lo_ulb/62-2PE.usfm

126 lines
27 KiB
Plaintext

\id 2PE
\ide UTF-8
\h 2 ເປໂຕ
\toc1 2 ເປໂຕ
\toc2 2 ເປໂຕ
\toc3 2pe
\mt 2 ເປໂຕ
\s5
\c 1
\cl ບົດທີ 1
\p
\v 1 ຊີໂມນ ເປໂຕ, ຜູ້ຮັບໃຊ້ ແລະ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ. ຮຽນທ່ານຜູ້ທີ່ໄດ້ຮັບຄວາມເຊື່ອ ທີ່ມີຄ່າເຊັ່ນດຽວກັບທີ່ເຮົາໄດ້ຮັບຄືຄວາມເຊື່ອໃນຄວາມຊອບທຳຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າພຣະຜູ້ໂຜດໃຫ້ພົ້ນຂອງເຮົາ.
\v 2 ຂໍພຣະຄຸນຈົ່ງຢູ່ກັບທ່ານ ແລະ ສັນຕິສຸກ ຈົ່ງເພີ່ມທະວີຄູນແກ່ເຈົ້າທັງຫລາຍ ໂດຍຮູ້ຈັກພຣະເຈົ້າ ແລະ ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
\s5
\v 3 ທຸກສິ່ງທີ່ກຽ່ວກັບອຳນາດຂອງພຣະເຈົ້າສຳລັບຊີວິດ ແລະ ຄວາມດີທີ່ເຮົາໄດ້ຮັບຈາກຄວາມຮູ້ຂອງອົງພຣະຜູ້ເປັນເຈົ້າ, ຜູ້ທີ່ຊົງເອີ້ນເຮົາຜ່ານທາງພຣະສະຫງ່າຣາສີ ແລະ ຄວາມຊອບທຳຂອງພຣະອົງເອງ.
\v 4 ຜ່ານສິ່ງເຫຼົ່ານີ້ພຣະອົງຈຶ່ງໄດ້ຊົງປະທານ ພຣະສັນຍາອັນປະເສີດ ແລະ ໃຫຍ່ຫລວງແກ່ເຮົາ, ພຣະອົງເຮັດແບບນີ້ ເພື່ອວ່າທ່ານອາດເປັນຜູ້ແບ່ງປັນໃນສະ​ພາບອັນສັກສິດເມື່ອທ່ານຫລີກໜີຈາກຄວາມເສື່ອມໂຊມທີ່ມີຢູ່ໃນໂລກນີ້ ເພາະຄວາມປາຖະຫນາຂອງຄົນຊົ່ວ.
\s5
\v 5 ດ້ວຍເຫດນີ້ຈົ່ງເຮັດດີທີ່ສຸດ, ເພື່ອເພີ້ມຄຸນຄວາມດີຜ່ານຄວາມເຊື່ອ ແລະ ເພີ່ມຄຸນຄວາມດີຜ່ານຄວາມຮູ້.
\v 6 ຜ່ານຄວາມຮູ້ຂອງທ່ານ ຈົ່ງເພີ້ມການຮູ້ຈັກບັງຄັບຕົນ ແລະ ຜ່ານການບັງຄັບຕົນ, ຈົ່ງເພີ່ມຄວາມອົດທົນ ແລະ ຜ່ານຄວາມອົດທົນ ຈົ່ງເພີ່ມຄວາມດີງາມ
\v 7 ຜ່ານຄວາມດີງາມ, ຈົ່ງເພີ້ມຄວາມຮັກສັນພີ່ນ້ອງ ຜ່ານຄວາມຮັກສັນພີ່ນ້ອງ ເພີ່ມຄວາມເຫຼື້ອມໃສໃນພຣະເຈົ້າ.
\s5
\v 8 ຖ້າສິ່ງເຫລົ່ານີ້ມີຢູ່ໃນຕົວທ່ານ ແລະ ເຕີບໂຕຢູ່ໃນຕົວທ່ານໆຈະບໍ່ເປັນຫມັນຫລືບໍ່ເກີດຜົນໃນຄວາມຮູ້ຂອງອົງພຣະເຢຊູຄຣິດເຈົ້າ.
