິເສດວ່າພຣະເຢຊູເຈົ້າບໍ່ແມ່ນພຣະຄຣິດບໍ? ຜູ້ ນັ້ນເປັນຜູ້ຕໍ່ຕ້ານພຣະຄຣິດ, ດ້ວຍເຫດທີ່ເຂົາປະຕິເສດ ພຣະບິດາເຈົ້າ ແລະ ພຣະບຸດ.
\v 23 ຜູ້ໃດທີ່ປະຕິເສດພຣະບຸດ ຜູ້ນັ້ນກໍບໍ່ມີພຣະບິດາເຈົ້າ. ຜູ້ໃດທີ່ຍອມຮັບ ພຣະບຸດ ຜູ້ນັ້ນກໍມີພຣະບິດາເຈົ້າດ້ວຍ.
\s5
\v 24 ຈົ່ງໃຫ້ສິ່ງທີ່ທ່ານໄດ້ຍິນມາຕັ້ງແຕ່ຕົ້ນນັ້ນດຳລົງຢູ່ກັບທ່ານເທີ້ນ. ຖ້າສິ່ງທີ່ທ່ານໄດ້ຍິນມາຕັ້ງແຕ່ຕົ້ນນັ້ນດຳລົງຢູ່ກັບທ່ານ, ທ່ານກໍຕັ້ງໝັ້ນຄົງຢູ່ໃນພຣະບຸດ ແລະ ໃນພຣະບິດາເຈົ້າດ້ວຍ.
\v 25 ນີ້ແຫຼະເປັນພຣະສັນຍາເຊິ່ງພຣະອົງໄດ້ໃຫ້ແກ່ເຮົາຄື: ຊີວິດນິຣັນດອນ.
\v 26 ເຮົາໄດ້ຂຽນຂໍ້ຄວາມນີ້ເຖິງທ່ານ ກ່າວເຖິງຄົນເຫຼົ່ານັ້ນທີ່ຫຼອກລວງທ່ານໃຫ້ຫຼົງຜິດໄປ.
\s5
\v 27 ສຳລັບທ່ານທັງຫລາຍ, ການຊົງເຈີມທີ່ທ່ານໄດ້ຮັບ ຈາກພຣະອົງກໍຕັ້ງຢູ່ກັບທ່ານ, ແລະ ທ່ານບໍ່ຈຳເປັນມີໃຜມາສອນທ່ານ. ແຕ່ການຊົງເຈີມຂອງພຣະອົງນັ້ນຈະສອນທຸກສິ່ງແກ່ທ່ານ ແລະ ເປັນຄວາມຈິງບໍ່ແມ່ນຄວາມຕົວະ ແລະ ຈົ່ງຕັ້ງໝັ້ນຄົງຢູ່ ໃນພຣະອົງຕາມທີ່ທ່ານຖືກສອນນັ້ນ.
\v 28 ບັດນີ້, ລູກທັງຫລາຍເອີຍ, ຈົ່ງຕັ້ງໝັ້ນຄົງຢູ່ໃນພຣະອົງ, ເພື່ອວ່າເມື່ອພຣະອົງປາກົດເຮົາຈະໄດ້ມີໃຈກ້າ ແລະ ບໍ່ລະອາຍ ເມື່ອພຣະອົງສະເດັດມານັ້ນ.
\v 29 ຖ້າທ່ານຮູ້ວ່າພຣະອົງຊົງທ່ຽງທຳ, ທ່ານກໍຮູ້ວ່າທຸກຄົນທີ່ປະຕິບັດຕາມຄວາມທ່ຽງທຳໄດ້ບັງເກີດມາຈາກພຣະອົງດ້ວຍ.
