lo_ulb/57-TIT.usfm

110 lines
18 KiB
Plaintext

\id TIT
\ide UTF-8
\h ຕີໂຕ
\toc1 ຕີໂຕ
\toc2 ຕີໂຕ
\toc3 tit
\mt ຕີໂຕ
\s5
\c 1
\cl ບົດທີ 1
\p
\v 1 ຂ້າພຣະເຈົ້າ ໂປໂລ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ອັກຄະສາວົກ ຂອງອົງພຣະເຢຊູຄຣິດເຈົ້າ, ເພື່ອຄວາມເຊື່ອຂອງບັນດາຜູ້ທີ່ພຣະເຈົ້າໄດ້ຊົງ ເລືອກໄວ້ ແລະ ຄວາມຮູ້ແຫ່ງຄວາມຈິງທີ່ສອດຄ່ອງຕໍ່ (ຄວາມເປັນເຫມືອນພຣະເຈົ້າ).
\v 2 ສິ່ງເຫລົ່ານີ້ຢູ່ໃນຄວາມເຊື່ອຫມັ້ນຂອງຊີວິດນິຣັນດອນ ຊຶ່ງພຣະເຈົ້າ, ຜູ້ບໍ່ຊົງກ່າວຄຳ ຕົວະນັ້ນໄດ້ຊົງສັນຍາໄວ້ຕັ້ງແຕ່ກ່ອນຍຸກສະໄຫມທັງປວງ
\v 3 ຄືໃນເວລາທີ່ເຫມາະສົມ, ພຣະອົງກໍໄດ້ເປີດເຜີຍເຖິງຖ້ອຍຄຳຂອງພຣະອົງ ດ້ວຍຂໍ້ຄວາມທີ່ຂ້າພຣະເຈົ້າໄດ້ຮັບຄວາມໄວ້ວາງໃຈຈາກພຣະອົງໃຫ້ມອບຕໍ່ ຂ້າພຣະເຈົ້າກະທຳສິ່ງນີ້ເພາະເປັນຄຳສັ່ງຂອງພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນ ຂອງພວກເຮົາ.
\s5
\v 4 ເຖິງຕີໂຕ, ຜູ້ເປັນລູກແທ້ໃນທາງຄວາມເຊື່ອດຽວກັນນີ້. ຂໍພຣະຄຸນ ແລະ ສັນຕິສຸກ ຈາກພຣະເຈົ້າພຣະບິດາ ແລະ ພຣະ​ເຢຊູຄຣິດເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນ ຂອງພວກເຮົາ
\v 5 ດ້ວຍເຫດຜົນນີ້ເອງ ຂ້າພຣະເຈົ້າຈຶ່ງໄດ້ປະທ່ານໄວ້ໃນເມືອງກະເຣເຕ, ເພື່ອໃຫ້ທ່ານຈັດການສິ່ງຕ່າງໆທີ່ຍັງຄ້າງຄາຢູ່ ແລະ ແຕ່ງຕັ້ງພວກຜູ້ປົກຄອງໄວ້ໃນທຸກໆເມືອງ ດັ່ງທີ່ຂ້າພຣະເຈົ້າໄດ້ແນະນຳທ່ານໄວ້.
\s5
\v 6 ພວກຜູ້ປົກຄອງນັ້ນ ຕ້ອງເປັນຜູ້ທີ່ບໍ່ມີຂໍ້ ຕິຕຽນ, ມີເມັຽພຽງຄົນດຽວ, ແລະລູກຂອງເຂົາຕ້ອງເປັນຄົນສັດຊື່ ບໍ່ຖືກກ່າວຫາວ່າເປັນນັກເລງ ຫລື ເປັນຄົນດື້ດ້ານ.
\v 7 ຕ້ອງບໍ່ມີຂໍ້ຕຳຫນິ. ຕ້ອງບໍ່ເປັນຄົນຈອງຫອງ, ບໍ່ເປັນຄົນເລືອດຮ້ອນ, ບໍ່ຕິດເຫລົ້າ, ບໍ່ເປັນຄົນອັນທະພານ, ບໍ່ເປັນຄົນໂລບ.
\s5
\v 8 ແຕ່ເຂົາຕ້ອງເປັນຄົນ ທີ່ມີໃຈກວ້າງຂວາງ, ຮັກທີ່ຈະກະທຳຄວາມດີມີເຫດຜົນ, ເປັນຄົນຊອບທັມດຳເນີນຊີວິດໃນທາງຂອງພຣະເຈົ້າ, ແລະຮູ້ຈັກບັງຄັບຕົນເອງໄດ້.