\v 9 ເເຕ່ຜູ້ໃດທີ່ຂາດສິ່ງເຫຼົ່ານີ້ຈະເຫັນສະເພາະສິ່ງທີ່ຢູ່ໃກ້. ເຂົາກໍເປັນຄົນຕາບອດ, ລືມໄປວ່າຕົນໄດ້ຮັບການຊຳຣະລ້າງຈາກຄວາມຜິດບາບເມື່ອກ່ອນຂອງເຂົາແລ້ວ.
\s5
\v 10 ເພາະສະນັ້ນພີ່ນ້ອງທັງຫລາຍ, ຈົ່ງເຮັດດີທີ່ສຸດ ເພື່ອໃຫ້ການຊົງເອີ້ນ ແລະ ຊົງເລືອກຂອງທ່ານ ໃຫ້ເປັນທີ່ແນ່ໃຈສຳລັບຕົວເອງ. ຖ້າທ່ານເຮັດສິ່ງເລົ່ານີ້ ທ່ານຈະບໍ່ສະດຸດລົ້ມລົງ.
\v 11 ດ້ວຍວ່າຢ່າງນັ້ນທ່ານທັງຫລາຍຈະມີສິດສົມບູນ ທີ່ຈະເຂົ້າໄປໃນຣາຊແຜ່ນດິນອັນນິຣັນດອນຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ ພຣະຜູ້ຊົງໂຜດໃຫ້ພົ້ນຂອງເຮົາ ຈະປະທານຄວາມສົມບູນໃຫ້ທ່ານ.
\s5
\v 12 ເຫດສະນັ້ນ ຂ້າພະເຈົ້າພ້ອມທີ່ຈະເຕືອນສະຕິທ່ານ ເຖິງສິ່ງເຫລົ່ານີ້ແມ່ນວ່າທ່ານຮູ້ຈັກ ແລະ ເຖິງແມ່ນວ່າທ່ານຕັ້ງຫມັ້ນຄົງຢູ່ໃນຄວາມຈິງທີ່ມີຢູ່ແລ້ວໃນ​ຂະນະນີ້.
\v 13 ຂ້າພະເຈົ້າຄິດວ່າເປັນທີ່ເຫມາະສົມສຳລັບຂ້າພ​ະເຈົ້າທີ່ຈະເຕືອນສະຕິທ່ານທັງຫລາຍ ໃຫ້ລະນຶກເຖິງຂໍ້ຄວາມເຫຼົ່ານີ້. ເທົ່າທີ່ຂ້າພະເຈົ້າຍັງອາໃສຢູ່ໃນຮ່າງກາຍນີ້.
\v 14 ເພາະຂ້າພະເຈົ້າຮູ້ວ່າອີກບໍ່ດົນ ຂ້າພະເຈົ້າກໍຈະປະຖິ້ມຮ່າງກາຍຂອງຂ້າພະເຈົ້າໄປ ດັ່ງທີ່ອົງພຣະເຢຊູຄຣິດເຈົ້າ ອົງເປັນພຣະຜູ້ເປັນເຈົ້າຂອງເຮົາໄດ້ຊົງສຳແດງແກ່ຂ້າພະເຈົ້າແລ້ວ.
\v 15 ຍິ່ງຂ້າພະເຈົ້າຈະກະທຳຢ່າງດີທີ່ສຸດໃຫ້ທ່ານທັງຫລາຍ ລະນຶກເຖິງສິ່ງເຫຼົ່ານີ້ສະເຫມີເມື່ອຂ້າພະເຈົ້າຈາກໂລກນີ້ໄປແລ້ວ.
\s5
\v 16 ເພາະວ່າເຮົາບໍ່ໄດ້ກ່າວຕາມນິຍາຍທີ່ເຂົາແຕ່ງໄວ້ດ້ວຍຄວາມສະຫລຽວສະຫລາດເມື່ອເຮົາໄດ້ບອກແກ່ທ່ານເຖິງຣິດເດດ ແລະ ການສະເດັດມາຂອງອົງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງເຮົາ ແຕ່ເຮົາໄດ້ເຫັນເດຊານຸພາບ ຂອງພຣະອົງດ້ວຍຕາຂອງເຮົາເອງ.