\s5
\c 3
\cl ບົດທີ 3
\p
\v 1 ເບິ່ງແມ! ຄວາມຮັກຂອງພຣະບິດາເຈົ້າທີ່ປະທານໃຫ້ແກ່ເຮົາ, ເປັນຢ່າງໃດທີ່ພຣະເຈົ້າຊົງເອີ້ນເຮົາວ່າເປັນບຸດຂອງພຣະອົງ, ແລະ ເຮົາກໍໄດ້ເປັນ. ດ້ວຍເຫດນີ້, ໂລກບໍ່ຮູ້ຈັກເຮົາ, ເພາະໂລກບໍ່ຮູ້ຈັກພຣະອົງ.
\v 2 ທ່ານທີ່ຮັກທັງຫລາຍ, ບັດນີ້ເຮົາເປັນບຸດຂອງພຣະເຈົ້າແລ້ວ, ແລະ ຍັງບໍ່ສຳແດງວ່າເຮົາຈະເປັນຢ່າງໃດ. ເຮົາຮູ້ວ່າເມື່ອພຣະຄຣິດມາປາກົດ, ເພາະເຮົາຈະເຫັນພຣະອົງເປັນເໝືອນພຣະອົງທີ່ຊົງເປັນຢູ່.
\v 3 ທຸກຄົນທີ່ມີ ຄວາມໝັ້ນໃຈຢ່າງນີ້ ກຽ່ວກັບອະນາຄົດກໍໃຫ້ຊຳລະຕົນໃຫ້ບໍຣິສຸດຢ່າງທີ່ພຣະອົງ ຊົງບໍຣິສຸດ.
\s5
\v 4 ທຸກຄົນທີ່ເຮັດບາບກໍມີຄວາມຜິດຖານຝ່າຝືນກົດບັນຍັດ; ເພາະການບາບເປັນສິ່ງທີ່ຜິດຕໍ່ກົດບັນຍັດ.
\v 5 ພວກເຈົ້າຮູ້ວ່າພຣະອົງໄດ້ມາປະກົດເພື່ອເອົາຄວາມບາບອອກໄປ, ແລະ ໃນພຣະອົງກໍບໍ່ມີບາບເລີຍ.
\v 6 ຜູ້ໃດທີ່ຢູ່ໃນພຣະອົງຜູ້ນັ້ນກໍບໍ່ ເຮັດບາບສ່ວນຜູ້ໃດທີ່ຍັງເຮັດບາບ. ຜູ້ນັ້ນຍັງບໍ່ເຫັນພຣະອົງ ຫລື ບໍ່ຮູ້ຈັກພຣະອົງ.
\s5
\v 7 ລູກທັງຫລາຍເອີຍ, ຢ່າໃຫ້ຜູ້ໃດຊັກຈູງທ່ານໃຫ້ຫລົງ. ຜູ້ທີ່ເຮັດຕາມຄວາມຊອບທຳກໍຊອບທຳ, ຢ່າງພຣະຄຣິດຊົງຊອບທຳ.
\v 8 ຜູ້ທີ່ເຮັດບາບກໍມາຈາກມານຮ້າຍ, ເພາະວ່າມານຮ້າຍໄດ້ເຮັດບາບຕັ້ງແຕ່ຕົ້ນ. ດ້ວຍເຫດນີ້ພຣະບຸດຂອງພຣະເຈົ້າຈຶ່ງໄດ້ມາປາກົດ, ເພື່ອພຣະອົງຈະຊົງທຳລາຍກິດຈະການຂອງມານຮ້າຍເສຍ.
\s5
\v 9 ຜູ້ໃດທີ່ບັງເກີດຈາກພຣະເຈົ້າ ຜູ້ນັ້ນກໍບໍ່ເຮັດບາບອີກ ເພາະເມັດພຣະຄໍາຂອງພຣະເຈົ້າດຳລົງຢູ່ກັບຜູ້ນັ້ນ. ເຂົາບໍ່ອາດເຮັດບາບໄດ້ເພາະເຂົາໄດ້ບັງເກີດຈາກພຣະເຈົ້າແລ້ວ.
