lo_ulb/58-PHM.usfm

52 lines
8.5 KiB
Plaintext

\id PHM
\ide UTF-8
\h ຟີເລໂມນ
\toc1 ຟີເລໂມນ
\toc2 ຟີເລໂມນ
\toc3 phm
\mt ຟີເລໂມນ
\s5
\c 1
\cl ບົດທີ 1
\p
\v 1 ໂປໂລ, ຜູ້ຖືກຄຸກຢູ່ເພື່ອເຫັນແກ່ພຣະເຢຊູຄຣິດເຈົ້າ, ແລະ ຈາກຕີໂມທຽວ ນ້ອງຊາຍຂອງພວກເຮົາ, ເຖິງຟີເລໂມນ ເພື່ອນ ຮ່ວມງານທີ່ຮັກຂອງພວກເຮົາ,
\v 2 ແລະ ເຖິງອັບເຟັຽ ນ້ອງສາວຂອງພວກເຮົາ, ແລະ ອາຂີໂປ ຜູ້ເປັນເພື່ອນທະຫານຂອງພວກເຮົາ, ແລະ ເຖິງຄຣິສຕະຈັກ ທີ່ຢູ່ໃນເຮືອນຂອງເຈົ້າ.
\v 3 ຂໍພຣະຄຸນ ແລະ ສັນຕິສຸກ ຈາກພຣະເຈົ້າພຣະບິດາເຈົ້າຂອງພວກເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ ຊົງໂຜດປະທານແກ່ພວກເຈົ້າເທີ້ນ.
\s5
\v 4 ຂ້າພະເຈົ້າໂມທະນາ ຂອບພຣະຄຸນພຣະເຈົ້າຂອງເຮົາຢູ່ສະເຫມີ. ຂ້າພຣະເຈົ້າກໍຣະນຶກເຖິງເຈົ້າ ໃນທຸກເທື່ອທີ່ເຮົາພາວັນນາອະທິຖານ.
\v 5 ເຮົາໄດ້ຍິນຂ່າວເລື່ອງຄວາມຮັກ ແລະ ຄວາມເຊື່ອຂອງເຈົ້າ ທີ່ເຈົ້າມີຕໍ່ອົງພຣະເຢຊູເຈົ້າ ແລະ ຕໍ່ບັນດາຜູ້ທີ່ເຊື່ອທັງປວງ.
\v 6 ເຮົາໄດ້ພາວັນນາອະທິຖານ ຂໍໃຫ້ການເຂົ້າສ່ວນໃນຄວາມເຊື່ອຂອງເຈົ້ານັ້ນ ຈົ່ງໄດ້ເກີດຜົນຄືເພີ່ມພູນ ໃນຄວາມຮູ້ໃນການດີທຸກຢ່າງ ທີ່ພວກເຮົາມີໃນອົງພຣະຄຣິດເຈົ້າ.
\v 7 ສຳລັບເຮົາມີຄວາມຍິນດີຫລາຍ ແລະ ໄດ້ຮັບຄວາມຫນູນໃຈ ເພາະຄວາມຮັກຂອງເຈົ້າ, ເພາະຫົວໃຈຂອງຜູ້ທີ່ເຊື່ອໃນພຣະເຈົ້າ ກໍໄດ້ຮັບ ຄວາມສົດຊື່ນຂຶ້ນເພາະເຈົ້າ, ນ້ອງເອີຍ.
\s5
\v 8 ເພາະສະນັ້ນ, ເຖິງແມ່ນວ່າ ເຮົາມີໃຈກ້າໃນພຣະຄຣິດເຈົ້າ ທີ່ຈະສັ່ງເຈົ້າໃຫ້ເຮັດໃນສິ່ງທີ່ເຈົ້າສົມຄວນເຮັດ.
\v 9 ແຕ່ຍ້ອນຄວາມຮັກ, ເຮົາ ຈຶ່ງຂໍຮ້ອງເຈົ້າດີກວ່າ - ເຮົາ, ໂປໂລ, ຄົນເຖົ້າຜູ້ຫນຶ່ງ, ແລະ ໃນປະຈຸບັນນີ້ແມ່ນຖືກຄຸກຢູ່ ກໍເພາະເຫັນແກ່ພຣະເຢຊູຄຣິດເຈົ້າ.
\s5
\v 10 ດັ່ງນັ້ນເຮົາຈຶ່ງຂໍຮ້ອງເຈົ້າເພື່ອໂອເນຊີໂມ, ຜູ້ທີ່ເປັນລູກຂອງເຮົາໃນພຣະຄຣິດ, ຊຶ່ງເຮົາກໍໄດ້ກາຍເປັນພໍ່ຂອງລາວໃນຝ່າຍຄວາມເຊື່ອ.
\v 11 ເມື່ອກ່ອນລາວບໍ່ເປັນປະໂຫຍດແກ່ເຈົ້າ, ແຕ່ບັດນີ້ລາວເປັນປະໂຫຍດແກ່ທັງເຈົ້າ ແລະ ເຮົາເຫມືອນກັນ.
\v 12 ເຮົາໄດ້ໃຊ້ລາວຄືນມາຫາເຈົ້າ, ລາວຜູ້ນີ້ເປັນຫມາກຫົວໃຈຂອງເຮົາ.