\v 17 ພຣະອົງໄດ້ຊົງຮັບກຽດ ແລະ ສະຫງ່າຣາສີຈາກ ພຣະເຈົ້າພຣະບິດາເຈົ້າ ເມື່ອພຣະສຸຣະສຽງຈາກຣັດສະໝີ ອັນຍິ່ງໃຫຍ່ໄດ້ມາເຖິງພຣະອົງຊົງກ່າວແກ່ພຣະອົງວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ ເຮົາພໍໃຈທ່ານຜູ້ນີ້ຫລາຍ.”
\v 18 ແລະ ເຮົາກໍໄດ້ຍິນ ພຣະສຸຣະສຽງນີ້ຈາກສະຫວັນໃນຄັ້ງທີ່ເຮົາໄດ້ຢູ່ກັບພຣະອົງທີ່ພູເຂົາອັນສັກສິດນັ້ນ.
\s5
\v 19 ມີຄຳທຳນວາຍທີ່ແນ່ນອນຍິ່ງກວ່ານັ້ນອີກ ຈະເປັນການດີຖ້າທ່ານທັງຫລາຍຈະຖືຕາມຄຳທຳນວຍນັ້ນເໝືອນແສງໂຄມທີ່ສ່ອງສະຫວ່າງໃນບ່ອນມືດຈົນເຖິງວັນຮຸ່ງເຊົ້າຈະຂຶ້ນ ແລະ ດາວເພັກຈະສ່ອງຂຶ້ນໃນໃຈຂອງທ່ານທັງຫລາຍ.
\v 20 ຈົ່ງຮູ້ ເເລະ ເຂົ້າໃຈໃນສິ່ງນີ້ ຄືວ່າບໍ່ມີຄຳທຳນວາຍໃດທີ່ຕີຄວາມໝາຍໄດ້ຕາມລຳພັງໃຈຂອງຕົວເອງ.
\v 21 ບໍ່ມີຄຳທຳນວາຍທີ່ເຄີຍມາຈາກຄວາມປະສົງຂອງມະນຸດ ແຕ່ມະນຸດໄດ້ກ່າວຄຳທີ່ມາຈາກພຣະເຈົ້າໂດຍພຣະວິນຍານບໍຣິສຸດເຈົ້າໄດ້ກາ່ວຈາກພຣະເຈົ້າ.
\s5
\c 2
\cl ບົດທີ 2
\p
\v 1 ແຕ່ວ່າໄດ້ມີຜູ້ທຳນວາຍປອມໄດ້ມາຍັງປະຊາຊົນ, ແລະ ເຊັ່ນດຽວກັບຈະມີຄູສອນປອມຈະມາທ່າມກາງທ່ານທັງຫລາຍ. ຜູ້ຊຶ່ງຈະແອບເອົາຄຳສອນບໍ່ຈິງທີ່ເປັນການທຳລາຍ, ອັນຈະນຳໄປສູ່ຄວາມຈິບຫາຍເຂົ້າມາດ້ວຍ ແລະ ຈະປະຕິເສດອົງພຣະຜູ້ເປັນເຈົ້າ ທີ່ໄດ້ຊົງໄຖ່ເຂົາໄວ້ ແລະ ຈະນຳຄວາມຈິບຫາຍມາເຖິງຕົວເອງໂດຍໄວ.
\v 2 ຈະມີຫລາຍຄົນປະຕິບັດຕາມທາງແຫ່ງການຊົ່ວສາບແຊ່ງຂອງເຂົາ. ແລະ ເພາະຄົນເຫຼົ່ານັ້ນເປັນເຫດ ທາງຂອງຄວາມຈິງຈະຖືກປະຫມາດ.