\v 9 ເຂົາຈະຕ້ອງຢຶດຂໍ້ຄວາມອັນຫນ້າເຊື່ອຖືຊຶ່ງໄດ້ຮັບການສອນ, ມາໄວ້ຫນຽວແຫນ້ນເພື່ອວ່າຈະສາມາດເສີມສ້າງຜູ້ອື່ນໄດ້ດ້ວຍການສອນທີ່ດີ ແລະຕຳນິບັນດາຜູ້ທີ່ຄັດຄ້ານລາວໄດ້.
\s5
\v 10 ເພາະວ່າມີຜູ້ທີ່ບໍ່ເຊື່ອຫລວງຫລາຍ, ເປັນຕົ້ນພວກທີ່ເຂົ້າພິທີຕັດ. ຄຳເວົ້າຂອງພວກເຂົາເຫລົ່ານີ້ນັບວ່າໄຮ້ປະໂຫຍດ. ພວກເຂົາໄດ້ນຳ ແລະຫລອກລວງຄົນອື່ນໃຫ້ຫລົງຜິດ.
\v 11 ພວກເຂົາສອນໃນສິ່ງທີ່ບໍ່ຄວນຈະສອນກໍເພື່ອຜົນປະໂຫຍດອັນຫນ້າລະອາຍແລະປັ່ນປ່ວນທຳລາຍຄຣິສຕະຈັກທັງຄຣິສຕະຈັກ.
\s5
\v 12 ຜູ້ທຳນວາຍຂອງພວກເຂົາຄົນຫນຶ່ງໄດ້ກ່າວວ່າ, “ຊາວກະເຣເຕ ເປັນຄົນມັກເວົ້າຕົວະ, ເປັນຄົນໂຫດຮ້າຍເຫມືອນສັດປ່າ, ເປັນຄົນຂີ້ຄ້ານແລະກິນຫລາຍ.”
\v 13 ຄຳທີ່ພວກເຂົາກ່າວນີ້ເປັນຄວາມຈິງ, ເຫດນັ້ນ ເຈົ້າຈົ່ງສັ່ງສອນພວກເຂົາຢ່າງເຂັ້ມງວດເພື່ອວ່າພວກເຂົາຈະໄດ້ມີຄວາມເຊື່ອຢ່າງຖືກຕ້ອງ.
\s5
\v 14 ຈົ່ງຢ່າໃສ່ໃຈກັບນິຍາຍປະລຳປະລາຂອງພວກຢິວ ແລະ ກົດບັນຍັດ ຂອງມະນຸດທີ່ປະຕິເສດ ຄວາມຈິງ.
\s5
\v 15 ສຳລັບຜູ້ທີ່ບໍຣິສຸດນັ້ນ, ທຸກສິ່ງກໍບໍຣິສຸດ. ແຕ່ສຳລັບຄົນທີ່ມີມົນທິນແລະ ຄົນທີ່ບໍ່ ເຊື່ອນັ້ນ, ກໍບໍ່ມີອັນໃດທີ່ບໍຣິສຸດ. ເພາະຄວາມຄິດແລະຈິດໃຈໃຕ້ສຳນຶກຂອງພວກເຂົາ ນັ້ນເປັນມົນທິນ.
\v 16 ພວກເຂົາອ້າງຕົນວ່າຮູ້ຈັກພຣະເຈົ້າ, ແຕ່ການກະທຳຂອງພວກເຂົາປະຕິເສດພຣະອົງ ພວກເຂົາ ເປັນຄົນທີ່ຫນ້າລັງກຽດ, ແລະ ບໍ່ເຊື່ອຟັງ. ພວກເຂົາບໍ່ເປັນທີ່ຍອມຮັບໃນການເຮັດຄວາມດີອັນໃດ.
\s5
\c 2
\cl ບົດທີ 2
\p
\v 1 ແຕ່ທ່ານເອງ, ຈົ່ງເວົ້າໃນສິ່ງສອດຄ່ອງກັບຫລັກຄຳສອນທີ່ສັດຊື່.
\v 2 ຜູ້ຊາຍທີ່ອາວຸໂສ ຄວນຈະເປັນຜູ້ຮູ້ຈັກ ບັງຄັບຕົນໄດ້, ມີກຽດ ມີເຫດຜົນ, ເປັນຄົນມີ ຄວາມເຊື່ອຢ່າງຖືກຕ້ອງ, ມີຄວາມຮັກ ແລະ ຄວາມອົດທົນ.