\v 13 ເຮົາ ຢາກໃຫ້ລາວຢູ່ກັບເຮົາ, ເພື່ອວ່າລາວຈະໄດ້ບົວລະບັດຮັບໃຊ້ເຮົາແທນເຈົ້າ, ໃນຂະນະທີ່ ເຮົາ ຖືກກັງຂັງຢູ່ເພື່ອເຫັນແກ່ຂ່າວປະເສີດນັ້ນ.
\s5
\v 14 ແຕ່ວ່າເຮົາບໍ່ຢາກເຮັດສິ່ງໃດກ່ອນທັງນັ້ນ ຫາກບໍ່ໄດ້ຮັບຄວາມເຫັນຈາກເຈົ້າ. ເຮົາບໍ່ຕ້ອງການຄຸນຄວາມດີທີ່ເຈົ້າເຮັດນັ້ນຈາກຄວາມຂົ່ມໃຈຈຳເປັນ ແຕ່ໃຫ້ອອກຈາກຄວາມສະຫມັກໃຈຂອງເຈົ້າດ້ວຍ.
\v 15 ບາງທີໂອເນຊີໂມໄດ້ ຈາກເຈົ້າໄປຊົ່ວໄລຍະຫນຶ່ງ, ເພື່ອວ່າເຈົ້າຈະໄດ້ຮັບ ລາວກັບຄືນມາຕະຫລອດໄປ.
\v 16 ບັດນີ້ລາວ ບໍ່ແມ່ນເປັນພຽງຂ້າຮັບໃຊ້ຄົນຫນຶ່ງເທົ່ານັ້ນ, ແຕ່ດີກວ່າຂ້າຮັບໃຊ້ອີກຄື, ເປັນອ້າຍນ້ອງທີ່ຮັກຄົນ ຫນຶ່ງ. ລາວເປັນທີ່ຮັກເປັນພິເສດແກ່ເຮົາ ແລະ ກໍຄົງ ເປັນທີ່ຮັກແກ່ເຈົ້າຫລາຍກວ່າ ອີກທັງໃນ ຖານະທີ່ເປັນເພື່ອນມະນຸດ ແລະ ໃນຖານະທີ່ເປັນ ພີ່ນ້ອງກັນໃນອົງພຣະຜູ້ເປັນເຈົ້າດ້ວຍ.
\s5
\v 17 ເຫດສະນັ້ນ ຖ້າເຈົ້າຖືວ່າເຮົາເປັນເພື່ອນ ຮ່ວມງານຂອງເຈົ້າແລ້ວ, ຈົ່ງຕ້ອນຮັບລາວໄວ້ ເຫມືອນກັບເຈົ້າຕ້ອນຮັບເຮົາ.
\v 18 ຖ້າລາວໄດ້ ເຮັດຜິດພາດປະການໃດ ຫລື ເປັນຫນີ້ຫຍັງແດ່ ກໍ ໃຫ້ເຈົ້າຄິດເອົານຳເຮົາ.
\v 19 ຝ່າຍເຮົາ, ໂປໂລ, ລົງມືຂຽນສິ່ງນີ້ດ້ວຍຕົວເອງ: ເຮົາຈະໃຊ້ແທນຄືນເຈົ້າ. ເຮົາຈະບໍ່ອ້າງເຖິງແກ່ເຈົ້າວ່າ ເຈົ້າເປັນຫນີ້ເຮົາ ດ້ວຍຊີວິດຂອງເຈົ້າເອງ.”
\v 20 ດັ່ງນັ້ນ, ນ້ອງເອີຍ, ຂໍໃຫ້ເຮົາໄດ້ຮັບປະໂຫຍດຈາກເຈົ້າໃນອົງພຣະຜູ້ເປັນເຈົ້າ; ຈົ່ງເຮັດໃຫ້ຈິດໃຈຂອງເຮົາສົດຊື່ນຂຶ້ນໃນພຣະຄຣິດເຈົ້າ.
\s5
\v 21 ເຮົາມີຄວາມຫມັ້ນໃຈໃນຄວາມເຊື່ອຟັງຂອງເຈົ້າ, ເຮົາຈຶ່ງຂຽນຈົດຫມາຍມາເຖິງເຈົ້າ. ເຮົາຮູ້ວ່າເຈົ້າ ຈະເຮັດໄດ້ ຫລາຍກວ່າທີ່ເຮົາຂໍອີກ.
\v 22 ໃນເວລາດຽວກັນ, ຈົ່ງຈັດຕຽມຫ້ອງພັກໄວ້ ສຳລັບເຮົາ, ເພາະເຮົາຫວັງວ່າຜ່ານຄຳພາວັນນາອະທິຖານ ຂອງພວກເຈົ້າ ເຮົາຈະໄດ້ກັບມາຫາເຈົ້າ.
\s5
\v 23 ເອປາ​ຟາ, ຜູ້ຖືກຄຸກຮ່ວມກັບເຮົາ ເພາະ ເຫັນແກ່ພຣະເຢຊູຄຣິດເຈົ້າ, ກໍຝາກຄວາມຄິດເຖິງ ມາຫາເຈົ້າ.
\v 24 ເຊັ່ນດຽວກັນກັບ ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ, ເພື່ອນຮ່ວມ ງານຂອງເຮົາກໍຝາກຄວາມຄິດເຖິງມາດ້ວຍ.
\v 25 ຂໍໃຫ້ພຣະຄຸນ ຂອງອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບຈິດ ວິນຍານຂອງພວກເຈົ້າ. ອາແມນ.