\v 3 ແລະ ດ້ວຍຄວາມໂລບເຂົາຈະກ່າວຄຳຕົວະ ເພື່ອຄ້າກຳໄລຈາກທ່ານທັງຫລາຍ. ການລົງໂທດຄົນເຫຼົ່ານັ້ນທີ່ໄດ້ຖືກ ພິພາກສາດົນນານມາແລ້ວກໍບໍ່ເສີຍຊ້າ ແລະ ຄວາມຈິບຫາຍຂອງເຂົາກໍຈະບໍ່ ລືມໄລພວກເຂົາ.
\s5
\v 4 ເພາະວ່າ ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນຝູງເທວະດາທີ່ໄດ້ເຮັດບາບນັ້ນ. ແຕ່ໄດ້ຊົງຊຸກພວກເຂົາລົງໄປສູ່ນາຣົກ ແລະ ໄດ້ມັດເຂົາໄວ້ດ້ວຍເຄື່ອງຈອງຈຳ ແຫ່ງຄວາມມືດ ຄຸມໄວ້ຈົນກວ່າຈະເຖິງເວລາຊົງພິພາກສາ.
\v 5 ພຣະອົງກໍບໍ່ໄດ້ຊົງຍົກເວັ້ນ ມະນຸດສະໂລກຄາວບູຮານແຕ່ໄດ້ຊົງຊ່ວຍໂນອາ ຜູ້ປະກາດຄວາມຊອບທຳ ກັບຄົນອື່ນອີກເຈັດຄົນໃຫ້ລອດ. ເມື່ອຄາວທີ່ພຣະອົງໄດ້ຊົງບັນດານໃຫ້ນໍ້າຖ້ວມໂລກຂອງຄົນອະທຳ.
\v 6 ດັ່ງນັ້ນພຣະເຈົ້າໄດ້ຊົງລົງໂທດເມືອງໂຊໂດມ ແລະ ເມືອງໂກໂມຣາ ໃຫ້ພິນາດເປັນເຖົ່າຖ່ານ ເພື່ອໃຫ້ເປັນຕົວຢ່າງ ແກ່ຄົນທົ່ວໄປທີ່ຈະປະພຶດຊົ່ວ.
\s5
\v 7 ແຕ່ໄດ້ຊົງຊ່ວຍໂລດຜູ້ຊອບທຳນັ້ນໃຫ້ພົ້ນ, ຄືຜູ້ມີຄວາມທຸກໃຫຍ່ຫລວງ ເພາະການກະທຳຂາດສິນທຳຂອງຄົນຊົ່ວເຫຼົ່ານັ້ນ, ພຣະເຈົ້າກໍຊ່ວຍເຂົາໃຫ້ລອດພົ້ນ.
\v 8 ດ້ວຍວ່າຄົນຊອບທຳນັ້ນ, ຊຶ່ງໄດ້ອາໃສຢູ່ໃນທ່າມກາງ ເຂົາເຫລົ່ານັ້ນເມື່ອທ່ານໄດ້ເຫັນ ແລະ ໄດ້ຍິນຈິດໃຈທີ່ ຊອບທຳຂອງທ່ານກໍເປັນທຸກເປັນຮ້ອນທຸກໆວັນ. ເພາະການປະພຶດຊົ່ວຂອງຄົນເຫລົ່ານັ້ນ
\v 9 ອົງພຣະຜູ້ເປັນເຈົ້າຊົງຮູ້ຈັກວິທີທີ່ຈະຊ່ວຍຄົນທີ່ເຮັດຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ, ແລະ ຊົງຮູ້ວິທີທີ່ຈະຮັກສາຄົນອະທຳໄວ້ຈົນເຖິງວັນພິພາກສາ ເພື່ອຈະໄດ້ລົງໂທດເຂົາ.
\s5
\v 10 ໂດຍສະເພາະຄົນເຫຼົ່ານັ້ນທີ່ປ່ອຍຕົວ ໄປຕາມເນື້ອຫນັງໃນກິເລດຕັນຫາ ແຫ່ງຄວາມສົກກະປົກ ແລະ ຫມິ່ນປະ​ຫມາດຜູ້ໃຫຍ່ທີ່ມີອຳນາດ ຄົນເຫຼົ່ານີ້ມີໃຈ ກ້າກັ່ນ ແລະ ເຮັດຕາມລຳພັງໃຈ ເຂົາບໍ່ສະທ້ານຕົກໃຈ ທີ່ຈະກ່າວປະນາມຜູ້ທີ່ມີສັກສີ.