\v 10 ດ້ວຍເຫດນີ້ບຸດຂອງພຣະເຈົ້າ ແລະ ລູກຂອງມານຈຶ່ງຖືກເປີດເຜີຍ. ຄືຜູ້ທີ່ບໍ່ເຮັດຕາມຄວາມຊອບທຳຈາກພຣະເຈົ້າ; ແລະ ບໍ່ຮັກພີ່ນ້ອງຂອງຕົນຜູ້ນັ້ນບໍ່ໄດ້ມາຈາກພຣະເຈົ້າ.
\s5
\v 11 ທີ່ທ່ານໄດ້ຍິນມາຕັ້ງແຕ່ຕອນຕົ້ນວ່າ: ໃຫ້ເຮົາຮັກຊຶ່ງກັນ ແລະ ກັນ,
\v 12 ຈົ່ງຢ່າໃຫ້ເປັນເໝືອນກາອິນ, ທີ່ມາຈາກມານຊົ່ວຮ້າຍ ແລະ ໄດ້ຂ້ານ້ອງຊາຍຂອງຕົນເອງ. ດ້ວຍເຫດໃດເຂົາຈຶ່ງຂ້ານ້ອງ? ກໍເພາະການເຮັດຂອງເຂົາຊົ່ວ, ແລະ ນ້ອງເຂົານັ້ນ ກໍຊອບທຳ.
\s5
\v 13 ຢ່າປະຫລາດໃຈ, ພີ່ນ້ອງທັງຫລາຍເອີຍ, ຖ້າໂລກກຽດຊັງທ່ານ.
\v 14 ເຮົາທັງຫລາຍຮູ້ແລ້ວວ່າເຮົາໄດ້ພົ້ນຈາກຄວາມຕາຍເຂົ້າສູ່ຊີວິດແລ້ວ, ກໍເພາະເຮົາຮັກພີ່ນ້ອງ. ຜູ້ໃດທີ່ບໍ່ຮັກຜູ້ນັ້ນກໍຍັງຢູ່ໃນຄວາມຕາຍ.
\v 15 ຜູ້ໃດທີ່ກຽດຊັງພີ່ນ້ອງຂອງຕົນຜູ້ນັ້ນກໍເປັນຜູ້ຂ້າຄົນ. ແລະ ທ່ານກໍຮູ້ແລ້ວວ່າຜູ້ຂ້າຄົນນັ້ນບໍ່ມີຊີວິດນິຣັນດອນຕັ້ງຢູ່ໃນເຂົາເລີຍ.
\s5
\v 16 ດັ່ງນີ້ແຫລະເຮົາຈຶ່ງຮູ້ຈັກຄວາມຮັກ, ເພາະພຣະຄຣິດຊົງຍອມສະຫລະຊີວິດ ຂອງພຣະອົງເພື່ອເຮົາທັງຫລາຍ. ເຮົາຈິ່ງຄວນສະຫລະຊີວິດຂອງເຮົາເພື່ອພີ່ນ້ອງເຊັ່ນກັນ.
\v 17 ແຕ່ຖ້າຜູ້ໃດມີຊັບສົມບັດໃນໂລກນີ້, ເຫັນພີ່ນ້ອງຂອງຕົນຂັດສົນແລ້ວ, ຍັງບໍ່ຍອມມີໃຈເມດຕາຄວາມຮັກຂອງພຣະເຈົ້າຈະດຳລົງຢູ່ໃນຜູ້ນັ້ນໄດ້ຢ່າງໃດ?.
\v 18 ລູກທີ່ຮັກຂອງເຮົາເອີຍ, ຢ່າໃຫ້ພວກເຮົາຮັກກັນດ້ວຍຄວາມເວົ້າ, ແລະ ດ້ວຍປາກເທົ່ານັ້ນ, ແຕ່ຈົ່ງຮັກກັນດ້ວຍການກະທຳ ແລະ ດ້ວຍຄວາມຈິງ.
\s5
\v 19 ດ້ວຍເຫດນີ້ເຮົາຮູ້ວ່າ ເຮົາມາຈາກຄວາມຈິງ, ແລະ ເຮົາໝັ້ນໃຈຕໍ່ໜ້າພຣະອົງ.