\s5
\v 3 ເຊັ່ນດຽວກັນນີ້ ຍິງທີ່ອາວຸໂສຄວນສະແດງຕົນໃຫ້ເປັນທີ່ຫນ້ານັບຖືບໍ່ກ່າວນິນທາໃສ່ຮ້າຍປ້າຍສີ. ພວກເຂົາບໍ່ຄວນຕົກເປັນທາດຂອງການດື່ມຄວນສອນແຕ່ສິ່ງທີ່ດີແລະຖືກຕ້ອງ.
\v 4 ເພື່ອຊ່ວຍຝຶກໃຫ້ພວກຍິງສາວທັງຫລາຍໃຫ້ຮັກຜົວແລະລູກຂອງຕົນຢ່າງເຫມາະສົມ.
\v 5 ພວກນາງຄວນຝຶກຍິງສາວໃຫ້ເປັນຄົນມີເຫດຜົນ, ເປັນ ຄົນບໍຣິສຸດ, ເອົາໃຈໃສ່ໃນວຽກບ້ານການເຮືອນ, ແລະເຊື່ອຟັງຜົວຂອງຕົນ ໃຫ້ພວກເຂົາປະຕິບັດເຊັ່ນນີ້ເພື່ອພຣະທັມຂອງພຣະເຈົ້າຈະບໍ່ຖືກຫມິ່ນປະຫມາດ.
\s5
\v 6 ໃນທຳນອງດຽວກັນ, ຈົ່ງຕັກເຕືອນພວກ ຊາຍຫນຸ່ມ ໃຫ້ໃຊ້ຊີວິດຢ່າງມີເຫດຜົນ.
\v 7 ຈົ່ງເປັນແບບຢ່າງໃນການກະທຳດີທຸກປະການ; ແລະ ເມື່ອທ່ານສອນ, ກໍ ຈົ່ງສະແດງເຖິງຄວາມສັດຊື່ສຸດຈະຣິດ ແລະ ກຽດສັກສີ.
\v 8 ຈົ່ງເວົ້າຂໍ້ຄວາມທີ່ດີຖືກຕ້ອງ ແລະ ບໍ່ມີຄຳຕິຕຽນ, ເພື່ອວ່າບັນດາຜູ້ທີ່ໄດ້ຂັດຂວາງເຈົ້ານັ້ນ ຈະໄດ້ ຮັບຄວາມອັບອາຍ, ເພາະເຂົາບໍ່ມີສິ່ງໃດ ທີ່ຈະເວົ້າວ່າຮ້າຍໃຫ້ພວກທ່ານໄດ້.
\s5
\v 9 ບັນດາທາດຮັບໃຊ້ ຄວນອ່ອນນ້ອມເຊື່ອຟັງຕໍ່ນາຍຂອງຕົນໃນທຸກເລື້ອງ. ພວກເຂົາຄວນຈະເອົາໃຈແລະບໍ່ໂຕ້ຖຽງຄວາມນາຍຂອງຕົນ,
\v 10 ພວກເຂົາບໍ່ຄວນເປັນຄົນລັກໂລບ. ແຕ່ ພວກເຂົາຄວນສະແດງເຖິງຄວາມເຊື່ອທີ່ດີທຸກປະການ ເພື່ອວ່າພວກເຂົາຈະສາມາດເຮັດໃຫ້ຄຳສອນຂອງພວກເຮົາໃນເລື່ອງພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງເຮົາທັງຫລາຍນັ້ນເປັນທີ່ຫນ້າສົນໃຈໃນທຸກທາງ.
\s5
\v 11 ເພາະວ່າພຣະຄຸນຂອງພຣະເຈົ້າ ໄດ້ຊົງເປີດເຜີຍຕໍ່ຄົນທັງປວງ.
\v 12 ພຣະຄຸນ ນັ້ນຊ່ວຍຝຶກໃຫ້ພວກເຮົາປະຕິເສດທຳສິ່ງຊົ່ວຮ້າຍ ແລະ ຕັນຫາຂອງໂລກນີ້. ທັງຍັງຊ່ວຍໃຫ້ເຮົາດຳເນີນຊີວິດຢ່າງໃນຍຸກນີ້ໄດ້ຢ່າງມີເຫດຜົນ ຢ່າງຊອບທັມ ແລະ ດຳເນີນຢູ່ໃນທາງຂອງພຣະເຈົ້າ,
\v 13 ໃນຂະນະທີ່ພວກເຮົາກຳລັງລໍຄອຍທີ່ຈະໄດ້ຮັບ ຄວາມຫວັງແຫ່ງພຣະພອນຂອງພຣະອົງ, ຄືພຣະສະຫງ່າຣາສີ ຂອງພຣະເຈົ້າອົງຍິ່ງໃຫຍ່ ຄືພຣະເຢຊູຄຣິດເຈົ້າ ພຣະຜູ້ໂຜດໃຫ້ພົ້ນຂອງພວກເຮົາ. ທີ່ຈະມາປາກົດ.