\v 11 ຝ່າຍເທວະດາທີ່ມີຣິດກຳລັງຫລາຍກວ່າ, ແຕ່ກໍບໍ່ໄດ້ກ່າວປະນາມຄົນເຫຼົ່ານັ້ນຕໍ່ອົງພຣະຜູ້ເປັນເຈົ້າ.
\s5
\v 12 ແຕ່ຄົນເຫຼົ່ານັ້ນເປັນເຫມືອນສັດເດຍລະສານທີ່ບໍ່ມີຄວາມຄິດ ທີ່ຖືກສ້າງມາ ເພື່ອຖືກຈັບ ແລະ ຖືກຂ້າ. ເຂົາກ່າວປະນາມສິ່ງທີ່ເຂົາບໍ່ເຂົ້າໃຈ ເລີຍເຂົາຈະຕ້ອງ ຈິບຫາຍໃນການຊົ່ວຮ້າຍຂອງຕົນເອງ.
\v 13 ພວກເຂົາຮັບບຳເນັດແຫ່ງການອະທຳ ເຫມືອນຄົນທີ່ຖືເອົາການຫລິ້ນ ມ່ວນຊື່ນເຮຮາໃນເວລາກາງເວັນເປັນຄວາມເພີດເພີນ. ເຂົາດ່າງພ້ອຍ ແລະ ປະພຶດການມ່ວນຊື່ນເຮຮາດ້ວຍການຫລອກລວງ ຂອງຕົນເອງເມື່ອກຳລັງກິນລ້ຽງຮ່ວມກັບທ່ານທັງຫລາຍ.
\v 14 ຕາຂອງເຂົາເຕັມໄປດວ້ຍຄວາມປາຖະຫນາແຫ່ງການບາບ ແລະ ເຂົາຢຸດການເຮັດບາບບໍ່ໄດ້ເລີຍ, ເຂົາວາງກັບດັກຄົນທີ່ມີໃຈບໍ່ໝັ້ນຄົງ. ເຂົາມີໃຈຊິນ​ເຄີຍກັບການໂລບ, ເຂົາເປັນລູກແຫ່ງການສາບແຊ່ງ!
\s5
\v 15 ເຂົາໄດ້ປະຖິ້ມທາງຖືກຕ້ອງ. ເຂົາໄດ້ຫລົງໄປໃນທາງຜິດ, ແລະ ເຂົາໄດ້ດຳເນີນຕາມທາງຂອງບາລາອາມ ລູກຊາຍເບອໍ, ຜູ້ທີ່ຊອບບຳເນັດແຫ່ງການອະທັມ.
\v 16 ແຕ່ບາລາອາມ ກໍໄດ້ຖືກຕີເພາະການກະທຳຄວາມຊົ່ວຊ້າ. ລໍໃບ້ໂຕນັ້ນປາກເປັນພາສາມະນຸດ ແລະ ໄດ້ຢັບຢັ້ງອາການບ້າຂອງ ບາລາອາມຜູ້ທຳນວາຍນັ້ນໃຫ້ເຊົາ.
\s5
\v 17 ຄົນເຫຼົ່ານີ້ເປັນບໍ່ນ້ຳພຸທີ່ຂາດນໍ້າ ເປັນເມກທີ່ຖືກລົມພະຍຸພັດໄປ. ພວກເຂົາເປັນດັ່ງຫມອກ ແຫ່ງຄວາມມືດທຶບທີ່ກຽມໄວ້ແລ້ວສຳລັບຄົນເຫລົ່ານັ້ນ.