\v 20 ເພາະຖ້າໃຈຂອງເຮົາກ່າວໂທດຕົວເຮົາ, ພຣະເຈົ້າຊົງຍິ່ງໃຫຍ່ກວ່າໃຈເຮົາ, ແລະ ພຣະອົງກໍຊົງຮູ້ທຸກໆສິ່ງ.
\v 21 ທ່ານທີ່ຮັກທັງຫລາຍ, ຖ້າໃຈຂອງເຮົາບໍ່ໄດ້ ກ່າວໂທດເຮົາ, ເຮົາກໍມີຄວາມຫມັ້ນໃຈຕໍ່ພຣະເຈົ້າ.
\v 22 ບໍ່ວ່າເຮົາຈະຂໍສິ່ງໃດ ເຮົາ ກໍຈະໄດ້ຮັບຈາກພຣະອົງ, ເພາະເຮົາປະຕິບັດຕາມພຣະບັດຍັດຂອງພຣະອົງ. ແລະ ເຮັດໃນສິ່ງທີ່ເປັນທີ່ພໍພຣະໄທຕໍ່ພຣະພັກພຣະອົງ.
\s5
\v 23 ນີ້ເປັນພຣະບັນຍັດຂອງພຣະອົງຄື: ໃຫ້ເຮົາເຊື່ອໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະອົງ ແລະ ຮັກຊຶ່ງກັນແລະກັນ, ຕາມພຣະບັນຍັດທີ່ພຣະອົງໄດ້ໃຫ້ແກ່ເຮົານັ້ນ.
\v 24 ຜູ້ທີ່ປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ ກໍຢູ່ ໃນພຣະອົງ ແລະ ພຣະເຈົ້າກໍຊົງສະຖິດຢູ່ໃນເຂົາ. ດ້ວຍເຫດນີ້ເຮົາຈິ່ງຮູ້ວ່າພຣະອົງຊົງສະຖິດຢູ່ໃນເຮົາໂດຍພຣະວິນຍານ ຜູ້ຊຶ່ງພຣະອົງໄດ້ປະທານໃຫ້ແກ່ເຮົາ.
\s5
\c 4
\cl ບົດທີ 4
\p
\v 1 ທ່ານທີ່ຮັກ, ຢ່າເຊື່ອທຸກວິນຍານ. ແຕ່ຈົ່ງພິສູດວິນຍານເຫລົ່ານັ້ນວ່າມາຈາກພຣະເຈົ້າ ຫລື ບໍ່, ເພາະວ່າມີຜູ້ທຳນວາຍປອມຫລາຍຄົນໄດ້ອອກໄປໃນໂລກ.
\v 2 ດ້ວຍເຫດນີ້ ທ່ານຈະຮູ້ຈັກພຣະວິນຍານຂອງພຣະເຈົ້າ - ຄືທຸກວິນຍານທີ່ຍອມຮັບວ່າ ພຣະເຢຊູຄຣິດເຈົ້າໄດ້ສະເດັດມາເປັນມະນຸດ ນັ້ນກໍມາຈາກພຣະເຈົ້າ,
\v 3 ແລະ ທຸກວິນຍານທີ່ບໍ່ຍອມຮັບພຣະເຢຊູເຈົ້າວ່າມາຈາກພຣະເຈົ້າ. ນີ້ເປັນວິນຍານຂອງຜູ້ຕໍ່ສູ້ພຣະຄຣິດເຈົ້າ ຊຶ່ງທ່ານໄດ້ຍິນວ່າກຳລັງຈະມາ, ແລະ ບັດນີ້ກໍຢູ່ໃນໂລກແລ້ວ.
\s5
\v 4 ລູກທີ່ຮັກ, ທ່ານມາຈາກພຣະເຈົ້າ ແລະ ໄດ້ຊະນະເຂົາເຫຼົ່ານັ້ນແລ້ວ, ເພາະວ່າຜູ້ທີ່ຢູ່ໃນທ່ານ ກໍເປັນໃຫຍ່ກວ່າຜູ້ທີ່ຢູ່ໃນໂລກ.