\s5
\v 14 ພຣະເຢຊູຄຣິດເຈົ້າໄດ້ ສະຫລະພຣະອົງເອງ ໃຫ້ກັບພວກເຮົາ ເພື່ອໄຖ່ເອົາພວກເຮົາ ໃຫ້ພົ້ນຈາກຄວາມຊົ່ວຮ້າຍທັງຫມົດ ແລະ ຊຳຣະພວກເຮົາໃຫ້ບໍຣິສຸດ, ເພື່ອພຣະອົງເອງນັ້ນເຮົາຈຶ່ງເປັນຄົນພິເສດ, ທີ່ມີໃຈຮ້ອນຮົນໃນການເຮັດຄວາມດີ.
\s5
\v 15 ຈົ່ງກ່າວເຖິງແລະໃຫ້ກຳລັງໃຈ. ດ້ວຍສິ່ງເຫລົ່ານີ້ ຈົ່ງຕັກເຕືອນ ດ້ວຍສິດທິອຳນາດທຸກປະການ ຢ່າໃຫ້ຜູ້ໃດຫມິ່ນປະຫມາດເຈົ້າໄດ້.
\s5
\c 3
\cl ບົດທີ 3
\p
\v 1 ຈົ່ງເຕືອນພວກເຂົາໃຫ້ຢູ່ໃຕ້ບັງຄັບຜູ້ປົກຄອງ ແລະ ຜູ້ມີອຳນາດທັງຫລາຍ, ໃຫ້ເຂົາເຊື່ອຟັງຄົນເຫລົ່ານັ້ນ ພ້ອມທີ່ຈະເຮັດການດີທຸກຢ່າງ.
\v 2 ຈົ່ງເຕືອນພວກເຂົາ ຢ່າໃຫ້ໃສ່ຮ້າຍປ້າຍສີຜູ້ໃດ, ບໍ່ຜິດຖຽງກັນ, ແຕ່ຍອມໃຫ້ຜູ້ອື່ນທຳຕາມວິທີການຂອງຕົນ, ແລະ ສະແດງຄວາມຖ່ອມໃຈຕໍ່ຄົນທັງປວງ.
\s5
\v 3 ເພາະວ່າເມື່ອກ່ອນ ພວກເຮົາເອງກໍເປັນ ຄົນໂງ່, ແລະບໍ່ເຊື່ອຟັງ. ພວກເຮົາຖືກຫລອກລວງໃຫ້ຫລົງຜິດ, ແລະຕົກເປັນທາດຂອງກິເລດຕັນຫາ ແລະຄວາມປາຖນານາໆປະການ, ພວກເຮົາເຄີຍໃຊ້ຊີວິດໃນທາງຊົ່ວ ແລະຄວາມເຫິງສາ. ພວກເຮົາເປັນຄົນຫນ້າລັງກຽດ ແລະ ກຽດຊັງກັນ ແລະ ກັນ.
\s5
\v 4-5 ແຕ່ເມື່ອ ພຣະເມດຕາຂອງພຣະເຈົ້າ ພຣະ ຜູ້ຊ່ວຍເຮົາທັງຫລາຍໃຫ້ພົ້ນແລະຄວາມຮັກຂອງພຣະອົງໄດ້ມາປາກົດຕໍ່ມວນມະນຸດນັ້ນ ບໍ່ໄດ້ເກີດຈາກງານແຫ່ງຄວາມຊອບທັມທີ່ ພວກເຮົາເຮັດ, ແຕ່ເປັນເພາະຄວາມເມດຕາຂອງພຣະອົງ ທີ່ພຣະອົງຊ່ວຍໃຫ້ພວກເຮົາພົ້ນ. ພຣະອົງຊ່ວຍໃຫ້ພວກເຮົາພົ້ນໄດ້ດ້ວຍການຊົງຊຳຣະຂອງການບັງເກີດໃຫມ່ ແລະການສ້າງຂຶ້ນໃຫມ່ໂດຍພຣະວິນຍານບໍຣິສຸດເຈົ້າ.