\v 18 ເພາະວ່າພວກເຂົາກ່າວ​ຄຳອວດອ້າງ. ພວກເຂົາຫລອກລວງຜູ້ຄົນດ້ວຍຕັນຫາແຫ່ງເນື້ອຫນັງ. ພວກເຂົາຊັກຊວນຜູ້ທີ່ພະຍາຍາມໜີຈາກຄົນເຫລົ່ານັ້ນທີ່ຫລົງປະພຶດຜິດ.
\v 19 ພວກເຂົາສັນຍາວ່າຈະໃຫ້ຄົນເຫຼົ່ານັ້ນເປັນອິດສະຫລະ ແຕ່ຕົວພວກເຂົາເອງຍັງເປັນທາດຂອງຄວາມເສື່ອມໂຊມ. ເພາະວ່າ ມະນຸດເປັນທາດຂອງສິ່ງທີ່ຄອບງວຳເຂົາ.
\s5
\v 20 ຜູ້ໃດຫນີຈາກກິເລດຕັນຫາຂອງໂລກນີ້ ດ້ວຍຄວາມຮູ້ຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນ, ແລະ ເຂົາກັບໄປກ່ຽວຂ້ອງ ພ່າຍແພ້ແກ່ການຊົ່ວນັ້ນອີກ, ບັ້ນປາຍຂອງເຂົາ ກໍກັບກາຍຊົ່ວຮ້າຍຍິ່ງກວ່າຕອນຕົ້ນ.
\v 21 ເພາະວ່າຖ້າເຂົາບໍ່ໄດ້ຮູ້ຈັກທາງຊອບທັມ ນັ້ນເສັຍເລີຍກໍຍັງຈະດີກວ່າ ທີ່ເຂົາໄດ້ຮູ້ແລ້ວ ແຕ່ກັບຫັນຫລັງໃຫ້ກົດບັນຍັດອັນສັກສິດ ທີ່ໄດ້ຊົງໂຜດປະທານໃຫ້ແກ່ເຂົານັ້ນ.
\v 22 ຄຳສຸພາສິດນີ້ ຊຶ່ງເປັນຄວາມຈິງສຳລັບພວກເຂົາວ່າ: “ໝາໄດ້ຫລົບໄປກິນສິ່ງທີ່ມັນຮາກອອກມາແລ້ວ” ແລະ “ໝູທີ່ໄດ້ຊຳ​ຣະລ້າງຕົວແລ້ວ ກໍກັບລົງໄປນອນລຸຍໃນບວກອີກ.”
\s5
\c 3
\cl ບົດທີ 3
\p
\v 1 ບັດນີ້, ພວກທີ່ຮັກ ນີ້ເປັນຈົດໝາຍສະບັບທີສອງ ທີ່ຂ້າພະເຈົ້າໄດ້ຂຽນມາເຖິງທ່ານທັງຫລາຍ, ເປັນເຄື່ອງເຕືອນໃຈໃຫ້ສະຖິດໃຈອັນບໍຣິສຸດຂອງທ່ານ.
\v 2 ເພື່ອທ່ານທັງຫລາຍຈະໄດ້ໃສ່ໃຈຖ້ອຍຄຳທັງຫຼາຍທີ່ພວກຜູ້ທຳນວາຍ ຜູ້ບໍຣິສຸດໄດ້ກ່າວໄວ້ເມື່ອກ່ອນ ແລະ ຄຳສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນຜ່ານທາງພວກອັກຄະສາວົກຂອງທ່ານ.
\s5
\v 3 ກ່ອນອື່ນຈົ່ງຮູ້ຂໍ້ນີ້ ຄືໃນວັນສຸດທ້າຍ ຄົນທີ່ມັກເຢາະເຢີ້ຍຈະເກີດຂຶ້ນ ແລະດຳເນີນຕາມໃຈປາຖະຫນາຊົ່ວຂອງຕົນ.
\v 4 ພວກເຂົາຈະຖາມວ່າ, “ຄຳທີ່ຊົງ ສັນຍາໄວ້ວ່າ ພຣະອົງຈະສະເດັດມານັ້ນຢູ່ໃສ? ເພາະວ່າຕັ້ງແຕ່ບັນພະບຸລຸດລ່ວງລັບໄປແລ້ວ ສິ່ງທັງປວງກໍເປັນຢູ່ເຫມືອນໄດ້ເປັນຢູ່ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກ.”