\v 5 ພວກເຂົາມາຈາກໂລກ; ເຫດສະນັ້ນ ສິ່ງທີ່ພວກເຂົາເວົ້າຈິ່ງມາຈາກໂລກ, ແລະ ໂລກກໍເຊື່ອຟັງພວກເຂົາ.
\v 6 ເຮົາທັງຫລາຍມາຈາກພຣະເຈົ້າ. ຜູ້ໃດທີ່ຮູ້ຈັກພຣະເຈົ້າກໍຟັງພວກເຮົາ. ຜູ້ໃດທີ່ບໍ່ໄດ້ມາຈາກພຣະເຈົ້າກໍຈະບໍ່ຟັງເຮົາ. ດ້ວຍເຫດນີ້ເຮົາຈຶ່ງຮູ້ຈັກວິນຍານແຫ່ງຄວາມຈິງ ແລະ ວິນຍານແຫ່ງຄວາມບໍ່ຈິງ.
\s5
\v 7 ທ່ານທີ່ຮັກທັງຫລາຍ, ໃຫ້ເຮົາຮັກຊຶ່ງກັນ ແລະ ກັນ, ເພາະວ່າຄວາມຮັກມາຈາກພຣະເຈົ້າ, ແລະ ທຸກຄົນທີ່ຮັກກໍມາຈາກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ.
\v 8 ຜູ້ທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າ, ເພາະວ່າພຣະເຈົ້າຊົງເປັນຄວາມຮັກ.
\s5
\v 9 ເພາະເຫດນີ້ຄວາມຮັກຂອງພຣະເຈົ້າກໍປາກົດໃຫ້ເຫັນທ່າມກາງພວກເຮົາ, ຄືພຣະເຈົ້າຊົງປະທານພຣະບຸດອົງດຽວຂອງພຣະອົງເຂົ້າມາໃນໂລກ, ເພື່ອເຮົາຈະໄດ້ມີ ຊີວິດດ້ວຍພຣະອົງ.
\v 10 ໃນຄວາມຮັກນີ້, ບໍ່ແມ່ນເຮົາຮັກພຣະເຈົ້າ ແຕ່ແມ່ນພຣະອົງທີ່ຊົງຮັກເຮົາ, ແລະ ຊົງປະທານພຣະບຸດຂອງພຣະອົງມາເປັນເຄື່ອງບູຊາໄຖ່ບາບຂອງເຮົາ.
\s5
\v 11 ທ່ານທີ່ຮັກທັງຫລາຍ, ຖ້າພຣະເຈົ້າຊົງຮັກເຮົາ, ເຮົາກໍຄວນຈະຮັກຊຶ່ງກັນ ແລະກັນດ້ວຍ.
\v 12 ບໍ່ມີຜູ້ໃດໄດ້ເຫັນພຣະເຈົ້າ. ຖ້າເຮົາທັງຫລາຍຮັກຊຶ່ງກັນ ແລະ ກັນ, ພຣະເຈົ້າກໍຊົງສະຖິດຢູ່ໃນເຮົາ. ແລະ ຄວາມຮັກຂອງພຣະອົງກໍສົມບູນໃນເຮົາ.
\v 13 ດັ່ງນີ້ແຫລະ ເຮົາທັງຫລາຍຈຶ່ງຮູ້ວ່າເຮົາຢູ່ໃນພຣະອົງ ແລະ ພຣະອົງຊົງສະຖິດຢູ່ໃນເຮົາ, ເພາະພຣະອົງໄດ້ຊົງປະທານພຣະວິນຍານຂອງພຣະອົງເອງແກ່ເຮົາ.
\v 14 ເຮົາທັງຫລາຍໄດ້ເຫັນ ແລະ ເປັນພະຍານວ່າພຣະບິດາເຈົ້າໄດ້ຊົງໃຊ້ພຣະບຸດ ມາເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກ.