\s5
\v 6 ພຣະເຈົ້າ ໄດ້ຖອກເທພຣະວິນຍານບໍຣິສຸດເຈົ້າ ມາເຫນືອພວກເຮົາຢ່າງລົ້ນເຫລືອ ຜ່ານທາງພຣະເຢຊູຄຣິດເຈົ້າ, ພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ,
\v 7 ພຣະອົງໄດ້ເຮັດໃຫ້ພວກເຮົາໄດ້ນັບວ່າເປັນຄົນຊອບທັມດ້ວຍພຣະຄຸນຂອງພຣະອົງເຊັ່ນນີ້, ກໍເພື່ອວ່າພວກເຮົາຈະໄດ້ເປັນຜູ້ຮັບມໍຣະດົກດ້ວຍຄວາມເຊື່ອຫມັ້ນໃນຊີວິດອັນເປັນນິຣັນດອນ.
\s5
\v 8 ຂໍ້ຄວາມນີ້ເປັນຄວາມຈິງ. ຂ້າພຣະເຈົ້າຢາກໃຫ້ທ່ານກ່າວຢ່າງຫມັ້ນໃຈເຖິງເລື່ອງເຫລົ່ານີ້, ເພື່ອວ່າຄົນທັງຫລາຍທີ່ເຊື່ອວາງໃຈໃນພຣະເຈົ້າຈະຢຶດຫມັ້ນໃນການເຮັດສິ່ງດີ. ທີ່ພຣະເຈົ້າໄດ້ວາງໄວ້ຕໍ່ຫນ້າພວກເຂົາ ສິ່ງເຫລົ່ານີ້ເປັນສິ່ງທີ່ດີແລະມີປະໂຫຍດຕໍ່ທຸກໆຄົນ.
\s5
\v 9 ແຕ່ຈົ່ງຫລີກຫນີການໂຕ້ຖຽງອັນໂງ່ງ່າວ, ເລື່ອງລຳດັບວົງຕະກູນ, ການຜິດຖຽງກັນ ແລະ ການຂັດແຍ້ງໃນເລື່ອງກົດບັນຍັດ, ເພາະສິ່ງເຫລົ່ານັ້ນ ໄຮ້ປະໂຫຍດ ແລະ ບໍ່ມີຄຸນຄ່າຫຍັງ.
\v 10 ຈົ່ງປະຕິເສດຜູ້ທີ່ກໍ່ໃຫ້ເກີດການແຕກແຍກກັນ, ເມື່ອໄດ້ເຕືອນເຂົາຄັ້ງຫນຶ່ງ ຫລືສອງຄັ້ງແລ້ວ.
\v 11 ເພາະຮູ້ແລ້ວວ່າຄົນນັ້ນໄດ້ຫັນອອກຈາກທາງທີ່ຖືກຫລົງໄປເຮັດຜິດບາບແລ້ວກໍກ່າວໂທດໃສ່ຕົວຂອງເຂົາເອງ.
\s5
\v 12 ເມື່ອຂ້າພຣະເຈົ້າສົ່ງ ອາເຕມາ ຫລື ຕີຂີໂກ ໄປ ຫາເຈົ້ານັ້ນ, ຈົ່ງຟ້າວແລະມາຫາຂ້າພຣະເຈົ້າທີ່ເມືອງ ນີໂກໂປລີ, ທີ່ຊຶ່ງຂ້າພຣະເຈົ້າໄດ້ຕັດສິນໃຈຈະຢູ່ໃນຊ່ວງຣະດູຫນາວ.
\v 13 ຈົ່ງຟ້າວຟັ່ງ ແລະຊ່ວຍສົ່ງເຊນັດ, ຜູ້ເປັນທະນາຍຄວາມ ແລະ ອາໂປໂລ, ໃຫ້ເລີ້ມອອກ ເດີນທາງແລະພ້ອມດ້ວຍທຸກສິ່ງທີ່ຈຳເປັນ.
\s5
\v 14 ພີ່ນ້ອງຂອງພວກເຮົາ ຕ້ອງຮຽນຮູ້ທີ່ຈະມີສ່ວນໃນການເຮັດການດີ ທີ່ຕອບສະຫນອງຕໍ່ຄວາມຈຳເປັນເລັ່ງດ່ວນ ເພື່ອພວກເຂົາຈະບໍ່ເປັນຄົນທີ່ ບໍ່ເກີດຜົນ.
\s5
\v 15 ທຸກຄົນທີ່ຢູ່ນຳເຮົາ ຕ່າງກໍຝາກຄຳທັກທາຍເຖິງທ່ານຝາກທັກທາຍບັນດາພີ່ນ້ອງທີ່ຮັກຂອງພວກເຮົາໃນຄວາມເຊື່ອອັນດຽວກັນ. ຂໍພຣະຄຸນຢູ່ກັບພວກທ່ານທຸກໆຄົນເຖີ້ນ.