\s5
\v 5 ພວກເຂົາລືມຂໍ້ນີ້ເສຍ ດ້ວຍພຣະທັມຂອງພຣະເຈົ້າ ຟ້າສະຫວັນຈຶ່ງໄດ້ມີຢູ່ຕັ້ງແຕ່ບູຮານ ແລະ ແຜ່ນດິນໂລກຈຶ່ງໄດ້ບັງເກີດຂຶ້ນ, ແລະ ແຍກອອກຈາກນໍ້າ ແລະ ເມື່ອນານມາແລ້ວໂດຍຄຳສັ່ງຂອງພຣະເຈົ້າ,
\v 6 ແລະ ໂດຍເຫດເຫລົ່ານັ້ນໃນເວລານັ້ນໂລກຈຶ່ງໄດ້ຖືກທຳລາຍດ້ວຍນໍ້າຖ້ວມ.
\v 7 ແຕ່ວ່າບັດນີ້ ທ້ອງຟ້າອາກາດ ແລະ ແຜ່ນດິນໂລກ ທີ່ມີຢູ່ໃນປະຈຸບັນນີ້ ພຣະອົງຊົງຮັກສາໄວ້ ໂດຍຄຳສັ່ງດຽວກັນນັ້ນ. ຄືຊົງເກັບຮັກສາໄວ້ ສຳລັບວັນຊົງພິພາກສາ ແລະ ການທຳລາຍບັນດາຄົນອະທັມ.
\s5
\v 8 ແຕ່ພວກທີ່ຮັກຢ່າລືມຂໍ້ນີ້, ຄືວັນດຽວຂອງອົງພຣະຜູ້ເປັນເຈົ້າ ເປັນເໝືອນກັບພັນປີ ແລະ ພັນປີກໍເປັນເຫມືອນກັບວັນດຽວ.
\v 9 ອົງພຣະຜູ້ເປັນເຈົ້າ ບໍ່ໄດ້ຊົງເສີຍຊ້າ ໃນເລື່ອງພຣະສັນຍາຂອງພຣະອົງ, ຕາມທີ່ບາງຄົນຄິດນັ້ນ. ແຕ່ພຣະອົງໄດ້ຊົງອົດກັ້ນພຣະໄທໄວ້ ເພາະເຫັນແກ່ເຮົາທັງຫຼາຍ. ພຣະອົງບໍ່ຊົງປະສົງທີ່ຈະໃຫ້ຜູ້ໃດຜູ້ຫນຶ່ງຈິບຫາຍເລີຍ, ແຕ່ຊົງປາຖະຫນາທີ່ຈະໃຫ້ຄົນທັງປວງກັບໃຈເສັຍໃຫມ່.
\s5
\v 10 ແນວໃດກໍຕາມ, ວັນຂອງອົງພຣະຜູ້ເປັນເຈົ້າຈະມາເຖິງເຫມືອນດັ່ງຂະໂມຍມາ: ຟ້າສະຫວັນຜ່ານໄປດ້ວຍສຽງດັງກ້ອງສະຫນັ່ນ. ໂລກທາດຈະຖືກເຜົາໃຫມ້ດ້ວຍໄຟ, ແລະ ແຜ່ນດິນໂລກ ກັບການງານທັງປວງທີ່ມີຢູ່ຈະຖືກເປີດເຜີຍ.
\s5
\v 11 ເມື່ອເຫັນແລ້ວວ່າສິ່ງທັງປວງຈະຕ້ອງຖືກທຳລາຍໄປຫມົດເຊັ່ນນີ້, ທ່ານທັງຫລາຍຄວນຈະເປັນຄົນຢ່າງໃດ? ທ່ານຄວນດຳເນີນໃນຊີວິດທີ່ບໍຣິສຸດ ແລະ ນັບຖືພຣະເຈົ້າ.