\s5
\v 15 ຜູ້ໃດທີ່ຍອມຮັບວ່າພຣະເຢຊູເຈົ້າຊົງເປັນພຣະບຸດຂອງພຣະເຈົ້າ, ພຣະເຈົ້າກໍຈະຊົງສະຖິດຢູ່ໃນຜູ້ນັ້ນ ແລະ ຜູ້ນັ້ນກໍຢູ່ໃນພຣະເຈົ້າ.
\v 16 ດັ່ງນັ້ນເຮົາທັງຫລາຍຈຶ່ງຮູ້ ແລະ ເຊື່ອໃນຄວາມຮັກທີ່ພຣະເຈົ້າໄດ້ຊົງມີຕໍ່ເຮົາ. ພຣະເຈົ້າເປັນຄວາມຮັກ ແລະ ຜູ້ໃດທີ່ຢູ່ໃນຄວາມຮັກນີ້ກໍຢູ່ໃນພຣະເຈົ້າ ແລະ ພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນ.
\s5
\v 17 ເພາະເຫດນີ້, ຄວາມຮັກນີ້ຖືກເຮັດໃຫ້ສົມບູນທ່າມກາງເຮົາທັງຫລາຍ, ເພື່ອເຮົາທັງຫລາຍຈະໄດ້ມີຄວາມໝັ້ນໃຈໃນວັນພິພາກສາ, ເພາະພຣະອົງຊົງເປັນຢ່າງໃດ ເຮົາທັງຫລາຍໃນໂລກນີ້ກໍເປັນຢ່າງນັ້ນ.
\v 18 ໃນຄວາມຮັກນັ້ນບໍ່ມີຄວາມຢ້ານ. ແຕ່ຄວາມຮັກທີ່ສົມບູນກໍຂັບໄລ່ຄວາມຢ້ານອອກໄປເສັຍ, ເພາະຄວາມຢ້ານເຂົ້າກັບການລົງໂທດ. ແຕ່ຜູ້ທີ່ມີຄວາມຢ້ານກໍຍັງບໍ່ມີຄວາມຮັກທີ່ສົມບູນ.
\s5
\v 19 ເຮົາຮັກກໍເພາະພຣະອົງຊົງຮັກເຮົາກ່ອນ.
\v 20 ຖ້າຜູ້ໃດວ່າ, “ຂ້າພະເຈົ້າຮັກພຣະເຈົ້າ” ແຕ່ກຽດຊັງພີ່ນ້ອງຂອງຕົນຢູ່, ຜູ້ນັ້ນກໍເປັນຄົນຂີ້ຕົວະ. ເພາະວ່າຜູ້ທີ່ບໍ່ຮັກພີ່ນ້ອງຂອງຕົນ, ຜູ້ທີ່ເບິ່ງເຫັນໄດ້, ກໍບໍ່ສາມາດຮັກພຣະເຈົ້າ, ທີ່ຕາບໍ່ເຫັນໄດ້.
\v 21 ແລະ ນີ້ເປັນພຣະບັນຍັດທີ່ເຮົາໄດ້ຮັບຈາກພຣະອົງ: ຄື “ຜູ້ໃດທີ່ຮັກພຣະເຈົ້າກໍຈົ່ງຮັກພີ່ນ້ອງຂອງຕົນດ້ວຍ.”
\s5
\c 5
\cl ບົດທີ 5
\p
\v 1 ຜູ້ໃດທີ່ເຊື່ອວ່າພຣະເຢຊູເຈົ້າຊົງເປັນພຣະຄຣິດຜູ້ນັ້ນກໍເກີດຈາກພຣະເຈົ້າ, ແລະ ຜູ້ໃດທີ່ຮັກພຣະບິດາຍ່ອມຮັກບຸດທີ່ເກີດຈາກພຣະອົງດ້ວຍ.
\v 2 ເພາະເຫດນີ້ເຮົາຈຶ່ງ ຮູ້ວ່າເຮົາຮັກບຸດທັງຫລາຍຂອງພຣະເຈົ້າ: ຄືເມື່ອເຮົາຮັກພຣະເຈົ້າ ແລະ ຖືປະຕິບັດຕາມ ກົດບັນຍັດຂອງພຣະອົງ.