\v 12 ທ່ານຄວນຄອຍຖ້າ ແລະ ເຮັ່ງຮີບສຳລັບວັນຂອງພຣະເຈົ້າມາເຖິງ. ໃນວັນນັ້ນ, ຟ້າສະຫວັນ ຈະຖືກທຳລາຍດ້ວຍໄຟ ແລະ ໂລກທາດຈະລະລາຍໄປດ້ວຍໄຟອັນຮ້ອນຍິ່ງ.
\v 13 ແຕ່ວ່າຕາມພຣະສັນຍາ ຂອງພຣະອົງນັ້ນເຮົາຈຶ່ງຄອຍຖ້າຟ້າສະຫວັນໃຫມ່ ແລະ ແຜ່ນດິນໂລກໃຫມ່, ທີ່ຊຶ່ງຄວາມຊອບທຳຈະດຳລົງຢູ່.
\s5
\v 14 ສະນັ້ນ, ທ່ານທີ່ຮັກ, ເມື່ອທ່ານທັງຫລາຍກຳລັງຄອຍສິ່ງເຫລົ່ານີ້ຢູ່, ທ່ານກໍຈົ່ງອົດສາພະຍາຍາມ ໃຫ້ພຣະອົງຊົງພົບທ່ານທັງຫລາຍຢູ່ເປັນສຸກປັດສະຈາກມົນທິນ ແລະ ຂໍ້ຕຳຫນິ.
\v 15 ນອກຈາກນີ້, ຈົ່ງພິຈາລະນາຄວາມອົດກັ້ນພຣະໄທໄວ້ດົນນານຂອງອົງພຣະຜູ້ເປັນເຈົ້າຂອງເຮົາ, ເພື່ອໂຜດເຮົາໃຫ້ລອດພົ້ນເຊັ່ນດຽວກັບໂປໂລ ນ້ອງທີ່ຮັກຂອງເຮົາໄດ້ຂຽນເຖິງທ່ານ, ດ້ວຍສະຕິປັນຍາທີ່ໄດ້ຊົງໂຜດປະທານແກ່ທ່ານນັ້ນ.
\v 16 ໂປໂລໄດ້ເວົ້າສິ່ງເຫລົ່ານີ້ໄວ້ໃນຈົດໝາຍຂອງເຂົາທຸກສະບັບ, ຊຶ່ງໃນຈົດໝາຍນັ້ນມີບາງຂໍ້ທີ່ເຂົ້າໃຈຍາກ. ຊຶ່ງຄົນທັງຫລາຍທີ່ບໍ່ໄດ້ຮຽນຮູ້ ແລະ ບໍ່ແນ່ນອນຫມັ້ນຄົງນັ້ນ ໄດ້ປ່ຽນແປງສິ່ງເຫລົ່ານີ້, ເຫມືອນເຂົາໄດ້ປຽ່ນແປງຂໍ້ອື່ນໆ ໃນພຣະຄຳພີ, ຈິ່ງເປັນເຫດໃຫ້ຕົນເອງຈິບຫາຍໄປ.
\s5
\v 17 ເພາະເຫດນັ້ນ, ທ່ານທີ່ຮັກເມື່ອທ່ານທັງຫລາຍຮູ້ເລື່ອງນີ້, ກໍຈົ່ງລະວັງໃຫ້ດີ ເພື່ອທ່ານຈະບໍ່ຖືກເຮັດໃຫ້ຫລົງຜິດຕາມການຫລອກລວງຂອງຄົນທີ່ຂາດສິນທັມ ແລະ ທ່ານທັງຫລາຍຈະສູນເສັຍຄວາມສັດຊື່ຂອງທ່ານເອງ.
\v 18 ແຕ່ທ່ານຈົ່ງຈະເລີນຂຶ້ນໃນພຣະຄຸນ ແລະ ໃນຄວາມຮູ້ຂອງອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າພຣະຜູ້ໂຜດໃຫ້ພົ້ນຂອງເຮົາ. ຂໍສະຫງ່າລາສີຈົ່ງມີແດ່ພຣະອົງທັງໃນປະຈຸບັນນີ້ ແລະ ຕະຫລອດໄປເປັນນິດ. ອາແມນ!