\v 3 ເພາະນີ້ເປັນຄວາມຮັກຕໍ່ພຣະເຈົ້າ: ຄືການທີ່ເຮົາປະຕິບັດຕາມພຣະບັນຍັດຂອງພຣະອົງ. ແລະ ພຣະບັນຍັດຂອງພຣະອົງບໍ່ຍາກໜັກເກີນໄປ.
\s5
\v 4 ເພາະທຸກຄົນທີ່ເກີດຈາກພຣະເຈົ້າກໍມີໄຊຊະນະເໜືອໂລກ. ແລະ ໄຊຊະນະເໜືອໂລກນີ້: ຄືຄວາມເຊື່ອຂອງເຮົາ.
\v 5 ຜູ້ໃດຄືຜູ້ທີ່ມີໄຊຊະນະເໜືອໂລກ? ຄືຜູ້ ທີ່ເຊື່ອວ່າພຣະເຢຊູເຈົ້າຊົງເປັນພຣະບຸດຂອງພຣະເຈົ້າ.
\s5
\v 6 ນີ້ຄືຜູ້ທີ່ໄດ້ມາໂດຍນໍ້າ ແລະ ພຣະໂລຫິດຄື: ພຣະເຢຊູຄຣິດເຈົ້າ. ພຣະອົງບໍ່ໄດ້ມາດ້ວຍນໍ້າສິ່ງດຽວ, ແຕ່ດ້ວຍນໍ້າ ແລະ ພຣະໂລຫິດ.
\v 7 ເພາະມີພະຍານຢູ່ສາມປະການຄື:
\v 8 ພຣະວິນຍານ, ນໍ້າ ແລະ ພຣະໂລຫິດ. ແລະ ພະຍານທັງສາມນີ້ກໍເຫັນພ້ອມຕໍ່ກັນ.
\s5
\v 9 ຖ້າເຮົາຮັບຄຳພະຍານຂອງມະນຸດ, ຄຳພະຍານຂອງພຣະເຈົ້າກໍຍິ່ງໃຫຍ່ກວ່າ. ເພາະວ່າພະຍານຫຼັກຖານຂອງພຣະເຈົ້າທີ່ພຣະອົງໄດ້ຊົງເປັນພະຍານອ້າງເຖິງພຣະບຸດຂອງພຣະອົງ.
\v 10 ຜູ້ໃດທີ່ເຊື່ອໃນພຣະບຸດຂອງພຣະເຈົ້າ ກໍມີພະຍານຢູ່ໃນຕົວ ຂອງເຂົາ ຜູ້ໃດທີ່ບໍ່ເຊື່ອພຣະເຈົ້າກໍໄດ້ເຮັດໃຫ້ພຣະອົງເປັນຜູ້ຕົວະ ເພາະເຂົາບໍ່ໄດ້ເຊື່ອຄຳພະຍານທີ່ພຣະເຈົ້າໄດ້ເປັນພະຍານໃນເລື່ອງພຣະບຸດຂອງພຣະອົງ.
\s5
\v 11 ແລະ ພະຍານຫຼັກຖານນັ້ນກໍຄື: ພຣະເຈົ້າໄດ້ຊົງປະທານຊີວິດນິຣັນດອນໃຫ້ເຮົາ, ແລະ ຊີວິດນີ້ມີຢູ່ໃນພຣະບຸດຂອງພຣະອົງ.
\v 12 ຜູ້ທີ່ມີພຣະບຸດກໍມີຊີວິດ. ສ່ວນຜູ້ທີ່ບໍ່ມີພຣະບຸດຂອງພຣະເຈົ້າກໍບໍ່ມີຊີວິດ.
\s5
\v 13 ຂ້າພະເຈົ້າຂຽນຂໍ້ຄວາມເຫລົ່ານີ້ເຖິງທ່ານທີ່ເຊື່ອໃນພຣະນາມຂອງພຣະບຸດຂອງພຣະເຈົ້າ ເພື່ອທ່ານຈະໄດ້ຮູ້ວ່າທ່ານມີຊີວິດນິຣັນດອນ.
\v 14 ນີ້ແຫລະຄືຄວາມຫມັ້ນໃຈທີ່ເຮົາມີຢູ່ຕໍ່ພຣະອົງ, ຄືຖ້າເຮົາທູນຂໍສິ່ງໃດທີ່ເປັນຕາມພຣະປະສົງຂອງພຣະອົງ, ພຣະອົງກໍຈະຟັງເຮົາ.
\v 15 ຖ້າເຮົາຮູ້ວ່າພຣະອົງຟັງເຮົາ ບໍ່ວ່າເຮົາທູນຂໍສິ່ງໃດ - ເຮົາກໍຮູ້ວ່າເຮົາໄດ້ຮັບສິ່ງທີ່ເຮົາທູນຂໍຈາກພຣະອົງນັ້ນ.
\s5
\v 16 ຖ້າຜູ້ໃດເຫັນພີ່ນ້ອງຂອງຕົນເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍ. ໃຫ້ຜູ້ນັ້ນພາວັນນາອະທິຖານ, ແລ້ວພຣະເຈົ້າຈະຊົງປະທານຊີວິດໃຫ້ແກ່ເຂົາ. ຂ້າພະເຈົ້າໝາຍເຖິງບາບທີ່ບໍ່ນຳໄປສູ່ຄວາມຕາຍ, ສ່ວນບາບທີ່ນຳໄປສູ່ຄວາມຕາຍກໍມີຢູ່; ຂ້າພະເຈົ້າບໍ່ໄດ້ບອກວ່າເຂົາຄວນອະທິຖານໃນເລື່ອງນີ້.
\v 17 ການອະທຳທຸກຢ່າງກໍເປັນບາບ ແຕ່ບາບທີ່ບໍ່ນຳໄປສູ່ຄວາມຕາຍກໍມີຢູ່.
\s5
\v 18 ເຮົາຮູ້ວ່າຜູ້ທີ່ເກີດຈາກພຣະເຈົ້າບໍ່ເຮັດບາບ, ແຕ່ພຣະອົງຜູ້ຊົງບັງເກີດຈາກພຣະເຈົ້າ ພຣະເຈົ້າຈະຄຸ້ມຄອງຮັກສາເຂົາ, ແລະ ຄວາມຊົ່ວຮ້າຍບໍ່ສາມາດເຮັດອັນຕະລາຍເຂົາໄດ້.
\v 19 ເຮົາຮູ້ວ່າເຮົາເກີດຈາກພຣະເຈົ້າ, ແລະ ເຮົາຮູ້ວ່າຄົນທັງໂລກທັງໝົດຈົມຢູ່ໃຕ້ມານຊົ່ວຮ້າຍ.
\s5
\v 20 ແຕ່ເຮົາຮູ້ວ່າພຣະບຸດຂອງພຣະເຈົ້າສະເດັດມາແລ້ວ ແລະ ປະທານສະຕິປັນຍາໃຫ້ແກ່ເຮົາເພື່ອທີ່ເຮົາຈະໄດ້ຮູ້ຈັກອົງຜູ້ທ່ຽງແທ້ ແລະ ເຮົາຢູ່ໃນພຣະອົງຜູ້ຊົງທ່ຽງແທ້ນັ້ນຄືໃນພຣະເຢຊູຄຣິດ ເຈົ້າພຣະບຸດຂອງພຣະອົງ, ພຣະອົງຊົງເປັນພຣະເຈົ້າຜູ້ທ່ຽງແທ້ ແລະ ເປັນຊີວິດນິຣັນດອນ.
\v 21 ລູກທັງຫລາຍເອີຍ ຈົ່ງລະວັງຮັກສາຕົວຈາກບັນດາຮູບເຄົາຣົບທັງຫລາຍ.